​2010–2019
ການ​ດຶງ​ດູດ​ເອົາ​ພະລັງ​ຂອງ​ພຣະ​ເຢຊູ​ຄຣິດ ​ເຂົ້າມາສູ່ຊີວິດ​ຂອງ​ເຮົາ
ເດືອນ​ເມສາ 2017


ການ​ດຶງ​ດູດ​ເອົາ​ພະລັງ​ຂອງ​ພຣະ​ເຢຊູ​ຄຣິດ ​ເຂົ້າມາສູ່ຊີວິດ​ຂອງ​ເຮົາ

ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ເຕັມ​ໄປ​ດ້ວຍ​ພະລັງ​ຂອງ​ພຣະອົງ, ຊຶ່ງ​ມີ​ໃຫ້​ທິດາ ​ແລະ ບຸດ​ຂອງ​ພຣະ​ເຈົ້າທຸກ​ຄົນ​ ທີ່​ສະ​ແຫວ​ງຫາ​ມັນ​ຢ່າງ​ພາກ​ພຽນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ​ເຮົາ​ມີ​ຊີວິດ​ຢູ່​ໃນ​ຍຸກ​ສະ​ໄໝ​ທີ່​ຫຍຸ້ງຍາກ​ຫລາຍ. ການ​ທ້າ​ທາຍ, ການ​ໂຕ້​ຖຽງ, ​ແລະ ຄວາມ​ສັບສົນ ມີ​ຢູ່​ອ້ອມ​ຮອບ​ເຮົາ. ວັນ​ເວລາ​ທີ່​ປັ່ນ​ປ່ວນ​ເຫລົ່າ​ນີ້ ​ໄດ້​ຖືກ​ບອກ​ໄວ້​ລ່ວງ​ໜ້າ​ແລ້ວ ​ໂດຍພຣະຜູ້​ຊ່ວຍ​ໃຫ້​ລອດ​. ພຣະອົງໄດ້​ເຕືອນ​ເຮົາ​ວ່າ ​ໃນ​ວັນ​ເວລາ​ຂອງ​ເຮົາ, ຜູ້​ປໍ​ລະ​ປັກຈະຍຸຍົງ​​ໃຈ​ຂອງ​ມະນຸດ​ໃຫ້​ໂມ​ໂຫ ​ແລະ ພາ​ໃຫ້​ຫລົງ​ທາງ​ໄປ.1 ​ແຕ່​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ບໍ່​ເຄີຍ​ຄາດ​ຫວັງ​ໃຫ້​ເຮົາ ປະ​ເຊີນ​ກັບ​ບັນຫາ​ສ່ວນ​ຕົວ ​ແລະ ບັນຫາ​ໃນ​ສັງຄົມ ດ້ວຍ​ຕົວ​ຄົນ​ດຽວ.

ພຣະ​ເຈົ້າຮັກ​​ໂລກ​ຫລາຍ​ທີ່​ສຸດ ຈົນ​ວ່າ​ພຣະອົງ​ໄດ້​ສົ່ງ​ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດຂອງ​ພຣະອົງ​ມາ2 ​ເພື່ອ​ຊ່ວຍ​ເຫລືອ​ເຮົາ.3 ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ​ໄດ້​ມອບ​ຊີວິດ​ຂອງ​ພຣະອົງ​ເພື່ອ​ເຮົາ. ທັງ​ໝົດ​ນີ້ ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ໄດ້​ຮັບພະລັງ​ຂອງ​ພຣະ​ເຈົ້າ—ທີ່​ພຽງພໍ​ສຳລັບ​ການ​ປະ​ເຊີນ​ກັບພາລະ, ສິ່ງ​ກີດ​ກັນ, ​ແລະ ການ​ລໍ້​ລວງ ​​ໃນ​ວັນ​ເວລາ​ຂອງ​ເຮົາ.4 ມື້​ນີ້ ຂ້າພະ​ເຈົ້າຢາກ​ກ່າວ​ກ່ຽວ​ກັບ ວິທີ ທີ່​ເຮົາ​​ສາມາດ​​ດຶງ​ດູດເອົາພະລັງ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະອາຈານ, ພຣະ​ເຢຊູ​ຄຣິດ ​ເຂົ້າມາສູ່​ຊີວິດ​ຂອງ​ເຮົາ.

​ເຮົາ​ເລີ່ມຕົ້ນ​ໂດຍ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພຣະອົງ.5 “ເປັນ​ໄປ​ບໍ່​ໄດ້​ທີ່ [​ເຮົາ] ຈະ​ລອດ​ໃນ​ຄວາມ​ໂງ່​ຈ້າ.”6 ​ເມື່ອ​ເຮົາ​ຮູ້​ກ່ຽວ​ກັບ​ການ​ປະຕິບັດ​ສາດສະໜາ​ກິດ ​ແລະ ພາລະກິດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນເທົ່າ​ໃດ7—​​ເມື່ອເຮົາ​ເຂົ້າ​ໃຈ​ຄຳ​ສອນ​ຂອງ​ພຣະອົງ8 ​ແລະ ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ເພື່ອ​ເຮົາ ຫລາຍ​ຂຶ້ນ​ເທົ່າ​​ໃດ—​ເຮົາ​ຈະຮູ້​ວ່າ ພຣະອົງສາ​ມາດ​ປະທານ​ພະລັງ​ທີ່​ເຮົາ​ຕ້ອງການ​ສຳລັບ​ຊີວິດ​ຂອງ​ເຮົາ ຫລາຍ​ຂຶ້ນ​ເທົ່າ​ນັ້ນ.

