​2010–2019
ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ: ຈົ່ງ​ຢືນ​ຂຶ້ນ ແລະ ໃຊ້​ອຳນາດ​ຂອງ​ພຣະ​ເຈົ້າ
ເມສາ 2012


ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ: ຈົ່ງ​ຢືນ​ຂຶ້ນ ແລະ ໃຊ້​ອຳນາດ​ຂອງ​ພຣະ​ເຈົ້າ

ຈຳເປັນ​ຕ້ອງ​ໃຊ້​ຖານະ​ປະໂລຫິດ ເພື່ອ​ຈະ​ມີ​ຜົນສຳເລັດ​ໃນ​ສິ່ງ​ໃດ​ກໍ​ຕາມ​ທີ່​ດີ. ເຈົ້າ​ຖືກ​ເອີ້ນ​ໃຫ້ລຸກຂຶ້ນ ແລະ ສ່ອງ​ອອກ​ໄປ, ຢ່າ​ຫລົບ​ຊ້ອນ​ແສງ​ໄຟ​ຂອງ​ເຈົ້າໃນ​ຄວາມ​ມືດ​ມົວ.

ບໍ່​ດົນ​ມາ​ນີ້​ຂ້າພະເຈົ້າ​ໄປ​ປະເທດ​ອາ​ຟຣິ​ກາ​ໃຕ້​ໄດ້​ຢ້ຽມຢາມ​ຄອບຄົວ​ໜຶ່ງ​ນຳ​ທາ​ບິ​ໂສ, ຜູ້​ເປັນ​ຜູ້​ຊ່ອຍ​ທີ​ໜຶ່ງ ໃນ​ກຸ່ມ​ປະໂລຫິດ​ຂອງ​ຫວອດ​ຄາ​ກິ​ໂສ. ທາ​ບິ​ໂສ ແລະ ອະທິການ​ຂອງ​ລາວ, ຜູ້​ທີ່​ຖື​ຂໍ​ກະແຈ ແລະ ຜູ້​ເປັນ​ປະທານ​ໃນ​ກຸ່ມ​ນັ້ນ, ໄດ້​ອະທິຖານ​ເພື່ອ​ສະມາຊິກ​ໃນ​ກຸ່ມ​ທີ່​ບໍ່​ເຂັ້ມແຂງ​ປານໃດ, ສະແຫວງຫາ ການ​ດົນ​ໃຈ​ວ່າ​ຜູ້​ໃດ​ທີ່​ເຂົາເຈົ້າ​ຄວນ​ຢ້ຽມຢາມ ແລະ ຊ່ອຍ​ເຫລືອ. ເຂົາເຈົ້າ​ໄດ້​ຮັບ​ການ​ກະ​ຕຸ້ນ​ໃຫ້ໄປ​ຢ້ຽມຢາມ​ບ້ານ​ຂອງ​ເທ​ເບ​ໂລ, ແລະ ເຂົາເຈົ້າ​ໄດ້​ເຊີນ​ຂ້າພະເຈົ້າ​ໄປ​ນຳ.

ເມື່ອ​ເຮົາ​ຜ່ານ​ກາຍ​ໝາ​ເຝົ້າ​ບ້ານ​ໄດ້​ແລ້ວ, ເຮົາ​ໄດ້​ພົບ​ນຳ​ເທ​ເບ​ໂລ​ຢູ່​ຫ້ອງ​ຮັບແຂກ. ລາວ​ເປັນ​ຊາຍ​ໜຸ່ມ ທີ່​ໃຈເຢັນ​ແຕ່​ເຊົາ​ໄປ​ໂບດ​ຍ້ອນ​ວ່າ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຕ້ອງ​ເຮັດ​ໃນ​ວັນ​ອາທິດ. ລາວ​ຕື່ນເຕັ້ນ​ແຕ່ກໍ​ດີໃຈ​ທີ່​ເຮົາ​ໄດ້​ໄປ​ຢ້ຽມຢາມ​ລາວ ແລະ ກໍ​ໄດ້​ເຊື້ອ​ເຊີນ​ຄອບຄົວ​ຂອງ​ລາວ​ຮ່ວມ​ນຳ​ລາວ. ອະທິການ​ໄດ້ສະແດງ​ຄວາມ​ຮັກ​ຕໍ່​ຄອບຄົວ ແລະ ຄວາມ​ປາຖະໜາ​ທີ່​ຈະ​ຊ່ອຍ​ເຫລືອ​ເຂົາເຈົ້າ​ໃຫ້​ກາຍເປັນ​ຄອບຄົວ ນິລັນດອນ ໂດຍ​ການ​ຜະ​ນຶກ​ໃນ​ພຣະ​ວິຫານ. ເຂົາເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ ແລະ ພວກ​ເຮົາ​ຮູ້ສຶກເຖິງ​ອິດ​ທິ​ພົນ​ອັນ​ເຂັ້ມແຂງ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ​ນຳພາ​ທຸກໆ​ຄຳ​ເວົ້າ ແລະ ຄວາມ​ຮູ້ສຶກ.

