ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 10–16 ເດືອນ​ມິ​ຖຸ​ນາ: “ພວກ​ທ່ານ​ເຄີຍ​ປະ​ສົບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ນີ້​ໃນ​ໃຈ​ຂອງ​ພວກ​ທ່ານ​ແລ້ວ​ບໍ?” ແອວ​ມາ 5–7


“ວັນ​ທີ 10–16 ເດືອນ​ມິ​ຖຸ​ນາ: ‘ພວກ​ທ່ານ​ເຄີຍ​ປະ​ສົບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ນີ້​ໃນ​ໃຈ​ຂອງ​ພວກ​ທ່ານ​ແລ້ວ​ບໍ?’ ແອວ​ມາ 5–7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 10–16 ເດືອນ​ມິ​ຖຸ​ນາ. ແອວ​ມາ 5–7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ແອວ​ມາ​ຜູ້​ເປັນ​ລູກ​ກຳ​ລັງ​ສິດ​ສອນ​ຊາວ​ໂຊ​ຣຳ

ແອວ​ມາ​ຜູ້​ເປັນ​ລູກ​ກຳ​ລັງ​ສິດ​ສອນ​ຊາວ​ໂຊ​ຣຳ

ວັນ​ທີ 10–16 ເດືອນ​ມິ​ຖຸ​ນາ: “ພວກ​ທ່ານ​ເຄີຍ​ປະ​ສົບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ນີ້​ໃນ​ໃຈ​ຂອງ​ພວກ​ທ່ານ​ແລ້ວ​ບໍ?”

ແອວ​ມາ 5–7

ແອວ​ມາ​ບໍ່​ຮູ້​ກ່ຽວ​ກັບ​ການ​ຜ່າ​ຕັດ​ປ່ຽນ​ຫົວ​ໃຈ​ໃນ​ປະ​ຈຸ​ບັນ​ນີ້, ຊຶ່ງ​ເປັນ​ການ​ເອົາ​ຫົວ​ໃຈ​ທີ່​ດີ ມາ​ໃສ່​ແທນ​ຫົວ​ໃຈ​ທີ່​ບໍ່​ດີ ຫລື ເປັນ​ພະ​ຍາດ. ແຕ່​ເພິ່ນ​ຮູ້​ກ່ຽວ​ກັບ​ສິ່ງ​ທີ່​ມະ​ຫັດ​ສະ​ຈັນ​ຫລາຍ​ກວ່າ ນັ້ນ​ຄື “ການ​ປ່ຽນ​ແປງ​ໃນ​ໃຈ” (ແອວ​ມາ 5:26)—ຊຶ່ງ​ໂດຍ​ທາງ​ນັ້ນ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ທານ​ຊີ​ວິດ​ໃໝ່​ທາງ​ວິນ​ຍານ​ໃຫ້​ເຮົາ, ຄື​ກັນ​ກັບ​ການ “ເກີດ​ໃໝ່” (ເບິ່ງ ແອວ​ມາ 5:14, 49). ແອວ​ມາ​ສາ​ມາດ​ເຫັນ​ໄດ້​ວ່າ ການ​ປ່ຽນ​ແປງ​ໃນ​ໃຈ​ນີ້ ເປັນ​ສິ່ງ​ທີ່​ຊາວ​ນີ​ໄຟ​ຢ່າງ​ຫລວງ​ຫລາຍ​ຕ້ອງ​ການ. ບາງ​ຄົນ​ຮັ່ງ​ມີ ແລະ ບາງ​ຄົນ​ຍາກ​ຈົນ, ບາງ​ຄົນ​ທະ​ນົງ​ຕົວ ແລະ ບາງ​ຄົນ​ຖ່ອມ​ຕົວ, ບາງ​ຄົນ​ຂົ່ມ​ເຫັງ ແລະ ບາງ​ຄົນ​ຖືກ​ຂົ່ມ​ເຫັງ (ເບິ່ງ ແອວ​ມາ 4:6–15). ແຕ່​ທຸກ​ຄົນ​ໃນ​ພວກ​ເຂົາ​ຕ້ອງ​ໄດ້​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ຮັບ​ການ​ປິ່ນ​ປົວ—ຄື​ກັນ​ກັບ​ທີ່​ເຮົາ​ທຸກ​ຄົນ​ຕ້ອງ​ເຮັດ. ບໍ່​ວ່າ​ເຮົາ​ຈະ​ສະ​ແຫວງ​ຫາ​ທີ່​ຈະ​ເອົາ​ຊະ​ນະ​ຄວາມ​ທະ​ນົງ​ຕົວ ຫລື ອົດ​ທົນ​ກັບ​ຄວາມ​ທຸກ​ທໍ​ລະ​ມານ, ຂ່າວ​ສານ​ຂອງ​ແອວ​ມາ​ກໍ​ຍັງ​ເໝືອນ​ເດີມ ທີ່​ວ່າ: “ຈົ່ງ​ມາ​ເຖີດ, ຢ່າ​ສູ່​ຢ້ານ” (ແອວ​ມາ 7:15). ຈົ່ງ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປ່ຽນ​ແປງ​ໃຈ​ທີ່​ແຂງ​ກະ​ດ້າງ, ເປັນ​ບາບ, ຫລື ເຈັບ​ປວດ ເປັນ​ໃຈ​ທີ່​ຖ່ອມ, ບໍ​ລິ​ສຸດ, ແລະ ໃໝ່.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ແອວ​ມາ 5:14–33

