ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 9–15 ເດືອນ​ກັນ​ຍາ: “ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່.” ຮີ​ລາ​ມັນ 13–16


“ວັນ​ທີ 9–15 ເດືອນ​ກັນ​ຍາ: ‘ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່.’ ຮີ​ລາ​ມັນ 13–16,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 9–15 ເດືອນ​ກັນ​ຍາ. ຮີ​ລາ​ມັນ 13–16,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ຊາ​ມູ​ເອນ​ຄົນ​ເລ​ມັນ​ກຳ​ລັງ​ສິດ​ສອນ​ຢູ່​ເທິງ​ກຳ​ແພງ

Samuel the Lamanite on the Wall [ຊາ​ມູ​ເອນ​ຄົນ​ເລ​ມັນ​ຢູ່​ເທິງ​ກຳ​ແພງ], ໂດຍ ອາ​ໂນລ໌ ຟຣີ​ເບີກ

ວັນ​ທີ 9–15 ເດືອນ​ກັນ​ຍາ: “ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່”

ຮີ​ລາ​ມັນ 13–16

ເທື່ອ​ທຳ​ອິດ​ທີ່​ຊາ​ມູ​ເອນ​ຄົນ​ເລ​ມັນ​ໄດ້​ພະ​ຍາ​ຍາມ​ແບ່ງ​ປັນ “ຂ່າວ​ອັນ​ໜ້າ​ຊື່ນ​ຊົມ” ຢູ່​ໃນ​ເມືອງ​ເຊ​ຣາ​ເຮັມ​ລາ (ຮີ​ລາ​ມັນ 13:7), ເພິ່ນ​ໄດ້​ຖືກ​ປະ​ຕິ​ເສດ ແລະ ຖືກ​ຂັບ​ໄລ່​ອອກ​ໄປ ໂດຍ​ຊາວ​ນີ​ໄຟ​ທີ່​ໃຈ​ແຂງ​ກະ​ດ້າງ. ທ່ານ​ສາ​ມາດ​ເວົ້າ​ໄດ້ ຄື​ກັບ​ວ່າ​ພວກ​ເຂົາ​ໄດ້​ສ້າງ​ກຳ​ແພງ​ທີ່​ຜ່ານ​ເຂົ້າ​ໄປ​ບໍ່​ໄດ້​ອ້ອມ​ຮອບ​ໃຈ​ຂອງ​ພວກ​ເຂົາ ທີ່​ກີດ​ກັນ​ພວກ​ເຂົາ​ຈາກ​ການ​ຮັບ​ເອົາ​ຂ່າວ​ສານ​ຂອງ​ຊາ​ມູ​ເອນ. ຊາ​ມູ​ເອນ​ໄດ້​ເຂົ້າ​ໃຈ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຂ່າວ​ສານ ທີ່​ເພິ່ນ​ໄດ້​ກ່າວ ແລະ ໄດ້​ສະ​ແດງ​ສັດ​ທາ​ໂດຍ​ການ​ເຮັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ “ວ່າ​ເພິ່ນ​ຄວນ​ກັບ​ຄືນ​ໄປ​ອີກ, ແລະ ທຳ​ນາຍ” (ຮີ​ລາ​ມັນ 13:3). ຄື​ກັນ​ກັບ​ຊາ​ມູ​ເອນ, ເຮົາ​ທຸກ​ຄົນ​ກໍ​ປະ​ເຊີນ​ກັບ​ກຳ​ແພງ ຂະ​ນະ​ທີ່​ເຮົາ “ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ຮີ​ລາ​ມັນ 14:9) ແລະ ພະ​ຍາ​ຍາມ​ເຮັດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ອົງ. ແລະ ຄື​ກັນ​ກັບ​ຊາ​ມູ​ເອນ, ເຮົາ​ກໍ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ຄື​ກັນ, “ຜູ້​ຈະ​ສະ​ເດັດ​ມາ​ຢ່າງ​ແນ່​ນອນ,” ແລະ ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້ “ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ” (ຮີ​ລາ​ມັນ 13:6; 14:13). ບໍ່​ແມ່ນ​ທຸກ​ຄົນ​ຈະ​ຮັບ​ຟັງ, ແລະ ບາງ​ຄົນ​ອາດ​ຕໍ່​ຕ້ານ​ເຮົາ​ຢ່າງ​ຮຸນ​ແຮງ. ແຕ່​ຜູ້​ທີ່​ເຊື່ອ​ໃນ​ຂ່າວ​ສານ​ນີ້ ດ້ວຍ​ສັດ​ທາ​ໃນ​ພຣະ​ຄຣິດ ຈະ​ພົບ​ວ່າ​ມັນ​ເປັນ “ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່” ແທ້ໆ (ຮີ​ລາ​ມັນ 16:14).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ຮີ​ລາ​ມັນ 13

ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຄຳ​ເຕືອນ​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ.

ໃນ​ພຣະ​ຄຳ​ພີ, ບາງ​ເທື່ອ​ສາດ​ສະ​ດາ​ໄດ້​ຖືກ​ປຽບ​ທຽບ​ໃສ່​ກັບ​ນາຍ​ຍາມ​ຢູ່​ເທິງ​ກຳ​ແພງ ຫລື ຫໍ​ສູງ ຜູ້​ເຕືອນ​ບອກ​ສິ່ງ​ອັນ​ຕະ​ລາຍ (ເບິ່ງ ເອ​ຊາ​ຢາ 62:6; ເອ​ເຊ​ກຽນ 33:1–7). ຂະ​ນະ​ທີ່​ທ່ານ​ສຶກ​ສາ​ຖ້ອຍ​ຄຳ​ຂອງ​ຊາ​ມູ​ເອນ​ຢູ່​ໃນ ຮີ​ລາ​ມັນ 13, ໃຫ້​ພິ​ຈາ​ລະ​ນາ​ວ່າ​ເພິ່ນ​ຄື​ກັນ​ກັບ​ນາຍ​ຍາມ​ສຳ​ລັບ​ທ່ານ​ແນວ​ໃດ. ເພິ່ນ​ໄດ້​ເວົ້າ​ຫຍັງ​ແດ່​ທີ່​ເບິ່ງ​ຄື​ກ່ຽວ​ພັນ​ກັບ​ວັນ​ເວ​ລາ​ຂອງ​ເຮົາ? (ເບິ່ງ​ໂດຍ​ສະ​ເພາະ ຂໍ້​ທີ 8, 21–22, 26–29, 31, ແລະ 38). ຍົກ​ຕົວ​ຢ່າງ, ຊາ​ມູ​ເອນ ໄດ້​ສິດ​ສອນ​ຫຍັງ​ແດ່່​ກ່ຽວ​ກັບ​ການ​ກັບ​ໃຈ? ກ່ຽວ​ກັບ​ຄວາມ​ຖ່ອມ​ຕົວ ແລະ ຄວາມ​ຮັ່ງ​ມີ? ກ່ຽວ​ກັບ​ການ​ສະ​ແຫວງ​ຫາ​ຄວາມ​ສຸກ “ໃນ​ການ​ເຮັດ​ຄວາມ​ຊົ່ວ​ຮ້າຍ”?

ທ່ານ​ອາດ​ຊອກ​ຫາ​ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ທີ່​ລ່າ​ສຸດ​ນຳ​ອີກ ສຳ​ລັບ​ຄຳ​ເຕືອນ​ທີ່​ຄ້າຍ​ຄື​ກັນ​ນີ້ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ໃຫ້ ຜ່ານ​ທາງ​ສາດ​ສະ​ດາ​ໃນ​ຍຸກ​ສະ​ໄໝ​ໃໝ່. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ​ກ່ຽວ​ກັບ​ຄຳ​ເຕືອນ​ເຫລົ່າ​ນີ້?

