ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 3–9 ເດືອນ​ມິ​ຖຸ​ນາ: “ພວກ​ເຂົາ​ຍັງ​ແນ່ວ​ແນ່ ແລະ ບໍ່​ຫວັ່ນ​ໄຫວ.” ໂມ​ໄຊ​ຢາ 29–ແອວ​ມາ 4


“ວັນ​ທີ 3–9 ເດືອນ​ມິ​ຖຸ​ນາ: ‘ພວກ​ເຂົາ​ຍັງ​ແນ່ວ​ແນ່ ແລະ ບໍ່​ຫວັ່ນ​ໄຫວ.’ ໂມ​ໄຊ​ຢາ 29–ແອວ​ມາ 4,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 3–9 ເດືອນ​ມິ​ຖຸ​ນາ. ໂມ​ໄຊ​ຢາ 29–ແອວ​ມາ 4,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ແອວ​ມາ​ຜູ້​ເປັນ​ລູກ​ກຳ​ລັງ​ສັ່ງ​ສອນ

Alma the Younger Preaching [ແອວ​ມາ​ຜູ້​ເປັນ​ລູກ​ກຳ​ລັງ​ສັ່ງ​ສອນ], ໂດຍ ແກ​ຣີ ແອວ ແຄບ

ວັນ​ທີ 3–9 ເດືອນ​ມິ​ຖຸ​ນາ: “ພວກ​ເຂົາ​ຍັງ​ແນ່ວ​ແນ່ ແລະ ບໍ່​ຫວັ່ນ​ໄຫວ”

ໂມ​ໄຊ​ຢາ 29ແອວ​ມາ 4

ບາງ​ຄົນ​ອາດ​ເຫັນ​ວ່າ ຄຳ​ສະ​ເໜີ​ຂອງ​ກະ​ສັດ​ໂມ​ໄຊ​ຢາ ໃຫ້​ເລືອກ​ຕັ້ງ​ຜູ້​ຕັດ​ສິນ​ແທນ​ກະ​ສັດ ເປັນ​ພຽງ​ແຕ່​ການ​ປະ​ຕິ​ຮູບ​ດ້ານ​ການ​ເມືອງ​ທີ່​ສະ​ຫລາດ​ເທົ່າ​ນັ້ນ. ແຕ່​ຊາວ​ນີ​ໄຟ, ໂດຍ​ສະ​ເພາະ​ຜູ້​ທີ່​ຢູ່​ໃຕ້​ອຳ​ນາດ​ຂອງ​ກະ​ສັດ​ໂນ​ອາ​ທີ່​ຊົ່ວ​ຮ້າຍ, ເຫັນ​ວ່າ​ການ​ປ່ຽນ​ແປງ​ນີ້ ມີ​ຄວາມ​ສຳ​ຄັນ​ທາງ​ວິນ​ຍານ​ນຳ​ອີກ. ພວກ​ເຂົາ​ໄດ້​ເຫັນ​ວ່າ ກະ​ສັດ​ທີ່​ບໍ່​ຊອບ​ທຳ​ໄດ້​ມີ​ອິດ​ທິ​ພົນ​ຕໍ່​ປະ​ຊາ​ຊົນ​ຂອງ​ເພິ່ນ​ຢ່າງ​ໃດ, ແລະ ພວກ​ເຂົາ​ກໍ​ມີ​ຄວາມ “ກະ​ຕື​ລື​ລົ້ນ​ຢ່າງ​ຍິ່ງ” ທີ່​ຈະ​ເປັນ​ອິດ​ສະ​ລະ​ຈາກ​ອິດ​ທິ​ພົນ​ເຊັ່ນ​ນັ້ນ. ການ​ປ່ຽນ​ແປງ​ນີ້​ຈະ​ປ່ອຍ​ໃຫ້​ພວກ​ເຂົາ​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ຊອບ​ທຳ​ຂອງ​ພວກ​ເຂົາ​ເອງ ແລະ “ຮັບ​ເອົາ​ບາບ [ຂອງ​ພວກ​ເຂົາ] ເອງ” (ໂມ​ໄຊ​ຢາ 29:38).

