ບົດ​ທີ 18

ແອວ​ມາ​ສັ່ງສອນ​ຢ່າງ​ງຽບໆ—ເພິ່ນ​ໄດ້​ຕັ້ງພັນທະ​ສັນຍາ​ຂອງ​ການ​ບັບຕິ​ສະມາ ແລະ ບັບຕິສະມາ​ໃນ​ນ້ຳມໍ​ມອນ—ເພິ່ນ​ໄດ້​ສ້າງ​ຕັ້ງ​ສາດສະໜາ​ຈັກ​ຂອງ​ພຣະ​ຄຣິດ ແລະ ແຕ່ງຕັ້ງປະ​ໂລຫິດ—ພວກ​ເຂົາ​ທຳ​ງານ​ລ້ຽງ​ຕົວ​ເອງ ແລະ ສອນ​ຜູ້​ຄົນ—ແອວ​ມາ​ກັບ​ຜູ້ຄົນ​ຂອງ​ເພິ່ນຫລົບໜີ​ຈາກ​ກະສັດ​ໂນ​ອາ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ. ປະມານ 147–145 ປີ ກ່ອນ ຄ.ສ.

 ແລະ ບັດ​ນີ້ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ແອວ​ມາ, ໄດ້​ຫລົບໜີ​ຈາກ​ພວກ​ຄົນ​ໃຊ້​ຂອງ​ກະສັດ​ໂນ​ອາ, ໄດ້​ກັບ​ໃຈ​ຈາກ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ເພິ່ນ, ແລະ ທ່ອງ​ທ່ຽວ​ໄປ​ໃນ​ບັນດາ​ຜູ້​ຄົນ​ຢ່າງ​ງຽບໆ, ແລະ ເລີ່ມ​ສອນ​ຄຳ​ຂອງ​ອະ​ບີ​ນາ​ໄດ—

 ແທ້​ຈິງ​ແລ້ວ, ກ່ຽວ​ກັບ​ສິ່ງ​ທີ່​ຈະ​ມາ​ເຖິງ, ແລະ ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ຄົນ​ຕາຍ​ນຳ​ອີກ, ແລະ ການ​ໄຖ່​ຜູ້​ຄົນ, ຊຶ່ງຈະ​ຖືກ​ເຮັດ​ໃຫ້​ເກີດ​ຂຶ້ນ​ໂດຍ​ອຳນາດ, ແລະ ຄວາມທຸກ​ເວດທະນາ, ແລະ ໂດຍ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ, ແລະ ການ​ຟື້ນ​ຄືນ​ຊີວິດ ແລະ ການສະ​ເດັດຂຶ້ນ​ໄປ​ສະ​ຫວັນ​ຂອງ​ພຣະ​ອົງ.

 ແລະ ເພິ່ນ​ໄດ້​ສອນ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ທີ່ຍອມ​ຟັງ​ຄຳ​ເວົ້າຂອງ​ເພິ່ນ. ແລະ ເພິ່ນ​ໄດ້​ສອນ​ພວກ​ເຂົາຢ່າງ​ງຽບໆ​ເພື່ອ​ກະສັດ​ຈະ​ບໍ່​ຮູ້​ເຖິງ​ເລື່ອງ​ນີ້. ແລະ ຫລາຍ​ຄົນ​ໄດ້​ເຊື່ອ​ຄຳ​ເວົ້າຂອງ​ເພິ່ນ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຄົນ​ຫລາຍ​ຕໍ່​ຫລາຍ​ທີ່​ເຊື່ອ​ເພິ່ນ​ໄດ້​ອອກ​ໄປ​ຫາ​ບ່ອນ​ໜຶ່ງ​ຊຶ່ງ​ເອີ້ນ​ວ່າ ມໍ​ມອນ, ຊຶ່ງ​ກະສັດ​ໄດ້​ຕັ້ງ​ຊື່​ໃຫ້, ໂດຍ​ທີ່​ຢູ່​ຊາຍ​ແດນ​ຂອງ​ແຜ່ນດິນ ມັນ​ຈຶ່ງ​ມີ​ສັດ​ປ່າ​ຢູ່​ຢ່າງ​ຫລວງ​ຫລາຍ​ບາງ​ເວລາ ຫລື ຕາມ​ລະດູ​ການ.

