ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 2–8 ເດືອນ​ກັນ​ຍາ: “ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ.” ຮີ​ລາ​ມັນ 7–12


“ວັນ​ທີ 2–8 ເດືອນ​ກັນ​ຍາ: ‘ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ.’ ຮີ​ລາ​ມັນ 7–12,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 2–8 ເດືອນ​ກັນ​ຍາ. ຮີ​ລາ​ມັນ 7–12,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ນີ​ໄຟ​ກຳ​ລັງ​ອະ​ທິ​ຖານ​ຢູ່​ເທິງ​ຫໍ​ສູງ​ຢູ່​ໃນ​ສວນ

ຮູບ​ພາບ​ນີ​ໄຟ​ຢູ່​ເທິງ​ຫໍ​ສູງ​ຢູ່​ໃນ​ສວນ, ໂດຍ ແຈ​ຣີ ທອມ​ສັນ

ວັນ​ທີ 2–8 ເດືອນ​ກັນ​ຍາ: “ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ”

ຮີ​ລາ​ມັນ 7–12

ຮີ​ລາ​ມັນ ບິ​ດາ​ຂອງ​ນີ​ໄຟ​ໄດ້​ຊັກ​ຊວນ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ໃຫ້ “ຈື່​ຈຳ​ໄວ້, ຈື່​ຈຳ​ໄວ້.” ເພິ່ນ​ຢາກ​ໃຫ້​ພວກ​ເພິ່ນ​ຈື່​ຈຳ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເພິ່ນ, ຈື່​ຈຳ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ, ແລະ ເໜືອ​ສິ່ງ​ອື່ນ​ໃດ ໃຫ້​ຈື່​ຈຳ “ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ, ຄື ພຣະ​ຄຣິດ” (ເບິ່ງ ຮີ​ລາ​ມັນ 5:5–14). ມັນ​ແຈ່ມ​ແຈ້ງ​ວ່າ ນີ​ໄຟ​ໄດ້​ຈື່​ຈຳ ເພາະ​ນີ້​ແມ່ນ​ຂ່າວ​ສານ​ຢ່າງ​ດຽວ​ກັນ​ກັບ​ທີ່​ເພິ່ນ​ໄດ້​ປະ​ກາດ​ຫລາຍ​ປີ​ຈາກ​ນັ້ນ ຢ່າງ “ບໍ່​ຮູ້​ຈັກ​ອິດ​ເມື່ອຍ” ຕໍ່​ຜູ້​ຄົນ (ຮີ​ລາ​ມັນ 10:4). “ພວກ​ທ່ານ​ລືມ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ໄດ້​ແນວ​ໃດ? ເພິ່ນ​ຖາມ (ຮີ​ລາ​ມັນ 7:20). ຄວາມ​ພະ​ຍາ​ຍາມ​ທັງ​ໝົດ​ຂອງ​ນີ​ໄຟ—ການ​ສັ່ງ​ສອນ, ການ​ອະ​ທິ​ຖານ, ການ​ກະ​ທຳ​ການ​ມະ​ຫັດ​ສະ​ຈັນ, ແລະ ການ​ອ້ອນ​ວອນ​ຕໍ່​ພຣະ​ເຈົ້າ​ທູນ​ຂໍ​ຄວາມ​ອຶດ​ຢາກ—ແມ່ນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຊ່ວຍ​ໃຫ້​ຜູ້​ຄົນ​ຫັນ​ມາ​ຫາ​ພຣະ​ເຈົ້າ ແລະ ຈື່​ຈຳ​ພຣະ​ອົງ. ໃນ​ຫລາຍ​ວິ​ທີ​ທາງ, ການ​ລືມ​ພຣະ​ເຈົ້າ​ເປັນ​ບັນ​ຫາ​ໃຫຍ່​ກວ່າ​ທີ່​ບໍ່​ຮູ້​ຈັກ​ພຣະ​ອົງ. ແລະ ມັນ​ງ່າຍ​ທີ່​ຈະ​ລືມ​ພຣະ​ອົງ ເມື່ອ​ຄວາມ​ຄິດ​ຂອງ​ເຮົາ​ຖືກ​ລົບ​ກວນ​ໂດຍ “ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ” ແລະ ປົກ​ຄຸມ​ດ້ວຍ​ບາບ (ຮີ​ລາ​ມັນ 7:21; ເບິ່ງ ຮີ​ລາ​ມັນ 12:2) ນຳ​ອີກ. ແຕ່, ດັ່ງ​ທີ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ນີ​ໄຟ ສະ​ແດງ​ໃຫ້​ເຫັນ, ມັນ​ບໍ່​ເຄີຍ​ສາຍ​ເກີນ​ໄປ ທີ່​ຈະ​ຈື່​ຈຳ ແລະ “ຫັນ … ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ” (ຮີ​ລາ​ມັນ 7:17).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ຮີ​ລາ​ມັນ 7–11