ແຕ່​ວ່າ​ຄຳ​ເວົ້າ​ຂອງ ທາ​ບິ​ໂສ ນັ້ນ​ເອງ​ທີ່​ເຮັດ​ໃຫ້ການ​ຢ້ຽມຢາມ​ນີ້​ພິເສດ. ສຳລັບ​ຂ້າພະເຈົ້າ​ແລ້ວ, ເບິ່ງ​ຄື​ວ່າ​ປະໂລຫິດ​ໜຸ່ມ​ຜູ້​ນີ້ ປາກ​ເວົ້າ​ໃນ​ພາສາ​ຂອງ​ທູດ​ສະຫວັນ. ຄຳ​ເວົ້າ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ທີ່ເຮົາ​ທຸກ​ຄົນ​ສາມາດ​ເຂົ້າໃຈ ແລະ ມັນ​ປະ​ທັບ​ໃຈ​ເພື່ອນ​ຂອງ​ລາວ​ເປັນ​ພິເສດ. ລາວ​ເວົ້າ​ວ່າ, “ຂ້ອຍ​ມັກ​ເວົ້າ​ລົມ​ນຳ​ເຈົ້າ​ຫລາຍ​ຕອນ​ຢູ່​ໂບດ. ເຈົ້າ​ເວົ້າ​ດີ​ນຳ​ຂ້ອຍ. ແລະ ເຈົ້າ​ຮູ້​ບໍ, ທີ​ມ​ເຕະບານ ຂອງ​ເຮົາ​ຫລິ້ນ​ບໍ່​ເກັ່ງ​ເພາະ​ບໍ່​ມີ​ເຈົ້າ. ເຈົ້າ​ຫລິ້ນ​ເກັ່ງ​ຫລາຍ​ແທ້ໆ.”

ເທ​ເບ​ໂລ​ຕອບ​ຄືນ​ວ່າ, “ຂ້ອຍ​ເສຍ​ໃຈ. ຂ້ອຍ​ຈະ​ກັບ​ໄປ​ໂບດ​ອີກ.”

ທາ​ບິ​ໂສ​ໄດ້​ເວົ້າ​ອີ​ກວ່າ, “ດີ​ຫລາຍ. ແລະ ເຈົ້າ​ຈື່​ໄດ້​ບໍ​ເຮົາ​ໄດ້​ຮຽນ​ວິທີ​ທີ່​ເຮົາ​ຈະ​ຕຽມ​ຕົວ​ເພື່ອ​ຈະ​ຮັບ​ໃຊ້ເປັນ​ຜູ້​ສອນ​ສາດສະໜາ? ເຮົາ​ຈະ​ເລີ່ມເຮັດ​ແບບ​ນັ້ນ​ອີກ​ບໍ?”

ເທ​ເບ​ໂລ​ຕອບ​ວ່າ, “ເອີ, ຂ້ອຍ​ຢາກ​ກັບ​ຄືນ​ໄປ​ໂບດ.”

ບາງ​ທີ່​ຄວາມສຸກ​ອັນ​ຍິ່ງ​ໃຫຍ່​ທີ່​ຂ້າພະເຈົ້າ​ໄດ້​ປະສົບ​ຕອນ​ເປັນ​ທີ່​ປຶກສາ​ໃນ​ຝ່າຍ​ປະທານ​ຊາຍ​ໜຸ່ມ​ທົ່ວ​ໄປ ແມ່ນ​ການ​ໄດ້​ເຫັນ​ຜູ້​ດຳລົງ​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ​ຢູ່​ທົ່ວ​ໂລກ​ໃຊ້​ອຳນາດ​ຂອງ​ຖານະ​ປະໂລຫິດແຫ່ງ​ອາ​ໂຣນ. ແຕ່​ບາງ​ຄັ້ງ​ຂ້າພະເຈົ້າ​ກໍ​ໄດ້​ເປັນ​ພະຍານ​ດ້ວຍ​ຈິດໃຈ​ອັນ​ໂສກເສົ້າ​ທີ່​ຊາຍ​ໜຸ່ມ​ຫລາຍໆ​ຄົນ​ບໍ່ ເຂົ້າໃຈ​ວ່າ​ເຂົາ​ສາມາດ​ເຮັດ​ສິ່ງ​ດີ​ໄດ້​ຫລາຍ​ຂະໜາດ​ໃດ​ນຳ​ອຳນາດ​ທີ່​ເຂົາ​ດຳລົງ​ຢູ່.