 ບັດ​ນີ້, ທີ່​ມໍ​ມອນ​ນັ້ນມີ​ອ່າງ​ນ້ຳບໍລິສຸດ​ຢູ່​ແຫ່ງ​ໜຶ່ງ, ແລະ ແອວ​ມາ​ໄດ້​ໄປ​ຫາ​ບ່ອນ​ນັ້ນ, ມັນ​ມີ​ສຸມ​ໄມ້​ນ້ອຍ​ທີ່​ໜາ​ແໜ້ນ​ຢູ່​ໃກ້​ນ້ຳ, ຊຶ່ງ​ເພິ່ນ​ໄດ້​ຊ່ອນ​ຕົວ​ຢູ່​ໃນ​ເວລາ​ກາງ​ເວັນ​ໃຫ້​ພົ້ນຈາກ​ການຄົ້ນຫາ​ຂອງ​ກະສັດ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ທີ່​ເຊື່ອ​ເພິ່ນ​ໄດ້​ໄປ​ບ່ອນ​ນັ້ນ ເພື່ອ​ຟັງ​ຄຳ​ເວົ້າຂອງ​ເພິ່ນ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຫລັງ​ຈາກ​ຫລາຍ​ມື້ ມັນ​ມີ​ຄົນ​ເປັນ​ຈຳນວນ​ບໍ່​ນ້ອຍ​ໄປ​ເຕົ້າ​ໂຮມ​ກັນຢູ່​ທີ່​ມໍ​ມອນ​ເພື່ອ​ຟັງ​ຄຳ​ເວົ້າຂອງ​ແອວ​ມາ. ແທ້​ຈິງ​ແລ້ວ, ຄົນ​ທັງ​ໝົດ​ທີ່​ເຊື່ອ​ໃນ​ຄຳ​ເວົ້າຂອງ​ເພິ່ນ​ກໍ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ຟັງ​ເພິ່ນ. ແລະ ເພິ່ນ​ໄດ້​ສັ່ງສອນ​ພວກ​ເຂົາ, ແລະ ໄດ້​ສັ່ງສອນ​ເຖິງ​ການ​ກັບ​ໃຈ, ແລະ ການ​ໄຖ່, ແລະ ການ​ມີ​ສັດທາ​ໃນ​ພຣະຜູ້​ເປັນ​ເຈົ້າ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ນີ້​ຄື​ນ້ຳ​ມໍ​ມອນ (ເພາະ​ເອີ້ນ​ຊື່​ມັນ​ແບບ​ນັ້ນ) ແລະ ບັດ​ນີ້, ຍ້ອນ​ວ່າ​ພວກ​ທ່ານ​ປາ​ຖະໜາ​ຈະ​ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ, ແລະ ມີ​ຊື່​ວ່າ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ເຕັມ​ໃຈ​ຈະ​ແບກ​ຫາບ​ພາລະ​ຂອງ​ກັນ​ແລະ​ກັນ, ເພື່ອ​ຈະ​ໄດ້​ແບ່ງ​ເບົາ;

 ແທ້​ຈິງ​ແລ້ວ, ແລະ ເຕັມ​ໃຈ​ທີ່​ຈະ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ; ແທ້​ຈິງ​ແລ້ວ, ຈະ​ປອບ​ໃຈ​ຄົນ​ທີ່​ຕ້ອງການ​ຄວາມ​ປອບ​ໃຈ, ແລະ ຈະ​ຢືນ​ເປັນ​ພະຍານ​ຂອງ​ພຣະ​ເຈົ້າໃນທຸກ​ເວລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ​ທີ່ພວກ​ທ່ານ​ຢູ່, ເຖິງ​ແມ່ນ​ຈົນ​ເຖິງ​ຄວາມ​ຕາຍ, ເພື່ອ​ພວກ​ທ່ານ​ຈະ​ຖືກ​ໄຖ່ໂດຍ​ພຣະ​ເຈົ້າ, ແລະ ຖືກ​ນັບ​ເຂົ້າຢູ່​ກັບ​ບັນດາ​ຜູ້​ຄົນ​ຂອງ​ການ​ຟື້ນ​ຄືນ​ຊີວິດ​ຄັ້ງ​ທຳ​ອິດ, ເພື່ອ​ພວກ​ທ່ານ​ຈະ​ມີ​ຊີວິດ​ນິລັນດອນ—