ຮູບ​ພາບ
seminary icon
ສາດ​ສະ​ດາ​ເປີດ​ເຜີຍ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ຕໍ່​ຜູ້​ຄົນ.

ຮີ​ລາ​ມັນ 7–11 ເປັນ​ບ່ອນ​ດີ​ພິ​ເສດ​ທີ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ວ່າ​ສາດ​ສະ​ດາ​ເຮັດ​ຫຍັງ. ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້, ໃຫ້​ເອົາ​ໃຈ​ໃສ່​ຕໍ່​ການ​ກະ​ທຳ, ຄວາມ​ຄິດ, ແລະ ປະ​ຕິ​ກິ​ລິ​ຍາ​ຂອງ​ນີ​ໄຟ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ນີ​ໄຟ ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ຫລາຍ​ກວ່າ​ເກົ່າ ເຖິງ​ບົດ​ບາດ​ຂອງ​ສາດ​ສະ​ດາ​ແນວ​ໃດ? ຕໍ່​ໄປ​ນີ້​ແມ່ນ​ຕົວ​ຢ່າງ​ຈຳ​ນວນ​ໜຶ່ງ: ທ່ານ​ພົບ​ເຫັນ​ຫຍັງ​ອີກ​ແດ່?

ອີງ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ, ທ່ານ​ຈະ​ບັນ​ຍາຍ​ວ່າ ສາດ​ສະ​ດາ​ຄື​ໃຜ ແລະ ເພິ່ນ​ເຮັດ​ຫຍັງ? ໃຫ້​ຄິດ​ທີ່​ຈະ​ຂຽນ​ຄຳ​ນິ​ຍາມ​ສັ້ນໆ. ແລ້ວ​ເບິ່ງ​ວ່າ ທ່ານ​ຈະ​ຕື່ມ​ຫຍັງ​ໃສ່​ຄຳ​ນິ​ຍາມ​ຂອງ​ທ່ານ ຫລັງ​ຈາກ​ການ​ອ່ານ​ຂໍ້​ຄວາມ​ກ່ຽວ​ກັບ “ສາດ​ສະ​ດາ” ໃນ​ຄູ່​ມື​ພຣະ​ຄຳ​ພີ (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ຫລື “Follow the Living Prophet” (Teachings of Presidents of the Church: Ezra Taft Benson [2014], 147–55).

ທ່ານ​ໄດ້​ສັງ​ເກດ​ບໍ​ວ່າ ນີ​ໄຟ​ກ້າ​ຫານ​ຫລາຍ​ຂະ​ໜາດ​ໃດ​ໃນ ຮີ​ລາ​ມັນ 7:11–29? ເປັນ​ຫຍັງ​ທ່ານ​ຈຶ່ງ​ຮູ້​ສຶກ​ວ່າ ບາງ​ຄັ້ງ​ສາດ​ສະ​ດາ​ຈຳ​ເປັນ​ຕ້ອງ​ໄດ້​ກ່າວ​ຢ່າງ​ກ້າ​ຫານ​ເໝືອນ​ດັ່ງ​ນີ​ໄຟ​ໄດ້​ເຮັດ? ໃຫ້​ຄິດ​ທີ່​ຈະ​ຊອກ​ຫາ​ຄຳ​ຕອບ​ຢູ່​ໃນ​ພາກ​ກ້ອງ​ຫົວ​ຂໍ້ “ບໍ່​ຕ້ອງ​ແປກ​ໃຈ” ໃນ​ຂ່າວ​ສານ​ຂອງ​ແອວ​ເດີ ນຽວ ແອວ ແອນ​ເດີ​ເຊັນ “The Prophet of God” (Liahona, May 2018, 26).