ຖານະ​ປະໂລຫິດ​ແມ່ນ​ອຳນາດ ແລະ ສິດ​ອຳນາດ​ຂອງ​ພຣະ​ເຈົ້າ ເພື່ອ​ປະຕິບັດ​ໃນ​ການ​ຮັບ​ໃຊ້​ລູກໆ​ຂອງ ພຣະ​ອົງ. ໂອ້, ຈະ​ວິເສດ​ຫລາຍ​ແທ້ໆ​ຖ້າ​ຊາຍ​ໜຸ່ມ​ທຸກ​ຄົນ, ຜູ້​ດຳລົງ​ຖານະ​ປະໂລຫິດ​ແຫ່ງອາ​ໂຣນ​ທຸກໆ​ຄົນ, ຈະ​ສາມາດ​ເຂົ້າໃຈ​ຢ່າງ​ແທ້ໆ​ວ່າ​ຖານະ​ປະໂລຫິດ​ຂອງ​ເຂົາ​ມີ​ຂໍ​ກະແຈ​ແຫ່ງ​ການປະຕິບັດ​ຂອງ​ທູດ​ສະ​ຫັວນ. ຈະ​ດີເລີດ​ຫລາຍ​ຖ້າ​ເຂົາ​ຈະ​ເຂົ້າໃຈ​ວ່າ​ເຂົາ​ມີໜ້າ​ທີ່​ອັນ​ສັກສິດ​ເພື່ອ​ຈະ​ຊ່ອຍເຫລືອ​ເພື່ອນ​ຂອງ​ເຂົາ​ພົບ​ເສັ້ນທາງ​ທີ່​ໄປ​ສູ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ຈະ​ດີເລີດ​ຫລາຍ​ຖ້າ​ເຂົາ​ຮູ້​ວ່າ​ພຣະ​ບິດາຈະ​ມອບ​ອຳນາດ​ໃຫ້​ເຂົາ​ອະທິບາຍ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ຢ່າງ​ແຈ່ມ​ແຈ້ງ ແລະ ຈິງ​ໃຈ​ຈົນ​ຄົນ​ອື່ນ​ຈະ​ບໍ່​ສາມາດ​ປະຕິເສດ​ເຖິງ​ຄວາມ​ສົມບູນ​ຂອງ​ພຣະ​ຄຳຂອງ​ພຣະຄຣິດ​ໄດ້.

ຊາຍ​ໜຸ່ມ​ທີ່​ແສນ​ຮັກ​ຂອງ​ສາດສະໜາ​ຈັກ, ຂ້າພະເຈົ້າ​ຂໍ​ຖາມ​ເຈົ້າ​ຄຳ​ຖາມ​ຊຶ່ງ​ຂ້າ​ພຣະ​ເຈົ້າ​ຫວັງ​ວ່າ​ເຈົ້າ​ຈະ ຝັງ​ມັນ​ໄວ້​ໃນ​ຈິດໃຈ​ຂອງ​ເຈົ້າ​ຕະຫລອດ​ຊີວິດ​ຂອງ​ເຈົ້າ. ຈະ​ມີ​ອຳນາດ​ໃດ​ທີ່​ເຈົ້າ​ຈະ​ສາມາດ​ມີ​ໄດ້​ທີ່​ຍິ່ງ​ໃຫຍ່ ໄປ​ກວ່າ​ຖານະ​ປະໂລຫິດ​ຂອງ​ພຣະ​ເຈົ້າ​ບໍ? ມີ​ອຳນາດ​ໃດ​ແດ່​ຈະ​ສາມາດ​ຍິ່ງ​ໃຫຍ່​ກວ່າ​ຄວາມ​ສາມາດ​ທີ່ຈະ​ຊ່ອຍ​ເຫ​ລື​ອພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ໃນ​ການ​ປ່ຽນແປງ​ຊີວິດ​ຂອງ​ມະນຸດ​ຮ່ວມ​ຊາດ​ຂອງ​ເຈົ້າ, ເພື່ອ​ຈະ​ຊ່ອຍ​ເຂົາ​ໄປ​ໃນ​ເສັ້ນທາງ​ແຫ່ງ​ຄວາມສຸກ​ອັນ​ນິລັນດອນ ໂດຍ​ການ​ຊຳລະ​ລ້າງ​ຈາກ​ບາບ ແລະ ຄວາມ​ຜິດ​ບໍ?

ເຊັ່ນ​ດຽວ​ກັນ​ກັບ​ອຳນາດ​ອື່ນໆ, ຈຳເປັນ​ຕ້ອງ​ໃຊ້​ຖານະ​ປະໂລຫິດ ເພື່ອ​ຈະ​ມີ​ຜົນສຳເລັດ​ໃນ​ສິ່ງ​ໃດ​ກໍ​ຕາມ​ທີ່​ດີ. ເຈົ້າ​ຖືກ​ເອີ້ນ​ໃຫ້ລຸກຂຶ້ນ ແລະ ສ່ອງ​ອອກ​ໄປ (ເບິ່ງ D&C 115:5), ຢ່າ​ຫລົບ​ຊ້ອນ​ແສງ​ໄຟ​ຂອງ​ເຈົ້າ ໃນ​ຄວາມ​ມືດ​ມົວ. ມີ​ແຕ່​ຜູ້​ທີ່​ກ້າຫານ​ເທົ່າ​ນັ້ນ​ຈະ​ຮ່ວມ​ຢູ່​ນຳ​ທ່າມກາງ​ຜູ້​ຖືກ​ເລືອກ. ເມື່ອ​ເຈົ້າ​ໃຊ້​ອຳນາດ​ອັນ ສັກສິດ​ຂອງ​ຖານະ​ປະ​ໂລ​ຫິ​ຂອງ​ເຈົ້າ, ຄວາມ​ກ້າຫານ ແລະ ຄວາມ​ໝັ້ນ​ໃຈ​ຂອງ​ເຈົ້າ​ຈະ​ຂະຫຍາຍ​ອອກ. ຊາຍ​ໜຸ່ມ​ທັງຫລາຍ, ເຈົ້າ​ຮູ້​ວ່າ​ເຈົ້າ​ເຮັດ​ໄດ້​ດີ​ທີ່​ສຸດ ເມື່ອ​ເຈົ້າ​ຮັບ​ໃຊ້​ພຣະ​ເຈົ້າ. ເຈົ້າ​ຮູ້​ວ່າ​ເຈົ້າ​ມີ​ຄວາມສຸກ​ທີ່​ສຸດ ເມື່ອ​ເຈົ້າ​ຕັ້ງໃຈ​ເຮັດ​ວຽກ​ງານ​ທີ່​ດີ. ຂໍ​ໃຫ້​ຂະຫຍາຍ​ອຳນາດ​ແຫ່ງ​ຖານະ​ປະໂລຫິດ​ຂອງ​ເຈົ້າ​ໂດຍ​ການທຳ​ຕົວ​ໃຫ້​ສະອາດ ແລະ ມີຄ່າ​ຄວນ.

