ພຣະ​ຄຳ​ພີ
ໂມເຊ 8


ບົດ​ທີ 8

(ເດືອນ​ກຸມພາ 1831)

ເມທູ​ເຊລາ​ທຳ​ນາຍ—​ໂນອາ ແລະ ພວກ​ລູກ​ຊາຍ​ຂອງ​ເພິ່ນ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ—ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ຫລວງ​ແຜ່​ຂະ​ຫຍາຍ​ອອກ​ໄປ—ການ​ເອີ້ນ​ໃຫ້​ກັບ​ໃຈ​ຖືກ​ເມີນ​ເສີຍ—ພຣະ​ເຈົ້າ​ອອກ​ຄຳ​ສັ່ງ​ໃຫ້​ຄວາມ​ພິນາດ​ມາ​ສູ່​ເນື້ອ​ໜັງ​ທັງ​ປວງ​ໂດຍ​ນ້ຳ​ຖ້ວມ.

1 ແລະ ວັນ​ເວລາ​ທັງ​ໝົດ​ຂອງ​ເອນົກ​ຄື​ສີ່​ຮ້ອຍ​ສາມ​ສິບ​ປີ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມທູ​ເຊລາ, ລູກ​ຊາຍ​ຂອງ​ເອນົກ, ບໍ່​ໄດ້​ຖືກ​ຮັບ​ໄປ, ວ່າ​ພັນທະ​ສັນ​ຍາ ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສຳ​ເລັດ​ຄົບ​ຖ້ວນ, ຊຶ່ງ​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ເອນົກ; ເພາະ​ວ່າ​ພຣະ​ອົງ​ໄດ້​ເຮັດ​ພັນທະ​ສັນ​ຍາ​ກັບ​ເອນົກ​ຢ່າງ​ແທ້​ຈິງ​ວ່າ ໂນອາ​ຈະ​ມາ​ຈາກ​ຜົນ​ແອວ​ຂອງ​ເພິ່ນ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມທູ​ເຊລາ​ໄດ້​ທຳ​ນາຍ​ວ່າ ຈາກ​ຜົນ​ແອວ​ຂອງ​ລາວ​ອາ​ນາ​ຈັກ​ຂອງ​ແຜ່ນ​ດິນ​ໂລກ (ຜ່ານ​ທາງ​ໂນອາ) ຈະ​ເກີດ​ຂຶ້ນ, ແລະ ລາວ​ຮັບ​ຄຳ​ຍ້ອງ​ຍໍ​ສັນ​ລະ​ເສີນ​ໄວ້​ກັບ​ຕົນ​ເອງ.

4 ແລະ ຄວາມ​ອຶດ​ຢາກ​ອັນ​ໃຫຍ່​ຫລວງ​ໄດ້​ເກີດ​ຂຶ້ນ​ໃນ​ແຜ່ນ​ດິນ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສາບ​ແຊ່ງ​ແຜ່ນ​ດິນ​ໂລກ​ດ້ວຍ​ການ​ສາບ​ແຊ່ງ​ຢ່າງ​ສາ​ຫັດ, ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ຕາຍ​ໄປ​ຢ່າງ​ຫລວງ​ຫລາຍ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມທູ​ເຊລາ​ມີ​ອາ​ຍຸ​ໄດ້​ໜຶ່ງ​ຮ້ອຍ​ແປດ​ສິບ​ເຈັດ​ປີ, ແລະ ໄດ້​ລູກ​ຊາຍ​ຊື່​ລາ​ເມັກ;

6 ແລະ ເມທູ​ເຊລາ​ໄດ້​ມີ​ຊີ​ວິດ​ຢູ່, ຫລັງ​ຈາກ​ລາວ​ໄດ້​ລາ​ເມັກ, ເຈັດ​ຮ້ອຍ​ແປດ​ສິບ​ສອງ​ປີ, ແລະ ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ອີກ​ຫລາຍ​ຄົນ;

7 ແລະ ວັນ​ເວລາ​ທັງ​ໝົດ​ຂອງ​ເມທູ​ເຊລາ​ຄື​ເກົ້າ​ຮ້ອຍ​ຫົກ​ສິບ​ເກົ້າ​ປີ, ແລະ ລາວ​ໄດ້​ຕາຍ​ໄປ.

8 ແລະ ລາ​ເມັກ​ມີ​ອາ​ຍຸ​ໄດ້​ໜຶ່ງ​ຮ້ອຍ​ແປດ​ສິບ​ສອງ​ປີ, ແລະ ໄດ້​ມີ​ລູກ​ຊາຍ​ຄົນ​ໜຶ່ງ,

9 ແລະ ລາວ​ເອີ້ນ​ຊື່​ຂອງ​ລາວ​ວ່າ ໂນອາ, ໂດຍ​ກ່າວ​ວ່າ: ລູກ​ຄົນ​ນີ້​ຈະ​ປອບ​ໂຍນ​ພວກ​ເຮົາ​ກ່ຽວ​ກັບ​ວຽກ​ງານ​ຂອງ​ພວກ​ເຂົາ ແລະ ຄວາມ​ລຳ​ບາກ​ຂອງ​ມື​ຂອງ​ພວກ​ເຮົາ, ເນື່ອງ​ດ້ວຍ​ພື້ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ສາບ​ແຊ່ງ.

