​2010–2019
ມະ​ໂນ​ພາບ​ຂອງ​ສາດສະດາ​ກ່ຽວ​ກັບ​ສະມາຄົມ​ສະຕີ​ສົງ​ເຄາະ: ສັດທາ, ຄອບຄົວ, ສົງ​ເຄາະ
ເມສາ 2012


ມະ​ໂນ​ພາບ​ຂອງ​ສາດສະດາ​ກ່ຽວ​ກັບ​ສະມາຄົມ​ສະຕີ​ສົງ​ເຄາະ: ສັດທາ, ຄອບຄົວ, ສົງ​ເຄາະ

ສັດທາ, ຄອບຄົວ, ແລະ ສົງເຄາະ—ສາມ​ຄຳ​ທີ່​​ແຈ່ມ​ແຈ້ງ​ນີ້ ​ໄດ້​ສະ​ແດງ​ອອກ​ເຖິງ​ມະ​ໂນ​ພາບ​ຂອງ​ສາດສະດາ​ສຳລັບ​ເອື້ອຍ​ນ້ອງ​ໃນ​ສາດສະໜາ​ຈັກ.

​ໃນ​ຊ່ວງ​ລະຍະສອງ​ສາມປີ​ຜ່ານ​ມານີ້ ຂ້າພະ​ເຈົ້າ​ໄດ້​ຖືກ​ກະ​ຕຸ້ນ​ໃຫ້​ກ່າວ​ເລື້ອຍໆ​ກ່ຽວ​ກັບ​ສະມາຄົມ​ສະຕີ​ສົງ​ເຄາະ—​ເຖິງ​ຈຸດປະສົງ ​ແລະ ຄຸນ​ນະພາ​ບຂອງ​ສະມາຄົມ,1 ຄຸນຄ່າ​ຂອງ​ປະຫວັດສາດ​ຂອງ​ມັນ,2 ​ເຖິງວຽກ​ງານ ​ແລະ ການ​ເປັນ​ຫຸ້ນ​ສ່ວນ​ກັບ​ອະທິການ ​ແລະ ກຸ່ມ​ໂຄ​ຣຳຖານະ​ປະ​ໂຫລິດ​ແຫ່ງ​ເມນ​ຄີ​ເສ​ເດັກ.3 ​ເບິ່ງ​ຄື​ວ່າ​ມັນ​ສຳຄັນ​ຫລາຍ​​ໃນ​ຕອນ​ນີ້​ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່​ມະ​ໂນ​ພາບ​ຂອງ​ສາດສະດາ​ກ່ຽວ​ກັບ​ສະມາຄົມ​ສະຕີ​ສົງ​ເຄາະ.4

ດັ່ງ​ທີ່​ສາດສະດາ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ສືບ​ຕໍ່​ສອນ​ແອວ​ເດີ ​ແລະ ມະຫາ​ປະ​ໂລຫິດ​ໃຫ້​ຮູ້​ເຖິງ​ຈຸດປະສົງ ​ແລະ ໜ້າ​ທີ່​ຂອງ​ເຂົາ​ເຈົ້າ, ​ສາດສະດາ​ກໍໄດ້​ແບ່ງປັນ​ໂມ​ໂນ​ພາບ​ຂອງ​ພວກ​ເພິ່ນ​ສຳລັບ​​ເອື້ອຍ​ນ້ອງຂອງ​ສະມາຄົມ​ສະຕີສົງ​ເຄາະນຳ​ອີກ. ຈາກ​ຄຳ​ແນະນຳ​ຂອງ​ພວກ​ເພິ່ນ, ​ເຮົາ​ເຫັນ​ແຈ່ມ​ແຈ້ງວ່າ ຈຸດປະສົງຂອງ ສະມາຄົມ​ສະຕີ​ສົງ​ເຄາະ​ຄື​ທີ່​ຈະ​ເພີ່ມ​ສັດທາ ​ແລະ ຄວາມ​ຊອບ​ທຳ​ສ່ວນ​ຕົວ, ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບຄົວ ​ແລະ ບ້ານ​ເຮືອນ, ​ແລະ ​ສະ​ແຫວ​ງຫາ ​ແລະ ຊ່ອຍ​ເຫລືອ​ຄົນ​ທີ່​ຂັດ​ສົນ. ສັດທາ, ຄອບຄົວ, ແລະ ສົງເຄາະ—ສາມ​ຄຳ​ທີ່​​ແຈ່ມ​ແຈ້ງ​ນີ້ ​ໄດ້​ສະ​ແດງ​ອອກ​ເຖິງ​ມະ​ໂນ​ພາບ​ຂອງ​ສາດສະດາ​ສຳລັບ​ເອື້ອຍ​ນ້ອງ​ໃນ​ສາດສະໜາ​ຈັກ.