ດ້ວຍ​ຄວາມ​ຈິງ​ທັງ​ໝົດ​ເຫລົ່າ​ນີ້​ຢູ່​ໃນ​ໃຈ, ໃຫ້​ໄຕ່​ຕອງ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ພອນ​ແກ່​ທ່ານ ຜ່ານ​ທາງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ແນວ​ໃດ. ພຣະ​ອົງ​ໄດ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ເມື່ອ​ບໍ່​ດົນ​ມາ​ນີ້ ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ? ທ່ານ​ກຳ​ລັງ​ເຮັດ​ສິ່ງ​ໃດ​ໃນ​ການ​ຮັບ​ຟັງ ແລະ ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?

ເບິ່ງ Gospel Topics, “Prophets,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

ຮີ​ລາ​ມັນ 9; 10:1, 12–15

ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ຈະ​ຕ້ອງ​ຖືກ​ສ້າງ​ຂຶ້ນ​ນອກ​ເໜືອ​ໄປ​ກວ່າ​ເຄື່ອງ​ໝາຍ ແລະ ສິ່ງ​ມະ​ຫັດ​ສະ​ຈັນ.

ຖ້າ​ຫາກ​ເຄື່ອງ​ໝາຍ ແລະ ສິ່ງມະ​ຫັດ​ສະ​ຈັນ​ແມ່ນ​ພຽງ​ພໍ​ທີ່​ຈະ​ປ່ຽນ​ໃຈ​ຂອງ​ບຸກ​ຄົນ, ຊາວ​ນີ​ໄຟ​ທຸກ​ຄົນ ຄົງ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ ໂດຍ​ເຄື່ອງ​ໝາຍ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ທີ່​ນີ​ໄຟ​ໄດ້​ມອບ​ໃຫ້ ຢູ່​ໃນ ຮີ​ລາ​ມັນ 9. ແຕ່​ມັນ​ບໍ່​ໄດ້​ເກີດ​ຂຶ້ນ. ໃຫ້​ສັງ​ເກດ​ເບິ່ງ​ປະ​ຕິ​ກິ​ລິ​ຍາ​ຕ່າງໆ​ຂອງ​ຜູ້​ຄົນ​ຕໍ່​ການ​ມະ​ຫັດ​ສະ​ຈັນ​ໃນ ຮີ​ລາ​ມັນ 9–10. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ປຽບ​ທຽບ​ການ​ຕອບ​ຮັບ​ຂອງ​ຜູ້​ຊາຍ​ຫ້າ​ຄົນ ແລະ ຫົວ​ໜ້າ​ຜູ້​ຕັດ​ສິນ​ໃນ ຮີ​ລາ​ມັນ 9:1–20 (ເບິ່ງ ຮີ​ລາ​ມັນ 9:39–41; 10:12–15 ນຳ​ອີກ). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ເຫລົ່າ​ນີ້​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ເສີມ​ສ້າງ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ?

ເບິ່ງ 3 ນີ​ໄຟ 1:22; 2:1–2 ນຳ​ອີກ.

ຮີ​ລາ​ມັນ 10:1–12

ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ອຳ​ນາດ​ໃຫ້​ຜູ້​ຄົນ​ທີ່​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ແລະ ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ຂະ​ນະ​ທີ່​ທ່ານ​ສຶກ​ສາ ຮີ​ລາ​ມັນ 10:1–12, ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ນີ​ໄຟ​ໄດ້​ເຮັດ ເພື່ອ​ຈະ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ວິ​ທີ​ໃດ ວ່າ​ເພິ່ນ​ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແທນ​ທີ່​ຈະ​ເຮັດ​ຕາມ​ຄວາມ​ປະ​ສົງ​ຂອງ​ຕົວ​ເອງ? ປະ​ສົບ​ການ​ຂອງ​ນີ​ໄຟ​ດົນ​ໃຈ​ທ່ານ​ໃຫ້​ເຮັດ​ຫຍັງ?

ຮີ​ລາ​ມັນ 10:2–4

ການ​ໄຕ່​ຕອງ​ກ່ຽວ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເຊື້ອ​ເຊີນ​ການ​ເປີດ​ເຜີຍ.

ເມື່ອ​ທ່ານ​ຮູ້​ສຶກ​ຖືກ​ຢຽບ​ຍ່ຳ, ກັງ​ວົນ, ຫລື ສັບ​ສົນ, ທ່ານ​ສາ​ມາດ​ຮຽນ​ຮູ້​ບົດ​ຮຽນ​ທີ່​ສຳ​ຄັນ ຈາກ​ຕົວ​ຢ່າງ​ຂອງ​ນີ​ໄຟ ຢູ່​ໃນ ຮີ​ລາ​ມັນ 10:2–4. ເພິ່ນ​ໄດ້​ເຮັດ​ຫຍັງ ເວ​ລາ​ເພິ່ນ​ຮູ້​ສຶກ “ເສົ້າ​ສະ​ຫລົດ​ໃຈ”? (ຂໍ້​ທີ 3).

ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ໄດ້​ອະ​ທິ​ບາຍ​ວ່າ, “ເມື່ອ​ເຮົາ​ໄຕ່​ຕອງ, ເຮົາ​ຈະ​ເຊື້ອ​ເຊີນ​ການ​ເປີດ​ເຜີຍ​ໂດຍ​ພຣະ​ວິນ​ຍານ” (“Serve with the Spirit,” Liahona, Nov. 2010, 60). ທ່ານ​ຈະ​ສ້າງ​ນິ​ໄສ​ທີ່​ມັກ​ໄຕ່​ຕອງ​ໄດ້​ແນວ​ໃດ?

ຮີ​ລາ​ມັນ 12

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ຈື່​ຈຳ​ພຣະ​ອົງ.

ທ່ານ​ຈື່​ຈຳ​ຂໍ້​ມູນ​ທີ່​ສຳ​ຄັນ​ແນວ​ໃດ—ດັ່ງ​ເຊັ່ນ ວັນ​ເກີດ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ຫລື ຂໍ້​ມູນ​ກ່ຽວ​ກັບ​ການ​ສອບ​ເສັງ? ສິ່ງ​ນີ້​ຄ້າຍ​ຄື​ກັນ​ກັບ​ຄວາມ​ພະ​ຍາ​ຍາມ​ທີ່​ຕ້ອງ​ໃຊ້​ເພື່ອ “ຈື່​ຈຳ​ພຣະ​ຜູ້​ເປັນ​ເຈົ້າ” ແນວ​ໃດ? (ຮີ​ລາ​ມັນ 12:5). ມັນ​ແຕກ​ຕ່າງ​ແນວ​ໃດ?

ຮີ​ລາ​ມັນ 12 ບັນ​ຍາຍ​ຫລາຍ​ສິ່ງ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ລືມ​ພຣະ​ຜູ້​ເປັນ​ເຈົ້າ. ບາງ​ທີ​ທ່ານ​ສາ​ມາດ​ຂຽນ​ມັນ​ລົງ​ໄວ້ ແລະ ໄຕ່​ຕອງ​ວ່າ​ສິ່ງ​ເຫລົ່າ​ນີ້​ລົບ​ກວນ​ທ່ານ​ຈາກ​ການ​ຈື່​ຈຳ​ພຣະ​ອົງ​ຫລື​ບໍ່. ສິ່ງ​ໃດ​ຊ່ວຍ​ໃຫ້​ທ່ານ​ຈື່​ຈຳ​ພຣະ​ເຢ​ຊູ​ຄຣິດ? ທ່ານ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ​ແດ່ ອີງ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79; “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5 ນຳ​ອີກ.

ໃຊ້​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມັກ​ຈະ​ປຽບ​ທຽບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ໃສ່​ກັບ​ສິ່ງ​ຕ່າງໆ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ທີ່​ຜູ້​ຄົນ​ຄຸ້ນ​ເຄີຍ. ເມື່ອ​ຮຽນ​ຮູ້ ຫລື ສິດ​ສອນ​ກ່ຽວ​ກັບ ຮີ​ລາ​ມັນ 12:1–6, ທ່ານ​ສາ​ມາດ​ປຽບ​ທຽບ “ຄວາມ​ບໍ່​ໜັກ​ແໜ້ນ … ຂອງ​ມະ​ນຸດ” ກັບ​ວິ​ທີ​ທີ່​ເຮົາ​ຮູ້​ສຶກ​ເມື່ອ​ພະ​ຍາ​ຍາມ​ຢືນ​ກົງ​ດ້ວຍ​ຂາ​ຂ້າງ​ດຽວ. ເຮົາ​ຈະ​ມີ​ຄວາມ​ໜັກ​ແໜ້ນ​ທາງ​ວິນ​ຍານ​ຢູ່​ຄື​ເກົ່າ​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ຮີ​ລາ​ມັນ 7:20–21

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ຈື່​ຈຳ​ພຣະ​ອົງ.