ແນ່​ນອນ, ເມື່ອ​ບໍ່​ມີ​ກະ​ສັດ ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ຈະ​ບໍ່​ມີ​ບັນ​ຫາ​ໃນ​ສັງ​ຄົມ​ຂອງ​ຊາວ​ນີ​ໄຟ. ຜູ້​ຄົນ​ທີ່​ເຕັມ​ໄປ​ດ້ວຍ​ເລ່​ຫລ່ຽມ ເຊັ່ນ ນີ​ຮໍ ແລະ ອາມ​ລິ​ໄຊ ໄດ້​ສົ່ງ​ເສີມ​ແນວ​ຄິດ​ທີ່​ຜິດ, ຜູ້​ທີ່​ບໍ່​ເຊື່ອ​ຂົ່ມ​ເຫັງ​ໄພ່​ພົນ, ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ກັບ​ກາຍ​ເປັນ​ຄົນ​ທະ​ນົງ​ຕົວ ແລະ ຕົກ​ໄປ. ແຕ່ “ຜູ້​ຕິດ​ຕາມ​ທີ່​ຖ່ອມ​ຕົວ​ຂອງ​ພຣະ​ເຈົ້າ” ຍັງ “ແນ່ວ​ແນ່ ແລະ ບໍ່​ຫວັ່ນ​ໄຫວ” ເຖິງ​ແມ່ນ​ສິ່ງ​ຕ່າງໆ​ຈະ​ເກີດ​ຂຶ້ນ​ອ້ອມ​ຮອບ​ພວກ​ເຂົາ​ກໍ​ຕາມ (ແອວ​ມາ 4:15; 1:25).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໂມ​ໄຊ​ຢາ 29:26–27; ແອວ​ມາ 2:1–7

ເຮົາ​ສາ​ມາດ​ເປັນ​ອິດ​ທິ​ພົນ​ໃນ​ທາງ​ບວກ ໃນ​ຊຸມ​ຊົນ​ຂອງ​ເຮົາ.

ພຽງ​ແຕ່​ຫ້າ​ປີ​ໃນ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ວິ​ກິດ​ໄດ້​ເລີ່ມ​ປະ​ກົດ​ຕົວ ທີ່​ຈະ​ທົດ​ສອບ​ຄຳ​ປະ​ກາດ​ຂອງ​ໂມ​ໄຊ​ຢາ ທີ່​ວ່າ ສຽງ​ຂອງ​ຜູ້​ຄົນ ຕາມ​ປົກ​ກະ​ຕິ​ແລ້ວ ຈະ​ເລືອກ​ເອົາ​ສິ່ງ​ທີ່​ຖືກ​ຕ້ອງ​ສະ​ເໝີ (ເບິ່ງ ໂມ​ໄຊ​ຢາ 29:26). ສຶກ​ສາ ແອວ​ມາ 2:1–7 ເພື່ອ​ຄົ້ນ​ຫາ​ວ່າ ບັນ​ຫາ​ນັ້ນ​ແມ່ນ​ຫຍັງ ແລະ ຊາວ​ນີ​ໄຟ​ໄດ້​ເຮັດ​ຫຍັງ​ກ່ຽວ​ກັບ​ມັນ. ແມ່ນ​ຫຍັງ​ອາດ​ເກີດ​ຂຶ້ນ ຖ້າ “ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ” ບໍ່​ໄດ້​ເຮັດ​ໃຫ້​ສຽງ​ຂອງ​ພວກ​ເຂົາ​ເປັນ​ທີ່​ໄດ້​ຍິນ? ທ່ານ​ຮຽນ​ຮູ້​ຫຍັງ​ອີກ​ຈາກ​ເລື່ອງ​ລາວ​ນີ້ ກ່ຽວ​ກັບ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ທ່ານ​ມີ​ສ່ວນ​ຮ່ວມ​ໃນ​ຊຸມ​ຊົນ​ຂອງ​ທ່ານ​ແນວ​ໃດ? (ເບິ່ງ ໂມ​ໄຊ​ຢາ 29:26–27 ນຳ​ອີກ).

