ພຣະ​ຄຳ​ພີ
ໂມເຊ 2


ບົດ​ທີ 2

(ເດືອນ​ມິຖຸນາ–ເດືອນ​ຕຸລາ 1830)

ພຣະ​ເຈົ້າ​ສ້າງ​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ—ສິ່ງ​ທີ່​ມີ​ຊີ​ວິດ​ທຸກ​ຮູບ​ແບບ​ໄດ້​ຖືກ​ສ້າງ​ຂຶ້ນ—ພຣະ​ເຈົ້າ​ສ້າງ​ມະນຸດ ແລະ ມອບ​ສິດ​ຄອບ​ຄອງ​ທຸກ​ສິ່ງ​ທັງ​ປວງ​ໃຫ້​ແກ່​ລາວ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂມເຊ, ໂດຍ​ກ່າວ​ວ່າ: ຈົ່ງ​ເບິ່ງ, ເຮົາ ເປີດ​ເຜີຍ​ແກ່​ເຈົ້າ​ກ່ຽວ​ກັບ ຟ້າ​ສະຫວັນ, ແລະ ແຜ່ນ​ດິນ​ໂລກ​ນີ້; ຈົ່ງ​ຂຽນ​ຖ້ອຍ​ຄຳ​ທີ່​ເຮົາ​ກ່າວ. ເຮົາ​ເປັນ​ຕົ້ນ ແລະ ທີ່​ສຸດ, ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່; ໂດຍ ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ເຮົາ, ເຮົາ​ໄດ້ ສ້າງ​ສິ່ງ​ເຫລົ່າ​ນີ້; ແທ້​ຈິງ​ແລ້ວ, ໃນ​ຕອນ​ຕົ້ນ​ເຮົາ​ໄດ້​ນິ​ລະ​ມິດ​ສ້າງ​ຟ້າ​ສະຫວັນ, ແລະ ແຜ່ນ​ດິນ​ໂລກ​ຊຶ່ງ​ເທິງ​ນັ້ນ​ເຈົ້າ​ຢືນ​ຢູ່.

2 ແລະ ແຜ່ນ​ດິນ​ໂລກ​ຍັງ​ບໍ່​ທັນ​ມີ​ຮູບ​ຮ່າງ, ແລະ ຍັງ​ວ່າງ​ເປົ່າ​ຢູ່; ແລະ ເຮົາ​ໄດ້​ເຮັດ​ໃຫ້​ຄວາມ​ມືດ​ຫຸ້ມ​ຫໍ່​ມະຫາ​ສະ​ໝຸດ​ອັນ​ກວ້າງ​ໃຫຍ່​ໄພ​ສານ; ແລະ ພຣະ​ວິນ​ຍານ​ຂອງ​ເຮົາ​ໄດ້​ວົນ​ວຽນ​ຢູ່​ເທິງ​ໜ້າ​ນ້ຳ; ເພາະ​ເຮົາ​ຄື​ພຣະ​ເຈົ້າ.

3 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ກ່າວ​ວ່າ: ໃຫ້ ຄວາມ​ສະ​ຫວ່າງ​ສ່ອງ​ຂຶ້ນ; ແລະ ຄວາມ​ສະ​ຫວ່າງ​ກໍ​ສ່ອງ​ຂຶ້ນ.

4 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ເຫັນ​ຄວາມ​ສະ​ຫວ່າງ; ແລະ ຊົມ​ຄວາມ​ສະ​ຫວ່າງ​ນັ້ນ​ດ້ວຍ ຄວາມ​ພໍ​ໃຈ. ແລະ ເຮົາ, ພຣະ​ເຈົ້າ, ໄດ້​ແຍກ​ຄວາມ​ສະ​ຫວ່າງ​ອອກ​ຈາກ​ຄວາມ​ມືດ.

