ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 24–30 ເດືອນ​ມິ​ຖຸ​ນາ: “ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.” ແອວ​ມາ 13–16


“ວັນ​ທີ 24–30 ເດືອນ​ມິ​ຖຸ​ນາ: ‘ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.’ ແອວ​ມາ 13–16,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 24–30 ເດືອນ​ມິ​ຖຸ​ນາ. ແອວ​ມາ 13–16,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ແອວ​ມາ ແລະ ແອມ​ມິວ​ເລັກ​ກຳ​ລັງ​ຍ່າງ​ອອກ​ຈາກ​ຄຸກ

ຮູບ​ພາບ​ແອວ​ມາ ແລະ ແອມ​ມິວ​ເລັກ ຖືກ​ປົດ​ປ່ອຍ​ອອກ​ຈາກ​ຄຸກ, ໂດຍ ແອນ​ດຣູ ໂບສ໌​ລີ

ວັນ​ທີ 24–30 ເດືອນ​ມິ​ຖຸ​ນາ: “ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”

ແອວ​ມາ 13–16

ໃນ​ຫລາຍ​ວິ​ທີ​ທາງ, ຊີ​ວິດ​ໃນ​ເມືອງ​ອຳ​ໂມນ​ໄນ​ຮາ ບໍ່​ດີ​ສະ​ເໝີ​ໄປ​ສຳ​ລັບ​ແອມ​ມິວ​ເລັກ ແລະ ຊີ​ເອສ​ຣອມ. ແອມ​ມິວ​ເລັກ​ໄດ້​ເປັນ “ຄົນ​ທີ່​ຖືກ​ນັບ​ຖື​ພໍ​ສົມ​ຄວນ,” ພ້ອມ​ທັງ “ມີ​ພີ່​ນ້ອງ ແລະ ໝູ່​ເພື່ອນ​ຫລາຍ​ຄົນ” ແລະ “ມີ​ສິ່ງ​ຂອງ​ອັນ​ມີ​ຄ່າ​ຢ່າງ​ຫລວງ​ຫລາຍ” (ແອວ​ມາ 10:4). ຊີ​ເອສ​ຣອມ​ເປັນ​ທະ​ນາຍ​ທີ່​ມີ​ຄວາມ​ຊຳ​ນານ ຜູ້​ທີ່​ມີ​ຄວາມ​ມ່ວນ​ຊື່ນ​ກັບ “ທຸ​ລະ​ກິດ​ຫລາຍ​ຢ່າງ” (ແອວ​ມາ 10:31). ແລ້ວ​ແອວ​ມາ​ກໍ​ໄດ້​ມາ​ຮອດ​ພ້ອມ​ດ້ວຍ​ຄຳ​ເຊື້ອ​ເຊີນ​ໃຫ້​ກັບ​ໃຈ ແລະ “ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ແອວ​ມາ 13:16). ຕໍ່​ແອມ​ມິວ​ເລັກ, ຊີ​ເອສ​ຣອມ, ແລະ ຄົນ​ອື່ນໆ, ການ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ນັ້ນ ຮຽກ​ຮ້ອງ​ໃຫ້​ເສຍ​ສະ​ລະ ແລະ ແມ່ນ​ແຕ່​ຈະ​ພາ​ໄປ​ສູ່​ຄວາມ​ຍາກ​ລຳ​ບາກ​ຫລາຍ​ທີ່​ສຸດ ຈົນ​ເກືອບ​ຈະ​ທົນ​ຕໍ່​ບໍ່​ໄຫວ.

