​2010–2019
ກັບ​ຄືນ ແລະ ຮັບ​ເອົາ
ເດືອນ​ເມສາ 2017


ກັບ​ຄືນ ແລະ ຮັບ​ເອົາ

ການກັບ​ຄືນສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ຮັບ​ເອົາ​ພອນ​ນິ​ລັນ​ດອນ​ທີ່​ມາ​ຈາກ​ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ ຄື​ເປົ້າ​ໝາຍ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ເຮົາ​ສາ​ມາດ​ຈັດ​ຕັ້ງ​ໄດ້.

ອ້າຍ​ເອື້ອຍ​ນ້ອງ​ທີ່ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ມັນ​ເປັນ​ໜ້າ​ທີ່​ມອບ​ໝາຍ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຈະ​ກ່າວ​ຕໍ່​ທ່ານ ແລະ ໜ້າ​ທີ່​ມອບ​ໝາຍ​ຂອງ​ທ່ານ​ກໍ​ແມ່ນ​ ທີ່​ຈະ​ຮັບ​ຟັງ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ສຳ​ເລັດ​ເປົ້າ​ໝາຍ​ຂອງ​ຂ້າ​ພະ​ເຈົ້າ​ກ່ອນ​ທີ່​ທ່ານ​ຈະ​ສຳ​ເລັດ​ເປົ້າ​ໝາຍ​ຂອງ​ທ່ານ. ຂ້າ​ພະ​ເຈົ້າ​ຈະ​ເຮັດ​ໃຫ້​ດີ ຈົນ​ສຸດ​ຄວາມ​ສາ​ມາດ.

ຕະ​ຫລອດ​ຫລາຍ​ປີ​ທີ່​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ ຄົນ​ທີ່​ມີ​ຜົນ​ສຳ​ເລັດ​ຫລາຍ​ທີ່​ສຸດ​ໃນ​ໂລກ​ນີ້ ຄື​ຜູ້​ທີ່​ມີ​ວິ​ໄສ​ທັດ​ສຳ​ລັບ​ຊີ​ວິດ​ຂອງ​ຕົນ, ພ້ອມ​ດ້ວຍ​ເປົ້າ​ໝາຍ​ທີ່​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເອົາ​ໃຈ​ໃສ່​ວິ​ໄສ​ທັດ​ຂອງ​ຕົນ ແລະ ມີ​ຍຸດ​ທະວິ​ທີ​ ທີ່​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ບັນ​ລຸ​ຜົນ​ສຳ​ເລັດ. ການ​ທີ່​ຮູ້​ວ່າ​ທ່ານ​ຈະ​ໄປ​ໄສ ແລະ ວິ​ທີ​ທີ່​ທ່ານ​ຄາດ​ຈະ​ໄປ​ເຖິງ​ທີ່​ນັ້ນ​ ສາ​ມາດ​ນຳ​ຄວາມ​ໝາຍ, ຈຸດ​ປະ​ສົງ, ແລະ ຄວາມ​ສຳ​ເລັດ​ຜົນ​ມາ​ສູ່​ຊີ​ວິດ​ໄດ້.

ບາງ​ຄົນ​ມີ​ບັນ​ຫາ​ໃນ​ການ​ຈຳ​ແນກ​ລະ​ຫວ່າງ​ເປົ້າ​ໝາຍ ແລະ ແຜນ​ການ​ຈົນ​ກວ່າ​ເຂົາ​ເຈົ້າ​ຮຽນ​ຮູ້​ວ່າ ເປົ້າ​ໝາຍ​ຄື​ຈຸດ​ໝາຍ​ປາຍ​ທາງ ຫລື ບ່ອນ​ສຸດ, ໃນ​ເມື່ອ ແຜນ​ການ​ຄື​ເສັ້ນ​ທາງ​ ຊຶ່ງຈະ​ພາ​ໃຫ້​ໄປ​ເຖິງ​ທີ່​ນັ້ນ. ຍົກ​ຕົວ​ຢ່າງ, ເຮົາ​ສາ​ມາດ​ມີ​ເປົ້າ​ໝາຍ​ທີ່​ຈະ​ຂັບ​ລົດ​ໄປ​ໃຫ້​ເຖິງ​ສະ​ຖານ​ທີ່​ ທີ່ເຮົາ​ບໍ່​ຄຸ້ນ​ເຄີຍ, ແລະ ດັ່ງ​ທີ່​ພວກ​ເອື້ອຍ​ນ້ອງ​ທີ່​ຮັກ​ຮູ້​ຈັກ​ດີ, ພວກ​ເຮົາ​ຜູ້​ຊາຍ​ມັກ​ຈະ​ຄິດ​ວ່າ​ເຮົາ​ຮູ້​ວ່າ​ຈະ​ໄປ​ເຖິງ​ທີ່​ນັ້ນ​ແນວ​ໃດ—ທີ່​ສ່ວນ​ຫລາຍ​ເຮົາ​ມັກ​ຈະ​ກ່າວ​ວ່າ, “ອ້າຍ​ຮູ້—ມັນ​ຕ້ອງ​ຢູ່​ແຖວ​ນີ້​ແຫລະ.” ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ຄົງ​ຍິ້ມ​ຢູ່. ເປົ້າ​ໝາຍ​ນັ້ນ​ແຈ່ມ​ແຈ້ງ​ດີ, ແຕ່​ບໍ່​ມີ​ແຜນ​ການ​ດີ​ທີ່​ຈະ​ນຳ​ໄປ​ສູ່​ຈຸດ​ໝາຍ​ປາຍ​ທາງ.