10 ແລະ ລາ​ເມັກ​ໄດ້​ມີ​ຊີ​ວິດ​ຢູ່, ຫລັງ​ຈາກ​ລາວ​ໄດ້​ໂນອາ, ຫ້າ​ຮ້ອຍ​ເກົ້າ​ສິບ​ຫ້າ​ປີ, ແລະ ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ອີກ​ຫລາຍ​ຄົນ;

11 ແລະ ວັນ​ເວລາ​ທັງ​ໝົດ​ຂອງ​ລາ​ເມັກ​ຄື​ເຈັດ​ຮ້ອຍ​ເຈັດ​ສິບ​ເຈັດ​ປີ, ແລະ ລາວ​ໄດ້​ຕາຍ​ໄປ.

12 ແລະ ໂນອາ​ມີ​ອາ​ຍຸ​ໄດ້​ສີ່​ຮ້ອຍ​ຫ້າ​ສິບ​ປີ, ແລະ ໄດ້​ລູກ​ຊື່​ຢາ​ເຟດ; ແລະ ສີ່​ສິບ​ສອງ​ປີ​ຈາກ​ນັ້ນ​ລາວ​ໄດ້​ລູກ​ຊື່ ເຊມ​ຈາກ​ນາງ​ຜູ້​ເປັນ​ແມ່​ຂອງ​ຢາ​ເຟດ, ແລະ ເມື່ອ​ລາວ​ມີ​ອາ​ຍຸ​ໄດ້​ຫ້າ​ຮ້ອຍ​ປີ ລາວ​ໄດ້​ລູກ​ຊື່​ວ່າ ຮາມ.

13 ແລະ ໂນອາ​ກັບ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ໄດ້ ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ເອົາ​ໃຈ​ໃສ່, ແລະ ເຂົາ​ເຈົ້າ​ໄດ້​ຖືກ​ເອີ້ນ​ວ່າ ບຸດ​ຂອງ​ພຣະ​ເຈົ້າ.

14 ແລະ ເມື່ອ​ຜູ້​ຄົນ​ເລີ່ມ​ທະ​ວີ​ຫລາຍ​ຂຶ້ນ​ຢູ່​ເທິງ​ຜືນ​ແຜ່ນ​ດິນ​ໂລກ, ແລະ ບັນ​ດາ​ລູກ​ສາວ​ໄດ້​ເກີດ​ກັບ​ພວກ​ເຂົາ, ພວກ ລູກ​ຊາຍ​ຂອງ​ມະນຸດ​ຈຶ່ງ​ເຫັນ​ວ່າ​ບັນດາ​ລູກ​ສາວ​ເຫລົ່າ​ນັ້ນ​ເປັນ​ຄົນ​ງົດ​ງາມ, ແລະ ພວກ​ເຂົາ​ກໍ​ໄດ້​ເອົາ​ພວກ​ນາງ​ມາ​ເປັນ​ເມຍ, ແມ່ນ​ແຕ່​ຕາມ​ທີ່​ພວກ​ເຂົາ​ຈະ​ເລືອກ.

15 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂນອາ​ວ່າ: ບັນ​ດາ​ລູກ​ສາວ​ຂອງ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ໄດ້ ຂາຍ​ຕົນ​ເອງ; ເພາະ​ຈົ່ງ​ເບິ່ງ ຄວາມ​ຄຽດ​ແຄ້ນຂອງ​ເຮົາ​ໄດ້​ເກີດ​ກັບ​ພວກ​ລູກ​ຊາຍ​ຂອງ​ມະນຸດ, ເພາະ​ວ່າ​ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ສຽງ​ຂອງ​ເຮົາ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂນອາ​ໄດ້​ທຳ​ນາຍ, ແລະ ໄດ້​ສິດ​ສອນ​ເລື່ອງ​ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ໄດ້​ເປັນ​ມາ​ນັບ​ແຕ່​ຕອນ​ຕົ້ນ.

