​2010–2019
ຈົ່ງ​ຢູ່​ໃນ​ເຂດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ!
ເມສາ 2012


ຈົ່ງ​ຢູ່​ໃນ​ເຂດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ!

ຄຳ​ຖາມ​ທີ່​ພວກ​ເຮົາ​ຕ້ອງ​ຖາມ​ທຸກ​ມື້​ກໍ​ຄື “ສິ່ງ​ທີ່​ຂ້ອຍ​ເຮັດມັນ​ຊິ​ໃຫ້​ຂ້ອຍ​ຢູ່​ໃນ​ເຂດ​ຂອງ​ພຣະຜູ້​ເປັນ​ເຈົ້າ ຫລື ຢູ່​ໃນ​ເຂດ​ຂອງ​ສັດຕູ?”

ປະທານ​ທອມ​ມັສ ແອັສ ມອນ​ສັນ ເຄີຍ​ເວົ້າ​ວ່າ: “ຂ້າພະເຈົ້າ​ຂໍ​ແນະນຳ​ວິທີ​ການ​ອັນ​ງ່າຍໆ ທີ່​ທ່ານ​ສາມາດ ພິຈາລະນາ​ການ​ເລືອກ​ຂອງ​ທ່ານ​ທີ່​ຈື່​ຈຳ​ໄດ້​ງ່າຍ​ຄື: ‘ເມື່ອ​ທ່ານ​ຜິດ​ທ່ານ​ຈະ​ຖືກຕ້ອງ​ບໍ່​ໄດ້; ເມື່ອ​ທ່ານ​ຖືກຕ້ອງ ທ່ານ​ຈະ​ຜິດ​ບໍ່​ໄດ້​ຄື​ກັນ’” (“Pathways to Perfection,” Liahona, July 2002, 112; Ensign, May 2002, 100). ວິທີ​ການ​ຂອງ​ປະທານ​ມອນ​ສັນ​ກໍ​ງ່າຍ ແລະ ຊື່​ຕົງ. ມັນ​ເກີດ​ມີ​ຜົນ​ເໝືອນ​ກັບ​ເລຍ​ໂຮ​ນາ​ທີ່​ໄດ້​ໃຫ້​ແກ່​ລີ​ໄຮ. ຖ້າ​ຫາກ​ພວກ​ເຮົາ​ຈະ​ໃຊ້​ສັດທາ ແລະ ພາກ​ພຽນ​ໃນ​ການ​ເຊື່ອ​ຟັງ​ພຣະ​ບັນຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ຕອນ​ທີ່​ປະສົບ​ການ​ເລືອກ​ທຸກ​ມື້ ພວກ​ເຮົາ​ຈະ​ພົບ​ທິດ​ທາງ​ທີ່​ຖືກຕ້ອງ​ໄດ້​ງ່າຍ.

ອັກ​ຄະ​ສາວົກ​ໂປໂລ​ສອນ​ພວກ​ເຮົາ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຫວ່ານ​ໃນ​ທາງ​ພຣະ​ວິນ​ຍານ ແລະ ບໍ່​ຫວ່ານ​ຕາມ​ທາງ​ເນື້ອ​ໜັງ. ເພິ່ນ​ກ່າວ​ວ່າ:

“ຢ່າ​ຫລອກ​ລວງ​ຕົນ​ເອງ; ບໍ່​ມີ​ໃຜ​ດອກ​ຫລອກ​ລວງ​ພຣະ​ເຈົ້າ​ໄດ້. ມະນຸດ​ຈະ​ເກັບ​ກ່ຽວ​ສິ່ງ​ທີ່​ຕົນ​ຫວ່ານ​ລົງ.

“ຖ້າ​ລາວ​ຫວ່ານ​ສິ່ງ​ທີ່​ພໍໃຈ​ຕັນຫາ​ຂອງ​ຕົນ ຕັນຫາ​ຂອງ​ລາວ​ກໍ​ຈະ​ໃຫ້​ລາວ​ເກັບ​ກ່ຽວ​ຜົນ​ແຫ່ງ​ຄວາມ​ຕາຍ: ແຕ່​ຖ້າ​ລາວ​ຫວ່ານ​ສິ່ງ​ທີ່​ພໍ​ໃຈ​ພຣະ​ວິນ​ຍານ ພຣະ​ວິນ​ຍານ​ກໍ​ຈະ​ໃຫ້​ລາວ​ເກັບ​ກ່ຽວ​ຜົນ​ແຫ່ງ​ຊີວິດ​ອັນ ຕະຫລອດ​ໄປ​ເປັນນິດ.