​ໃນຕົ້ນປີ​ນີ້, ຂ້າພະ​ເຈົ້າ​ໄດ້​ຂໍ​ໃຫ້​ຜູ້​ໃຫຍ່​ໂສດ​ຂອງ​ສາດສະໜາ​ຈັກ ​ອຸທິດ​ຖວາຍ​ເວລາ ​ໃນ​ແຕ່​ລະອາ​ທິດ ​ເພື່ອ​ສຶກສາ ທຸກ​ສິ່ງ ທີ່​ພຣະ​ເຢຊູ​ໄດ້​ກ່າວ ​ແລະ ​ໄດ້​ກະທຳ ດັ່ງ​ທີ່​ມີ​ບັນທຶກ​ໄວ້ ຢູ່​ໃນ​ໜັງສື​ມາດຕະຖານ.9 ຂ້າພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ເຂົາ​ເຈົ້າ ​​ເຮັດ​ໃຫ້​ຂໍ້​ອ້າງ​ອີງ​ພຣະຄຳ​ພີ ກ່ຽວ​ກັບ​ພຣະ​ເຢຊູ​ຄຣິດ ຢູ່​ໃນ Topical Guide ກາຍ​ເປັນ​ຫລັກສູດ​ສຳຄັນ​ຂອງ​ເຂົາ​ເຈົ້າ.10

ຂ້າພະ​ເຈົ້າ​ໄດ້​ທ້າ​ທາຍ​ເຂົາ​ເຈົ້າ​ໃຫ້​ເຮັດ​ແນວ​ນັ້ນ ​ເພາະວ່າ ຂ້າພະ​ເຈົ້າ​ກໍ​ໄດ້​ເຮັດ​ຄື​ກັນ. ຂ້າພະ​ເຈົ້າ​ໄດ້​ອ່ານ ​ແລະ ​ຂີດ​ກ້ອງ ທຸກ​ຂໍ້ ​ທີ່​ກ່າວ​ກ່ຽວ​ກັບ​ພຣະ​ເຢຊູ​ຄຣິດ, ດັ່ງ​ທີ່​ມີ​ຢູ່​ໃນ ຫົວ​ຂໍ້​​ໃຫຍ່ ​ແລະ ຫົວຂໍ້ຫຍ່ອຍ ​57 ຫົວ​ຂໍ້ ຢູ່​ໃນ Topical Guide.11 ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ສຳ​ເລັດ​ການ​ສຶກສາ​ທີ່ໜ້າ​ຕື່ນ​​ເຕັ້ນນັ້ນ​ແລ້ວ, ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ ​ໄດ້​ຖາມ​ຂ້າພະ​ເຈົ້າວ່າ ມັນ​ມີ​ຄວາມ​ໝາຍ​​ແນວ​ໃດ​ຕໍ່​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ບອກ​ນາງ​ວ່າ, “ຂ້າພະ​ເຈົ້າກາຍ​ເປັນ​ຄົນ​​ໃໝ່!”

ຂ້າພະ​ເຈົ້າຮູ້ສຶກ​ມີ​ຄວາມ​ອຸທິດຕົນ​ຕໍ່​ພຣະອົງ​ຄືນ​ໃໝ່ ຂະນະ​ທີ່​ຂ້າພະ​ເຈົ້າອ່ານ​ພຣະຄຳ​ພີ​ມໍ​ມອນ​ຄືນ​ອີກ ກ່ຽວ​ກັບ​ຕອນ​ທີ່​ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ເອງ ກ່ຽວ​ກັບພາລະກິດ​ຂອງ​ພຣະອົງ ​ຢູ່​ໃນ​ຊ່ວງ​ມະຕະ. ພຣະອົງ​ໄດ້​ກ່າວ​ວ່າ:

“ເຮົາ​ໄດ້​ມາ​ເກີດ​ໃນ​ໂລກ​ ເພື່ອກະທຳ​ຕາມ​ພຣະປະສົງ​ຂອງ​ພຣະບິດາ​ຂອງ​ເຮົາ, ​ເພາະວ່າ​ພຣະບິດາ​ຂອງ​ເຮົາ​ໄດ້​ສົ່ງ​ເຮົາ​ມາ.

“ແລະ ພຣະບິດາ​ຂອງ​ເຮົາ​ໄດ້​ສົ່ງ​ເຮົາ​ມາ ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ.”12

ໂດຍທີ່​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ​ເຮົາ​ກ່າວ​ເຖິງ​ພາລະກິດ​ຂອງ​ພຣະອົງ​ວ່າ ​ເປັນ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ, ຊຶ່ງ​ເຮັດ​ໃຫ້ການ​ຟື້ນ​ຄືນ​ຊີວິດ​ເກີດ​ເປັນ​ຈິງ ສຳລັບ​ທຸກ​ຄົນ ​ແລະ ​ເຮັດ​ໃຫ້​ຊີວິດ​ນິລັນດອນ ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ກັບ​ໃຈ​ຈາກ​ບາບ​ຂອງ​ຕົນ ​ແລະ ຮັບ​ເອົາ ​ແລະ ຮັກສາ​ພິທີການ ​ແລະ ພັນທະ​ສັນຍາ​ທີ່​ຈຳ​ເປັນ.

ມັນ​ເປັນ​ການ​ກ່າວ​ຄຳ​ສອນ​ແບບ​ບໍ່​ຈົບ ​ຖ້າ​ເຮົາກ່າວ​ເຖິງ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແບບ​ສັ້ນໆ​ວ່າ “ການ​ຊົດ​ໃຊ້,” ຫລື “ພະລັງ​ທີ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ຂອງ​ການ​ຊົດ​ໃຊ້,” ຫລື “ການ​ນຳ​ໃຊ້​ການ​ຊົດ​ໃຊ້,” ຫລື “ການ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ໂດຍ​ການ​ຊົດ​ໃຊ້.” ຄຳ​ເວົ້າ​ເຫລົ່າ​ນີ້ ຈະກໍ່​ໃຫ້​ເກີດ​ການ​ຊີ້​ນຳ​ສັດທາ​ໄປ​ໃນ​ທາງ​ຜິດ ​ໂດຍ​ການ​ຖືວ່າ ການ​ຊົດ​ໃຊ້ ​​ເປັນ​ຄື​ກັບ ສິ່ງ ​ທີ່​ມີ​ຊີວິດ​ ​ແລະ ມີ​ຄວາມ​ສາມາດ ທີ່​ບໍ່​ເພິ່ງ​ອາ​ໄສ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ.

