ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພຣະ​ຄຣິດ​ປິ່ນ​ປົວ​ສິ່ງ​ທີ່​ແຕກ​ຫັກ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ພຣະ​ຄຣິດ​ປິ່ນ​ປົວ​ສິ່ງ​ທີ່​ແຕກ​ຫັກ

ພຣະ​ອົງ​ສາ​ມາດ​ປິ່ນ​ປົວ​ຄວາມ​ສຳ​ພັນ​ທີ່​ແຕກ​ຫັກ​ກັບ​ພຣະ​ເຈົ້າ, ຄວາມ​ສຳ​ພັນ​ທີ່​ແຕກ​ຫັກ​ກັບ​ຄົນ​ອື່ນ, ແລະ ພາກ​ສ່ວນ​ຕ່າງໆ​ທີ່​ແຕກ​ຫັກ​ໃນ​ຕົວ​ເຮົາ​ເອງ.

ເມື່ອ​ສອງ​ສາມ​ປີ​ກ່ອນ, ຕອນ​ຢູ່​ທີ່​ການ​ເຕົ້າ​ໂຮມ​ຄອບ​ຄົວ, ທ້າວ​ວິວ​ລຽມ ຫລານ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ ອາ​ຍຸ​ແປດ​ປີ ໄດ້​ຖາມ​ລູກ​ຊາຍ​ກົກ​ຂອງ​ພວກ​ເຮົາ, ທ້າວ​ບະ​ຣິດ​ຕັນ, ຖ້າ​ວ່າ​ລາວ​ຢາກ​ຫລິ້ນ​ບານ​ກັບ​ລາວ. ທ້າວ​ບະ​ຣິດ​ຕັນ​ໄດ້​ຕອບ​ຢ່າງ​ກະ​ຕື​ລື​ລົ້ນ​ວ່າ, “ຫລິ້ນໆ! ອ້າຍ​ຢາກ​ຫລິ້ນ!” ຫລັງ​ຈາກ​ພວກ​ເຂົາ​ໄດ້​ຫລິ້ນ​ດົນ​ເຕີບ​ແລ້ວ, ໝາກ​ບານ​ໄດ້​ກິ້ງ​ໄປ​ຈາກ​ທ້າວ​ບະ​ຣິດ​ຕັນ, ແລະ ໂດຍ​ບັງ​ເອີນ​ລາວ​ໄດ້​ເຮັດ​ໃຫ້​ໂຖ​ບູ​ຮານ​ໜ່ວຍ​ໜຶ່ງ​ຂອງ​ພໍ່​ຕູ້​ແມ່​ຕູ້​ຂອງ​ລາວ​ແຕກ​ຫັກ.

ທ້າວ​ບະ​ຣິດ​ຕັນ​ຮູ້​ສຶກ​ເສຍ​ໃຈ. ຂະ​ນະ​ທີ່​ລາວ​ເລີ່ມ​ເກັບ​ຊິ້ນ​ທີ່​ແຕກ​ຫັກ​ນັ້ນ​ຢູ່, ທ້າວ​ວິວ​ລຽມ ໄດ້​ຍ່າງ​ໄປ​ຫາ​​ພີ່​ນ້ອງ​ຂອງ​ລາວ ແລະ ໄດ້​ຕົບ​ຫລັງ​ຂອງ​ລາວ​ຄ່ອຍໆ​ດ້ວຍ​ຄວາມ​ຮັກ. ແລ້ວ​ລາວ​ໄດ້​ປອບ​ໃຈ​ວ່າ, “ບໍ່​ຕ້ອງ​ເປັນ​ຫ່ວງ, ອ້າຍ​ບະ​ຣິດ​ຕັນ. ມີ​ເທື່ອ​ໜຶ່ງ ຂ້ອຍ​ກໍ​ໄດ້​ເຮັດ​ໃຫ້​ບາງ​ສິ່ງ​ໃນ​ບ້ານ​ຂອງ​ພໍ່​ຕູ້​ແມ່​ຕູ້​ແຕກ​ຫັກ, ແລະ ແມ່​ຕູ້​ໄດ້​ໂອບ​ກອດ​ຂ້ອຍ ແລະ ໄດ້​ບອກ​ຂ້ອຍ​ວ່າ, ‘ບໍ່​ເປັນ​ຫຍັງ​ດອກ, ວິວ​ລຽມ. ເຈົ້າ​ມີ​ອາ​ຍຸ​ພຽງ​ຫ້າ​ປີ​ເອງ.’”

ທ້າວ​ບະ​ຣິດ​ຕັນ​ໄດ້​ຕອບ​ວ່າ, “ແຕ່, ວິວ​ລຽມ​ເອີຍ, ອ້າຍ​ອາ​ຍຸ 23 ປີ​ແລ້ວ!”

