ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 27 ເດືອນ​ພຶດ​ສະ​ພາ–ວັນ​ທີ 2 ເດືອນ​ມິ​ຖຸ​ນາ: “ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ.” ໂມ​ໄຊ​ຢາ 25–28


“ວັນ​ທີ 27 ເດືອນ​ພຶດ​ສະ​ພາ–ວັນ​ທີ 2 ເດືອນ​ມິ​ຖຸ​ນາ: ‘ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ.’ ໂມ​ໄຊ​ຢາ 25–28,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 27 ເດືອນ​ພຶດ​ສະ​ພາ–ວັນ​ທີ 2 ເດືອນ​ມິ​ຖຸ​ນາ. ໂມ​ໄຊ​ຢາ 25–28,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ທູດ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ແອວ​ມາ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ

Conversion of Alma the Younger [ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ແອວ​ມາ​ຜູ້​ເປັນ​ລູກ], ໂດຍ ແກຣີ ແອວ ແຄບ

ວັນ​ທີ 27 ເດືອນ​ພຶດ​ສະ​ພາ–ວັນ​ທີ 2 ເດືອນ​ມິ​ຖຸ​ນາ: “ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ”

ໂມ​ໄຊ​ຢາ 25–28

ຫລັງ​ຈາກ​ເກືອບ​ເຖິງ​ສາມ​ລຸ້ນ​ຄົນ​ຂອງ​ການ​ອາ​ໄສ​ຢູ່​ໃນ​ຕ່າງ​ແຜ່ນ​ດິນ, ແລ້ວ​ຊາວ​ນີ​ໄຟ​ກໍ​ໄດ້​ລວມ​ເຂົ້າ​ເປັນ​ຜູ້​ຄົນ​ດຽວ​ກັນ​ອີກ. ຜູ້​ຄົນ​ຂອງ​ລິມ​ໄຮ, ຜູ້​ຄົນ​ຂອງ​ແອວ​ມາ, ແລະ ຜູ້​ຄົນ​ຂອງ​ໂມ​ໄຊ​ຢາ—ແມ່ນ​ແຕ່​ຜູ້​ຄົນ​ຂອງ​ເຊ​ຣາ​ເຮັມ​ລາ, ຜູ້​ບໍ່​ໄດ້​ເປັນ​ທາ​ຍາດ​ຂອງ​ນີ​ໄຟ—ບັດ​ນີ້ ທຸກ​ຄົນ​ຖືກ “ນັບ​ເຂົ້າ​ຢູ່​ກັບ​ຊາວ​ນີ​ໄຟ” (ໂມ​ໄຊ​ຢາ 25:13). ພວກ​ເຂົາ​ຫລາຍ​ຄົນ​ກໍ​ຢາກ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ດັ່ງ​ທີ່​ຜູ້​ຄົນ​ຂອງ​ແອວ​ມາ​ໄດ້​ເປັນ. ສະ​ນັ້ນ ທຸກ​ຄົນ​ທີ່ “ປາດ​ຖະ​ໜາ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ” ຈຶ່ງ​ໄດ້​ຮັບ​ບັບ​ຕິ​ສະ​ມາ, “ແລະ ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ” (ໂມ​ໄຊ​ຢາ 25:23–24). ຫລັງ​ຈາກ​ຫລາຍ​ປີ​ຂອງ​ການ​ຂັດ​ແຍ້ງ ແລະ ການ​ເປັນ​ຊະ​ເລີຍ, ເບິ່ງ​ຄື​ວ່າ​ໃນ​ທີ່​ສຸດ ຊາວ​ນີ​ໄຟ​ຈະ​ໄດ້​ຊື່ນ​ຊົມ​ກັບ​ຄວາມ​ສະ​ຫງົບ​ສຸກ.