ຂ້າພະເຈົ້າ​ຂໍ​ກ່າວ​ຊ້ຳ ແລະ ສົ່ງເສີມ​ຄຳ​ເວົ້າ​ຂອງ​ແອວ​ເດີ ແຈັບຟຣີ ອາ ຮໍ​ແລນ ທີ່​ໄດ້​ກ່າວ​ຢູ່​ເທິງ​ເວທີ​ນີ້ ຫົກ​ເດືອນ​ຜ່ານ​ມາ​ແລ້ວ. ເພິ່ນ​ໄດ້​ກ່າວ​ວ່າ, “ຂ້າພະເຈົ້າ​ຊອກ​ຫາ​ຊາຍ​ໜຸ່ມ ແລະ ຜູ້​ອະ​ວຸ​ໂສ​ຜູ້​ທີ່​ເປັນ​ຫວ່ງ ເປັນ​ໄຍ​ຢ່າງ​ພຽງພໍ​ທີ່​ຈະ​ເວົ້າ​ກ່ຽວ​ກັບ​ສົງຄາມ​ລະຫວ່າງ​ຄວາມ​ດີ ແລະ ຄວາມ​ຊົ່ວ. ເຮົາ​ກຳລັງ​ຢູ່​ໃນ​ສົງຄາມ. ...” ເພິ່ນ​ໄດ້​ກ່າວ​ຕໍ່​ໄປ​ວ່າ, “... ຂ້າພະເຈົ້າ​ຮ້ອງ​ຂໍ​ໃຫ້​ມີ​ສຽງ​ທີ່​ເຂັ້ມແຂງ ແລະ ອຸທິດ​ຕົນ​ຫລາຍ​ຂຶ້ນ, ສຽງ​ທີ່​ບໍ່​ພຽງ​ແຕ່​ຕໍ່ຕ້ານ​ຄວາມ​ຊົ່ວ​ຮ້າຍ​ເທົ່າ​ນັ້ນ … , ແຕ່​ສຽງ​ສຳລັບ​ຄວາມ​ດີງາມ, ສຽງ​ສຳ​ລັບ​ພຣະ​ກິດ​ຕິ​ຄຸນ ແລະ ສຽງ​ສຳ​ລັບ​ພຣະ​ເຈົ້າ” Liahona and Ensign, Nov. 2011, 44, 47).