ເຮົາ​ສາ​ມາດ​ຮຽນ​ຮູ້​ຫລາຍ​ຢ່າງ​ຈາກ​ພຣະ​ຄຳ​ພີ​ກ່ຽວ​ກັບ​ວ່າ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຈະ​ຊ່ວຍ​ເຮົາ​ຈັດ​ການ​ກັບ​ສິ່ງ​ທີ່​ແຕກ​ຫັກ​ຕ່າງໆ​ໃນ​ຊີ​ວິດ​ຂອງ​ເຮົາ ດ້ວຍ​ຄວາມ​ສຳ​ເລັດ​ໄດ້​ແນວ​ໃດ, ບໍ່​ວ່າ​ເຮົາ​ຈະ​ມີ​ອາ​ຍຸ​ເທົ່າ​ໃດ​ກໍ​ຕາມ. ພຣະ​ອົງ​ສາ​ມາດ​ປິ່ນ​ປົວ​ຄວາມ​ສຳ​ພັນ​ທີ່​ແຕກ​ຫັກ​ກັບ​ພຣະ​ເຈົ້າ, ຄວາມ​ສຳ​ພັນ​ທີ່​ແຕກ​ຫັກ​ກັບ​ຄົນ​ອື່ນ, ແລະ ພາກ​ສ່ວນ​ຕ່າງໆ​ທີ່​ແຕກ​ຫັກ​ໃນ​ຕົວ​ເຮົາ​ເອງ.

ຄວາມ​ສຳ​ພັນ​ທີ່​ແຕກ​ຫັກ​ກັບ​ພຣະ​ເຈົ້າ

ຂະ​ນະ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ສິດ​ສອນ​ຢູ່​ໃນ​ພຣະ​ວິ​ຫານ, ມີ​ຍິງ​ຄົນ​ໜຶ່ງ​ຖືກ​ພາ​ມາ​ຫາ​ພຣະ​ອົງ​ໂດຍ​ພວກ​ທຳ​ມະ​ຈານ ແລະ ພວກ​ຟາ​ຣີ​ຊາຍ. ເຮົາ​ບໍ່​ຮູ້​ຈັກ​ເລື່ອງ​ລາວ​ທັງ​ໝົດ​ຂອງ​ນາງ, ພຽງ​ແຕ່​ວ່າ​ນາງ “ຖືກ​ຈັບ​ໃນ​ຖານ​ຫລິ້ນ​ຊູ້.”1 ສ່ວນ​ຫລາຍ​ແລ້ວ ພຣະ​ຄຳ​ພີ​ຈະ​ໃຫ້​ເຫັນ​ພຽງ​ແຕ່​ສ່ວນ​ນ້ອຍໆ​ຂອງ​ຊີ​ວິດ​ຂອງ​ຄົນ​ບາງ​ຄົນ, ແລະ ອີງ​ຕາມ​ສ່ວນ​ນັ້ນ, ບາງ​ເທື່ອ​ເຮົາ​ກໍ​ມັກ​ຈະ​ສັນ​ລະ​ເສີນ ຫລື ກ່າວ​ໂທດ. ບໍ່​ມີ​ຊີ​ວິດ​ຂອງ​ຄົນ​ໃດ​ສາ​ມາດ​ຖືກ​ເຂົ້າ​ໃຈ​ໄດ້ ໂດຍ​ວິ​ນາ​ທີ​ດຽວ ຫລື ໂດຍ​ຄວາມ​ຜິດ​ຫວັງ​ທີ່​ໜ້າ​ເສຍ​ໃຈ​ເທື່ອ​ດຽວ​ຕໍ່​ສາ​ທາ​ລະ​ນະ​ຊົນ. ຈຸດ​ປະ​ສົງ​ຂອງ​ເລື່ອງ​ລາວ​ພຣະ​ຄຳ​ພີ​ເຫລົ່າ​ນີ້ ແມ່ນ​ເພື່ອ​ຊ່ວຍ​ໃຫ້​ເຮົາ​ເຫັນ​ວ່າ ພຣະ​ເຢ​ຊູ​ຄຣິດ​ຄື​ຄຳ​ຕອບ​ໃນ​ເວ​ລາ​ນັ້ນ, ແລະ ພຣະ​ອົງ​ກໍ​ຄື​ຄຳ​ຕອບ​ໃນ​ເວ​ລາ​ນີ້. ພຣະ​ອົງ​ຮູ້​ຈັກ​ເລື່ອງ​ລາວ​ທັງ​ໝົດ​ຂອງ​ເຮົາ ແລະ ສິ່ງ​ທີ່​ເຮົາ​ທົນ​ທຸກ​ທໍ​ລະ​ມານ, ທັງ​ຮູ້​ຈັກ​ຄວາມ​ສາ​ມາດ ແລະ ຄວາມ​ອ່ອນ​ແອ​ຂອງ​ເຮົາ.