  • ເພື່ອ​ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ຈື່​ຈຳ​ພຣະ​ຜູ້​ເປັນ​ເຈົ້າ, ທ່ານ​ສາ​ມາດ​ບອກ​ລູກໆ​ຂອງ​ທ່ານ ກ່ຽວ​ກັບ​ເວ​ລາ​ທີ່​ທ່ານ​ໄດ້​ລືມ​ບາງ​ຢ່າງ. ປ່ອຍ​ໃຫ້​ພວກ​ເຂົາ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ຕົວ​ເອງ. ແລ້ວ​ພວກ​ທ່ານ​ສາ​ມາດ​ອ່ານ ຮີ​ລາ​ມັນ 7:20–21 ນຳ​ກັນ ແລະ ຖາມ​ລູກໆ​ຂອງ​ທ່ານ​ວ່າ ການ​ລືມ​ພຣະ​ເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ. ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ກ່ຽວ​ກັບ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ລືມ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃຊ້​ຮູບ​ຂອງ​ພວກ​ເຂົາ​ເພື່ອ​ປິດ​ຮູບ​ພຣະ​ເຢ​ຊູ​ໄວ້. ແລ້ວ​ພວກ​ເຂົາ​ສາ​ມາດ​ຄິດ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ສາ​ມາດ​ເຮັດ​ເພື່ອ​ຈື່​ຈຳ​ພຣະ​ອົງ. ຂະ​ນະ​ທີ່​ພວກ​ເຂົາ​ແບ່ງ​ປັນ​ຄວາມ​ຄິດ​ຂອງ​ພວກ​ເຂົາ, ພວກ​ເຂົາ​ສາ​ມາດ​ຈັບ​ເອົາ​ຮູບ​ແຕ້ມ​ອອກ​ເທື່ອ​ລະ​ໃບ ຈົນ​ກວ່າ​ຈະ​ເຫັນ​ຮູບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຮີ​ລາ​ມັນ 8:13–23

ສາດ​ສະ​ດາ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

  • ຊ່ວຍ​ລູກໆ​ຂອງ​ທ່ານ​ຄົ້ນ​ຄວ້າ ຮີ​ລາ​ມັນ 8:13–23 ເພື່ອ​ຊອກ​ຫາ​ຊື່​ຂອງ​ບັນ​ດາ​ສາດ​ສະ​ດາ​ທີ່​ໄດ້​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ບາງ​ທີ​ພວກ​ເຂົາ​ສາ​ມາດ​ສົ່ງ​ຕໍ່​ຮູບ​ພຣະ​ເຢ​ຊູ​ທຸກ​ເທື່ອ​ທີ່​ພວກ​ເຂົາ​ພົບ​ເຫັນ​ສາດ​ສະ​ດາ​ທ່ານ​ໜຶ່ງ. ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ​ໄດ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

  • ພວກ​ທ່ານ​ກໍ​ສາ​ມາດ​ຮ້ອງ​ເພງ​ນຳ​ກັນ​ນຳ​ອີກ ກ່ຽວ​ກັບ​ສາດ​ສະ​ດາ, ດັ່ງ​ເຊັ່ນ “ເຮົາ​ຂອບ​ພຣະ​ໄທ​ສຳ​ລັບ​ສາດ​ສະ​ດາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 40). ບາງ​ທີ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເລືອກ​ເອົາ​ວະ​ລີ​ສຳ​ຄັນ​ບາງ​ອັນ​ຈາກ​ເພງ ແລະ ຂຽນ​ຄຳ​ໜຶ່ງ​ຈາກ​ວະ​ລີ​ນັ້ນ​ໃສ່​ໃນ​ເຈ້ຍ​ຮອຍ​ຕີນ​ແຕ່​ລະ​ອັນ. ແລ້ວ​ທ່ານ​ສາ​ມາດ​ວາງ​ຮອຍ​ຕີນ​ໄວ້​ໃນ​ພື້ນ​ຫ້ອງ ທີ່​ນຳ​ພາ​ໄປ​ຫາ​ຮູບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ຍ່າງ​ຕາມ​ຮອຍ​ຕີນ​ໄປ​ຫາ​ຮູບ. ການ​ຕິດ​ຕາມ​ສາດ​ສະ​ດາ​ນຳ​ພາ​ເຮົາ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ?

