ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 26 ເດືອນ​ສິງ​ຫາ–ວັນ​ທີ 1 ເດືອນ​ກັນ​ຍາ: “ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ.” ຮີ​ລາ​ມັນ 1–6


“ວັນ​ທີ 26 ເດືອນ​ສິງ​ຫາ–ວັນ​ທີ 1 ເດືອນ​ກັນ​ຍາ: ‘ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ.’ ຮີ​ລາ​ມັນ 1–6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 26 ເດືອນ​ສິງ​ຫາ–ວັນ​ທີ 1 ເດືອນ​ກັນ​ຍາ. ຮີ​ລາ​ມັນ 1–6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ຄື້ນ​ກຳ​ລັງ​ປະ​ທະ​ໃສ່​ໂງ່ນ​ຫີນ

ວັນ​ທີ 26 ເດືອນ​ສິງ​ຫາ–ວັນ​ທີ 1 ເດືອນ​ກັນ​ຍາ: “ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ”

ຮີ​ລາ​ມັນ 1–6

ໜັງ​ສື​ຮີ​ລາ​ມັນ ບັນ​ທຶກ​ທັງ​ໄຊ​ຊະ​ນະ ແລະ ຄວາມ​ໂສກ​ເສົ້າ ຢູ່​ໃນ​ບັນ​ດາ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ. ມັນ​ເລີ່ມ​ຕົ້ນ​ດ້ວຍ “ຄວາມ​ຫຍຸ້ງ​ຍາກ​ຢ່າງ​ຮ້າຍ​ແຮງ​ເກີດ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີ​ໄຟ” (ຮີ​ລາ​ມັນ 1:1), ແລະ ຄວາມ​ຫຍຸ້ງ​ຍາກ​ກໍ​ຫລັ່ງ​ໄຫລ​ມາ​ຕະ​ຫລອດ​ທົ່ວ​ບັນ​ທຶກ. ຢູ່​ໃນ​ໜັງ​ສື​ນີ້ ເຮົາ​ອ່ານ​ກ່ຽວ​ກັບ​ກົນ​ອຸ​ບາຍ​ທາງ​ດ້ານ​ການ​ເມືອງ, ພວກ​ໂຈນ, ການ​ປະ​ຕິ​ເສດ​ສາດ​ສະ​ດາ, ແລະ ຄວາມ​ທະ​ນົງ​ຕົວ ແລະ ຄວາມ​ບໍ່​ເຊື່ອ​ຖື ຕະ​ຫລອດ​ທົ່ວ​ແຜ່ນ​ດິນ. ແຕ່​ເຮົາ​ກໍ​ຍັງ​ພົບ​ເຫັນ​ຕົວ​ຢ່າງ ເຊັ່ນ ນີ​ໄຟ ແລະ ລີ​ໄຮ ແລະ “ຜູ້​ຄົນ​ທີ່​ຖ່ອມ​ຕົວ​ຢ່າງ​ຫລວງ​ຫລາຍ,” ຜູ້​ທີ່​ບໍ່​ພຽງ​ແຕ່​ລອດ​ມາ​ໄດ້ ແຕ່​ຍັງ​ຈະ​ເລີນ​ກ້າວ​ໜ້າ​ທາງ​ວິນ​ຍານ​ນຳ​ອີກ (ຮີ​ລາ​ມັນ 3:34). ພວກ​ເພິ່ນ​ເຮັດ​ແນວ​ນັ້ນ​ໄດ້​ແນວ​ໃດ? ພວກ​ເພິ່ນ​ຍັງ​ຄົງ​ເຂັ້ມ​ແຂງ​ຢູ່​ໄດ້​ແນວ​ໃດ ຂະ​ນະ​ທີ່​ຄວາມ​ສີ​ວິ​ໄລ​ຂອງ​ພວກ​ເພິ່ນ​ເລີ່ມ​ເສື່ອມ​ໂຊມ ແລະ ພັງ​ທະ​ລາຍ​ໄປ? ໃນ​ທາງ​ດຽວ​ກັນ​ກັບ​ທີ່​ເຮົາ​ຍັງ​ຄົງ​ເຂັ້ມ​ແຂງຢູ່​ໃນ “ລົມ​ພະ​ຍຸ​ຮ້າຍ” ທີ່​ມານ​ສົ່ງ​ມາ “ຕີ [ເຮົາ]”—ໂດຍ​ການ​ສ້າງ​ຊີ​ວິດ​ຂອງ​ເຮົາ “ຢູ່​ເທິງ​ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ, ຄື​ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, … ເປັນ​ຮາກ​ຖານ​ຊຶ່ງ​ຫາກ​ມະ​ນຸດ​ສ້າງ​ຂຶ້ນ​ເທິງ​ມັນ ພວກ​ເຂົາ​ຈະ​ຕົກ​ໄປ​ບໍ່​ໄດ້” (ຮີ​ລາ​ມັນ 5:12).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ຮີ​ລາ​ມັນ 1–6