ແມ່ນ​ແລ້ວ, ຜູ້​ດຳລົງ​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ, ເຮົາ​ກຳລັງ​ຢູ່​ສົງຄາມ. ແລະ ໃນ​ສົງຄາມ​ນີ້, ວິທີ​ທີ່​ດີ​ທີ່​ສຸດ ເພື່ອ​ຈະ​ຕໍ່ຕ້ານ​ຄວາມ​ຊົ່ວ​ຮ້າຍ​ກໍ​ຄື​ສົ່ງເສີມ​ຄວາມ​ຊອບ​ທຳ​ຢ່າງ​ຫ້າວຫັນ. ເຈົ້າ​ບໍ່​ສາມາດ ຟັງ​ຄວາມ​ເວົ້າ​ອັນ​ເປິ​ະ​ເປື້ອນ ແລະ ທຳທ່າ​ວ່າ​ເຈົ້າ​ບໍ່​ໄດ້​ຍິນ. ເຈົ້າ​ບໍ່​ສາມາດ​ເບິ່ງ​ຮູບ​ພາບ​ທີ່​ເຈົ້າ ຮູ້​ວ່າ​ມັນ​ເປິ​ະ​ເປື້ອນ​ຜູ້​ດຽວ ຫລື ນຳ​ຄົນ​ອື່ນໆ ແລະ ທຳທ່າ​ວ່າ​ເຈົ້າ​ບໍ່​ເຫັນ. ເຈົ້າ​ບໍ່​ສາມາດ​ຈັບ​ສິ່ງ​ໃດ​ສິ່ງ​ໜຶ່ງ ທີ່​ບໍ່​ສະອາດ ແລະ ທຳທ່າ​ວ່າ​ບໍ່​ມີ​ຜົນ​ຕອບ​ສະໜອງ. ເຈົ້າ​ບໍ່​ສາມາດ​ຢູ່​ຊື່ໆ​ເມື່ອ​ຊາ​ຕານ​ຊອກ​ທີ່​ຈະ​ທຳລາຍ​ສິ່ງ​ທີ່​ສວຍ​ງາມ ແລະ ສະອາດ. ໃຫ້​ຢືນ​ຂຶ້ນ​ຕໍ່ສູ້​ຢ່າງ​ກ້າຫານ​ຕໍ່​ສິ່ງ​ທີ່​ເຈົ້າ​ຮູ້​ວ່າ​ເປັນ​ຈິງ! ເມື່ອ​ເຈົ້າ​ໄດ້​ຍິນ ແລະ ເຫັນ​ສິ່ງ​ໃດ​ກໍ​ຕາມ​ທີ່​ລ່ວງ​ເກີນ​ມາດຕະຖານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຂໍ​ໃຫ້​ຈື່​ຈຳ​ວ່າ​ເຈົ້າ​ແມ່ນ​ໃຜ. ເຈົ້າ ເປັນ​ທະຫານ​ໃນ​ກອງທັບ​ຂອງ​ພຣະ​ເຈົ້າ​ເອງ, ເຕັມ​ໄປ​ດ້ວຍ​ອຳນາດ​ຂອງ​ຖານະ​ປະໂລຫິດ​ອັນ​ສັກສິດຂອງ​ພຣະ​ອົງ. ບໍ່​ມີ​ອາວຸດ​ໃດ​ທີ່​ຈະ​ຕໍ່ຕ້ານ​ກັບ​ສັດຕູ, ຊຶ່ງ​ແມ່ນ​ບິດາ​ແຫ່ງ​ຄວາມ​ຕົວະ, ໄດ້​ຫລາຍ​ໄປ​ກວ່າຄວາມ​ຈິງ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ເຈົ້າ​ເມື່ອ​ເຈົ້າ​ໃຊ້​ອຳນາດ​ຂອງ​ຖານະ​ປະໂລຫິດ. ໝູ່​ເພື່ອນ​ລຸ້ນ​ດຽວ​ກັນກັບ​ເຈົ້າ​ຈະ​ນັບຖື​ເຈົ້າ​ສຳລັບ​ຄວາມ​ກ້າຫານ ແລະ ຄວາມ​ສັດຊື່​ຂອງ​ເຈົ້າ. ບາງ​ຄົນ​ອາດ​ຈະ​ບໍ່. ແຕ່​ມັນ​ກໍ​ບໍ່​ແມ່ນ​ສິ່ງ​ສຳຄັນ. ເຈົ້າ​ໄດ້​ຮັບ​ຄວາມ​ນັບຖື ແລະ ຄວາມ​ໄວ້​ວາງໃຈ​ຈາກ​ພຣະ​ບິດາ​ເທິງ​ສະຫວັນ ເພາະ​ເຈົ້າ​ໄດ້​ໃຊ້​ອຳນາດ​ຂອງ​ພຣະ​ອົງ​ເພື່ອ​ເຮັດ​ໃຫ້​ເປົ້າ​ໝາຍ​ຂອງ​ພຣະ​ອົງ​ສຳເລັດ​ຜົນ.

ຂ້າພະເຈົ້າ​ຂໍ​ຮຽກຮ້ອງ​ຕໍ່​ຝ່າຍ​ປະທານ​ຂອງ​ກຸ່ມ​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ​ແຕ່​ລະ​ຝ່າຍ​ໃຫ້​ຍົກ​ປ້າຍແຫ່ງ​ເສ​ລິ​ພາບ​ຂຶ້ນ​ອີກ​ຄັ້ງ​ໜຶ່ງ ແລະ ຈັດ​ຕັ້ງ ແລະ ນຳພາ​ກຸ່ມ​ທະຫານ​ຂອງ​ເຈົ້າ. ຂໍ​ໃຫ້​ໃຊ້​ອຳນາດແຫ່ງ​ຖານະ​ປະໂລຫິດ​ຂອງ​ເຈົ້າ​ໂດຍ​ການ​ເຊື້ອ​ເຊີນ​ຄົນ​ທີ່ຢູ່​ຮອບ​ຂ້າງ​ເຈົ້າ​ມາ​ສູ່​ພຣະຄຣິດ​ຜ່ານ​ການ​ກັບ​ໃຈ ແລະ ການ​ຮັບ​ບັບ​ຕິ​ສະ​ມາ. ເຈົ້າ​ມີ​ຄຳ​ສັ່ງ ແລະ ອຳນາດ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ເພື່ອ​ປະຕິບັດວຽກ​ງານ​ນີ້.