ນັບ​ຕັ້ງ​ແຕ່​ຕອນ​ຕົ້ນຂອງ​ການຟື້ນ​ຟູ​​, ສາດສະດາ​ໄດ້​ກ່າວ​ເຖິງ​ຄວາມ​ຈຳ​ເປັນ​ສຳລັບ​ເອື້ອຍ​ນ້ອງ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ເຂົາ​ເຈົ້າ​ໄດ້​ແບ່ງປັນມະ​ໂນ​ພາບ​​ແຫ່ງ​ຄວາມ​ຊື່ສັດ, ຈຸດປະສົງ​ຂອງ​ສະຕີ, ຜູ້​ເຂົ້າ​ໃຈ​ຄຸນຄ່າ ​ແລະ ຈຸດປະສົງ​ນິລັນດອນ​ຂອງ​ເຂົາ​ເຈົ້າ. ​ເມື່ອ​ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ຈັດ​ຕັ້ງ​ສະມາຄົມ​ສະຕີ​ສົງ​ເຄາະ​ຂຶ້ນ, ​ເພິ່ນ​ໄດ້​ເລືອກ​ເອົາ​ປະທານ​ຄົນ​ທຳ​ອິດ​ໃຫ້ “ຄວບ​ຄຸມ​ສະມາຄົມ​ນີ້, ​ໃນ​ການ​ດູ​ແລ​ຄົນ​ຍາກຈົນ—ສະໜອງ​ຄວາມ​ຕ້ອງການ​ຂອງ​ເຂົາ​ເຈົ້າ, ​ແລະ ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ອື່ນໆ​ຂອງ​ອົງການ​ນີ້.5 ເພິ່ນ​​ໄດ້​ຫລິງ​ເຫັນ​ອົງການ​ນີ້ເປັນ “ສະມາຄົມ​ພິ​ເສດ, ​ແຕກ​ຕ່າງ​ຈາກ​ຄວາມ​ຊົ່ວ​ຮ້າຍ​ທັງ​ປວງ​ຂອງ​ໂລກ.”6

ທ່ານ​ບຣິກຳ ​ຢັງ, ປະທານ​ຄົນທີ​ສອງ​ຂອງ​ສາດສະໜາ​ຈັກ, ​ໄດ້​ແນະນຳ​ທີ່​ປຶກສາ​ຂອງ​ເພິ່ນ ​ແລະ ສະພາ​ອັກຄະ​ສາວົກ​ສິບ​ສອງ ​ໃຫ້​ຊີ້​ນຳ​ອະທິການ ​ເພື່ອ​ “ປ່ອຍ​ໃຫ້ [​ເອື້ອຍ​ນ້ອງ] ຈັດ​ຕັ້ງ​ສະມາຄົມ​ສະຕີ​ສົງ​ເຄາະ​ຂຶ້ນ​ໃນ​ຫວອດ​ຕ່າງໆ.” ​ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ, “ບາງ​ຄົນ​ອາດ​ຄິດ​ວ່າ ສິ່ງ​ນີ້​ເປັນ​ເລື່ອງ​ບໍ່​ສຳຄັນ, ​ແຕ່​ມັນ​ບໍ່​ໄດ້​ເປັນ​ເຊັ່ນ​ນັ້ນ.”7

ຕໍ່​ມາ, ປະທານ​ໂຈ​ເຊັບ ແອັຟ ສະ​ມິດ ​ໄດ້​ກ່າວ​ວ່າ ກົງກັນຂ້າມ​ກັບ​ອົງການ​ອື່ນໆ​ຢູ່​ໃນ​ໂລກ, ຊຶ່ງ “ກຸ່ມ​ຜູ້​ຊາຍ​ໄດ້​ຈັດ​ຕັ້ງ​ຂຶ້ນ, ຫລື ກຸ່ມ​ຜູ້ຍິງ​ໄດ້​ຈັດ​ຕັ້ງ​ຂຶ້ນ,” ສະມາຄົມ​ສະຕີ​ສົງ​ເຄາະ​ເປັນ​ອົງການ​ທີ່ “ຖືກຈັດ​ຕັ້ງ​ຂຶ້ນ, ​ຖືກອະນຸມັດ, ຖືກ​ສະຖາປະນາ​ຂຶ້ນ, ຖືກ​ແຕ່ງ​ຕັ້ງ​​ໂດຍ​ພຣະ​ເຈົ້າ.”8 ປະທານ​ໂຈ​ເຊັບ ຟຽວດິງ ສະ​ມິດ ​ໄດ້​ບອກ​ເອື້ອຍ​ນ້ອງ​ວ່າ ​ເຂົາ​ເຈົ້າ “​ໄດ້​ຮັບ​ອຳນາດ ​ແລະ ສິດ​ອຳນາດ​ຈາກ​ໃຫ້​ເຮັດ​ສິ່ງ​ທີ່​ດີ​ເລີດ​ຫລາຍ​ຢ່າງ.”9 ເພິ່ນ​ໄດ້​ກ່າວ​ວ່າ, “ພວກ​ທ່ານ​ເປັນ​ສະມາຊິກ​ຢູ່​ໃນ​ອົງການ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ໂລກ​ນີ້, ​ເປັນ​ອົງການ​ທີ​່​ເປັນ​ພາກສ່ວນ​ອັນ​ສຳຄັນຂອງ​ອານາຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນດິນ​ໂລກ ​ແລະ ​ໄດ້​ຖືກ​ອອກ​ແບບ ​ແລະ ​ໃຫ້​ດຳ​ເນີນ​ງານ​​ໃນ​ທາງ​ທີ່​ຈະ​ຊ່ອຍ​ເຫລືອສະມາຊິກ​ທີ່​ຊື່ສັດ​ໃຫ້​ໄດ້ຮັບ​ຊີວິດ​ນິລັນດອນ​ໃນ​ອານາຈັກ​ຂອງ​ພຣະບິດາ​ຂອງ​ເຮົາ.”10