17 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂນອາ​ວ່າ: ວິນ​ຍານ​ຂອງ​ເຮົາ​ຈະ​ບໍ່ ພະ​ຍາ​ຍາມ​ກັບ​ມະນຸດ​ຕະຫລອດ​ໄປ, ເພາະ​ເຂົາ​ຮູ້​ວ່າ ເນື້ອ​ໜັງ​ທັງ​ປວງ​ຈະ​ຕາຍ; ແຕ່ວັນ​ເວລາ​ຂອງ​ເຂົາ​ຈະ​ເປັນ​ໜຶ່ງ​ຮ້ອຍ​ຊາວ​ປີ; ແລະ ຖ້າ​ຫາກ​ມະນຸດ​ບໍ່​ກັບ​ໃຈ, ແລ້ວ​ເຮົາ​ຈະ​ສົ່ງ ນ້ຳ​ຖ້ວມ​ມາ​ຍັງ​ພວກ​ເຂົາ.

18 ແລະ ໃນ​ວັນ​ເວລາ​ເຫລົ່າ​ນັ້ນ ໄດ້​ມີ ຍັກ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ແລະ ພວກ​ເຂົາ​ໄດ້​ຊອກ​ຫາ​ໂນອາ​ເພື່ອ​ຈະ​ເອົາ​ຊີ​ວິດ​ຂອງ​ເພິ່ນ; ແຕ່​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢູ່​ກັບ​ໂນອາ, ແລະ ອຳນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢູ່​ກັບ​ເພິ່ນ.

19 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ແຕ່ງ​ຕັ້ງ ໂນອາ​ຕາມ ລະບຽບ​ຂອງ​ພຣະ​ອົງ​ເອງ, ແລະ ໄດ້​ບັນ​ຊາ​ເພິ່ນ​ໃຫ້​ອອກ​ໄປ ປ​ະກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ແກ່​ລູກ​ຫລານ​ມະນຸດ, ແມ່ນ​ແຕ່​ດັ່ງ​ທີ່​ໄດ້​ຖືກ​ມອບ​ໃຫ້​ແກ່​ເອນົກ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂນອາ​ໄດ້​ເອີ້ນ​ຫາ​ລູກ​ຫລານ​ມະນຸດ​ໃຫ້ ກັບ​ໃຈ; ແຕ່​ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ຖ້ອຍ​ຄຳ​ຂອງ​ເພິ່ນ;

21 ແລະ ພ້ອມ​ນີ້, ຫລັງ​ຈາກ​ທີ່​ພວກ​ເຂົາ​ໄດ້​ຍິນ​ເພິ່ນ, ພວກ​ເຂົາ​ໄດ້​ມາ​ຫາ​ເພິ່ນ, ໂດຍ​ກ່າວ​ວ່າ: ຈົ່ງ​ເບິ່ງ, ພວກ​ເຮົາ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ; ພວກ​ເຮົາ​ບໍ່​ໄດ້​ຮັບ​ເອົາ​ລູກ​ສາວ​ຂອງ​ມະນຸດ​ມາ​ໃຫ້​ຕົນ​ເອງ​ບໍ? ແລະ ພວກ​ເຮົາ​ບໍ່​ໄດ້ ກິນ ແລະ ດື່ມ, ແລະ ແຕ່ງ​ງານ ແລະ ຍົກ​ໃຫ້​ແຕ່ງ​ງານ​ກັນ​ບໍ? ແລະ ເມຍ​ຂອງ​ພວກ​ເຮົາ​ໄດ້​ຄອດ​ລູກ​ໃຫ້​ພວກ​ເຮົາ, ແລະ ຄົນ​ເຫລົ່າ​ນີ້​ເປັນ​ຄົນ​ຍິ່ງ​ໃຫຍ່, ຊຶ່ງ​ເປັນ​ເໝືອນ​ຄົນ​ໃນ​ສະ​ໄໝ​ບູຮານ, ເປັນ​ຄົນ​ມີ​ຊື່​ສຽງ​ແທ້ໆ. ແລະ ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ຖ້ອຍ​ຄຳ​ຂອງ​ໂນອາ.

22 ແລະ ພຣະ​ເຈົ້າ​ໄດ້​ເຫັນ​ວ່າ ຄວາມ​ຊົ່ວ​ຮ້າຍ​ຂອງ​ມະນຸດ​ເລີ່ມ​ຮ້າຍ​ແຮງ​ຫລາຍ​ຂຶ້ນ​ໃນ​ແຜ່ນ​ດິນ​ໂລກ; ແລະ ທຸກ​ຄົນ​ໄດ້​ຍົກ​ຕົວ​ຂຶ້ນ​ໃນ​ຄວາມ​ຄິດ​ຝັນ​ຂອງ ຄວາມ​ນຶກ​ຄິດ​ໃນ​ໃຈ​ຂອງ​ຕົນ, ໂດຍ​ມີ​ແຕ່​ຄວາມ​ຊົ່ວ​ຕະຫລອດ​ເວລາ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂນອາ​ໄດ້ ສັ່ງ​ສອນ​ຜູ້​ຄົນ​ຕໍ່​ໄປ, ໂດຍ​ກ່າວ​ວ່າ: ຈົ່ງ​ເຊື່ອ​ຟັງ, ແລະ ເອົາ​ໃຈ​ໃສ່​ຕໍ່​ຖ້ອຍ​ຄຳ​ຂອງ​ເຮົາ;