ການ​ຈັດ​ຕັ້ງ​ເປົ້າ​ໝາຍ​ຄື “ການ​ເລີ່ມ​ຕົ້ນ​ໂດຍ​ຮູ້​ວ່າ​ ເຮົາ​ຢາກ​ໃຫ້​ຈຸດ​ຈົບ​ລົງ​ເອີ່ຍ​ແນວ​ໃດ.” ແລະ ການ​ວາງ​ແຜນ​ຄື​ການ​ຈັດ​ຕັ້ງ​ວິ​ທີ​ທາງ​ທີ່​ຈະ​ສຳ​ເລັດ​ເປົ້າ​ໝາຍ​ນັ້ນ. ​ປັດ​ໃຈສຳ​ຄັນ​ໃນ​ການ​ບັນ​ລຸ​ຄວາມ​ສຸກ​ນັ້ນ​ ມາ​ຈາກ​ການ​ເຂົ້າ​ໃຈ​ຈຸດ​ໝາຍ​ປາຍ​ທາງ​ທີ່​ສຳ​ຄັນ​ແທ້ໆ—ແລະ ແລ້ວ​ໃຊ້​ເວ​ລາ, ຄວາມ​ພະ​ຍາ​ຍາມ, ແລະ ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ ໄວ້​ກັບ​ສິ່ງ​ທີ່​ຈະ​ປະ​ກອບ​ເປັນ​ເສັ້ນ​ທາງ​ທີ່​ແນ່​ນອນ ທີ່​ຈະ​ບັນ​ລຸ​ຜົນ​ສຳ​ເລັດ​ນັ້ນ.

ພຣະ​ເຈົ້າ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ໄດ້​ປະ​ທານ​ຕົວ​ຢ່າງ​ຂອງ​ການ​ຈັດ​ຕັ້ງ​ເປົ້າ​ໝາຍ ແລະ ການ​ວາງ​ແຜນ​ທີ່​ດີ​ພ້ອມ​ໃຫ້​ເຮົາ​ແລ້ວ. ເປົ້າ​ໝາຍ​ຂອງ​ພຣະ​ອົງ​ກໍ​ຄື​ ທີ່ຈະກໍ່​ໃຫ້​ເກີດຄວາມ​​ເປັນອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງຊາຍ ​[ແລະ ຍິງ],”1 ແລະ ວິ​ທີທີ່​ພຣະ​ອົງ​ຈະ​ສຳ​ເລັດ​ສິ່ງນີ້​ໄດ້​ກໍ​ແມ່ນ​ ຜ່ານແຜນ​ແຫ່ງ​ຄວາມ​ລອດ.

ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ​ ແມ່ນ​ຮ່ວມ​ດ້ວຍ ການ​ປະ​ທານ​ໃຫ້​ເຮົາ​ມີ​ຮ່າງ​ກາຍ​ທີ່​ຈະ​ເຕີບ​ໂຕ, ຂະ​ຫຍາຍ​ຕົວ, ຮຽນ​ຮູ້​ໃນ​ຊີ​ວິດ​ມະ​ຕະ ຊຶ່ງ​ໂດຍ​ທາງ​ນັ້ນ ​ທີ່​ເຮົາ​ຈະ​ສາ​ມາດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ. ການ​ຫຸ້ມ​ຫໍ່​ວິນ​ຍານ​ຂອງ​ເຮົາ​ໃນ​ຮ່າງ​ກາຍ​ມະ​ຕະ, ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ; ແລະ ການ​ສ້າງ​ຄອບ​ຄົວ​ນິ​ລັນ​ດອນ​ ອະ​ນຸ​ຍາດ​ໃຫ້​ເຮົາ, ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ພຣະ​ເຈົ້າ ເຖິງ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ ໄປ​ຢູ່​ກັບ​ພຣະ​ອົງ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ.

ການ​ຈັດ​ຕັ້ງ​ເປົ້າ​ໝາຍ​ທີ່​ສະ​ຫລາດ​ ຮ່ວມ​ດ້ວຍ​ການ​ເຂົ້າ​ໃຈ​ວ່າ ​ເປົ້າ​ໝາຍ​ໄລ​ຍະ​ສັ້ນ​ກໍ​ຈະ​ໃຊ້​ການ​ໄດ້ ຖ້າ​ວ່າ​ມັນ​ນຳ​ໄປ​ສູ່​ຄວາມ​ເຂົ້າ​ໃຈ​ເປົ້າ​ໝາຍ​ໄລ​ຍະ​ຍາວ​ນານ​ຢ່າງ​ແຈ່ມ​ແຈ້ງ. ຂ້າ​ພະ​ເຈົ້າ​ເຊື່ອ​ປັດ​ໃຈ​ສຳ​ຄັນ​ທີ່​ນຳ​ໄປ​ສູ່​ຄວາມ​ສຸກ​ນັ້ນ​ຄື ທີ່​ຈະ​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ຈັດ​ເປົ້າ​ໝາຍ​ຂອງ​ເຮົາ​ເອງ ແລະ ຈັດ​ຕັ້ງ​ແຜນ​ການ​ຂອງ​ເຮົາ​ເອງ ​ພາຍ​ໃນ​ໂຄງ​ຮ່າງ​ຂອງ​ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ແນວ​ໃດ. ຖ້າ​ເຮົາ​ເອົາ​ໃຈ​ໃສ່​ເສັ້ນ​ທາງ​ນິ​ລັນ​ດອນ​ເສັ້ນ​ນີ້, ເຮົາ​ຈະ​ເໝາະ​ສົມ​ ທີ່​ຈະ​ກັບ​ຄືນ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ອົງ​ແນ່​ນອນ.

