ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 23–29 ເດືອນ​ກັນ​ຍາ: “ຈົ່ງ​ລຸກ​ຂຶ້ນ ແລະ ອອກ​ມາ​ຫາ​ເຮົາ​ເຖີດ.” 3 ນີ​ໄຟ 8–11


“ວັນ​ທີ 23–29 ເດືອນ​ກັນ​ຍາ: ‘ຈົ່ງ​ລຸກ​ຂຶ້ນ ແລະ ອອກ​ມາ​ຫາ​ເຮົາ​ເຖີດ.’ 3 ນີ​ໄຟ 8–11,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 23–29 ເດືອນ​ກັນ​ຍາ. 3 ນີ​ໄຟ 8–11,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ຊາວ​ນີ​ໄຟ

I Am the Light of the World [ເຮົາ​ເປັນ​ຄວາມ​ສະ​ຫວ່າງ​ຂອງ​ໂລກ], ໂດຍ ເຈມສ໌ ຟູ​ເມີ

ວັນ​ທີ 23–29 ເດືອນ​ກັນ​ຍາ: “ຈົ່ງ​ລຸກ​ຂຶ້ນ ແລະ ອອກ​ມາ​ຫາ​ເຮົາ​ເຖີດ”

3 ນີ​ໄຟ 8–11

“ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢ​ຊູ​ຄຣິດ, ຜູ້​ທີ່​ສາດ​ສະ​ດາ​ໄດ້​ໃຫ້​ຖ້ອຍ​ຄຳ​ວ່າ​ຈະ​ມາ​ຍັງ​ໂລກ​ນີ້” (3 ນີ​ໄຟ 11:10). ດ້ວຍ​ຖ້ອຍ​ຄຳ​ເຫລົ່າ​ນີ້, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ໄດ້​ແນະ​ນຳ​ພຣະ​ອົງ​ເອງ, ເຮັດ​ໃຫ້​ຄຳ​ທຳ​ນາຍ​ຫລາຍ​ກວ່າ 600 ປີ ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ເກີດ​ເປັນ​ຈິງ. “ການ​ປະ​ກົດ​ນັ້ນ ແລະ ການ​ປະ​ກາດ​ນັ້ນ,” ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ຂຽນ, “ໄດ້​ກໍ່​ຕັ້ງ​ຈຸດ​ສູນ​ກາງ, ຊ່ວງ​ເວ​ລາ​ທີ່​ສຸດ​ຍອດ, ໃນ​ປະ​ຫວັດ​ສາດ​ທັງ​ໝົດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ. ມັນ​ເປັນ​ການ​ສະ​ແດງ​ໃຫ້​ປະ​ຈັກ ແລະ ເປັນ​ຄຳ​ສັ່ງ​ທີ່​ບອກ​ໃຫ້​ຮູ້ ແລະ ດົນ​ໃຈ​ສາດ​ສະ​ດາ​ຊາວ​ນີ​ໄຟ​ທຸກ​ຄົນ. … ທຸກ​ຄົນ​ໄດ້​ເວົ້າ​ເຖິງ​ພຣະ​ອົງ, ໄດ້​ຮ້ອງ​ເພງ​ກ່ຽວ​ກັບ​ພຣະ​ອົງ, ໄດ້​ຝັນ​ເຖິງ​ພຣະ​ອົງ, ແລະ ໄດ້​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ອົງ​ມາ​ປະ​ກົດ—ແຕ່​ໃນ​ທີ່​ສຸດ​ພຣະ​ອົງ​ກໍ​ໄດ້​ສະ​ເດັດ​ມາ. ວັນ​ແຫ່ງ​ການ​ລໍ​ຄອຍ! ພຣະ​ເຈົ້າ​ທີ່​ປ່ຽນ​ຄ່ຳ​ຄືນ​ທີ່​ມືດ​ມົວ​ເປັນ​ເຊົ້າ​ແຫ່ງ​ຄວາມ​ສະ​ຫວ່າງ​ໄດ້​ສະ​ເດັດ​ມາ​ແລ້ວ” (Christ and the New Covenant [1997], 250–51).

ເບິ່ງ “Jesus Christ Appears in the Ancient Americas” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

3 ນີ​ໄຟ 8–11

ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ສະ​ຫວ່າງ​ຂອງ​ໂລກ.