ຊອກ​ຫາ​ແບບ​ແຜນ. ແບບ​ແຜນ ຄື​ແຜນ​ການ ຫລື ແບບ​ຢ່າງ​ທີ່​ສາ​ມາດ​ໃຊ້​ເປັນ​ສິ່ງ​ນຳ​ພາ​ໃຫ້​ບັນ​ລຸ​ວຽກ​ງານ​ໃດ​ໜຶ່ງ. ໃນ​ພຣະ​ຄຳ​ພີ, ເຮົາ​ພົບ​ເຫັນ​ແບບ​ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ອົງ, ດັ່ງ​ເຊັ່ນ​ການ​ສົ່ງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໄປ​ເຕືອນ​ຜູ້​ຄົນ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ເບິ່ງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ

ເມື່ອ​ເຮົາ​ຮັບ​ຟັງ​ບັນ​ດາ​ສາດ​ສະ​ດາ, ພວກ​ເພິ່ນ​ຈະ​ຊີ້​ໃຫ້​ເຮົາ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ.

ຮີ​ລາ​ມັນ 13–15

ຮູບ​ພາບ
seminary icon
ພຣະ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້​ກັບ​ໃຈ.

ຄຳ​ເຕືອນ​ຂອງ​ຊາ​ມູ​ເອນ​ເຖິງ​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ແມ່ນ​ລວມ​ດ້ວຍ​ຄຳ​ເຊື້ອ​ເຊີນ​ທີ່​ມີ​ເມດ​ຕາ​ສະ​ເໝີ ເພື່ອ​ໃຫ້​ກັບ​ໃຈ. ໃຫ້​ຊອກ​ຫາ​ຄຳ​ເຊື້ອ​ເຊີນ​ເຫລົ່າ​ນີ້ ຕະ​ຫລອດ​ທົ່ວ ຮີ​ລາ​ມັນ 13–15 (ເບິ່ງ ໂດຍ​ສະ​ເພາະ ຮີ​ລາ​ມັນ13:6–11; 14:15–19; 15:7–8). ທ່ານ​ຮຽນ​ຮູ້​ຫຍັງ​ແດ່ ຈາກ​ຂໍ້​ເຫລົ່າ​ນີ້ ກ່ຽວ​ກັບ​ການ​ກັບ​ໃຈ? ບາງ​ຄົນ​ເຫັນ​ການ​ກັບ​ໃຈ​ວ່າ​ເປັນ​ການ​ລົງ​ໂທດ​ທີ່​ໂຫດ​ຮ້າຍ—ເປັນ​ສິ່ງ​ທີ່​ຕ້ອງ​ຫລີກ​ເວັ້ນ. ໃນ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ, ຊາ​ມູ​ເອນ​ຢາກ​ໃຫ້​ຊາວ​ນີ​ໄຟ​ເຫັນ​ການ​ກັບ​ໃຈ​ວ່າ​ເປັນ​ແບບ​ໃດ?

ເພື່ອ​ເຮັດ​ໃຫ້​ການ​ສຶກ​ສາ​ຂອງ​ທ່ານ​ເລິກ​ເຊິ່ງ, ທ່ານ​ສາ​ມາດ​ອ່ານ​ຂ່າວ​ສານ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ “We Can Do Better and Be Better” (Liahona, May 2019, 67). ເພິ່ນ​ໄດ້​ໃຫ້​ນິ​ຍາມ​ການ​ກັບ​ໃຈ​ວ່າ​ແນວ​ໃດ? ພອນ​ຂອງ​ການ​ກັບ​ໃຈ​ຢ່າງ​ຈິງ​ໃຈ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ໃນ​ຂ່າວ​ສານ​ຂອງ​ເພິ່ນ? ທ່ານ​ອາດ​ຊອກ​ຫາ​ສິ່ງ​ໃດ​ສິ່ງ​ໜຶ່ງ​ໂດຍ​ສະ​ເພາະ​ທີ່​ສາດ​ສະ​ດາ​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້​ປ່ຽນ​ແປງ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກຳ​ລັງ​ບອກ​ທ່ານ​ວ່າ​ທ່ານ​ຕ້ອງ​ປ່ຽນ​ແປງ​ຫຍັງ​ແດ່? ໃຫ້​ຄິດ​ທີ່​ຈະ​ຂຽນ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ທີ່​ທ່ານ​ໄດ້​ຮັບ​ລົງ​ໄວ້.