ພາຍ​ໃຕ້​ແຜນ​ນິລັນດອນ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະບິດາ, ​ມັນແມ່ນ​ພຣະຜູ້​ຊ່ວຍ​ໃຫ້​ລອດ ທີ່ໄດ້​ຮັບ​ທຸກທໍລະມານ. ​ມັນແມ່ນ​ພຣະຜູ້​ຊ່ວຍ​ໃຫ້​ລອດ ທີ່ໄດ້​ເຮັດ​ໃຫ້​ສາຍ​ຫັດ​​ແຫ່ງ​ຄວາມ​ຕາຍຂາດ​ອອກ. ມັນ​ແມ່ນ​ພຣະຜູ້​ຊ່ວຍ​ໃຫ້​ລອດ ທີ່ໄດ້​ຈ່າຍ​ແທນ​ບາບ​ ​ແລະ ການ​ລ່ວງ​ລະ​ເມີດຂອງ​ເຮົາ ​​ແລະ ລຶບ​ມັນ​ອອກ ​ໃນ​ເງື່ອນ​​ໄຂ​ຂອງ​ການ​ກັບ​ໃຈ. ​ມັນແມ່ນ​ພຣະຜູ້​ຊ່ວຍ​ໃຫ້​ລອດ ທີ່ປົດ​ປ່ອຍ​ເຮົາ​ຈາກ​ຄວາມ​ຕາຍ​ທາງ​ຮ່າງກາຍ ​ແລະ ທາງ​ວິນ​ຍານ.

ບໍ່​ມີ​ຮູບ​ຮ່າງ​ໃດ ທີ່​ເອີ້ນ​ວ່າ “ການ​ຊົດ​ໃຊ້” ຊຶ່ງ​ເຮົາ​ສາມາດ​ເອີ້ນ​ຫາ ​ເພື່ອ​ໃຫ້​ຊ່ວຍ​ເຫລືອ, ປິ່ນປົວ, ​ໃຫ້​ອະ​ໄພ, ຫລື ​ໃຫ້​ພະລັງ. ພຣະ​ເຢຊູ​ຄຣິດ ​ເປັນ​ແຫ​ລ່ງດັ່ງກ່າວ. ຄຳ​ສັບ​ທີ່​ສັກສິດ ດັ່ງ​ເຊັ່ນ ການ​ຊົດ​ໃຊ້ ​ແລະ ການ​ຟື້ນ​ຄືນ​ພຣະຊົນ ບັນຍາຍ​ເຖິງ​ສິ່ງ​ທີ່​ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະທຳ ຕາມ​​ແຜນ​ຂອງ​ພຣະບິດາ, ​ເພື່ອ​ວ່າ​ເຮົາ​ຈະ​ມີ​ຊີວິດ​ຢູ່​ດ້ວຍ​ຄວາມ​ຫວັງ ​ໃນ​ຊີວິດ​ນີ້ ​ແລະ ​ໄດ້​ຮັບ​ຊີວິດ​ນິລັນດອນ ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ. ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ—ການ​ກະທຳ​ທີ່​ສຳຄັນ​ທີ່​ສຸດ ​ໃນ​ປະຫວັດສາດ​ຂອງ​ມວນ​ມະນຸດ—​ແມ່ນ​ເຂົ້າ​ໃຈ​ ​ແລະ ຮູ້​ບຸນຄຸນ​ໄດ້​ດີ​ທີ່​ສຸດ ​ເມື່ອ​ເຮົາ​ພົວພັນມັນ​ໃສ່​ກັບ​ພຣະອົງ​ໂດຍ​ສະ​​ເພາະ ​ແລະ ຢ່າງ​ແຈ່ມ​ແຈ້ງ.

ພາລະກິດ​ທີ່​ສຳຄັນ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ຖືກ​ກ່າວເນັ້ນໜັກ​ໂດຍ​ສາດສະດາ​ໂຈ​ເຊັບ ສະ​ມິດ, ຜູ້​ໄດ້​ປະກາດ​ຢ່າງ​ໜັກ​ແໜ້ນ​ວ່າ​ “ຫລັກ​ທຳ​ພື້ນຖານ​ຂອງ​ສາດສະໜາ​​ຂອງ​ເຮົາ​ຄື ປະຈັກ​ພະຍານ​ຂອງ​ອັກຄະ​ສາວົກ ​ແລະ ສາດສະດາ, ກ່ຽວ​ກັບ​ພຣະ​ເຢຊູ​ຄຣິດ, ວ່າ​ພຣະອົງ​ໄດ້​ສິ້ນ​ພຣະຊົນ, ​ໄດ້​ຖືກ​ຝັງ, ​ແລະ ​ໄດ້​ຟື້ນ​ພຣະຊົນ​ໃນ​ມື້​ທີ​ສາມ, ​ແລະ ​ໄດ້​ສະ​ເດັດຂຶ້ນສູ່​ສະຫວັນ; ​ແລະ ​ເລື່ອງ​ອື່ນ​ທັງ​ໝົດ​ທີ່​ກ່ຽວຂ້ອງ​ກັບ​ສາດສະໜາ​ຂອງ​​ເຮົາ ລ້ວນ​ເປັນ​ພຽງ​ແຕ່​ສ່ວນ​ປະກອບ​ຂອງ​ເລື່ອງ​ດັ່ງກ່າວ.”13

ມັນ​ແມ່ນ​ຂໍ້ຄວາມ​ນີ້​ແຫລະ ຂອງ​ສາດສະດາ ທີ່​ດົນ​ໃຈ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ 15 ຄົນ ​ໃຫ້​ລະ​ບຸ ​ແລະ ​ເຊັນ ປະຈັກ​ພະຍານ​ຂອງ​ພວກ​ເພິ່ນ ​ເພື່ອ​ເປັນ​ອະນຸສອນໃຫ້​ແກ່ ວັນ​​ເກີດ ຄົບຮອບ​ 2,000 ປີ ຂອງ​ພຣະຜູ້​ເປັນ​ເຈົ້າ. ປະຈັກ​ພະຍານ​ແຫ່ງ​ປະຫວັດສາດ​ນີ້ ມີ​ຫົວ​ຂໍ້​ວ່າ “ພຣະຄຣິດທີ່​ຊົງ​ພຣະຊົນ.”14 ສະມາຊິກ​ຈຳນວນ​ຫລວງຫລາຍ ​ໄດ້​ທ່ອງ​ຈຳຄວາມ​ຈິງ​ໃນ​ນັ້ນ. ບາງ​ຄົນ​ກໍ​ບໍ່​ຮູ້​ຊ້ຳວ່າ ມັນ​ມີ​ຢູ່. ​ເມື່ອ​ທ່ານ​ສະ​ແຫວ​ງຫາ​ທີ່ຈະ​ຮຽນ​ຮູ້​ຫລາຍ​ຂຶ້ນ ກ່ຽວ​ກັບ​ພຣະ​ເຢຊູ​ຄຣິດ, ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ ​ໃຫ້​ສຶກສາ “ພຣະຄຣິດທີ່​ຊົງ​ພຣະຊົນ.”