ຄຳ​ຕອບ​ຂອງ​ພຣະ​ຄຣິດ ຕໍ່​ທິ​ດາ​ທີ່​ລ້ຳ​ຄ່າ​ຂອງ​ພຣະ​ເຈົ້າ​ຄົນ​ນີ້​ແມ່ນ​ວ່າ “ເຮົາ​ກໍ​ບໍ່​ລົງ​ໂທດ​ເຈົ້າ​ເໝືອນ​ກັນ: ຈົ່ງ​ໄປ​ສາ ຕໍ່​ໄປ​ຢ່າ​ເຮັດ​ບາບ​ອີກ.”2 ໃນ​ອີກ​ວິ​ທີ​ໜຶ່ງ​ທີ່​ຈະ​ກ່າວ​ຄຳ​ວ່າ “ຈົ່ງ​ໄປ​ສາ ຕໍ່​ໄປ​ຢ່າ​ເຮັດ​ບາບ​ອີກ” ກໍ​ແມ່ນ​ວ່າ “ຈົ່ງ​ໄປ ແລະ ປ່ຽນ​ແປງ​ສາ.” ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຊື້ອ​ເຊີນ​ນາງ​ໃຫ້​ກັບ​ໃຈ: ໃຫ້​ປ່ຽນ​ແປງ​ພຶດ​ຕິ​ກຳ​ຂອງ​ນາງ, ຄົນ​ທີ່​ນາງ​ຮູ້​ຈັກ, ວິ​ທີ​ທີ່​ນາງ​ໄດ້​ຮູ້​ສຶກ​ກ່ຽວ​ກັບ​ຕົວ​ນາງ​ເອງ, ຫົວ​ໃຈ​ຂອງ​ນາງ.

ເປັນ​ເພາະ​ພຣະ​ຄຣິດ, ການ​ຕັດ​ສິນ​ໃຈ​ຂອງ​ເຮົາ​ທີ່​ຈະ “ໄປ ແລະ ປ່ຽນ​ແປງ​ສາ” ກໍ​ສາ​ມາດ​ອະ​ນຸ​ຍາດ​ໃຫ້​ເຮົາ “ໄປ ແລະ ຫາຍ​ດີ​ສາ,” ນຳ​ອີກ ເພາະ​ພຣະ​ອົງ​ຄື​ແຫລ່ງ​ຂອງ​ການ​ປິ່ນ​ປົວ​ທຸກ​ສິ່ງ​ທີ່​ແຕກ​ຫັກ​ໃນ​ຊີ​ວິດ​ຂອງ​ເຮົາ. ໃນ​ຖາ​ນະ​ພຣະ​ຜູ້​ເປັນ​ກາງ ແລະ ຜູ້​ວິງ​ວອນ​ກັບ​ພຣະ​ບິ​ດາ​ແທນ​ເຮົາ ທີ່​ຍິ່ງ​ໃຫຍ່, ພຣະ​ຄຣິດ​ຊຳ​ລະ ແລະ ຟື້ນ​ຟູ​ຄວາມ​ສຳ​ພັນ​ທີ່​ແຕກ​ຫັກ—ສຳ​ຄັນ​ຫລາຍ​ທີ່​ສຸດ, ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ.

ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ເຮັດ​ໃຫ້​ມັນ​ແຈ້ງ​ຊັດ​ວ່າ ຜູ້​ຍິງ​ຄົນ​ນັ້ນ ໄດ້ ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ໄດ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ນາງ: “ແລະ ຜູ້​ຍິງ​ຄົນ​ນັ້ນ​ໄດ້​ສັນ​ລະ​ເສີນ​ພຣະ​ເຈົ້າ​ນັບ​ຕັ້ງ​ແຕ່​ຊົ່ວ​ໂມງ​ນັ້ນ​ເປັນ​ຕົ້ນ​ໄປ, ແລະ ໄດ້​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.”3 ໜ້າ​ເສຍ​ດາຍ​ທີ່​ເຮົາ​ບໍ່​ຮູ້​ຈັກ​ຊື່​ຂອງ​ນາງ ຫລື ລາຍ​ລະ​ອຽດ​ອື່ນໆ ກ່ຽວ​ກັບ​ຊີ​ວິດ​ຂອງ​ນາງ​ຫລັງ​ຈາກ​ເວ​ລາ​ນັ້ນ ເພາະ​ມັນ​ຈະ​ຕ້ອງ​ຮຽກ​ຮ້ອງ​ຄວາມ​ຕັ້ງ​ໃຈ, ຄວາມ​ຖ່ອມ​ຕົວ, ແລະ ສັດ​ທາ​ຢ່າງ​ຫລວງ​ຫລາຍ​ໃນ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ໃຫ້​ນາງ​ກັບ​ໃຈ ແລະ ປ່ຽນ​ແປງ. ສິ່ງ​ທີ່​ເຮົາ​ຮູ້​ກໍ​ແມ່ນ​ວ່າ ນາງ​ໄດ້​ເປັນ​ຜູ້​ຍິງ​ທີ່ “ໄດ້​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ” ດ້ວຍ​ຄວາມ​ເຂົ້າ​ໃຈ​ວ່າ ນາງ​ບໍ່​ໄດ້​ຢູ່​ໄກ​ເກີນ​ການ​ເອື້ອມ​ອອກ​ໄປ​ຂອງ​ການ​ເສຍ​ສະ​ລະ​ອັນ​ເປັນ​ນິດ ແລະ ນິ​ລັນ​ດອນ​ຂອງ​ພຣະ​ອົງ.