ເຮົາ​ຕ້ອງ​ປະ​ສົບ​ກັບ—ແລະ ສືບ​ຕໍ່​ຮູ້​ສຶກ—ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ໃນ​ໃຈ.

ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ຕ້ອງ​ໃຊ້​ເວ​ລາ​ຖາມ​ຕົວ​ເອງ​ເປັນ​ປະ​ຈຳ​ວ່າ, ‘ເຮົາ​ເປັນ​ຈັ່ງ​ໃດ?’ … ເພື່ອ​ຈະ​ໃຫ້​ມີ​ການ​ຊີ້​ນຳ​ສຳ​ລັບ​ຕົວ​ຂ້າ​ພະ​ເຈົ້າ​ລະ​ຫວ່າງ​ການ​ສຳ​ພາດ​ສ່ວນ​ຕົວ​ນີ້, ຂ້າ​ພະ​ເຈົ້າ​ມັກ​ອ່ານ ແລະ ໄຕ່​ຕອງ​ຖ້ອຍ​ຄຳ​ທີ່​ກໍ່​ໃຫ້​ເກີດ​ການ​ທົບ​ທວນ​ເຖິງ​ຊີ​ວິດ​ຂອງ​ຕົນ ທີ່​ພົບ​ເຫັນ​ຢູ່​ໃນ​ບົດ​ທີ​ຫ້າ​ຂອງ ແອວ​ມາ” (“Return and Receive,” Liahona, May 2017, 64).

ໃຫ້​ຄິດ​ທີ່​ຈະ​ອ່ານ ແອວ​ມາ 5:14–33 ຄື​ກັບ​ວ່າ​ທ່ານ​ກຳ​ລັງ​ສຳ​ພາດ​ຕົວ​ເອງ ແລະ ສຳ​ຫລວດ​ໃຈ​ຂອງ​ທ່ານ. ທ່ານ​ກໍ​ຄວນ​ບັນ​ທຶກ​ຄຳ​ຕອບ​ຂອງ​ທ່ານ ຕໍ່​ຄຳ​ຖາມ​ເຫລົ່າ​ນັ້ນ​ໄວ້. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຕົວ​ທ່ານ​ເອງ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ຕາມ​ຜົນ​ຂອງ​ການ​ສຳ​ພາດ​ຂອງ​ທ່ານ?

ເບິ່ງ Dale G. Renlund, “Preserving the Heart’s Mighty Change,” Liahona, Nov. 2009, 97–99 ນຳ​ອີກ.