5 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ເອີ້ນ​ຄວາມ​ສະ​ຫວ່າງ​ນັ້ນ​ວ່າ ກາງ​ເວັນ; ແລະ ຄວາມ​ມືດ​ນັ້ນ, ເຮົາ​ເອີ້ນ​ມັນ​ວ່າ ກາງ​ຄືນ; ແລະ ສິ່ງ​ນີ້​ເຮົາ​ໄດ້​ເຮັດ​ໂດຍ ຄຳ​ແຫ່ງ​ອຳນາດ​ຂອງ​ເຮົາ, ແລະ ກໍ​ເປັນ​ດັ່ງ​ທີ່​ເຮົາ ກ່າວ; ແລະ ມື້​ຄືນ​ຜ່ານ​ໄປ ແລະ ມື້​ເຊົ້າ​ຕ່າວ​ມາ ນັ້ນ​ແມ່ນ ມື້​ທີ​ໜຶ່ງ.

6 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ, ພຣະ​ເຈົ້າ, ໄດ້​ກ່າວ​ວ່າ: ໃຫ້​ມີ ທ້ອງ​ນະ​ພາ, ແລະ ມັນ​ກໍ​ໄດ້​ເກີດ​ຂຶ້ນ, ແມ່ນ​ແຕ່​ດັ່ງ​ທີ່​ເຮົາ​ກ່າວ; ແລະ ເຮົາ​ໄດ້​ກ່າວ​ວ່າ: ໃຫ້​ນ້ຳ​ແຍກ​ອອກ​ເປັນ​ສອງ​ສ່ວນ; ແລະ ກໍ​ເປັນ​ດັ່ງ​ນັ້ນ;

7 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ນິ​ລະ​ມິດ​ສ້າງ​ທ້ອງ​ນະ​ພາ ແລະ ແຍກ ນ້ຳ​ອອກ​ຈາກ​ກັນ, ແທ້​ຈິງ​ແລ້ວ, ນ້ຳ​ທີ່​ຢູ່​ເທິງ​ທ້ອງ​ນະ​ພາ ແລະ ນ້ຳ​ທີ່​ຢູ່​ລຸ່ມ​ທ້ອງ​ນະ​ພາ, ແລະ ກໍ​ເປັນ​ດັ່ງ​ນັ້ນ ແມ່ນ​ແຕ່​ດັ່ງ​ທີ່​ເຮົາ​ກ່າວ.

8 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ເອີ້ນ​ທ້ອງ​ນະ​ພາ​ນັ້ນ​ວ່າ ຟ້າ​ສະຫວັນ; ແລະ ມື້​ຄືນ​ຜ່ານ​ໄປ ແລະ ມື້​ເຊົ້າ​ຕ່າວ​ມາ ນັ້ນ​ແມ່ນ​ມື້​ທີ​ສອງ.

9 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ກ່າວ​ວ່າ: ໃຫ້​ນ້ຳ​ທີ່​ຢູ່​ລຸ່ມ​ຟ້າ​ສະຫວັນ​ມາ​ໂຮມ​ກັນ​ຢູ່ ບ່ອນ​ດຽວ, ແລະ ກໍ​ເປັນ​ດັ່ງ​ນັ້ນ; ແລະ ເຮົາ, ພຣະ​ເຈົ້າ, ໄດ້​ກ່າວ​ວ່າ: ໃຫ້​ພື້ນ​ດິນ​ປະກົດ​ຂຶ້ນ; ແລະ ກໍ​ເປັນ​ດັ່ງ​ນັ້ນ.

10 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ເອີ້ນ​ພື້ນ​ດິນ​ວ່າ ແຜ່ນ​ດິນ​ໂລກ; ແລະ ບ່ອນ​ທີ່​ນ້ຳ​ມາ​ໂຮມ​ກັນ​ນັ້ນ, ເຮົາ​ໄດ້​ເອີ້ນ​ວ່າ ມະຫາ​ສະ​ໝຸດ; ແລະ ເຮົາ, ພຣະ​ເຈົ້າ, ໄດ້​ຊົມ​ສິ່ງ​ທີ່​ໄດ້​ນິ​ລະ​ມິດ​ສ້າງ​ຂຶ້ນ​ມາ​ແລ້ວ​ກໍ​ພໍ​ໃຈ.