ຂອບ​ເຂດ​ອັນ​ກວ້າງ​ໄກ​​ຂອງ​ອິດ​ທິພົນ

​ແຕ່ລະປີ, ​ເອື້ອຍ​ນ້ອງ​ຜູ້​ໃຫຍ່ ​ແລະ ຍິງ​ໜຸ່ມເປັນ​ຈຳນວນຫລາຍ​ຮ້ອຍ​ຫລາຍ​ພັນ​ຄົນ​ໄດ້​ກາຍ​ເປັນ​ພາກສ່ວນ​ໃນ​ “ວົງ​ລ້ອມ​ຂອງ​ເອື້ອຍ​ນ້ອງ” ອັນ​ກວ້າງ​ໄກ​ນີ້.11 ຫລັງ​ຈາກ​ນັ້ນ, ບໍ່​ວ່າ​ເອື້ອຍ​ນ້ອງ​ຈະ​ອາ​ໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ ​ແລະ ຮັບ​ໃຊ້​ຢູ່​​ໃສ​ກໍ​ຕາມ, ນາງ​ຈະ​​ເປັນ​ພາກສ່ວນ​ ​ແລະ ມີ​ການ​ພົວພັນ​​ໃນສະມາຄົມ​ສະຕີ​ສົງ​ເຄາະ.12 ​ເພາະ​ຈຸດປະສົງ​ທີ່​ສຳຄັນ​ຂອງ​ສະມາຄົມ, ຝ່າຍ​ປະທານ​ສູງ​ສຸດ​ຈຶ່ງ​ໄດ້ສະ​ແດງ​ຄວາມ​ປະສົງ​ຂອງ​ພວກ​ເພິ່ນ​​ໃຫ້​ກຸ່ມ​ຍິງ​ໜຸ່ມ​​ເລີ່​ມຕົ້ນຕຽມ​ຕົວ​ສຳລັບ​ສະມາຄົມ​ສະຕີ​ສົງ​ເຄາະ​ແຕ່​ດົນ​ນານ​ກ່ອນ​ຈະ​ເຖິງ​ອາຍຸ 18 ປີ.13

ສະມາຄົມ​ສະຕີ​ສົງ​ເຄາະ​ບໍ່​​ແມ່ນ​ໂຄງການ. ມັນ​ເປັນ​ພາກສ່ວນ​ທາງ​ການ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າທີ່ “​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ” ​ເພື່ອ​ສອນ, ​ເພີ່ມ​ຄວາມ​ເຂັ້ມ​ແຂງ, ​ແລະ ດົນ​ໃຈ​ເອື້ອຍ​ນ້ອງ​ໃນ​ຈຸດປະສົງ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ສັດທາ, ຄອບຄົວ, ​ແລະ ສົງ​ເຄາະ. ສະມາຄົມ​ສະຕີ​ສົງ​ເຄາະ ​ເປັນ​ວິທີ​ທາງ​ຂອງ​ຊີວິດ​ສຳລັບ​ສະຕີ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ແລະ ອິດ​ທິພົນຂອງ​ມັນ​ຂະຫຍາຍ​​ອອກ​ໄປ​ກວ້າງ​ກວ່າ​ຢູ່​ໃນ​ຫ້ອງ​ຮຽນ​ໃນ​ວັນ​ອາທິດ​ ຫລື ຕອນ​ສະມາຄົມ​ຊຸມນຸມ​ກັນ. ມັນ​ຕິດຕາມ​ແບບ​ແຜນ​ຂອງ​ສານຸສິດ​ຜູ້ຍິງ​ຜູ້​ໄດ້​ຮັບ​ໃຊ້​ຮ່ວມ​ກັບ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ​ແລະ ອັກຄະ​ສາວົກ​ຂອງ​ພຣະອົງໃນ​ສາດສະໜາ​ຈັກ​​ໃນ​ສະ​ໄໝ​ໂບຮານ.14 ເຮົາ​ໄດ້​ຖືກ​ສິດສອນ​ວ່າ ມັນ​ເປັນ​ສິ່ງ​ຈຳ​ເປັນ​ສຳລັບ​ສະຕີ​ທີ່​ຈະ​ເຮັດ​ໃຫ້​ຄຸນງາມຄວາມດີ​ເປັນ​ພາກສ່ວນ​ໃນ​ຊີວິດ​ຂອງ​ນາງ ຊຶ່ງສົ່ງ​ເສີມ​ໂດຍ​ສະມາຄົມ​ສະຕີ​ສົງ​ເຄາະ ດັ່ງ​ທີ່​ມັນ​ສຳຄັນ​ຕໍ່​ຜູ້​ຊາຍທີ່​ຈະ​ເຮັດ​ຕາມ​ແບບຢ່າງ​ຂອງ​ຄຸນສົມບັດ​ ຊຶ່ງສົ່ງ​ເສີມ​ໂດຍ​ຖານະ​ປະ​ໂລຫິດ.15