ຮູບ​ພາບ
ຍິງ​ໜຸ່ມ​ກຳ​ລັງ​ອະ​ທິ​ຖານ​ຢູ່​ຂ້າງ​ຕຽງ​ນອນ

ເມື່ອ​ເຮົາ​ຫັນ​ໄປ​ຫາ​ພຣະ​ເຈົ້າ, ເຮົາ​ຈະ​ສາ​ມາດ​ປະ​ສົບ​ກັບ “ການ​ປ່ຽນ​ແປງ​ໃນ​ໃຈ.”

ແອວ​ມາ 5:44–51

ເຮົາ​ສາ​ມາດ​ມີ​ປະ​ຈັກ​ພະ​ຍານ​ຂອງ​ຕົວ​ເອງ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ໃນ ແອວ​ມາ 5, ເມື່ອ​ແອວ​ມາ​ໄດ້​ອະ​ທິ​ບາຍ​ວ່າ​ເພິ່ນ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ, ເພິ່ນ​ບໍ່​ໄດ້​ກ່າວ​ເຖິງ​ປະ​ສົບ​ການ​ຂອງ​ເພິ່ນ​ທີ່​ໄດ້​ເຫັນ​ທູດ​ສະ​ຫວັນ (ເບິ່ງ ໂມ​ໄຊ​ຢາ 27:10–17). ແອວ​ມາ​ໄດ້​ມາ​ຮູ້​ຄວາມ​ຈິງ​ດ້ວຍ​ຕົວ​ເອງ​ໄດ້​ແນວ​ໃດ? ບາງ​ທີ​ທ່ານ​ສາ​ມາດ​ໃຊ້​ສິ່ງ​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ ແອວ​ມາ 5:44–51 ເພື່ອ​ຂຽນ “ສູດ” ສຳ​ລັບ​ການ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ. ມີ “ສ່ວນ​ປະ​ກອບ” (ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ) ແລະ “ຄຳ​ແນະ​ນຳ” (ສິ່ງ​ທີ່​ເຮົາ​ສາ​ມາດ​ສະ​ແຫວງ​ຫາ​ເພື່ອ​ຄວາມ​ຈິງ) ໃດ​ແດ່​ທີ່​ແອວ​ມາ​ໄດ້​ລວມ​ເຂົ້າ​ໄວ້? ມີ “ສ່ວນ​ປະ​ກອບ” ແລະ “ຄຳ​ແນະ​ນຳ” ໃດ​ແດ່​ທີ່​ທ່ານ​ສາ​ມາດ​ເພີ່ມ​ໃສ່​ສູດ​ຂອງ​ທ່ານ​ຈາກ​ປະ​ສົບ​ການ​ຂອງ​ທ່ານ​ເອງ ຫລື ປະ​ສົບ​ການ​ອື່ນໆ​ໃນ​ພຣະ​ຄຳ​ພີ?

ແອວ​ມາ 7

“ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ພວກ​ທ່ານ​ຢູ່​ໃນ​ທາງ​ອັນ​ຊອບ​ທຳ.”