ມັນ​ເປັນ​ສິ່ງ​ດີ​ທີ່​ຈະ​ມີ​ເປົ້າ​ໝາຍ ແລະ ແຜນ​ການ​ສຳ​ລັບ​ອາ​ຊີບ​ຂອງ​ເຮົາ, ສຳ​ລັບ​ການ​ສຶກ​ສາ, ແມ່ນ​ແຕ່​ສຳ​ລັບ​ກິ​ລາ​ທີ່​ເຮົາ​ຈະ​ຫລິ້ນ​ດ້ວຍ. ມັນ​ກໍ​ສຳ​ຄັນ​ນຳ​ອີກ ທີ່​ຈະ​ມີ​ເປົ້າ​ໝາຍ​ສຳ​ລັບ​ການ​ແຕ່ງ​ງານ, ສຳ​ລັບ​ຄອບ​ຄົວ, ແລະ ສະ​ພາ​ຂອງ​ສາດ​ສະ​ໜາ​ຈັກ ແລະ ການ​ເອີ້ນ​ຂອງ​ເຮົາ; ສິ່ງ​ນີ້​ຍິ່ງ​ເປັນ​ຄວາມ​ຈິງ​ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ. ແຕ່​ເປົ້າ​ໝາຍ​ທີ່​ຍິ່ງ​ໃຫຍ່ ແລະ ມີ​ຄວາມ​ສຳ​ຄັນ​ອັນ​ດັບ​ສູງ​ສຸດ​ຄວນ​ສອດ​ຄ່ອງ​ກັບ​ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ຈົ່ງ​ສະ​ແຫວງ​ຫາ​ລາ​ຊາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ​ເສຍ​ກ່ອນ, ແລ້ວ​ພຣະ​ອົງ​ຈະ​ເພີ່ມ​ສິ່ງ​ເຫລົ່າ​ນີ້​ໃຫ້​ແກ່​ເຈົ້າ.”2

ຜູ້​ຊ່ຽວ​ຊານ​ໃນ​ການ​ຈັດ​ຕັ້ງ​ເປົ້າ​ໝາຍ​ບອກ​ເຮົາ​ວ່າ ເປົ້າ​ໝາຍ​ນັ້ນ​ລຽບ​ງ່າຍ ແລະ ແຈ່ມ​ແຈ້ງ​ຫລາຍ​ສັນ​ໃດ, ມັນ​ຍິ່ງ​ຈະ​ມີ​ປະ​ສິດ​ທິພາບ​ຫລາຍ​ສັນ​ນັ້ນ. ເມື່ອ​ເຮົາ​ສາ​ມາດ​ສະ​ຫລຸບ​ເປົ້າ​ໝາຍ​ນັ້ນ​ໂດຍ​ການ​ນຳ​ໃຊ້​ຮູບ​ພາບ​ທີ່​ແຈ້ງ​ຊັດ, ຄຳ​ໜຶ່ງ ຫລື ສອງ​ຄຳ​ທີ່​ມີ​ພະ​ລັງ ແລະ ເຄື່ອງ​ໝາຍ, ແລ້ວ​ເປົ້າ​ໝາຍ​ນັ້ນ​ກໍ​ຈະ​ກາຍ​ເປັນ​ພາກສ່ວນ​ໜຶ່ງ​ໃນ​ຕົວ​ເຮົາ ແລະ ຈະ​ຊີ້​ນຳ​ເກືອບ​ທຸກໆ​ສິ່ງ​ທີ່​ເຮົາ​ຄິດ ແລະ ກະ​ທຳ​ໄປ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ມີ​ສອງ​ຄຳ ທີ່​ໃນ​ຄວາມ​ໝາຍ​ນີ້ ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ເປົ້າ​ໝາຍ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ເຮົາ ແລະ ເປົ້າ​ໝາຍ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ຕົວ​ເຮົາ​ເອງ. ຄຳ​ເຫລົ່າ​ນັ້ນ​ກໍຄື ກັບ​ຄືນ ​ແລະ ຮັບ​ເອົາ.

ການ ກັບ​ຄືນ ສູ່​ທີ່​ປະ​ທັບ​ຂອງ​ພຣະ​ອົງ ແລະ ຮັບ​ເອົາ ພອນ​ນິ​ລັນ​ດອນ​ທີ່​ມາ​ຈາກ​ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ ຄື​ເປົ້າ​ໝາຍ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ເຮົາ​ສາ​ມາດ​ຈັດ​ຕັ້ງ​ໄດ້.

ເຮົາ ກັບ​ຄືນ ​ແລະ ຮັບ​ເອົາ ໂດຍ​ການ​ມີ “ສັດ​ທາ​ອັນ​ບໍ່​ສັ່ນ​ສະ​ເທືອນໃນ [ອົງ​ພຣະ​ເຢ​ຊູ​ຄຣິດ], ໂດຍ​ໄວ້​ວາງ​ໃຈ​ຢ່າງ​ເຕັມ​ທີ່​ໃນ” ພຣະ​ຄຸນ​ຄວາມ​ດີ​ຂອງ​ພຣະ​ອົງ, “ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ ຊາຍ [ແລະ ຍິງ ທັງ​ປວງ] … , ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.”3

