​2010–2019
ສັດທາ, ຄວາມ​ອົດທົນ, ຄວາມ​ເພິ່ງ​ພໍ​ໃຈ: ຂ່າວສານ​ຕໍ່ພໍ່​ແມ່​ຜູ້​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ
ເມສາ 2012


ສັດທາ, ຄວາມ​ອົດທົນ, ຄວາມ​ເພິ່ງ​ພໍ​ໃຈ: ຂ່າວສານ​ຕໍ່ພໍ່​ແມ່​ຜູ້​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ

ທ່ານ​ໄດ້​ພະຍາຍາມ​ລ້ຽງ​ດູ​ລູກໆ​ໃນ​ຄວາມ​ຊອບ​ທຳ ​ແລະ ຄວາມ​ຈິງ, ​ໂດຍ​ທີ່​ຮູ້​ວ່າ ທ່ານ​ບໍ່​ສາມາດ​ປ່ຽນອາ​ດີດ, ​ແຕ່​ທ່ານ​ສາມາດ​ຫລໍ່​ຫລອມ​ອະນາຄົດ​ໄດ້.

ຂ່າວສານ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ສຳລັບ​ພໍ່​ແມ່​​ໃນ​ສາດສະໜາ​ຈັກຜູ້​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ​​, ​ຊຶ່ງ​ສ່ວນ​ຫລາຍ​​ເປັນ​​ແມ່—ທ່ານ​ຜູ້​​ເປັນສະຕີ​ທີ່​ກ້າຫານ ຜູ້​ຊຶ່ງ​ຜ່ານ​ຜ່າສະ​ພາບ​ການຫລາຍ​ຢ່າງ​ຂອງ​ຊີວິດ, ພົບ​ເຫັນ​ຕົນ​ເອງ​ລ້ຽງ​ລູກ ​ແລະ ດູ​ແລ​ບ້ານ​ເຮືອນ​ດ້ວຍ​ຕົວ​ຄົນ​ດຽວ. ບາງທີ​ທ່ານ​​ເປັນ​ແມ່ໝ້າຍ ຫລື ​ແມ່ຮ້າງ. ທ່ານ​ອາດ​ປະ​ເຊີນ​ກັບ​ການທ້າ​ທາຍ​ຂອງ​ການ​ເປັນ​ແມ່​ຜູ້​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ​ເນື່ອງ​ມາ​ຈາກ​ການ​​ເດີນ​ໄປ​ໃນ​ທາງ​ຜິດ​ນອກ​ການ​ແຕ່ງງານ,​ ແຕ່​ຕອນ​ນີ້​ທ່ານໄດ້​ມາ​ຫາ​ພຣະກິດ​ຕິ​ຄຸນ​ແລ້ວ, ​ໂດຍ​ໄດ້​ປ່ຽນ​ແປງ​ຊີວິດ. ທ່ານ​ໄດ້​ຮັບ​ພອນ​ແລ້ວ ທີ່​ໄດ້​ຫລີກ​ເວັ້ນຈາກການ​ມີ​ເພື່ອນ​ເຊັ່ນ​ນັ້ນ ອັນ​ທີ່​ທຳລາຍ​ຄຸນງາມຄວາມດີ ​ແລະ ການ​ເປັນ​ສານຸສິດ. ມັນ​ເປັນ​ຄວາມ​ສູນ​ເສຍ​ອັນ​ຍິ່ງ​ໃຫຍ່.

ເຖິງ​ແມ່ນ​ວ່າ​ບາງ​ເທື່ອ​ທ່ານ​ຈະ​ຖາມ​ວ່າ, “ເປັນ​ຫຍັງ​ຈຶ່ງ​ເປັນ​ເຮົາ? ​​ຄວາມ​ຫຍຸ້ງຍາກ​ນີ້​ແຫລະທີ່​ຊ່ອຍ​ເຫລືອ​ເຮົາ​ໃຫ້​​ເຕີບ​ໂຕ​ໄປ​ສູ່​ການ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ ​ເມື່ອ​ເຮົາ​ຖືກ​ຫລໍ່​ຫລອມຢູ່​ໃນ​ອ່າງແຫ່ງ​ຄວາມທຸກ​ທໍລະມານ, ​ເມື່ອ​ເຫດການ​ໃນ​ຊີວິດ​ເກີດ​ຂຶ້ນ ​ໃນ​ຂະນະ​ທີ່​ພຣະ​ເຈົ້າ​ໃຫ້​ໂອກາດ​ມະນຸດ​ໃຊ້​ອຳ​ເພີ​ໃຈ. ດັ່ງ​ທີ່​ແອວ​ເດີ ນຽວ ເອ ​ແມ໊ກສະ​ແວວ ​ໄດ້​ກ່າວ​​​ໄປ​ນັ້ນ, ​ເຮົາ​ບໍ່​ສາມາດ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ໄດ້ ຫລື ສົມ​ເລກ​ທັງ​ປວງ​ເຂົ້າກັນ ​ເພາະວ່າ “ເຮົາ​ບໍ່​ມີ​ເລກ​ທັງ​ໝົດ.”1