ບາງ​ເທື່ອ​ເຮົາ​ກໍ​ເປັນ​ຄື​ກັນ​ກັບ​ຜູ້​ຄົນ​ຂອງ​ເຊ​ຣາ​ເຮັມ​ລາ, ຜູ້​ທີ່​ຈຳ​ເປັນ​ຕ້ອງ​ຖືກ​ເອີ້ນ​ໃຫ້​ກັບ​ໃຈ (ເບິ່ງ ແອວ​ມາ 5:32) ບາງ​ເທື່ອ​ເຮົາ​ກໍ​ເປັນ​ຄື​ກັນ​ກັບ​ຜູ້​ຄົນ​ຂອງ​ກີ​ເດ​ໂອນ​ຫລາຍ​ກວ່າ, ຜູ້​ທີ່​ໄດ້​ພະ​ຍາ​ຍາມ​ກ້າວ​ເດີນ​ໄປ “ຢູ່​ໃນ​ທາງ​ອັນ​ຊອບ​ທຳ” (ແອວ​ມາ 7:19). ທ່ານ​ພົບ​ເຫັນ​ຫຍັງ​ແດ່​ໃນ​ຂ່າວ​ສານ​ຂອງ​ແອວ​ມາ​ໃນ​ເມືອງ​ກີ​ເດ​ໂອນ (ຢູ່​ໃນ ແອວ​ມາ 7) ທີ່​ຄ້າຍ​ຄື​ກັນ​ກັບ​ສິ່ງ​ທີ່​ເພິ່ນ​ໄດ້​ກ່າວ​ຢູ່​ໃນ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ (ຢູ່​ໃນ ແອວ​ມາ 5)? ທ່ານ​ສັງ​ເກດ​ເຫັນ​ຄວາມ​ແຕກ​ຕ່າງ​ຢ່າງ​ໃດ​ແດ່? ໃຫ້​ຊອກ​ຫາ​ສິ່ງ​ທີ່​ແອວ​ມາ​ໄດ້​ສິດ​ສອນ​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້ “ຢູ່​ໃນ​ທາງ​ຊຶ່ງ​ຈະ​ນຳ​ໄປ​ສູ່​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ” (ແອວ​ມາ 7:19).

ແອວ​ມາ 7:7–16

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ເອົາ​ບາບ, ຄວາມ​ເຈັບ​ປວດ, ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຮົາ​ໄປ.

ທ່ານ​ເຄີຍ​ຮູ້​ສຶກ​ວ່າ ບໍ່​ມີ​ໃຜ​ເຂົ້າ​ໃຈ​ການ​ດີ້ນ​ລົນ ຫລື ການ​ທ້າ​ທາຍ​ຂອງ​ທ່ານ​ຢູ່​ບໍ? ຖ້າ​ເຄີຍ, ຄວາມ​ຈິງ​ທີ່​ແອວ​ມາ​ໄດ້​ສິດ​ສອນ​ສາ​ມາດ​ຊ່ວຍ​ໄດ້. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ສະ​ທ້ອນ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ຂໍ້​ເຫລົ່າ​ນີ້​ສິດ​ສອນ​ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ທ່ານ​ອາດ​ເຮັດ​ຕາ​ຕະ​ລາງ​ພ້ອມ​ດ້ວຍ​ຫົວ​ຂໍ້ ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ທົນ​ທຸກ​ທໍ​ລະ​ມານ ແລະ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ທົນ​ທຸກ​ທໍ​ລະ​ມານ ແລະ ຂຽນ​ລາຍ​ການ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ ແອວ​ມາ 7:7–16 (ເບິ່ງ ເອ​ຊາ​ຢາ 53:3–5) ນຳ​ອີກ. ທ່ານ​ສາ​ມາດ​ຄິດ​ເຖິງ​ເວ​ລາ​ທີ່​ທ່ານ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ກັບ​ສິ່ງ​ເຫລົ່າ​ນີ້​ໄດ້​ບໍ? ຕໍ່​ໄປ​ນີ້​ຄື​ບາງ​ຕົວ​ຢ່າງ​ຈາກ​ພຣະ​ຄຳ​ພີ: ມັດ​ທາຍ 4:1–13; 26:55–56; 27:39–44; ມາ​ຣະ​ໂກ 14:43–46; ລູ​ກາ 9:58. ທ່ານ​ສາ​ມາດ​ເພີ່ມ​ຫຍັງ​ແດ່​ໃສ່​ກັບ​ລາຍ​ການ​ຂອງ​ທ່ານ​ຈາກ​ຂໍ້​ເຫລົ່າ​ນີ້?