“ສະນັ້ນ​ຢ່າ​ໃຫ້​ພວກ​ເຮົາ​ເມື່ອຍ​ລ້າ​ໃນ​ການ​ເຮັດ​ດີ; ເພາະ​ຖ້າ​ພວກ​ເຮົາ​ບໍ່​ຫລົດ​ລະ​ໃນ​ການ​ເຮັດ​ດີ ພວກ​ເຮົາ​ກໍ​ຈະ​ເກັບ​ກ່ຽວ​ຜົນ​ດີ​ຕາມ​ເວລາ​ອັນ​ສົມຄວນ” (ຄາ​ລາ​ເຕຍ 6:7–9).

ການ​ຫວ່ານ​ຕາມ​ທາງ​ພຣະ​ວິນ​ຍານ​ໝາຍ​ຄວາມ​ວ່າ ຄວາມ​ຄິດ, ຄຳ​ເວົ້າ, ແລະ ການ​ກະທຳ​ທັງ​ໝົດ​ຂອງ ພວກ​ເຮົາ​ຕ້ອງ​ຊ່ອຍ​ຍົກ​ພວກ​ເຮົາ​ໄປ​ສູ່​ລະດັບ​ຄວາມ​ສັກສິດ​ຂອງ​ພຣະ​ບິ​ດາ​ພຣະ​ມານ​ດາ​ເທິງ​ສະຫວັນ​ຂອງ ພວກ​ເຮົາ. ແຕ່​ປຶ້ມ​ພຣະ​ຄຳ​ພີ​ບົ່ງ​ບອກ​ວ່າ ທາງ​ເນື້ອ​ໜັງ​ເປັນ​ລັກສະນະ​ຂອງ​ມະນຸດ​ທຳ​ມະ​ຊາດ ຊຶ່ງ​ຍອມ ໃຫ້​ຄົນ​ຖືກ​ຊັກ​ຈຸ​ງ​ໂດຍ​ຕັນຫາ​ຄວາມ​ປາຖະໜາ, ຄວາມ​ຢາກ, ແລະ ຄວາມ​ປັດໃຈ​ຂອງ​ເນື້ອ​ໜັງ​ແທນ ທີ່​ຫາ​ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍລິສຸດ. ຖ້າ​ພວກ​ເຮົາ​ບໍ່​ລະມັດລະວັງ ເຫດຜົນ​ດັ່ງກ່າວ​ພ້ອມ​ດ້ວຍ​ການ ກົດ​ຂີ່​ແຫ່ງ​ຄວາມ​ຊົ່ວ​ຮ້າຍ​ໃນ​ໂລກ​ອາດ​ນຳ​ພວກ​ເຮົາ​ລົງ​ໄປ​ເຮັດ​ສິ່ງ​ທີ່​ຕ່ຳ​ຊ້າ ແລະ ບໍ່​ໄຕ່ຕອງ ຊຶ່ງ​ອາດ​ເກີດ ເປັນ​ສ່ວນ​ຂອງ​ຄຸນ​ລັກສະນະ​ຂອງ​ພວກ​ເຮົາ. ເພື່ອ​ຫລີກເວັ້ນ​ຈາກ​ອິດ​ທິ​ພົນ​ບໍ່​ດີ​ດັ່ງກ່າວ ພວກ​ເຮົາ​ຕ້ອງ​ເຮັດ ຕາມ​ຄຳ​ແນະນຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນ​ສາດສະດາ​ໂຈ​ເຊ​ັບ ສະ​ມິດ ກ່ຽວ​ກັບ​ການ​ຫວ່ານ​ຕາມ​ທາງ ພຣະ​ວິນ​ຍານ​ຕະຫລອດ: ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ວ່າ ພວກ​ເຮົາ​ບໍ່​ຄວນ​ເບື່ອ​ໃນ​ການ​ເຮັດ​ດີ ເພາະ​ພວກ​ເຮົາ ກຳລັງ​ວາງ​ຮາກ​ຖານ​ຂອງ​ວຽກ​ງານ​ອັນ​ສຳຄັນ​ຍິ່ງ. ແລະ ຈາກ​ສິ່ງ​ນ້ອຍໆ ບັງເກີດ​ເປັນ​ສິ່ງ​ທີ່​ຍິ່ງ​ໃຫຍ່ (​ເບິ່ງ D&C 64:33).