​ເມື່ອ​ເຮົາ​ໃຊ້​ເວລາ​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ, ​ເຮົາ​ຈະ​ຄິດ​ຢາກ​ມີ​ສ່ວນ​ຮ່ວມ​​ໃນ​ການ​ຮຽນ​ຮູ້​ຢ່າງ​ອື່ນ​ອີກ ທີ່​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ພະລັງ​ຂອງ​ພຣະອົງ. ​ເຮົາ​ຈະ​ເລືອກ​ມີ​ສັດທາ​ໃນ​ພຣະອົງ ​ແລະ ຕິດຕາມ​ພຣະອົງ.

ສານຸສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ ເຕັມ​ໃຈ​ທີ່​ຈະ​ຢືນ​ຂຶ້ນ, ກ້າເວົ້າ, ​ແລະ ​ແຕກ​ຕ່າງ​ຈາກ​ຄົນ​ອື່ນ ຂອງ​ໂລກ. ​ເຂົາ​ເຈົ້າ​ຈະ​ບໍ່​ຫວາດ​ຫວັ່ນ, ອຸທິດ​ຕົນ, ​ແລະ ກ້າຫານ. ຂ້າພະ​ເຈົ້າ​ໄດ້​ຮູ້ຈັກ​ສານຸສິດ​ເຊັ່ນ​ນັ້ນ ​ໃນ​ລະ​ຫວ່າງ​ການ​ໄປ​ເຮັດ​ໜ້າ​ທີ່​ມອບ​ໝາຍ​ຂອງ​ຂ້າພະ​ເຈົ້າ ຢູ່​ປະ​ເທດ​​ແມັກ​ຊິ​ໂກ, ຕອນ​ຂ້າພະ​ເຈົ້າ​ໄປ​ພົບ​ກັບ​ເຈົ້າໜ້າ​ທີ່​ຝ່າຍ​ລັດຖະບານ, ຕະຫລອດ​ທັງ ຜູ້ນຳ​ສາດສະໜາ​ຕ່າງໆ. ​ແຕ່ລະຄົນ​ໄດ້​ຂອບ​ໃຈ​ຂ້າພະ​ເຈົ້າ ສຳລັບ​ຄວາມ​ກ້າຫານ​ຂອງສະມາຊິກ​ພວກ​ເຮົາ ​ແລະ ສຳລັບ​ຜົນງານ​ທີ່​ດີ​ເລີດ ​ແລະ ການ​ຮັກສາ​ການ​ແຕ່ງງານ ​ແລະ ຄອບຄົວ ​ຢູ່ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ບໍ່​ມີ​ສິ່ງ​ໃດ​ທີ່​ງ່າຍ ຫລື ອັດຕະ​ໂນ​ມັດ ກ່ຽວ​ກັບ​ການ​ກາຍ​ເປັນ​ສານຸສິດ​ທີ່​ມີ​ພະລັງ​ເຊັ່ນນີ້. ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ຕ້ອງ​ຍຶດໝັ້ນຢູ່​ທີ່​ພຣະຜູ້ຊ່ວຍ​ໃຫ້​ລອດ ​ແລະ ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ. ມັນ​ຮຽກຮ້ອງ​ຄວາມ​ພະຍາຍາມທາງ​ຈິດ​ໃຈ ​ໃນ​ການຈົດ​ຈໍ່​ຢູ່​ທີ່​ພຣະອົງ ​ໃນ ທຸກ ​ຄວາມ​ຄິດ.15 ​ແຕ່​ເມື່ອ​ເຮົາ​ເຮັດ​ເຊັ່ນນັ້ນ, ຄວາມສົງ​ໄສ ​ແລະ ຄວາມ​ຢ້ານ​ກົວ​ຂອງ​ເຮົາ ຈະ​ຜ່າຍໜີ​ໄປ.16

​ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ເຖິງ​ຄວາມ​ກ້າຫານ​ຂອງ​ຍິງ​ໜຸ່ມຄົນໜຶ່ງ ​ໃນ​ຊັ້ນ ກຸນ​ລະສະ​ຕີ. ນາງ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ຮ່ວມ​ການ​ແຂ່ງຂັນ​ລະດັບ​ລັດ ສຳລັບ​ໂຮງຮຽນ​ມັດທະຍົມ​ຂອງ​ນາງ ​ໃນ​ຄ່ຳ​ຄືນ​ດຽວ​ກັນນັ້ນ ທີ່ນາງ​ໄດ້​ສັນຍາ​ວ່າ ຈະ​​ໄປ​ຮ່ວມ​ການ​ປະຊຸມ​ຂອງ​ສະມາຄົມ​ສະຕີ​ສົງ​ເຄາະ​ປະຈຳ​ສະ​ເຕກ. ​ເມື່ອ​ນາງ​ຮູ້​ເຖິງ​ກິດຈະກຳ​ທີ່​ຕິດ​ຂັດ​ກັນ ​ແລະ ກໍ​ໄດ້​ອະທິບາຍ​ໃຫ້​​ເຈົ້າໜ້າ​ທີ່​ຂອງ​ການ​ແຂ່ງຂັນ​ໃຫ້​ຊາບ​ແລ້ວ ວ່າ​ນາງ​ຕ້ອງ​ໄດ້​ອອກ​ຈາກ​ບ່ອນ​ແຂ່ງຂັນ​ໄວ ​ເພື່ອ​ໄປ​ຮ່ວມ​ການ​ປະຊຸມ​ທີ່​ສຳຄັນ, ​ແລ້ວ​ນາງ​ໄດ້​ຖືກ​ບອກ​ວ່າ ນາງ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ການ​ແຂ່ງຂັນ ຖ້າ​ນາງ​ກັບ​ໄວ.