ແຕ່​ບໍ່​ດົນ, ຜູ້​ທີ່​ບໍ່​ເຊື່ອ​ກໍ​ເລີ່ມ​ຕົ້ນ​ຂົ່ມ​ເຫັງ​ໄພ່​ພົນ. ສິ່ງ​ທີ່​ເຮັດ​ໃຫ້​ເຈັບ​ປວດ​ໃຈ​ຫລາຍ​ໂດຍ​ສະ​ເພາະ​ແມ່ນ​ວ່າ ຜູ້​ທີ່​ບໍ່​ເຊື່ອ​ເຫລົ່າ​ນີ້ ແມ່ນ​ລູກ​ຂອງ​ຜູ້​ທີ່​ເຊື່ອ​ນັ້ນ​ເອງ—ພວກ “ຄົນ​ລຸ້ນ​ໃໝ່” (ໂມ​ໄຊ​ຢາ 26:1), ລວມ​ທັງ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ ແລະ ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ແອວ​ມາ. ເລື່ອງ​ລາວ​ບອກ​ເຖິງ​ການ​ມາ​ຢ້ຽມ​ຢາມ​ຂອງ​ທູດ​ຢ່າງ​ອັດ​ສະ​ຈັນ. ແຕ່​ການ​ມະ​ຫັດ​ສະ​ຈັນ​ທີ່​ແທ້​ຈິງ​ຂອງ​ເລື່ອງ​ນີ້​ບໍ່​ແມ່ນ​ພຽງ​ແຕ່​ກ່ຽວ​ກັບ​ການ​ມາ​ປະ​ກົດ​ຕົວ​ຂອງ​ທູດ​ຕໍ່​ພວກ​ລູກ​ຊາຍ​ທີ່​ຫົວ​ດື້​ເທົ່າ​ນັ້ນ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ແມ່ນ​ການ​ມະ​ຫັດ​ສະ​ຈັນ​ທີ່, ບໍ່​ວ່າ​ໃນ​ທາງ​ໃດ​ກໍ​ທາງ​ໜຶ່ງ, ຈຳ​ເປັນ​ຕ້ອງ​ເກີດ​ຂຶ້ນ​ກັບ​ເຮົາ​ທຸກ​ຄົນ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໂມ​ໄຊ​ຢາ 26:1–6

ເຮົາ​ສາ​ມາດ​ຊ່ວຍ​ໃຫ້​ຄົນ​ອື່ນ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ.

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ແມ່ນ​ເປັນ​ເລື່ອງ​ສ່ວນ​ຕົວ—ມັນ​ບໍ່​ສາ​ມາດ​ຖືກ​ສົ່ງ​ຕໍ່​ໃຫ້​ລູກໆ​ຄື​ກັນ​ກັບ​ມໍ​ລະ​ດົກ. ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໄຊ​ຢາ 26:1–6, ໃຫ້​ໄຕ່​ຕອງ​ເຫດ​ຜົນ​ທີ່​ເປັນ​ໄປ​ໄດ້ ທີ່ “ຄົນ​ລຸ້ນ​ໃໝ່” ໄດ້​ຕົກ​ໄປ, ແລະ ສັງ​ເກດ​ເບິ່ງ​ຜົນ​ສະ​ທ້ອນ​ຂອງ​ຄວາມ​ບໍ່​ເຊື່ອ​ຖື​ຂອງ​ພວກ​ເຂົາ. ທ່ານ​ອາດ​ຄິດ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ທ່ານ​ຢາກ​ພາ​ມາ​ຫາ​ພຣະ​ຄຣິດ​ນຳ​ອີກ. ຕະ​ຫລອດ​ທົ່ວ​ການ​ສຶກ​ສາ​ຂອງ​ທ່ານ​ໃນ ໂມ​ໄຊ​ຢາ 25–28, ພຣະ​ວິນ​ຍານ​ອາດ​ສື່ມ​ບອກ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ ເພື່ອ​ຊ່ວຍ​ພັດ​ທະ​ນາ​ສັດ​ທາ​ຂອງ​ພວກ​ເຂົາ​ໃນ​ພຣະ​ເຢ​ຊູ​ຄຣິດ.

ໂມ​ໄຊ​ຢາ 26:6–39

ຜູ້​ຮັບ​ໃຊ້​ທີ່​ຊື່​ສັດ​ຂອງ​ພຣະ​ເຈົ້າ ຈະ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.