ຄວາມ​ທະ​ນົງ​ຕົວ​ແຍກ​ເຮົາ​ຈາກ​ພຣະ​ວິນ​ຍານ ແລະ ພະ​ລັງ​ຂອງ​ພຣະ​ເຈົ້າ.

ຂະ​ນະ​ທີ່​ທ່ານ​ອ່ານ ຮີ​ລາ​ມັນ 1–6, ທ່ານ​ອາດ​ສັງ​ເກດ​ເຫັນ​ແບບ​ແຜນ​ໃນ​ພຶດ​ຕິ​ກຳ​ຂອງ​ຊາວ​ນີ​ໄຟ. ເມື່ອ​ພວກ​ເຂົາ​ຊອບ​ທຳ, ພຣະ​ເຈົ້າ​ອວຍ​ພອນ​ພວກ​ເຂົາ, ແລະ ພວກ​ເຂົາ​ກໍ​ຈະ​ເລີນ​ຮຸ່ງ​ເຮືອງ. ບາງ​ຄັ້ງ, ພວກ​ເຂົາ​ໄດ້​ກາຍ​ເປັນ​ຄົນ​ທະ​ນົງ​ຕົວ ແລະ ຊົ່ວ​ຮ້າຍ, ຕັດ​ສິນ​ໃຈ​ເຮັດ​ສິ່ງ​ທີ່​ພາ​ໄປ​ສູ່​ຄວາມ​ພິ​ນາດ ແລະ ຄວາມ​ທຸກ​ທໍ​ລະ​ມານ. ແລ້ວ​ພວກ​ເຂົາ​ກໍ​ຖ່ອມ​ຕົວ​ລົງ ແລະ ຖືກ​ດົນ​ໃຈ​ໃຫ້​ກັບ​ໃຈ, ແລະ ພຣະ​ເຈົ້າ​ກໍ​ອວຍ​ພອນ​ພວກ​ເຂົາ​ຄືນ​ອີກ. ແບບ​ແຜນ​ດັ່ງ​ກ່າວ​ໄດ້​ລຶ້ມ​ຄືນ​ຕົວ​ມັນ​ເອງ​ເລື້ອຍໆ ຈົນ​ວ່າ​ບາງ​ຄົນ​ເອີ້ນ​ມັນ​ວ່າ “ວົງ​ຈອນ​ຂອງ​ຄວາມ​ທະ​ນົງ​ຕົວ.”

ຮູບ​ພາບ
ວົງ​ຈອນ​ຂອງ​ຄວາມ​ທະ​ນົງ​ຕົວ

“ວົງ​ຈອນ​ຂອງ​ຄວາມ​ທະ​ນົງ​ຕົວ”

ໃຫ້​ຊອກ​ຫາ​ຕົວ​ຢ່າງ​ຂອງ​ວົງ​ຈອນ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ ຮີ​ລາ​ມັນ 1–6. ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ​ບາງ​ຂໍ້ ເພື່ອ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ແບບ​ແຜນ​ນີ້:

  • ມີ​ຫລັກ​ຖານ​ໃດ​ແດ່​ຂອງ​ຄວາມ​ທະ​ນົງ​ຕົວ ທີ່​ທ່ານ​ເຫັນ​ຢູ່​ໃນ​ບັນ​ດາ​ຊາວ​ນີ​ໄຟ? (ເບິ່ງ, ຍົກ​ຕົວ​ຢ່າງ, ຮີ​ລາ​ມັນ 3:33–34; 4:11–13). ທ່ານ​ເຫັນ​ຫລັກ​ຖານ​ທີ່​ຄ້າຍ​ຄື​ກັນ​ຂອງ​ຄວາມ​ທະ​ນົງ​ຕົວ ຢູ່​ໃນ​ຕົວ​ທ່ານ​ເອງ​ບໍ?