ຕອນ​ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ຈັດ​ຕັ້ງ​ສະມາຄົມ​ສະຕີ​ສົງ​ເຄາະ​ຂຶ້ນ, ​ເພິ່ນ​ໄດ້​ສອນ​ເອື້ອຍ​ນ້ອງ​ວ່າ ​ເຂົາ​ເຈົ້າ​ຕ້ອງ “​ສົງ​ເຄາະ​ແກ່​ຄົນ​ຍາກຈົນ” ​ແລະ “ຊ່ອຍ​ກູ້​ຈິດ​ວິນ​ຍານ.”16 ​ໃນ​ໜ້າ​ທີ່​ຂອງ​ເຂົາ​ທີ່​ຈະ “ກູ້​ຈິດ​ວິນ​ຍານ,” ​ເອື້ອຍ​ນ້ອງ​ໄດ້​ຖືກ​ອະນຸມັດ​ໃຫ້​ຈັດ​ຕັ້ງ ​ແລະ ມີ​ສ່ວນ​ຮ່ວມ​ໃນ​ຂອບ​ເຂດ​ອັນ​ກວ້າງ​ໄກ​ແຫ່ງ​ຄວາມ​ເປັນ​ອິດ​ທິພົນ​. ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ​ຄົນ​ທຳ​ອິດ​ໄດ້​ຖືກ​ແຕ່ງຕັ້ງ​ເພື່ອ​ໃຫ້​ອະທິບາຍ​ພຣະຄຳ​ພີ ​ແລະ ສະມາ​ຄົມ​ສະຕີ​ສົງ​ເຄາະ​ຍັງ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ສຳຄັນ​ນຳ​ອີກ​ໃນ​ສາດສະໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ເມື່ອ​ໂຈ​ເຊັບ ສະ​ມິດ ​ໄດ້​ບອກ​ເອື້ອຍ​ນ້ອງ​ວ່າ ອົງການ​ຂອງ​ສະມາຄົ​ມສະຕີ​ສົງ​ເຄາະ​ຈະ​ຕຽມ​ພ້ອມ​ສຳລັບ “ສິດທິ​ພິ​ເສດ, ພອນ ​ແລະ ຂອງ​ປະທານ​ຂອງ​ຖານະ​ປະ​ໂລຫິດ,”17 ວຽກ​ງານ​​ແຫ່ງຄວາມ​ລອດ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ເປີດ​​ໃຫ້ເຂົາ​ເຈົ້າ. ການ​ກູ້​ຈິດ​ວິນ​ຍານ​ແມ່ນ​ຮ່ວມ​ດ້ວຍ​ການ​ແບ່ງປັນ​ພຣະກິດ​ຕິ​ຄຸນ ​ແລະ ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ເຜີຍ​ແຜ່. ມັນ​ຮ່ວມ​ດ້ວຍ​ການຮ່ວມ​ເຮັດ​ວຽກ​ງານ​ໃນ​ພຣະວິຫານ ​ແລະ ການ​ສືບ​ປະຫວັດ​ຄອບຄົວ. ມັນ​ຮ່ວມ​ດ້ວຍ​ການ​ເຮັດ​ທຸກ​ສິ່ງ​ທີ່​ເປັນ​ໄປ​ໄດ້ ​ເພື່ອ​ຈະ​ກາຍ​ເປັນ​ຄົນ​ກຸ້ມ​ຕົນ​ເອງ​ທາງ​ວິນ​ຍານ ​ແລະ ທາງ​ໂລກ.

ແອວ​ເດີ​ຈອນ ເອ ວິ​ດ​ໂຊ ​ໄດ້​ປະກາດ​ວ່າ ສະມາຄົມ​ສະຕີ​ສົງ​ເຄາະໄດ້​ສະ​ເໜີ “ການ​ສົງ​ເຄາະ​ຈາກ​ຄວາມທຸກ​ຍາກ​ລຳບາກ, ການ​ສົງ​ເຄາະ​ຈາກ​ຄວາມ​ປ່ວຍ​ໂຊ; ການ​ສົງ​ເຄາະ​ຈາກ​ຄວາມ​ສົງ​ໄສ​, ການ​ສົງ​ເຄາະ​ຈາກຄວາມ​ບໍ່ມີ​ຄວາມ​ຮູ້—ການ​ສົງ​ເຄາະ​ຈາກ​ທຸກ​ສິ່ງ​ທີ່ກີດ​ກັນ​​ເຂົາ​ເຈົ້າ​ຈາກ​ການ​ມີ​ຄວາ​ມສຸກ ​ແລະ ຄວາມ​ກ້າວໜ້າ​ຂອງ​ສະຕີ. ຊ່າງ​ເປັນການ​ມອບ​ໝາຍ​ທີ່ດີ​ເດັ່ນ​ແທ້ໆ!”18

ປະທານ​ບອຍ ​ເຄ ເຄ ​ແພ໊ກ​ເກີ ​ໄດ້​ປຽບທຽບ​ສະມາຄົມ​ສະຕີ​ສົງ​ເຄາະ​​ໃສ່​ກັບ “ກຳ​ແພງ​ປົກປ້ອງ.”19 ໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ປົກປ້ອງ​ເອື້ອຍ​ນ້ອງ ​ແລະ ຄອບຄົວ​ຂອງ​ເຂົາ​ເຈົ້າ ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ໄວ ພາຍ​ໃຕ້​ການ​ດູ​ແລ​ ​ແລະ ການ​ປະຕິບັດ​ຂອງ​ຄູ​ຢ້ຽມ​ສອນ ​ແລະ ສະ​ແດງ​ອອກ​ໃນ​ຄວາມ​ເຕັມ​ໃຈ​ຂອງ​ເຮົາ​ທີ່​ຈະ​ລະນຶກ​ເຖິງ​ພັນທະ​ສັນຍາ​ຂອງ​ເຮົາ​ທີ່​ໄດ້​ເຮັດ​ກັບ​ພຣະຜູ້​ເປັນ​ເຈົ້າ. ​ໃນ​ຖານະ​ທີ່​ເປັນ​ຜູ້​ປະຕິ​ບັດ​ຕໍ່​ຄົນ​ຂັດ​ສົນ ​ແລະ ຕໍ່ຜູ້​ເປັນ​ທຸກ,” ​ເຮົາ​​ໄດ້​ປະສົມ​ກົມກຽວ​ກັບ​ອະທິການ​​ໃນ​ການ​ຊ່ອຍ​ເຫລືອ​​ໄພ່​ພົນ​ຂອງ​ພຣະ​ເຈົ້າທາງ​ໂລກ ​ແລະ ທາງ​ວິນ​ຍານ​.20