ກຸນ​ລະສະ​ຕີ ຜູ້​ນີ້​​ໄດ້​ເຮັດ​ສິ່ງ​ໃດ? ນາງ​ໄດ້​ຮັກສາ​ຄຳ​ສັນຍາ​ທີ່ວ່າ ຈະ​ໄປ​ຮ່ວມ​ການ​ປະຊຸມ​ສະຕີ​ສົງ​ເຄາະ. ​ຕາມ​ທີ່​ສັນຍາ, ນາງ​ໄດ້​ຖືກ​ຕັດ​ອອກ​ຈາກ​ການ​ແຂ່ງຂັນ​ລະດັບ​ລັດ. ​ເມື່ອ​ນາງ​ຖືກ​ຖາມ​ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ​ນາງ, ນາງ​ໄດ້​ຕອບ​ພຽງ​ວ່າ, “ສາດສະໜາ​ຈັກ​ສຳຄັນ​ກວ່າ, ບໍ່​ແມ່ນ​ບໍ?”

ສັດທາ​ໃນ​ພຣະ​ເຢຊູ​ຄຣິດກະ​ຕຸ້ນ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ເຮົາ​ອາດ​ບໍ່​ເຮັດ​ດ້ວຍ​ຕົວ​ເອງ. ສັດທາ​ທີ່​ຊັກ​ຊວນເຮົາ​ໃຫ້​ລົງມື​ປະຕິບັດ ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ພະລັງ​ຂອງ​ພຣະອົງ.

ເຮົາ​ຈະ​ເພີ່ມ​ພະລັງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໃນ​ຊີວິດ​ຂອງ​ເຮົາ​ນຳ​ອີກ ​ເມື່ອ​ເຮົາ​ເຮັດ​ພັນທະ​ສັນຍາ​ທີ່​ສັກສິດ ​ແລະ ຮັກສາ​ພັນທະ​ສັນຍາ​ເຫລົ່ານັ້ນ ດ້ວຍ​ຄວາມ​ຊັດ​ເຈນ. ພັນທະ​ສັນຍາ​ຂອງ​ເຮົາ​ ຜູກ​ມັດ​ເຮົາ​ໄວ້​ກັບ​ພຣະອົງ ​ແລະ ມອບ​ພະລັງ​ແຫ່ງ​ຄວາມ​ເປັນ​ພຣະ​ເຈົ້າ​ໃຫ້​ແກ່​ເຮົາ. ​​ໃນການ​ເປັນ​ສານຸສິດ​ທີ່​ຊື່ສັດ​, ​ເຮົາ​ກັບ​ໃຈ ​ແລະ ​ຕິດຕາມ​ພຣະອົງ​ລົງ​ໃນ​​ນ້ຳ​ແຫ່ງ​ການ​ບັບຕິ​ສະມາ. ​ເຮົາ​​ເດີນ​ໄປ​ໃນ​ທາງ​ເສັ້ນ​ແຫ່ງ​ພັນທະ​ສັນຍາ ​ເພື່ອ​ຮັບ​ເອົາ​ພິທີການ​ອື່ນໆ​ທີ່​ຈຳ​ເປັນ.17 ​ແລະ ດ້ວຍ​ພຣະຄຸນ, ​ແຜນ​ຂອງ​ພຣະ​ເຈົ້າ ​ແມ່ນ​ສຳລັບ​ພອນ​ເຫລົ່ານັ້ນ ຈະ​ຖືກ​ມອບ​ໃຫ້​ແກ່​ບັນພະບຸລຸດ ຜູ້​ໄດ້​ລ່ວງ​ລັບ​ໄປ​ແລ້ວ ປາດ​ສະ​ຈາກ​ໂອກາດ​ທີ່​ຈະ​ຮັບ​ເອົາ​ພິທີການ ​ໃນ​ຊ່ວງຊີວິດ​ມະຕະ​ຂອງ​ເຂົາ.18

ຊາຍ​ ​ແລະ ຍິງ ຜູ້​ຮັກສາພັນທະ​ສັນຍາ ຈະ​ຊອກ​ຫາ​ທາງ ທີ່​ຈະ​ຮັກສາ​ຕົວ​ເອງຈາກ​ຄວາມ​ດ່າງ​ພອຍ​ຂອງ​ໂລກ ​ເພື່ອ​ວ່າ ຈະ​ບໍ່​ມີ​ສິ່ງ​ໃດ​ກີດ​ກັນ​ເຂົາ​ເຈົ້າ​ໄດ້ ຈາກ​ການ​ໄດ້​ຮັບພະລັງ​ຂອງພຣະຜູ້​ຊ່ວຍ​ໃຫ້​ລອດ. ​ເມື່ອ​ບໍ່​ດົນ​ມາ​ນີ້ ​ພັນ​ລະ​ຍາ ​ແລະ ​ແມ່ ທີ່​ຊື່ສັດ​ຄົນ​ໜຶ່ງ ​ໄດ້​ຂຽນ​ມາ​ວ່າ​: “ຕອນ​ນີ້​ເປັນ​ເວລາ​ທີ່​ຫຍຸ້ງຍາກ ​ແລະ ອັນຕະລາຍ​ຫລາຍ.​ ​ພວກເຮົາ​ໄດ້​ຮັບ​ພອນ​ຫລາຍ ທີ່​ມີ​ຄວາມ​ຮູ້​ເພີ່ມ​ເຕີມ​​ເຖິງ​ແຜນ​ແຫ່ງ​ຄວາມ​ລອດ ​ແລະ ​ໄດ້​ຮັບ​ການ​ນຳພາ​ທີ່​ດົນ​ໃຈ ຈາກ​ສາດສະດາ​, ອັກຄະ​ສາວົກ, ​ແລະ ຜູ້ນຳ ທີ່​ຮັກ​ແພງ ​​ເພື່ອຊ່ວຍ​ພວກເຮົາ​ເດີນ​ຜ່ານ​ຜ່າ​ມໍ​ລະ​ສຸມ​ໄປ​ໄດ້ ຢ່າງ​ປອດ​ໄພ. ​ພວກ​ເຮົາ​ໄດ້​ຢຸດ​ນິ​ໄສ​ເປີດ​ວິດ​ທະ​ຍຸ ຟັງ​ເພງ​ໃນ​ຕອນ​ເຊົ້າ. ​ແຕ່​​ແທນ​ນັ້ນ ພວກ​ເຮົາ​ໄດ້​ຟັງ​ກອງ​ປະຊຸມ​ໃຫຍ່​ສາມັນ​ໃນ​ມື​ຖືທຸກ​ເຊົ້າ ​ໃນ​ຂະນະ​ທີ່​ພວກ​ເຮົາ​ຕຽມ​ສຳລັບ​ອີກ​ມື້ໜຶ່ງ.”