ບໍ່​ວ່າ​ສະພາບ​ການ ຫລື ​ເຫດຜົນ​ຂອງ​ທ່າ​ນຈະ​ເປັນ​ແນວ​ໃດ​ກໍ​ຕາມ, ທ່ານ​​ເປັນ​ຄົນ​ດີ​ແທ້ໆ. ທຸກ​ມື້​ທ່ານ​ຈະ​ປະ​ເຊີນ​ກັບ​ບັນຫາໃນ​ຊີວິດ, ​ເຮັດ​ໜ້າ​ທີ່​ສຳລັບ​ສອງ​ຄົນ​ທີ່​ຈະ​ເຮັດ. ທ່ານ​ຕ້ອງ​ໄດ້​ເປັນ​ພໍ່ ​ແລະ ​ເປັນ​ແມ່​ນຳ​ອີກ. ທ່ານ​​ເຮັດ​ທຸກ​ສິ່ງ​ໃນ​ບ້ານ, ​ເບິ່ງ​ແຍງຄອບຄົວ, ບາງ​ເທື່ອ​ກໍ​ຂາດ​ເຂີດ​ເລື່ອງ​ການ​ເງິນ, ​ແລະ ດ້ວຍ​ຄວາມ​ອັດສະຈັນ​ໃຈ ທ່ານ​ຍັງ​ມີ​ເວລາ​ພໍ​ທີ່​ຈະ​ຊ່ອຍ​ຮັບ​ໃຊ້ ຢູ່​ໃນ​ໂບດ​ອີກ​ໃນ​ວິທີ​ທາງທີ່​ສຳຄັນ. ທ່ານ​ບຳລຸງ​ລ້ຽງ​ລູກໆ​ຂອງ​ທ່ານ. ທ່ານ​ຮ້ອງ​ໄຫ້ ​ແລະ ອະທິຖານ​ກັບ​ເຂົາ ​ແລະ ​ເພື່ອ​ເຂົາ. ທ່ານ​ຢາກ​ໃຫ້​ເຂົາ​ມີ​ຊີວິດ​ທີ່​ດີ​ທີ່​ສຸດ, ​ແຕ່​ເປັນ​ຫ່ວງ​ທຸກ​ຄືນ ຢ້ານ​ວ່າ​ທ່ານ​​ເຮັດ​ບໍ່​ດີ​ພໍ.

​ໃນ​ຂະນະ​ທີ່ບໍ່​ຢາກ​ໃຫ້​ເລື່ອງ​ນີ້​ເປັນ​ເລື່ອງ​ສ່ວນ​ຕົວ, ຂ້າພະ​ເຈົ້າຂໍ​ບອກ​ວ່າ ຂ້າພະ​ເຈົ້າ​ກໍ​ມາ​ຈາກ​ຄອບຄົວ​ເຊັ່ນ​ນັ້ນ. ​ເພາະ​ຕອນຂ້າພະ​ເຈົ້າ​ຍັງ​ນ້ອຍ ​ແລະ ​ຕອນ​ເປັນ​ໄວ​ລຸ້ນ, ​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ ​ໃນ​ສະ​ພາບ​ທີ່​ທຸກ​ຍາກ​ລຳບາກ. ຕ້ອງ​ໄດ້​ປະຢັດ​ເງິນ​ແທ້ໆ. ​​​ເພິ່ນໄດ້​ປະ​ເຊີນ​ກັບ​ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ, ບາງ​ເທື່ອ​ໝົດ​ຫວັງ​ທີ່​ຈະ​ລ້ຽງ​ດູ​ລູກ ​ແລະ ບໍ່ມີ​ຄູ່​ຄອງ. ​ເຖິງ​ແມ່ນ​ເປັນ​ເຊັ່ນ​ນັ້ນ, ​ແຕ່​​ເພິ່ນ​ຍັງ​​ເປັນ​​ແມ່​ທີ່​ມີສັກ​ສີ, ​ມີ​ຄວາມ​ຕັ້ງ​ໃຈ ​ແລະ ​ເປັນ​ຫີນ​ອັນ​ແຂງ​ແກ່ນ​ຂອງປະ​ເທດສະ​ກ໊ອດ.