ຮີ​ລາ​ມັນ 10:1–4

ການ​ໄຕ່​ຕອງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເຊື້ອ​ເຊີນ​ການ​ເປີດ​ເຜີຍ.

  • ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ວ່າ ການ​ໄຕ່​ຕອງ​ໝາຍ​ຄວາມ​ວ່າ​ແນວ​ໃດ, ພວກ​ທ່ານ​ສາ​ມາດ​ອ່ານ “ໄຕ່​ຕອງ” ໃນ​ຄູ່​ມື​ພຣະ​ຄຳ​ພີ (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ນຳ​ກັນ. ມີ​ຄຳ​ໃດ​ອີກ​ແດ່​ທີ່​ຄ້າຍ​ຄື​ກັນ​ກັບ​ຄຳ​ວ່າ ໄຕ່​ຕອງ? ບາງ​ທີ​ພວກ​ທ່ານ​ສາ​ມາດ​ອ່ານ ຮີ​ລາ​ມັນ 10:1–3 ນຳ​ກັນ ແລະ ປ່ຽນ​ຄຳ​ວ່າ ໄຕ່​ຕອງ ກັບ​ຄຳ​ເຫລົ່າ​ນັ້ນ. ເວົ້າ​ລົມ​ກັບ​ລູກໆ​ຂອງ​ທ່ານ​ເຖິງ​ວິ​ທີ​ທີ່​ຈະ​ເຮັດ​ໃຫ້​ການ​ໄຕ່​ຕອງ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ພວກ​ເຂົາ​ແນວ​ໃດ.

ຮີ​ລາ​ມັນ 10:11–12

ເຮົາ​ຈະ​ເຊື່ອ​ຟັງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

  • ນີ​ໄຟ​ໄດ້​ເຊື່ອ​ຟັງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແມ່ນ​ແຕ່​ເມື່ອ​ມັນ​ໝາຍ​ເຖິງ​ການ​ເຮັດ​ບາງ​ສິ່ງ​ທີ່​ຍາກ. ສຳ​ລັບ​ຕົວ​ຢ່າງ​ເຖິງ​ສິ່ງ​ນີ້, ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ອ່ານ ຮີ​ລາ​ມັນ 10:2, 11–12. ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ສະ​ແດງ​ຕາມ​ສິ່ງ​ທີ່​ນີ​ໄຟ​ໄດ້​ເຮັດ—ຍ່າງ​ໄປ​ຫາ​ຟາກ​ໜຶ່ງ​ຂອງ​ຫ້ອງ (ຄື​ກັບ​ວ່າ ພວກ​ເຂົາ​ກຳ​ລັງ​ເມືອ​ເຮືອນ), ຢຸດ, ຫັນ​ຫລັງ, ແລະ ຍ່າງ​ໄປ​ຫາ​ອີກ​ຟາກ​ໜຶ່ງ​ຂອງ​ຫ້ອງ (ຄື​ກັບ​ວ່າ ພວກ​ເຂົາ​ກຳ​ລັງ​ກັບ​ຄືນ​ມາ​ເພື່ອ​ສິດ​ສອນ​ຜູ້​ຄົນ). ມີ​ສິ່ງ​ໃດ​ແດ່​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ເຮົາ​ເຮັດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ຊີ​ອານ​ທຳ​ຖືກ​ເປີດ​ເຜີຍ​ວ່າ​ເປັນ​ຄາດ​ຕະ​ກອນ

ຜ່ານ​ທາງ​ຂອງ​ປະ​ທານ​ແຫ່ງ​ການ​ທຳ​ນາຍ, ນີ​ໄຟ​ໄດ້​ແກ້​ຄະ​ດີ​ການ​ຄາດ​ຕະ​ກຳ​ຂອງ​ຫົວ​ໜ້າ​ຜູ້​ຕັດ​ສິນ.

© The Book of Mormon for Young Readers [ພຣະ​ຄຳ​ພີ​ມໍ​ມອນ​ສຳ​ລັບ​ຜູ້​ອ່ານ​ທີ່​ອາ​ຍຸ​ນ້ອຍ], Seantum—The Murderer Is Discovered [ຊີ​ອານ​ທຳ—ຄາດ​ຕະ​ກອນ​ຖືກ​ເປີດ​ເຜີຍ], ໂດຍ ບຣິ​ອາ​ນາ ຊໍ​ຄຣອບ; ຫ້າມ​ລອກ​ແບບ