ບາງ​ເທື່ອ​ເຮົາ​ອາດ​ຄິດ​ວ່າ ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ເຊັ່ນ ແອວ​ມາ​ຮູ້​ຈັກ​ວ່າ​ຈະ​ເຮັດ​ສິ່ງ​ໃດ​ສະ​ເໝີ. ໃນ ໂມ​ໄຊ​ຢາ 26 ເຮົາ​ອ່ານ​ກ່ຽວ​ກັບ​ບັນ​ຫາ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ແອວ​ມາ​ບໍ່​ເຄີຍ​ປະ​ເຊີນ​ມາ​ກ່ອນ. ແອວ​ມາ​ໄດ້​ເຮັດ​ສິ່ງ​ໃດ ໃນ​ສະ​ຖາ​ນະ​ການ​ເຊັ່ນ​ນີ້? (ເບິ່ງ ໂມ​ໄຊ​ຢາ 26:13–14, 33–34, 38–39). ປະ​ສົບ​ການ​ຂອງ​ແອວ​ມາ ແນະ​ນຳ​ສິ່ງ​ໃດ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ອາດ​ເຂົ້າ​ຫາ​ບັນ​ຫາ​ທີ່​ຫຍຸ້ງ​ຍາກ​ຢູ່​ໃນ​ຄອບ​ຄົວ​ຂອງ​ທ່ານ ຫລື ໃນ​ການ​ຮັບ​ໃຊ້​ສາດ​ສະ​ໜາ​ຈັກ​ຂອງ​ທ່ານ?

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ຫຍັງ​ແດ່​ໃຫ້​ກັບ​ແອວ​ມາ​ໃນ ໂມ​ໄຊ​ຢາ 26:15–32? ໃຫ້​ສັງ​ເກດ​ເບິ່ງ​ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບາງ​ຢ່າງ ບໍ່​ໄດ້​ກົງ​ກັບ​ຄຳ​ຖາມ​ຂອງ​ແອວ​ມາ. ສິ່ງ​ນີ້​ແນະ​ນຳ​ຫຍັງ​ກ່ຽວ​ກັບ​ການ​ອະ​ທິ​ຖານ ແລະ ການ​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ?

ຫລັກ​ທຳ​ແມ່ນ​ນິ​ລັນ​ດອນ. ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ເລື່ອງ​ລາວ ແລະ ຄຳ​ສອນ​ໃນ​ພຣະ​ຄຳ​ພີ​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ຖາມ​ຕົວ​ເອງ​ວ່າ, “ປະ​ສົບ​ການ​ໃດ​ແດ່​ທີ່​ເຮົາ​ເຄີຍ​ມີ ທີ່​ຄ້າຍ​ຄື​ກັນ​ກັບ​ຂອງ​ແອວ​ມາ?” ຫລື “ຄວາມ​ຈິງ​ຢ່າງ​ໃດ​ແດ່​ທີ່​ສິດ​ສອນ​ໂດຍ​ແອວ​ມາ ສາ​ມາດ​ຊ່ວຍ​ເຮົາ​ໄດ້?”

ໂມ​ໄຊ​ຢາ 26:15–31

ພຣະ​ເຈົ້າ​ໃຫ້​ອະ​ໄພ​ແກ່​ເຮົາ​ຢ່າງ​ເຕັມ​ພຣະ​ໄທ ເມື່ອ​ເຮົາ​ກັບ​ໃຈ ແລະ ໃຫ້​ອະ​ໄພ​ຄົນ​ອື່ນ.

ການ​ກັບ​ໃຈ ແລະ ການ​ໃຫ້​ອະ​ໄພ​ແມ່ນ​ຫົວ​ຂໍ້​ທີ່​ເກີດ​ຂຶ້ນ​ຊ້ຳໆ​ໃນ ໂມ​ໄຊ​ຢາ 26–27. ໃຫ້​ຊອກ​ຫາ​ຂໍ້​ຄວາມ ແລະ ວະ​ລີ​ທີ່​ສິດ​ສອນ​ກ່ຽວ​ກັບ​ການ​ກັບ​ໃຈ ແລະ ການ​ໃຫ້​ອະ​ໄພ​ໃນ ໂມ​ໄຊ​ຢາ 26:22–24, 29–31; 27:23–37.

ບາງ​ຄົນ​ອາດ​ສົງ​ໄສ​ວ່າ​ພຣະ​ເຈົ້າ​ໄດ້​ໃຫ້​ອະ​ໄພ​ແກ່​ເຂົາ​ເຈົ້າ​ແທ້ໆ​ບໍ. ທ່ານ​ຄິດ​ວ່າ ແອວ​ມາ​ຜູ້​ເປັນ​ບິ​ດາ​ໄດ້​ແນະ​ນຳ​ສະ​ມາ​ຊິກ​ຄົນ​ໜຶ່ງ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ເຊ​ຣາ​ເຮັມ​ລາ ທີ່​ມີ​ຄວາມ​ກັງ​ວົນ​ເຊັ່ນ​ນັ້ນ​ແນວ​ໃດ? ແອວ​ມາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໃນ ໂມ​ໄຊ​ຢາ 26:15–31 ທີ່​ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ນີ້? (ເບິ່ງ ໂມ​ໂຣ​ໄນ 6:8; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:16–18; 58:42–43 ນຳ​ອີກ).

ໂມ​ໄຊ​ຢາ 27:8–37; 28:1–4

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ສາ​ມາດ​ປ່ຽນ​ເປັນ​ຄົນ​ດີ​ກວ່າ​ເກົ່າ.

ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ​ວ່າ ແອວ​ມາ​ຜູ້​ເປັນ​ລູກ​ຕ້ອງ​ການ​ເກີດ​ໃໝ່​ທາງ​ວິນ​ຍານ. ເພິ່ນ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ເປັນ​ຄົນ “ຊົ່ວ​ຮ້າຍ​ແທ້ໆ​ໃນ​ຄົນ​ບາບ” (ໂມ​ໄຊ​ຢາ 28:4). ແຕ່​ບໍ່​ດົນ​ຫລັງ​ຈາກ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເພິ່ນ, ແອວ​ມາ​ໄດ້​ເປັນ​ພະ​ຍານ​ວ່າ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ແມ່ນ​ຈຳ​ເປັນ—ຕໍ່​ທຸກ​ຄົນ: “ຢ່າ​ໄດ້​ແປກ​ໃຈ​ເລີຍ,” ເພິ່ນ​ເວົ້າ, “ວ່າ​ມະ​ນຸດ ທັງ​ປວງ … ຕ້ອງ​ເກີດ​ໃໝ່​ເສຍ​ກ່ອນ” (ໂມ​ໄຊ​ຢາ 27:25; ເນັ້ນ​ຄຳ​ເນີ້ງ).

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ແອວ​ມາ​ໃນ ໂມ​ໄຊ​ຢາ 27:8–37, ໃຫ້​ຄິດ​ທີ່​ຈະ​ລອງ​ເອົາ​ຕົວ​ເອງ​ເຂົ້າ​ໄປ​ຢູ່​ໃນ​ເລື່ອງ​ລາວ​ຂອງ​ເພິ່ນ. ທ່ານ​ສາ​ມາດ​ຄິດ​ຫາ​ສິ່ງ​ໃດ​ບໍ​ທີ່​ຕົວ​ທ່ານ​ເອງ​ຕ້ອງ​ການ​ປ່ຽນ​ແປງ? ເຊັ່ນ​ດຽວ​ກັນ​ກັບ​ບິ​ດາ​ຂອງ​ແອວ​ມາ, ທີ່​ອາດ​ອະ​ທິ​ຖານ​ເພື່ອ​ທ່ານ “ດ້ວຍ​ສັດ​ທາ​ຫລາຍ”? ປະ​ສົບ​ການ​ໃດ​ແດ່​ທີ່​ໄດ້​ຊ່ວຍ “ເຮັດ​ໃຫ້ [ທ່ານ] ສຳ​ນຶກ​ເຖິງ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ”? (ໂມ​ໄຊ​ຢາ 27:14). “ສິ່ງ​ຍິ່ງ​ໃຫຍ່” ໃດ​ແດ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ເພື່ອ​ທ່ານ ຫລື ຄອບ​ຄົວ​ຂອງ​ທ່ານ ທີ່​ທ່ານ​ຄວນ “ຈື່​ຈຳ”? (ໂມ​ໄຊ​ຢາ 27:16). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຖ້ອຍ​ຄຳ ແລະ ການ​ກະ​ທຳ​ຂອງ​ແອວ​ມາ​ຜູ້​ເປັນ​ລູກ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ເກີດ​ໃໝ່? ທ່ານ​ເຄີຍ​ເຫັນ​ຕົວ​ຢ່າງ​ໃດ​ແດ່?

ໃຫ້​ໃຊ້​ເວ​ລາ​ບຶດ​ໜຶ່ງ​ເພື່ອ​ບັນ​ທຶກ​ບາງ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ຊ່ວຍ​ທ່ານ​ປ່ຽນ​ແປງ—ຫລື ເກີດ​ໃໝ່​ອີກ​ຄັ້ງ—ເຖິງ​ແມ່ນ​ວ່າ​ປະ​ສົບ​ການ​ຂອງ​ທ່ານ​ອາດ​ບໍ່​ຕື່ນ​ເຕັ້ນ ຫລື ກະ​ທັນ​ຫາ​ຄື​ກັນ​ກັບ​ຂອງ​ແອວ​ມາ. ມີ​ເພງ​ສວດ​ໃດ​ບໍ​ທີ່​ທ່ານ​ສາ​ມາດ​ຮ້ອງ ຫລື ຟັງ ທີ່​ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ທ່ານ, ເຊັ່ນ “ຂ້າ​ເຝົ້າ​ພິ​ສະ​ຫວົງ”? (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 24). ໃຜ​ອາດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ໄດ້​ຍິນ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ທ່ານ?

ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ປຽບ​ທຽບ​ການ​ເກີດ​ໃໝ່​ອີກ​ຄັ້ງ​ກັບ​ຂັ້ນ​ຕອນ​ຂອງ​ໝາກ​ແຕງ​ທີ່​ກາຍ​ເປັນ​ໝາກ​ແຕງ​ດອງ (ເບິ່ງ “Ye Must Be Born Again,” Liahona, May 2007, 19–22). ການ​ປຽບ​ທຽບ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ?

ເບິ່ງ Gospel Topics, “Become like Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “Alma Testifies He Has Been Born of God” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ໂມ​ໄຊ​ຢາ 27:8–24

ພຣະ​ເຈົ້າ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ ແລະ ຈະ​ຕອບ​ຄຳ​ອະ​ທິ​ຖານ​ເຫລົ່າ​ນັ້ນ​ອີງ​ຕາມ​ພຣະ​ປະ​ສົງ ແລະ ເວ​ລາ​ຂອງ​ພຣະ​ອົງ.

ບາງ​ທີ​ທ່ານ​ເຄີຍ​ຢູ່​ໃນ​ສະ​ຖາ​ນະ​ການ​ແບບ​ດຽວ​ກັນ​ກັບ​ແອວ​ມາ​ຜູ້​ເປັນ​ບິ​ດາ ກັບ​ສະ​ມາ​ຊິກ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ຄອບ​ຄົວ​ທີ່​ເລືອກ​ທຳ​ລາຍ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ໃນ ໂມ​ໄຊ​ຢາ 27:8–24 ທີ່​ໃຫ້​ຄວາມ​ຫວັງ​ແກ່​ທ່ານ? ຂໍ້​ເຫລົ່າ​ນີ້​ມີ​ອິດ​ທິ​ພົນ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ທ່ານ ເພື່ອ​ຄົນ​ອື່ນ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ໂມ​ໄຊ​ຢາ 26:30–31

ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ເຮົາ​ໃຫ້​ອະ​ໄພ.

  • ເພື່ອ​ໃຫ້​ລູກໆ​ຂອງ​ທ່ານ​ຄົ້ນ​ພົບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ແອວ​ມາ​ກ່ຽວ​ກັບ​ການ​ໃຫ້​ອະ​ໄພ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ອ່ານ ໂມ​ໄຊ​ຢາ 26:29–31 ແລະ ນັບ​ເບິ່ງ​ຄຳ​ວ່າ “ໃຫ້​ອະ​ໄພ” ປະ​ກົດ​ຈັກ​ເທື່ອ. ຂໍ້​ເຫລົ່າ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ການ​ໃຫ້​ອະ​ໄພ​ຄົນ​ອື່ນ? (ເບິ່ງ “ຄວາມ​ເມດ​ຕາ​ເລີ່ມ​ຈາກ​ເຮົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 69 ນຳ​ອີກ.)

  • ເພື່ອ​ເນັ້ນ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກ່ຽວ​ກັບ​ການ​ໃຫ້​ອະ​ໄພ, ທ່ານ​ສາ​ມາດ​ສະ​ແດງ​ຮູບ​ຂອງ​ພຣະ​ອົງ​ຢູ່​ເທິງ​ໄມ້​ກາງ​ແຂນ​ໃຫ້​ພວກ​ເຂົາ​ເບິ່ງ ແລະ ອ່ານ ລູ​ກາ 23:33–34 ນຳ​ກັນ. ພຣະ​ເຢ​ຊູ​ໄດ້​ທູນ​ຂໍ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເຮັດ​ຫຍັງ​ເພື່ອ​ຜູ້​ຄົນ​ທີ່​ຄຶງ​ພຣະ​ອົງ? ຫລັງ​ຈາກ​ການ​ສົນ​ທະ​ນາ​ນີ້​ແລ້ວ, ລູກໆ​ຂອງ​ທ່ານ​ສາ​ມາດ​ຫລິ້ນ​ລະ​ຄອນ​ກ້ອມ​ກ່ຽວ​ກັບ​ການ​ໃຫ້​ອະ​ໄພ​ກັນ​ແລະ​ກັນ.

  • ບາງ​ເທື່ອ​ມັນ​ຍາກ​ທີ່​ຈະ​ໃຫ້​ອະ​ໄພ​ຕົວ​ເອງ ເມື່ອ​ເຮົາ​ເຮັດ​ຄວາມ​ຜິດ. ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຕໍ່​ແອວ​ມາ​ຊ່ວຍ​ໄດ້​ແນວ​ໃດ? ລູກໆ​ຂອງ​ທ່ານ​ສາ​ມາດ​ທຳ​ທ່າ​ວ່າ​ພວກ​ເຂົາ​ກຳ​ລັງ​ເວົ້າ​ກັບ​ຄົນ​ໃດ​ຄົນ​ໜຶ່ງ ຜູ້​ທີ່​ຄິດ​ວ່າ​ພຣະ​ເຈົ້າ​ຈະ​ບໍ່​ມີ​ວັນ​ໃຫ້​ອະ​ໄພ​ແກ່​ເຂົາ. ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ຊອກ​ຫາ​ບາງ​ສິ່ງ​ໃນ ໂມ​ໄຊ​ຢາ 26:22–23, 29–30 ທີ່​ອາດ​ຊ່ວຍ​ບຸກ​ຄົນ​ນັ້ນ​ໄດ້.

ໂມ​ໄຊ​ຢາ 27:8–37

ພຣະ​ເຢ​ຊູ​ຄຣິດ​ຊ່ວຍ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ.

  • ການ​ກັບ​ໃຈ​ຂອງ​ແອວ​ມາ​ຜູ້​ເປັນ​ລູກ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ ສາ​ມາດ​ສະ​ແດງ​ໃຫ້​ລູກໆ​ຂອງ​ທ່ານ​ເຫັນ​ວ່າ, ດ້ວຍ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ທຸກ​ຄົນ​ສາ​ມາດ​ປ່ຽນ​ແປງ​ໄດ້. ທ່ານ ຫລື ລູກໆ​ຂອງ​ທ່ານ​ສາ​ມາດ​ໃຊ້​ຮູບ​ພາບ​ຢູ່​ໃນ​ໂຄງ​ຮ່າງ​ນີ້, ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້, ແລະ ຂໍ້​ພຣະ​ຄຳ​ພີ​ສຳ​ຄັນ​ສອງ​ສາມ​ຂໍ້​ຈາກ ໂມ​ໄຊ​ຢາ 27:8–37 ເພື່ອ​ເລົ່າ​ເລື່ອງ (ເບິ່ງ “ບົດ​ທີ 18: ​ແອວ​ມາ​ຜູ້​ເປັນ​ລູກ​ກັບ​ໃຈ,” ໃນ ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 49–52 ນຳ​ອີກ). ໃຫ້​ເນັ້ນ​ຂໍ້​ທີ 24 ເປັນ​ພິ​ເສດ, ເພື່ອ​ສິດ​ສອນ​ວ່າ ແອວ​ມາ​ໄດ້​ກັບ​ໃຈ ແລະ ພຣະ​ເຢ​ຊູ​ຄຣິດ​ໄດ້​ຊ່ວຍ​ໃຫ້​ເພິ່ນ​ປ່ຽນ​ແປງ. ປ່ອຍ​ໃຫ້​ລູກໆ​ຂອງ​ທ່ານ​ສະ​ແດງ​ຕາມ​ເລື່ອງ​ຖ້າ​ຫາກ​ພວກ​ເຂົາ​ຢາກ​ເຮັດ.

ຮູບ​ພາບ
ແອວ​ມາ​ຜູ້​ເປັນ​ລູກ​ຖືກ​ຫາມ​ໄປ​ເຮືອນ​ບິ​ດາ​ຂອງ​ເພິ່ນ

His Father Rejoiced [ບິ​ດາ​ຂອງ​ເພິ່ນ​ປິ​ຕິ​ຍິນ​ດີ], ໂດຍ ວາວ​ເຕີ ເຣນ

ໂມ​ໄຊ​ຢາ 27:8–24

ເຮົາ​ສາ​ມາດ​ອະ​ທິ​ຖານ ແລະ ຖື​ສິນ​ອົດ​ເຂົ້າ​ເພື່ອ​ໃຫ້​ພຣະ​ເຈົ້າ​ໃຫ້​ພອນ​ແກ່​ຜູ້​ຄົນ​ທີ່​ເຮົາ​ຮັກ.

  • ອ່ານ ໂມ​ໄຊ​ຢາ 27:8–24 ນຳ​ກັນ, ແລະ ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ລະ​ບຸ​ສິ່ງ​ທີ່​ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ເຮັດ ເພື່ອ​ຊ່ວຍ​ແອວ​ມາ​ຜູ້​ເປັນ​ລູກ. ທ່ານ​ເຄີຍ​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ເພື່ອ​ຄົນ​ໃດ​ຄົນ​ໜຶ່ງ​ບໍ? ແບ່ງ​ປັນ​ປະ​ສົບ​ການ​ຂອງ​ທ່ານ​ກັບ​ລູກໆ​ຂອງ​ທ່ານ, ແລະ ປ່ອຍ​ໃຫ້​ພວກ​ເຂົາ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ພວກ​ເຂົາ.

  • ທ່ານ ຫລື ລູກໆ​ຂອງ​ທ່ານ​ຮູ້​ຈັກ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ​ບໍ? ໃນ​ການ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ແອວ​ມາ, ບາງ​ທີ​ພວກ​ທ່ານ​ສາ​ມາດ​ອະ​ທິ​ຖານ​ນຳ​ກັນ​ເພື່ອ​ບຸກ​ຄົນ​ນັ້ນ ແລະ, ຖ້າ​ຫາກ​ລູກໆ​ຂອງ​ທ່ານ​ສາ​ມາດ, ຖື​ສິນ​ອົດ​ເຂົ້າ​ເພື່ອ​ເຂົາ​ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ທູດ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ແອວ​ມາ​ຜູ້​ເປັນ​ລູກ

ຮູບ​ພາບ​ທູດ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ແອວ​ມາ​ຜູ້​ເປັນ​ລູກ, ໂດຍ ແຄ​ວິນ ຂຽວ