ທ່ານ​ອາດ​ສັງ​ເກດ​ເຫັນ​ວ່າ ຫົວ​ຂໍ້​ນັ້ນ​ກ່ຽວ​ຂ້ອງ​ກັບ​ຄວາມ​ມືດ ແລະ ຄວາມ​ສະ​ຫວ່າງ ຖືກ​ກ່າວ​ຊ້ຳ​ຕະ​ຫລອດ​ທົ່ວ 3 ນີ​ໄຟ 8–11. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ບົດ​ເຫລົ່າ​ນີ້​ກ່ຽວ​ກັບ​ຄວາມ​ມືດ ແລະ ຄວາມ​ສະ​ຫວ່າງ​ທາງ​ວິນ​ຍານ? (ເບິ່ງ, ຍົກ​ຕົວ​ຢ່າງ, 3 ນີ​ໄຟ 8:19–23; 9:18; 10:9–13). ແມ່ນ​ຫຍັງ​ທີ່​ນຳ​ຄວາມ​ມືດ​ມາ​ສູ່​ຊີ​ວິດ​ຂອງ​ທ່ານ? ແມ່ນ​ຫຍັງ​ທີ່​ນຳ​ຄວາມ​ສະ​ຫວ່າງ​ມາ​ໃຫ້? ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ແນະ​ນຳ​ພຣະ​ອົງ​ເອງ​ວ່າ “ເປັນ​ຄວາມ​ສະ​ຫວ່າງ ແລະ ເປັນ​ຊີ​ວິດ​ຂອງ​ໂລກ”? (3 ນີ​ໄຟ 9:18; 11:11).

ເຫດ​ການ​ທີ່​ບັນ​ຍາຍ​ຢູ່​ໃນ 3 ນີ​ໄຟ 9–11 ແມ່ນ​ໜຶ່ງ​ໃນ​ເຫດ​ການ​ທີ່​ສັກ​ສິດ​ທີ່​ສຸດ​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ອ່ານ​ມັນ​ຢ່າງ​ຊ້າໆ, ແລະ ໄຕ່​ຕອງ​ຢ່າງ​ຖີ່​ຖ້ວນ. ຕໍ່​ໄປ​ນີ້​ແມ່ນ​ບາງ​ຄຳ​ຖາມ​ເພື່ອ​ຊ່ວຍ​ທ່ານ. ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທີ່​ມາ​ສູ່​ທ່ານ.

  • ເຮົາ​ຈະ​ຮູ້​ສຶກ​ແນວ​ໃດ​ຖ້າ​ຫາກ​ເຮົາ​ເປັນ​ຜູ້​ໜຶ່ງ​ໃນ​ບັນ​ດາ​ຜູ້​ຄົນ​ເຫລົ່າ​ນັ້ນ?

  • ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ເຮົາ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ບົດ​ເຫລົ່າ​ນີ້?

  • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ?

  • ພຣະ​ອົງ​ໄດ້​ເປັນ​ຄວາມ​ສະ​ຫວ່າງ​ໃນ​ຊີ​ວິດ​ຂອງ​ເຮົາ​ສະ​ເໝີ​ມາ​ແນວ​ໃດ?

ເບິ່ງ Sharon Eubank, “Christ: The Light That Shines in Darkness,” Liahona, May 2019, 73–76 ນຳ​ອີກ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ. ເມື່ອ​ທ່ານ​ຂຽນ​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ​ທີ່​ທ່ານ​ໄດ້​ຮັບ​ລົງ​ໄວ້, ສ່ວນ​ຫລາຍ​ແລ້ວ​ທ່ານ​ຈະ​ໄດ້​ຮັບ​ຕື່ມ​ອີກ.

3 ນີ​ໄຟ 9–10

ພຣະ​ເຢ​ຊູ​ຄຣິດ​ກະ​ຕື​ລື​ລົ້ນ​ທີ່​ຈະ​ໃຫ້​ອະ​ໄພ.