ແຕ່​ແນ່​ນອນ ເລື່ອງ​ລາວ​ບໍ່​ໄດ້​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນັ້ນ. ໃນ ແອວ​ມາ 13–16, ເຮົາ​ໄດ້​ຮຽນ​ຮູ້​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ທີ່​ສຸດ ຕໍ່​ຜູ້​ທີ່​ເຊື່ອ “ໃນ​ອຳ​ນາດ​ຂອງ​ພຣະ​ຄຣິດ​ອັນ​ຈະ​ນຳ​ໄປ​ສູ່​ຄວາມ​ລອດ” (ແອວ​ມາ 15:6). ບາງ​ເທື່ອ​ກໍ​ມີ​ການ​ປົດ​ປ່ອຍ, ບາງ​ເທື່ອ​ກໍ​ມີ​ການ​ປິ່ນ​ປົວ—ແລະ ບາງ​ເທື່ອ​ບາງ​ສິ່ງ​ກໍ​ບໍ່​ງ່າຍ​ຂຶ້ນ​ໃນ​ຊີ​ວິດ. ແຕ່ “ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຮັບ​ເອົາ [ຜູ້​ຄົນ​ຂອງ​ພຣະ​ອົງ] ຂຶ້ນ​ໄປ​ຫາ​ພຣະ​ອົງ​ໃນ​ລັດ​ສະ​ໝີ​ພາບ” ສະ​ເໝີ (ແອວ​ມາ 14:11). ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະ​ທານ “ອຳ​ນາດ​ໃຫ້, ຕາມ​ສັດ​ທາ [ຂອງ​ເຮົາ] … ໃນ​ພຣະ​ຄຣິດ” ສະ​ເໝີ (ແອວ​ມາ 14:28). ແລະ ສັດ​ທາ​ນັ້ນ​ຈະ​ໃຫ້ “ຄວາມ​ຫວັງ​ວ່າ [ເຮົາ] ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ” ສະ​ເໝີ (ແອວ​ມາ 13:29). ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້, ທ່ານ​ສາ​ມາດ​ອຸ່ນ​ໃຈ​ໄດ້​ກັບ​ຄຳ​ສັນ​ຍາ​ເຫລົ່າ​ນີ້, ແລະ ທ່ານ​ອາດ​ເຂົ້າ​ໃຈ​ຫລາຍ​ກວ່າ​ເກົ່າ​ເຖິງ​ສິ່ງ​ທີ່​ແອວ​ມາ​ໝາຍ​ເຖິງ ເມື່ອ​ເພິ່ນ​ກ່າວ​ກ່ຽວ​ກັບ​ການ​ເຂົ້າ​ໄປ​ໃນ “ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ແອວ​ມາ 13:16).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ແອວ​ມາ 13:1–19

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ​ຊີ້​ໃຫ້​ເຮົາ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ​ສຳ​ລັບ​ການ​ໄຖ່.

ຖ້ອຍ​ຄຳ​ຂອງ​ແອວ​ມາ​ໃນ ແອວ​ມາ 13 ເປີດ​ເຜີຍ​ຄວາມ​ຈິງ​ທີ່​ມີ​ພະ​ລັງ​ກ່ຽວ​ກັບ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ ແລະ ຈຸດ​ປະ​ສົງ​ຂອງ​ມັນ—ເພື່ອ​ຕຽມ​ເຮົາ​ໃຫ້​ເຂົ້າ​ໄປ​ໃນ “ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ,” ຫລື ຊີ​ວິດ​ນິ​ລັນ​ດອນ (ແອວ​ມາ 13:16). ບາງ​ທີ​ທ່ານ​ສາ​ມາດ​ຂຽນ​ຢ່າງ​ໜ້ອຍ​ຄວາມ​ຈິງ​ຢ່າງ​ໜຶ່ງ​ໃນ​ແຕ່​ລະ​ຂໍ້ ຢູ່​ໃນ ແອວ​ມາ 13:1–19. ຕໍ່​ໄປ​ນີ້​ແມ່ນ​ຕົວ​ຢ່າງ​ຈຳ​ນວນ​ໜຶ່ງ ເພື່ອ​ຊ່ວຍ​ທ່ານ​ເລີ່ມ​ຕົ້ນ:

ຂໍ້​ທີ 1.ຖາ​ນະ​ປະ​ໂລ​ຫິດ​ຖືກ​ເອີ້ນ​ວ່າ “ລະ​ບຽບ​ຂອງ​ພຣະ​ບຸດ [ຂອງ​ພຣະ​ເຈົ້າ]” (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:1–4 ນຳ​ອີກ).

