ສິ່ງ​ຊ່ວຍ​ສຶກ​ສາ
ສາດ​ສະ​ດາ


ສາດ​ສະ​ດາ

ບຸກ​ຄົນ​ທີ່​ຖືກ​ເອີ້ນ​ໂດຍ​ພຣະ​ເຈົ້າ ແລະ ໃຫ້​ກ່າວ​ແທນ​ພຣະ​ເຈົ້າ. ໃນ​ຖານະ​ອັກຄະ​ທູດ​ຂອງ​ພຣະ​ເຈົ້າ, ສາດ​ສະ​ດາ​ໄດ້​ຮັບ​ພຣະ​ບັນ​ຍັດ, ການ​ທຳ​ນາຍ, ແລະ ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ. ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເພິ່ນ​ແມ່ນ​ທີ່​ຈະ​ປະ​ກາດ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ ແລະ ລັກ​ສະ​ນະ​ທີ່​ແທ້​ຈິງ​ຂອງ​ພຣະ​ອົງ ແກ່​ມະນຸດ​ຊາດ ແລະ ເພື່ອ​ສະແດງ​ຄວາມ​ໝາຍ​ຂອງ​ການ​ກະ​ທຳ​ຂອງ​ພຣະ​ອົງ​ຕໍ່​ເຂົາ. ສາດ​ສະ​ດາ​ປະນາມ​ບາບ ແລະ ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ຜົນ​ສະ​ທ້ອນ​ຂອງ​ມັນ. ເພິ່ນ​ເປັນ​ຄົນ​ສັ່ງ​ສອນ​ຄວາມ​ຊອບ​ທຳ. ບາງ​ຄັ້ງ ສາດ​ສະ​ດາ ອາດ​ຖືກ​ດົນ​ໃຈ​ໃຫ້​ບອກ​ເຖິງ​ອະ​ນາ​ຄົດ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ມະນຸດ​ຊາດ. ເຖິງ​ຢ່າງ​ໃດ​ກໍ​ຕາມ ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ ແມ່ນ​ເພື່ອ​ເປັນ​ພະຍານ​ເຖິງ​ພຣະ​ຄຣິດ. ປະທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແມ່ນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃນ​ປະ​ຈຸ​ບັນ. ສະມາ​ຊິກ​ໃນ​ຝ່າຍ​ປະທານ​ສູງ​ສຸດ ແລະ ອັກຄະ​ສາວົກ​ສິບ​ສອງ​ໄດ້​ຖືກ​ສະ​ໜັບ​ສະ​ໜູນ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ.