​2010–2019
ວິທີທີຈະໄດ້ຮັບການເປີດເຜີຍ ແລະ ການດົນໃຈສຳລັບຊີວິດສ່ວນຕົວຂອງທ່ານ
ເມສາ 2012


ວິທີ​ທີ່​ຈະ​ໄດ້​ຮັບ​ການ​ເປີດເຜີຍ ແລະ ການ​ດົນ​ໃຈ​ສຳລັບ​ຊີວິດ​ສ່ວນ​ຕົວ​ຂອງ​ທ່ານ

ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຢາກ ໃຫ້​ເຮົາ​ອະທິຖານ​ຫາ​ພຣະ​ອົງ ແລະ ທູນ​ຂໍ? ເພາະວ່າ​ນັ້ນ​ເປັນ​ວິທີ​ທາງ​ທີ່​ການ​ເປີດເຜີຍ​ຈະ​ຖືກ​ໄດ້​ຮັບ.

ທຸກ​ຄົນ​ທີ່​ໄດ້​ກ່າວ​ຢູ່​ເທິງ​ແທ່ນ​ປາ​ໄສ​ນີ້​ກໍ​ຮູ້ສຶກ​ເຖິງ​ພະລັງ ແລະ ການ​ສະໜັບສະໜູນ​ຂອງ​ສະມາຊິກ​ຕະຫລອດ​ທົ່ວ​ໂລກ. ຂ້າພະເຈົ້າ​ມີ​ຄວາມ​ກະຕັນຍູ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ດຽວ​ກັນ​ນັ້ນ​ຈາກ​ຄູ່​ຄອງ ແລະ ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ. ຂອບໃຈ​ຫລາຍໆ​ຈີນ​ນີ.

ພຣະ​ວິນ​ຍານ​ບໍລິສຸດ​ສື່ສານ​ຂໍ້​ມູນ​ສຳຄັນ​ທີ່​ເຮົາ​ຕ້ອງການ​ເພື່ອ​ນຳພາ​ເຮົາ​ໃນ​ການ​ເດີນທາງ​ຂອງ​ເຮົາ​ຢູ່​ເທິງ ໂລກ​ມະຕະ. ເມື່ອ​ຂໍ້​ມູນ​ນັ້ນ​ຊັດ​ເຈນ ແລະ ແຈ່ມ​ແຈ້ງ ແລະ ສຳຄັນ, ມັນ​ຕ້ອງ​ໄດ້​ຮັບ​ຊື່ວ່າ​ເປັນ​ການ​ເປີດ ເຜີຍ. ເມື່ອ​ມັນ​ເປັນ​ການ​ກະ​ຕຸ້ນ​ຕາມ​ລຳດັບ​ທີ່​ເຮົາ​ໄດ້​ຮັບ​ເລື້ອຍໆ ເພື່ອ​ນຳພາ​ເຮົາ​ແຕ່​ລະ​ບາດກ້າວ​ທີ່​ນຳ ໄປ​ສູ່​ເປົ້າ​ໝາຍ​ທີ່​ມີ​ຄຸນຄ່າ, ສຳລັບ​ຂ່າວສານ​ຂອງ​ຂ້າພະເຈົ້າ​ນີ້, ມັນ​ເປັນຄວາມ​ດົນ​ໃຈ.

ຕົວຢ່າງ​ໜຶ່ງ​ຂອງ​ການ​ເປີດເຜີຍ​ອາດ​ເປັນ​ການ​ນຳພາ​ທີ່​ປະທານ​ສະ​ເປັນ​ເຊີ ດັບ​ບັນ​ຢູ ຄິມໂບ ໄດ້​ຮັບ ຫລັງ​ຈາກ​ການ​ອ້ອນວອນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ເວລາ​ອັນ​ຍາວ​ນານ ແລະ ຕໍ່​ເນື່ອງ​ຂອງ​ເພິ່ນ​ກ່ຽວ​ກັບ ການ​ປະທານ​ຖານະ​ປະໂລຫິດ​ໃຫ້​ແກ່​ຜູ້​ຊາຍ​ທີ່​ຊອບ​ທຳ​ທຸກ​ຄົນ​ໃນ​ສາດສະໜາ​ຈັກ​ໃນ​ວັນ​ເວລາ​ທີ່​ມັນ ໄດ້​ມີ​ໃຫ້​ພຽງ​ແຕ່​ສຳລັບ​ບາງ​ຄົນ​ເທົ່າ​ນັ້ນ.