ມັນ​ເປັນ​ອີກ​ເລື່ອງ​ໜຶ່ງ​ທີ່​ຈະ​ເຊື່ອ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ເພື່ອ​ທ່ານ. ແຕ່​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ທ່ານ​ແນວ​ໃດ? ຕໍ່​ໄປ​ນີ້​ແມ່ນ​ຂໍ້​ພຣະ​ຄຳ​ພີ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພຣະ​ເຢ​ຊູ​ຄຣິດ​ສາ​ມາດ “ຊ່ວຍ​ເຫລືອ” ທ່ານ​ໄດ້: ເອ​ໂນດ 1:5–6; ໂມ​ໄຊ​ຢາ 16:7–8; 21:15; 24:14–15; 3 ນີ​ໄຟ 17:6–7; ອີ​ເທີ 12:27–29; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:7–10. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້? ມີ​ວິ​ທີ​ໃດ​ອີກ​ແດ່​ທີ່​ພຣະ​ອົງ​ເຂົ້າ​ມາ​ຊ່ວຍ​ເຫລືອ​ທ່ານ? ເມື່ອ​ໃດ​ທີ່​ທ່ານ​ໄດ້​ປະ​ສົບ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ອົງ?

ເພງ​ສວດ​ດັ່ງ​ເຊັ່ນ “ຂໍ​ເພິ່ງ​ພຣະ​ທຸກ​ຊົ່ວ​ໂມງ” ຫລື “ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 12, 42) ສາ​ມາດ​ເຮັດ​ໃຫ້​ຄວາມ​ຮູ້​ສຶກ​ບຸນ​ຄຸນ​ຂອງ​ທ່ານ​ສຳ​ລັບ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ​ໄດ້. ມີ​ວະ​ລີ​ໃດ​ແດ່​ໃນ​ເພງ​ສວດ​ເຫລົ່າ​ນີ້​ທີ່​ສະ​ແດງ​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ທີ່​ມີ​ຕໍ່​ພຣະ​ອົງ?

ເບິ່ງ Gospel Topics, “Atonement of Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “His Grace” (ບ່ອນ​ເກັບ​ກຳ​ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ສາ​ມາດ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄວາມ​ສູງ​ສົ່ງ, ພຣະ​ຄຸນ, ແລະ ຄວາມ​ຮັກ​ຂອງ​ພຣະ​ອົງ. ທ່ານ​ສາ​ມາດ​ຊຸກ​ຍູ້​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ໃຫ້​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ ໂດຍ​ການ​ຖາມ​ຄຳ​ຖາມ​ທີ່​ກະ​ຕຸ້ນ​ເຂົາ​ເຈົ້າ​ໃຫ້​ແບ່ງ​ປັນ​ວ່າ​ເຂົາ​ເຈົ້າ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ອົງ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ແອວ​ມາ 5:44–48

ເຮົາ​ສາ​ມາດ​ມີ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເອງ ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

  • ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ຮຽນ​ຮູ້​ທີ່​ຈະ​ເຮັດ​ໃຫ້​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຂົາ​ເຕີບ​ໂຕ, ທ່ານ​ສາ​ມາດ​ສະ​ແດງ​ຮູບ​ພາບ​ທີ່​ຢູ່​ຂ້າງ​ລຸ່ມ ແລະ ຖາມ​ພວກ​ເຂົາ​ວ່າ ເຮົາ​ຊ່ວຍ​ລູກ​ສັດ​ໃຫ້​ເຕີບ​ໂຕ​ແນວ​ໃດ. ແລ້ວ​ທ່ານ​ກໍ​ສາ​ມາດ​ປຽບ​ທຽບ​ສິ່ງ​ນີ້​ໃສ່​ກັບ​ການ​ດູ​ແລ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ. ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ຕ້ອງ​ການ​ການ​ດູ​ແລ​ແບບ​ໃດ​ແດ່? ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ ມັນ​ກຳ​ລັງ​ເຕີບ​ໂຕ?