ມີ​ບັນ​ຫາ​ສຳ​ຄັນ​ຫຍັງ​ແດ່​ທີ່​ຊຸມ​ຊົນ​ຂອງ​ທ່ານ​ກຳ​ລັງ​ປະ​ເຊີນ? ໃຫ້​ພິ​ຈາ​ລະ​ນາ​ວ່າ ທ່ານ, ເຊັ່ນ​ດຽວ​ກັບ​ຊາວ​ນີ​ໄຟ, ສາ​ມາດ​ເຮັດ​ແນວ​ໃດ​ທ່ານ​ຈຶ່ງ​ຈະ​ແນ່​ໃຈ​ໄດ້​ວ່າ ສຽງ​ຂອງ​ທ່ານ​ແມ່ນ​ລວມ​ຢູ່​ໃນ “ສຽງ​ຂອງ​ຜູ້​ຄົນ.” ມີ​ວິ​ທີ​ໃດ​ແດ່​ທີ່​ທ່ານ, ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ສາ​ມາດ​ມີ​ອິດ​ທິ​ພົນ​ຕໍ່​ຊຸມ​ຊົນ​ຂອງ​ທ່ານ​ໃນ​ທາງ​ທີ່​ດີ?

ເບິ່ງ Dallin H. Oaks, “Love Your Enemies,” Liahona, Nov. 2020, 26–29 ນຳ​ອີກ.

ແອວ​ມາ 1

ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ຮູ້​ຈັກ​ຫລັກ​ຄຳ​ສອນ​ເທັດ​ໄດ້.

ເຖິງ​ແມ່ນ​ວ່າ​ນີ​ຮໍ ໃນ​ທີ່​ສຸດ​ໄດ້​ສາ​ລະ​ພາບ​ວ່າ ສິ່ງ​ທີ່​ລາວ​ໄດ້​ສິດ​ສອນ​ເປັນ​ສິ່ງ​ທີ່​ຜິດ, ແຕ່​ຄຳ​ສອນ​ຂອງ​ລາວ​ກໍ​ຍັງ​ມີ​ອິດ​ທິ​ພົນ​ຕໍ່​ຊາວ​ນີ​ໄຟ​ເປັນ​ເວ​ລາ​ຫລາຍ​ປີ. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ມັກ​ສິ່ງ​ທີ່​ນີ​ຮໍ​ສິດ​ສອນ? ໃນ ແອວ​ມາ 1:2–6, ໃຫ້​ຊອກ​ຫາ​ຄຳ​ຕົວະ​ໃນ​ຄຳ​ສອນ​ຂອງ​ນີ​ຮໍ—ແລະ ຄວາມ​ຈິງ​ທີ່​ລາວ​ໄດ້​ໃຊ້​ເພື່ອ​ປິດ​ບັງ​ຄຳ​ຕົວະ​ນັ້ນ.

ກີ​ເດ​ໂອນ​ໄດ້​ຕໍ່​ຕ້ານ​ນີ​ຮໍ “ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ” (ແອວ​ມາ 1:7, 9). ຕໍ່​ໄປ​ນີ້ ແມ່ນ​ຂໍ້​ພຣະ​ຄຳ​ພີ​ທີ່​ຫັກ​ລ້າງ​ຄວາມ​ເທັດ​ຂອງ​ນີ​ຮໍ: ມັດ​ທາຍ 7:21–23; 2 ນີ​ໄຟ 26:29–31; ໂມ​ໄຊ​ຢາ 18:24–26; ແລະ ຮີ​ລາ​ມັນ 12:25–26. ລອງ​ສະ​ຫລຸບ​ຂໍ້​ພຣະ​ຄຳ​ພີ​ແຕ່​ລະ​ຂໍ້. ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ບັນ​ດາ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ທີ່​ຫັກ​ລ້າງ​ຄຳ​ສອນ​ເທັດ​ຕ່າງໆ​ໃນ​ວັນ​ເວ​ລາ​ຂອງ​ພວກ​ເຮົາ?

ແອວ​ມາ 1:19–31; 4:6–15

ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື “ຜູ້​ຕິດ​ຕາມ​ທີ່​ຖ່ອມ​ຕົວ​ຂອງ​ພຣະ​ເຈົ້າ.”