ອີກ​ຕົວຢ່າງ​ໜຶ່ງ​ຂອງ​ການ​ເປີດເຜີຍ​ຄື​ການ​ຊີ້​ນຳ​ທີ່​ຖືກ​ມອບ​ໃຫ້​ສາດສະດາ​ໂຈ​ເຊັບ  ແອັຟ ສະ​ມິດ ວ່າ: “ຂ້າພະເຈົ້າ​ເຊື່ອ​ວ່າ​ພວກ​ເຮົາ​ເຄື່ອນ​ໄຫວ ແລະ ໄດ້​ເປັນ​ຕົວ​ເຮົາ​ເອງ​ໃນ​ທີ່​ປະ​ທັບ​ຂອງ​ເຫລົ່າ​ທູດ​ແຫ່ງ ສະຫວັນ ແລະ ຜູ້​ຄົນ​ແຫ່ງ​ສະຫວັນ. ພວກ​ເຮົາ​ບໍ່​ໄດ້​ຢູ່​ແຍກ​ຈາກ​ເຂົາເຈົ້າ. ... ພວກ​ເຮົາ​ກ່ຽວ​ພັນ ກັບ​ຍາດ​ພີ່ນ້ອງ, ກັບ​ບັນພະບຸລຸດ​ຂອງ​ເຮົາ, ... ຜູ້​ທີ່​ໄດ້​ໄປ​ສູ່​ໂລກ​ແຫ່ງ​ວິນ​ຍານ​ກ່ອນ​ເຮົາ. ເຮົາ​ບໍ່​ສາມາດ​ລືມ​ເຂົາເຈົ້າ​ໄດ້; ເຮົາ​ຈະ​ບໍ່​ເຊົາ​ຮັກ​ເຂົາເຈົ້າ; ເຮົາ​ເກັບ​ເຂົາເຈົ້າ​ໄວ້​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ, ໃນ​ຄວາມ​ຊົງ​ຈຳ, ແລະ ສະນັ້ນ​ເຮົາ​ຈຶ່ງ​ພົວພັນ ແລະ ຮ່ວມ​ກັນ​ຢູ່​ກັບ​ເຂົາເຈົ້າ​ໂດຍ​ຄວາມ​ສຳພັນ ທີ່​ເຮົາ​ຕັດຂາດ​ບໍ່​ໄດ້. ... ຖ້າ​ນີ້​ເປັນ​ແບບ​ດຽວ​ກັບ​ພວກ​ເຮົາ​ໃນ​ສະພາບ​ການ​ທີ່​ຈຳກັດ​ຂອງ​ເຮົາ, ອ້ອມ​ຮອບ​ຢູ່​ກັບ​ຄວາມ​ອ່ອນແອ​ທາງ​ໂລກ​ຂອງ​ເຮົາ, ... ມັນ​ຈະ​ແນ່ນອນ​ພຽງ​ໃດ .... ທີ່​ຈະ​ເຊື່ອ​ວ່າ ຜູ້​ທີ່​ໄດ້​ຊື່ສັດ, ທີ່​ໄດ້​ເສຍ​ຊີວິດ​ໄປ​ແລ້ວ .... ສາມາດ​ເຫັນ​ໄດ້​ດີ​ກວ່າ​ທີ່​ເຮົາ​ສາມາດ​ເຫັນ​ເຂົາເຈົ້າ; ວ່າ​ເຂົາເຈົ້າ​ຮູ້ຈັກ​ເຮົາ​ດີ​ກວ່າ​ເຮົາ​ຮູ້ຈັກ​ເຂົາເຈົ້າ. ... ເຮົາ​ມີ​ຊີວິດ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ເຂົາເຈົ້າ, ເຂົາເຈົ້າ ເຫັນ​ເຮົາ, ເຂົາເຈົ້າ​ເປັນ​ຫ່ວງ​ນຳ​ຄວາມ​ຜາ​ສຸກ​ຂອງ​ເຮົາ, ເຂົາເຈົ້າ​ຮັກ​ເຮົາ​ໃນ​ເວລາ​ນີ້​ຫລາຍ​ກວ່າ​ແຕ່​ກ່ອນ. ໃນ​ເວລາ​ນີ້​ເຂົາເຈົ້າ​ເຫັນ​ອັນຕະລາຍ​ທີ່​ລໍ້​ລວງ​ເຮົາ; ... ຄວາມ​ຮັກ​ທີ່​ເຂົາເຈົ້າ​ມີ​ໃຫ້​ເຮົາ ແລະ ຄວາມ ປາຖະໜາ​ຂອງ​ເຂົາເຈົ້າ​ສຳລັບ​ຄວາມ​ປອດ​ໄພ​ຂອງ​ເຮົາ​ຕ້ອງ​ຍິ່ງ​ໃຫຍ່​ກວ່າ​ທີ່​ເຮົາ​ຮູ້ສຶກ​ສຳລັບ​ຕົວ​ເຮົາ​ເອງ.”1

ເຮົາ​ສາມາດ​ເຮັດ​ໃຫ້​ຄວາມ​ສຳພັນ​ຂອງ​ເຮົາ​ກັບ​ຜູ້​ຄົນ​ທີ່​ເຮົາ​ຮູ້ຈັກ ແລະ ຮັກແພງ​ທີ່​ໄດ້​ເສຍ​ຊີວິດ​ໄປ ແລ້ວ​ເຂັ້ມແຂງ​ໄດ້. ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ໄດ້​ໂດຍ​ຄວາມ​ພະຍາຍາມ​ທີ່​ເດັດດ່ຽວ​ຂອງ​ເຮົາ​ທີ່​ຈະ​ເຮັດ​ສິ່ງ​ທີ່ ຖືກຕ້ອງ​ຕໍ່​ໄປ. ເຮົາ​ສາມາດ​ເຮັດ​ໃຫ້​ຄວາມ​ສຳພັນ​ຂອງ​ເຮົາ​ກັບ​ບຸກຄົນ​ທີ່​ເຮົາ​ທີ່​ເຮົາ​ຮັກ​ທີ່​ໄດ້​ເສຍ​ໄປ ແລ້ວ​ເຂັ້ມແຂງ​ຂຶ້ນ ໂດຍ​ການ​ຍອມຮັບ​ວ່າການ​ຈາກ​ໄປ​ນັ້ນ ເປັນ​ສິ່ງ​ຊົ່ວຄາວ ແລະ ວ່າ​ພັນທະ​ສັນຍາ ທີ່​ເຮົາ​ໄດ້​ເຮັດ​ໃນ​ພຣະ​ວິຫານ​ນັ້ນ​ເປັນ​ຊົ່ວ​ນິລັນດອນ. ເມື່ອ​ຖືກ​ຮັກສາ​ຢ່າງ​ສະ​ໝ່ຳ​ສະເໝີ, ມັນ​ຈະ​ເຮັດ ໃຫ້ການ​ບັນລຸ​ຄຳ​ສັນຍາ​ນິລັນດອນ​ທີ່​ມີ​ຢູ່​ໃນ​ພັນທະ​ສັນຍາ​ນັ້ນ​ແນ່ນອນ.

ຕອນ​ຂ້າພະເຈົ້າ​ໄດ້​ຮັບ​ການ​ກະ​ຕຸ້ນ​ເຕືອນ​ຢ່າງ​ແຮງ​ກ້າ​ຈາກ​ພຣະ​ວິນ​ຍານ​ວ່າ​ໃຫ້​ຂໍ​ຍິງ​ສາວ​ຜູ້​ສວຍ​ງາມ ຄົນ​ໜຶ່ງ​ຊື່ ຈິນນີນ ວອດ​ກິນ ໃຫ້​ໄປ​ຜະ​ນຶກ​ກັບ​ຂ້າພະເຈົ້າ​ທີ່​ພຣະ​ວິຫານ.

ບົດ​ຮຽນ​ທິ່​ຍິ່ງ​ໃຫຍ່​ບົດ​ໜຶ່ງ​ທີ່​ເຮົາ​ແຕ່ລະຄົນ​ຕ້ອງ​ຮຽນ​ຮູ້​ຄື​ທີ່​ຈະ​ທູນ​ຂໍ. ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຢາກ ໃຫ້​ເຮົາ​ອະທິຖານ​ຫາ​ພຣະ​ອົງ ແລະ ທູນ​ຂໍ? ເພາະວ່າ​ນັ້ນ​ເປັນ​ວິທີ​ທາງ​ທີ່​ການ​ເປີດເຜີຍ​ຈະ​ຖືກ​ໄດ້​ຮັບ.