ປະທານ​ສະ​ເປັນ​ເຊີ ດັບ​ເບິ​ນຢູ ຄິມ​ໂບ ​ໄດ້​ກ່າວ​ວ່າ: “ມີ​​ເອື້ອຍ​ນ້ອງ​ຫລາຍ​ຄົນ​ຜູ້​ດຳລົງ​ຊີວິດ​ຢູ່​ໃນ​​ເສື້ອ​ຜ້າທີ່ຂາດ​ສ້ອຍ—ຂາດສ້ອຍ​ທາງ​ວິນ​ຍານ. ​ເຂົາ​ເຈົ້າ​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ອາພອນ​ທີ່​ສວຍ​ງາມ, ອາພອນ​ທາງ​ວິນ​ຍານ. … ມັນ​ເປັນ​ສິດທິ​ພິ​ເສດ​ຂອງ​ທ່ານ​ທີ່​ຈະ​​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເຂົາ​ເຈົ້າ ​ແລະ ມອບ​ອາພອນ​ໃຫ້​ເຂົາ​ເຈົ້າ​ນຸ່ງ​ແທນ​ເສື້ອ​ຜ້າ​ທີ່​ຂາດ​ສ້ອຍ​ນັ້ນ.”21 ປະທານ​ແຮ​ໂຣນ  ບີ ລີ ​ໄດ້​ແບ່ງປັນ​ມະ​ໂນ​ພາບ​ນີ້. ​ເພິ່ນ​ໄດ້​ກ່າວ​ວ່າ: “ທ່ານ​ບໍ່​ເຫັນ​ບໍ​ວ່າ ​ເປັນ​ຫຍັງ​ພຣະຜູ້​ເປັນ​ເຈົ້າ​ຈຶ່ງ​​ໃຫ້ … ສະມາຄົມ​ສະຕີ​ສົງ​ເຄາະ​ໄປ​ຢ້ຽມຢາມ​ບ້ານ​ເຮືອນ​ເຫລົ່າ​ນີ້? ​ເພາະນອກ​ເໜືອ​ໄປ​ຈາກພຣະອາຈານ​​ແລ້ວ, ບໍ່​ມີ​ສາດສະໜາ​ຈັກ​ອື່ນ​ໃດ​ອີກ​ທີ່​ສາມາດ​ມີ​ອິດ​ທິພົນ, ທີ່​ສາມາດ​ເຂົ້າ​ໃຈຫົວ​ໃຈ ​ແລະ ຊີວິດ​ຂອງ​ຜູ້​ຄົນ​ເຫລົ່າ​ນີ້.”22

ປະທານ​ໂຈ​ເຊັບ ແອັຟ ສະ​ມິດ ​ໄດ້​ເຕືອນ​​ເອື້ອຍ​ນ້ອງ​ໃນ​ສະມາຄົມ​ສະຕີ​ສົງ​ເຄາະ ​ແລະ ຜູ້ນຳ​ຂອງ​ເຂົາ​ເຈົ້າ, ​ໂດຍ​ການ​ກ່າວ​ວ່າ ​ເພິ່ນ​ບໍ່​ຢາກ​ “​ເຫັນ​ເວລາ​ຕອນ​ທີ່​ສະມາຄົມ​ສະຕີ​ສົງ​ເຄາະຈະ​ຕິດຕາມ, ຫລື ປະ​ປົນ ​ແລະ ຫລົງ​ເສັ້ນທາງ​ຂອງ​ຕົນ ​ໂດຍ​ການ​ໄປ​ປະ​ປົນ​ກັບ … ອົງການ​ທີ່​ກຸ່ມ​ຜູ້ຍິງ​ໄດ້​ຈັດ​ຕັ້ງ​ຂຶ້ນ.” ​ເພິ່ນ​ໄດ້​ຄາດ​ຫວັງ​ໃຫ້​ເອື້ອຍ​ນ້ອງ “ນຳພາ​ໂລກ ​ແລະ … ​ໂດຍ​ສະ​ເພາະ​ສະຕີ​ຂອງ​​ໂລກ, ​ໃນ​ທຸກ​ສິ່ງ​ທີ່​ໜ້າ​ສັນລະ​ເສີນ, ທຸກ​ສິ່ງ​ທີ່​ເປັນ​ແບບ​ພຣະ​ເຈົ້າ, ທຸກ​ສິ່ງ​ທີ່​ສົ່ງ​ເສີມ ​ແລະ ບໍລິສຸດ​ຕໍ່​ລູກຫລານ​ມະນຸດ.”23 ຄຳ​ແນະນຳ​ຂອງ​ເພິ່ນ​ໄດ້​ເນັ້ນ​ເຖິງ​ຄວາມ​ຈຳ​​ເປັນ​ທີ່​ຈະຈຳ​ແນ​ກຕົນ​ຈາກ​ປະ​ເພນີ​​ໃດໆ, ຄຳ​ຂວັນ, ຄວາມ​ນິຍົມ​ຊົ່ວຄາວ, ​​​ແລະ ແນວທາງ, ແລະ ການ​ປະຕິບັດທີ່​ບໍ່​ສອດຄ່ອງ​ກັບຈຸດປະສົງ​ຂອງ​ສະມາຄົມ.​