ຂໍ້​ທີ 2.ພຣະ​ເຈົ້າ​ແຕ່ງ​ຕັ້ງ​ປະ​ໂລ​ຫິດ​ໃຫ້​ຊ່ວຍ​ເຫລືອ​ຜູ້​ຄົນ ເພື່ອ​ຫວັງ​ເພິ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ​ສຳ​ລັບ​ການ​ໄຖ່.

ທ່ານ​ພົບ​ເຫັນ​ຫຍັງ​ອີກ​ແດ່? ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ກ່ຽວ​ກັບ​ຄວາມ​ຈິງ​ເຫລົ່າ​ນີ້?

ທ່ານ​ເຄີຍ​ຄິດ​ກ່ຽວ​ກັບ​ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ​ວ່າ​ເປັນ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ ເພື່ອ​ຊ່ວຍ​ໃຫ້​ທ່ານ “ລະ​ນຶກ​ຫາ​ພຣະ​ບຸດ​ຂອງ​ພຣະ​ອົງ​ເພື່ອ​ການ​ໄຖ່”? (ຂໍ້​ທີ 2; ເບິ່ງ ຂໍ້​ທີ 16 ນຳ​ອີກ). ບາງ​ເທື່ອ​ທ່ານ​ອາດ​ສາ​ມາດ​ຂຽນ​ລາຍ​ການ​ຂອງ​ພິ​ທີ​ການ​ຕ່າງໆ​ທີ່​ທ່ານ​ເຄີຍ​ໄດ້​ຮັບ, ເຊັ່ນ: ການ​ບັບ​ຕິ​ສະ​ມາ, ການ​ຢືນ​ຢັນ, ສິນ​ລະ​ລຶກ, ການ​ແຕ່ງ​ຕັ້ງ​ສູ່​ການ​ເອີ້ນ​ຢ່າງ​ເປັນ​ທາງ​ການ, ພອນ​ແຫ່ງ​ການ​ປອບ​ໂຍນ ຫລື ການ​ປິ່ນ​ປົວ, ປິ​ຕຸ​ພອນ, ແລະ ພິ​ທີ​ການ​ພຣະ​ວິ​ຫານ​ຕ່າງໆ. ໄຕ່​ຕອງ​ປະ​ສົບ​ການ​ຂອງ​ທ່ານ​ກ່ຽວ​ກັບ​ພິ​ທີ​ການ​ຕ່າງໆ​ເຊັ່ນ​ນີ້. ພິ​ຈາ​ລະ​ນາ​ສັນ​ຍາ​ລັກ​ທີ່​ກ່ຽວ​ຂ້ອງ ແລະ ພຣະ​ວິນ​ຍານ​ທີ່​ທ່ານ​ຮູ້​ສຶກ. ແຕ່​ລະ​ພິ​ທີ​ການ​ເຫລົ່າ​ນີ້ ຊີ້​ໃຫ້​ທ່ານ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ​ສຳ​ລັບ​ການ​ໄຖ່​ແນວ​ໃດ?

ບາງ​ຄົນ​ເຊື່ອ​ຢ່າງ​ຜິດໆ​ວ່າ ພິ​ທີ​ການ​ຕ່າງໆ—ແລະ ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ການ​ປະ​ກອບ​ພິ​ທີ​ນັ້ນ—ບໍ່​ມີ​ຄວາມ​ຈຳ​ເປັນ. ທ່ານ​ຈະ​ຕອບ​ຕໍ່​ແນວ​ຄິດ​ນີ້​ແນວ​ໃດ? ນີ້​ແມ່ນ​ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ສອງ​ສະ​ບັບ ທີ່​ສາ​ມາດ​ແຈ້ງ​ຕໍ່​ຄວາມ​ຄິດ​ຂອງ​ທ່ານ; ໃຫ້​ເລືອກ​ເອົາ​ສະ​ບັບ​ໜຶ່ງ, ແລະ ຂຽນ​ຄຳ​ຕອບ​ໃດໆ​ທີ່​ມາ​ສູ່​ທ່ານ: Russell M. Nelson, “Spiritual Treasures,” Liahona, Nov. 2019, 76–79; Dale G. Renlund, “The Priesthood and the Savior’s Atoning Power,” Liahona, Nov. 2017, 64–67.