ລູ​ຊິເຟີ​ບໍ່​ໄດ້​ຍອມ​ຮັບ​ແຜນ​ຂອງ​ພຣະ​ບິ​ດາ ທີ່​ໄດ້​ອະ​ນຸ​ຍາດ​ໃຫ້​ເຮົາ ກັບ​ຄືນ ໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ອົງ ແລະ ຮັບ​ເອົາ ພຣະ​ພອນ​ຂອງ​ພຣະ​ອົງ. ແທ້​ຈິງ​ແລ້ວ, ລູຊິ​ເຟີ​ໄດ້​ກະ​ບົດ ແລະ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ປ່ຽນ​ແປງ​ແຜນ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ, ຢາກ​ເອົາ​ລັດ​ສະ​ໝີ​ພາບ, ກຽດ​ຕິ​ຍົດ, ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄປ​ເປັນ​ຂອງ​ມັນ​ເອງ. ຜົນ​ທີ່​ຕາມ​ມາ​ກໍ​ຄື, ມັນ​ຖືກ​ໄລ່​ອອກ​ໄປ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ພ້ອມ​ດ້ວຍ​ບໍ​ລິ​ວານ​ຂອງ​ມັນ ແລະ ໄດ້​ກາຍ​ເປັນ​ຊາ​ຕານ, ແມ່ນ​ແຕ່​ເປັນ​ມານ, ບິ​ດາ​ຂອງ​ຄວາມ​ຂີ້​ຕົວະ​ທັງ​ປວງ, ທີ່​ຈະ​ຫລອກ​ລວງ ແລະ ເຮັດ​ໃຫ້​ຊາຍ [ແລະ ຍິງ] ຕາ​ບອດ, ແລະ ທີ່​ຈະ​ນຳ​ພາ​ພວກ​ເຂົາ​ໄປ​ເປັນ​ທາດ​ຕາມ​ຄວາມ​ປະ​ສົງ​ຂອງ​ມັນ, ແມ່ນ​ແຕ່ຫລາຍ​ຕໍ່​ຫລາຍຄົນ​ທີ່​ບໍ່​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າ.4

ເປັນ​ເພາະ​ການ​ເລືອກ​ໃນ​ຊີ​ວິດ​ກ່ອນ​ມະ​ຕະ, ຊາ​ຕານ​ຈຶ່ງບໍ່​ສາ​ມາດ ກັບ​ຄືນ ຫລື ຮັບ​ເອົາ. ສິ່ງ​ດຽວ​ທີ່​ມັນ​ຍັງ​ເຮັດ​ໄດ້​ກໍ​ຄື ທີ່​ຈະ​ຕໍ່​ຕ້ານ​ແຜນ​ຂອງ​ພຣະ​ບິ​ດາ ໂດຍ​ການ​ໃຊ້​ທຸກໆ​ການ​ລໍ້​ໃຈ ແລະ ການ​ລໍ້​ລວງ​ທີ່​ເປັນ​ໄປ​ໄດ້ ທີ່​ຈະ​ດຶງ​ເຮົາ​ລົງ​ໄປ ແລະ ເຮັດ​ໃຫ້​ເຮົາ​ເສົ້າ​ສະ​ຫລົດ​ໃຈ​ເໝືອນ​ດັ່ງ​ຕົວມັນ​ເອງ.5 ແຜນ​ຂອງ​ຊາ​ຕານ ທີ່​ຈະ​ສຳ​ເລັດ​ເປົ້າ​ໝາຍ​ທີ່​ຊົ່ວ​ຮ້າຍ​ຂອງ​ມັນ​ນັ້ນ​ກ່ຽວ​ພັນ​ກັບ​ທຸກໆຄົນ, ທຸກໆ​ລຸ້ນ​, ທຸກໆ​ວັດ​ທະ​ນະ​ທຳ, ແລະ ທຸກໆ​ສັງ​ຄົມ. ມັນ​ໃຊ້​ສຽງ​ດັງ​ສະ​ໜັ່ນ—ສຽງ​ທີ່​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ໃຫ້​ສຽງ​ເບົາໆ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ​ມິດ​ງຽບ​ໄປ​ເລີຍ ທີ່​ຈະ​ສະ​ແດງ​ໃຫ້​ເຮົາ​ເຫັນ “ທຸກ​ສິ່ງ” ທີ່​ເຮົາ​ຄວນ​ເຮັດ​ ເພື່ອ​ຈະ ກັບ​ຄືນ ແລະ ຮັບ​ເອົາ.6

ສຽງ​ເຫລົ່າ​ນີ້​ເປັນ​ຂອງ​ຜູ້​ຄົນ​ທີ່​ບໍ່ສົນ​ໃຈ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ຜູ້​ທີ່​ໃຊ້​ອິນ​ເຕີ​ເນັດ, ສື່​ສານ​ມວນ​ຊົນ​ທັງ​ການ​ພິມ, ວິ​ທະ​ຍຸ, ໂທ​ລະ​ທັດ, ແລະ ພາບ​ພະ​ຍົນ​ທີ່​ຈະ​ສະ​ເໜີ​ໃນ​ທາງ​ທີ່​ລໍ້​ລວງ​ໃຈ​ທາງ​ອະ​ທຳ, ຄວາມຮຸນ​ແຮງ, ຄຳ​ທີ່​ຫຍາບ​ຄາຍ, ສົກ​ກະ​ປົກ, ໃນ​ທາງ​ທີ່​ດຶງ​ເຮົາ​ໄປ​ຈາກ​ເປົ້າ​ໝາຍ​ຂອງ​ເຮົາ ແລະ ຈາກ​ແຜນ​ທີ່​ເຮົາ​ມີ​ໄວ້​ສຳ​ລັບ​ຊົ່ວ​ນິ​ລັນ​ດອນ.