    ຮູບ​ພາບ
    ເດັກ​ຊາຍ​ສອງ​ຄົນ​ກັບ​ລູກ​ສັດ

    ເມື່ອ​ເຮົາ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ, ມັນ​ກໍ​ຄື​ກັນ​ກັບ​ການ​ເລີ່ມ​ຕົ້ນ​ຊີ​ວິດ​ໃໝ່.

  • ແອວ​ມາ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ທີ່​ເຂັ້ມ​ແຂງ​ຂອງ​ເພິ່ນ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ? ທ່ານ​ສາ​ມາດ​ອ່ານ ແອວ​ມາ 5:44–46 ກັບ​ລູກໆ​ຂອງ​ທ່ານ ເພື່ອ​ທີ່​ຈະ​ຊອກ​ຫາ​ຄຳ​ຕອບ​ໃຫ້​ກັບ​ຄຳ​ຖາມ​ຂໍ້​ນີ້. ບາງ​ທີ​ລູກໆ​ຂອງ​ທ່ານ​ກໍ​ສາ​ມາດ​ຂຽນ​ແຜນ​ການ​ລົງ​ໄວ້​ທີ່​ຈະ​ເຮັດ​ສິ່ງ​ໜຶ່ງ​ໃນ​ອາ​ທິດ​ນີ້ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຂົາ.

ແອວ​ມາ 7:10–13

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ເອົາ​ບາບ, ຄວາມ​ເຈັບ​ປວດ, ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຮົາ​ໄປ.

  • ທ່ານ​ຈະ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ ແອວ​ມາ 7:10–13 ເພື່ອ​ວ່າ​ພວກ​ເຂົາ​ຈະ​ສາ​ມາດ​ຮູ້​ໄດ້​ວ່າ ພຣະ​ເຢ​ຊູ​ຄຣິດ​ຫ່ວງ​ໃຍ​ພວກ​ເຂົາ ແລະ ສາ​ມາດ​ຊ່ວຍ​ພວກ​ເຂົາ​ໄດ້​ແນວ​ໃດ? ບາງ​ທີ​ທ່ານ​ກໍ​ສາ​ມາດ​ຂໍ​ໃຫ້​ພວກ​ເຂົາ​ແບ່ງ​ປັນ​ປະ​ສົບ​ການ​ຕອນ​ທີ່​ພວກ​ເຂົາ​ບໍ່​ສະ​ບາຍ ຫລື ເຈັບ​ປວດ ຫລື ມີ​ບັນ​ຫາ​ຢ່າງ​ອື່ນ ທີ່​ເຮັດ​ໃຫ້​ພວກ​ເຂົາ​ເສົ້າ​ໃຈ. ຄົນ​ອື່ນ​ໄດ້​ຊ່ວຍ​ພວກ​ເຂົາ​ໃຫ້​ຮູ້​ສຶກ​ດີ​ຂຶ້ນ​ແນວ​ໃດ? ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ທົນ​ທຸກ​ກັບ​ສິ່ງ​ເຫລົ່າ​ນີ້​ຄື​ກັນ, ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ເວ​ລາ​ຕອນ​ທີ່​ພຣະ​ອົງ​ໄດ້​ປອບ​ໂຍນ ແລະ ຊ່ວຍ​ເຫລືອ​ທ່ານ.

  • ຂະ​ນະ​ທີ່​ທ່ານ ແລະ ລູກໆ​ຂອງ​ທ່ານ​ອ່ານ ແອວ​ມາ 7:11–13, ໃຫ້​ຊອກ​ຫາ​ສິ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ແທນ​ເຮົາ. ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ໃຊ້​ຖ້ອຍ​ຄຳ ແລະ ວະ​ລີ​ທີ່​ພວກ​ເຂົາ​ໄດ້​ພົບ​ເຫັນ ເພື່ອ​ປະ​ກອບ​ປະ​ໂຫຍກ​ນີ້​ໃຫ້​ສົມ​ບູນ: “ພຣະ​ເຢ​ຊູ​ໄດ້​ທົນ​ທຸກ​ທໍ​ລະ​ມານ ເພື່ອ​ວ່າ​ພຣະ​ອົງ​ຈະ​ສາ​ມາດ​ຊ່ວຍ​ເຫລືອ​ເຮົາ.” ມັນ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ​ທີ່​ຈະ​ຮູ້​ວ່າ​ພຣະ​ເຢ​ຊູ​ເຂົ້າ​ໃຈ​ການ​ດີ້ນ​ລົນ​ຂອງ​ເຮົາ? ເຮົາ​ຈະ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ອົງ​ແນວ​ໃດ? ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