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:19–22; Gospel Topics, “Covenant,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຮູບ​ພາບ
ພວກ​ຊາຍ​ໜຸ່ມ​ຢູ່​ທີ່​ໂຕະ​ສິນ​ລະ​ລຶກ

ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຊ່ວຍ​ເຮົາ​ໃຫ້​ຫວັງ​ເພິ່ງ​ພຣະ​ເຢ​ຊູ​ຄຣິດ​ສຳ​ລັບ​ການ​ໄຖ່​ແນວ​ໃດ.

ແອວ​ມາ 13

ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້​ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ອົງ.

ຄຳ​ເຊື້ອ​ເຊີນ​ໃຫ້ “ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ແອວ​ມາ 13:16) ໄດ້​ມີ​ການ​ຢໍ້າ​ຢ່າງ​ຊໍ້າໆ​ໃນ ແອວ​ມາ 13. ບາງ​ເທື່ອ​ທ່ານ​ອາດ​ສາ​ມາດ​ຊອກ​ຫາ​ທຸກໆ​ຂໍ້​ທີ່​ມີ​ຄຳ​ວ່າ “ທີ່​ພັກ” ປະ​ກົດ ແລະ ໄຕ່​ຕອງ​ສິ່ງ​ທີ່​ແຕ່​ລະ​ຂໍ້​ສິດ​ສອນ​ທ່ານ​ກ່ຽວ​ກັບ​ວ່າ “ທີ່​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ອາດ​ໝາຍ​ຄວາມ​ວ່າ​ແນວ​ໃດ. ມັນ​ແຕກ​ຕ່າງ​ຈາກ​ທີ່​ພັກ​ທາງ​ຮ່າງ​ກາຍ​ແນວ​ໃດ? ເຮົາ​ຈະ​ພົບ​ມັນ​ໄດ້​ແນວ​ໃດ?

ເບິ່ງ Russell M. Nelson, “Overcome the World and Find Rest,” Liahona, Nov. 2022, 95–98; “ປັນ​ຍາ ແລະ ຄວາມ​ຮັກ​ຍິ່ງ​ໃຫຍ່,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 20 ນຳ​ອີກ.

ແອວ​ມາ 14

ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ, ເຮົາ​ຕ້ອງ​ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ.

ຄື​ກັນ​ກັບ​ຫລາຍ​ຄົນ, ທ່ານ​ອາດ​ສົງ​ໄສ​ວ່າ ເປັນ​ຫຍັງ​ສິ່ງ​ທີ່​ບໍ່​ດີ​ຈຶ່ງ​ເກີດ​ກັບ​ຜູ້​ທີ່​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ. ທ່ານ​ອາດ​ບໍ່​ພົບ​ເຫັນ​ຄຳ​ຕອບ​ທັງ​ໝົດ ຕໍ່​ຄຳ​ຖາມ​ທີ່​ຍາກ​ນີ້ ຢູ່​ໃນ ແອວມາ 14, ແຕ່​ມັນ​ມີ​ຫລາຍ​ສິ່ງ​ທີ່​ຈະ​ຮຽນ​ຮູ້​ຈາກ​ວິ​ທີ​ທີ່​ແອວ​ມາ ແລະ ແອມ​ມິວ​ເລັກ​ຕອບ​ຮັບ​ຕໍ່​ສິ່ງ​ຮ້າຍ​ແຮງ. ຖ້ອຍ​ຄຳ ແລະ ການ​ກະ​ທຳ​ຂອງ​ພວກ​ເພິ່ນ ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ເຫດ​ຜົນ​ທີ່​ບາງ​ເທື່ອ​ພຣະ​ຜູ້​ເປັນ​ເຈົ້າ​ປ່ອຍ​ໃຫ້​ຄົນ​ຊອບ​ທຳ​ຮັບ​ທຸກ​ທໍ​ລະ​ມານ? ຄຳ​ແນະ​ນຳ​ໃດ​ແດ່​ທີ່​ແອວ​ມາ ແລະ ແອມ​ມິວ​ເລັກ​ອາດ​ມອບ​ໃຫ້​ເຮົາ ເມື່ອ​ເຮົາ​ກຳ​ລັງ​ປະ​ເຊີນ​ກັບ​ການ​ທົດ​ລອງ​ທີ່​ຍາກ​ລຳ​ບາກ?