ການ​ກັບ​ໃຈ​ແຕກ​ຕ່າງ​ຈາກ​ການ​ພຽງ​ແຕ່​ປ່ຽນ​ແປງ​ພຶດ​ຕິ​ກຳ​ຂອງ​ທ່ານ​ເທົ່າ​ນັ້ນ​ແນວ​ໃດ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ເຈົ້າ​ເພື່ອ​ໃຫ້​ກັບ​ໃຈ? ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ເລື່ອງ​ນີ້, ໃຫ້​ຄິດ​ທີ່​ຈະ​ຮ້ອງ​ເພງ ຫລື ຟັງ​ເພງ​ສວດ​ທີ່​ສະ​ແດງ​ເຖິງ​ຄຳ​ເຊື້ອ​ເຊີນ​ນີ້, ດັ່ງ​ເຊັ່ນ “ຂ້າ​ຂໍ​ຂອບ​ພຣະ​ໄທ​ອົງ​ບິ​ດາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 67).

ເບິ່ງ “Jesus Christ Will Help You,” ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ, 6–9; “Repentance: A Joyful Choice,” “Principles of Peace: Repentance” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; Gospel Topics “Repentance,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຮີ​ລາ​ມັນ 14; 16:13–23

ພຣະ​ເຈົ້າ​ໄດ້​ສົ່ງ​ເຄື່ອງ​ໝາຍ ແລະ ການ​ແປກ​ປະ​ຫລາດ​ມາ ເພື່ອ​ເປັນ​ພະ​ຍານ​ເຖິງ​ການ​ກຳ​ເນີດ ແລະ ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຢູ່​ໃນ ຮີ​ລາ​ມັນ 14, ຊາ​ມູ​ເອນ​ໄດ້​ອະ​ທິ​ບາຍ​ເຫດ​ຜົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ໃຫ້​ມີ​ເຄື່ອງ​ໝາຍ​ເຖິງ​ການ​ກຳ​ເນີດ ແລະ ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເພື່ອ​ວ່າ​ຜູ້​ຄົນ “ຈະ​ໄດ້​ຮູ້​ເຖິງ … ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ” ແລະ “ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ” (ຮີ​ລາ​ມັນ 14:12). ຂະ​ນະ​ທີ່​ທ່ານ​ສຶກ​ສາ ຮີ​ລາ​ມັນ 14, ໃຫ້​ສັງ​ເກດ​ເບິ່ງ​ເຄື່ອງ​ໝາຍ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ ຂໍ້​ທີ 1–8 ແລະ ເຄື່ອງ​ໝາຍ​ເຖິງ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ ຢູ່​ໃນ ຂໍ້​ທີ 20–28. ທ່ານ​ຄິດ​ວ່າ ເປັນ​ຫຍັງ​ເຄື່ອງ​ໝາຍ​ເຫລົ່າ​ນີ້​ຈຶ່ງ​ເປັນ​ວິ​ທີ​ທີ່​ມີ​ປະ​ສິດ​ທິ​ພາບ ໃນ​ການ​ໃຫ້​ຄວາມ​ໝາຍ​ແກ່​ການ​ກຳ​ເນີດ ແລະ ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ?

ເຄື່ອງ​ໝາຍ​ທີ່​ເປັນ​ສ່ວນ​ຕົວ ແລະ ໜ້າ​ຕື່ນ​ຕາ​ຕື່ນ​ໃຈ​ໜ້ອຍ​ກວ່າ​ສາ​ມາດ​ຊ່ວຍ​ທ່ານ “ເຊື່ອ​ໃນ​ພຣະ​ນາມ [ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ] ໄດ້.” ພຣະ​ອົງ​ໄດ້​ກະ​ທຳ​ສິ່ງ​ໃດ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ເຊື່ອ​ຂອງ​ທ່ານ​ໃນ​ພຣະ​ອົງ?