ຜູ້​ນຳ​ທີ່​ສະ​ແຫວ​ງຫາ​ການ​ເປີດ​ເຜີຍສາມາດເບິ່ງ​ວ່າການ​ປະຊຸມ, ບົດຮຽນ, ​ແລະ ກິດຈະກຳ, ​ແລະ ຄວາມ​ພະຍາຍາມ​ທຸກ​ເທື່ອ​ຂອງ​ສະມາຄົມ​ສະຕີ​ສົງ​ເຄາະ ບັນລຸ​ຈຸດປະສົງ​ຕາມ​ທີ່​ໄດ້​ຈັດ​ຕັ້ງ​ໄວ້. ຄວາມດີງາມ​ໃນ​ສັງຄົມ, ການ​ເປັນ​ເພື່ອນ, ​ແລະ ຄວາມ​ເປັນ​ໜຶ່ງ​ ທີ່​ເຮົາ​ປາຖະໜາຈະ​ເປັນ​ຜົນອັນ​ຍອດ​ຍ້ຽມຂອງການ​ຮັບ​ໃຊ້​ນຳ​ກັນ​ຮ່ວມ​ກັບ​ພຣະຜູ້​ເປັນ​ເຈົ້າ​ໃນ​ວຽກ​ງານ​ຂອງ​ພຣະອົງ.

ການ​ບັນລຸ​ມະ​ໂນ​ພາບ​ຂອງ​ສາດສະດາ

ບໍ່​ດົນ​ມາ​ນີ້ ປະທານ​ທອມ​ມັສ ​ແອັສ ມອນ​ສັນ ​ແລະ ທີ່​ປຶກສາ​ຂອງ​ເພິ່ນ ​ໄດ້​​ເປັນ​ພະຍານ​ວ່າ “ພຣະຜູ້​ເປັນ​ເຈົ້າ​ໄດ້​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ​ອັນ​ສົມບູນ​ຄືນ​ມາ​ໃໝ່ ຜ່ານ​ສາດສະດາ​​ໂຈ​ເຊັບ ສະ​ມິດ ​ແລະ​ວ່າ​ສະມາຄົມ​ສະຕີ​ສົງ​ເຄາະ​ເປັນ​ພາກສ່ວນ​ທີ່​ສຳຄັນ​ຂອງ​ການ​ຟື້ນ​ຟູ​ນັ້ນ.” ​ໂດຍ​ທີ່​ປະສົງ​ຢາກ​ຮັກສາ “ມູນ​ເຊື້ອ​ອັນ​ຮຸ່ງ​ເຫ​ລື້​ອມ” ຂອງ​ສະມາຄົມ​ສະຕີ​ສົງ​ເຄາະ​ໄວ້, ບໍ່​ດົນ​ມາ​ນີ້ ຝ່າຍ​ປະທານ​ສູງຈຶ່ງ​ໄດ້​ລະບຸ​ການຈັດ​ພິມ ​ແລະ ຈຳໜ່າຍ​ປຶ້ມ​​ເຫລັ້ມ​ໜຶ່ງ​ຊື່ວ່າ Daughters in My Kingdom: The History and Work of Relief Society. ຕະຫລອດ​ທົ່ວ​ໂລກ. ຢູ່​ໃນ​ປຶ້ມ​ເຫລັ້ມ​ນີ້, ​ເຮົາ​ສາມາດ​ພົບ​ເຫັນ​ແບບ​ແຜນ ​ແລະ ຕົວ​ຢ່າງ​ຂອງ​ເອື້ອຍອ້າຍ​ນ້ອງ​ເຮັດ​ວຽກ​ງານ​ເປັນ​ຫຸ້ນ​ສ່ວນ​ໃນ​ຄອບຄົວ ​ແລະ ​ໃນ​ສາດສະໜາ​ຈັກ, ​ແລະ ​ເຮົາ​ສາມາດ​ຮຽນ​ຮູ້ຫລັກ​ທຳ​ກ່ຽວ​ກັບ​ວ່າ​ເຮົາ​ເປັນ​ໃຜ, ​ເຮົາ​ເຊື່ອ​ຖື​ສິ່ງ​ໃດ, ​ແລະ ​ເຮົາ​ຄວນ​ປົກ​ປ້ອງ​ຢ່າງໃດ. ​ເຮົາ​ໄດ້​ຖືກ​ຊຸກຍູ້​ໂດຍ​ຝ່າຍ​ປະທານ​ສູງ​ສຸດ​ໃຫ້​ສຶກສາ​ປຶ້ມ​ທີ່​ສຳຄັນ​ນີ້ ​ແລະ “ປ່ອຍ​ໃຫ້​ຕົວຢ່າງ​​ເຖິງຄວາມ​ຈິງ​ທີ່​ບໍ່​ມີ​ຂອບ​ເຂດ ​ແລະ ການ​ດົນ​ໃຈ​ຂອງ​ມັນມີ​ອິດ​ທິພົນ​ໃນ​ຊີວິດ [ຂອງ​ເຮົາ].”24