ເບິ່ງ ໂຣມ 8:35–39; 1 ເປ​ໂຕ 4:12–14; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 122:5–9; Dale G. Renlund, “Infuriating Unfairness,” Liahona, May 2021, 41–45 ນຳ​ອີກ.

ພ້ອມ​ຢູ່​ສະ​ເໝີ. ຊ່ວງ​ເວ​ລາ​ແຫ່ງ​ການ​ສິດ​ສອນ​ແມ່ນ​ຜ່ານ​ໄປ​ຢ່າງ​ໄວ​ວາ, ສະ​ນັ້ນ ຕ້ອງ​ສວຍ​ໂອ​ກາດ ເມື່ອ​ໄດ້​ຈັງ​ຫວະ. ສິ່ງ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ໂລກ, ຍົກ​ຕົວ​ຢ່າງ, ອາດ​ເປັນ​ໂອ​ກາດ​ທີ່​ຈະ​ແບ່ງ​ປັນ​ຫລັກ​ທຳ​ຈາກ ແອວ​ມາ 14 ກ່ຽວ​ກັບ​ເຫດ​ຜົນ​ທີ່​ບາງ​ເທື່ອ​ພຣະ​ຜູ້​ເປັນ​ເຈົ້າ​ປ່ອຍ​ໃຫ້​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ ຮັບ​ທຸກ​ທໍ​ລະ​ມານ.

ແອວ​ມາ 15:16, 18

ການ​ເປັນ​ສາ​ນຸ​ສິດ​ຮຽກ​ຮ້ອງ​ການ​ເສຍ​ສະ​ລະ.

ມັນ​ອາດ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ຈະ​ຂຽນ​ບາງ​ສິ່ງ​ທີ່​ແອມ​ມິວ​ເລັກ​ໄດ້​ປະ​ຖິ້ມ ເພື່ອ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ (ເບິ່ງ ແອວ​ມາ 10:4–5; 15:16) ແລະ ປຽບ​ທຽບ​ມັນ​ໃສ່​ກັບ​ຈຳ​ນວນ​ທີ່​ເພິ່ນ​ໄດ້​ຮັບ (ເບິ່ງ ແອວ​ມາ 15:18; 16:13–15; 34:8). ທ່ານ​ເຕັມ​ໃຈ​ທີ່​ຈະ​ເສຍ​ສະ​ລະ​ຫຍັງ​ແດ່​ເພື່ອ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ຊື່​ສັດ​ຫລາຍ​ກວ່າ​ເກົ່າ​ຂອງ​ພຣະ​ເຢ​ຊູ​ຄຣິດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ເພາະ​ວັນ​ອາ​ທິດ​ນີ້​ເປັນ​ວັນ​ອາ​ທິດ​ທີ​ຫ້າ​ຂອງ​ເດືອນ, ຄູ​ສອນ​ປະ​ຖົມ​ໄວ​ຖືກ​ຊຸກ​ຍູ້​ໃຫ້​ນຳ​ໃຊ້​ກິດ​ຈະ​ກຳ​ການ​ຮຽນ​ຮູ້​ທີ່​ຢູ່​ໃນ “ພາກ​ຫ້ອຍ​ທ້າຍ ຂ: ການ​ກະ​ກຽມ​ເດັກ​ນ້ອຍ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ.”

ແອວ​ມາ 13:1–2, 16

ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃກ້​ຊິດ​ກັບ​ພຣະ​ຄຣິດ​ຫລາຍ​ຍິ່ງ​ຂຶ້ນ.