ແອວ​ເດີ ນຽວ ແອວ ແອນ​ເດີ​ເຊັນ ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ ແລະ ພ້ອມ​ແລ້ວ​ທີ່​ຈະ​ອະ​ໄພ​ບາບ​ໃຫ້​ເຮົາ” (“Repent … That I May Heal You,” Liahona, Nov. 2009, 40). ໃຫ້​ຄົ້ນ​ຄວ້າ 3 ນີ​ໄຟ 9–10 ເພື່ອ​ຊອກ​ຫາ​ຫລັກ​ຖານ​ເຖິງ​ຄວາມ​ວ່ອງ​ໄວ​ຂອງ​ພຣະ​ອົງ​ທີ່​ຈະ​ໃຫ້​ອະ​ໄພ. ທ່ານ​ພົບ​ເຫັນ​ຫຍັງ​ແດ່ ຢູ່​ໃນ 3 ນີ​ໄຟ 9:13–22; 10:1–6 ທີ່​ຊ່ວຍ​ໃຫ້​ທ່ານ​ຮູ້​ສຶກ​ເຖິງ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ? ເມື່ອ​ໃດ​ທີ່​ທ່ານ​ຮູ້​ສຶກ​ວ່າ​ພຣະ​ອົງ “ເຕົ້າ​ໂຮມ” ແລະ “ບຳ​ລຸງ​ລ້ຽງ” ທ່ານ? (ເບິ່ງ 3 ນີ​ໄຟ 10:4).

3 ນີ​ໄຟ 9:19–22

ພຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ “ຫົວ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ.”

ກ່ອນ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ການ​ຖວາຍ​ສັດ​ເປັນ​ສັນ​ຍາ​ລັກ​ຂອງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ໂມ​ເຊ 5:5–8). ແມ່ນ​ຫຍັງ​ຄື​ພຣະ​ບັນ​ຍັດ​ຂໍ້​ໃໝ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ທານ​ໃຫ້​ໃນ 3 ນີ​ໄຟ 9:20–22? ມັນ​ຊີ້​ບອກ​ເຮົາ​ໃຫ້​ໄປ​ຫາ​ພຣະ​ອົງ ແລະ ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ​ແນວ​ໃດ?

ການ​ເສຍ​ສະ​ລະ​ດ້ວຍ​ຫົວ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ​ໝາຍ​ຄວາມ​ວ່າ​ແນວ​ໃດ? ທ່ານ​ຮູ້​ສຶກ​ວ່າ​ເປັນ​ຫຍັງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ຕ້ອງ​ການ​ການ​ເສຍ​ສະ​ລະ​ນີ້​ຈາກ​ທ່ານ?

3 ນີ​ໄຟ 11:1–8

ຮູບ​ພາບ
seminary icon
ເຮົາ​ສາ​ມາດ​ຮຽນ​ທີ່​ຈະ​ຮັບ​ຟັງ ແລະ ເຂົ້າ​ໃຈ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ.

ທ່ານ​ຈະ​ຮູ້​ຈັກ​ຕອນ​ທີ່​ພຣະ​ເຈົ້າ​ກ່າວ​ກັບ​ທ່ານ​ໄດ້​ແນວ​ໃດ? ບາງ​ທີ​ປະ​ສົບ​ການ​ຂອງ​ຜູ້​ຄົນ ຢູ່​ໃນ 3 ນີ​ໄຟ 11:1–8 ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ຫລັກ​ທຳ​ບາງ​ຢ່າງ​ຂອງ​ເລື່ອງ​ການ​ຮັບ​ຟັງ ແລະ ເຂົ້າ​ໃຈ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ. ທ່ານ​ຄວນ​ສັງ​ເກດ​ເບິ່ງ​ຈຸດ​ພິ​ເສດ​ຂອງ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ ທີ່​ຜູ້​ຄົນ​ໄດ້​ຍິນ ແລະ ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ສຸ​ລະ​ສຽງ​ໄດ້​ດີ​ກວ່າ​ເກົ່າ.

ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ຄົ້ນ​ຄວ້າ​ຂໍ້​ພຣະ​ຄຳ​ພີ​ອື່ນໆ ທີ່​ບັນ​ຍາຍ​ກ່ຽວ​ກັບ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ ຫລື ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ. ຕໍ່​ໄປ​ນີ້​ແມ່ນ​ຈຳ​ນວນ​ໜຶ່ງ. ບາງ​ທີ, ຫລັງ​ຈາກ​ອ່ານ​ຂໍ້​ເຫລົ້າ​ນີ້​ແລ້ວ, ທ່ານ​ສາ​ມາດ​ຂຽນ​ແນວ​ທາງ​ຊີ້​ນຳ​ບາງ​ຂໍ້​ສຳ​ລັບ​ການ​ຮັບ​ຮູ້​ການ​ເປີດ​ເຜີຍ​ລົງ​ໄວ້: 1 ກະ​ສັດ 19:11–12; ຄາ​ລາ​ເຕຍ 5:22–23; ແອວ​ມາ 32:27–28, 35; ຮີ​ລາ​ມັນ 10:2–4; ອີ​ເທີ 4:11–12; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 9:7–9; 11:11–14.