ມີ​ຄຳ​ເຕືອນ​ຫຍັງ​ແດ່​ທີ່​ມອບ​ໃຫ້​ກ່ຽວ​ກັບ​ເຄື່ອງ​ໝາຍ ຢູ່​ໃນ ຮີ​ລາ​ມັນ 16:13–23? ທ່ານ​ຈະ​ຫລີກ​ເວັ້ນ​ຈາກ​ທັດ​ສະ​ນະ​ຄະ​ຕິ​ຂອງ​ຜູ້​ຄົນ​ທີ່​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ໄດ້​ແນວ​ໃດ?

ເບິ່ງ ແອວ​ມາ 30:43–52; Ronald A. Rasband, “By Divine Design,” Liahona, Nov. 2017, 55–57 ນຳ​ອີກ.

ຮີ​ລາ​ມັນ 15:3

ການ​ຕີ​ສອນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ເຄື່ອງ​ໝາຍ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ.

ຖ້ອຍ​ຄຳ​ຂອງ​ຊາ​ມູ​ເອນ​ບັນ​ຈຸ​ການ​ຕີ​ສອນ​ທີ່​ເຂັ້ມ​ງວດ, ແຕ່ ຮີ​ລາ​ມັນ 15:3 ໃຫ້​ເຮົາ​ເຫັນ​ມຸມ​ມອງ​ຂອງ​ການ​ຕີ​ສອນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ການ​ຕີ​ສອນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ສາ​ມາດ​ເປັນ​ເຄື່ອງ​ໝາຍ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ແນວ​ໃດ? ທ່ານ​ເຫັນ​ຫລັກ​ຖານ​ໃດ​ແດ່​ເຖິງ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ທຳ​ນາຍ ແລະ ການ​ເຕືອນ​ຂອງ​ຊາ​ມູ​ເອນ?

ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ສຶກ​ສາ​ຂ່າວ​ສານ​ຂອງ Elder D. Todd Christofferson “As Many as I Love, I Rebuke and Chasten” (Liahona, May 2011, 97–100), ຊອກ​ຫາ​ຈຸດ​ປະ​ສົງ​ສາມ​ຢ່າງ​ຂອງ​ການ​ຕີ​ສອນ​ທີ່​ສູງ​ສົ່ງ. ເມື່ອ​ໃດ​ທີ່​ທ່ານ​ໄດ້​ເຫັນ​ພຣະ​ເຈົ້າ​ທຳ​ງານ​ໃນ​ວິ​ທີ​ທາງ​ເຫລົ່າ​ນີ້​ໃນ​ຊີ​ວິດ​ຂອງ​ທ່ານ?

ຮີ​ລາ​ມັນ 16

ສາດ​ສະ​ດາ​ຊີ້​ທາງ​ໃຫ້​ເຮົາ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ.

ໃນ ຮີ​ລາ​ມັນ 16, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຜູ້​ຄົນ​ທີ່​ໄດ້​ຍອມ​ຮັບ​ຄຳ​ສອນ​ຂອງ​ຊາ​ມູ​ເອນ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຜູ້​ຄົນ​ທີ່​ໄດ້​ປະ​ຕິ​ເສດ​ເພິ່ນ? ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ໄດ້​ຊ່ວຍ​ທ່ານ ຫຍັບ​ເຂົ້າ​ໃກ້​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ​ແນວ​ໃດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ຮີ​ລາ​ມັນ 13:2–5

ພຣະ​ເຈົ້າ​ສາ​ມາດ​ກ່າວ​ກັບ​ເຮົາ​ຢູ່​ໃນ​ໃຈ​ຂອງ​ເຮົາ.