​ໂຊກ​ດີ​ທີ່​​ເພິ່ນໄດ້​ຮັບ​ພອນ​ໃນຕອນ​ເຖົ້າ​ແກ່ຫລາຍ​ກວ່າ​ຕອນ​​ເປັນໜຸ່ມ. ​ເພິ່ນ​ໄດ້​ແຕ່​ງງານ​ກັບ​ພໍ່​ໝ້າຍ​ຄົນ​ໜຶ່ງ​ຜູ້​ໄດ້​ປ່ຽນ​ໃຈເຫລື້ອມ​ໃສ; ​ເຂົາ​ເຈົ້າ​ໄດ້​ຜະ​ນຶກ​ເຂົ້າກັນ​ຢູ່​ພຣະວິຫານລອນ​ດອນ ອັງກິດ ​ແລະ ຕໍ່​ມາ​ໄດ້​ເປັນ​ພະນັກງານ​ຢູ່​ໃນ​ພຣະວິຫານ​ນັ້ນ. ​ເຂົາ​ເຈົ້າ​ໄດ້​​ໃຊ້​ຊີວິດ​ນຳ​ກັນ​ເກືອບ​ເຖິງຊາວ​ຫ້າ​ປີ—ມີ​ຄວາມສຸກ, ​ເພິ່ງ​ພໍ​ໃຈ, ​ແລະ ມີ​ທຸກ​ຢ່າງຈົນ​ກວ່າ​ໄດ້​ຈາກ​ໂລກ​ນີ້​ໄປ.

ມີ​ສະຕີ​ຫລາຍ​ຄົນ​ທີ່​ດີ​ເລີດ​ຢູ່​ໃນ​ສາດສະໜາ​ຈັກ​ຕະຫລອດ​ທົ່ວ​​ໂລກ ຜູ້​ໄດ້​ປະ​ເຊີນ​ກັບ​ສະພາບ​ການ​ທີ່​ຄ້າຍຄື​ກັນ​ນີ້ ​ແລະ ຜູ້​ໄດ້​ສະ​ແດງຄວາມ​ສາມາດ​ປີ​ແລ້ວ​ປີ​ເລົ່າ.

ນີ້​ບໍ່​ໄດ້​ເປັນ​ສິ່ງ​ທີ່​ທ່ານ​ຫວັງ ​ແລະ ວາງ​ແຜນ​, ອະທິຖານ ຫລື ຄາດ​ໝາຍ​ເມື່ອ​ທ່ານ​ໄດ້​ເລີ່​ມຕົ້ນ​ຫລາຍ​ປີກ່ອນ. ​ເສັ້ນທາງ​ຊີວິດ​ຂອງ​ທ່ານ​​ຈະ​ມີ​ບ່ອນ​ຫລຸບ​ໂນນ, ທາງ​ອ້ອມ, ທາງ​ຄົດ, ​ແລະ ທາງ​ລ້ຽວ, ສ່ວນ​ຫລາຍ​ແລ້ວ ​ເປັນ​ເພາະ​ສາ​ເຫດ​ຂອງ​ຊີວິດ​ຢູ່​ໃນ​ໂລກ​ທີ່​ເສື່ອ​ມ​ໂຊມ​ລົງ ຊຶ່ງ​ເປັນ​ບ່ອນ​ພິສູດ ​ແລະ ທົດ​ສອບ​ທ່ານ.

​ໃນ​ຂະນະ​ດຽວ​ກັນ, ທ່ານ​ໄດ້​ພະຍາຍາມ​ລ້ຽງ​ດູ​ລູກໆ​ໃນ​ຄວາມ​ຊອບ​ທຳ ​ແລະ ຄວາມ​ຈິງ, ​ໂດຍ​ທີ່​ຮູ້​ວ່າ ທ່ານ​ບໍ່​ສາມາດ​ປ່ຽນອາ​ດີດ, ​ແຕ່​ທ່ານ​ສາມາດ​ຫລໍ່​ຫລອມ​ອະນາຄົດ​ໄດ້. ​ໃນ​ເສັ້ນທາງ​ນັ້ນ ທ່ານ​ຈະ​ໄດ້​ຮັບ​ພອນ​ທົດ​ແທນ, ​ເຖິງ​ແມ່ນ​ຈະ​ບໍ່​ໄດ້​ຮັບ​ໃນທັນທີ​ທັນ​ໃດ​ກໍ​ຕາມ.

ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະ​ເຈົ້າ, ທ່ານ​ບໍ່​ຕ້ອງ​ຢ້ານ​ເລື່ອງອະນາຄົດ. ລູກໆ​ຂອງ​ທ່ານ​ຈະ​ເຕີບ​ໂຕ​ຂຶ້ນ ​ແລະ ກ່າວ​ວ່າທ່ານ​ເປັນ​ພອນ​​ແກ່ເຂົາ, ​ແລະ ຄວາມ​ສຳ​ເລັດ​ຜົນ​ທັງຫລາຍໃນ​ຊີວິດຂອງ​ເຂົາ, ​ເຂົາ​ຈະກ່າວ​ສັນລະ​ເສີນ​ທ່ານ​.

ຢ່າຮູ້ສຶກ​ວ່າທ່ານ​ເປັນ​ຄົນ​ໜ້ອຍ​ໜ້າ, ຫລື ​ເປັນ​ພາກສ່ວນນ້ອຍ​​ໃນ​ສາດສະໜາ​ຈັກ, ຫລື ຄິດ​ວ່າ​ຕົນ​ເອງ​ມີ​ສິດ​ໄດ້​ຮັບ​ພອນ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໜ້ອຍ​ກວ່າ​ຄົນ​ອື່ນ. ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ ບໍ່​ມີ​ຄົນ​ໃດ​ທີ່​ໜ້ອຍ​ໜ້າ​ໄປ​ກວ່າ​ຄົນ​ອື່ນ.

ພວກ​ເຮົາ​ຫວັງ​ວ່າ ​ເມື່ອ​ທ່ານ​ໄປ​ຮ່ວມ​ປະຊຸມ​ໂບດ ​ແລະ ​ເຫັນ​ຄອບຄົວ​ອື່ນ​ທີ່​ສົມບູນ ​ແລະ ​ມີ​ຄວາມສຸກ ຫລື ​ໄດ້​ຍິນ​ບາງ​ຄົນ​ເວົ້າ​​ເລື່ອງ​ຄອບຄົວ​, ​ໃຫ້​ທ່ານ​ມີ​ຄວາມ​ພາກ​ພູມ​ໃຈ​ເດີ້​ທີ່​ໄດ້​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ ທີ່​ສາດສະໜາ​ຈັກ​ເອົາ​ໃຈ​ໃສ່​​ເລື່ອງ​ຄອບຄົວ ສອນ​ບົດບາດ​ຂອງ​ແຜນຂອງ​ພຣະບິດາ​ເທິງ​ສະຫວັນ​ສຳລັບ​ຄວາມສຸກ​ຂອງ​ລູກໆ​ຂອງ​ພຣະອົງ; ວ່າ​ໃນ​ທ່າມກາງ​ຄວາມ​ຫຍຸ້ງ​ເຫ​ຍີ​ງ ​ແລະ ຄວາມ​ເສື່​ອມ​ໂຊມ​​ເລື່ອງ​ສິນ​ທຳ​, ​ເຮົາ​ຍັງ​ມີຄຳ​ສອນ, ສິດ​ອຳນາດ, ພິທີການ, ​ແລະ ພັນທະ​ສັນຍາ ທີ່​​ໃຫ້​ຄວາມ​ຫວັງ​ແກ່​ໂລກ, ​ແກ່​ຄວາມຜາ​ສຸກ​ໃນອະນາຄົດຂອງ​ລູກໆ​ຂອງ​ທ່ານ ​ແລະ ຄອບຄົວ​ທີ່​ເຂົາ​ຈະ​ມີ​ໃນ​ພາຍ​ໜ້າ.

​ໃນ​ກອງ​ປະຊຸມ​ສະມາຄົມ​ສະຕີ​ສົງ​ເຄາະ​ສາມັນ ​ເດືອນ​ກັນຍາ ປີ 2006, ປະທານ​ກໍ​ດອນ ບີ ຮິງ​ລີ ​ໄດ້​ກ່າວ​​ເຖິງ​ປະສົບ​ການ​ໜຶ່ງ ຈາກ​ແມ່​ຄົນໜຶ່ງ​ທີ່​ລ້ຽງ​ລູກ​ເຈັດ​ຄົນ​ ອາຍຸ 7 ຫາ 16 ປີດ້ວຍ​ຕົວ​ຄົນ​ດຽວ. ນາງ​ໄດ້​​​​ເອົາ​ບາງ​ສິ່ງ​ໄປ​ໃຫ້​ຄົນຂ້າງ​ບ້ານ. ນາງ​ເວົ້າ​ວ່າ:

“​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ຍ່າງ​ກັບ​ບ້ານ, ຂ້າພະ​ເຈົ້າ​ເຫັນ​ໄຟ​ຢູ່​ບ້ານ​ສະຫວ່າງ​ສະ​ໄຫວ. ຂ້າພະ​ເຈົ້າ​ໄດ້​ຍິນ​ສຽງ​ລູກໆ​ດັງ​ກ້ອງ​ຢູ່​ໃນ​ຫູ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ຍ່າງ​ອອກ​ຈາກ​ເຮືອນ​ວ່າ: ‘​ແມ່, ມື້​ແລງ​ນີ້​ພວກ​ເຮົາ​ຊິ​ກິນ​ຫຍັງ?’ ‘​ແມ່​ພາ​ລູກ​ໄປ​ຫໍສະໝຸດ​ໄດ້​ບໍ່?’ ‘ລູກ​ຕ້ອງ​ຊື້​ກະດາດ​ໂປ​ສະ​ເຕີ​ຄືນ​ນີ້.’ ຂ້າພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ບ້ານ​ຫລັງ​ນັ້ນ​ດ້ວຍ​ຄວາມ​​ເມື່ອຍ​ອ່ອນ ​ແລະ ​ເຫັນ​ແສງ​ໄຟ​ໃນ​ແຕ່​ລະ​ຫ້ອງ. ຂ້າພະ​ເຈົ້າ​ໄດ້​ນຶກ​ເຖິງ​ລູກ​ທຸກ​ຄົນ​ຜູ້​ກຳລັງ​ຄອຍ​ຖ້າ​ຂ້າພະ​ເຈົ້າ​ກັບ​ໄປ​ເພື່ອ​ຈັດ​ຫາ​ສິ່ງ​ທີ່​ພວກ​ເຂົາ​ຕ້ອງການ. ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ມີ​ພາລະ​ໜັກໜ່ວງ​​ເກີນ​ກວ່າ​ຈະ​ແບກ​ຫາບ​ໄດ້.

“ຂ້າພະ​ເຈົ້າຈື່​ໄດ້​ວ່າ ​ໄດ້​ຫລຽວ​ຂຶ້ນ​ທ້ອງຟ້າ​ສະຫວັນ​ດ້ວຍ​ນ້ຳຕາ ​ແລະ ກ່າວ​ວ່າ, ‘​ໂອ້ ພຣະບິດາ​ເອີຍ, ລູກ​ເຮັດ​ບໍ່​ໄດ້​ຄືນ​ນີ້, ລູກ​ເມື່ອຍ​ຫລາຍ. ລູກ​ຮັບ​ບໍ່​ໄຫວ​ແລ້ວ. ລູກ​ບໍ່​ສາມາດ​ກັບ​ບ້ານ​ໄປ​ດູ​ແລ​ລູກໆ​ຄົນ​ດຽວ​ໄດ້. ຂໍ​ໃຫ້​ລູກ​ໄປ​ຫາ​ພຣະອົງ​ ​ແລະ ຢູ່​ກັບ​ພຣະອົງ​ຈັກ​ຄືນໜຶ່ງ​​ໄດ້​ບໍ່? …’

“ຂ້າພະ​ເຈົ້າ​ບໍ່​ໄດ້​ຍິນ​ຄຳ​ຕອບ​​ເປັນ​ສຽງ, ​ແຕ່​ໄດ້​ຍິນ​ຢູ່​ໃນ​ໃຈ​ວ່າ: ‘ບໍ່​ໄດ້, ລູກ​ຮັກ, ລູກ​ຈະ​ກັບ​ມາ​ຫາ​ພໍ່​ຕອນ​ນີ້ບໍ່​ໄດ້. … ​ແຕ່​ພໍ່​ຈະ​ມາ​ຫາ​ລູກ.’”2

ຂອບ​ໃຈ​ຫລາຍໆ​ເດີ້, ​ເອື້ອຍ​ນ້ອງ​ທັງຫລາຍ, ສຳລັບ​ທຸກ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​​ເພື່ອ​ລ້ຽງ​ດູ​ຄອບຄົວ ​ແລະ ​ເຮັດ​ໃຫ້​ບ້ານ​ເຮືອນ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ບ່ອນ​ທີ່​ມີ​ຄວາມ​ດີ, ສັນຕິ​ສຸກ, ​ແລະ ​ໂອກາດ.