  • ມີ​ຜົນ​ສະ​ທ້ອນ​ຢ່າງ​ໃດ​ແດ່​ຂອງ​ຄວາມ​ທະ​ນົງ​ຕົວ ແລະ ຄວາມ​ຊົ່ວ​ຮ້າຍ? (ເບິ່ງ ຮີ​ລາ​ມັນ 4:23–26). ມີ​ຜົນ​ສະ​ທ້ອນ​ຢ່າງ​ໃດ​ແດ່​ຂອງ​ຄວາມ​ຖ່ອມ​ຕົວ ແລະ ການ​ກັບ​ໃຈ? (ເບິ່ງ ຮີ​ລາ​ມັນ 3:27–30, 35; 4:14–16).

  • ຮີ​ລາ​ມັນ​ຢາກ​ໃຫ້​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ຈື່​ຈຳ​ສິ່ງ​ໃດ​ແດ່? (ເບິ່ງ ຮີ​ລາ​ມັນ 5:4–12). ໃນ​ວິ​ທີ​ໃດ​ແດ່​ທີ່​ການ​ຈື່​ຈຳ​ຄວາມ​ຈິງ​ເຫລົ່າ​ນີ້​ຊ່ວຍ​ທ່ານ​ຫລີກ​ເວັ້ນ​ຈາກ​ການ​ກາຍ​ເປັນ​ຄົນ​ທະ​ນົງ​ຕົວ?

ເບິ່ງ “Chapter 18: Beware of Pride,” Teachings of Presidents of the Church: Ezra Taft Benson (2014), 229–40; “ຂໍ​ເພິ່ງ​ພຣະ​ທຸກ​ຊົ່ວ​ໂມງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 12 ນຳ​ອີກ.

ຮີ​ລາ​ມັນ 3:24–35

ສັດ​ທາ​ໃນ​ພຣະ​ຄຣິດ​ເຕີມ​ເຕັມ​ຈິດ​ວິນ​ຍານ​ຂອງ​ເຮົາ​ດ້ວຍ​ຄວາມ​ຊື່ນ​ຊົມ.

ໃນ ຮີ​ລາ​ມັນ 3, ມໍ​ມອນ​ໄດ້​ບັນ​ຍາຍ​ເຖິງ​ເວ​ລາ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ ເມື່ອ​ສາດ​ສະ​ໜາ​ຈັກ​ໄດ້​ຮັບ​ພອນ ຈົນ​ແມ່ນ​ແຕ່​ພວກ​ຜູ້​ນຳ​ປະ​ຫລາດ​ໃຈ. ອີງ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ​ຢູ່​ໃນ ຂໍ້​ທີ 24–32, ທ່ານ​ຄິດ​ວ່າ​ແມ່ນ​ຫຍັງ​ທີ່​ນຳ​ໄປ​ສູ່​ສະ​ພາ​ວະ​ທີ່​ຊົມ​ຊື່ນ​ຍິນ​ດີ​ເຊັ່ນ​ນັ້ນ? ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ແມ່ນ​ສະ​ມາ​ຊິກ​ທຸກ​ຄົນ​ທີ່​ສືບ​ຕໍ່​ຢູ່​ໃນ​ຄວາມ​ຊື່ນ​ຊົມ​ນັ້ນ. ໃຫ້​ສັງ​ເກດ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຜູ້​ຄົນ​ທີ່​ຖືກ​ບັນ​ຍາຍ​ໃນ ຂໍ້​ທີ 33–35. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ແບບ​ຢ່າງ​ຂອງ​ພວກ​ເຂົາ?