ບົດ​ທີ 1 ແລະ 4 ຂອງ ແອວ​ມາ ໄດ້​ບັນ​ຍາຍ​ເຖິງ​ໄລ​ຍະ​ທີ່​ສາດ​ສະ​ໜາ​ຈັກ​ໄດ້​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ, ແຕ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຕອບ​ຮັບ​ຕໍ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ທາງ​ທີ່​ແຕກ​ຕ່າງ​ກັນ. ຍົກ​ຕົວ​ຢ່າງ, ປຽບ​ທຽບ ແອວ​ມາ 1:19–30 ກັບ ແອວ​ມາ 4:6–15 ເພື່ອ​ເບິ່ງ​ວ່າ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ປ່ຽນ​ແປງ​ໄປ​ແນວ​ໃດ​ພຽງ​ແຕ່​ໃນ​ບໍ່​ເທົ່າ​ໃດ​ປີ. ອີງ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ, ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ມີ​ຄວາມ​ເຊື່ອ​ທີ່​ແຕກ​ຕ່າງ? ຜູ້​ຕິດ​ຕາມ​ຂອງ​ພຣະ​ຄຣິດ​ມີ​ທ່າ​ທີ​ແບບ​ໃດ​ຕໍ່​ຄວາມ​ຮັ່ງ​ມີ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ? ທ່ານ​ຮູ້​ສຶກ​ຖືກ​ດົນ​ໃຈ​ໃຫ້​ປ່ຽນ​ແປງ​ສິ່ງ​ໃດ ກ່ຽວ​ກັບ​ທ່າ​ທີ​ຂອງ​ທ່ານ​ເອງ?

ປຽບ​ທຽບ​ພຣະ​ຄຳ​ພີ​ໃສ່​ກັບ​ຕົວ​ທ່ານ​ເອງ. ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ເລື່ອງ​ລາວ ແລະ ຄຳ​ສອນ​ຂອງ​ພຣະ​ຄຳ​ພີ​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ພົບ​ເຫັນ​ຄວາມ​ຄ້າຍ​ຄື​ກັນ ລະ​ຫວ່າງ​ບັນ​ຫາ​ທີ່​ທ່ານ​ສັງ​ເກດ​ເຫັນ​ໃນ​ທຸກ​ວັນ​ນີ້ ແລະ ບັນ​ຫາ​ທີ່​ຊາວ​ນີ​ໄຟ​ໄດ້​ປະ​ເຊີນ ຢູ່​ໃນ ແອວ​ມາ 1–4.

ແອວ​ມາ 4:6–20

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ແບບ​ຢ່າງ ແລະ ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ສາ​ມາດ​ປ່ຽນ​ຈິດ​ໃຈ​ໄດ້.

ບາງ​ເທື່ອ ທ່ານ​ສາ​ມາດ​ເຂົ້າ​ໃຈ​ຄວາມ​ໂສກ​ເສົ້າ​ທີ່​ແອວ​ມາ​ໄດ້​ຮູ້​ສຶກ ເມື່ອ​ເພິ່ນ​ເຫັນ​ສິ່ງ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ກັບ​ຜູ້​ຄົນ​ຂອງ​ເພິ່ນ. ຊອກ​ຫາ​ບັນ​ຫາ​ທີ່​ເພິ່ນ​ເຫັນ​ໃນ ແອວ​ມາ 4:6–15. ທ່ານ​ເຄີຍ​ສັງ​ເກດ​ເຫັນ​ບັນ​ຫາ​ໃດໆ​ທີ່​ຄ້າຍ​ຄື​ກັນ​ບໍ່? ບາງ​ທີ​ທ່ານ​ອາດ​ກັງ​ວົນ​ກ່ຽວ​ກັບ​ຄົນ​ທີ່​ທ່ານ​ຮັກ ຜູ້​ທີ່​ກຳ​ລັງ​ຕໍ່​ສູ້​ກັບ​ບັນ​ຫາ​ເຫລົ່າ​ນີ້. ທ່ານ​ເຄີຍ​ຄິດ​ສົງ​ໄສ​ບໍ່​ວ່າ ທ່ານ​ສາ​ມາດ​ຊ່ວຍ​ຫຍັງ​ໄດ້​ແດ່?

