ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມັດທາຍ 27


ປຈສ, ມັດທາຍ 27:3–6. ປຽບ​ທຽບ​ໃສ່​ກັບ ມັດທາຍ 27:3–5; ກິດ​ຈະ​ການ 1:18

ການ​ຕາຍ​ຂອງ​ຢູດາ​ໄດ້​ຖືກ​ບັນ​ຍາຍ​ໄວ້.

3 ຈາກ​ນັ້ນ ຢູ​ດາ, ຜູ້ທີ່​ໄດ້​ທໍ​ລະ​ຍົດ​ພຣະ​ອົງ, ເມື່ອ​ລາວ​ໄດ້​ເຫັນ​ວ່າ ພຣະ​ອົງ​ຖືກ​ກ່າວ​ໂທດ, ຈຶ່ງ​ກັບ​ໃຈ, ແລະ ໄດ້​ນຳ​ເງິນ​ສາມ​ສິບ​ຫລຽນ​ນັ້ນ​ມາ​ຄືນ​ໃຫ້​ພວກ​ຫົວ​ໜ້າ​ປະ​ໂລ​ຫິດ, ແລະ ພວກ​ຜູ້​ອາ​ວຸ​ໂສ,

4 ກ່າວ​ວ່າ, ຂ້າ​ນ້ອຍ​ຜິດ​ໄປ​ແລ້ວ ໂດຍ​ມອບ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.

5 ແລະ ພວກ​ເຂົາ​ໄດ້​ກ່າວກັບ​ລາວວ່າ, ເລື່ອງ​ນັ້ນ​ເປັນ​ທຸ​ລະ​ອັນ​ໃດ​ກັບ​ພວກ​ເຮົາ? ເຈົ້າ​ເກັບມັນໄວ້​ສາ; ບາບ​ຂອງ​ເຈົ້າ​ຈະ​ຕົກ​ຢູ່​ທີ່​ເຈົ້າ.

6 ແລະ ລາວ​ໄດ້​ຖິ້ມ​ເງິນ​ໄວ້​ໃນ​ພຣະ​ວິຫານ, ແລະ ໄດ້​ຈາກ​ໄປ, ແລະ ອອກ​ໄປ, ແລະ ໄດ້​ຜູກ​ຄໍ​ຕາຍຢູ່​ຕົ້ນ​ໄມ້. ແລະ ທັນ​ທີ​ທັນ​ໃດ ລາວ​ໄດ້​ຕົກ​ລົງ​ມາ, ແລະ ໄສ້​ພຸງ​ຂອງ​ລາວ​ໄດ້​ແຕກ​ກະ​ຈາຍ, ແລະ ລາວ​ກໍ​ໄດ້​ຕາຍ.