ເພື່ອ​ປັບປຸງ​ຈິດ​ວິນ​ຍານ, ພວກ​ເຮົາ​ຕ້ອງການ​ໃຫ້ “ໃຈ​ອັນ​ຂົມຂື່ນ​ໃຈ​ໂມໂຫ​ໂທໂສ, ແລະ ໃຈ​ໂກດ​ຮ້າຍ​ນັ້ນ ຢູ່​ໄກ​ຈາກ [ພວກ​ເຮົາ]. ການ​ອຶກ​ກະ​ທຶກ​ຜິດ​ຖຽງ​ກັນ ແລະ ການ​ກ່າວ​ສຽດ​ສີ​ກັນ​ກໍ​ຢ່າ​ໃຫ້​ມີ” (​ເອ​ເຟ​ໂຊ 4:31) ແລະ ໃຫ້​ເຮົາ​ຮອບ​ຄອບ​ໃນ​ວັນ​ແຫ່ງ​ການ​ທົດ​ລອງ​ຂອງ​ເຮົາ ແລະ ຈົ່ງ​ເອົາ​ຕົວ​ຂອງ​ເຮົາ​ອອກ​ຈາກ ຄວາມ​ບໍ່​ສະອາດ​ທັງ​ໝົດ (​ເບິ່ງ Mormon 9:28).

ຂະນະ​ທີ່​ພວກ​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ, ພວກ​ເຮົາ​ກໍ​ຮຽນ​ວ່າ ຄຳ​ສັນຍາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ແກ່​ພວກ​ເຮົາ ກໍ​ຂຶ້ນ​ຢູ່​ຕາມ​ການ​ເຊື່ອ​ຟັງ​ຂອງ​ພວກ​ເຮົາ ແລະ ນຳ​ພວກ​ເຮົາ​ທີ່​ດຳລົງ​ຊີວິດ​ໂດຍ​ຄວາມ​ຊອບ​ທຳ. ຄຳ​ສັນຍາ​ດັ່ງກ່າວ​ນັ້ນ​ຍອມ​ບຳລຸງ​ລ້ຽງ​ຈິດ​ວິນ​ຍານ​ພວກ​ເຮົາ ຊົງ​ນຳ​ຄວາມ​ຫວັງ​ໂດຍ​ທາງ​ການ​ຊຸກຍູ້ ພວກ​ເຮົາ​ໃຫ້​ບໍ່​ທໍ້ຖອຍ​ໃຈ​ເລີຍ ເຖິງ​ແມ່ນ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ປະຈຳ​ວັນ​ທີ່ຢູ່​ໃນ​ໂລກ​ທີ່​ກຳລັງ​ສູນ​ເສຍ ສິນ​ທຳ​ຊຶ່ງ​ການ​ສູນ​ເສຍ ບໍ່​ນຳ​ຄົນ​ໃຫ້​ເຮັດ​ຕາມ​ເນື້ອ​ໜັງ​ຫລາຍ​ກວ່າ​ອີກ. ແຕ່​ແລ້ວ ພວກ​ເຮົາ​ຈະ​ເຮັດ​ຈັ່ງ​ໃດ ເພື່ອ​ໃຫ້​ແນ່​ໃຈ​ກ່ຽວ​ກັບ​ການ​ເລືອກ​ຂອງ​ພວກ​ເຮົາ ເພື່ອ​ຈະ​ໄດ້​ເຮັດ​ຕາມ​ພຣະ​ວິນ​ຍານ ແລະ ບໍ່​ເຮັດ​ຕາມ​ທາງ​ເນື້ອ​ໜັງ