24 ຈົ່ງ ເຊື່ອ ແລະ ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຈົ້າ ແລະ ຮັບ ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ດັ່ງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ, ແລະ ພວກ​ເຈົ້າ​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເພື່ອ​ວ່າ​ທຸກ​ສິ່ງ​ທັງ​ປວງ​ຈະ​ຖືກ ສະແດງ​ໃຫ້​ປະຈັກ​ແກ່​ພວກ​ເຈົ້າ; ແລະ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ເຮັດ​ເຊັ່ນ​ນີ້, ນ້ຳ​ຖ້ວມ​ຈະ​ມາ​ຍັງ​ພວກ​ເຈົ້າ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ.

25 ແລະ ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ໂນອາ​ເສຍ​ໃຈ, ແລະ ໃຈ​ຂອງ​ເພິ່ນ​ເຈັບ​ປວດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສ້າງ​ມະນຸດ​ໄວ້​ເທິງ​ແຜ່ນ​ດິນ​ໂລກ, ແລະ ມັນ​ເຮັດ​ໃຫ້​ເພິ່ນ​ເສົ້າ​ສະ​ຫລົດ​ໃຈ.

26 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ເຮົາ​ຈະ ທຳ​ລາຍ​ມະນຸດ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ມາ, ຈາກ​ຜືນ​ແຜ່ນ​ດິນ​ໂລກ, ທັງ​ມະນຸດ ແລະ ສັດ​ສາ​ວາ​ສິ່ງ, ແລະ ສັດ​ເລືອ​ຄານ, ແລະ ຝູງ​ນົກ​ໃນ​ອາ​ກາດ; ເພາະ​ວ່າ​ມັນ​ໄດ້​ເຮັດ​ໃຫ້​ໂນອາ​ເສຍ​ໃຈ​ທີ່​ເຮົາ​ໄດ້​ສ້າງ​ມັນ​ຂຶ້ນ​ມາ, ແລະ ທີ່​ເຮົາ​ໄດ້​ເຮັດ​ມັນ​ຂຶ້ນ​ມາ; ແລະ ລາວ​ໄດ້​ເອີ້ນ​ຫາ​ເຮົາ; ເພາະ​ວ່າ​ພວກ​ເຂົາ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ເອົາ​ຊີ​ວິດ​ຂອງ​ລາວ.

27 ແລະ ໂນອາ​ໄດ້​ພົບ ພຣະ​ຄຸນ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດັ່ງ​ນັ້ນ; ເພາະ​ວ່າ​ໂນອາ​ເປັນ​ຄົນ​ທ່ຽງ​ທຳ, ແລະ ດີ​ພ້ອມ​ໃນ​ລຸ້ນ​ຂອງ​ເພິ່ນ; ແລະ ເພິ່ນ​ໄດ້ ເດີນ​ໄປ​ກັບ​ພຣະ​ເຈົ້າ, ດັ່ງ​ທີ່​ພວກ​ລູກ​ຊາຍ​ຂອງ​ເພິ່ນ, ເຊມ, ຮາມ, ແລະ ຢາ​ເຟດ.

28 ແຜ່ນ​ດິນ​ໂລກ​ໄດ້ ເສື່ອມ​ໂຊມ​ລົງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ມັນ​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນ​ແຮງ.

29 ແລະ ພຣະ​ເຈົ້າ​ເບິ່ງ ແຜ່ນ​ດິນ​ໂລກ, ແລະ, ຈົ່ງ​ເບິ່ງ, ມັນ​ໄດ້​ເສື່ອມ​ໂຊມ​ລົງ, ເພາະ​ວ່າ​ເນື້ອ​ໜັງ​ທັງ​ປວງ​ໄດ້​ເສື່ອມ​ໂຊມ​ລົງ​ເທິງ​ແຜ່ນ​ດິນ​ໂລກ.

30 ແລະ ພຣະ​ເຈົ້າ​ໄດ້​ກ່າວ​ກັບ​ໂນອາ​ວ່າ: ທີ່​ສຸດ​ຂອງ​ເນື້ອ​ໜັງ​ທັງ​ປວງ​ໄດ້​ມາ​ຢູ່​ຕໍ່​ໜ້າ​ເຮົາ, ເພາະ​ວ່າ​ແຜ່ນ​ດິນ​ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນ​ແຮງ, ແລະ ຈົ່ງ​ເບິ່ງ ເຮົາ​ຈະ ທຳ​ລາຍ​ເນື້ອ​ໜັງ​ທັງ​ປວງ​ຈາກ​ແຜ່ນ​ດິນ​ໂລກ.