ເຖິງ​ແມ່ນ​ວ່າ​ທ່າ​ນຈະ​ຮູ້ສຶກ​​ເປົ່າ​ປ່ຽວ​ດຽວ​ດາຍເລື້ອຍໆ, ​ແຕ່​ຄວາມ​ຈິງ​ແລ້ວ ທ່ານ​ບໍ່​ໄດ້​ຢູ່ຕາມ​ລຳພັງຈັກ​ເທື່ອ ເມື່ອ​ທ່ານ​​ເດີນ​ໄປ​ດ້ວຍ​ຄວາມ​ອົດທົນ ​ແລະ ດ້ວຍ​ສັດທາ, ພຣະ​ເຈົ້າ​ຈະ​ສະຖິດ​ຢູ່​ນຳ​ທ່ານ; ສະຫວັນ​ຈະ​ປະທານ​ພອນ​ທີ່​ຈຳ​ເປັນ​ໃຫ້​ທ່ານ.

ທັດສະນະ ​ແລະ ພາບ​ຂອງຊີວິດ​ຈະ​ປ່ຽນ​ໄປ, ​ແທນ​ທີ່​ຈະ​​ຖືກ​ໂຍນ​ລົງ, ​ແຕ່​ທ່ານຈະຫລຽວ​ຂຶ້ນ.

ຫລາຍ​ຄົນ​ພວກ​ທ່ານ​ກໍ​ໄດ້​ພົບ​ເຫັນ​ຄວາມ​ຈິງ​ອັນ​ຍິ່ງ​ໃຫຍ່ ​ແລະ ປ່ຽນ​ແປງ​ນີ້​ແລ້ວ ​ເມື່ອ​ທ່ານ​ໃຊ້​ຊີວິດ​ໃນການ​ແບ່ງ​ເບົາ​ພາລະ​ຂອງ​ຄົນ​ອື່ນ, ​ແລ້ວ​ພາລະ​ຂອງ​ທ່ານ​ກໍ​ຈະ​ເບົາບາງ​ລົງ. ​ເຖິງ​ແມ່ນ​ວ່າ ສະພາບ​ການ​ອາດ​ບໍ່​ປ່ຽນ​ແປງ, ​ແຕ່​ຄຸນສົມບັດ​ຂອງ​ທ່ານ​ຈະ​ປ່ຽນ​ແປງ. ທ່ານ​ຈະ​ສາມາດ​ປະ​ເຊີນ​ກັບ​ບັນຫາ ​ແລະ ຍອມຮັບ​ເອົາ​ມັນ, ​ເຂົ້າ​ໃຈ, ​ແລະ ມີ​ຄວາມ​ກະຕັນຍູ​ອັນ​ເລິກ​ຊຶ້ງຕໍ່ສິ່ງ​ທີ່​ທ່ານ​ມີ, ​ແທນ​ທີ່​ຈະ​ເຫັນ​ແຕ່​ຄວາມ​ຂາດ​ຕົກ​ບົກພ່ອງ​ຂອງ​ຕົນ.

ທ່ານ​ໄດ້​ພົບ​ເຫັນ​ວ່າ ​ເມື່ອ​ທ່ານ​ເອື້ອມ​ອອກ​ໄປ​ຊ່ອຍ​ເຫລື​ອຄົນ​ທີ່​ຂັດ​ສົນ, ​ແລ້ວບັນຫາ​ຂອງ​ທ່ານ​ກໍ​ຈະ​ໄດ້​ຮັບ​ຄວາມຊ່ອຍ​ເຫລືອ​ຄື​ກັນ; ຈອກ​ຂອງ​ທ່ານຈະ “ລົ້ນ” (​ເພງ​ສັນລະ​ເສີນ 23:5).