ປະທານ​ຈອດ ອາ​ເບີດ ສະ​ມິດ ໄດ້​ກ່າວ​ຄຳ​ແນະນຳ​ຈາກ​ພໍ່​ຕູ້​ຂອງ​ເພິ່ນ​ວ່າ “ກໍ​ມີ​ຂອບ​ເຂດ​ທີ່​ຈຳກັດ​ຢ່າງ ແຈ່ມ​ແຈ້ງ​ລະຫວ່າງ​ເຂດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຂດ​ຂອງ​ມານ. ຖ້າ​ຫາກ​ທ່ານ​ຈະ​ຢູ່​ໃນ​ເຂດ ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທ່ານ​ຍ່ອມ​ຢູ່​ໃຕ້​ອິດ​ທິ​ພົນ​ຂອງ​ພຣະ​ອົງ ແລະ ຈະ​ບໍ່​ປາຖະໜາ​ທີ່​ຈະ​ເຮັດ​ຜິດ​ເລີຍ; ແຕ່​ຖ້າ​ຫາກ​ທ່ານ​ຂ້າມ​ເຂົ້າ​ໃນ​ເຂດ​ຂອງ​ມານ ແມ່ນ​ແຕ່​ຄືບ​ດຽວ ທ່ານ​ກໍ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ຜູ້​ຫລອກ​ລວງ ແລະ ຖ້າ​ຫາກ​ມານ​ໄດ້ຜົນ​ແລ້ວ ທ່ານ​ຈະ​ຄິດ ຫລື ພິຈາລະນາ​ບໍ່​ໄດ້​ດີ ເພາະ​ທ່ານ​ຈະ​ສູນ​ເສຍ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (Teachings of Presidents of the Church: George Albert Smith [2011], 191).

ດັ່ງນັ້ນ ຄຳ​ຖາມ​ທີ່​ພວກ​ເຮົາ​ຕ້ອງ​ຖາມ​ທຸກ​ມື້​ກໍ​ຄື “ສິ່ງ​ທີ່​ຂ້ອຍ​ເຮັດ ມັນ​ຊິ​ໃຫ້​ຂ້ອຍ​ຢູ່​ໃນ​ເຂດ​ຂອງ​ພຣະ ຜູ້​ເປັນ​ເຈົ້າ ຫລື ຢູ່​ໃນ​ເຂດ​ຂອງ​ສັດຕູ?”

ສາດສະດາ​ມໍ​ມອນ​ໄດ້​ເຕືອນ​ຜູ້​ຄົນ​ຂອງ​ເພິ່ນ​ວ່າ ມັນ​ສຳຄັນ​ທີ່​ເຮົາ​ມີ​ຄວາມ​ສາມາດ​ທີ່​ຈະ​ຮູ້ຈັກ ຄວາມ​ດີ​ຈາກ​ຄວາມ​ຊົ່ວ​ຮ້າຍ:

“ດັ່ງນັ້ນ ສິ່ງ​ທີ່​ດີ​ທັງ​ໝົດ​ມາ​ຈາກ​ພຣະ​ເຈົ້າ ແລະ ສິ່ງ​ທີ່​ຊົ່ວ​ມາ​ຈາກ​ມານ ເພາະ​ມານ​ເປັນ​ສັດຕູ​ກັບ​ພຣະ​ເຈົ້າ ແລະ ຕໍ່ສູ້​ກັບ​ພຣະ​ອົງ​ຕະຫລອດ​ເວລາ ແລະ ເຊື້ອ​ເຊີນ ແລະ ຊັກ​ຈູງ​ໃຫ້​ກະທຳ​ບາບ ແລະ ໃຫ້​ກະທຳ ສິ່ງ​ທີ່​ຊົ່ວ​ຢູ່​ຕະຫລອດ​ເວລາ.

“ແຕ່​ຈົ່ງ​ເບິ່ງ ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ​ເຊື້ອ​ເຊີນ ແລະ ຊັກ​ຈູງ​ໃຫ້​ເຮັດ​ດີ​ຢູ່​ຕະຫລອດ​ເວລາ” (​​​ໂມ​ໂຣ​ໄນ 7:12–13).

