​2010–2019
ດ້ວຍ​ເຫດນັ້ນ ເຈົ້າ​ທັງ​ຫລາຍ​ຈົ່ງ​ເປັນ​ຄົນ​ດີ—ໃນ​ທີ່​ສຸດ
ເດືອນ​ຕຸລາ 2017


ດ້ວຍ​ເຫດນັ້ນ ເຈົ້າ​ທັງ​ຫລາຍ​ຈົ່ງ​ເປັນ​ຄົນ​ດີ—ໃນ​ທີ່​ສຸດ

ຖ້າ​ຫາກ​ເຮົາ​ພາກ​ພຽນ, ແລ້ວ ບ່ອນ​ໃດ​ບ່ອນ​ໜຶ່ງໃນ​ນິ​ລັນ​ດອນ ການ​ຫລໍ່​ຫລອມ​ຂອງ​ເຮົາ​ຈະ​ສຳ​ເລັດ ແລະ ສົມ​ບູນ​ແບບ.

ພຣະ​ຄຳ​ພີ​ໄດ້​ຖືກ​ຂຽນ​ໄວ້​ເພື່ອ​ເປັນ​ພອນ ແລະ ຊຸກ​ຍູ້​ເຮົາ, ແລະ ມັນ​ກໍ​ເປັນ​ແນວນັ້ນ​ແທ້. ເຮົາ​ຂອບ​ຄຸນ​ສະ​ຫວັນ​ສຳ​ລັບ​ທຸກ​ບົດ ແລະ ທຸກ​ຂໍ້ ທີ່​ເຮົາ​ເຄີຍໄດ້​ຮັບ. ແຕ່​ບາງ​ຄັ້ງ​ທ່ານ​ເຄີຍ​ສັງ​ເກດ​ບໍ​ວ່າ ຂໍ້​ຄວາມ​ຈະ​ເບິ່ງ​ຄື​ເປັນ​ສິ່ງ​ເຕືອນ​ເຮົາ​ວ່າ ເຮົາ​ຂາດ​ຕົກ​ບົກ​ພ່ອງ​ຢູ່? ຍົກ​ຕົວ​ຢ່າງ, ການ​ເທດ​ສະ​ໜາ​ທີ່​ໂນນ​ພູ ເລີ່ມ​ຕົ້ນ​ດ້ວຍ​ຄຳ​ບູ​ລົມ​ສຸກ​ທີ່​ມ່ວນ​ຫູ ແລະ ອ່ອນ​ໂຍນ, ແຕ່​ໃນ​ຂໍ້​ຕໍ່ໆ​ໄປ, ເຮົາ​ໄດ້​ຖືກບອກ​ວ່າ—ໃນ​ບັນ​ດາ​ຫລາຍ​ເລື່ອງ—ບໍ່​ພຽງ​ແຕ່ບໍ່​ໃຫ້​ຂ້າ​ເທົ່າ​ນັ້ນ ແຕ່ບໍ່​ຄວນ​ໃຈ​ຮ້າຍ​ນຳ​ອີກ. ເຮົາບໍ່​ພຽງ​ແຕ່​ຖືກບອກວ່າ ບໍ່​ໃຫ້​ຫລິ້ນ​ຊູ້​ເທົ່າ​ນັ້ນ ແຕ່​ຍັງ​ບໍ່​ໃຫ້​ຄິດ​ເລື່ອງ​ຊູ້​ສາວ​ນຳ​ອີກ. ຕໍ່​ຜູ້​ທີ່​ຟ້ອງ​ເອົາ​ເສື້ອ​ຊັ້ນ​ໃນ​ຂອງ​ເຮົາ, ເຮົາ​ຕ້ອງ​ເອົາ​ເສື້ອ​ຊັ້ນ​ນອກ​ໃຫ້​ເຂົາ​ນຳ​ອີກ. ເຮົາ​ຕ້ອງ​ຮັກ​ສັດ​ຕູ​ຂອງ​ເຮົາ, ອວຍ​ພອນ​ຄົນ​ທີ່​ສາບ​ແຊ່ງ​ເຮົາ, ແລະ ເຮັດ​ຄວາມ​ດີ​ກັບ​ຄົນ​ທີ່​ກຽດ​ຊັງ​ເຮົາ.1