ຢ່າງ​ໜຶ່ງ​ອີກ​ທີ່​ຊ່ວຍດຶງ​ດູດ​ເອົາພະລັງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແມ່ນ​ການ​ຢື້​ຂຶ້ນຫາ​ພຣະອົງ​ໃນ​ສັດທາ. ການ​ຢື້ຂຶ້ນດັ່ງກ່າວ ຮຽກຮ້ອງ​ຄວາມ​ພາກ​ພຽນ ​ແລະ ຄວາມ​ຕັ້ງ​ໃຈ.

ຮູບ​ພາບ
ຜູ້ຍິງ​ທີ່​ບາຍ​ເຄື່ອງນຸ່ງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ

ທ່ານ​ຈື່​ເລື່ອງ​ລາວຢູ່​ໃນ​ພຣະຄຳ​ພີ​ໄດ້​ບໍ ກ່ຽວກັບຜູ້ຍິງ​ທີ່​ເປັນ​ພະຍາດ​ເລືອດ​ຕົກ ​ເປັນ​ເວລາ 12 ປີ ຊຶ່ງ​ເປັນ​ບັນຫາ​ທີ່​ເຮັດ​ໃຫ້​ອ່ອນ​ເພຍ?19 ນາງ​ມີ​ສັດທາ​ອັນ​ແຮງ​ກ້າ​ໃນ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ​ໄດ້ຄິດ​ໃນ​ໃຈວ່າ, “ຖ້າ​ເຮົາ​ໄດ້​ບາຍ​ພຽງ​ແຕ່​ເຄື່ອງ​ນຸ່ງ​ຂອງ​ເພິ່ນ​ເທົ່າ​ນັ້ນ, ​ເຮົາ​ກໍ​ຈະ​ດີ​ພະຍາດ.”20

ຜູ້ຍິງ​ທີ່​ຊື່ສັດ ​ແລະ ຕັ້ງ​ໃຈ ຄົນ​ນີ້ ຕ້ອງ​ໄດ້​ຢື້​ມື​ອອກ​ໄປ​ຈົນ​ສຸດ​ຄວາມ​ສາມາດ ​ເພື່ອ​ຈະ​ໄດ້​ຮັບ​ພະລັງ​ຂອງ​ພຣະອົງ. ການ​ຢື້​ທາງ​ຮ່າງກາຍ​ຂອງ​ນາງ ​ເປັນ​ສັນ​ຍາ​ລັກ​​ຂອງ​ການ​ຢື້​ທາງ​ວິນຍານ​ຂອງ​ນາງ.

ຫລາຍ​ຄົນ​ໃນ​ພວກ​ເຮົາ​ໄດ້​ຮ້ອງ​ອອກ​ມາ​ຈາກ​ສ່ວນ​ເລິກ​ຂອງ​ໃຈ, ​ໃນຖ້ອຍ​ຄຳ​ອີກ​ຢ່າງ​ໜຶ່ງ​ຂອງ​ຜູ້ຍິງ​ຄົນ​ນີ້ ທີ່​ວ່າ: “ຖ້າ​ຫາກ​ພຽງ​ແຕ່​​ເຮົາຢື້​ໃຫ້​ໄກ​ພໍທາງ​ວິນ​ຍານ​ ​ເພື່ອ​ດຶງ​ດູດ​ເອົາ​ພະລັງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ເຂົ້າມາສູ່ຊີວິດ​ຂອງ​ເຮົາ, ​ແລ້ວ​​ເຮົາ​ຈະ​ຮູ້ຈັກ​ວິທີ​ທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ສະພາບ​ການ​ອັນ​ເຈັບ​ປວດ​ໃຈ​ຂອງ​​ເຮົາ​ໄດ້. ​ເຮົາ​ຄົງ​ຈະ​ຮູ້​ວ່າ ​ເຮົາຄວນ​ເຮັດ​ສິ່ງ​ໃດ. ​ແລະ ​ເຮົາຈະ​ມີ​ພະລັງ​ທີ່​ຈະ​ເຮັດ​ມັນ​ໄດ້.”

​ເມື່ອ​ທ່ານ​ຢື້​ຂຶ້​ນ​ຫາ​ພະລັງ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໃນ​ຊີວິດ​ຂອງ​ທ່ານ ດ້ວຍ​ຄວາມ​ຕັ້ງ​ໃຈ​ດຽວ​ກັນ​ນີ້ ຄື​ກັນ​ກັບ​ຄົນ​ທີ່​ກຳລັງ​ຈະຈົມ​ນ້ຳ ທີ່ຢື້​ຂຶ້ນ​ເພື່ອ​ຫາຍ​ໃຈ, ພະລັງ​ຈາກ​ພຣະ​ເຢຊູ​ຄຣິດ ຈະ​ເປັນ​ຂອງ​ທ່ານ. ​ເມື່ອ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຮູ້​ວ່າ ທ່ານ​ຢາກ​ຢື້​ຂຶ້ນຫາ​ພຣະອົງ​ແທ້ໆ—​ເມື່ອ​ພຣະອົງ​ຮູ້ສຶກ​ວ່າ ຄວາມ​ປາດ​ຖະໜາ​ອັນ​ແທ້​ຈິງ​​ແຫ່ງໃຈ​ຂອງທ່ານ ​ແມ່ນ​ທີ່​ຈະ​ດຶງ​ດູດເອົາ​ພະລັງ​ຂອງ​ພຣະອົງ ​​ເຂົ້າມາສູ່​ຊີວິດ​ຂອງ​ທ່ານ—​ແລ້ວ ທ່ານ​ຈະ​ຖືກ​ນຳພາ​ໄປ ​ໂດຍ​ພຣະວິນ​ຍານ ​ເພື່ອ​ໃຫ້​ຮູ້​ຄັກ​ແນ່ ​ເຖິງ​ສິ່ງ​ທີ່​ທ່ານ​ຄວນ​ເຮັດ.21