ສອງ​ປີຜ່ານມາ, ຂະນະ​ທີ່​ຢ້ຽມຢາມ​ເມືອງ ສານ​ທິ​ອາ​ໂກ, ປະເທດ​ຈີ​ເລ, ຂ້າພະເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ນຳ ດານ​ເຢລ ໂອ​ແລດ, ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ຕິດຕາມ​ໄປ​ນຳ​ຜູ້​ສອນ​ສາດສະໜາ​ເປັນ​ປະຈຳ. ຂ້າພະເຈົ້າ​ຂໍ​ໃຫ້ ລາວ​ຂຽນ​ຈົດໝາຍ​ຫາ​ຂ້າພະເຈົ້າ, ແລະ ດ້ວຍ​ການ​ໄດ້​ຮັບ​ອະນຸຍາດ​ຈາກ​ລາວ​ຂ້າພະເຈົ້າ​ຈະ​ອ່ານ​ສ່ວນໜຶ່ງ​ຂອງ​ອີ​ເມ​ວ​ຂອງ​ລາວ​ໃຫ້​ພວກ​ທ່ານ​ຟັງ: “ຂ້ອຍ​ຫາກໍ່​ຮອດ​ອາຍຸ 16 ປີ, ແລ້ວ​ວັນ​ອາທິດ​ນີ້​ຂ້ອຍ​ໄດ້​ຮັບ ຕຳແໜ່ງ​ເປັນ​ປະໂລຫິດ. ວັນ​ດຽວ​ກັນ​ນັ້ນ​ຂ້ອຍ​ໄດ້​ໃຫ້​ບັບ​ຕິ​ສະ​ມາ​ແກ່​ເພື່ອນ​ຜູ້​ໜຶ່ງ; ນາງ​ຊື່ ຄາ​ໂຣ​ໄລ​ນາ. ຂ້ອຍ​ໄດ້​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ນາງ, ແລະ ນາງ​ໄດ້​ໄປ​ໂບດ​ເປັນ​ປະຈຳ ແລະ ໄດ້​ຮັບ​ຫລຽນ​ຄວາມ ກ້າວໜ້າ​ສ່ວນ​ຕົວ​ຂອງ​ນາງ, ແຕ່​ພໍ່​ແມ່​ຂອງ​ນາງ​ບໍ່​ໃຫ້​ອະນຸຍາດ​ໃຫ້​ນາງ​ຮັບ​ບັບ​ຕິ​ສະ​ມາຈົນ​ວ່າ ເຂົາເຈົ້າ​ຮູ້ຈັກ​ຂ້ອຍ​ຢ່າງ​ດີ ແລະ ໄວ້​ວາງໃຈ​ນຳ​ຂ້ອຍ. ນາງ​ຢາກ​ໃຫ້​ຂ້ອຍ​ໃຫ້​ບັບ​ຕິ​ສະ​ມາ​ນາງ, ສະນັ້ນ​ເຮົາ​ຕ້ອງ​ລໍຖ້າ​ເດືອນ​ໜຶ່ງ​ຈົນ​ຂ້ອຍ​ເຖິງ​ອາຍຸ 16 ປີ ໃນ​ວັນ​ອາທິດ​ນີ້. ຂ້ອຍ​ດີໃຈ​ຫລາຍ ຂະໜາດ​ທີ່​ໄດ້​ຊ່ອຍ​ຄົນ​ດີ​ເຊັ່ນ​ນັ້ນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ, ແລະ ຂ້ອຍ​ດີໃຈ​ທີ່​ຂ້ອຍ​ເປັນ​ຜູ້​ໃຫ້​ບັບ​ຕິ​ສະ​ມາແກ່​ນາງ.”