ສຽງ​ເຫລົ່າ​ນີ້​ອາດ​ຮ່ວມ​ດ້ວຍ​ບຸກ​ຄົນ​ທີ່​ມີ​ເຈດ​ຕະ​ນາ​ດີ ຜູ້​ທີ່​ຖືກ​ເຮັດ​ໃຫ້​ຕາ​ບອດ​ໂດຍ​ທິດ​ສະ​ດີ​ທາງ​ໂລກ​ຂອງ​ຊາຍ ແລະ ຍິງ ແລະ ຜູ້​ທີ່​ສະ​ແຫວງ​ຫາ​ທີ່​ຈະ​ທຳ​ລາຍ​ສັດ​ທາ ແລະ ບິດ​ເບືອນ​ຈຸດ​ເປົ້າ​ໝາຍ​ນິ​ລັນ​ດອນ​ຂອງ​ຜູ້​ທີ່​ພະ​ຍາ​ຍາມ​ຈະ ກັບ​ຄືນ ໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ຮັບ​ເອົາ ທຸກ​ສິ່ງ​ທີ່​ພຣະ​ບິ​ດາ [ຂອງ​ເຮົາ] ມີ.7

ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ວ່າ ເພື່ອ​ຈະ​ເອົາ​ໃຈ​ໃສ່ກັບ ການ​ກັບ​ຄືນ ​ແລະ ການ​ຮັບ​ເອົາ ພອນ​ທີ່​ຖືກ​ສັນ​ຍາ​ໄວ້, ເຮົາ​ຕ້ອງ​ໃຊ້​ເວ​ລາ​ຖາມ​ຕົວ​ເອງ​ເປັນ​ປະ​ຈຳ​ວ່າ, “ເຮົາ​ເປັນ​ຈັ່ງ​ໃດ?”

ມັນ​ກໍ​ເປັນ​ເໝືອນ​ກັບ​ການ​ສຳ​ພາດ​ຢ່າງ​ເປັນ​ສ່ວນ​ຕົວ​ກັບ​ຕົວ​ເອງ. ແລະ ຖ້າ​ວ່າ​ນັ້ນ​ຟັງ​ແລ້ວ​ເປັນ​ແບບ​ແປກໆ, ຂໍ​ໃຫ້​ຄິດ​ເບິ່ງ​ວ່າ: ມີ​ໃຜ​ໃນ​ໂລກ​ນີ້​ທີ່​ຮູ້​ຈັກ​ທ່ານ​ດີກວ່າ​ຕົວ​ທ່ານ​ເອງ? ທ່ານ​ຮູ້​ຄວາມ​ນຶກ​ຄິດ​ຂອງ​ທ່ານ, ການ​ກະ​ທຳ​ສ່ວນ​ຕົວ, ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ຝັນ, ເປົ້າ​ໝາຍ ແລະ ແຜນ​ການ​ຂອງ​ທ່ານ. ແລະ ທ່ານ​ກໍ​ຮູ້​ດີກວ່າ​ທຸກ​ຄົນ​ວ່າ ທ່ານ​ກ້າວ​ໄປ​ໜ້າ​ຕາມ​ເສັ້ນ​ທາງ​ທີ່​ຈະ ກັບ​ຄືນ ​ແລະ ຮັບ​ເອົາ ແນວ​ໃດ.

ເພື່ອ​ຈະ​ໃຫ້​ມີ​ການ​ຊີ້​ນຳ​ສຳ​ລັບ​ຕົວ​ຂ້າ​ພະ​ເຈົ້າ​ລະ​ຫວ່າງ​ການ​ສຳ​ພາດ​ສ່ວນ​ຕົວ​ນີ້, ຂ້າ​ພະ​ເຈົ້າ​ມັກ​ອ່ານ ແລະ ໄຕ່​ຕອງ​ຖ້ອຍ​ຄຳ​ທີ່​ກໍ່​ໃຫ້​ເກີດ​ການ​ທົບ​ທວນ​ເຖິງ​ຊີ​ວິດ​ຂອງ​ຕົນ ທີ່​ພົບ​ເຫັນ​ຢູ່​ໃນ​ ບົດ​ທີ​ຫ້າ​ຂອງ​ໜັງ​ສື​ແອວ​ມາ, ບ່ອນ​ທີ່​ແອວ​ມາ​ຖາມ​ວ່າ: “ພວກ​ທ່ານ​ໄດ້​ເກີດ​ຈາກ​ພຣະ​ເຈົ້າ​ທາງ​ວິນ​ຍານ​ແລ້ວ​ບໍ? ພວກ​ທ່ານ​ໄດ້​ຮັບ​ເອົາ​ເງົາ​ຂອງ​ພຣະ​ອົງ​ໄວ້​ໃນ​ໃບ​ໜ້າ​ຂອງ​ພວກ​ທ່ານ​ແລ້ວ​ບໍ? ພວກ​ທ່ານ​ເຄີຍ​ປະ​ສົບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ນີ້​ໃນ​ໃຈ​ຂອງ​ພວກ​ທ່ານ​ແລ້ວ​ບໍ?”8 ຄຳ​ຖາມ​ຂອງ​ແອວ​ມາ​ເປັນ​ສິ່ງ​ເຕືອນ​ໃຈ​ວ່າ​ ເປົ້າ​ໝາຍ ແລະ ແຜນ​ການ​ຂອງ​ເຮົາ ​ຄວນ​ຮ່ວມ​ດ້ວຍ​ສິ່ງ​ໃດ ເພື່ອ​ຈະ ກັບ​ຄືນ ​ແລະ ຮັບ​ເອົາ.

ຂໍ​ໃຫ້​ຈື່​ຈຳ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່ວ່າ “ບັນ​ດາ​ຜູ້​ທີ່​ເຮັດ​ການ​ໜັກ​ໜ່ວງ ແລະ ແບກ​ພາ​ລະ​ໜັກ, ຈົ່ງ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ.

“ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້​ແລ້ວ​ຮຽນ​ຮູ້​ຈາກ​ເຮົາ; ເພາະ​ວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນ​ສຸ​ພາບ ແລະ ຖ່ອມ​ລົງ ແລ້ວ​ຈິດ​ໃຈ​ຂອງ​ພວກ​ເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາ​ເມື່ອຍ.”9

ເມື່ອ​ເຮົາ​ມີ​ສັດ​ທາ​ຫລາຍ​ຂຶ້ນ​ໃນ​ອຳ​ນາດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດເຈົ້າ ທີ່​ຈະ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ພັກ​ຜ່ອນ ໂດຍ​ການ​ໃຫ້​ອະ​ໄພ, ການ​ໄຖ່​ຄວາມ​ສຳ​ພັນ​ທີ່​ບໍ່​ສົມບູນ, ການ​ປິ່ນ​ປົວ​ບາດ​ແຜທາງ​ວິນ​ຍານ ທີ່​ກີດ​ກັນ​ຄວາມ​ກ້າວ​ໜ້າ, ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ເຮັດ​ໃຫ້​ເຮົາ​ສາ​ມາດ​ພັດ​ທະ​ນາ​ຄຸນ​ສົມ​ບັດ​ຂອງ​ພຣະ​ຄຣິດ, ເຮົາ​ກໍ​ຈະ​ຮູ້​ຈັກ​ບຸນ​ຄຸນ​ຂອງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.10

ໃນ​ລະ​ຫວ່າງ​ອາ​ທິດ​ຈະ​ມາ​ເຖິງ​ນີ້, ຂໍ​ໃຫ້​ຊອກ​ຫາ​ເວ​ລາ​ທີ່​ຈະ​ທົບ​ທວນ​ເປົ້າ​ໝາຍ ແລະ ແຜນ​ການ​ໃນ​ຊີ​ວິດ​ຂອງ​ທ່ານ ແລະ ຕ້ອງ​ເຮັດ​ໃຫ້​ມັນ​ສອດ​ຄ່ອງ​ກັບ​ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ຖ້າ​ທ່ານ​ຕ້ອງ​ກັບ​ໃຈ ແລະ ປ່ຽນ​ແປງ, ແລ້ວ​ກໍ​ຂໍ​ໃຫ້​ພິ​ຈາ​ລະ​ນາ​ ຈະເຮັດ​ໃຫ້​ມັນ​ສອດ​ຄ່ອງ​ໃນ​ເວ​ລາ​ນີ້. ຂໍ​ໃຫ້​ໃຊ້​ເວ​ລາ​ນຶກ​ຄິດ​ດ້ວຍ​ການ​ອະ​ທິ​ຖານ​ເຖິງ​ການ​ປ່ຽນ​ແປງ​ທີ່​ຈຳ​ເປັນ ເພື່ອ​ຊ່ວຍ​ໃຫ້​ເຮົາ “ເຫັນ​ແກ່​ລັດ​ສະ​ໝີ​ພາບຂອງ​ພຣະ​ເຈົ້າ​ແຕ່​ຢ່າງ​ດຽວ.”11

ເຮົາ​ຕ້ອງ​ຮັກ​ສາ​ຄຳ​ສອນ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ຢູ່​ໃນ​ຈຸດ​ໃຈ​ກາງ​ຂອງ​ເປົ້າ​ໝາຍ ແລະ ແຜນ​ການ​ຂອງ​ເຮົາ. ປາດ​ສະ​ຈາກ​ພຣະ​ອົງ, ບໍ່​ມີ​ເປົ້າ​ໝາຍ​ນິ​ລັນ​ດອນ​ໃດໆ​ຈະ​ເປັນ​ໄປ​ໄດ້, ແລະ ແຜນ​ການ​ຂອງ​ເຮົາ​ທີ່​ຈະ​ສຳ​ເລັດ​ເປົ້າ​ໝາຍ​ນິ​ລັນ​ດອນ​ຈະ​ລົ້ມ​ເຫລວ​ແນ່​ນອນ.

ຮູບ​ພາບ
ເອກະສານກ່ຽວ​ກັບ “ພຣະຄຣິດທີ່​ຊົງ​ພຣະຊົນ”

ຄວາມ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ​ອີກ​ຢ່າງ​ໜຶ່ງ ຄື​ເອ​ກະ​ສານ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ,”12 ຊຶ່ງ​ຖືກ​ນຳ​ສະ​ເໜີ​ຕໍ່​ສາດ​ສະ​ໜາ​ຈັກ​ ເມື່ອ​ວັນ​ທີ 1 ເດືອນ​ມັງ​ກອນ, 2000. ໃຫ້​ວາງ​ເອກະສານ​ໃບ​ນີ້ໄວ້ ຢູ່​ໃນ​ບ່ອນ​ທີ່​ທ່ານ​ຈະ​ສາ​ມາດ​ເຫັນ​ມັນ​ໄດ້, ແລະ ໃຫ້​ໃຊ້​ເວ​ລາ​ເພື່ອ​ທົບ​ທວນ​ຄຳ​ຖະ​ແຫລງ​ແຕ່​ລະ​ຂໍ້ ທີ່​ມີ​ຢູ່​ໃນ​ປະ​ຈັກ​ພະ​ຍານ​ທີ່​ດົນ​ໃຈ​ເຖິງ​ພຣະ​ຄຣິດ ໂດຍ​ພະ​ຍານ​ພິ​ເສດ​ຂອງ​ພຣະ​ອົງ ຜູ້​ທີ່​ໄດ້​ລົງ​ລາຍ​ຊື່​ໃນ​ເອ​ກະ​ສານ​ນີ້.