ໃຫ້​ຊອກ​ຫາ​ການ​ນຳ​ໃຊ້​ສ່ວນ​ຕົວ. ສາດ​ສະ​ດາ​ມໍ​ມອນ​ໃຊ້​ວະ​ລີ​ທີ່​ວ່າ “ພວກ​ເຮົາ​ຈຶ່ງ​ເຫັນ​ໄດ້​ວ່າ” ເພື່ອ​ເນັ້ນ​ຄວາມ​ຈິງ​ທີ່​ສຳ​ຄັນ ຂະ​ນະ​ທີ່​ເພິ່ນ​ຫຍໍ້​ພຣະ​ຄຳ​ພີ​ມໍ​ມອນ. ຍົກ​ຕົວ​ຢ່າງ, ເພິ່ນ​ຢາກ​ໃຫ້​ເຮົາ​ເຫັນ​ຫຍັງ​ຢູ່​ໃນ ຮີ​ລາ​ມັນ 3:27–30? ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ, ທ່ານ​ອາດ​ຢຸດ​ເປັນ​ບາງ​ຄັ້ງ​ຄາວ ເພື່ອ​ປະ​ກອບ​ວະ​ລີ ທີ່​ວ່າ “ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ໄດ້​ວ່າ” ໃຫ້​ສົມ​ບູນ ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ.

ຮີ​ລາ​ມັນ 5:6–7

ເຮົາ​ສາ​ມາດ​ໃຫ້​ກຽດ​ແດ່​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ການ​ອ່ານ ຮີ​ລາ​ມັນ 5:6–7 ອາດ​ດົນ​ໃຈ​ທ່ານ​ໃຫ້​ພິ​ຈາ​ລະ​ນາ​ຊື່​ທີ່​ທ່ານ​ໄດ້​ຮັບ, ລວມ​ທັງ​ນາມ​ສະ​ກຸນ. ຊື່​ເຫລົ່າ​ນີ້​ມີ​ຄວາມ​ໝາຍ​ຕໍ່​ທ່ານ​ແນວ​ໃດ? ທ່ານ​ຈະ​ສາ​ມາດ​ໃຫ້​ກຽດ​ມັນ​ໄດ້​ແນວ​ໃດ? ທີ່​ສຳ​ຄັນ​ໄປ​ກວ່າ​ນັ້ນ​ກໍ​ຄື, ໃຫ້​ພິ​ຈາ​ລະ​ນາ​ວ່າ ການ​ຮັບ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ ໂມ​ໂຣ​ໄນ 4:3). ທ່ານ​ຈະ​ໃຫ້​ກຽດ​ແດ່​ພຣະ​ນາມ​ອັນ​ສັກ​ສິດ​ນັ້ນ​ແນວ​ໃດ?

ຮີ​ລາ​ມັນ 5:12–52

ຮູບ​ພາບ
seminary icon
ຖ້າ​ເຮົາ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ເປັນ​ຮາກ​ຖານ​ຂອງ​ເຮົາ, ເຮົາ​ຈະ​ລົ້ມ​ລົງ​ບໍ່​ໄດ້.

ຄຳ​ວ່າ “ສ້າງ​ຮາກ​ຖານ​ຂອງ​ລູກ” ຂຶ້ນ​ເທິງ “ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ” ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ? (ຮີ​ລາ​ມັນ 5:12). ທ່ານ​ໄດ້​ພົບ​ຄວາມ​ປອດ​ໄພ​ຈາກ​ມໍ​ລະ​ສຸມ​ຊີ​ວິດ​ໃນ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ? ຂະ​ນະ​ທີ່​ທ່ານ​ອ່ານ ຮີ​ລາ​ມັນ 5:12–52, ໃຫ້​ລະ​ບຸ​ວ່າ ນີ​ໄຟ ແລະ ລີ​ໄຮ​ໄດ້​ຮັບ​ພອນ ຍ້ອນ​ການ​ສ້າງ​ສັດ​ທາ​ຂອງ​ພວກ​ເພິ່ນ​ຂຶ້ນ​ເທິງ​ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເພິ່ນ​ແນວ​ໃດ.