​ເມື່ອ​ການ​ຢື້​ທາງ​ວິນ​ຍານ​ຂອງ​ທ່ານ ອອກ​ໄປ​ໄກ​ກວ່າ​ທີ່​ທ່ານ​ເຄີຍ​ເຮັດ​ຜ່ານ​ມາ, ​ແລ້ວ​ພະລັງ​ຂອງ​ພຣະອົງ​ຈະ​ໄຫລ​ມາສູ່​ທ່ານ.22 ​ແລະ ​ແລ້ວ​ທ່ານ​ຈະ​ເຂົ້າ​ໃຈ​ຢ່າງ​ເລິກ​ຊຶ້ງ ​ເຖິງ​ຄວາມໝາຍ​ຂອງ​ຄຳ ທີ່​ເຮົາ​ຮ້ອງ​ຢູ່​ໃນ​ເພງ​ສວດ ຊື່ “The Spirit of God” ​ແປ​ວ່າ ພຣະວິນ​ຍານ​ຂອງ​ພຣະ​ເຈົ້າ ທີ່​ວ່າ:

ພຣະຜູ້​ເປັນ​ເຈົ້າຂະຫຍາຍ​ຄວາມ​ເຂົ້າ​ໃຈ​ຂອງ​ໄພ່​ພົນ. …

ຄວາມ​ຮູ້ ​ແລະ ພະລັງ​ຂອງ​ພຣະຜູ້​ເປັນ​ເຈົ້າ​ແຜ່​ໄປ;

ມ່ານ​ປົກ​ຄຸມ​ພິພົບເລີ່​ມ​ເຄື່ອນ​ຄາຍ.23

ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ເຕັມ​ໄປ​ດ້ວຍ​ພະລັງ​ຂອງ​ພຣະອົງ, ຊຶ່ງ​ມີ​ໃຫ້​ທິດາ ​ແລະ ບຸດ​ຂອງ​ພຣະ​ເຈົ້າທຸກ​ຄົນ​ ທີ່​ສະ​ແຫວງຫາ​ມັນ​ຢ່າງ​ພາກ​ພຽນ. ມັນ​ແມ່ນ​ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າທີ່​ວ່າ ​ເມື່ອ​ເຮົາ​ດຶງ​ດູດ​ເອົາ​ພະລັງ​ຂອງ​ພຣະ​ອົງ ​ເຂົ້າມາສູ່ຊີວິດ​ຂອງ​ເຮົາ, ພຣະອົງ ພ້ອມ​ດ້ວຍ​ຕົວ​ເຮົາ​ເອງ ຈະປິ​ຕິ​ຍິນ​ດີ.24

​ໂດຍ​ທີ່​ເປັນ​ພະຍານ​ພິ​ເສດ​ຄົນ​ໜຶ່ງ​ຂອງ​ພຣະອົງ, ຂ້າພະ​ເຈົ້າປະກາດ​ວ່າ ພຣະ​ເຈົ້າຊົງ​ພຣະຊົນ​ຢູ່! ພຣະ​ເຢຊູ​ຄື ພຣະຄຣິດ! ສາດສະໜາ​ຈັກ​ຂອງ​ພຣະອົງ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ສູ່​​ໂລກ​ແລ້ວ! ສາດສະດາ​ຂອງ​ພຣະ​ເຈົ້າມີ​ຢູ່​​ເທິງ​ໂລກ ​ໃນ​ທຸກ​ວັນ​ນີ້ ຄື ປະທານ​ທອມ​ມັສ ແອັສ ມອນ​ສັນ, ຜູ້​ຂ້າພະ​ເຈົ້າ​ສະໜັບ​ສະໜູນ ດ້ວຍ​ສຸດ​ໃຈ. ຂ້າພະ​ເຈົ້າ​ເປັນ​ພະຍານ​ດ້ວຍ​ການສະ​ແດງ​ຄວາມ​ຮັກ ​ແລະ ການ​ມອບ​ພອນ​ໃຫ້​ແກ່​ທ່ານ ​ແຕ່ລະຄົນ, ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງອ້າງ​ອີງ

  1. ເບິ່ງ 2 ນີ​ໄຟ 28:19–30.

  2. ເບິ່ງ ໂຢຮັນ 3:16.

  3. ພຣະ​ເຢຊູ​​ເປັນ​ພຣະຜູ້​ຖືກ​ເຈີມ​ໄວ້—​ໄດ້​ຖືກ​ເຈີມ​ໂດຍ​ພຣະບິດາ​ເທິງ​ສະຫວັນ ​ໃຫ້​ເປັນ​ຕົວ​ແທນ​ສ່ວນ​ຕົວ​ຂອງ​ພຣະອົງ ​ໃນ​ທຸກ​ສິ່ງ​ທີ່​ກ່ຽວ​ພັນ​ກັບ​ຄວາມ​ລອດ​ຂອງ​ມວນ​ມະນຸດ. ພຣະ​ເຢຊູ​ໄດ້​ຖືກ​ເຈີມ​ໃຫ້​ເປັນ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ. ກ່ອນ​ໂລກ​ຖືກ​ກໍ່​ຮູບ, ພຣະ​ເຢຊູ​ໄດ້​ຖືກ​ເຈີມ​ ​ເພື່ອ​ເຮັດ​ໃຫ້​ຄວາມ​ອະມະຕະ​ເກີດ​ເປັນ​ຈິງ ​ແລະ ​ເຮັດ​ໃຫ້​ຊີວິດ​ນິລັນດອນເປັນ​ໄປ​ໄດ້​ ສຳລັບ​ລູກໆ​ທັງ​ປວງ​ຂອງ​ພຣະ​ເຈົ້າ. (ເບິ່ງ ໂຢຮັນ 17:24; 1 ເປ​ໂຕ 1:20). ດັ່ງນັ້ນ, ພຣະ​ເຢຊູ​ຈຶ່ງ​ມີ​ພຣະນາມ​ພິ​ເສດຢູ່ສອງ​ພຣະນາມ​ດ້ວຍ​ກັນ: ພຣະ ເມ​ຊີ​ອາ (ເຮັບ​ເຣີ) ​ແລະ ພຣະ ຄຣິດ (ກຣີກ)—​ແຕ່ພຣະນາມມີ​ຄວາມ​ໝາຍວ່າ “ຜູ້​ໄດ້​ຖືກ​ເຈີມ.” (ເບິ່ງ Bible Dictionary, “Anointed One.”)