ທ່ານ​ກໍ​ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ໄດ້​ຍິນ​ຈາກ​ສາດ​ສະ​ດາ, ອັກ​ຄະ​ສາ​ວົກ, ແລະ ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆ​ນຳ​ອີກ ຜູ້​ທີ່​ເຄີຍ​ປະ​ສົບ​ກັບ​ການ​ໄດ້​ຍິນ ແລະ ການ​ເຮັດ​ຕາມ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ. ຫລາຍ​ທ່ານ​ໄດ້​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ພວກ​ເພິ່ນ​ຢູ່​ໃນ​ບ່ອນ​ເກັບ​ກຳ​ວິ​ດີ​ໂອ “Hear Him!” ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ. ໃຫ້​ຄິດ​ທີ່​ຈະ​ເບິ່ງ​ເລື່ອງ​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ.

ທ່ານ​ຈະ​ນຳ​ໃຊ້​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້ ເພື່ອ​ຟັງ ແລະ ຮັບ​ຮູ້​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ​ຢ່າງ​ແຈ່ມ​ແຈ້ງ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ?

ເບິ່ງ Russell M. Nelson, “Hear Him,” Liahona, May 2020, 88–92; “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27; Gospel Topics, “Personal Revelation,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຮູບ​ພາບ
ພຣະ​ເຢ​ຊູ​ສະ​ແດງ​ຮອຍ​ແຜ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ​ຕໍ່​ຊາວ​ນີ​ໄຟ

One by One [ເທື່ອ​ລະ​ຄົນ], ໂດຍ ວາວ​ເຕີ ເຣນ

3 ນີ​ໄຟ 11:8–17

ພຣະ​ເຢ​ຊູ​ຄຣິດ​ເຊື້ອ​ເຊີນ​ເຮົາ​ໃຫ້​ມີ​ປະ​ຈັກ​ພະ​ຍານ​ສ່ວນ​ຕົວ​ເຖິງ​ພຣະ​ອົງ.

ປະ​ມານ 2,500 ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ພຣະ​ວິ​ຫານ​ໃນ​ເມືອງ​ອຸ​ດົມ​ສົມ​ບູນ ຕອນ​ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ປະ​ກົດ​ຕົວ (ເບິ່ງ 3 ນີ​ໄຟ 17:25). ເຖິງ​ແມ່ນ​ມີ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ, ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຊື້ອ​ເຊີນ​ໃຫ້​ແຕ່​ລະ​ຄົນ​ມາ​ສຳ​ຜັດ​ຮອຍ​ຕະ​ປູ​ຢູ່​ທີ່​ພຣະ​ຫັດ ແລະ ພຣະ​ບາດ​ຂອງ​ພຣະ​ອົງ “ເທື່ອ​ລະ​ຄົນ” (3 ນີ​ໄຟ 11:14–15). ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ຈິນ​ຕະ​ນາ​ການ​ວ່າ ຈະ​ເປັນ​ແນວ​ໃດ​ຖ້າ​ທ່ານ​ໄດ້​ຢູ່​ທີ່​ນັ້ນ. ໃນ​ທາງ​ໃດ​ແດ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ເຊື້ອ​ເຊີນ​ທ່ານ​ໃຫ້ “ລຸກ​ຂຶ້ນ ແລະ ອອກ​ມາ​ຫາ” ພຣະ​ອົງ? (3 ນີ​ໄຟ 11:14).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ເພາະ​ວັນ​ອາ​ທິດ​ນີ້​ເປັນ​ວັນ​ອາ​ທິດ​ທີ​ຫ້າ​ຂອງ​ເດືອນ, ຄູ​ສອນ​ປະ​ຖົມ​ໄວ​ຖືກ​ຊຸກ​ຍູ້​ໃຫ້​ນຳ​ໃຊ້​ກິດ​ຈະ​ກຳ​ການ​ຮຽນ​ຮູ້​ທີ່​ຢູ່​ໃນ “ພາກ​ຫ້ອຍ​ທ້າຍ ຂ: ການ​ກະ​ກຽມ​ເດັກ​ນ້ອຍ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ.”