ຄວາມ​ສຳ​ພັນ​ທີ່​ແຕກ​ຫັກ​ກັບ​ຄົນ​ອື່ນ

ໃນ ລູ​ກາ ບົດ​ທີ 15 ເຮົາ​ອ່ານ​ຄຳ​ອຸ​ປະ​ມາ​ເລື່ອງ​ຊາຍ​ຄົນ​ໜຶ່ງ​ທີ່​ມີ​ລູກ​ຊາຍ​ຢູ່​ສອງ​ຄົນ. ລູກ​ຜູ້​ເປັນ​ນ້ອງ​ໄດ້​ຂໍ​ໃຫ້​ພໍ່​ຂອງ​ຕົນ​ແບ່ງ​ຊັບ​ສິນ​ສ່ວນ​ທີ່​ຈະ​ຕົກ​ເປັນ​ຂອງ​ລາວ, ໄດ້​ອອກ​ເດີນ​ທາງ​ໄປ​ທ່ຽວ​ແດນ​ໄກ, ແລະ ໄດ້​ຜານ​ຊັບ​ສິນ​ຂອງ​ຕົນ​ໃນ​ການ​ຢູ່​ກິນ​ຢ່າງ​ຟຸມ​ເຟືອຍ.4

“ຫລັງ​ຈາກ​ລາວ​ໄດ້​ໃຊ້​ຈ່າຍ​ຊັບ​ຈົນ​ໝົດ​ກ້ຽງ​ແລ້ວ ກໍ​ເກີດ​ການ​ອຶດ​ຢາກ​ອັນ​ຮ້າຍ​ແຮງ​ທົ່ວ​ປະ​ເທດ, ແລ້ວ​ລາວ​ຕົກ​ຢູ່​ໃນ​ຄວາມ​ຂັດ​ສົນ.

“ດັ່ງ​ນັ້ນ ລາວ​ຈຶ່ງ​ໄປ​ຂໍ​ຮັບ​ຈ້າງ​ຢູ່​ນຳ​ຄົນ​ໜຶ່ງ​ໃນ​ເມືອງ​ນັ້ນ; ແລະ ຄົນ​ນັ້ນ​ກໍ​ໃຊ້​ລາວ​ອອກ​ໄປ​ລ້ຽງ​ໝູ​ທີ່​ທົ່ງ​ນາ.

“ລາວ​ຄິດ​ຢາກ​ກິນ​ໝາກ​ຖົ່ວ​ທີ່​ໝູ​ກິນ​ໃຫ້​ອີ່ມ​ທ້ອງ: ແຕ່​ບໍ່​ມີ​ຜູ້​ໃດ​ເອົາ​ໃຫ້​ລາວ​ກິນ.

“ໃນ​ທີ່​ສຸດ ລາວ​ກໍ​ສຳ​ນຶກ​ຕົວ​ໄດ້ ແລະ ເວົ້າ​ກັບ​ຕົນ​ເອງ​ວ່າ, ລູກ​ຈ້າງ​ທຸກ​ຄົນ​ຂອງ​ພໍ່​ເຮົາ ກໍ​ຍັງ​ມີ​ອາ​ຫານ​ກິນ​ຢ່າງ​ເຫລືອ​ເຟືອ ສ່ວນ​ເຮົາ​ກຳ​ລັງ​ຕາຍ​ຫິວ​ຢູ່​ທີ່​ນີ້!

“ເຮົາ​ຈະ​ລຸກ​ຂຶ້ນ​ເມືອ​ຫາ​ພໍ່​ຂອງ​ເຮົາ ແລະ ເວົ້າ​ວ່າ, ພໍ່​ເອີຍ, ລູກ​ໄດ້​ເຮັດ​ບາບ​ຕໍ່​ສູ້​ພຣະ​ເຈົ້າ, ແລະ ຕໍ່​ສູ້​ພໍ່​ແລ້ວ,

“ລູກ​ບໍ່​ສົມ​ຄວນ​ທີ່​ມີ​ຊື່​ວ່າ ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່​ໄປ: ແຕ່​ຂໍ​ໃຫ້​ລູກ​ເປັນ​ເໝືອນ​ລູກ​ຈ້າງ​ຄົນ​ໜຶ່ງ​ຂອງ​ພໍ່.