ບາງ​ຄົນ​ອາດ​ເວົ້າ​ວ່າ ແອວ​ມາ, ໃນ​ຖາ​ນະ​ຫົວ​ໜ້າ​ຜູ້​ຕັດ​ສິນ, ເປັນ​ຄົນ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ເຫລົ່າ​ນີ້. ແຕ່​ແອວ​ມາ​ເຊື່ອ​ວ່າ ມີ​ທາງ​ອື່ນ​ທີ່​ດີ​ກວ່າ​ນັ້ນ. ຂະ​ນະ​ທີ່​ທ່ານ​ອ່ານ ຂໍ້​ທີ 16–20, ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ຫລາຍ​ກ່ຽວ​ກັບ​ວິ​ທີ​ທີ່​ເພິ່ນ​ຊ່ວຍ​ເຫລືອ​ຜູ້​ຄົນ​ຂອງ​ເພິ່ນ?

ແອວ​ມາ​ໄດ້​ມີ​ສັດ​ທາ​ອັນ​ໃຫຍ່​ຫລວງ​ໃນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແລະ “ປະ​ຈັກ​ພະ​ຍານ​ອັນ​ບໍ​ລິ​ສຸດ” (ຂໍ້​ທີ 19). ມີ​ຕົວ​ຢ່າງ​ໃດ​ແດ່​ທີ່​ທ່ານ​ເຄີຍ​ເຫັນ​ກ່ຽວ​ກັບ​ອຳ​ນາດ​ແຫ່ງ​ປະ​ຈັກ​ພະ​ຍານ​ອັນ​ບໍ​ສຸດ? ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ກ່ຽວ​ກັບ​ຫລາຍໆ​ວິ​ທີ​ທີ່​ທ່ານ​ສາ​ມາດ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ທ່ານ​ສາ​ມາດ​ອ່ານ ແອວ​ມາ 4:6–14 ຄືນ​ອີກ. ການ​ກະ​ທຳ​ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ຂໍ້​ເຫລົ່າ​ນີ້ ເປີດ​ເຜີຍ​ຫຍັງ​ກ່ຽວ​ກັບ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຂົາ ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ? ທ່ານ​ສັງ​ເກດ​ເຫັນ​ຫຍັງ​ແດ່​ກ່ຽວ​ກັບ​ຜົນ​ສະ​ທ້ອນ​ຂອງ​ການ​ກະ​ທຳ​ຂອງ​ພວກ​ເຂົາ—ທີ່​ມີ​ຕໍ່​ຕົວ​ພວກ​ເຂົາ​ເອງ ແລະ ຄົນ​ອື່ນ? ທ່ານ​ຍັງ​ສາ​ມາດ​ຄິດ​ກ່ຽວ​ກັບ​ວິ​ທີ​ຕ່າງໆ​ທີ່​ທ່ານ​ໄດ້​ຮັບ​ພອນ​ໂດຍ​ປະ​ຈັກ​ພະ​ຍານ​ອັນ​ບໍ​ລິ​ສຸດ​ຂອງ​ຄົນ​ອື່ນ, ບໍ່​ວ່າ​ຈະ​ເປັນ​ການ​ແບ່ງ​ປັນ​ຜ່ານ​ທາງ​ຄຳ​ເວົ້າ ຫລື ການ​ກະ​ທຳ​ກໍ​ຕາມ.

ໃຫ້​ຄິດ​ຫາ​ວິ​ທີ​ທາງ​ທີ່​ທ່ານ​ສາ​ມາດ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ—ຜ່ານ​ຄຳ​ເວົ້າ ຫລື ການ​ກະ​ທຳ. ແມ່ນ​ໃຜ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄຳ​ພະ​ຍານ​ຂອງ​ທ່ານ?

ເບິ່ງ Gary E. Stevenson, “Nourishing and Bearing Your Testimony,” Liahona, Nov. 2022, 111–14; “Testimony,” Hymns, no. 137; “Alma the Younger Steps Down as Chief Judge” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; Gospel Topics, “Revelation,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ແອວ​ມາ 1:2–9

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ຮູ້​ຈັກ​ຄຳ​ສອນ​ເທັດ​ໄດ້.