ເມື່ອ​ຂ້າພະເຈົ້າ​ໄດ້​ປະ​ເຊີນ​ໜ້າ​ກັບ​ເລື່ອງ​ທີ່​ຍາກ​ລຳບາກ, ນີ້​ເປັນ​ວິທີ​ທາງ​ທີ່​ຂ້າພະເຈົ້າ​ພະຍາຍາມ ຈະ​ເຂົ້າໃຈ​ວ່າ​ຈະ​ເຮັດ​ຫຍັງ​ແດ່. ຂ້າພະເຈົ້າ​ຈະ​ຖື​ສິນ​ອົດ​ເຂົ້າ. ຂ້າພະເຈົ້າ​ຈະ​ອະທິຖານ​ເພື່ອ​ຈະ​ໄດ້​ພົບ ແລະ ເຂົ້າໃຈ​ຂໍ້​ພຣະ​ຄຳ​ພີ​ທີ່​ຈະ​ຊ່ອຍ​ເຫລືອ. ຂັ້ນ​ຕອນ​ນີ້​ເປັນ​ວົງ​ຈອນ. ຂ້າພະເຈົ້າ​ເລ​ີ່ມ​ອ່ານ​ຂໍ້​ພຣະ​ຄຳ​ພີ; ຂ້າພະເຈົ້າ​ໄຕ່ຕອງ​ຄວາມ​ໝາຍ​ຂອງ​ຂໍ້​ນັ້ນ ແລະ ອະທິຖານ​ຂໍ​ຄວາມ​ດົນ​ໃຈ. ແລ້ວ​ຂ້າພະເຈົ້າ​ຈະ​ໄຕ່ຕອງ ແລະ ອະທິຖານ​ເພື່ອ​ຈະ​ຮູ້​ຖ້າ​ຫາກ​ຂ້າພະເຈົ້າ​ໄດ້​ບັນທຶກ​ທຸກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະສົງ​ໃຫ້​ຂ້າພະເຈົ້າ​ເຮັດ. ສ່ວນ​ຫລາຍ​ແລ້ວ​ຄວາມ​ປະ​ທັບ​ໃຈ​ຫລາຍ​ຢ່າງ​ຈະ​ເຂົ້າ​ມາ​ພ້ອມ​ຄວາມ​ເຂົ້າໃຈ​ຄຳ​ສອນ​ທີ່​ເພີ່ມ​ທະວີ​ຂຶ້ນ. ຂ້າພະເຈົ້າ​ໄດ້​ພົບ​ເຫັນ​ແບບແຜນ​ນັ້ນ​ທີ່​ເປັນ​ວິທີ​ທາງ​ທີ່​ດີ​ທີ່​ຈະ​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ.

ຍັງ​ມີ​ຫລັກ​ທຳ​ບາງ​ຢ່າງ​ທີ່​ນຳ​ໃຊ້​ໄດ້​ທີ່​ຈະ​ເພີ່ມ​ພູນ​ການ​ເປີດເຜີຍ. ທຳ​ອິດ, ຄວາມ​ຮູ້ສຶກ​ທີ່​ຈະ​ກໍ່ໃຫ້ເກີດ ຄວາມ​ໂມໂຫ ຫລື ຄວາມເຈັບ​ປວດ ຫລື ການ​ປ້ອງ​ກັນ​ຕົວ​ຈະ​ຂັບ​ໄລ່​ພຣະ​ວິນ​ຍານ​ບໍລິສຸດ​ອອກ​ໄປ. ອາລົມ ເຫລົ່າ​ນີ້​ຕ້ອງ​ຖືກ​ກຳຈັດ​ອອກ​ໄປ, ຫລື ໂອກາດ​ທີ່​ຈະ​ໄດ້​ຮັບ​ການ​ເປີດເຜີຍ​ນັ້ນ​ຈະ​ມີ​ໜ້ອຍ.

ອີກ​ຫລັກ​ທຳ​ອີກ​ຢ່າງ​ໜຶ່ງ​ຄື ໃຫ້​ລະມັດລະວັງ​ກັບ​ຄວາມ​ຕະຫລົກ. ສຽງ​ຫົວ​ທີ່​ບໍ່​ເໝາະ​ສົມ​ຈະ​ເຮັດ​ໃຫ້ ພຣະ​ວິນ​ຍານ​ບໍ່​ພໍ​ພຣະ​ໄທ. ຄວາມ​ຕະຫລົກ​ທີ່​ດີ​ຈະ​ຊ່ອຍ​ໃນ​ການ​ເປີດເຜີຍ; ຄວາມ​ຕະຫລົກ​ຄື​ການ​ປົດ​ປ່ອຍ​ຄວາມ​ກົດ​ດັນ​ຂອງ​ຊີວິດ​ອອກ​ໄປ.

ສັດຕູ​ຂອງ​ການ​ເປີດເຜີຍ​ອີກ​ຢ່າງ​ໜຶ່ງ​ຈະ​ມາ​ຈາກ​ການ​ເວົ້າ​ເກີນ​ຄວາມ​ຈິງ ຫລື ສຽງ​ດັງ​ພິລຶກ​ໃນ​ສິ່ງ​ທີ່​ໄດ້​ກ່າວ. ການ​ເວົ້າ​ຈາ​ງຽບໆ ແລະ ລະມັດລະວັງ​ຈະ​ສົ່ງເສີມ​ອຳນາດ​ທີ່​ຈະ​ໄດ້​ຮັບ​ການ​ເປີດເຜີຍ.