“ດັ່ງ​ນັ້ນ ລາວ​ຈຶ່ງ​ລຸກ​ຂຶ້ນ ຄືນ​ເມືອ​ຫາ​ພໍ່​ຂອງ​ຕົນ. ຂະ​ນະ​ທີ່​ຍັງ​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ພໍ​ສົມ​ຄວນ, ພໍ່​ກໍ​ແນມ​ເຫັນ​ລາວ, ແລ້ວ​ມີ​ຄວາມ​ເມດ​ຕາ​ສົງ​ສານ, ຈຶ່ງ​ແລ່ນ​ອອກ​ໄປ​ກອດ​ລູກ​ໄວ້​ດ້ວຍ​ຄວາມ​ຮັກ​ແພງ.”5

ຄວາມ​ຈິງ​ທີ່​ພໍ່​ໄດ້​ແລ່ນ​ອອກ​ໄປ​ຫາ​ລູກ​ຊາຍ​ນັ້ນ, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ເປັນ​ເລື່ອງ​ທີ່​ສຳ​ຄັນ. ຄວາມ​ເຈັບ​ປວດ​ສ່ວນ​ຕົວ​ທີ່​ລູກ​ຊາຍ​ຄົນ​ນັ້ນ ໄດ້​ກໍ່​ໃຫ້​ເກີດ​ກັບ​ພໍ່​ຂອງ​ລາວ ແນ່​ນອນ​ວ່າ​ໜັກ​ໜ່ວງ ແລະ ເລິກ​ເຊິ່ງ. ເໝືອນ​ກັນ, ພໍ່​ຄົນ​ນັ້ນ​ອາດ​ໄດ້​ອັບ​ອາຍ​ແທ້ໆ ໂດຍ​ການ​ກະ​ທຳ​ຂອງ​ລູກ​ຊາຍ​ຂອງ​ລາວ.

ດັ່ງນັ້ນ, ເປັນ​ຫຍັງ​ພໍ່​ຈຶ່ງ​ບໍ່​ໄດ້​ລໍ​ຖ້າ​ໃຫ້​ລູກ​ຊາຍ​ຂອງ​ລາວ​ມາ​ຂໍ​ໂທດ? ເປັນ​ຫຍັງ​ລາວ​ຈຶ່ງ​ບໍ່​ລໍ​ຖ້າ​ການ​ສະ​ເໜີ​ຂໍ​ທົດ​ແທນ ແລະ ການ​ຄືນ​ດີ​ກ່ອນ​ຈະ​ສະ​ເໜີ​ການ​ໃຫ້​ອະ​ໄພ ແລະ ຄວາມ​ຮັກ? ນີ້​ເປັນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໄຕ່​ຕອງ​ເລື້ອຍໆ.

ພຣະ​ຜູ້​ເປັນ​ເຈົ້າ​ສິດ​ສອນ​ເຮົາ​ວ່າ ການ​ໃຫ້​ອະ​ໄພ​ຄົນ​ອື່ນ​ເປັນ​ພຣະ​ບັນ​ຍັດ​ສາ​ລະ​ພັນ​ວ່າ: “ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ໃຫ້​ອະ​ໄພ​ຜູ້​ທີ່​ເຮົາ​ຈະ​ໃຫ້​ອະ​ໄພ, ແຕ່​ພວກ​ເຈົ້າ​ຖືກ​ຮຽກ​ຮ້ອງ ໃຫ້​ອະ​ໄພ​ແກ່​ມະ​ນຸດ​ທັງ​ປວງ.”6 ການ​ສະ​ເໜີ​ໃຫ້​ອະ​ໄພ​ຈະ​ຕ້ອງ​ໃຊ້​ຄວາມ​ກ້າ​ຫານ ແລະ ຄວາມ​ຖ່ອມ​ຕົວ​ຢ່າງ​ຫລວງ​ຫລາຍ. ມັນ​ຈະ​ຕ້ອງ​ໃຊ້​ເວ​ລາ​ນຳ​ອີກ. ມັນ​ຮຽກ​ຮ້ອງ​ໃຫ້​ເຮົາ​ວາງ​ສັດ​ທາ ແລະ ການ​ໄວ້​ວາງ​ໃຈ​ຂອງ​ເຮົາ​ໄວ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ ຂະ​ນະ​ທີ່​ເຮົາ​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ ສຳ​ລັບ​ສະ​ພາບ​ຂອງ​ຈິດ​ໃຈ​ຂອງ​ເຮົາ. ຄວາມ​ສຳ​ຄັນ ແລະ ພະ​ລັງ​ຂອງ​ອຳ​ເພີ​ໃຈ​ຂອງ​ເຮົາ​ແມ່ນ​ວາງ​ຢູ່​ທີ່​ນີ້.