​ເມື່ອ​ເອື້ອຍ​ນ້ອງ​ສອດຄ່ອງ​ກັບ​ຈຸດປະສົງ​ຂອງ​ສະມາຄົມ​ສະຕີ​ສົງ​ເຄາະ, ​ແລ້ວມະ​ໂນ​ພາບ​ຂອງ​ສາດສະດາ​ຈະບັນລຸ​ຄວາມ​ສຳ​ເລັດ​ໄດ້. ປະທານ​ຄິມ​ໂບ​ໄດ້​ກ່າວ​ວ່າ, “ມັນ​ມີ​ອຳນາດ​ຢູ່​ໃນ​ອົງການ​ນີ້ [ຂອງ​ສະມາຄົມ​ສະຕີ​ສົງ​ເຄາະ] ຊຶ່ງ​ຍັງ​ບໍ່​ໄດ້​ນຳ​ໃຊ້​ເທື່ອ ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​​ແຂງ​ໃຫ້​ແກ່​ບ້ານ​ເຮືອນ​ຂອງ​ສີ​ໂອນ ​ແລະ ສ້າງສາ​ອານາຈັກ​ຂອງ​ພຣະ​ເຈົ້າ—​ແລະ ມັນ​ຈະ​ບໍ່​ເປັນ​ເຊັ່ນ​ນັ້ນຈົນ​ກວ່າ​ເອື້ອຍ​ນ້ອງພ້ອມທັງ​ຖານະ​ປະ​ໂລຫິດ​ຈະ​​ເຫັນ​ມະ​ໂນ​ພາບ​ຂອງ​ສະມາຄົມ​ສະຕີ​ສົງ​ເຄາະ”.25 ເພິ່ນ​ໄດ້​ທຳນາຍ​ວ່າ “ຄວາມ​ເຕີບ​ໂຕ​ສ່ວນ​ຫລາຍ​ທີ່​​ເກີດ​ຂຶ້ນ​ໃນ​ສາດສະໜາ​ຈັກ​ໃນ​ຍຸກ​ສຸດ​ທ້າຍ ຈະ​ມາ​ເຖິງ​ເພາະ​ສະຕີ​ທີ່​ດີ​ທັງຫລາຍຂອງ​ໂລກ (ຊຶ່ງ​​ສ່ວນ​ຫລາຍເປັນ​ຜູ້​ທີ່​ຮູ້ສຶກ​ທາງ​ວິນ​ຍານ) ຈະ​ຖືກ​ດຶງ​ດູດ​ເຂົ້າ​ມາ​ຫາ​ສາດສະໜາ​ຈັກ​ເປັນ​ກຸ່ມ​ໃຫຍ່. ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ໃນ​ລະດັບ​ທີ່ສະຕີ​ຂອງ​ສາດສະໜາ​ຈັກ … ຈະ​ຖືກ​ພົບ​ເຫັນ​ວ່າ​​ແຕກ​ຕ່າງ​ບໍ່​ຄື​ໃຜ—​ໃນ​ທາງ​ທີ່​ດີ—ຈາກ​ສະຕີ​ຄົນ​ອື່ນ​ຢູ່​ໃນ​ໂລກ.”26

ຂ້າພະ​ເຈົ້າ​ມີ​ຄວາມ​ກະຕັນຍູ​ຕໍ່​ມະ​ໂນ​ພາບ​ຂອງ​ສາ​ດສະ​ດາ​ກ່ຽວ​ກັບ​ສະມາຄົມ​ສະຕີ​ສົງ​ເຄາະ. ຂ້າພະ​ເຈົ້າ, ​ເຊັ່ນ​ດຽວ​ກັບ​ປະທານ​ກໍ​ດອນ ບີ ຮິງ​ລີ, “​ແນ່​ໃຈ​ວ່າ ບໍ່​ມີ​ອົງການ​ອື່ນ​ໃດ​ທີ່​ສາມາດເທົ່າ​ທຽມ​ກັບ​ສະມາຄົມ​ສະຕີ​ສົງ​ເຄາະ​ຂອງ​ສາດສະໜາ​ຈັກ​ນີ້.”27 ມັນ​ເປັນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ເຮົາ​ທີ່​ຈະ​ລຽງ​ຕົວ​ໃຫ້​ຄຽງ​ຄູ່​ໄປ​ກັບ​ມະ​ໂນ​ພາບ​ຂອງ​ສາດສະດາກ່ຽວ​ກັບ​ສະມາຄົມ​ສະຕີ​ສົງ​ເຄາະ ​ເມື່ອ​ເຮົາ​ເພີ່ມ​ສັດທາ, ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບຄົວ, ​ແລະ ​ໃຫ້ການ​ສົງ​ເຄາະ.

ຂ້າພະ​ເຈົ້າ​ຂໍ​ປິດ​ທ້າຍ​ດ້ວຍ​ຖ້ອຍ​ຄຳ​ຂອງ​ປະທານ​ໂລ​ເຣັນ​​ໂຊ ສະ​ໂນ ທີ່​ວ່າ: “ອະນາຄົດ​ຂອງ​ສະມາຄົມ​ສະຕີ [ສົງ​ເຄາະ] ​ມີ​ຄຳ​ສັນຍາ​ຢ່າງ​ຫລວງຫລາຍ. ​ເມື່ອ​ສາດສະໜາ​ຈັກ​ນັບ​ມື້​ນັບ​​​ເຕີບ​ໂຕ​ຂຶ້ນ, ສະມາຄົມ​ສະຕີ​ສົງ​ເຄາະຈະ​​ເປັນ​ປະ​ໂຫຍ​ດຫລາຍ​ກວ່າ​ເກົ່າ, ​ແລະ ມັນ​ຈະ​ມີ​ປະສິດທິພາບ​ໃນ​ທາງ​ດີ ຫລາຍ​ກວ່າ​ທີ່​ຜ່ານ​ມາ.”28 ຕໍ່​ເອື້ອຍ​ນ້ອງ​ຜູ້​ຊ່ອຍ​ຂະຫຍາຍ​ອານາຈັກ​ຂອງ​ພຣະ​ເຈົ້າ, ​ເພິ່ນ​ໄດ້​ກ່າວ​ວ່າ, “​ດັ່ງ​ທີ່ທ່ານ​ໄດ້​ຮ່ວມ​ເຮັດ​ວຽກ​ງານ​ເຫລົ່າ​ນີ້, ທ່ານ​ກໍ​ໄດ້​ຮ່ວມຢູ່​ໃນ​ການ​ສະຫລອງ​ວຽກ​ງານ ​ແລະ ​ໃນ​ຄວາມ​ສູງ​ສົ່ງ ​ແລະ ​ໃນ​ລັດສະໝີ​ພາບ ຊຶ່ງ​ພຣະຜູ້​ເປັນ​ເຈົ້າ​ຈະ​ປະທານ​ໃຫ້​ແກ່​ລູກໆ​ທີ່​ຊື່ສັດ​ຂອງ​ພຣະອົງ.”29 ຂ້າພະ​ເຈົ້າ​ຂໍ​ເປັນ​ພະຍານ​​ໃນ​ມະ​ໂນ​ພາບ​ນີ້ ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມ​ນ.