ບາງ​ຄົນ​ພົບ​ວ່າ ການ​ນຶກ​ພາບ​ສິ່ງ​ທີ່​ພວກ​ເຂົາ​ກຳ​ລັງ​ສຶກ​ສາ​ນັ້ນ ມີ​ປະ​ໂຫຍດ. ເພື່ອ​ໃຫ້​ເຫັນ​ພາບ ຮີ​ລາ​ມັນ 5:12, ທ່ານ​ສາ​ມາດ​ສ້າງ​ໂຄງ​ສ້າງ​ນ້ອຍໆ​ຢູ່​ເທິງ​ຮາກ​ຖານ​ທີ່​ແຕກ​ຕ່າງ​ກັນ. ແລ້ວ​ໃຫ້​ທ່ານ​ສ້າງ “ລົມ​ພະ​ຍຸ​ຮ້າຍ” ໂດຍ​ການ​ສີດ​ນ້ຳ​ໃສ່​ເທິງ​ມັນ ແລະ ໃຊ້​ພັດ​ລົມ ເພື່ອ​ສ້າງ​ລົມ. ສິ່ງ​ນີ້​ໃຫ້​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ຢ່າງ​ໃດ​ແດ່​ກ່ຽວ​ກັບ​ການ​ສ້າງ​ຮາກ​ຖານ​ຂອງ​ທ່ານ​ຂຶ້ນ​ເທິງ​ພຣະ​ເຢ​ຊູ​ຄຣິດ? ທ່ານ​ຮຽນ​ຮູ້​ຫຍັງ​ອີກ​ແດ່ ຈາກ​ວິ​ດີ​ໂອ “A Secure Anchor”? (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

ຂໍ້​ທີ 50 ກ່າວ​ເຖິງ “ຄວາມ​ຍິ່ງ​ໃຫຍ່​ຂອງ​ຫລັກ​ຖານ” ທີ່​ຊາວ​ເລ​ມັນ​ໄດ້​ຮັບ. ການ​ອ່ານ ຮີ​ລາ​ມັນ 5:12–52 ອາດ​ເຮັດ​ໃຫ້​ທ່ານ​ນຶກ​ເຖິງ​ຫລັກ​ຖານ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ທ່ານ. ຍົກ​ຕົວ​ຢ່າງ, ບາງ​ທີ “ສຽງ​ສື່ມ” ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ເສີມ​ສ້າງ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ຮີ​ລາ​ມັນ 5:30; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:66 ນຳ​ອີກ). ຫລື ບາງ​ທີ​ທ່ານ​ຍັງ​ຢູ່​ໃນ​ຄວາມ​ມືດ ແລະ ເອີ້ນ​ຫາ​ພຣະ​ເຈົ້າ​ເພື່ອ​ຂໍ​ໃຫ້​ມີ​ສັດ​ທາ​ຫລາຍ​ຂຶ້ນ (ເບິ່ງ ຮີ​ລາ​ມັນ 5:40–47). ປະ​ສົບ​ການ​ອື່ນ​ອີກ​ຢ່າງ​ໃດ​ແດ່​ທີ່​ໄດ້​ຊ່ວຍ​ໃຫ້​ທ່ານ​ສ້າງ​ຮາກ​ຖານ​ຂອງ​ທ່ານ​ຂຶ້ນ​ເທິງ​ພຣະ​ເຢ​ຊູ​ຄຣິດ?

ເບິ່ງ Russell M. Nelson, “The Temple and Your Spiritual Foundation,” Liahona, Nov. 2021, 93–96; Sean Douglas, “Facing Our Spiritual Hurricanes by Believing in Christ,” Liahona, Nov. 2021, 109–11; Gospel Topics, “Faith in Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ຮີ​ລາ​ມັນ 3:24, 33–34; 4:11–15

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢາກ​ໃຫ້​ເຮົາ​ຖ່ອມ​ຕົວ.

  • ໃຫ້​ພິ​ຈາ​ລະ​ນາ​ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ແຕ້ມ​ຮູບ “ວົງ​ຈອນ​ຂອງ​ຄວາມ​ທະ​ນົງ​ຕົວ,” ໃນ​ແບບ​ຂອງ​ຕົນ​ເອງ, ອີງ​ຕາມ​ແຜນ​ພາບ​ຢູ່​ຂ້າງ​ເທິງ. ແລ້ວ, ຂະ​ນະ​ທີ່​ພວກ​ທ່ານ​ອ່ານ ຮີ​ລາ​ມັນ 3:24, 33–34 ແລະ 4:11–15 ນຳ​ກັນ, ພວກ​ເຂົາ​ສາ​ມາດ​ຊີ້​ໄປ​ຍັງ​ສ່ວນ​ຕ່າງໆ​ຂອງ​ວົງ​ຈອນ​ທີ່​ຂໍ້​ເຫລົ່າ​ນີ້​ບັນ​ຍາຍ. ເຮົາ​ຈະ​ສາ​ມາດ​ເລືອກ​ທີ່​ຈະ​ຖ່ອມ​ຕົວ—ແລະ ຄົງ​ຢູ່​ແບບ​ນັ້ນ​ໄດ້​ແນວ​ໃດ?