11 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ກ່າວ​ວ່າ: ໃຫ້​ແຜ່ນ​ດິນ​ໂລກ​ເກີດ ພືດ​ທຸກ​ຊະນິດ, ທັງ​ແນວ​ເປັນ​ເມັດ, ແລະ ແນວ​ເປັນ​ໝາກ, ຕາມ​ຊະ​ນິດ​ຂອງ​ມັນ, ແລະ ຕົ້ນ​ໄມ້​ເກີດ​ໝາກ, ຊຶ່ງ​ເມັດ​ຂອງ​ມັນ​ຢູ່​ໃນ​ຕົວ​ຂອງ​ມັນ​ເອງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ແລະ ກໍ​ເປັນ​ດັ່ງ​ນັ້ນ ແມ່ນ​ແຕ່​ດັ່ງ​ທີ່​ເຮົາ​ກ່າວ.

12 ແລະ ແຜ່ນ​ດິນ​ໂລກ​ຈຶ່ງ​ເກີດ​ພືດ​ທຸກ​ຊະ​ນິດ, ທັງ​ແນວ​ເປັນ​ເມັດ, ແລະ ແນວ​ເປັນ​ໝາກ, ຕາມ​ຊະ​ນິດ​ຂອງ​ມັນ, ແລະ ຕົ້ນ​ໄມ້​ກໍ​ເກີດ​ໝາກ, ຊຶ່ງ​ເມັດ​ຂອງ​ມັນ​ຢູ່​ໃນ​ຕົວ​ຂອງ​ມັນ​ເອງ​ຕາມ​ຊະ​ນິດ​ຂອງ​ມັນ; ແລະ ເຮົາ, ພຣະ​ເຈົ້າ, ໄດ້​ຊົມ​ສິ່ງ​ທີ່​ໄດ້​ນິ​ລະ​ມິດ​ສ້າງ​ຂຶ້ນ​ມາ​ແລ້ວ​ກໍ​ພໍ​ໃຈ;

13 ແລະ ມື້​ຄືນ​ຜ່ານ​ໄປ ແລະ ມື້​ເຊົ້າ​ຕ່າວ​ມາ ນັ້ນ​ແມ່ນ​ມື້​ທີ​ສາມ.

14 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ກ່າວ​ວ່າ: ໃຫ້​ມີ​ດວງ​ແຈ້ງ​ໃນ​ທ້ອງ​ນະ​ພາ​ແຫ່ງ​ຟ້າ​ສະຫວັນ, ເພື່ອ​ແຍກ​ກາງ​ເວັນ​ຈາກ​ກາງ​ຄືນ, ແລະ ໃຫ້​ກຳ​ນົດ​ເວລາ​ຂອງ​ມື້, ປີ, ແລະ ລະ​ດູ​ການ;

15 ແລະ ເພື່ອ​ໃຫ້​ມັນ​ເປັນ​ຄວາມ​ສະ​ຫວ່າງ​ໃນ​ທ້ອງ​ນະ​ພາ​ແຫ່ງ​ຟ້າ​ສະຫວັນ​ເພື່ອ​ໃຫ້​ສ່ອງ​ແສງ​ລົງ​ມາ​ສູ່​ແຜ່ນ​ດິນ​ໂລກ; ແລະ ກໍ​ເປັນ​ດັ່ງ​ນັ້ນ.