ແຫ​ລ່ງອ້າງ​ອີງ

  1. ​ເບິ່ງ Julie B. Beck, “Fulfilling the Purpose of Relief Society,” Liahona and Ensign, Nov. 2008, 108–11.

  2. ເບິ່ງ Julie B. Beck, BYU Women’s Conference address (Apr. 29, 2011), http://ce.byu.edu/cw/womensconference/archive/2011/pdf/JulieB_openingS.pdf; “What I Hope My Granddaughters (and Grandsons) Will Understand about Relief Society,” Liahona and Ensign, Nov. 2011, 109–13; “Relief Society: A Sacred Work,” Liahona and Ensign, Nov. 2009, 110–14.

  3. ເບິ່ງ Julie B. Beck, “Why We Are Organized into Quorums and Relief Societies” (Brigham Young University devotional address, Jan. 17, 2012), speeches.byu.edu.

  4. ຂ່າວ​ສານ​ນີ້​ບໍ່​ໄດ້​ເປັນ​ການ​ທົບ​ທວນ​ອັນ​ກວ້າງ​ຂວາງ​ເຖິງ​ການ​ທຳນາຍ​ທັງ​ປວງ​ກ່ຽວ​ກັບ​ສະມາຄົມ​ສະຕີ​ສົງ​ເຄາະ. ມັນ​ເປັນ​ພຽງ​ຕົວຢ່າງ​ເຖິງ​ມະ​ໂນ​ພາບ ​ແລະ ການ​ຊີ້​ນຳ​ຂອງ​ພວກ​ເພິ່ນ. ປຶ້ມ​ຊື່ວ່າ Daughters in My Kingdom: The History and Work of Relief Society, ຂ່າວສານ​ຈາກ​ກອງ​ປະຊຸມ​ໃຫຍ່​ ແລະ ໜັງສື​ອື່ນໆ​ຂອງ​ສາດສະໜາ​ຈັກ​ບັນຈຸ​ຄຳ​ສອນ​ເພີ່ມ​ເຕີມ​ກ່ຽວ​ກັບ​ເລື່ອງ​ນີ້.

  5. Joseph Smith, in Daughters in My Kingdom: The History and Work of Relief Society (2011), 13.

  6. Joseph Smith, in Daughters in My Kingdom, 15.

  7. Brigham Young, in Daughters in My Kingdom, 41.

  8. Joseph F. Smith, in Daughters in My Kingdom, 65–66.

  9. Joseph Fielding Smith, in Daughters in My Kingdom, 142.

  10. Joseph Fielding Smith, in Daughters in My Kingdom, 97.

  11. Boyd K. Packer, in Daughters in My Kingdom, 85.

  12. ​ເບິ່ງ Boyd K. Packer, “The Circle of Sisters,” Ensign, Nov. 1980, 110.

  13. ເບິ່ງ ຈົດໝາຍ​ຈາກ​ຝ່າຍ​ປະທານ​ສູງ​ສຸດ ລົງ​ວັນ​ທີ 19 ​ເດືອນ​ມິ​ນາ, 2003, ​ແລະ ວັນ​ທີ 23 ​ເດືອນ​ກຸມພາ, 2007.

  14. ​ເບິ່ງ Daughters in My Kingdom, 3–6.

  15. Boyd K. Packer, in Daughters in My Kingdom, 16.

  16. Joseph Smith, in Daughters in My Kingdom, 17.

  17. Joseph Smith, in History of the Church, 4:602.

  18. John A. Widtsoe, in Daughters in My Kingdom, 25.

  19. Boyd K. Packer, Ensign, Nov. 1980, 110.

  20. Joseph Fielding Smith, in Daughters in My Kingdom, 142.

  21. Spencer W. Kimball, in Daughters in My Kingdom, 117.

  22. Harold B. Lee, “The Place of Relief Society in the Welfare Plan,” Relief Society Magazine, Dec. 1946, 842.

  23. Joseph F. Smith, in Daughters in My Kingdom, 66.

  24. The First Presidency, in Daughters in My Kingdom, ix.

  25. Spencer W. Kimball, in Daughters in My Kingdom, 142.

  26. Spencer W. Kimball, in Daughters in My Kingdom, 95.

  27. Gordon B. Hinckley, in Daughters in My Kingdom, 160.

  28. Lorenzo Snow, in Daughters in My Kingdom, 19.

  29. Lorenzo Snow, in Daughters in My Kingdom, 7.