​2010–2019
​ເມື່ອ​ເຮົາ​ປິດ​ກອງ​ປະຊຸມ​ນີ້
ເມສາ 2012


ເມື່ອ​ເຮົາ​ປິດ​ກອງ​ປະຊຸມ​ນີ້

ຂໍໃຫ້​ທ່ານ​ຈົ່ງ​ໄຕ່ຕອງ​ເຖິງ​ຄວາມ​ຈິງ​ທີ່​ທ່ານ​ໄດ້​ຍິນ, ຂໍ​ໃຫ້​ມັນ​ຊ່ອຍ​ທ່ານ​ກາຍ​ເປັນ​ຄົນດີກ​ວ່າ​.

ຫົວ​ໃຈ​ຂອງ​ຂ້າພະ​ເຈົ້າ​ເຕັມ​ປ່ຽມ ​ເມື່ອ​ເຮົາ​ມາ​ເຖິງ​ທ້າຍ​ກອງ​ປະຊຸມ​ອັນ​ດີ​ເດັ່ນ​ນີ້. ​ເຮົາ​ໄດ້​ຮັບ​ພອນ​ຫລາຍ​ເມື່ອ​ເຮົາ​ໄດ້​ຍິນ​ຄຳ​ແນະນຳ ​ແລະ ປະຈັກ​ພະຍານ​ຂອງ​ຜູ້​ທີ່​ໄດ້​ກ່າວ​ກັບ​ເຮົາ. ຂ້າພະ​ເຈົ້າຄິດ​ວ່າ​ທ່ານ​ຈະ​ເຫັນ​ດ້ວຍ​ກັບ​ຂ້າພະ​ເຈົ້າ ວ່າ​ເຮົາ​ໄດ້​ຮູ້ສຶກ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ເມື່ອ​ຫົວ​ໃຈ​ຂອງ​ເຮົາ​ໄດ້​ຮັບ​ການ​ສຳ​ພັດ ​ແລະ ປະຈັກ​ພະຍານ​ຂອງ​ເຮົາ​ໄດ້​ຖືກ​ເຮັດ​ໃຫ້ເຂັ້ມ​ແຂງ​ຂຶ້ນ.

ອີກ​ເທື່ອ​ໜຶ່ງ​ເຮົາ​ມີ​ຄວາມ​ປະ​ທັບ​ໃຈ​ກັບ​ສຽງ​ເພງ​ທີ່​ມ່ວນອອນຊອນ, ຊຶ່ງ​ໄດ້​ສ້າງ​ບັນຍາກາດ​ດີ​ໃຫ້​ແກ່​ກອງ​ປະຊຸມ​ແຕ່​ລະ​ພາກ. ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ກະຕັນຍູ​ຕໍ່​ທຸກ​ຄົນ​ຜູ້​ໄດ້​ແບ່ງປັນ​ພອນ​ສະຫວັນ​ຂອງ​ເຂົາ​ເຈົ້າ​ໃນ​ເລື່ອງ​ນີ້.

ຂ້າພະ​ເຈົ້າມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ກັບ​ຜູ້​ທີ່​ໄດ້​ກ່າວປາ​ໄສກັບ​ພວກ​ເຮົາ ຕະຫລອດ​ທັງ​ຜູ້​ທີ່​ໄດ້​ກ່າວ​ຄຳ​ອະທິຖານ​ໃນ​ແຕ່​ລະ​ພາກ.

ມີ​ຜູ້​ຄົນ​ຢ່າງ​ຫລວງຫລາຍ​ທີ່​ໄດ້​ໃຫ້ການ​ຊ່ອຍ​ເຫລືອກອງ​ປະຊຸມ ທຸກ​ເທື່ອ​ຢູ່​ຂ້າງ​ໃນ​ໂດຍ​ບໍ່​ມີ​ໃຜ​ຮູ້. ຄົງ​ເປັນ​ໄປ​ບໍ່​ໄດ້​ ຖ້າ​ປາດ​ສະ​ຈາກ​ຄວາມ​ຊ່ອຍ​ເຫລືອ​ຂອງ​ເຂົາ​ເຈົ້າ. ຂ້າພະ​ເຈົ້າຂໍ​ຂອບ​ໃຈນຳທຸກໆ​ຄົນ​ເຫລົ່ານັ້ນ.