ຄວາມ​ສະຫວ່າງ​ຂອງ​ພຣະຄຣິດ​ພ້ອມ​ດ້ວຍ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ​ຕ້ອງ​ຊ່ອຍ ພວກ​ເຮົາ​ຕັດສິນ​ໃຈ​ວ່າ ວິທີ​ການ​ດຳລົງ​ຊີວິດ​ຂອງ​ພວກ​ເຮົາ​ນຳ​ໃຫ້​ຢູ່​ໃນ​ເຂດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫລື​ບໍ່. ຖ້າ​ພວກ​ເຮົາ​ມີ​ທ່າ​ທາງ​ທີ່​ດີ ມັນ​ຈຶ່ງ​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ເຈົ້າ ເພາະ​ສິ່ງ​ທີ່​ດີ​ທັງ​ໝົດ​ມາ​ຈາກ​ພຣະ​ເຈົ້າ. ແຕ່​ຖ້າ​ຫາກ​ທ່າ​ທາງ​ພວກ​ເຮົາ​ບໍ່​ດີ ພວກ​ເຮົາ​ກຳລັງ​ຖືກ​ຊັກ​ຈູງ ໂດຍ​ສັດຕູ​ນັ້ນ ເພາະ​ມານ​ຊັກ​ຈູງ​ຄົນ ທີ່​ເຮັດ​ຄວາມ​ຊົ່ວ​ຮ້າຍ.

ຂ້າພະເຈົ້າ​ປະ​ທັບ​ໃຈ​ກັບ​ຊາວ​ອາ​ຟຣິ​ກາ ເພາະ​ເຂົາເຈົ້າ​ມີ​ຄວາມ​ຕັ້ງໃຈ ແລະ ມີ​ຄວາມ​ພາກ​ພຽນ​ທີ່​ຈະ​ຢູ່​ໃນ ເຂດ​ພຣະ​ຜູ້​ເປັນ​ເຈົ້າ. ເຖິງ​ແມ່ນ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ. ຄົນ​ທີ່​ຍອມຮັບ​ການ​ເຊື້ອ​ເຊີນ​ທີ່​ມາ​ຫາ ພຣະຄຣິດ​ຈະ​ກາຍ​ເປັນຄວາມ​ສະຫວ່າງ​ຕໍ່​ໂລກ. ສອງ​ສາມ​ອາທິດ​ກ່ອນ ຕອນ​ທີ່​ໄປ​ຢ້ຽມ​ຫວອດ​ບ່ອນ​ໜຶ່ງ ໃນ​ປະເທດ​ອາ​ຟຣິ​ກາ​ໃຕ້, ຂ້າພະເຈົ້າ​ມີ​ໂອກາດ​ໄປ​ນຳ​ປະໂລຫິດ​ສອງ​ຄົນ ພ້ອມ​ກັບ​ອະທິການ ແລະ ປະທານ​ສະ​ເຕກ ໄປ​ຫາ​ຊາຍ​ໜຸ່ມ​ໃນ​ກຸ່ມ​ທີ່​ບໍ່​ໄປ​ໂບດ​ປະຈຳ. ຂ້າພະເຈົ້າ​ປະ​ທັບ​ໃຈ​ຫລາຍ​ກັບ​ຄວາມ ກ້າຫານ ແລະ ຄວາມ​ຖ່ອມຕົວ​ຂອງ​ປະໂລຫິດ​ສອງ​ຄົນ​ດັ່ງກ່າວ ທີ່​ເຊີນ​ຊາຍ​ຜູ້​ບໍ່​ໄປ​ປະຈຳ​ໃຫ້​ກັບ​ໄປ​ໂບດ. ຂະນະ​ທີ່​ລົມ​ກັບ​ຜູ້​ທີ່​ບໍ່​ໄປ​ປະຈຳ ຂ້າພະເຈົ້າ​ສັງເກດ​ເບິ່ງ​ລັກສະນະ​ທີ່​ສະແດງ​ອອກ​ມີ​ຄວາມ​ສະຫວ່າງ ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ໄດ້​ໃຫ້​ທຸກ​ຄົນ​ທີ່ຢູ່​ໃກ້​ເຕັມ​ໄປ​ດ້ວຍ​ຄວາມ​ສະຫວ່າງ​ຄື​ກັນ. ຄົນ​ນີ້​ໄດ້​ເຮັດໜ້າທີ່ ທີ່​ຊ່ອຍ​ເຫລືອ​ຄົນ​ທີ່​ອ່ອນແອ, ຍົກ​ມື​ທີ່​ອ່ອນ​ແຮງ, ແລະ ໃຫ້​ກຳລັງ​ເຂົ່າ​ທີ່​ອ່ອນ​ລ້າ (​ເບິ່ງ D&C 81:5). ທ່າ​ທີ​ຂອງ​ປະ​ໂລຫິດ​ສອງ​ຄົນ​ນັ້ນ​ໄດ້​​ເຮັດ​ໃຫ້​ເຂົາ​ເຈົ້າຢູ່​ໃນ​ເຂດ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ແລະ ​ເຂົາ​ເຈົ້າ​ໄດ້​ເປັນ​ເຄື່ອງມື​ໃນ​ພຣະຫັດ​ຂອງ​ພຣະອົງ ​ເມື່ອ​ເຂົາ​ເຈົ້າ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ເຮັດ​ເຊັ່ນ​ດຽວ​ກັນ.