16 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ນິ​ລະ​ມິດ​ສ້າງ ດວງ​ແຈ້ງ​ສອງ​ດວງ; ດວງ​ທີ່​ມີ​ຄວາມ​ສະ​ຫວ່າງ​ຫລາຍ​ກວ່າ​ໃຫ້​ປົກ​ຄອງ​ກາງ​ເວັນ, ແລະ ດວງ​ທີ່​ມີ​ຄວາມ​ສະ​ຫວ່າງ​ໜ້ອຍ​ກວ່າ​ໃຫ້​ປົກ​ຄອງ​ກາງ​ຄືນ, ແລະ ດວງ​ທີ່​ມີ​ຄວາມ​ສະ​ຫວ່າງ​ຫລາຍ​ກວ່າ​ຄື​ດວງ​ຕາ​ເວັນ, ແລະ ດວງ​ທີ່​ມີ​ຄວາມ​ສະ​ຫວ່າງ​ໜ້ອຍ​ກວ່າ​ຄື​ດວງ​ເດືອນ; ແລະ ໄດ້​ນິ​ລະ​ມິດ​ສ້າງ​ດວງ​ດາວ​ອື່ນໆ​ນຳ​ອີກ ແມ່ນ​ແຕ່​ຕາມ​ຄຳ​ຂອງ​ເຮົາ.

17 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ວາງ​ດວງ​ແຈ້ງ​ໄວ້​ໃນ​ທ້ອງ​ນະ​ພາ​ແຫ່ງ​ຟ້າ​ສະຫວັນ​ໃຫ້​ສ່ອງ​ແສງ​ລົງ​ມາ​ສູ່​ແຜ່ນ​ດິນ​ໂລກ,

18 ແລະ ດວງ​ຕາ​ເວັນ​ໃຫ້​ປົກ​ຄອງ​ກາງ​ເວັນ, ແລະ ດວງ​ເດືອນ​ໃຫ້​ປົກ​ຄອງ​ກາງ​ຄືນ, ແລະ ໃຫ້​ແຍກ​ແຈ້ງ​ຈາກ​ມືດ; ແລະ ເຮົາ, ພຣະ​ເຈົ້າ, ໄດ້​ຊົມ​ສິ່ງ​ທີ່​ໄດ້​ນິ​ລະ​ມິດ​ສ້າງ​ຂຶ້ນ​ມາ​ແລ້ວ​ກໍ​ພໍ​ໃຈ;

19 ແລະ ມື້​ຄືນ​ຜ່ານ​ໄປ ແລະ ມື້​ເຊົ້າ​ຕ່າວ​ມາ ນັ້ນ​ແມ່ນ​ມື້​ທີ​ສີ່.

20 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ກ່າວ​ວ່າ: ໃຫ້​ສັດ​ຫລາຍ​ຈຳ​ພວກ​ເກີດ​ຂຶ້ນ​ຢູ່​ໃນ​ນ້ຳ, ແລະ ໃຫ້​ມີ​ນົກ​ບິນ​ໄປ​ມາ​ໃນ​ທ້ອງ​ນະ​ພາ​ແຫ່ງ​ຟ້າ​ສະຫວັນ.

21 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ນິ​ລະ​ມິດ​ສ້າງ ປາ​ວານ​ຂະ​ໜາດ​ໃຫຍ່, ແລະ ສັດ​ທຸກ​ຊະ​ນິດ​ທີ່​ເຄື່ອນ​ຍ້າຍ, ຊຶ່ງ​ເຕັມ​ຢູ່​ຢ່າງ​ອຸ​ດົມ​ສົມ​ບູນ​ໃນ​ຜືນ​ນ້ຳ, ຕາມ​ຊະ​ນິດ​ຂອງ​ມັນ, ແລະ ສັດ​ມີ​ປີກ​ທຸກ​ຕົວ ຕາມ​ຊະ​ນິດ​ຂອງ​ມັນ; ແລະ ເຮົາ, ພຣະ​ເຈົ້າ, ເຫັນ​ວ່າ​ສິ່ງ​ທັງ​ປວງ​ທີ່​ເຮົາ​ໄດ້​ສ້າງ​ໄວ້​ນັ້ນ​ດີ.