ຮີ​ລາ​ມັນ 5:12

ເຮົາ​ຈະ​ສ້າງ​ຮາກ​ຖານ​ຂອງ​ເຮົາ​ເທິງ​ພຣະ​ເຢ​ຊູ​ຄຣິດ.

  • ໃຫ້​ຄິດ​ທີ່​ຈະ​ໃຊ້​ຮູບ​ພຣະ​ວິ​ຫານ​ເພື່ອ​ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ອາ​ຄານ​ທັງ​ຫລາຍ​ຈຶ່ງ​ຈຳ​ເປັນ​ຕ້ອງ​ມີ​ຮາກ​ຖານ​ທີ່​ແຂງ​ແຮງ. ຫລື ທ່ານ​ອາດ​ເບິ່ງ​ໄປ​ທີ່​ຮາກ​ຖານ​ຂອງ​ບ້ານ​ຂອງ​ທ່ານ ຫລື ຕຶກ​ໂບດ. ເພື່ອ​ເນັ້ນ​ເຖິງ​ຄວາມ​ແຂງ​ແຮງ​ຂອງ​ຮາກ​ຖານ​ຫີນ​ທີ່​ແຂງ​ແກ່ນ, ລູກໆ​ຂອງ​ທ່ານ​ສາ​ມາດ​ລອງ​ຍ້າຍ​ຫີນ​ກ້ອນ​ໜຶ່ງ ໂດຍ​ການ​ເປົ່າ​ມັນ. ຂະ​ນະ​ທີ່​ທ່ານ​ອ່ານ ຮີ​ລາ​ມັນ 5:12 ນຳ​ກັນ, ໃຫ້​ຖາມ​ລູກໆ​ຂອງ​ທ່ານ​ວ່າ ເປັນ​ຫຍັງ​ພຣະ​ເຢ​ຊູ​ຄຣິດ​ຈຶ່ງ​ເປັນ “ຮາກ​ຖານ​ທີ່​ແໜ້ນ​ໜາ” ສຳ​ລັບ​ຊີ​ວິດ​ຂອງ​ເຮົາ. ເຮົາ​ຈະ​ສາ​ມາດ​ສ້າງ​ຊີ​ວິດ​ເຮົາ​ໄວ້​ເທິງ​ພຣະ​ອົງ​ໄດ້​ແນວ​ໃດ? (ເບິ່ງ ຮີ​ລາ​ມັນ 3:27–29, 35 ແລະ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:4).

  • ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ສ້າງ​ຫໍ​ຄອຍ​ໂດຍ​ໃຊ້​ທ່ອນ​ໄມ້ ຫລື ວັດ​ສະ​ດຸ​ອື່ນໆ​ເທິງ​ຮາກ​ຖານ​ທີ່​ແຕກ​ຕ່າງ​ກັນ (ເຊັ່ນ ສຳ​ລີ ຫລື ກ້ອນ​ຫີນ​ແປ). ຮາກ​ຖານ​ທີ່​ແຂງ​ແກ່ນ ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ? ພວກ​ເຂົາ​ສາ​ມາດ​ຕື່ມ​ທ່ອນ​ໄມ້​ໃສ່​ໂຄງ​ສ້າງ​ນັ້ນ​ສຳ​ລັບ​ແຕ່​ລະ​ແນວ​ຄິດ​ທີ່​ພວກ​ເຂົາ​ແບ່ງ​ປັນ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ສາ​ມາດ​ເຮັດ​ໄດ້​ເພື່ອ​ຕິດ​ຕາມ​ພຣະ​ອົງ.

ຮີ​ລາ​ມັນ 5:21–52

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສື່ມ​ດ້ວຍ​ສຽງ​ອັນ​ແຜ່ວ​ເບົາ.