ໃນ​ພຣະ​ຄຳ​ພີ Doctrine and Covenants 20:37, ພຣະ​ຜູ້​ເປັນ​ເຈົ້າ​ສອນ​ພວກ​ເຮົາ​ເຖິງ​ຄວາມ​ໝາຍ ຂອງ​ການ​ຫວ່ານ​ຕາມ​ທາງ​ພຣະ​ວິນ​ຍານ ແລະ ສິ່ງ​ທີ່​ໃຫ້​ພວກ​ເຮົາ​ຢູ່​ໃນ​ເຂດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ຕໍ່​ໄປ​ນີ້: ຖ່ອມຕົວ​ຕໍ່​ພຣະ​ເຈົ້າ​ເປັນ​ພະຍານ​ທີ່​ໄດ້​ມາ​ໂດຍ​ຫົວໃຈ​ຕ່ຳ​ຕ້ອຍ ແລະ ວິນ​ຍານ​ທີ່​ສຳນຶກ​ຜິດ ເປັນ​ພະຍານ​ໃຫ້​ສາດສະໜາ​ຈັກ​ທີ່​ພວກ​ເຮົາ​ໄດ້​ກັບ​ໃຈ​ຈາກ​ບາບ​ທັງ​ໝົດ​ຮັບ​ເອົາ​ພຣະ​ນາມ​ຂອງ ພຣະເຢ​ຊູ​ຄຣິດ ຕັ້ງໃຈ​ທີ່​ຮັບ​ໃຊ້​ພຣະ​ອົງ​ຈົນ​ເຖິງ​ທີ່​ສຸດ ສະແດງ​ໂດຍ​ທາງ​ການ​ກະທຳ​ທີ່​ພວກ​ເຮົາ​ໄດ້​ຮັບ​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະຄຣິດ, ແລະ ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ສາດສະໜາ​ຈັກ​ຂອງ​ພຣະ​ອົງ. ຄວາມ​ເຕັມ​ໃຈ ຂອງ​ພວກ​ເຮົາ​ທີ່​ເຮັດ​ສິ່ງ​ດັ່ງກ່າວ​ນີ້​ຍ່ອມ​ຕຽມ​ພວກ​ເຮົາ ເພື່ອ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໃນ​ຖານະ​ເປັນ​ຄົນ ສູງ​ສົ່ງ. ການ​ຈື່​ຈຳ​ພັນທະ​ສັນຍາ​ເຫລົ່າ​ນີ້​ຕ້ອງ​ນຳພາ​ການ​ກະທຳ​ຂອງ​ພວກ​ເຮົາ​ໃນ​ທາງ​ດ້ານ​ຄອບຄົວ, ດ້ານ​ສັງຄົມ, ແລະ ໂດຍ​ສະເພາະ​ຄວາມ​ສຳພັນ​ກັບ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ.