 10 ບັດ​ນີ້​ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານ​ວ່າ, ຖ້າ​ຫາກ​ສິ່ງ​ນີ້​ເປັນຄວາມ​ປາ​ຖະໜາ​ຂອງ​ໃຈ​ຂອງພວກ​ທ່ານແລ້ວ, ພວກ​ທ່ານ​ມີ​ຫຍັງ​ແດ່​ຂັດຂ້ອງ​ທີ່​ຈະ​ຮັບ​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະຜູ້​ເປັນ​ເຈົ້າ, ເພື່ອ​ຈະ​ເປັນ​ພະຍານ​ຕໍ່​ພຣະ​ອົງ, ວ່າ​ພວກ​ທ່ານໄດ້​ເຂົ້າເຮັດພັນທະ​ສັນຍາ​ກັບ​ພຣະອົງ, ວ່າ​ພວກ​ທ່ານ​ຈະ​ຮັບ​ໃຊ້​ພຣະ​ອົງ ແລະ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ, ເພື່ອ​ພຣະ​ອົງ​ຈະ​ໄດ້​ທຸ້ມ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ພວກ​ທ່ານ​ຢ່າງ​ຫລວງຫລາຍ​ຍິ່ງ​ຂຶ້ນ?

 11 ແລະ ບັດ​ນີ້​ເມື່ອ​ຜູ້​ຄົນ​ໄດ້​ຍິນ​ຂໍ້ຄວາມ​ນີ້​ແລ້ວ, ພວກ​ເຂົາ​ຕົບມື​ດ້ວຍ​ຄວາມສຸກ ແລະ ຮ້ອງ​ອອກ​ມາ​ວ່າ: ນີ້​ຄື​ຄວາມ​ປາ​ຖະໜາຂອງ​ໃຈ​ຂອງ​ພວກ​ເຮົາ.

 12 ແລະ ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ແອວ​ມາ​ໄດ້​ພາ​ເຮ​ລາມ, ຊຶ່ງ​ເປັນ​ຄົນ​ໜຶ່ງ​ໃນ​ກຸ່ມ​ທຳ​ອິດ, ແລະ ອອກ​ໄປ​ຢືນ​ຢູ່​ໃນ​ນ້ຳ, ແລະ ຮ້ອງ​ວ່າ: ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂໍ​ຈົ່ງ​ໂປດ​ທຸ້ມ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ດ້ວຍ​ເທີ້ນ, ເພື່ອ​ລາວຈະ​ໄດ້​ກະທຳ​ການ​ນີ້​ດ້ວຍ​ໃຈ​ອັນ​ບໍລິສຸດ.

 13 ແລະ ເມື່ອ​ເພິ່ນ​ກ່າວ​ຂໍ້ຄວາມ​ນີ້​ແລ້ວ, ພຣະ​ວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ມາ​ສະ​ຖິດ​ຢູ່​ກັບເພິ່ນ, ແລະ ເພິ່ນ​ໄດ້​ກ່າວ​ວ່າ: ເຮ​ລາມ, ຂ້າພະ​ເຈົ້າ​ໃຫ້​ບັບຕິສະມາ​ທ່ານ ໂດຍ​ສິດ​ອຳນາດ​ຂອງ​ພຣະ​ເຈົ້າອົງ​ຊົງ​ລິດ​ອຳນາດ​ຍິ່ງໃຫຍ່, ຊຶ່ງ​ເປັນ​ປະຈັກ​ພະຍານ​ວ່າ ທ່ານ​ໄດ້ເຂົ້າເຮັດ​ພັນທະ​ສັນຍາ​ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ​ຈົນ​ກວ່າ​ທ່ານ​ຈະ​ຕາຍ​ທາງ​ຮ່າງກາຍ​ທີ່​ເປັນ​ມະຕະ; ແລະ ຂໍ​ໃຫ້​ພຣະ​ວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າຫລັ່ງ​ລົງ​ມາ​ເທິງທ່ານ; ແລະ ຂໍ​ໃຫ້​ພຣະ​ອົງ​ປະທານ​ຊີວິດ​ນິລັນດອນໃຫ້​ແກ່​ທ່ານ​ໂດຍ​ການ​ໄຖ່​ຂອງ​ພຣະ​ຄຣິດ, ຜູ້​ທີ່​ພຣະ​ອົງ​ຕຽມ​ໄວ້​ຕັ້ງ​ແຕ່​ການວາງ​ຮາກ​ຖານ​ຂອງ​ແຜ່ນດິນໂລກ​ດ້ວຍ​ເທີ້ນ.