3 ນີໄຟ 8–9

ເມື່ອ​ເຮົາ​ຢູ່​ໃນ​ຄວາມ​ມືດ, ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ເຮົາ.

  • ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຮູ້​ສຶກ​ເຖິງ​ປະ​ສົບ​ການ​ທີ່​ບັນ​ຍາຍ ຢູ່​ໃນ 3 ນີ​ໄຟ 8–9, ທ່ານ​ສາ​ມາດ​ເລົ່າ​ລຶ້ມ​ຄືນ ຫລື ຟັງ​ການ​ບັນ​ທຶກ​ບາງ​ພາກ​ສ່ວນ​ຂອງ​ບົດ​ເຫລົ່າ​ນີ້ ຢູ່​ໃນ​ຫ້ອງ​ມືດ. ສົນ​ທະ​ນາ​ກ່ຽວ​ກັບ​ວ່າ ມັນ​ຊິ​ເປັນ​ຈັ່ງ​ໃດ ຖ້າ​ຫາກ​ໄດ້​ຢູ່​ໃນ​ຄວາມ​ມືດ​ເຖິງ​ສາມ​ວັນ. ແລ້ວ​ພວກ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ພຣະ​ເຢ​ຊູ​ຄຣິດ​ຈຶ່ງ​ເອີ້ນ​ພຣະ​ອົງ​ເອງ​ວ່າ “ຄວາມ​ສະ​ຫວ່າງ​ຂອງ​ໂລກ (ເບິ່ງ 3 ນີ​ໄຟ 9:18). ພຣະ​ເຢ​ຊູ​ໄດ້​ເຊື້ອ​ເຊີນ​ຜູ້​ຄົນ, ແລະ ເຮົາ, ໃຫ້​ເຮັດ​ຫຍັງ ເພື່ອ​ວ່າ​ພຣະ​ອົງ​ຈະ​ໄດ້​ເປັນ​ແສງ​ສະ​ຫວ່າງ​ໃຫ້​ແກ່​ເຮົາ? (ເບິ່ງ 3 ນີ​ໄຟ 9:20–22).

3 ນີ​ໄຟ 10:4–6

ພຣະ​ເຢ​ຊູ​ປົກ​ປ້ອງ​ຜູ້​ຄົນ​ຂອງ​ພຣະ​ອົງ​ຄື​ກັນ​ກັບ​ແມ່​ໄກ່​ປົກ​ປ້ອງ​ລູກ​ຂອງ​ມັນ.

  • ການ​ວາດ​ພາບ​ເຫັນ​ແມ່​ໄກ່​ເຕົ້າ​ໂຮມ​ລູກ​ຂອງ​ມັນ ສາ​ມາດ​ເປັນ​ເຄື່ອງ​ມື​ສິດ​ສອນ​ທີ່​ມີ​ພະ​ລັງ ເພື່ອ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ເຂົ້າ​ໃຈ​ລັກ​ສະ​ນະ ແລະ ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ທ່ານ​ສາ​ມາດ​ອ່ານ 3 ນີ​ໄຟ 10:4–6 ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ເບິ່ງ​ຮູບ​ແມ່​ໄກ່ ແລະ ລູກ​ຂອງ​ມັນ. ເປັນ​ຫຍັງ​ແມ່​ໄກ່​ຈຶ່ງ​ຈຳ​ເປັນ​ຕ້ອງ​ເຕົ້າ​ໂຮມ​ລູກ​ຂອງ​ມັນ? ເປັນ​ຫຍັງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ປະ​ສົງ​ທີ່​ຈະ​ເຕົ້າ​ໂຮມ​ເຮົາ​ໃຫ້​ຢູ່​ໃກ້​ພຣະ​ອົງ? ເຮົາ​ມາ​ຫາ​ພຣະ​ອົງ​ເພື່ອ​ຄວາມ​ປອດ​ໄພ​ແນວ​ໃດ?

3 ນີ​ໄຟ 11:1–15

ພຣະ​ເຢ​ຊູ​ຄຣິດ​ເຊື້ອ​ເຊີນ​ເຮົາ​ໃຫ້​ມາ​ຫາ​ພຣະ​ອົງ.