ອີກ​ດ້ານ​ໜຶ່ງ​ທີ່​ມີ​ອິດ​ທິ​ພົນ​ຕໍ່​ການ​ສື່ສານ​ທາງ​ວິນ​ຍານ​ຄື​ສຸຂະພາບ. ການ​ອອກກຳລັງ​ກາຍ, ການ​ຫລັບ​ນອນ ທີ່​ສົມຄວນ, ແລະ ການ​ເລືອກ​ອາຫານ​ການ​ກິນ​ທີ່​ດີ​ຈະ​ເພີ່ມ​ຂະຫຍາຍ​ຄວາມ​ສາມາດ​ຂອງ​ເຮົາ​ທີ່​ຈະ​ໄດ້​ຮັບ ແລະ ເຂົ້າໃຈ​ການ​ເປີດເຜີຍ. ເຮົາ​ຈະ​ມີ​ຊີວິດ​ຢູ່​ເປັນ​ເວລາ​ທີ່​ຖືກ​ກຳນົດ​ໄວ້​ໃນ​ລະຍະ​ຊີວິດ​ຂອງ​ເຮົາ; ເຖິງ​ຢ່າງໃດ​ກໍ​ຕາມ, ເຮົາ​ສາມາດ​ເຮັດ​ໃຫ້​ທັງ​ຄຸນ​ນະ​ພາບ​ແຫ່ງ​ການ​ຮັບ​ໃຊ້​ນັ້ນ ແລະ ຄວາມ​ຜາ​ສຸກ​ຂອງ ເຮົາ​ດີ​ຂຶ້ນ​ໂດຍ​ການ​ເລືອກ​ທີ່​ເໝາະ​ສົມ​ຢ່າງ​ລະມັດລະວັງ.

ມັນ​ສຳຄັນ​ທີ່​ກິດຈະກຳ​ປະຈຳ​ວັນ​ຂອງ​ເຮົາ​ບໍ່​ໄດ້​ກີດ​ກັນ​ເຮົາ​ຈາກ​ການ​ຟັງ​ພຣະ​ວິນ​ຍານ.

ການ​ເປີດເຜີຍ​ຖືກ​ມອບ​ໃຫ້​ໃນ​ຄວາມ​ຝັນ​ຄື​ກັນ ເມື່ອ​ມີ​ການ​ປ່ຽນ​ສະພາບ​ຈາກ​ການ​ນອນ​ຫລັບ​ຫາ​ການ ຕື່ນ​ຕົວ​ທີ່​ເກືອບ​ສັງເກດ​ເຫັນ​ບໍ່​ໄດ້. ຖ້າ​ທ່ານ​ພະຍາຍາມ​ຈະ​ບັນທຶກ​ມັນ​ໄວ້​ໃນ​ທັນທີ, ທ່ານ​ຈະ​ສາມາດ ບັນທຶກ​ລາຍ​ລະອຽດ​ໄດ້​ດີ, ບໍ່​ດັ່ງນັ້ນ ມັນ​ຈະ​ຄ່ອຍໆ​ຫາຍ​ໄປ​ຢ່າງ​ວ່ອງໄວ. ການ​ສື່ສານ​ທີ່​ດົນ​ໃຈ​ໃນ​ກາງຄືນ ທົ່ວ​ໄປ​ແລ້ວ​ຈະ​ຕິດຕາມ​ມາ​ດ້ວຍ​ຄວາມ​ຮູ້ສຶກ​ອັນ​ສັກສິດ​ສຳລັບ​ປະສົບ​ການ​ທັງ​ໝົດ. ພຣະ​ຜູ້​ເປັນ​ເຈົ້າ ຈະ​ໃຊ້​ບຸກຄົນ​ທີ່​ເຮົາ​ມີ​ຄວາມ​ນັກ​ຖື​ຫລາຍ​ທີ່​ຈະ​ສອນຄວາມ​ຈິງ​ໃຫ້​ເຮົາ​ໃນ​ຄວາມ​ຝັນ ເພາະວ່າ​ເຮົາ​ໄວ້ ວາງໃຈ​ເຂົາເຈົ້າ ແລະ ຈະ​ຮັບ​ຟັງ​ຄຳ​ແນະນຳ​ຂອງ​ເຂົາເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ໃຫ້ການ​ສັ່ງສອນ​ນັ້ນ ຜ່ານ​ພຣະ​ວິນ​ຍານ​ບໍລິສຸດ. ເຖິງ​ຢ່າງໃດ​ກໍ​ດີ, ໃນ​ຄວາມ​ຝັນ​ນັ້ນ​ພຣະ​ອົງອາດ​ເຮັດ​ໃຫ້​ມັນ​ງ່າຍ​ທີ່​ຈະ​ເຂົ້າໃຈ ແລະ ຈະ​ສຳ​ພັດ​ຫົວໃຈ​ໂດຍ​ການ​ສັ່ງສອນ​ຈາກ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ເຮົາ​ຮັກ ແລະ ນັບຖື.

ເມື່ອ​ມັນ​ເປັນ​ເພື່ອ​ຈຸດປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງສາ​ມາດ​ນຳ​ສິ່ງ​ໃດ​ກໍ​ໄດ້​ມາສູ່​ຄວາມ​ຈົດ​ຈຳ ຂອງ​ເຮົາ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ເຮົາ. ຄວາມ​ເທັດ​ຈິງ​ນີ້​ຄວນ​ບໍ່​ເຮັດ​ໃຫ້​ຄວາມ​ຕັ້ງໃຈ​ຂອງ​ເຮົາ​ອ່ອນແອ​ທີ່​ຈະ​ບັນທຶກ ຄວາມ​ປະ​ທັບ​ໃຈ​ຈາກ​ພຣະ​ວິນ​ຍານ. ຂັ້ນ​ຕອນ​ຂອງ​ການ​ຫວນ​ຄິດ​ໂດຍ​ການ​ດົນ​ໃຈ​ຈະ​ຖືກ​ເພີ່ມ​ພູນ​ໂດຍ ການ​ບັນທຶກ​ມັນ​ໄວ້​ຢ່າງ​ລະມັດລະວັງ. ການ​ບັນທຶກ​ການ​ດົນ​ໃຈ​ຢ່າງ​ລະມັດລະວັງ​ນັ້ນ​ຈະ​ສະແດງ​ໃຫ້ ພຣະ​ເຈົ້າ​ເຫັນ​ວ່າການ​ສື່ສານ​ຂອງ​ພຣະ​ອົງ​ນັ້ນ​ສັກສິດ​ສຳລັບ​ເຮົາ. ການ​ບັນທຶກ​ການ​ຊີ້​ນຳ​ດັ່່ງ​ກ່າວ ຈາກ​ພຣະ​ວິນ​ຍານ​ຄວນ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ການ​ສູນ​ເສຍ ຫລື ຈາກ​ການ​ລ່ວງ​ລ້ຳ​ຂອງ​ຄົນ​ອື່ນ.