ດ້ວຍ​ການ​ບັນ​ຍາຍ​ເຖິງ​ພໍ່​ຄົນ​ນີ້ ຢູ່​ໃນ​ຄຳ​ອຸ​ປະ​ມາ​ເລື່ອງ​ລູກ​ຊາຍ​ທີ່​ເສຍ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເນັ້ນ​ວ່າ ການ​ໃຫ້​ອະ​ໄພ​ເປັນ​ຂອງ​ປະ​ທານ​ທີ່​ສູງ​ສົ່ງ​ທີ່​ສຸດ​ຢ່າງ​ໜຶ່ງ ທີ່​ເຮົາ​ສາ​ມາດ​ມອບ​ໃຫ້​ກັນ​ແລະ​ກັນ ແລະ ໂດຍ​ສະ​ເພາະ​ໃຫ້ ຕົວ​ເຮົາ​ເອງ. ການ​ບັນ​ເທົາ​ຫົວ​ໃຈ​ຂອງ​ເຮົາ​ຈາກ​ພາ​ລະ​ໜັກ​ໜ່ວງ ຜ່ານ​ທາງ​ການ​ໃຫ້​ອະ​ໄພ​ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ​ສະ​ເໝີ​ໄປ, ແຕ່​ຜ່ານ​ທາງ​ອຳ​ນາດ​ທີ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ມັນ​ເປັນ​ໄປ​ໄດ້.

ພາກ​ສ່ວນ​ຕ່າງໆ​ທີ່​ແຕກ​ຫັກ​ໃນ​ຕົວ​ເຮົາ​ເອງ

ໃນ ກິດ​ຈະ​ການ ບົດ​ທີ 3 ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ວ່າ “ທາງ​ເຂົ້າ​ພຣະ​ວິ​ຫານ​ມີ​ຊື່​ວ່າ​ປະ​ຕູ​ງາມ, ມີ​ຊາຍ​ຜູ້​ໜຶ່ງ​ເປັນ​ຄົນ​ເປ້ຍ​ມາ​ແຕ່​ເກີດ, ແຕ່​ລະ​ວັນ​ລາວ​ໄດ້​ຖືກ​ຫາມ​ມາ​ວາງ​ໄວ້​ທີ່​ນັ້ນ, ເພື່ອ​ຂໍ​ທານ​ນຳ​ຄົນ​ທີ່​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ.”7

ຊາຍ​ຂໍ​ທານ​ເປ້ຍ​ຄົນ​ນັ້ນ​ມີ​ອາ​ຍຸ​ສູງ​ກວ່າ 40 ປີ8 ແລະ ໄດ້​ໃຊ້​ເວ​ລາ​ຕະ​ຫລອດ​ຊີ​ວິດ​ຂອງ​ລາວ​ໃນ​ສະ​ພາບ​ການ​ທີ່​ເບິ່ງ​ຄື​ວ່າ​ບໍ່​ມີ​ຄວາມ​ສິ້ນ​ສຸດ​ຂອງ​ຄວາມ​ຕ້ອງ​ການ ແລະ ການ​ລໍ​ຖ້າ, ເພາະ​ລາວ​ໄດ້​ເພິ່ງ​ອາ​ໄສ​ຄວາມ​ເພື່ອ​ແຜ່​ຂອງ​ຄົນ​ອື່ນ.

ມື້​ໜຶ່ງ ເມື່ອ​ລາວ​ໄດ້​ເຫັນ “ເປ​ໂຕ​ກັບ​ໂຢ​ຮັນ​ກຳ​ລັງ​ເຂົ້າ​ມາ [ແລະ] ຈຶ່ງ​ຂໍ​ທານ​ນຳ​ສອງ​ຄົນ​ນີ້.

“ເປ​ໂຕ ແລະ ໂຢ​ຮັນ​ໄດ້​ຈ້ອງ​ຕາ​ເບິ່ງ​ລາວ ແລະ ເປ​ໂຕ​ກໍ​ກ່າວ​ວ່າ, ຈົ່ງ​ເບິ່ງ​ພວກ​ເຮົາ.

“ດັ່ງ​ນັ້ນ​ລາວ​ຈຶ່ງ​ເບິ່ງ​ເປ​ໂຕ ແລະ ໂຢ​ຮັນ​ໂດຍ​ນຶກ​ວ່າ​ຕົນ​ຈະ​ໄດ້​ຮັບ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຈາກ​ຄົນ​ທັງ​ສອງ.

“ຝ່າຍ​ເປ​ໂຕ​ກໍ​ກ່າວ​ແກ່​ລາວ​ວ່າ, ເງິນ ແລະ ຄຳ​ເຮົາ​ບໍ່​ມີ, ແຕ່​ສິ່ງ​ທີ່​ເຮົາ​ມີ​ຢູ່​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ​ຄື: ໃນ​ພຣະ​ນາມ [ຂອງ​ພຣະ​ເຢ​ຊູ​ຄຣິດ] ໄທ​ນາ​ຊາ​ເຣັດ​ຈົ່ງ​ຍ່າງ​ໄປ.