  • ທ່ານ​ຈະ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ຂະ​ນະ​ທີ່​ທ່ານ​ອ່ານ 3 ນີ​ໄຟ 11:1–15 ນຳ​ກັນ​ໄດ້​ແນວ​ໃດ? ບາງ​ທີ​ທ່ານ​ສາ​ມາດ​ຂໍ​ໃຫ້​ພວກ​ເຂົາ​ບອກ​ທ່ານ​ເຖິງ​ຕອນ​ທີ່​ພວກ​ເຂົາ​ພົບ​ເຫັນ​ບາງ​ຢ່າງ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ຊ່ວຍ​ໃຫ້​ພວກ​ເຂົາ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ທ່ານ​ສາ​ມາດ​ເຮັດ​ເຊັ່ນ​ດຽວ​ກັນ ກັບ​ຮູບ​ຢູ່​ໃນ​ໂຄງ​ຮ່າງ​ນີ້ ຫລື ວິ​ດີ​ໂອ “Jesus Christ Appears at the Temple” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ບອກ​ລູກໆ​ຂອງ​ທ່ານ​ວ່າ​ທ່ານ​ຮູ້​ສຶກ​ແນວ​ໃດ ເມື່ອ​ທ່ານ​ອ່ານ ແລະ ໄຕ່​ຕອງ​ກ່ຽວ​ກັບ​ເຫດ​ການ​ເຫລົ່າ​ນີ້. ປ່ອຍ​ໃຫ້​ພວກ​ເຂົາ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ພວກ​ເຂົາ​ຄື​ກັນ.

3 ນີ​ໄຟ 11:1–8

ພຣະ​ເຈົ້າ​ກ່າວ​ກັບ​ເຮົາ​ໃນ​ສຸ​ລະ​ສຽງ​ທີ່​ແຜ່ວ​ເບົາ.

  • ບາງ​ທີ​ທ່ານ​ສາ​ມາດ​ອ່ານ​ບາງ​ຂໍ້​ເຫລົ່າ​ນີ້ ດ້ວຍ, “ສຽງ [ແຜ່ວ] ເບົາ” (3 ນີ​ໄຟ 11:3). ຫລື ທ່ານ​ສາ​ມາດ​ເປີດ​ເພງ​ເຊັ່ນ “This Is My Beloved Son” (Children’s Songbook, 76) ຄ່ອຍໆ ຈົນ​ມັນ​ຍາກ​ທີ່​ຈະ​ໄດ້​ຍິນ. ຜູ້​ຄົນ​ຕ້ອງ​ເຮັດ​ສິ່ງ​ໃດ ເພື່ອ​ຈະ​ເຂົ້າ​ໃຈ​ສຸ​ລະ​ສຽງ​ຈາກ​ສະ​ຫວັນ? (ເບິ່ງ ຂໍ້​ທີ 5–7). ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ຂອງ​ພວກ​ເຂົາ?

3 ນີ​ໄຟ 11:21–26

ພຣະ​ເຢ​ຊູ​ຄຣິດ​ຢາກ​ໃຫ້​ເຮົາ​ຮັບ​ບັບ​ຕິ​ສະ​ມາ.

  • ຂະ​ນະ​ທີ່​ທ່ານ​ອ່ານ 3 ນີ​ໄຟ 11:21–26, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ຢືນ​ຂຶ້ນ ທຸກ​ຄັ້ງ​ທີ່​ພວກ​ເຂົາ​ໄດ້​ຍິນ​ຄຳ​ວ່າ ບັບ​ຕິ​ສະ​ມາ. ພຣະ​ເຢ​ຊູ​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ? ຖ້າ​ວ່າ​ລູກໆ​ຂອງ​ທ່ານ​ເຄີຍ​ໄດ້​ເຫັນ​ການ​ບັບ​ຕິ​ສະ​ມາ, ຂໍ​ໃຫ້​ພວກ​ເຂົາ​ບັນ​ຍາຍ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຫັນ. ເປັນ​ຫຍັງ​ພຣະ​ເຢ​ຊູ​ຈຶ່ງ​ຢາກ​ໃຫ້​ເຮົາ​ຮັບ​ບັບ​ຕິ​ສະ​ມາ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ຊາວ​ນີ​ໄຟ

One Shepherd [ຜູ້​ລ້ຽງ​ແຕ່​ພຽງ​ຜູ້​ດຽວ], ໂດຍ ຮາວ​ເວີດ ລີ​ອອນ