ແອວ​ມາ 5:14; 7:19–20

ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ຮັກ​ສາ​ເຮົາ​ໃຫ້​ຄົງ​ຢູ່​ໃນ​ເສັ້ນ​ທາງ​ຊື່​ທີ່​ນຳ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

  • ໃຫ້​ລູກໆ​ຂອງ​ທ່ານ​ຫລຽວ​ເບິ່ງ​ກະ​ຈົກ​ຂະ​ນະ​ທີ່​ທ່ານ​ອ່ານ ແອວ​ມາ 5:14 (ເບິ່ງ​ໜ້າ​ກິດ​ຈະ​ກຳ​ສຳ​ລັບ​ອາ​ທິດ​ນີ້​ນຳ​ອີກ). ການ​ມີ​ເງົາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ໃນ​ໃບ​ໜ້າ​ຂອງ​ເຮົາ​ໝາຍ​ຄວາມ​ວ່າ​ແນວ​ໃດ?

  • ທ່ານ​ຈະ​ສາ​ມາດ​ໃຊ້​ຄຳ​ບັນ​ຍາຍ​ຂອງ​ແອວ​ມາ​ເຖິງ​ເສັ້ນ​ທາງ​ທີ່​ນຳ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຮຽນ​ຮູ້​ທີ່​ຈະ​ເລືອກ​ສິ່ງ​ດີ​ໄດ້​ແນວ​ໃດ? ທ່ານ​ສາ​ມາດ​ອ່ານ ແອວ​ມາ 7:19–20 ໃຫ້​ພວກ​ເຂົາ​ຟັງ ແລະ ໃຫ້​ພວກ​ເຂົາ​ທຳ​ທ່າ​ຍ່າງ​ໄປ​ໃນ “ເສັ້ນ​ທາງ​ຄົດ” ແລະ ຍ່າງ​ໄປ​ໃນ​ເສັ້ນ​ທາງ​ຊື່. ຊ່ວຍ​ພວກ​ເຂົາ​ໃຫ້​ຄິດ​ເຖິງ​ທາງ​ເລືອກ​ທີ່​ຊ່ວຍ​ເຮົາ​ໃຫ້​ຄົງ​ຢູ່​ໃນ​ເສັ້ນ​ທາງ ແລະ ທາງ​ເລືອກ​ອື່ນ​ທີ່​ນຳ​ເຮົາ​ອອກ​ໄປ​ຈາກ​ເສັ້ນ​ທາງ. ພວກ​ທ່ານ​ກໍ​ສາ​ມາດ​ເບິ່ງ​ຮູບ​ພາບ​ຂອງ​ພຣະ​ເຢ​ຊູ​ນຳ​ກັນ ແລະ ເວົ້າ​ລົມ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ເພື່ອ​ສະ​ແດງ​ໃຫ້​ເຮົາ​ເຫັນ​ເສັ້ນ​ທາງ​ທີ່​ນຳ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ເພງ​ດັ່ງ​ເຊັ່ນ: “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27) ກໍ​ໃຫ້​ແນວ​ຄິດ​ບາງ​ຢ່າງ​ໄດ້.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ພຣະ​ເຢ​ຊູ​ນຸ່ງ​ເສື້ອ​ຄຸມ​ສີ​ແດງ

Our Advocate [ຜູ້​ວິງ​ວອນ​ແທນ​ເຮົາ], ໂດຍ ເຈ ບະ​ໄຣ​ອັນ ຫວອດ