  • ວິ​ທີ​ໜຶ່ງ​ໃນ​ການ​ສຶກ​ສາ ແອວ​ມາ 1:2–4 ກັບ​ລູກໆ​ຂອງ​ທ່ານ ແມ່ນ​ການ​ຊ່ວຍ​ໃຫ້​ພວກ​ເຂົາ​ເຮັດ​ບົດ​ທົດ​ສອບ ແທ້-ຫລື-ເທັດ ໂດຍ​ການ​ໃຊ້​ຄຳ​ຖະ​ແຫລງ​ທີ່​ນີ​ຮໍ, ຄູ​ສອນ​ປອມ​ໄດ້​ສິດ​ສອນ. ແລ້ວ​ທ່ານ​ກໍ​ສາ​ມາດ​ເວົ້າ​ລົມ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ຊາ​ຕານ​ຈຶ່ງ​ມັກ​ປະ​ສົມ​ຄວາມ​ຈິງ​ກັບ​ຄວາມ​ເທັດ. ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຄິດ​ຫາ​ບາງ​ຕົວ​ຢ່າງ. ໃນ ຂໍ້​ທີ 7–9, ກີ​ເດ​ໂອນ​ໄດ້​ຕໍ່​ຕ້ານ​ຄຳ​ຕົວະ​ຂອງ​ນີ​ຮໍ​ແນວ​ໃດ? (ເບິ່ງ “ບົດ​ທີ 20: ແອວ​ມາ ແລະ ນີ​ຮໍ,” ເລື່ອງ​ພ​ຣະ​ຄຳ​ພີ​ມໍ​ມອນ, 54–55. ນຳ​ອີກ)

ແອວ​ມາ 1:19–25

ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຮັກ ແລະ ຮັບ​ໃຊ້​ຄົນ​ອື່ນ.

  • ສະ​ມາ​ຊິກ​ບາງ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ສະ​ໄໝ​ຂອງ​ແອວ​ມາ​ເປັນ​ຄົນ​ມີ​ໃຈ​ເພື່ອ​ແຜ່ ແລະ ມັກ​ໃຫ້, ແລະ ສະ​ມາ​ຊິກ​ບາງ​ຄົນ​ເປັນ​ຄົນ​ບໍ່​ມີ​ເມດ​ຕາ ແລະ ທະ​ນົງ​ຕົວ. ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ເຫລົ່າ​ນີ້, ພວກ​ທ່ານ​ສາ​ມາດ​ອ່ານ ແອວ​ມາ 1:27, 30 ນຳ​ກັນ ແລະ ເຮັດ​ລາຍ​ການ​ຂອງ​ປະ​ເພດ​ຄົນ​ທີ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ. ແມ່ນ​ໃຜ​ທີ່​ເຮົາ​ຮູ້​ຈັກ​ທີ່​ອາດ “ຢູ່​ໃນ​ຄວາມ​ຕ້ອງ​ການ” (ແອວ​ມາ 1:30) ຄວາມ​ຮັກ ແລະ ການ​ຊ່ວຍ​ເຫລືອ​ຈາກ​ເຮົາ? ທ່ານ​ຍັງ​ສາ​ມາດ​ຮ້ອງ​ເພງ​ນຳ​ກັນ​ກ່ຽວ​ກັບ​ຄວາມ​ຮັກ ແລະ ການ​ຮັບ​ໃຊ້, ເຊັ່ນ “ຄວາມ​ເມດ​ຕາ​ເລີ່ມ​ຈາກ​ເຮົາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 69), ແລະ ຊ່ວຍ​ໃຫ້​ເດັກ​ນ້ອຍ​ຄິດ​ເຖິງ​ການ​ກະ​ທຳ​ທີ່​ສາ​ມາດ​ເຂົ້າ​ກັບ​ເພງ​ນັ້ນ​ໄດ້.

  • ເຮົາ​ຄວນ​ເຮັດ​ຫຍັງ​ເມື່ອ​ຄົນ​ທັງ​ຫລາຍ​ເຮັດ​ບໍ່​ດີ​ກັບ​ພວກ​ເຮົາ? ໃຫ້​ຄິດ​ທີ່​ຈະ​ອ່ານ​ກັບ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ວ່າ ຜູ້​ຕິດ​ຕາມ​ຂອງ​ພຣະ​ຄຣິດ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕໍ່​ຢ່າງ​ໃດ​ໃນ ແອວ​ມາ 1:19–20. ເວົ້າ​ລົມ​ກ່ຽວ​ກັບ​ວ່າ ພວກ​ເຂົາ​ມີ​ປະ​ຕິ​ກິ​ລິ​ຍາ​ແນວ​ໃດ​ໃນ ຂໍ້​ທີ 22 ແລະ 25. ບາງ​ທີ​ພວກ​ທ່ານ​ສາ​ມາດ​ຝຶກ​ວິ​ທີ​ທີ່​ຈະ​ຕອບ​ໂຕ້ ເມື່ອ​ຄົນ​ອື່ນ​ເຮັດ​ບໍ່​ດີ.