“ແລ້ວ​ເປ​ໂຕ​ກໍ​ຈັບ​ມື​ຂວາ​ຂອງ​ຊາຍ​ຄົນ​ນັ້ນ, ດຶງ​ຂຶ້ນ: ໃນ​ທັນ​ໃດ​ນັ້ນ​ຕີນ ແລະ ຂໍ່​ຕີນ​ຂອງ​ລາວ​ກໍ​ມີ​ແຮງ​ມາ.

“ລາວ​ໂດດ​ຂຶ້ນ​ຢືນ ແລະ ເລີ່ມ​ຕົ້ນ​ຍ່າງ​ໄປ​ມາ, ແລ້ວ​ລາວ​ກໍ​ເຂົ້າ​ໄປ​ພຣະ​ວິ​ຫານ​ກັບ​ທ່ານ​ທັງ​ສອງ, ທັງ​ຍ່າງ​ທັງ​ເຕັ້ນ, ແລະ ທັງ​ສັນ​ລະ​ເສີນ​ພຣະ​ເຈົ້າ.”9

ຫລາຍ​ເທື່ອ​ເຮົາ​ສາ​ມາດ​ພົບ​ເຫັນ​ຕົວ​ເອງ, ເໝືອນ​ດັ່ງ​ຄົນ​ຂໍ​ທານ​ເປ້ຍ​ຢູ່​ທີ່​ປະ​ຕູ​ພຣະ​ວິ​ຫານ—“[ກຳ​ລັງ] ລໍ​ຄອຍ​ພຣະ​ເຈົ້າ”10 ຢ່າງ​ອົດ​ທົນ—ຫລື ບາງ​ເທື່ອ​ກໍ​ຢ່າງ​ຮ້ອນ​ຮົນ​ໃຈ. ລໍ​ຄອຍ​ທີ່​ຈະ​ໄດ້​ຫາຍ​ດີ​ທາງ​ຮ່າງ​ກາຍ ຫລື ທາງ​ອາ​ລົມ. ລໍ​ຄອຍ​ຄຳ​ຕອບ​ທີ່​ເຈາະ​ເຂົ້າ​ໄປ​ເຖິງ​ສ່ວນ​ເລິກ​ຂອງ​ຫົວ​ໃຈ​ເຮົາ. ລໍ​ຄອຍ​ສິ່ງ​ມະ​ຫັດ​ສະ​ຈັນ.

ການ​ລໍ​ຄອຍ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເປັນ​ສະ​ຖານ​ທີ່​ສັກ​ສິດ—ເປັນ​ສະ​ຖານ​ທີ່​ແຫ່ງ​ການ​ຂັດ​ເກົາ ແລະ ການ​ຫລໍ່​ຫລອມ ບ່ອນ​ທີ່​ເຮົາ​ສາ​ມາດ​ມາ​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ວິ​ທີ​ທາງ​ສ່ວນ​ຕົວ​ທີ່​ເລິກ​ເຊິ່ງ. ການ​ລໍ​ຄອຍ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເປັນ​ສະ​ຖານ​ທີ່ ບ່ອນ​ທີ່​ເຮົາ​ພົບ​ເຫັນ​ຕົວ​ເອງ​ຖາມ​ວ່າ, “ໂອ້ ພຣະ​ອົງ​ເຈົ້າ, ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ບ່ອນ​ໃດ?”11—ບ່ອນ​ທີ່​ຄວາມ​ມາ​ນະ​ອົດ​ທົນ​ທາງ​ວິນ​ຍານ ຮຽກ​ຮ້ອງ​ໃຫ້​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ເລືອກ​ພຣະ​ອົງ​ດ້ວຍ​ເຈດ​ຕະ​ນາ​ເທື່ອ​ແລ້ວ​ເທື່ອ​ອີກ. ຂ້າ​ພະ​ເຈົ້າ​ຮູ້​ຈັກ​ບ່ອນ​ນີ້, ແລະ ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ການ​ລໍ​ຄອຍ​ແບບ​ນີ້.

ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ຫລາຍ​ຊົ່ວ​ໂມງ​ທີ່​ນັບ​ບໍ່​ຖ້ວນ ຢູ່​ໃນ​ສະ​ຖານ​ທີ່​ປິ່ນ​ປົວ​ໂຣກ​ມະ​ເລັງ, ໃນ​ການ​ທົນ​ທຸກ​ທໍ​ລະ​ມານ​ຂອງ​ຂ້າ​ພະ​ເຈົ້າ ຮ່ວມ​ກັບ​ຫລາຍ​ຄົນ ທີ່​ໄດ້​ລໍ​ຖ້າ​ການ​ປິ່ນ​ປົວ​ໃຫ້​ຫາຍ​ດີ. ບາງ​ຄົນ​ກໍ​ລອດ; ບາງ​ຄົນ​ກໍ​ບໍ່​ລອດ. ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ໃນ​ທາງ​ທີ່​ເລິກ​ເຊິ່ງ​ວ່າ ການ​ປົດ​ປ່ອຍ​ຈາກ​ການ​ທົດ​ລອງ​ຂອງ​ເຮົາ​ແມ່ນ​ແຕກ​ຕ່າງ​ສຳ​ລັບ​ແຕ່​ລະ​ຄົນ, ແລະ ສະ​ນັ້ນ​ຈຸດ​ສຸມ​ຂອງ​ເຮົາ​ຄວນ​ມີ​ໜ້ອຍ​ກ່ຽວ​ກັບ ວິ​ທີ ທີ່​ເຮົາ​ຖືກ​ປົດ​ປ່ອຍ ແລະ ກ່ຽວ​ກັບ​ພຣະ​ຜູ້​ປົດ​ປ່ອຍ​ເອງ​ຫລາຍ​ກວ່າ. ການ​ເນັ້ນ​ໜັກ ຂອງ​ເຮົາ​ຄວນ​ຢູ່​ທີ່​ພຣະ​ເຢ​ຊູ​ຄຣິດ​ສະ​ເໝີ!

ການ​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ ໝາຍ​ຄວາມ​ວ່າ​ການ​ໄວ້​ວາງ​ໃຈ​ບໍ່​ພຽງ​ແຕ່​ໃນ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ ແຕ່​ໃນ​ເວ​ລາ​ຂອງ​ພຣະ​ອົງ​ນຳ​ອີກ. ເພາະ​ພຣະ​ອົງ​ຮູ້​ຈັກ​ສິ່ງ​ທີ່​ເຮົາ​ຕ້ອງ​ການ​ຢ່າງ​ແນ່​ນອນ ແລະ ເວ​ລາ​ທີ່​ເຮົາ​ຕ້ອງ​ການ​ມັນ​ຢ່າງ​ຊັດ​ເຈນ. ເມື່ອ​ເຮົາ​ຍອມ​ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໃນ​ທີ່​ສຸດ​ເຮົາ​ກໍ​ຈະ​ໄດ້​ຮັບ​ຫລາຍ​ກວ່າ​ສິ່ງ​ທີ່​ເຮົາ​ປາດ​ຖະ​ໜາ.

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເຮົາ​ທຸກ​ຄົນ​ມີ​ບາງ​ສິ່ງ​ໃນ​ຊີ​ວິດ​ຂອງ​ເຮົາ​ທີ່​ແຕກ​ຫັກ ທີ່​ຕ້ອງ​ແກ້​ໄຂ, ສ້ອມ​ແຊມ, ຫລື ປິ່ນ​ປົວ​ໃຫ້​ຫາຍ​ດີ. ເມື່ອ​ເຮົາ​ຫັນ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເມື່ອ​ເຮົາ​ເຮັດ​ໃຫ້​ຫົວ​ໃຈ ແລະ ຈິດ​ໃຈ​ຂອງ​ເຮົາ​ສອດ​ຄ່ອງ​ກັບ​ພຣະ​ອົງ, ເມື່ອ​ເຮົາ​ກັບ​ໃຈ, ພຣະ​ອົງ​ມາ​ຫາ​ເຮົາ “ໂດຍ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ,”12 ຈະ​ໂອບ​ກອດ​ເຮົາ​ດ້ວຍ​ຄວາມ​ຮັກ, ແລະ ກ່າວ​ວ່າ, “ບໍ່​ເປັນ​ຫຍັງ​ດອກ. ເຈົ້າ​ມີ​ອາ​ຍຸ​ພຽງ 5—ຫລື 16, 23, 48, 64, 91 ປີ ເທົ່າ​ນັ້ນ. ພວກ​ເຮົາ​ສາ​ມາດ​ສ້ອມ​ແຊມ​ມັນ​ນຳ​ກັນ​ໄດ້!”

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ບໍ່​ມີ​ສິ່ງ​ໃດ​ໃນ​ຊີ​ວິດ​ຂອງ​ທ່ານ​ທີ່​ແຕກ​ຫັກ​ເກີນ​ກວ່າ​ອຳ​ນາດ​ທີ່​ປິ່ນ​ປົວ, ທີ່​ໄຖ່, ແລະ ເຮັດ​ໃຫ້​ເປັນ​ໄປ​ໄດ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ໃນ​ພຣະ​ນາມ​ອັນ​ສັກ​ສິດ ແລະ ບໍ​ລິ​ສຸດ​ຂອງ​ພຣະ​ອົງ​ຜູ້​ມີ​ລິດ​ເດດ​ທີ່​ຈະ​ປິ່ນ​ປົວ, ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.