ດານ​ເຢລ​ເປັນ​ຄົນ​ໜຶ່ງ​ໃນ​ຈຳນວນ​ຊາຍ​ໜຸ່ມ​ຫລາຍໆ​ຄົນ​ຢູ່​ທົ່ວ​ໂລກ​ຜູ້​ທີ່​ດຳລົງ​ຊີວິດ​ຕາມ​ອຳນາດ​ທີ່​ພຣະ​ເຈົ້າ ມອບ​ໃຫ້​ເຂົາ​ຢ່າງ​ໄວ້​ວາງໃຈ. ອີກ​ຄົນ​ໜຶ່ງ​ແມ່ນ ລູ​ອີ​ສ ເຟຣະ​ນັນ​ໂດ, ມາ​ຈາກ​ປະເທດ​ຮອນ​ດູ​ອັສ, ຜູ້​ທີ່​ເຫັນ​ວ່າ​ເພື່ອນ​ຂອງ​ລາວ​ກຳລັງ​ເຮັດ​ການ​ຕັດສິນ​ໃຈ​ອັນ​ບໍ່​ເໝາະ​ສົມ ແລະ ລູ​ອີ​ສ ໄດ້​ແບ່ງປັນ​ປະຈັກພະຍານ​ນຳ​ໝູ່​ຜູ້​ນັ້ນ, ແທ້ໆ​ແລ້ວ​ປະຈັກ​ພະຍານ​ໄດ້​ຊ່ອຍ​ຊີວິດ​ຂອງ​ລາວ (see “A Change of Heart,” lds.org/youth/video). ໂອ​ລາ​ໂວ ຈາກ​ປະ​ເທດ​ບຣາ​ຊິນ, ກໍ​ເປັນ​ຕົວຢ່າງ​ອີກ​ຢ່າງ​ໜຶ່ງ. ລາວ​ເປັນ​ຕົວຢ່າງ​ທີ່​ດີ​ເລື່ອງ​ການ​ປະຕິບັດ​ຢູ່​ໃນ​ຄອບຄົວ (ເບິ່ງ D&C 84:111), ໂອ​ລາ​ໂວ​ເປັນ​ແຮງ​ດົນ​ໃຈ​ໃຫ້​ແມ່​ຂອງ​ລາວ ກັບ​ຄືນ​ເຂົ້າ​ເຮັດ​ກິດຈະກຳ​ຂອງ​ໂບດ​ອີກ (ເບິ່ງ “Reunited by Faith,” lds.org/youth/video). ທ່ານ​ອາດ​ຈະ​ພົບ​ເລື່ອງ​ເຫລົ່າ​ນີ້​ພ້ອມ​ດ້ວຍ​ຫລາຍໆ​ເລື່ອງ​ອີກ​ເຊັ່ນ​ດຽວ​ກັນ​ນີ້​ຢູ່​ໃນ​ເວ​ບ​ໄຊ້ youth.lds.org. ການ​ໃຊ້​ເຄື່ອງ​ຄົ້ນ​ພົບ​ຂໍ້​ມູນ​ໃນ​ອິນ​ເຕີ​ແນັດອັນ​ໃດ​ກໍ​ຕາມ ແລະ ເທັກໂນ​ໂລ​ຈີ​ຫລາຍໆ​ຢ່າງ​ເປັນ​ເຄື່ອງມື​ທີ່ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ວາງ​ໃສ່​ມື​ຂອງ​ທ່ານ​ເພື່ອ​ຈະ​ຊ່ອຍ​ທ່ານ​ປະຕິບັດ​ໜ້າທີ່​ແຫ່ງ​ຖານະ​ປະໂລຫິດ​ຕ່າງໆ​ຂອງທ່ານ ແລະ ເຮັດ​ໃຫ້​ອິດ​ທິ​ພົນ​ແຫ່ງ​ຄວາມ​ຈິງ ແລະ ຄວາມ​ຊອບ​ທຳ​ຂະຫຍາຍ​ອອກ.

ຊາຍ​ໜຸ່ມ​ແສນ​ຮັກ​ທັງຫລາຍ, ເມື່ອ​ພວກ​ເຈົ້າ​ໃຊ້​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ​ແບບ​ຂ້າພະເຈົ້າ​ໄດ້​ອະທິບາຍ ແລ້ວ, ພວກ​ເຈົ້າ​ຈະ​ຕຽມ​ຕົວ​ເພື່ອ​ປະຕິບັດ​ໜ້າທີ່​ຕໍ່​ໄປ​ໃນ​ອະນາຄົດ. ແຕ່​ພວກ​ເຈົ້າ​ກຳລັງ​ເຮັດ​ຫລາຍ​ກວ່າ​ນັ້ນ. ເຊ​ັ່ນ​ດຽວ​ກັນ​ກັບ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ, ຜູ້​ທີ່​ເປັນ​ຕົວຢ່າງ​ຂອງ​ການ​ດຳລົງ​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ, ພວກ​ເຈົ້າ​ກໍ​ຍັງ​ກຳລັງ​ຕຽມ​ທາງ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຮັດ​ໃຫ້​ທາງ​ຂອງ​ພຣະ​ອົງ​ຊື່​ຕົງ. ເມື່ອ​ພວກ​ເຈົ້າ ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ ແລະ ບັບ​ຕິ​ສະ​ມາ​ຢ່າງ​ກ້າຫານ, ເຊັ່ນ​ດຽວ​ກັນ​ກັບ​ໂຢ​ຮັນໄດ້​ປະກາດ, ພວກ​ເຈົ້າ​ໄດ້​ຕຽມ​ຜູ້​ຄົນ​ສຳລັບ​ການ​ສະເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ ມັດທາຍ 3:3; D&C 65:1–3; 84:26–28). ພວກ​ເຈົ້າ​ໄດ້​ຍິນ​ເລື້ອຍໆ​ກ່ຽວ​ກັບ​ຄວາມ​ສາມາດ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຈົ້າ. ແມ່ນ​ແລ້ວ, ບັດ​ນີ້​ເປັນ​ເວລາ​ທີ່​ຈະ​ໃຊ້​ຄວາມ​ສາມາດ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ພວກ​ເຈົ້າ​ໃຫ້​ເປັນ​ຜົນ​ເພື່ອໃຫ້​ພອນ​ແກ່​ຄົນ​ອື່ນໆ, ເພື່ອ​ຊ່ອຍ​ເຂົາ​ໃຫ້​ອອກ​ຈາກ​ຄວາມ​ມືດ​ເຂົ້າ​ໄປ​ສູ່​ແສງ​ສະຫວ່າງ, ແລະ ເພື່ອ​ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ສາດສະໜາ​ຈັກ​ໄດ້​ເອົາ​ປຶ້ມ​ນ້ອຍ ໜ້າທີ່​ຕໍ່​ພຣະ​ເຈົ້າ ໃຫ້​ແກ່​ພວກ​ເຈົ້າ​ເປັນ​ແຫລ່ງ​ຊ່ອຍ​ເຫລືອ ເພື່ອ​ຊ່ອຍ​ໃຫ້ ພວກ​ເຈົ້າ​ຮຽນ​ຮູ້ ແລະ ເຮັດ​ໜ້າທີ່​ຂອງ​ພວກ​ເຈົ້າ​ໃຫ້​ສຳເລັດ. ຈົ່ງ​ສຶກ​ສາມັນ​ເປັນ​ປະຈຳ. ຈົ່ງ​ຄຸເຂົ່າ​ລົງ, ອອກ​ຈາກ​ເທັກ​ໂນ​ໂລ​ຈີ, ແລະ ສະແຫວງຫາ​ການ​ແນະນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຫລັງ​ຈາກ​ນັ້ນ​ຈົ່ງ​ລຸກຂຶ້ນ ແລະ ໃຊ້​ອຳນາດ​ຂອງ​ພຣະ​ເຈົ້າ. ຂ້າພະເຈົ້າ​ຂໍ​ສັນຍາ​ຕໍ່​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ຈະ​ຮັບ​ຄຳ​ຕອບ​ຈາກພຣະ​ບິດາ​ເທິງ​ສະຫວັນ​ກ່ຽວ​ກັບ​ວິທີ​ທີ່​ພວກ​ເຈົ້າ​ຈະ​ດຳລົງ​ຊີວິດ​ຂອງ​ພວກ​ເຈົ້າ​ເອງ ແລະ ວິທີ​ທີ່​ຈະຊ່ອຍ​ຄົນ​ອື່ນໆ.