ຂ້າພະ​ເຈົ້າຮູ້​ວ່າທ່ານ​ກໍ​ມີ​ຄວາມ​ກະຕັນຍູ​ຮ່ວມ​ກັບ​ຂ້າພະ​ເຈົ້າຕໍ່ບັນ​ດາ​ອ້າຍ​ເອື້ອຍ​ນ້ອງ​ທີ່​ໄດ້​ຖືກ​ປົດ​ຈາກ​ຕຳ​ແໜ່ງ​ໃນ​ກອງ​ປະຊຸມ​ນີ້. ພວກ​ເພິ່ນ​ໄດ້​ເສຍ​ສະລະ​ຢ່າງ​ຫລວງຫລາຍ​ໃນ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ຄົນ​ລຸ້ນຕໍ່ໆ​ໄປ​ຈະ​ຮູ້ສຶກ​ຄື​ກັນ.

ພ້ອມ​ນີ້ ພວກ​ເຮົາ​ກໍ​ໄດ້​ສະໜັບສະໜູນບັນດາ​ອ້າຍ​ເອື້ອຍ​ນ້ອງ​ຜູ້​ໄດ້​ຖືກ​ເອີ້ນ​ສູ່​ຕຳ​ແໜ່​ງ​ໃໝ່ຂອງພວກ​ເພິ່ນ​ໃນ​ກອງ​ປະຊຸມ​ນີ້ດ້ວຍ​ການ​ຍົກ​ມື​ຂຶ້ນ. ພວກ​ເຮົາ​ຂໍ​ຕ້ອນຮັບ​ພວກ​ເພິ່ນ ​ແລະ ຢາກ​ໃຫ້​ພວກ​ເພິ່ນ​ຮູ້​ວ່າ ພວກ​ເຮົາ​ມີ​ຄວາມ​ຕື່ນ​ເຕັ້ນທີ່​ຈະ​ໄດ້​ຮັບ​ໃຊ້​ຮ່ວມ​ກັບ​ພວກ​ເພິ່ນ​ໃນ​ອຸດົມ​ການ​ຂອງ​ພຣະອາຈານ. ພວກ​ເພິ່ນ​ໄດ້​ຖືກ​ເອີ້ນ​ສູ່​ຕຳ​ແໜ່​ງຂອງ​ພວກ​ເພິ່ນໂດຍ​ການ​ດົນ​ໃຈ​ຈາກ​ເບື້ອງບົນ.

ພວກ​ເຮົາ​ໄດ້​ຖ່າຍ​ທອດ​ກອງ​ປະຊຸມ​ນີ້​ຢ່າງ​ກວ້າງ​ໄກ, ຕະຫລອດ​ທຸກ​ທະວີບ, ຂ້າມ​ນ້ຳຂ້າມ​ທະ​ເລ ​ໄປ​ເຖິງ​ຜູ້​ຄົນ​ຢູ່​ໃນ​ທຸກຫົນ​ທຸກ​ແຫ່ງ. ​ເຖິງ​ແມ່ນ​ພວກ​ເຮົາ​ຈະ​ຢູ່​ຫ່າງ​ໄກ​ຈາກ​ຫລາຍ​ຄົນ​ພວກ​ທ່ານ, ​ແຕ່​ພວກ​ເຮົາ​ກໍ​ມີ​ຄວາມ​ຮັກ ​ແລະ ມີ​ຄວາມ​ກະຕັນຍູ​ຕໍ່​ທ່ານ​ ບໍ່​ວ່າ​ທ່ານ​ຈະ​ອາ​ໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ.

ຈັ່​ງ​ແມ່ນ​ເປັນ​ພອນ​ແທ້ໆ, ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ທີ່​ມີ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ໃນ​ຊີວິດ ​ແລະ ​ໃນ​ຫົວ​ໃຈ​ຂອງ​ເຮົາ. ມັນ​ຕອບ​ຄຳ​ຖາມ​ອັນ​ສຳຄັນ​ທີ່​ສຸດ​ກ່ຽວ​ກັບ​ຊີວິດ. ມັນ​​ເປັນ​ຫລັກ​ຖານ​ເຖິງ​ຄວາມ​ໝາຍ ​ແລະ ຈຸດປະສົງ ​ແລະ ​ໃຫ້​ຄວາມ​ຫວັງ​ແກ່​ຊີວິດ​ຂອງ​ເຮົາ.