  • ທ່ານ​ຈະ​ສາ​ມາດ​ສິດ​ສອນ​ລູກໆ​ຂອງ​ທ່ານ​ວ່າ ພຣະ​ເຈົ້າ​ສາ​ມາດ​ກ່າວ​ຕໍ່​ໃຈ​ຂອງ​ເຮົາ​ໄດ້​ແນວ​ໃດ, ດັ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ໃຫ້​ແກ່​ຊາ​ມູ​ເອນ? ບາງ​ທີ​ທ່ານ​ສາ​ມາດ​ຂໍ​ໃຫ້​ພວກ​ເຂົາ​ສະ​ແດງ​ວິ​ທີ​ທາງ​ທີ່​ແຕກ​ຕ່າງ​ເພື່ອ​ສື່​ສານ​ໂດຍ​ບໍ່​ໃຊ້​ຖ້ອຍ​ຄຳ (ດັ່ງ​ເຊັ່ນ​ທ່າ​ທີ ຫລື ການ​ສະ​ແດງ​ອອກ​ທາງ​ໃບ​ໜ້າ). ສິ່ງ​ນີ້​ສາ​ມາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທາງ​ທີ່​ແຕກ​ຕ່າງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສື່​ສານ​ກັບ​ເຮົາ. ເພື່ອ​ເປັນ​ພາກ​ສ່ວນ​ຂອງ​ການ​ສົນ​ທະ​ນາ​ນີ້, ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ຮູບ​ຊາ​ມູ​ເອນ​ຄົນ​ເລ​ມັນ (ໂຄງ​ຮ່າງ​ນີ້​ມີ​ຮູບ​ສອງ​ໃບ) ແລະ ອ່ານ ຮີ​ລາ​ມັນ 13:2–5 ຂະ​ນະ​ທີ່​ລູກໆ​ຂອງ​ທ່ານ​ຕັ້ງ​ໃຈ​ຟັງ​ວ່າ ພຣະ​ເຈົ້າ​ໄດ້​ບອກ​ໃຫ້​ຊາ​ມູ​ເອນ​ໃຫ້​ກ່າວ​ຫຍັງ​ແດ່.

  • ເຮົາ​ຫລາຍ​ຄົນ—ໂດຍ​ສະ​ເພາະ​ເດັກ​ນ້ອຍ—ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ເພື່ອ​ຮຽນ​ຮູ້​ທີ່​ຈະ​ຮັບ​ຮູ້​ວ່າ​ພຣະ​ເຈົ້າ​ກຳ​ລັງ​ກ່າວ​ກັບ​ເຮົາ ແນວ​ໃດ ແລະ ເມື່ອ​ໃດ ທ່ານ​ອາດ​ບອກ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ເວ​ລາ​ເມື່ອ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ຊ່ວຍ​ໃຫ້​ທ່ານ​ຮູ້​ຢູ່​ໃນ​ໃຈ​ຂອງ​ທ່ານ​ເຖິງ​ສິ່ງ​ທີ່​ພຣະ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ເຮັດ ຫລື ກ່າວ. ໃຫ້​ອະ​ທິ​ບາຍ​ວ່າ​ທ່ານ​ຮູ້​ໄດ້​ແນວ​ໃດ​ວ່າ ພຣະ​ເຈົ້າ​ກຳ​ລັງ​ສື່​ສານ​ກັບ​ທ່ານ. ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ທີ່​ຄ້າຍ​ຄື​ກັນ ທີ່​ພວກ​ເຂົາ​ເຄີຍ​ມີ.

ຮີ​ລາ​ມັນ 14:2–7, 20–25

ສາດ​ສະ​ດາ​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ.