 14 ແລະ ຫລັງ​ຈາກ​ແອວ​ມາ​ກ່າວ​ຂໍ້ຄວາມ​ນີ້​ແລ້ວ, ທັງ​ແອວ​ມາ ແລະ ເຮ​ລາມ ກໍ​ຝັງ​ຕົວ​ຢູ່​ໃນ​ນ້ຳ; ແລະ ທັງ​ສອງ​ລຸກຂຶ້ນ ແລະ ອອກ​ມາ​ຈາກ​ນ້ຳດ້ວຍ​ຄວາມ​ຊື່ນ​ຊົມ, ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ.

 15 ແລະ ແອວ​ມາ​ໄດ້​ພາ​ຄົນ​ໜຶ່ງ​ອອກ​ໄປ​ໃນ​ນ້ຳອີກ​ເປັນຄັ້ງທີ​ສອງ, ແລະ ໃຫ້​ບັບຕິ​ສະມາ​ເຂົາ​ຕາມ​ແບບຢ່າງ​ເໝືອນ​ຄັ້ງທຳ​ອິດ, ພຽງ​ແຕ່​ເພິ່ນ​ບໍ່​ໄດ້​ຝັງ​ຕົວ​ຂອງ​ເພິ່ນ​ໃນ​ນ້ຳອີກ.

 16 ແລະ ຕາມ​ວິທີ​ນີ້ ເພິ່ນ​ໄດ້​ໃຫ້​ບັບຕິ​ສະມາ​ແກ່​ທຸກ​ຄົນ​ທີ່​ອອກ​ໄປ​ຍັງ​ບ່ອນ​ມໍ​ມອນ; ແລະ ພວກ​ເຂົາ​ມີ​ຈຳນວນ​ຢູ່​ສອງ​ຮ້ອຍ​ສີ່​ຄົນ; ແທ້​ຈິງ​ແລ້ວ, ແລະ ພວກ​ເຂົາ​ໄດ້​ຮັບ​ບັບຕິສະມາ​ໃນ​ນ້ຳມໍ​ມອນ, ແລະ ເຕັມ​ໄປ​ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ.

 17 ແລະ ພວກເຂົາຖືກເອີ້ນວ່າ​ສາດສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ, ຫລື ສາດສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ, ຕັ້ງ​ແຕ່​ເວລານັ້ນ​ມາ. ແລະ ເຫດການ​ໄດ້​ບັງ​ເກີດຂຶ້ນຄື ຜູ້​ໃດ​ກໍ​ຕາມ​ທີ່​ໄດ້​ຮັບ​ບັບຕິ​ສະ​ມາ​ໂດຍ​ອຳນາດ ແລະ ສິດອຳນາດຂອງພຣະ​ເຈົ້າກໍໄດ້ຖືກ​ຮວມ​ເຂົ້າ​ໃນ​ສາດສະ​ໜາ​ຈັກ​ຂອງ​ພຣະ​ອົງ.