22 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ອວຍ​ພອນ​ມັນ, ໂດຍ​ກ່າວ​ວ່າ: ໃຫ້​ພາ​ກັນ ອອກ​ແມ່​ແຜ່​ລູກ​ຫລາຍ​ຢູ່​ເຕັມ​ມະຫາ​ສະ​ໝຸດ; ແລະ ທັງ​ໃຫ້​ຝູງ​ນົກ​ແຜ່​ຜາຍ​ຂະ​ຫຍາຍ​ພັນ​ຫລາຍ​ຂຶ້ນ​ຢູ່​ໃນ​ແຜ່ນ​ດິນ​ໂລກ;

23 ແລະ ມື້​ຄືນ​ຜ່ານ​ໄປ ແລະ ມື້​ເຊົ້າ​ຕ່າວ​ມາ ນັ້ນ​ແມ່ນ​ມື້​ທີ​ຫ້າ.

24 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ກ່າວ​ວ່າ: ໃຫ້​ມີ​ສັດ​ຈຳ​ພວກ​ຕ່າງໆ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ຕາມ​ຊະ​ນິດ​ຂອງ​ມັນ, ສັດ​ບ້ານ, ແລະ ສັດ​ຍ່າງ​ຍ້າຍ​ເລືອ​ຄານ, ແລະ ສັດ​ປ່າ​ເກີດ​ຂຶ້ນ​ທົ່ວ​ແຜ່ນ​ດິນ​ໂລກ​ຕາມ​ຊະ​ນິດ​ຂອງ​ມັນ, ແລະ ກໍ​ເປັນ​ດັ່ງ​ນັ້ນ;

25 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ນິ​ລະ​ມິດ​ສ້າງ​ສັດ​ປ່າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ຕາມ​ຊະ​ນິດ​ຂອງ​ມັນ, ແລະ ສັດ​ບ້ານ​ຕາມ​ຊະ​ນິດ​ຂອງ​ມັນ, ແລະ ສັດ​ຍ່າງ​ຍ້າຍ​ເລືອ​ຄານ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ຕາມ​ຊະ​ນິດ​ຂອງ​ມັນ; ແລະ ເຮົາ, ພຣະ​ເຈົ້າ, ໄດ້​ຊົມ​ສິ່ງ​ທີ່​ໄດ້​ນິ​ລະ​ມິດ​ສ້າງ​ຂຶ້ນ​ມາ​ແລ້ວ​ກໍ​ພໍ​ໃຈ.

26 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ກ່າວ​ກັບ ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ເຮົາ, ຊຶ່ງ​ໄດ້​ຢູ່​ກັບ​ເຮົາ​ຕັ້ງ​ແຕ່​ຕົ້ນ​ວ່າ: ໃຫ້​ພວກ​ເຮົາ​ນິ​ລະ​ມິດ ສ້າງ​ມະນຸດ​ໃຫ້​ເປັນ ຮູບ​ລັກ​ສະ​ນະ​ໃຫ້​ຄ້າຍ​ຄື​ພວກ​ເຮົາ, ຕາມ​ລັກ​ສະ​ນະ​ຂອງ​ພວກ​ເຮົາ; ແລະ ກໍ​ເປັນ​ດັ່ງ​ນັ້ນ. ແລະ ເຮົາ, ພຣະ​ເຈົ້າ, ໄດ້​ກ່າວ​ວ່າ: ໃຫ້​ພວກ​ເຂົາ ມີ​ອຳນາດ​ເໜືອ​ປາ​ໃນ​ນ້ຳ, ແລະ ເໜືອ​ນົກ​ໃນ​ອາ​ກາດ, ແລະ ເໜືອ​ສັດ​ທັງ​ໝົດ, ແລະ ເໜືອ​ທັງ​ແຜ່ນ​ດິນ​ໂລກ, ແລະ ເໜືອ​ສັດ​ຍ່າງ​ຍ້າຍ​ເລືອ​ຄານ​ທຸກ​ຊະ​ນິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

27 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ນິ​ລະ​ມິດ​ສ້າງ​ມະນຸດ​ໃຫ້​ເປັນ​ຮູບ​ລັກ​ສະ​ນະ​ໃຫ້​ຄ້າຍ​ຄື​ເຮົາ​ເອງ, ໃນ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ສ້າງ; ເຮົາ​ໄດ້​ສ້າງ​ພວກ​ເຂົາ​ໃຫ້​ເປັນ​ຊາຍ ແລະ ຍິງ.