ພຣະ​ຄຳ​ພີ​ໃຫ້ການ​ຢືນຢັນ​ທີ່​ຄ່ອງ​ແຄ້ວ​ວ່າຄວາມ​ຈິງ, ທີ່​ໄດ້​ປະຕິບັດ​ຕາມ​ຢ່າງ​ສະ​ໝ່ຳ​ສະເໝີ, ຈະ​ເປີດ ປະຕູ​ໄປ​ສູ່​ການ​ດົນ​ໃຈ​ແນວໃດ ທີ່​ຈະ​ຮູ້​ສິ່ງ​ທີ່​ຈະ​ຕ້ອງ​ເຮັດ ແລະ ເມື່ອ​ຈຳເປັນ​ອຳນາດ​ແຫ່ງ​ສະຫວັນ​ຈະ​ເພີ່ມ ຄວາມ​ສາມາດ​ຂອງ​ເຮົາ. ພຣະ​ຄຳ​ພີ​ສະແດງ​ໃຫ້​ເຫັນ​ວ່າຄວາມ​ສາມາດ​ຂອງ​ຄົນ​ອື່ນ​ທີ່​ຈະ​ເອົາ​ຊະນະ ການ​ທ້າ​ທາຍ​ທີ່​ຍາກ​ລຳບາກ, ໜ້າ​ສົງໄສ ແລະ ເບິ່ງ​ຄື​ວ່າ​ຈະ​ເອົາ​ຊະນະ​ບໍ່​ໄດ້​ຖືກ​ເຮັດ​ໃຫ້​ເຂັ້ມແຂງ​ຂຶ້ນ ໃນ​ເວລາ​ທີ່​ຕ້ອງການ. ຂະນະ​ທີ່​ທ່ານ​ຄິດ​ໄຕ່​່​ຕອງ​ຕົວຢ່າງ​ເຫລົ່າ​ນີ້, ການ​ຢືນຢັນ​ທີ່​ງຽບ​ສະຫງົບ​ຈະ​ເຂົ້າ ມາ​ຜ່ານ​ພຣະ​ວິນ​ຍານ​ວ່າ​ປະສົບ​ການ​ຂອງ​ເຂົາເຈົ້າ​ຈິງ. ທ່ານ​ຈະ​ມາ​ຮູ້​ວ່າຄວາມ​ຊ່ອຍ​ເຫລືອ​ທີ່​ຄ້າຍ​ກັນ​ນີ້ ກໍ​ມີ​ໄວ້​ໃຫ້​ທ່ານ​ຕາມ​ເງື່ອນໄຂ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກຳນົດ​ໄວ້.

ຂ້າພະເຈົ້າ​ໄດ້​ເຫັນ​ບຸກຄົນ​ທີ່​ປະ​ເຊີນ​ກັບ​ການ​ທ້າ​ທາຍ ຜູ້​ທີ່​ໄດ້​ຮູ້​ສິ່ງ​ທີ່​ເຂົາເຈົ້າ​ຕ້ອງ​ເຮັດ​ເມື່ອ​ມັນ​ເກີນ ປະສົບ​ການ​ຂອງ​ເຂົາເຈົ້າ​ເພາະວ່າ​ເຂົາເຈົ້າ​ໄດ້​ໄວ້​ວາງໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ​ພຣະ​ອົງ​ຈະ​ນຳພາ ເຂົາເຈົ້າ​ໄປ​ສູ່​ຂໍ້​ແກ້​ໄຂ​ທີ່​ເຂົາເຈົ້າ​ຕ້ອງການ​ຢ່າງ​ຮີບ​ດ່ວນ.

ພຣະ​ເຈົ້າ​ໄດ້​ກ່າວ​ວ່າ ເຮົາ​ຈະ​ໄດ້​ຮັບ​ການ​ສອນ​ຈາກ​ເບື້ອງບົນ. ເຮົາ​ຄວນ​ຊຳລະ​ຕົວ​ໃຫ້​ບໍລິສຸດ ແລະ ເຮົາ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ອຳນາດ, ເພື່ອ​ເຮົາ​ຈະ​ຮັບ​ແມ່ນ​ແຕ່​ດັ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ​ໄວ້.2 ຄຳ​ທີ່​ວ່າ ຊຳລະ​ຕົວ​ໃຫ້​ບໍລິສຸດ ອາດ​ປະກົດ​ວ່າ​ໜ້າ​ງົງ​ງັນ. ປະທານ​ແຮ​ໂຣນ ບີ ລີ ໄດ້​ອະທິບາຍ​ເທື່ອ​ໜຶ່ງ​ວ່າ, “ທ່ານ​ສາມາດ​ເອົາ​ສຳນວນ​ທີ່​ວ່າ, ‘ຮັກ​ສາ​ພຣະ​ບັນຍັດ​ຂອງ​ເຮົາ’ ມາ​ແທນ​ຄຳ​ເຫລົ່ານັ້ນ​ໄດ້.”3

ນີ້​ກໍ​ໝາຍ​ຄວາມ​ວ່າ​ຄົນໆ​ນັ້ນ​ຕ້ອງ​ສະອາດ​ທັງ​ທາງ​ຈິດໃຈ ແລະ ຮ່າງກາຍ​ເພື່ອ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ ສາມາດ​ດົນ​ໃຈ​ເຂົາ. ມັນ​ໝາຍ​ຄວາມ​ວ່າ​ເຈດ​ຕະ​ນາ​ຂອງ​ເຂົາ​ຕ້ອງ​ບໍລິສຸດ. ຄົນ​ທີ່​ຮັກ​ສາ​ພຣະ​ບັນຍັດ​ຂອງ ພຣະ​ອົງ​ພຣະ​ອົງ​ຈະ​ໄວ້​ວາງໃຈ​ເຂົາ; ບຸກຄົນໆ​ນັ້ນ​ຈະ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ອົງ​ເພື່ອ​ຈະ​ຮູ້​ສິ່ງ ທີ່​ຈະ​ຕ້ອງ​ເຮັດ ແລະ ຕາມ​ທີ່​ຈຳເປັນ​ຈະ​ໄດ້​ຮັບ​ອຳນາດ​ຈາກ​ສະຫວັນ ຫລື ຄວາມ​ສາມາດ​ທີ່​ຈະ​ເຮັດ​ສິ່ງ​ນັ້ນ.

ເພື່ອ​ເລື່ອງ​ທາງ​ວິນ​ຍານ​ຈະ​ເຕີບ​ໂຕ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ມີ​ໄວ້​ໃຫ້​ຫລາຍ​ເມື່ອ​ຕ້ອງການ, ມັນ​ຕ້ອງ​ຖືກ ປູກຝັງ​ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ຊອບ​ທຳ. ຄວາມ​ຍິ່ງ​ຍະໂສ, ຄວາມ​ຈອງຫອງ, ແລະ ຄວາມ​ອວດດີ ເປັນ​ເໝືອນ​ໜ້າດິນ​ພື້ນ​ຫີນ​ທີ່​ຈະ​ບໍ່ເກີດ​ຜົນ​ທາງ​ວິນ​ຍານ.

ຄວາມ​ຖ່ອມຕົວ​ເປັນ​ພື້ນ​ດິນ​ທີ່​ອຸດົມສົມບູນ​ບ່ອນ​ທີ່​ຄວາມ​ເປັນ​ຝ່າຍ​ວິນ​ຍານ​ຈະ​ເຕີບ​ໂຕ ແລະ ອອກ​ໝາກ ຜົນ​ແຫ່ງ​ການ​ດົນ​ໃຈ​ທີ່​ຈະ​ຮູ້​ສິ່ງ​ທີ່​ຕ້ອງ​ເຮັດ. ມັນ​ພາ​ເຮົາ​ເຂົ້າ​ສູ່​ອຳນາດ​ຈາກ​ສະຫວັນ​ທີ່​ຈະ​ສຳເລັດ​ສິ່ງ ທີ່​ຕ້ອງ​ເຮັດ. ຄວາມ​ຖ່ອມຕົວ​ມີ​ລັກສະນະ​ທີ່​ລ້ຳ​ຄ່າ​ສອງ​ຢ່າງ: ຄວາມ​ສາມາດ​ທີ່​ຈະ​ຍອມຮັບ​ຕໍ່​ຄຳ​ສອນ ຂອງ​ພຣະ​ວິນ​ຍານ ແລະ ຄວາມ​ບໍລິສຸດ​ຂອງ​ການ​ເຈດ​ຕະ​ນາ. ບຸກຄົນໆ​ໜຶ່ງ​ທີ່​ຖືກ​ກະ​ຕຸ້ນ​ໂດຍ​ຄວາມ ປາຖະໜາ​ຫາ​ຄວາມ​ສັນລະເສີນ ຫລື ຄວາມ​ຍ້ອງຍໍ​ຈະ​ບໍ່​ມີ​ສິດ​ໄດ້​ຮັບ​ການ​ສັ່ງສອນ​ຈາກ​ພຣະ​ວິນ​ຍານ. ການ​ດົນ​ໃຈ​ເຮັດ​ໃຫ້​ເຮົາ​ມີ​ສິດ​ທີ່​ຈະ​ຮູ້​ສິ່ງ​ທີ່​ຕ້ອງ​ເຮັດ ແລະ ເມື່ອ​ຈຳເປັນ​ຈະ​ນຳໄປ​ສູ່​ອຳນາດ​ຈາກ ສະຫວັນ​ທີ່​ຈຳເປັນ​ເພື່ອ​ສຳເລັດ​ສິ່ງ​ນັ້ນ. ບຸກຄົນ​ທີ່​ີ​ອວດດີ, ປ່ອຍ​ໃຫ້​ອາລົມ​ຂອງ​ເຂົາ​ມີ​ອິດ​ທິ​ພົນ ຕໍ່​ການ​ຕັດສິນ​ໃຈ​ຂອງ​ເຂົາ, ຫລື ປ່ອຍ​ໃຫ້​ອິດ​ທິ​ພົນ ຫລື ແຮງ​ກົດ​ດັນ​ຈາກ​ອີກ​ຄົນ​ໜຶ່ງ​ເພື່ອ​ຄວບ​ຄຸມ ການ​ກະທຳ​ຂອງ​ເຂົາ​ຈະ​ບໍ່​ໄດ້​ຮັບ​ການ​ດົນ​ໃຈ ຫລື ຖືກ​ນຳພາ​ຢ່າງ​ມີ​ພະລັງ​ໂດຍ​ພຣະ​ວິນ​ຍານ.

ເມື່ອ​ເຮົາ​ປະຕິບັດ​ໃນ​ຖານະ​ເຄື່ອງມື​ແທນ​ຄົນ​ອື່ນ, ເຮົາ​ຈະ​ໄດ້​ຮັບ​ການ​ດົນ​ໃຈງ່າຍ​ກວ່າ​ເມື່ອ​ເຮົາ​ຄິດ​ນຳ ແຕ່​ເລື່ອງ​ຂອງ​ຕົວ​ເອງ​ເທົ່າ​ນັ້ນ. ໃນ​ຂັ້ນ​ຕອນ​ຂອງ​ການ​ຊ່ອຍ​ເຫລືອ​ຄົນ​ອື່ນ, ພຣະ​ຜູ້​ເປັນ​ເຈົ້າ​ເພີ່ມ ການ​ຊີ້​ນຳ​ນັ້ນ ເພື່ອ​ຜົນ​ປະໂຫຍດ​ຂອງ​ເຮົາ​ເອງ.

ພຣະ​ບິດາ​ເທິງ​ສະຫວັນ​ບໍ່​ໄດ້​ສົ່ງ​ເຮົາ​ມາ​ເທິງ​ໂລກ​ເພື່ອ​ໃຫ້​ລົ້ມ​ເຫ​ລວ ແຕ່​ໃຫ້​ສຳເລັດ​ຜົນ​ຢ່າງ​ຮຸ່ງ​ໂລດ. ມັນ​ອາດ​ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ກົງກັນຂ້າມ, ແຕ່​ນັ້ນ​ຈຶ່ງ​ເປັນ​ສາເຫດ​ທີ່​ການ​ຮັບ​ຮູ້​ຄຳ​ຕອບ​ຕໍ່​ການ​ອະທິຖານ ບາງເທື່ອ​ຈະ​ເປັນ​ເລື່ອງ​ຍາກ. ບາງເທື່ອ​ເຮົາ​ອາດ​ພະຍາຍາມ​ປະ​ເຊີນ​ກັບ​ຊີວິດ​ແບບ​ບໍ່​ສະຫລາດ ໂດຍ​ເພິ່ງ​ປະສົບ​ການ ແລະ ຄວາມ​ສາມາດ​ຂອງ​ຕົວ​ເອງ. ຈະ​ເປັນ​ສິ່ງ​ສະຫລາດ​ກວ່າ​ຖ້າ​ຫາກ​ເຮົາ​ສະແຫວງຫາ​ຜ່ານ​ການ​ອະທິຖານ ແລະ ການ​ດົນ​ໃຈ​ຈາກ​ສະຫວັນ​ເພື່ອ​ຈະ​ຮູ້​ວ່າ​ຈະ​ເຮັດ​ຫຍັງ​ແດ່. ການ​ເຊື່ອ​ຟັງ​ຂອງ​ເຂົາເຈົ້າ​ຮັບຮອງ​ວ່າ ເມື່ອ​ຈຳເປັນ, ເຂົາເຈົ້າ​ຈະ​ສາມາດ​ມີສິດ​ຮັບ​ອຳນາດ​ຈາກ​ສະຫວັນ​ທີ່​ຈະ​ສຳເລັດ​ວັດຖຸ​ປະສົງ​ທີ່​ຖືກ​ດົນ​ໃຈ.