 18 ແລະ ເຫດການ​ໄດ້​ບັງ​ເກີດຂຶ້ນຄື​ແອວ​ມາ, ໂດຍ​ໄດ້​ຮັບ​ສິດອຳນາດ​ຈາກ​ພຣະ​ເຈົ້າໃຫ້ແຕ່ງຕັ້ງປະ​ໂລຫິດ; ເຖິງ​ແມ່ນ​ໄດ້​ແຕ່ງຕັ້ງປະ​ໂລຫິດ​ຄົນ​ໜຶ່ງ​ຕໍ່​ທຸກ​ຈຳນວນ​ຫ້າ​ສິບ​ຄົນ​ຂອງ​ພວກ​ເຂົາ, ເພື່ອ​ສັ່ງສອນ​ພວກ​ເຂົາ ແລະ ເພື່ອ​ສອນ​ຄົນ​ເຫລົ່ານັ້ນ​ເຖິງ​ສິ່ງ​ທີ່​ກ່ຽວ​ກັບ​ອານາຈັກ​ຂອງ​ພຣະ​ເຈົ້າ.

 19 ແລະ ເພິ່ນ​ໄດ້​ສັ່ງ​ພວກ​ເຂົາ​ວ່າ ບໍ່​ໃຫ້​ສອນ​ສິ່ງ​ອື່ນ​ນອກ​ຈາກ​ເປັນ​ສິ່ງ​ທີ່​ເພິ່ນ​ສອນ​ໄວ້, ແລະ ໄດ້​ເວົ້າຈາກ​ປາກ​ຂອງ​ສາດສະດາ​ຜູ້​ບໍລິສຸດ.

 20 ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ສັ່ງ​ພວກ​ເຂົາ​ວ່າ ບໍ່​ໃຫ້​ສັ່ງສອນ​ສິ່ງ​ອື່ນ​ນອກ​ຈາກ​ຈະ​ເປັນ​ເລື່ອງ​ຂອງ​ການ​ກັບ​ໃຈ ແລະ ມີ​ສັດທາ​ໃນ​ພຣະຜູ້​ເປັນ​ເຈົ້າ, ຜູ້​ໄດ້ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ.

 21 ແລະ ເພິ່ນ​ໄດ້​ສັ່ງ​ພວກ​ເຂົາ​ວ່າ ບໍ່​ຄວນ​ມີ​ການ​ຂັດ​ແຍ້ງ​ກັນ​ແຕ່​ໃຫ້​ຄວນ​ມຸ້ງ​ຫາ​ດ້ວຍ​ຕາ​ດຽວ​ກັນ ໂດຍ​ມີ​ສັດທາ ແລະ ບັບຕິສະມາ​ດຽວ, ໂດຍ​ໃຫ້ໃຈ​ຂອງ​ພວກ​ເຂົາຜູກ​ພັນ​ກັນ​ໄວ້​ໃນ​ຄວາມ​ເປັນອັນ​ໜຶ່ງ​ອັນ​ດຽວ ແລະ ໃນ​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ.

 22 ແລະ ເພິ່ນ​ໄດ້​ສັ່ງ​ພວກ​ເຂົາ​ໃຫ້​ສັ່ງສອນ​ເຊັ່ນ​ນັ້ນ. ແລະ ໂດຍ​ວິທີ​ນັ້ນພວກ​ເຂົາ​ຈຶ່ງ​ຈະ​ກາຍ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.

 23 ແລະ ເພິ່ນ​ໄດ້​ສັ່ງ​ພວກ​ເຂົາ​ວ່າ ພວກ​ເຂົາ​ຄວນ​ຖື​ວັນ​ຊະ​ບາ​ໂຕ, ແລະ ຮັກສາ​ມັນ​ໃຫ້​ສັກສິດ, ແລະ ທຸກໆ​ມື້​ພວກ​ເຂົາ​ຄວນ​ຖະຫວາຍ​ຄວາມ​ຂອບ​ຄຸນແດ່ພຣະຜູ້​ເປັນ​ເຈົ້າອົງເປັນພຣະ​ເຈົ້າຂອງ​ພວກ​ເຂົາ.

 24 ແລະ ເພິ່ນ​ໄດ້​ສັ່ງ​ພວກ​ເຂົາ​ອີກ​ວ່າ ປະ​ໂລຫິດ​ຜູ້​ທີ່​ເພິ່ນ​ແຕ່ງຕັ້ງ​ໄວ້​ຄວນ​ທຳ​ງານ​ລ້ຽງ​ຕົວ​ເອງ​ດ້ວຍ​ມື​ຂອງ​ຕົນ.