ຮູບ​ພາບ
“ພຣະຄຣິດທີ່​ຊົງ​ພຣະຊົນ” ​ແລະ ການ​ປະກາດ​ກ່ຽວ​ກັບ​ຄອບຄົວ

ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ທ່ານ​ໃຫ້​ສຶກ​ສາ​ຄຳ​ຖະ​ແຫລງ​ນີ້​ຄຽງ​ຄູ່​ກັນ​ໄປ​ກັບ​ເອ​ກະ​ສານ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ.” ເຮົາ​ກ່າວ​ເລື້ອຍໆ​ເຖິງ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ, ແຕ່​ຂໍ​ໃຫ້​ອ່ານ​ມັນ​ໃນ​ສະ​ພາບ​ການ​ຂອງ​ອຳ​ນາດ​ທີ່​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ. ຖ້າປາດ​ສະ​ຈາກ​ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ, ຄວາມ​ຄາດ​ຫວັງ​ທີ່​ເຮົາ​ຮັກ​ທີ່​ສຸດ ​ຈະ​ບັນ​ລຸ​ຜົນ​ສຳ​ເລັດບໍ່​ໄດ້. ດັ່ງ​ທີ່​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ​ກ່າວວ່າ, “ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ ເຮັດ​ໃຫ້​ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ​ຍືນ​ຍົງ​ຕໍ່​ໄປ​ຫລັງ​ຈາກ​ຄວາມ​ຕາຍ. ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ສັກ​ສິດ​ຕ່າງໆ​ທີ່​ມີ​ໄວ້​ໃນ​ພຣະ​ວິ​ຫານ ໄດ້​ເປີດ​ໂອ​ກາດ​ໃຫ້​ຄອບ​ຄົວ​ຢູ່​ນຳ​ກັນ​ຊົ່ວ​ນິ​ລັນ​ດອນ​ໄດ້.”13

ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ໄດ້​ເພາະ​ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ທີ່​ຊົດ​ໃຊ້​ຂອງ​ໂລກ​ເທົ່າ​ນັ້ນ.

ໃນ​ເລື່ອງ​ນີ້, ທ່ານ​ອາດ​ພິ​ຈາ​ລະ​ນາ​ທີ່​ຈະ​ຄົ້ນ​ຄວ້າ​ພຣະ​ຄຳ​ພີ​ນຳ​ອີກ ເພື່ອ​ຂະ​ຫຍາຍ​ຄວາມ​ເຂົ້າ​ໃຈ​ຂອງ​ທ່ານ​ເຖິງ​ຄວາມ​ຈິງ​ໂດຍ​ສະ​ເພາະ ທີ່​ພົບ​ເຫັນ​ຢູ່​ໃນ​ເອ​ກະ​ສານ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ.”

ການ​ອ່ານ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ” ກໍ​ເໝືອນ​ກັບ​ການ​ອ່ານ​ປະ​ຈັກ​ພະ​ຍານ​ຂອງ ມັດ​ທາຍ, ມາ​ຣະ​ໂກ, ລູ​ກາ, ໂຢ​ຮັນ, ແລະ ສາດ​ສະ​ດາ​ຫລາຍໆ​ທ່ານ ຈາກ​ພຣະ​ຄຳ​ພີ​ມໍ​ມອນ. ມັນ​ຈະ​ເຮັດ​ໃຫ້​ສັດ​ທາ​ຂອງ​ທ່ານ​ທີ່​ມີ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເພີ່ມ​ທະ​ວີ​ຂຶ້ນ ແລະ ຊ່ວຍ​ທ່ານ​ໃຫ້​ເອົາ​ໃຈ​ໃສ່​ພຣະ​ອົງ ຂະ​ນະ​ທີ່​ທ່ານ​ເຮັດ​ຕາມ​ແຜນ​ການ​ຂອງ​ທ່ານ ເພື່ອ​ຈະ​ເອື້ອມ​ເຖິງ​ເປົ້າ​ໝາຍ​ນິ​ລັນ​ດອນ​ຂອງ​ທ່ານ.

ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ມີ​ຄວາມ​ຜິດ​ພາດ, ຄວາມ​ບົກ​ພ່ອງ, ເດີນ​ໄປ​ຜິດ​ທາງ, ແລະ ມີ​ບາບ​ກໍ​ຕາມ, ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ​ອະ​ນຸ​ຍາດ​ໃຫ້​ເຮົາ​ກັບ​ໃຈ, ຕຽມ​ພ້ອມ​ທີ່ຈະ ກັບ​ຄືນ ​ແລະ ຮັບ​ເອົາ ພອນ​ທີ່​ບໍ່​ມີ​ຫຍັງ​ທຽບເທົ່າ​ ທີ່​ພຣະ​ເຈົ້າ​ໄດ້​ສັນ​ຍາ​ໄວ້​ໃຫ້—ທີ່​ຈະ​ໄດ້​ຢູ່​ກັບ​ພຣະ​ບິ​ດາ ແລະ ພຣະ​ບຸດ ໃນ​ລະ​ດັບ​ຄວາມ​ສູງ​ສຸດ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ.14

ບັດ​ນີ້​ຕາມ​ທີ່​ທ່ານ​ທຸກ​ຄົນ​ກໍ​ຮູ້, ບໍ່​ມີ​ໃຜ​ຈະ​ຫລີກ​ລ້ຽງ​ຄວາມ​ຕາຍ​ໄດ້; ສະ​ນັ້ນ, ເປົ້າ​ໝາຍ ແລະ ແຜນ​ການ​ອັນ​ຍາວ​ນານ​ຂອງ​ເຮົາ ຄວນ​ເປັນ​ທີ່​ວ່າ ເມື່ອ​ເຮົາ ກັບ​ຄືນ ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ເຮົາ​ຈະ ຮັບ​ເອົາ “ທຸກ​ສິ່ງ​ທີ່​ພຣະ​ອົງ​ມີ” ທີ່​ຖືກ​ວາງ​ແຜນ​ໄວ້​ວ່າ ຈະ​ປະທານໃຫ້​ເຮົາ​ແຕ່​ລະ​ຄົນ.15