  • ການ​ຮ້ອງ​ເພງ “ຄັ້ງ​ໜຶ່ງ​ເຢ​ຊູ​ເກີດ​ຕ່ຳ​ຕ້ອຍ” ນຳ​ກັນ (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 22) ອາດ​ເປັນ​ວິ​ທີ​ທີ່​ດີ ເພື່ອ​ສິດ​ສອນ​ລູກໆ​ຂອງ​ທ່ານ​ເຖິງ​ສິ່ງ​ທີ່​ຊາ​ມູ​ເອນ​ໄດ້​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ການ​ແບ່ງ​ປັນ “ບົດ​ທີ 40: ຊາ​ມູ​ເອນ​ຄົນ​ເລ​ມັນ​ປະ​ກາດ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ” (ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 111–13) ກໍ​ເປັນ​ອີກ​ວິ​ທີ​ໜຶ່ງ. ຊາ​ມູ​ເອນ​ໄດ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ບາງ​ທີ​ທ່ານ​ກໍ​ສາ​ມາດ​ແບ່ງ​ປັນ​ສິ່ງ​ທີ່​ສາດ​ສະ​ດາ​ຍຸກ​ສະ​ໄໝ​ໃໝ່​ສິດ​ສອນ​ກ່ຽວ​ກັບ​ພຣະ​ອົງ. ຖ້ອຍ​ຄຳ​ຂອງ​ພວກ​ເພິ່ນ​ສ້າງ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ອົງ​ແນວ​ໃດ?

ຮີ​ລາ​ມັນ 16:1–6

ເຮົາ​ໄດ້​ຮັບ​ພອນ​ເມື່ອ​ເຮົາ​ຕິດ​ຕາມ​ສາດ​ສະ​ດາ.

  • ທ່ານ​ສາ​ມາດ​ສ້າງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ລູກໆ​ຂອງ​ທ່ານ​ໃນ​ສາດ​ສະ​ດາ ໂດຍ​ການ​ສະ​ແດງ​ໃຫ້​ພວກ​ເຂົາ​ເຫັນ​ຕົວ​ຢ່າງ​ຂອງ​ຜູ້​ຄົນ​ທີ່​ຊື່​ສັດ. ບາງ​ຢ່າງ​ເຫລົ່າ​ນີ້​ມີ​ຢູ່​ໃນ ຮີ​ລາ​ມັນ 16:1, 5. ຂະ​ນະ​ທີ່​ທ່ານ​ອ່ານ, ລູກໆ​ຂອງ​ທ່ານ​ສາ​ມາດ​ຢືນ​ຂຶ້ນ​ເມື່ອ​ພວກ​ເຂົາ​ໄດ້​ຍິນ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ຜູ້​ຄົນ​ໄດ້​ເຮັດ ເມື່ອ​ເຂົາ​ເຈົ້າ​ໄດ້​ເຊື່ອ​ຖ້ອຍ​ຄຳ​ຂອງ​ຊາ​ມູ​ເອນ. ແລ້ວ, ຂະ​ນະ​ທີ່​ທ່ານ​ອ່ານ ຂໍ້​ທີ 2 ແລະ 6, ລູກໆ​ຂອງ​ທ່ານ​ສາ​ມາດ​ນັ່ງ​ລົງ​ເມື່ອ​ພວກ​ເຂົາ​ໄດ້​ຍິນ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ຜູ້​ຄົນ​ໄດ້​ເຮັດ ເມື່ອ​ເຂົາ​ເຈົ້າ​ບໍ່​ເຊື່ອ. ເຮົາ​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ເຮົາ​ເຊື່ອ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ໄດ້​ແນວ​ໃດ? ບອກ​ລູກໆ​ຂອງ​ທ່ານ​ວ່າ​ທ່ານ​ໄດ້​ຮັບ​ພອນ​ແນວ​ໃດ​ຂະ​ນະ​ທີ່​ທ່ານ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ຊາ​ມູ​ເອນ​ຄົນ​ເລ​ມັນ

Samuel the Lamanite [ຊາ​ມູ​ເອນ​ຄົນ​ເລ​ມັນ], ໂດຍ ແລັດ​ສະ​ເຕີ ໂຢ​ກຳ.