ເໝືອນ​ດັ່ງ​ເຮົາ​ທັງຫລາຍ, ອໍ​ລິ​ເວີ ຄາວ​ເດີ​ຣີ ບໍ່​ໄດ້​ຮັບ​ຮູ້​ຫລັກ​ຖານ​ຂອງ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ທີ່​ພຣະ​ຜູ້ ເປັນ​ເຈົ້າ​ໄດ້​ປະທານ​ໃຫ້​ແລ້ວ. ເພື່ອ​ຈະ​ເປີດ​ຕາ​ຂອງ​ເພິ່ນ, ແລະ ຕາ​ຂອງ​ເຮົາ​ດ້ວຍ, ການ​ເປີດເຜີຍ​ນີ້ ຖືກ​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ວ່າ:

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ອໍ​ລິ​ເວີວ່າ​ເພິ່ນ​ໄດ້​ເປັນ​ສຸກ​ເພາະ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ໄປ; ເພາະ​ເພິ່ນ​ໄດ້​ທູນ​ຖາມ ແລະ ຈົ່ງ​ເບິ່ງ, ຫລາຍໆ​ຄັ້ງ​ພຽງ​ໃດ​ທີ່​ເພິ່ນ​ໄດ້​ຖາມ​ເພິ່ນ​ກໍ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ. ຫາກ​ບໍ່​ເປັນ​ດັ່ງນັ້ນ, ເພິ່ນ​ຄົງ​ບໍ່​ມາ​ຍັງ​ທີ່​ທີ່​ເພິ່ນ​ໄດ້​ຢູ່​ໃນ​ເວລາ​ນັ້ນ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ອໍ​ລິ​ເວີວ່າ ເພິ່ນ​ຮູ້​ວ່າ​ເພິ່ນ​ສອບ​ຖາມ​ພຣະ​ອົງ ແລະ ພຣະ​ອົງ​ໄດ້​ເຮັດ​ໃຫ້ຄວາມ​ຄິດ​ຂອງ​ເພິ່ນ​ສະຫວ່າງ ແລະ ບັດ​ນີ້​ພຣະ​ອົງ​ບອກ​ເພິ່ນ​ເລື່ອງ​ເຫລົ່າ​ນີ້ ເພື່ອ​ເພິ່ນ​ຈະ​ຮູ້​ວ່າ​ເພິ່ນ​ໄດ້​ຮັບຄວາມ​ສະຫວ່າງ​ໂດຍ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ.4

ຖ້າ​ທ່ານ​ຮູ້ສຶກ​ວ່າ​ພຣະ​ເຈົ້າ​ຍັງ​ບໍ່​ໄດ້​ຕອບ​ຄຳ​ອະທິຖານ​ຂອງ​ທ່ານ, ຈົ່ງ​ໄຕ່ຕອງ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້—ແລ້ວ​ໃຫ້​ຊອກ​ຫາ​ຫລັກ​ຖານ​ນັ້ນ​ໃນ​ຊີວິດ​ຂອງ​ທ່ານ​ຢ່າງ​ລະມັດລະວັງ ເຖິງ​ຄຳ​ຕອບ​ທີ່​ພຣະ​ອົງອາດ​ຕອບ​ທ່ານໄປ​ແລ້ວ.

ຈຸດ​ຊີ້​ບອກ​ສອງ​ຈຸດ​ວ່າຄວາມ​ຮູ້ສຶກ ຫລື ການ​ກະ​ຕຸ້ນ​ນັ້ນ​ມາ​ຈາກ​ພຣະ​ເຈົ້າ​ກໍ​ຄື ມັນ​ຈະ​ກໍ່ໃຫ້ເກີດ​ຄວາມ ສະຫງົບ​ສຸກ​ໃນ​ຫົວໃຈ​ຂອງ​ທ່ານ ແລະ ຄວາມ​ຮູ້ສຶກ​ງຽບໆ​ທີ່​ອົບ​ອຸ່ນ. ເມື່ອ​ທ່ານ​ເຮັດ​ຕາມ​ຫລັກ​ທຳ​ດັ່ງ​ທີ່​ຂ້າພະເຈົ້າ​ກ່າວ​ມາ​ນັ້ນ, ທ່ານ​ຈະ​ຕຽມ​ພ້ອມ​ທີ່​ຈະ​ຮູ້​ວ່າ​ອັນ​ໃດ​ເປັນ​ການ​ເປີດເຜີຍ​ໃນ​ເວລາ​ທີ່​ຫຍຸ້ງຍາກ​ໃນ​ຊີວິດ​ຂອງ​ທ່ານ.