28 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ອວຍ​ພອນ​ພວກ​ເຂົາ, ແລະ ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ມີ​ລູກ​ດົກ​ໃຫ້ ແຜ່​ຂະ​ຫຍາຍ​ຫລາຍ, ແລະ ເພີ່ມ​ຫລາຍ​ຂຶ້ນ​ຈົນ​ເຕັມ​ແຜ່ນ​ດິນ​ໂລກ, ແລະ ປົກ​ຄອງ​ມັນ, ແລະ ມີ​ອຳນາດ​ເໜືອ​ປາ​ໃນ​ນ້ຳ, ແລະ ເໜືອ​ນົກ​ໃນ​ອາ​ກາດ, ສັດ​ທຸກ​ຊະ​ນິດ​ທີ່​ເຄື່ອນ​ຍ້າຍ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

29 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ກ່າວ​ກັບ​ມະນຸດ​ວ່າ: ຈົ່ງ​ເບິ່ງ, ເຮົາ​ໃຫ້​ພືດ​ເປັນ​ເມັດ​ທຸກ​ຊະ​ນິດ, ຊຶ່ງ​ມີ​ຢູ່​ຕະຫລອດ​ທົ່ວ​ແຜ່ນ​ດິນ​ໂລກ, ແລະ ຕົ້ນ​ໄມ້​ທັງ​ໝົດ ແລະ ໝາກ​ຂອງ​ມັນ​ແກ່​ເຈົ້າ​ເພື່ອ​ເປັນ ອາຫານ.

30 ແລະ ສຳ​ລັບ​ສັດ​ປ່າ​ຢູ່​ໃນ​ແຜ່ນ​ດິນ​ໂລກ, ແລະ ສຳ​ລັບ​ນົກ​ຢູ່​ໃນ​ອາ​ກາດ, ແລະ ສຳ​ລັບ​ສັດ​ຍ່າງ​ຍ້າຍ​ເລືອ​ຄານ​ທຸກ​ຊະ​ນິດ​ຢູ່​ໃນ​ແຜ່ນ​ດິນ​ໂລກ, ຊຶ່ງ​ໃນ​ການ​ນີ້​ເຮົາ​ຈະ​ໃຫ້​ຫຍ້າ​ກັບ​ພືດ​ເປັນ​ອາຫານ; ແລະ ກໍ​ເປັນ​ດັ່ງ​ນັ້ນ, ແມ່ນ​ແຕ່ ດັ່ງ​ທີ່​ເຮົາ​ກ່າວ.

31 ແລະ ເຮົາ, ພຣະ​ເຈົ້າ, ໄດ້​ຊົມ​ທຸກໆ​ສິ່ງ​ທີ່​ໄດ້​ນິ​ລະ​ມິດ​ສ້າງ​ຂຶ້ນ​ມາ, ແລະ, ຈົ່ງ​ເບິ່ງ, ທຸກ​ສິ່ງ​ທີ່​ໄດ້​ນິ​ລະ​ມິດ​ສ້າງ​ຂຶ້ນ​ມາ​ແລ້ວ​ກໍ ພໍ​ໃຈ​ຫລາຍ; ແລະ ມື້​ຄືນ​ຜ່ານ​ໄປ ແລະ ມື້​ເຊົ້າ​ຕ່າວ​ມາ ນັ້ນ​ແມ່ນ​ມື້ ທີ​ຫົກ.