  • ວິ​ທີ​ໜຶ່ງ​ທີ່​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຫັນ​ວ່າ ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຊີ້​ໃຫ້​ເຮົາ​ໄປ​ຫາ​ພຣະ​ຄຣິດ​ໄດ້​ແນວ​ໃດ ແມ່ນ​ການ​ສະ​ແດງ​ຮູບ​ພາບ​ຂອງ​ວິ​ທີ​ຕ່າງໆ​ທີ່​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ນຳ​ໃຊ້ (ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 103–110). ລູກໆ​ຂອງ​ທ່ານ​ອາດ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຄິດ​ອອກ​ເຖິງ​ວິ​ທີ​ຕ່າງໆ​ທີ່​ພຣະ​ເຢ​ຊູ​ໄດ້​ໃຊ້​ອຳ​ນາດ​ຂອງ​ພຣະ​ອົງ (ເບິ່ງ, ຍົກ​ຕົວ​ຢ່າງ, ມັດ​ທາຍ 26:26–28; ມາ​ຣະ​ໂກ 5:22–24, 35–43; ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 38–41). ແລ້ວ​ພວກ​ທ່ານ​ສາ​ມາດ​ອ່ານ ແອວ​ມາ 13:2 ນຳ​ກັນ ແລະ ລົມ​ກັນ​ກ່ຽວ​ກັບ​ວ່າ ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຊ່ວຍ​ໃຫ້​ເຮົາ “ລະ​ນຶກ​ຫາ​ພຣະ​ບຸດ​ຂອງ [ພຣະ​ເຈົ້າ]” ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ແນວ​ໃດ.

    ຮູບ​ພາບ
    ການ​ບັບ​ຕິ​ສະ​ມາ
    ຮູບ​ພາບ
    ພຣະ​ເຢ​ຊູ​ກຳ​ລັງ​ແຕ່ງ​ຕັ້ງ​ອັກ​ຄະ​ສາ​ວົກ
  • ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງ​ມອບ​ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ແກ່​ເຮົາ? ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ພົບ​ຄຳ​ຕອບ​ໃນ ແອວ​ມາ 13:16. ຖ້າ​ພວກ​ເຂົາ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ເພື່ອ​ຈະ​ໄດ້​ຮູ້​ວ່າ ພິ​ທີ​ການ​ແມ່ນ​ຫຍັງ, ມີ​ລາຍ​ການ​ຢູ່​ໃນ ຄູ່​ມື​ທົ່ວ​ໄປ, 18.1 ແລະ 18.2. ບາງ​ເທື່ອ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ພວກ​ທ່ານ​ໃນ​ການ​ຮັບ​ພິ​ທີ​ການ​ເຫລົ່າ​ນີ້. ມັນ​ຊ່ວຍ​ໃຫ້​ເຮົາ “ລະ​ນຶກ​ຫາ [ພຣະ​ເຢ​ຊູ​ຄຣິດ] ເພື່ອ​ການ​ປົດ​ບາບ​ຂອງ [ເຮົາ]” ໄດ້​ແນວ​ໃດ? ເພງ​ດັ່ງ​ເຊັ່ນ “ກ້າ​ເຮັດ​ສິ່ງ​ຖືກ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70) ສາ​ມາດ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຄິດ​ເຖິງ​ເຫດ​ຜົນ​ອື່ນໆ​ໃນ​ການ​ຂອບ​ຄຸນ​ສຳ​ລັບ​ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ​ໄດ້.

ແອວ​ມາ 13:10–12

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ເຮັດ​ໃຫ້​ເຮົາ​ສະ​ອາດ​ໄດ້.

  • ຫລັງ​ຈາກ​ທີ່​ອ່ານ​ຂໍ້​ເຫລົ່າ​ນີ້​ນຳ​ກັນ​ແລ້ວ, ໃຫ້​ພິ​ຈາ​ລະ​ນາ​ເຖິງ​ວິ​ທີ​ຕ່າງໆ​ໃນ​ການ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຫັນ​ພາບ​ໃນ​ສິ່ງ​ທີ່​ຂໍ້​ພຣະ​ຄຳ​ພີ​ສິດ​ສອນ. ບາງ​ເທື່ອ​ພວກ​ທ່ານ​ອາດ​ສາ​ມາດ​ລ້າງ​ບາງ​ສິ່ງ​ບາງ​ຢ່າງ​ນຳ​ກັນ. ເຮົາ​ຮູ້​ສຶກ​ແນວ​ໃດ ເມື່ອ​ເຮົາ​ເປິ​ເປື້ອນ? ເຮົາ​ຮູ້​ສຶກ​ແນວ​ໃດ ເມື່ອ​ເຮົາ​ກັບ​ມາ​ສະ​ອາດ​ອີກ​ຄັ້ງ? ຄວາມ​ຮູ້​ສຶກ​ເຫລົ່າ​ນີ້ ຄ້າຍ​ຄື​ກັນ​ກັບ​ສິ່ງ​ທີ່​ເຮົາ​ຮູ້​ສຶກ ຕອນ​ເຮົາ​ເຮັດ​ຄວາມ​ຜິດ​ບາບ ແລະ ແລ້ວ​ກັບ​ໃຈ ແລະ ກັບ​ມາ​ສະ​ອາດ​ຄືນ​ໃໝ່ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ?