  4. ເຮົາ​ສາມາດ​ປົກ​ປ້ອງ​ຕົວ​ເຮົາ​ເອງ ​ໂດຍ​ການ​ຮູ້ ​ແລະ ການ​ດຳລົງ​ຊີວິດ​ຕາມ​ພຣະຄຳ​ຂອງ​ພຣະ​ເຈົ້າ (ເບິ່ງ ເອ​ເຟ​ໂຊ 6:17–18; Doctrine and Covenants 27:18).

  5. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະບິດາ​ຂອງ​ພຣະອົງ, ພຣະ​ເຢຊູ​ຈຶ່ງ​ໄດ້​ເປັນ​ຜູ້ນິລະມິດ​ສ້າງ​ໂລກ (ເບິ່ງ ໂຢຮັນ 1:2–3) ​ແລະ ​ໂລກ​ໜ່ວຍ​ອື່ນໆ​ຈົນ​ນັບ​ບໍ່​ຖ້ວນ (ເບິ່ງ Moses 1:33). ດົນ​ນານ​ກ່ອນ​ການ​ມາ​ກຳ​ເນີດ​ເປັນ​ມະນຸດ, ພຣະ​ເຢຊູ​ໄດ້​ເປັນ​ພຣະ​ເຢ​ໂຮ​ວາ​ທີ່​ຍິ່ງ​ໃຫຍ່—ພຣະ​ເຈົ້າຂອງ​ພຣະຄຳ​ພີ​ເດີມ. ​ແມ່ນ​ພຣະ​ເຢ​ໂຮ​ວາ ທີ່​ໄດ້​ກ່າວ​ກັບ​ໂມ​ເຊ ຢູ່​ເທິງ​ພູ​ຊີ​ນາຍ. ​ແມ່ນ​ພຣະ​ເຢ​ໂຮ​ວາ ທີ່​ໄດ້​ເຮັດ​ພັນທະ​ສັນຍາ​ກັບ​ອັບ​ຣາຮາມ ວ່າ​ທຸກ​ປະຊາ​ຊາດ​ຂອງ​ໂລກ ຈະ​ໄດ້​ຮັບ​ພອນ ຜ່ານ​ທາງ​ເຊື້ອສາຍ​ຂອງ​ອັບຣາຮາມ. ​ແລະ ​ແມ່ນ​ພຣະ​ເຢ​ໂຮ​ວາ ທີ່​ໄດ້​ເຮັດ​ພັນທະ​ສັນຍາ​ກັບ​ເຊື້ອສາຍ​ອິດສະຣາ​ເອນ. ພຣະ​ເຢຊູ​ກໍ​ແມ່ນ ​ເອມາ​ນູ​ເອນ ທີ່​ຖືກ​ສັນຍາ​ໄວ້​ຄື​ກັນ, ດັ່ງທີ່​ເອຊາ​ຢາ​ໄດ້​ທຳນາຍ​ໄວ້ (ເບິ່ງ ເອຊາ​ຢາ 7:14).

  6. ເບິ່ງ Doctrine and Covenants 131:6.

  7. ເບິ່ງ Doctrine and Covenants 76:40–41.

  8. ເບິ່ງ 2 ນີ​ໄຟ 31:2–21.

  9. ພຣະຄຣິສຕະທຳ​ຄຳ​ພີ​ທີ່​ສັກສິດ, ພຣະຄຳ​ພີ​ມໍ​ມອນ, Doctrine and Covenants, ​ແລະ Pearl of Great Price.

  10. ເບິ່ງ Topical Guide, “Jesus Christ.” In addition to text under that major heading, there are 57 subtitles about Him. For non-English editions of the scriptures, use Guide to the Scriptures.

  11. ມີ​ຫລາຍ​ກວ່າ 2,200 ​ເທື່ອ ທີ່​ຖືກ​ກ່າວ​ເຖິງ ຢູ່​ໃນ 18 ໜ້າ ຂອງ Topical Guide.

  12. 3 ນີ​ໄຟ 27:13–14.

  13. Teachings of Presidents of the Church: Joseph Smith (2007), 49.

  14. ເບິ່ງ “The Living Christ: The Testimony of the Apostles,” Liahona, Apr. 2000, 2–3.

  15. ເບິ່ງ ຮີ​ລາມັນ 8:15.

  16. ເບິ່ງ Doctrine and Covenants 6:36.

  17. ພຣະ​ເຢຊູ​ຄຣິດ ​ໄດ້​ສອນ​ເຮົາ​ເຖິງ​ຄວາມ​ສຳຄັນ​ຂອງ​ພິທີການ​ທີ່​ສັກສິດ, ດັ່ງ​ເຊັ່ນ ບັບຕິ​ສະມາ (ເບິ່ງ ໂຢຮັນ 3:5), ສິນ​ລະ​ລຶກ (ເບິ່ງ Doctrine and Covenants 59:9), ​ແລະ ການ​ຮັບ​ເອົາ​ຂອງ​ປະທານ​ສັກສິດ ​ແລະ ການ​ຜະ​ນຶກ ຂອງ​ພຣະວິຫານ (ເບິ່ງ Doctrine and Covenants 124:39–42).

  18. ເບິ່ງ Doctrine and Covenants 124:29–32.

  19. ເບິ່ງ ລູກາ 8:43–44.

  20. ມາຣະ​ໂກ 5:28.

  21. ເບິ່ງ Doctrine and Covenants 88:63.

  22. ເມື່ອ​​ແມ່ຍິງ​ທີ່​ຊື່ສັດ​ໄດ້​ເດ່​ມື​ໄປ​ບາຍ​ແຄມ​ເສື້ອ​ຄຸມຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ພຣະອົງ​ໄດ້​ກ່າວ​ທັນທີ​ວ່າ, “ເຮົາ​ຮູ້ສຶກ​ວ່າ ລິດ​ເດດ [ຈາກ​ພາສາ​ກຣີກ dunamis, ໝາຍ​ຄວາມ​ວ່າ “ພະລັງ”] ​ໄດ້​ຊວ່ານ​ອອກ​ຈາກ​ເຮົາ​ໄປ” (ລູກາ 8:46; ເນັ້ນຄຳ​ເນີ້ງ).

  23. “The Spirit of God,” Hymns, no. 2.

  24. ເບິ່ງ 3 ນີ​ໄຟ 17:20.