  • ສຽງ​ທີ່​ມີ​ບັນ​ຍາຍ​ໄວ້​ໃນ ຮີ​ລາ​ມັນ 5:29–30, 45–47 ສິດ​ສອນ​ເຮົາ​ເຖິງ​ວິ​ທີ​ດຽວ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເວົ້າ​ກັບ​ເຮົາ. ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ຄວາມ​ຈິງ​ນີ້, ໃຫ້​ຄິດ​ທີ່​ຈະ​ອ່ານ “ບົດ​ທີ 37: ນີ​ໄຟ ແລະ ລີ​ໄຮ ຢູ່​ໃນ​ຄຸກ” (ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 99–102). ເມື່ອ​ທ່ານ​ເວົ້າ​ກ່ຽວ​ກັບ​ສຽງ​ທີ່​ຜູ້​ຄົນ​ໄດ້​ຍິນ, ໃຫ້​ເວົ້າ​ດ້ວຍ​ສຽງ​ທີ່​ອ່ອນ​ໂຍນ. ເລົ່າ​ເລື່ອງ​ນີ້​ຄືນ​ປະ​ມານ​ສອງ​ສາມ​ເທື່ອ, ແລະ ເຊື້ອ​ເຊີນ​ໃຫ້​ລູກໆ​ເວົ້າ​ຄ່ອຍໆ​ກັບ​ທ່ານ. ຊ່ວຍ​ໃຫ້​ພວກ​ເຂົາ​ຄິດ​ເຖິງ​ວິ​ທີ​ອື່ນໆ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ເວົ້າ​ກັບ​ເຮົາ. ເພື່ອ​ທີ່​ຈະ​ເສີມ​ແຮງ​ໃຫ້​ກັບ​ຫລັກ​ທຳ​ນີ້, ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ “ພຣະ​ວິນ​ຍານ​ພຣະ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30) ນຳ​ກັນ.

ຮີ​ລາ​ມັນ 5:20–52

ການ​ກັບ​ໃຈ​ແທນ​ທີ່​ຄວາມ​ມືດ​ທາງ​ວິນ​ຍານ​ດ້ວຍ​ຄວາມ​ສະ​ຫວ່າງ.

  • ເພື່ອ​ທີ່​ຈະ​ເນັ້ນ​ເຖິງ​ສິ່ງ​ທີ່ ຮີ​ລາ​ມັນ 5:20–41 ສິດ​ສອນ​ກ່ຽວ​ກັບ​ຄວາມ​ມືດ ແລະ ຄວາມ​ສະ​ຫວ່າງ, ໃຫ້​ລອງ​ອ່ານ ຫລື ສະ​ຫລຸບ​ຂໍ້​ເຫລົ່າ​ນີ້​ໃນ​ຄວາມ​ມືດ, ໂດຍ​ໃຊ້​ພຽງ​ແຕ່​ໄຟ​ສາຍ​ເທົ່າ​ນັ້ນ​ເພື່ອ​ຄວາມ​ສະ​ຫວ່າງ. ລູກໆ​ຂອງ​ທ່ານ​ສາ​ມາດ​ຟັງ​ສິ່ງ​ທີ່​ຜູ້​ຄົນ​ຈຳ​ເປັນ​ຕ້ອງ​ເຮັດ ເພື່ອ​ວ່າ​ຄວາມ​ມືດ​ຈະ​ຖືກ​ກຳ​ຈັດ​ອອກ​ໄປ. ຈາກ​ນັ້ນ​ກໍ​ເປີດ​ໄຟ, ແລະ ອ່ານ ຂໍ້​ທີ 42–48 ນຳ​ກັນ. ຂໍ້​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ການ​ກັບ​ໃຈ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ນີ​ໄຟ ແລະ ລີ​ໄຮ ຢູ່​ໃນ​ຄຸກ

ເຖິງ​ແມ່ນ​ຈະ​ຢູ່​ໃນ​ຄຸກ, ນີ​ໄຟ ແລະ ລີ​ໄຮ​ກໍ​ໄດ້​ຮັບ​ການ​ປົກ​ປ້ອງ​ໂດຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ.

© The Book of Mormon for Young Readers [ພຣະ​ຄຳ​ພີ​ມໍ​ມອນ​ສຳ​ລັບ​ຜູ້​ອ່ານ​ທີ່​ອາ​ຍຸ​ນ້ອຍ], Nephi and Lehi Encircled by a Pillar of Fire [ນີ​ໄຟ ແລະ ລີ​ໄຮ ຖືກ​ລ້ອມ​ດ້ວຍ​ເລົາ​ໄຟ], ໂດຍ ບຣິ​ອາ​ນາ ຊໍ​ຄຣອບ; ຫ້າມ​ລອກ​ແບບ