ແອວ​ມາ 14:18–29

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ ເມື່ອ​ເຮົາ​ມີ​ສັດ​ທາ​ໃນ​ພຣະ​ເຢຊູ​ຄຣິດ.

  • ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້​ສາ​ມາດ​ຊ່ວຍ​ທ່ານ—ຫລື ລູກໆ​ຂອງ​ທ່ານ—ເລົ່າ​ເລື່ອງ​ລາວ​ໃນ ແອວ​ມາ 14:18–29 ໄດ້ (ເບິ່ງ “ບົດ​ທີ 22: ການ​ສອນ​ສາດ​ສະ​ໜາ​ຂອງ​ແອວ​ມາ​ຕໍ່​ອຳ​ໂມນ​ໄນ​ຮາ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 58–63 ນຳ​ອີກ). ໃຫ້​ເນັ້ນ​ໜັກ​ວ່າ ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ຍ້ອນ “ສັດ​ທາ​ຂອງ [ພວກ​ເພິ່ນ] ອັນ​ມີ​ຢູ່​ໃນ​ພຣະ​ຄຣິດ” (ແອວ​ມາ 14:26). ທ່ານ​ຍັງ​ສາ​ມາດ​ເວົ້າ​ລົມ​ກ່ຽວ​ກັບ​ຊ່ວງ​ເວ​ລາ​ທີ່​ພຣະ​ເຈົ້າ​ໄດ້​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ທ່ານ “ຕາມ​ສັດ​ທາ​ຂອງ [ທ່ານ].” ເຮົາ​ຈະ​ສາ​ມາດ​ຊື່​ສັດ​ຄື​ກັນ​ກັບ​ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ແນວ​ໃດ?

ແອວ​ມາ 15:3–12

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ປ່ຽນ​ແປງ​ຈິດ​ໃຈ​ໄດ້.

  • ການ​ປ່ຽນ​ແປງ​ຈິດ​ໃຈ​ຂອງ​ຊີ​ເອສ​ຣອມ​ຜ່ານ​ທາງ​ພຣະ​ເຢ​ຊູ​ນັ້ນ ຊ່າງ​ເປັນ​ແຮງ​ບັນ​ດານ​ໃຈ. ໃຫ້​ຄິດ​ທີ່​ຈະ​ທົບ​ທວນ​ກັບ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຮຽນ​ຮູ້​ອາ​ທິດ​ແລ້ວ​ນີ້​ກ່ຽວ​ກັບ​ຊີ​ເອສ​ຣອມ. ແລ້ວ​ພວກ​ທ່ານ​ກໍ​ສາ​ມາດ​ອ່ານ ແອວ​ມາ 15:3–12 ນຳ​ກັນ ເພື່ອ​ຄົ້ນ​ຫາ​ວ່າ ລາວ​ໄດ້​ປ່ຽນ​ແປງ​ໄປ​ແນວ​ໃດ. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ຂອງ​ຊີ​ເອສ​ຣອມ​ກ່ຽວ​ກັບ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? (ເບິ່ງ “Zeezrom Is Healed and Baptized” [ວິ​ດີ​ໂອ], ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ແອວ​ມາ ແລະ ແອມ​ມິວ​ເລັກ ຢູ່​ໃນ​ຄຸກ

Alma and Amulek in Prison [ແອວ​ມາ ແລະ ແອມ​ມິວ​ເລັກ ຢູ່​ໃນ​ຄຸກ], ໂດຍ ແກ​ຣີ ແອວ ແຄບ