​ເຮົາ​ມີ​ຊີວິດ​ຢູ່​ໃນ​ວັນ​ເວລາ​ທີ່​ຫຍຸ້ງຍາກ. ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ພຣະບິດາ​ເທິງ​ສະຫວັນ​ຮູ້​ເຖິງ​ການ​ທ້າ​ທາຍ​ທີ່​ເຮົາ​ປະ​ເຊີນ​ຢູ. ພຣະອົງ​ຮັກ​ເຮົາ​ທຸກ​ຄົນ ​ແລະ ຢາກ​ປະທານ​ພອນ​ໃຫ້​ເຮົາ ​ແລະ ຢາກ​ຊ່ອຍ​ເຫລືອ​ເຮົາ. ຂໍ​ໃຫ້​ເຮົາ​ຈົ່ງ​ເອີ້ນ​ຫາ​ພຣະອົງ​ໃນ​ຄຳ​ອະທິຖານ, ​ຕາມ​ທີ່​ພຣະອົງ​ໄດ້​ແນະນຳ​ເມື່ອ​ພຣະອົງ​ບອກ​ໃຫ້​ເຮົາ​ອະທິຖານ​ສະ​ເໝີ ​ແລ້ວພຣະອົງ​ຈະ​ຖອກ​ເທພຣະວິນ​ຍານ​ຂອງພຣະອົງ​ລົງ​ມາ​ເທິງ​ເຮົາ, ​ແລະ ພອນ​ຂອງ​ເຮົາ​ຈະ​ຍິ່ງ​ໃຫຍ່—​ແທ້​ຈິງ​ແລ້ວ, ​ແມ່ນ​ແຕ່​ຫລາຍ​ກວ່າ​ທີ່​ເຮົາ​ຈະ​ໄດ້​ຮັບ​ຊັບ​ສົມບັດ​ຂອງ​ແຜ່ນດິນ​ໂລກ ​ແລະ ຄວາມ​ເສື່ອ​ມ​ໂຊມ​ທີ່​ມີ​ຢູ່​ໃນ​ນັ້ນ.1

ອ້າຍ​ເອື້ອຍ​ນ້ອງທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂໍ​ໃຫ້​ບ້ານ​ເຮືອນ​ຂອງ​ທ່ານ​ຈົ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ​ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ກັນ ​ແລະ ດ້ວຍ​ວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ຈົ່ງ​ຮັກ​ຄອບຄົວ​ຂອງ​ທ່ານ. ຖ້າ​ຫາກ​ມີ​ການ​ຜິດ​ຖຽງ​ກັນ ​ແລະ ການ​ຄັດ​ແຍ້​ງກັນ​ຢູ່​ໃນ​ບັນດາພວກ​ທ່ານ, ຈົ່ງ​ແກ້​ໄຂ​ມັນ​ໃຫ້​ຮຽບຮ້ອຍ​ໃນ​ຕອນ​ນີ້. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ:

“ຈະ​ບໍ່​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນດາ​ພວກ​. …

“ເພາະ​ຕາມ​ຈິງ, ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ, ຜູ້​ທີ່​ມີ​ວິນ​ຍານ​ແຫ່ງ​ການ​ຂັດ​ແຍ້ງ​ນັ້ນບໍ່​ໄດ້​ມາ​ຈາກ​ເຮົາ, ແຕ່​ມາ​ຈາກ​ມານ, ຜູ້​ເປັນ​ບິດາ​ຂອງ​ການ​ຂັດ​ແຍ້ງ ແລະ ມັນ​ໄດ້​ຍຸ​ຍົງ​ໃຈ​ຂອງ​ມະນຸດ​ໃຫ້​ຂັດ​ແຍ້ງ​ກັນ​ດ້ວຍ​ຄວາມ​ຄຽດ​ແຄ້ນ.

“[​ແຕ່] ຈົ່ງ​ເບິ່ງ, ນີ້​ບໍ່​ແມ່ນ​ຄຳ​ສອນ​ຂອງ​ເຮົາ​ … ; ແຕ່​ ນີ້ ເປັນ​ຄຳ​ສອນ​ຂອງ​ເຮົາ​ຄື ຄວນ​ໃຫ້​ເລື່ອງ​ເຊັ່ນນັ້ນໝົດ​ໄປ.”2

​ໃນ​ຖານະ​ທີ່​ເປັນ​ຜູ້​ຮັບ​ໃຊ້​ທີ່​ຖ່ອມ​ຕົນ​ຂອງ​ທ່ານ, ຂ້າພະ​ເຈົ້າຂໍກ່າວ​ເຖິງ​ຖ້ອຍ​ຄຳ​ຂອງ​ກະສັດ​ເບັນ​ຢາ​ມິນທີ່​ໄດ້​ກ່າວ​ກັບ​ຜູ້​ຄົນ​ຂອງ​ເພິ່ນດັ່ງ​ນີ້:

“ຂ້າພະ​ເຈົ້າບໍ່​ໄດ້​ສັ່ງ​ໃຫ້​ພວກ​ທ່ານ​ຂຶ້ນມາ​ … ເພື່ອ​ພວກ​ທ່ານ​ຈະ​ຄິດ​ວ່າ ຕົວ​ຂ້າພະ​ເຈົ້າ​ເອງຍິ່ງ​ໃຫຍ່​ກວ່າ​ມະນຸດ.