 25 ແລະ ທຸກ​ອາ​ທິດ​ມີ​ມື້ໜຶ່ງ​ທີ່​ຕັ້ງ​ໄວ້​ເພື່ອ​ພວກ​ເຂົາ​ຈະ​ມາ​ຮ່ວມ​ກັນ​ເພື່ອ​ສອນ​ຜູ້​ຄົນ, ແລະ ເພື່ອ​ນະມັດສະການ​ພຣະຜູ້​ເປັນ​ເຈົ້າອົງເປັນພຣະ​ເຈົ້າຂອງ​ພວກ​ເຂົາ, ແລະ ໃຫ້​ມາ​ຊຸມນຸມກັນເລື້ອຍໆ​ເທົ່າ​ທີ່​ຈະ​ເຮັດ​ໄດ້.

 26 ແລະ ປະ​ໂລຫິດ​ຈະ​ບໍ່​ອາ​ໄສ​ຜູ້​ຄົນ​ໃຫ້ມາຄ້ຳຈູນຕົນ; ແຕ່​ດ້ວຍ​ການທຳງານ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈະ​ໄດ້​ຮັບ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ, ເພື່ອ​ພວກ​ເຂົາ​ຈະ​ໄດ້ໝັ້ນຄົງຂຶ້ນ​ໃນ​ພຣະ​ວິນ​ຍານ, ໂດຍ​ມີ​ຄວາມ​ຮູ້​ເຖິງ​ພຣະ​ເຈົ້າ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ສອນ​ດ້ວຍ​ອຳນາດ ແລະ ສິດອຳນາດ​ຈາກ​ພຣະ​ເຈົ້າ.

 27 ແລະ ອີກ​ຢ່າງ​ໜຶ່ງ ແອວ​ມາ​ສັ່ງ​ວ່າ ຜູ້​ຄົນ​ຂອງ​ສາດສະໜາ​ຈັກ​ຄວນ​ໃຫ້​ເຂົ້າຂອງ​ຂອງ​ຕົນຕາມ​ທີ່​ເຂົາ​ມີ; ຖ້າ​ຫາກ​ເຂົາ​ມີ​ຫລາຍ​ກໍ​ຄວນ​ໃຫ້​ຫລາຍ; ແລະ ສຳລັບ​ຜູ້​ທີ່​ມີ​ໜ້ອຍ​ກໍ​ຄວນ​ໃຫ້​ໜ້ອຍ; ແລະ ສຳລັບຜູ້​ທີ່​ບໍ່​ມີ ຄວນ​ເອົາ​ໃຫ້​ເຂົາ.

 28 ແລະ ໂດຍ​ວິທີ​ນີ້​ເຂົາ​ຄວນ​ໃຫ້​ເຂົ້າ​ຂອງ​ຂອງ​ເຂົາ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ແລະ ດ້ວຍ​ຄວາມ​ປາ​ຖະໜາ​ດີ ຕໍ່​ພຣະ​ເຈົ້າ, ແລະ ກັບປະ​ໂລຫິດ​ເຫລົ່າ​ນີ້ຊຶ່ງຂັດ​ສົນ, ແທ້​ຈິງ​ແລ້ວ, ສຳລັບ​ທຸກ​ຄົນ​ທີ່​ຂັດ​ສົນ, ແລະ ເປືອຍ​ເປົ່າ.

 29 ແລະ ຕາມ​ນີ້​ເພິ່ນ​ໄດ້​ເວົ້າກັບ​ພວກ​ເຂົາ​ໂດຍ​ໄດ້​ຮັບ​ບັນຊາ​ຈາກ​ພຣະ​ເຈົ້າ; ແລະ ພວກ​ເຂົາ​ໄດ້​ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ໂດຍ​ແຈກ​ຢາຍ​ໃຫ້​ກັນ​ຕາມ​ຄວາມ​ຈຳ​ເປັນ ແລະ ຄວາມ​ຕ້ອງການ​ຂອງ​ເຂົາ​ທາງ​ໂລກ ແລະ ທາງ​ວິນ​ຍານ.