ພຣະເຢ​ຊູ​ຄຣິດ​ຈັດ​ຕັ້ງ​ແບບຢ່າງ​ອັນ​ສົມບູນ ຊຶ່ງ​ພວກ​ເຮົາ​ໄດ້​ເຮັດ​ຕາມ​ເພື່ອ​ຈະ​ໄດ້​ມີ​ທ່າ​ທາງ​ທີ່​ສາມາດ​ເຮັດ ຕາມ​ພັນທະ​ສັນຍາ​ອັນ​ສັກສິດ​ດັ່ງກ່າວ​ນີ້. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ປະ​ຖິ້ມ​ອິດ​ທິ​ພົນ​ອັນ​ໃດ​ທີ່​ອາດ​ຊັກ​ຈູງ ພຣະ​ອົງ​ໄປ​ຈາກ​ພາລະກິດ​ອັນ​ສັກສິດ​ຂອງ​ພຣະ​ອົງ ໂດຍ​ສະເພາະ​ຕອນ​ທີ່​ສັດຕູ ຫລື ຜູ້​ຕິດຕາມ​ສັດຕູ​ເຄີຍ ລໍ້​ລວງ​ພຣະ​ອົງ​ໃນ​ໂລກ​ນີ້. ເຖິງ​ແມ່ນ​ພຣະ​ອົງ​ບໍ່​ເຄີຍ​ເຮັດ​ບາບ​ຈັກ​ເທື່ອ, ແຕ່​ພຣະ​ອົງ​ຍັງ​ມີໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳນຶກ​ຜິດ, ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ພຣະ​ບິດາ​ເທິງ​ສະຫວັນ ແລະ ມະນຸດ​ທັງ​ປວງ. ພຣະ​ອົງ​ຖ່ອມຕົວ​ຕໍ່​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ພວກ​ເຮົາ, ປະຕິ​ເສດ​ພຣະ​ປະສົງ​ຂອງ​ພຣະ​ອົງ​ເອງ​ເພື່ອ ບັນລຸ​ສິ່ງ​ທີ່​ພຣະ​ບິດາ​ຂໍ​ຈາກ​ພຣະ​ອົງ​ຈົນ​ເຖິງ​ທີ່​ສຸດ. ເຖິງ​ແມ່ນ​ໃນ​ເວລາ​ທີ່​ຮັບ​ທຸກທໍລະມານ​ທາງ​ກາຍ ແລະ ວິນ​ຍານ​ຢູ່​ນັ້ນ ຊຶ່ງ​ພຣະ​ອົງ​ຮັບ​ເອົາ​ບາບ​ຂອງ​ມະນຸດ​ທັງ​ໝົດ ແລະ ໂລຫິດ​ໄດ້​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ, ພຣະ​ອົງ​ຍັງ​ບອກ​ພຣະ​ບິດາ​ວ່າ “ແຕ່​ຢ່າງໃດ​ກໍ​ດີ ຂໍ​ໃຫ້​ເປັນ​ໄປ​ຕາມ​ພຣະ​ອົງ​ຕ້ອງການ ແຕ່​ບໍ່​ແມ່ນ​ຕາມ ລູກ​ຕ້ອງການ” (ມາ​ຣະ​ໂກ 14:36).

ຄຳ​ວິ​ງ​ວອນ​ຂ້າພະເຈົ້າ, ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂະນະ​ທີ່​ຄິດ​ເຖິງ​ພັນທະ​ສັນຍາ​ຂອງ​ພວກ​ເຮົາ​ແມ່ນ​ຂໍ​ໃຫ້​ພວກ​ເຮົາ​ຮັກສາ​ຕົວ​ເອງ​ໃຫ້​ເຂັ້ມແຂງ​ຕໍ່ຕ້ານ​ລູກ​ສອນ​ໄຟ​ຂອງ​ຜູ້​ປໍ​ລະ​ປັກ (​ເບິ່ງ 1 Nephi 15:24), ຕິດຕາມ​ຕົວຢ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເພື່ອ​ພວກ​ເຮົາ​ຈະ​ຫວ່ານ​ຕາມ​ທາງ​ພຣະ​ວິນ​ຍານ ແລະ ຢູ່​ໃນ ເຂດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂໍ​ໃຫ້​ພວກ​ເຮົາ​ຈື່​ຈຳ​ວິທີ​ການ​ຂອງ​ປະທານ​ມອນ​ສັນ ທີ່​ວ່າ: “ເມື່ອ​ທ່ານ​ຜິດ ທ່ານ​ຈະ​ຖືກຕ້ອງ​ບໍ່​ໄດ້; ເມື່ອ​ທ່ານ​ຖືກຕ້ອງ​ທ່ານ​ຈະ​ຜິດ​ບໍ່​ໄດ້​ຄື​ກັນ.” ຂ້າພະເຈົ້າ​ຂໍ​ກ່າວ​ສິ່ງ​ນີ້​ໃນ​ພຣະ​ນາມ ພຣະເຢ​ຊູ​ຄຣິດ, ອາ​ແມນ.