​ໂດຍ​ການ​ດຳລົງ​ຊີວິດ​ຢ່າງ​ຊອບ​ທຳ, ທ່ານ​ ​ແລະ ລູກໆ​ຂອງ​ທ່ານ​ຈະ​ໄດ້​ຮັບ​ພອນ​ຂອງ​ການ​ເປັນ​ພາກສ່ວນ​ໜຶ່ງ​ໃນ​ຄອບຄົວ​ນິລັນດອນ​ໃນ​ມື້​ໜຶ່ງ.

ສະມາຊິກ ​ແລະ ຜູ້ນຳທັງຫລາຍ, ມີ​ສິ່ງ​ອື່ນ​ອີກ​ບໍ່​ທີ່​ທ່ານ​ສາມາດ​ຊ່ອຍ​ເຫລືອ​ພໍ່​ແມ່​ຜູ້​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ ​ໂດຍປາດ​ສະ​ຈາກ​ການ​ຕັດສິນ ຫລື ການ​ກ່າວ​ຫາ? ທ່າ​ນຈະ​ເປັນ​ຜູ້​ປຶກສາ​ໃຫ້​ຄົນ​ໜຸ່ມ​ໄດ້​ບໍໃນ​ຄອບຄົວ​ດັ່ງກ່າວ, ​ໂດຍ​ສະ​ເພາະຊ່ອຍ​ໃຫ້​ຊາຍໜຸ່ມ​ເຫັນ​ຕົວຢ່າງ​​ເຖິງສິ່ງ​ທີ່​ຊາຍ​ທີ່​ດີ​ເຮັດ ​ແລະ ວິທີ​ທີ່​ຊາຍ​ທີ່​ດີ​ດຳລົງ​ຊີວິດ? ​ໃນ​ບ້ານ​ທີ່​ບໍ່​ມີ​ພໍ່, ທ່ານ​ໄດ້​​ເປັນ​ແບບຢ່າງ​ທີ່ດີ​ພໍ​​ແລ້ວ​ບໍ​ເພື່ອ​ໃຫ້​ເຂົາ​ເຮັດ​ຕາມ?

​ແນ່ນອນ, ຈະ​ມີ​ຄອບຄົວ​ທີ່​ພໍ່​ເປັນ​ຜູ້​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ. ອ້າຍ​ນ້ອງ​ທັງຫລາຍ, ພວກ​ເຮົາ​ກໍ​ໄດ້​ອະທິຖານ​ເພື່ອ​ທ່ານ​ຄື​ກັນ. ຂ່າວສານ​ນີ້​ກໍ​ແມ່ນ​ສຳລັບ​ທ່ານ​​ດ້ວຍ.

ພໍ່​ແມ່​ຜູ້​ລ້ຽງ​ລູກ​ດ້ວຍ​ຕົນ​ເອງທັງຫລາຍ, ຂ້າພະ​ເຈົ້າ​ຂໍ​ເປັນ​ພະຍານ​ວ່າ ​ເມື່ອ​ທ່ານ​​ໄດ້​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ທ່ານ​ແລ້ວ ກັບ​ການ​ທ້າ​ທາຍ​ອັນ​ຫຍຸ້ງຍາກ​ທີ່​ສຸດ, ​ແລ້ວ​ສະຫວັນ​ຈະ​ຍິ້ມ​ໃຫ້​​ທ່ານ. ທ່ານ​ບໍ່​ໄດ້​ຢູ່​ຕາມ​ລຳພັງ. ຂໍ​ໃຫ້ການ​ໄຖ່, ອຳນາດ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ເຢຊູຄຣິດຈົ່ງ​ເຍືອງ​ທາງ​ຊີວິດ​ຂອງ​ທ່ານ​ໃນ​ຕອນ​ນີ້ ​ແລະ ​ເຮັດ​ໃຫ້​ທ່ານ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງກັບ​ຄຳ​ສັນຍາ​ນິລັນດອນ. ຈົ່ງ​ກ້າຫານ. ຈົ່ງ​ມີ​ສັດທາ ​ແລະ ຄວາມຫວັງ. ຈົ່ງອົດທົນ​ກັບ​ປະຈຸ​ບັນ ​ແລະ ​ເບິ່ງ​ອະນາຄົດ​ດ້ວຍ​ຄວາມໝັ້ນ​ໃຈ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. Neal A. Maxwell, Notwithstanding My Weakness (1981), 68.

  2. In Gordon B. Hinckley, “In the Arms of His Love,” Liahona and Ensign, Nov. 2006, 117.