 30 ແລະ ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ທັງ​ໝົດ​ນີ້​ໄດ້​ເຮັດ​ຢູ່​ໃນ​ມໍ​ມອນ, ແທ້​ຈິງ​ແລ້ວ, ຢູ່​ຂ້າງ​ນ້ຳມໍ​ມອນ ໃນ​ປ່າທີ່ຢູ່​ໃກ້​ນ້ຳມໍ​ມອນ; ແທ້​ຈິງ​ແລ້ວ, ບ່ອນ​ມໍ​ມອນ, ນ້ຳມໍມອນ, ປ່າ​ມໍ​ມອນນັ້ນສວຍ​ງາມ​ພຽງ​ໃດ​ໃນ​ສາຍຕາ​ຂອງ​ພວກ​ເຂົາ ຜູ້​ມາ​ຫາ​ຄວາມ​ຮູ້​ເລື່ອງ​ພຣະຜູ້​ໄຖ່​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ແລະ ພວກ​ເຂົາ​ເປັນ​ສຸກ​ພຽງ​ໃດ, ເພາະ​ພວກ​ເຂົາ​ຈະ​ຮ້ອງ​ເພງ​ສັນລະ​ເສີນ​ພຣະ​ອົງ​ຕະຫລອດ​ໄປ.

 31 ແລະ ສິ່ງ​ເຫລົ່າ​ນີ້​ເປັນ​ໄປ​ທີ່​ຊາຍ​ແດນ​ຂອງ​ແຜ່ນດິນ ເພື່ອ​ກະສັດ​ຈະ​ບໍ່​ໄດ້​ຮູ້​ເລື່ອງ​ຂອງ​ພວກ​ເຂົາ.

 32 ແຕ່ຈົ່ງ​ເບິ່ງ, ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ກະສັດຮູ້​ວ່າ​ມີ​ການ​ເຄື່ອນ​ໄຫວ​ໃນ​ບັນດາ​ຜູ້​ຄົນ ຈຶ່ງ​ໄດ້​ສັ່ງ​ຄົນ​ໃຊ້​ຂອງ​ເພິ່ນ​ອອກ​ໄປ​ຕິດຕາມ​ເບິ່ງ​ຄົນ​ເຫລົ່ານັ້ນ. ສະນັ້ນ ໃນ​ມື້​ທີ່​ພວກ​ເຂົາ​ກຳລັງ​ຮ່ວມ​ຊຸມນຸມ​ກັນເພື່ອ​ຟັງພຣະ​ຄຳ​ຂອງ​ພຣະຜູ້​ເປັນ​ເຈົ້າຢູ່​ນັ້ນມັນ​ຈຶ່ງ​ລ່ວງ​ຮູ້​ເຖິງ​ກະສັດ.

 33 ແລະ ບັດ​ນີ້​ກະສັດ​ເວົ້າວ່າ ແອວ​ມາ​ກຳລັງ​ຍຸ​ຍົງ​ຜູ້​ຄົນ​ໃຫ້​ກະບົດ​ຕໍ່​ເພິ່ນ; ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ກອງທັບ​ຂອງ​ເພິ່ນ​ໃຫ້​ໄປ​ທຳລາຍ​ພວກ​ນັ້ນ​ເສຍ.

 34 ແລະ ເຫດການ​ໄດ້​ບັງ​ເກີດຂຶ້ນຄື ແອວ​ມາ ແລະ ຜູ້​ຄົນ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ຮັບ​ການ​ເຕືອນ​ເຖິງ​ການ​ມາ​ຂອງ​ກອງທັບ​ຂອງ​ກະສັດ; ສະນັ້ນ ພວກ​ເຂົາ​ຈຶ່ງ​ເອົາ​ຜ້າ​ເຕັ້ນ ແລະ ພາຄອບຄົວ​ຂອງ​ພວກ​ເຂົາ​ອອກ​ໄປ ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ.

 35 ແລະ ພວກ​ເຂົາ​ມີ​ຈຳນວນ​ຢູ່​ສີ່​ຮ້ອຍ​ຫ້າ​ສິບ​ຄົນ.