ຂ້າພະເຈົ້າ​ຂໍ​ອ້າງ​ເຖິງ​ຄຳ​ເວົ້າ​ຂອງ​ປະທານ​ທອມ​ມັສ ແອັສ ມອນ​ສັນ ວ່າ: “ຢ່າ​ປະໝາດ​ອິດ​ທິ​ພົນ​ຂອງ ປະຈັກ​ພະຍານ​ຂອງ​ທ່ານ. ... ທ່ານ​ມີ​ຄວາມ​ສາມາດ​ທີ່​ຈະ​ສັງເກດ​ເຫັນ​ຜູ້​ຄົນ​ທີ່​ຄົນ​ອື່ນ​ບໍ່​ສັງເກດ. ເມື່ອ​ທ່ານ​ມີ​ຕາ​ເພື່ອ​ຈະ​ເຫັນ, ຫູ​ເພື່ອ​ຈະ​ຍິນ, ແລະ ຈິດໃຈ​ເພື່ອ​ຈະ​ຮູ້ສຶກ, ແລ້ວ​ທ່ານ​ຈະ​ສາມາດ​ເອື້ອມ​ມື​ອອກ​ໄປຫາ​ຄົນ​ອື່ນ ແລະ ຊ່ອຍ​ຊີວິດ​ຂອງ​ຄົນ​ອື່ນໆ (“Be Thou an Example,” Liahona and Ensign, May 2005, 115).

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ​ອຳນາດ​ຂອງ​ຖານະ​ປະໂລຫິດ​ເປັນ​ຈິງ. ຂ້າພະເຈົ້າ​ໄດ້​ຮັບ​ປະຈັກ​ພະຍານສ່ວນ​ຕົວ​ຂອງ​ຂ້າພະເຈົ້າ ເມື່ອ​ຂ້າພະເຈົ້າ​ໃຊ້​ຖານະ​ປະໂລຫິດ​ດ້ວຍ​ຕົວ​ເອງ. ຂ້າພະເຈົ້າ​ໄດ້​ເຫັນສິ່ງ​ມະຫັດສະຈັນ​ຫລາຍໆ​ຢ່າງ​ທີ່​ກະທຳ​ໂດຍ​ຜູ້​ທີ່​ມີ​ອຳນາດ​ຂອງ​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ. ຂ້າພະເຈົ້າ​ໄດ້​ເປັນ​ພະຍານ​ເຖິງ​ອຳນາດ​ຂອງ​ການ​ປະຕິບັດ​ຂອງ​ທູດ​ສະຫວັນ​ເມື່ອ​ຜູ້​ດຳລົງ​ຖານະປະໂລຫິດ​ແຫ່ງ​ອາ​ໂຣນ​ກ່າວ​ຄຳ​ເວົ້າ​ທີ່​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ກ່ຽວ​ກັບ​ຄວາມ​ຫວັງ ຊຶ່ງ​ເປີດຈິດໃຈ​ຂອງ​ຄົນ​ທີ່​ຕ້ອງ​ຮັບ​ແສງ​ສະຫວ່າງ ແລະ ຄວາມ​ຮັກ. ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ຜູ້ນຳ​ພາ, ແລະ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ອາ​ແມນ.