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ບໍ່​ມີ​ເປົ້າ​ໝາຍ​ໃດ​ຢູ່​ເທິງ​ໂລກ​ມະ​ຕະ​ນີ້ ຍິ່ງ​ໃຫຍ່​ໄປ​ກວ່າ​ທີ່​ຈະ​ໄດ້​ມີ​ຊີ​ວິດ​ນິ​ລັນ​ດອນ ຢູ່​ນຳ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ຮັກ​ຂອງ​ເຮົາ, ອົງ​ພຣະ​ເຢ​ຊູ​ຄຣິດ. ແຕ່​ມັນ​ບໍ່​ພຽງ​ແຕ່​ເປັນ​ເປົ້າ​ໝາຍ ຂອງ​ເຮົາ ​ເທົ່າ​ນັ້ນ—ມັນ​ກໍ​ເປັນ​ເປົ້າ​ໝາຍ​ຂອງ​ ພວກ​ພຣະ​ອົງ ​ນຳ​ອີກ. ພວກພຣະ​ອົງ​ມີ​ຄວາມ​ຮັກ​ອັນ​ຄົບ​ບໍ​ລິ​ບູນ​ໃຫ້​ແກ່​ເຮົາ, ມີ​ພະ​ລັງ​ຫລາຍ​ເກີນ​ກວ່າ​ທີ່​ເຮົາ​ຈະ​ສາ​ມາດ​ເຂົ້າ​ໃຈ​ໄດ້. ພວກ​ພຣະ​ອົງ​ຮ່ວມ​ຢູ່​ກັບ​ເຮົາຢ່າງ​ສົມ​ບູນ​ຄົບ​ຖ້ວນ ​ແລະ ຕະ​ຫລອດຊົ່ວ​ນິ​ລັນ​ດອນ​ແທ້ໆ. ເຮົາ​ຄື​ວຽກ​ງານ​ຂອງ​ພວກ​ພຣະ​ອົງ. ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ກໍ​ເປັນ​ລັດ​ສະ​ໝີ​ພາບ​ຂອງ​ພວກ​ພຣະ​ອົງ. ຍິ່ງ​ໄປ​ກວ່າ​ທຸກ​ສິ່ງ​ທັງ​ປວງ, ພວກ​ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ກັບ​ບ້ານ—ກັບ​ຄືນ ​ແລະ ຮັບ​ເອົາ ຄວາມ​ສຸກ​ນິ​ລັນ​ດອນ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພວກ​ພຣະ​ອົງ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ອີກ​ໜຶ່ງ​ອາ​ທິດ ເຮົາ​ກໍ​ຈະ​ສະ​ຫລອງ​ວັນ​ອາ​ທິດ​ຕົ້ນ​ຕານ​ແລ້ວ—ສະ​ຫລອງ​ການ​ເຂົ້າ​ກຸງ​ເຢ​ຣູ​ຊາ​ເລັມ​ຂອງ​ພຣະ​ຄຣິດ​ຢ່າງ​ມີ​ໄຊ. ອີກ​ສອງ​ອາ​ທິດ, ເຮົາ​ກໍ​ຈະ​ສະ​ຫລອງ​ວັນ​ອາ​ທິດ​ອິດ​ສະ​ເຕີ—ສະ​ຫລອງ​ການ​ເອົາ​ຊະ​ນະ​ຄວາມ​ຕາຍ​ຢ່າງ​ມີ​ໄຊ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ເມື່ອ​ເຮົາ​ເອົາ​ໃຈ​ໃສ່​ຕໍ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ລະ​ຫວ່າງ​ສອງ​ວັນ​ອາ​ທິດ​ທີ່​ພິ​ເສດ​ເຫລົ່າ​ນີ້, ຂໍ​ໃຫ້​ເຮົາ​ລະ​ນຶກ​ເຖິງ​ພຣະ​ອົງ ແລະ ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຊົ່ວ​ຊີ​ວິດ​ຂອງ​ເຮົາ ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ຂໍ​ໃຫ້​ເຮົາ​ຈົ່ງ​ທົບ​ທວນ​ຊີ​ວິດ​ຂອງ​ເຮົາ​ເອງ​ຢ່າງ​ເລິກ​ຊຶ້ງ, ຈັດ​ຕັ້ງ​ເປົ້າ​ໝາຍ​ຂອງ​ເຮົາ ແລະ ເຈາະ​ຈົງ​ແຜນ​ການ​ຂອງ​ເຮົາ​ໃຫ້​ເຂົ້າ​ຮ່ວມ​ກັນ​ກັບ​ແຜນ​ຂອງ​ພຣະ​ເຈົ້າ ໃນ​ວິ​ທີ​ທາງ​ທີ່​ໃນ​ທີ່​ສຸດ ຈະ​ນຳ​ໄປ​ສູ່​ສິດ​ທິ​ພິ​ເສດ​ທີ່​ລ້ຳ​ຄ່າ​ຂອງ​ເຮົາ ທີ່​ຈະ ກັບ​ຄືນ ​ແລະ ຮັບ​ເອົາ—ຊຶ່ງນີ້​ເປັນ​ຄຳ​ອະ​ທິ​ຖານ​ທີ່​ຖ່ອມຕົວຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.