ເມື່ອ​ທ່ານ​ຕິດຕາມ​ກະແສ​ຂອງ​ການ​ນຳພາ​ຈາກ​ສະຫວັນ​ດີ​ເທົ່າໃດ, ຄວາມສຸກ​ຂອງ​ທ່ານ​ຢູ່​ທີ່​ນີ້ ແລະ ໃນ​ນິລັນດອນ​ແຮ່ງ​ຈະ​ຍິ່ງ​ໃຫຍ່​ຫລາຍ​ເທົ່າ​ນັ້ນ, ແລະ ພ້ອມ​ນັ້ນ​ຄວາມ​ກ້າວໜ້າ ແລະ ຄວາມ​ສາມາດ ຂອງ​ທ່ານ​ທີ່​ຈະ​ຮັບ​ໃຊ້​ແຮ່ງ​ຈະ​ອຸດົມສົມບູນ​ຫລາຍ​ຂຶ້ນ. ຂ້າພະເຈົ້າ​ບໍ່​ເຂົ້າໃຈ​ທັງ​ໝົດ​ວ່າ​ນີ້​ຈະ​ເກີດ​ຂຶ້ນ ໄດ້​ແນວໃດ, ແຕ່​ກະແສ​ນັ້ນ​ໃນ​ຊີວິດ​ຂອງ​ທ່ານ​ຈະ​ບໍ່​ເອົາ​ອຳ​ເພີໃຈ​ຂອງ​ທ່ານ​ໄປ. ຂອງ​ປະທານ​ແຫ່ງ​ອຳ​ເພີໃຈ ທາງ​ສິນ​ທຳ​ນັ້ນ​ສຳຄັນ​ຫລາຍ​ສຳ​ລັບ​ພຣະ​ບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຂອງ​ເຮົາ ພຣະ​ອົງ​ຈຶ່ງ​ເຕັມ​ໃຈ​ສູນ​ເສຍ ຈຳນວນ​ໜຶ່ງ​ສ່ວນ​ສາມ​ຂອງ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ ເພື່ອ​ຈະ​ໄດ້​ຮັກສາ​ອຳ​ເພ​ີ​ໃຈ​ເອົາ​ໄວ້. ທ່ານ​ສາມາດ​ຕັດສິນ​ການ​ເລືອກ​ທີ່​ທ່ານ​ເລືອກ; ການ​ຕັດສິນ​ໃຈ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ​ນຳ​ຄວາມ ສະຫງົບ​ສຸກ​ທາງ​ຄວາມ​ຄິດ ແລະ ຫົວໃຈ​ມາ​ໃຫ້.

ຖ້າ​ການ​ເລືອກ​ຂອງ​ທ່ານ​ຜິດພາດ, ຍັງ​ມີ​ທາງ​ກັບ​ຄືນ​ຜ່ານ​ການ​ກັບ​ໃຈ. ເມື່ອ​ເງື່ອນໄຂ​ຂອງ​ມັນ​ຖືກ​ສະໜອງ ຢ່າງ​ຄົບ​ຖ້ວນ, ການ​ຊົດ​ໃຊ້​ຂອງ​ພຣະເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ຈະ​ໃຫ້ການ​ປົດ​ປ່ອຍ ຈາກ​ຂໍ້​ຮຽກຮ້ອງ​ຂອງ​ຄວາມ​ຍຸດຕິ​ທຳ​ສຳລັບ​ຄວາມ​ຜິດພາດ​ທີ່​ໄດ້​ເຮັດ​ລົງ​ໄປ. ມັນ​ເປັນ​ເລື່ອງ​ງ່າຍ​ທີ່ ອັດສະຈັນ​ໃຈ ແລະ ງົດ​ງາມ​ເໜືອ​ການ​ປຽບທຽບ​ໃດໆ. ຂະນະ​ທີ່​ທ່ານ​ດຳລົງ​ຊີວິດ​ຢ່າງ​ຊອບ​ທຳ​ຕໍ່​ໄປ, ທ່ານ​ຈະ​ໄດ້​ຮັບ​ການ​ກະ​ຕຸ້ນ​ສະເໝີ​ໄປ​ເພື່ອ​ຈະ​ຮູ້​ສິ່ງ​ທີ່​ຕ້ອງ​ເຮັດ. ບາງເທື່ອ​ການ​ພົບ​ເຫັນ​ສິ່ງ​ຈະ​ຕ້ອງ​ເຮັດ ຈະ​ໃຊ້​ຄວາມ​ພະຍາຍາມ ແລະ ຄວາມ​ໄວ້​ວາງໃຈ​ຫລາຍ​ໃນ​ສ່ວນ​ຂອງ​ທ່ານ. ແຕ່​ທ່ານ​ຈະ​ໄດ້​ຮັບ​ການ ກະ​ຕຸ້ນ​ເຕືອນ​ເພື່ອ​ຈະ​ຮູ້​ວ່າ​ຈະ​ເຮັດ​ຫຍັງ​ເມື່ອ​ທ່ານ​ສະໜອງ​ເງື່ອນໄຂ​ສຳລັບ​ການ​ນຳພາ​ຈາກ​ສະຫວັນ ດັ່ງກ່າວ​ໃນ​ຊີວິດ​ຂອງ​ທ່ານ, ດັ່ງ​ເຊັ່ນ, ການ​ເຊື່ອ​ຟັງ​ພຣະ​ບັນຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຄວາມ​ໄວ້​ວາງໃຈ ໃນ​ແຜ່ນ​ແຫ່ງ​ຄວາມສຸກ​ຈາກ​ສະຫວັນ​ຂອງ​ພຣະ​ອົງ, ແລະ ການ​ຫລີກ​ລ້ຽງ​ສິ່ງ​ໃດໆ​ທີ່​ກົງ​ກັນ ຂ້າມ​ກັບ​ແຜນ​ນັ້ນ.

ການ​ສື່ສານ​ກັບ​ພຣະ​ບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຂອງ​ເຮົາ​ບໍ່​ແມ່ນ​ເລື່ອງ​ຫລິ້ນໆ. ມັນ​ເປັນ​ສິດທິ​ພິເສດທີ່​ສັກສິດ. ມັນ​ຂຶ້ນ​ຢູ່​ກັບ​ຫລັກ​ທຳ​ນິລັນດອນ​ທີ່​ບໍ່​ປ່ຽນແປງ. ເຮົາ​ໄດ້​ຮັບ​ມັນ​ຈາກ​ພຣະ​ບິດາ​ຜູ້​ສະຖິດ​ຢູ່​ໃນສະຫວັນ​ໃນ​ການ​ຕອບ​ສະໜອງ​ຕໍ່​ສັດທາ, ການ​ເຊື່ອ​ຟັງ, ແລະ ການ​ນຳ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາຢ່າງ​ເໝາະ​ສົມ.

ຂໍ່​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ດົນ​ໃຈ​ທ່ານ​ໃຫ້​ເຂົ້າໃຈ ແລະ ນຳ​ໃຊ້​ຫລັກ​ທຳ​ຕ່າງໆ​ທີ່​ຈະ​ນຳໄປ​ສູ່​ການ​ເປີດເຜີຍ ແລະ ການ​ດົນ​ໃຈ​ສ່ວນ​ຕົວ​ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. Joseph F. Smith, in Conference Report, Apr. 1916, 2–3; see also Gospel Doctrine, 5th ed. (1939), 430–31.

  2. ​ເບິ່ງ Doctrine and Covenants 43:16.

  3. ​ເບິ່ງ Teachings of Presidents of the Church: Harold B. Lee (2000), 34.

  4. ​ເບິ່ງ Doctrine and Covenants 6:14–15.