“ແຕ່​ຂ້າພະ​ເຈົ້າກໍ​ຄື​ກັນ​ກັບ​ຕົວ​ຂອງ​ພວກ​ທ່ານ​ທີ່​ຕ້ອງ​ຂຶ້ນຢູ່​ກັບ​ຈຸດ​ອ່ອນ​ທຸກ​ຢ່າງ​ໃນ​ຮ່າງກາຍ ແລະ ຈິດ​ໃຈ; ເຖິງ​ຢ່າງ​ໃດ​ກໍ​ຕາມ ຂ້າພະ​ເຈົ້າກໍ​ໄດ້​ຖືກ​ເລືອກ … ຈາກ​ພຣະຫັດ​ຂອງ​ພຣະຜູ້​ເປັນ​ເຈົ້າ … ແລະ ໄດ້​ຮັບ​ການ​ຮັກສາ ແລະ ປົກ​ປ້ອງ​ໂດຍ​ອຳນາດ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ, ທີ່​ໃຫ້​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ສຸດ​ຄວາມ​ສາມາດ, ສຸດ​ຄວາມ​ຄິດ, ແລະ ສຸດ​ກຳລັງ ຊຶ່ງພຣະຜູ້​ເປັນ​ເຈົ້າ​ໄດ້​ປະທານ​ໃຫ້​ແກ່​ຂ້າພະ​ເຈົ້າ.3

ອ້າຍ​ເອື້ອຍ​ນ້ອງ​ທີ່ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ມີ​ຄວາມ​ປາຖະໜາ​ຈົນ​ສຸດ​ຫົວ​ໃຈ​ທີ່​ຈະ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະ​ເຈົ້າ ​ແລະ ຮັບ​ໃຊ້​ພຣະອົງ ​ແລະ ຮັບ​ໃຊ້​ທ່ານ.

ບັດ​ນີ້ ​ເມື່ອ​ເຮົາ​ຈາກ​ກອງ​ປະຊຸມ​ນີ້​ໄປ, ຂ້າພະ​ເຈົ້າຂໍ​ມອບ​ພອນ​ຈາກ​ສະຫວັນ​ໃຫ້​ແກ່​ທ່ານ​ແຕ່ລະຄົນ. ຂໍ​ໃຫ້​ທ່ານ​ຜູ້​ທີ່​ບໍ່​ໄດ້​ຢູ່ບ້ານ ຈົ່ງກັບ​ໄປ​ບ້ານ​ດ້ວຍ​ຄວາມ​ປອດ​ໄພ. ຂໍໃຫ້​ທ່ານ​ຈົ່ງ​ໄຕ່ຕອງ ​ເຖິງ​ຄວາມ​ຈິງ​ທີ່​ທ່ານ​ໄດ້​ຍິນ, ຂໍ​ໃຫ້​ມັນ​ຊ່ອຍ​ທ່ານ​ກາຍ​ເປັນ​ຄົນດີກ​ວ່າ​ສອງ​ມື້​ທີ່​ຜ່ານ​ມາ.

ຈົນ​ກວ່າ​ເຮົາ​ຈະ​ມາ​ພົບ​ກັນ​ອີກ​ໃນ​ຫົກ​ເດືອນ​ຂ້າງ​ໜ້າ, ຂ້າພະ​ເຈົ້າຂໍ​ໃຫ້​ພອນ​ຂອງ​ພຣະຜູ້​ເປັນ​ເຈົ້າມາສູ່​ທ່ານ, ​ແລະ ມາສູ່​ເຮົາ​ທຸກ​ຄົນ, ​ແລະ ຂ້າພະ​ເຈົ້າຂໍ​ກ່າວ​ມາ​ໃນ​ພຣະນາມອັນ​ສັກສິດ​ຂອງ​ພຣະອົງ—​ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ ​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດຂອງ​ເຮົາ—​ອາ​ແມນ.