ແອວ​ມາ 4:8–20

ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ຄົນ​ອື່ນ​ໄດ້.

  • ສ່ວນ​ຫລາຍ “ປະ​ຈັກ​ພະ​ຍານ​ອັນ​ບໍ​ລິ​ສຸດ” (ແອວ​ມາ 4:19) ຂອງ​ເດັກ​ນ້ອຍ​ຄົນ​ໜຶ່ງ ມັກ​ຈະ​ສາ​ມາດ​ມີ​ອິດ​ທິ​ພົນ​ອັນ​ໃຫຍ່​ຫລວງ​ຕໍ່​ຄົນ​ອື່ນ. ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຄົ້ນ​ພົບ​ສິ່ງ​ນີ້, ທ່ານ​ສາ​ມາດ​ອ່ານ ແອວ​ມາ 4:8–12, 15 ກັບ​ພວກ​ເຂົາ, ເພື່ອ​ຊ່ວຍ​ໃຫ້​ພວກ​ເຂົາ​ຊີ້​ບອກ​ເຖິງ​ບັນ​ຫາ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ສາດ​ສະ​ໜາ​ຈັກ. ແອວ​ມາ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ແກ້​ໄຂ​ບັນ​ຫາ​ເຫລົ່າ​ນີ້? ຊ່ວຍ​ໃຫ້​ພວກ​ເຂົາ​ຄົ້ນ​ພົບ​ສິ່ງ​ທີ່​ແອວ​ມາ​ຕັດ​ສິນ​ໃຈ​ເຮັດ​ໃນ ແອວ​ມາ 4:16–20. ບາງ​ເທື່ອ​ທ່ານ​ກໍ​ສາ​ມາດ​ແບ່ງ​ປັນ​ຕໍ່​ກັນ​ກ່ຽວ​ກັບ​ວ່າ ປະ​ຈັກ​ພະ​ຍານ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ​ເຖິງ​ພຣະ​ຄຣິດ ໄດ້​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ທ່ານ​ແນວ​ໃດ.

  • ຖ້າ​ລູກໆ​ຂອງ​ທ່ານ​ຕ້ອງ​ການ​ຕົວ​ຢ່າງ​ວ່າ ປະ​ຈັກ​ພະ​ຍານ​ແມ່ນ​ຫຍັງ, ໃຫ້​ຄິດ​ທີ່​ຈະ​ສາຍ​ວິ​ດີ​ໂອ​ຂອງ​ຜູ້​ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ທີ່​ກຳ​ລັງ​ກ່າວ​ປະ​ຈັກ​ພະ​ຍານ ໃຫ້​ພວກ​ເຂົາ​ເບິ່ງ. ທ່ານ​ຍັງ​ສາ​ມາດ​ໃຊ້​ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້ ຫລື ຮ້ອງ​ເພງ​ນຳ​ກັນ ເຊັ່ນ “ພື້ນ​ໝັ້ນ​ຄົງ​ໜັກ​ໜາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 6). ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ປະ​ຈັກ​ພະ​ຍານ​ຈາກ​ແຫລ່ງ​ຂໍ້​ມູນ​ເຫລົ່າ​ນີ້? ໃຫ້​ລູກໆ​ຂອງ​ທ່ານ​ຝຶກ​ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຂົາ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ຊາວ​ນີ​ໄຟ​ກຳ​ລັງ​ຕໍ່​ສູ້​ກັບ​ຊາວ​ອາມ​ລິ​ໄຊ

Alma and Amlici [ແອວ​ມາ ແລະ ອາມ​ລິ​ໄຊ], ໂດຍ ສະ​ກາດ ເອັມ ສະ​ໂນ