ຖ້າ​ຫາກນັ້ນ​ແມ່ນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ໃນ​ຕອນ​ເຊົ້າ​ຂອງ​ທ່ານ, ແລະ ຫລັງ​ຈາກ​ໄດ້​ອ່ານ​ມາ​ຮອດ​ຈຸດນັ້ນ​ແລ້ວ ທ່ານ​ກໍ​ແນ່​ໃຈ​ໄດ້​ວ່າ ທ່ານຈະບໍ່​ໄດ້​ຄະ​ແນນ​ດີ​ຫລາຍ​ປານ​ໃດ ໃນ​ໃບ​ລາຍ​ງານ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ທ່ານ, ແລ້ວພຣະ​ບັນ​ຍັດ​ຂໍ້​ສຸດ​ທ້າຍ​ໃນ​ຄຳ​ເທດ​ສະ​ໜານີ້ ເຫັນ​ໄດ້​ວ່າ ທ່ານເຮັດ​ຕາມ​ບໍ່ໄດ້: “​ດ້ວຍ​ເຫດນີ້ ເຈົ້າ​ທັງ​ຫລາຍ​ຕ້ອງ​ດີ​ພ້ອມ, ເໝືອນ​ຢ່າງ​ພຣະ​ບິ​ດາ​ຂອງ​ເຈົ້າ … ໃນ​ສະ​ຫວັນ​ເປັນ​ຜູ້​ດີ​ພ້ອມ.”2 ດ້ວຍ​ຄຳ​ສັ່ງ​ໃນ​ທ້າຍ​ບົດ, ເຮົາ​ຢາກ​ກັບ​ຄືນ​ໄປ​ນອນ ແລະ ເອົາ​ຜ້າ​ຫົ່ມ​ປົກ​ຫົວໄວ້. ເປົ້າ​ໝາຍ​ຊັ້ນ​ສູງນັ້ນ ເບິ່ງ​ຄື​ວ່າ​ເກີນກວ່າ​ທີ່​ເຮົາ​ຈະ​ບັນ​ລຸ​ໄດ້. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ເຄີຍ​ປະ​ທານ​ພຣະ​ບັນ​ຍັດ​ຂໍ້​ໃດ ທີ່​ພຣະ​ອົງ​ຮູ້​ວ່າ ເຮົາ​ບໍ່​ສາ​ມາດ​ຮັກ​ສາ. ໃຫ້​ມາ​ເບິ່ງວ່າ ຄວາມ​ຫຍຸ້ງ​ຍາກ​ໃຈ​ນີ້ ຈະ​ພາ​ເຮົາ​ໄປ​ຮອດ​ໃສ.

ຢູ່​ໃນ​ສາດ​ສະ​ໜາ​ຈັກ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຫລາຍ​ຄົນ​ເວົ້າວ່າ: “ຂ້າ​ນ້ອຍບໍ່​ດີ​ພໍ.” “ຂ້າ​ນ້ອຍ​ບົກ​ພ່ອງ​ຫລາຍ.” “ຂ້າ​ນ້ອຍ​ເປັນ​ໄປ​ບໍ່​ໄດ້.” ຂ້າ​ພະ​ເຈົ້າ​ໄດ້​​ຍິນ​ຈາກ​ຄົນ​ໄວ​ລຸ້ນ. ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຈາກ​ຜູ້​ສອນ​ສາດ​ສະ​ໜາ. ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຈາກ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່. ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຈາກ​ສະ​ມາ​ຊິກ​ເກົ່າ​ແກ່. ຊິດສະເຕີ ດາລາ ໄອເຊັກສັນ, ເອື້ອຍ​ນ້ອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ມີ​ຄວາມ​ເຂົ້າ​ໃຈ ໄດ້​ສັງ​ເກດ​ວ່າ, ຊາຕານ​ຮູ້​ຈັກວິ​ທີ​ທາງ ທີ່​ຈະ​ເຮັດ​ໃຫ້​ພັນ​ທະ​ສັນ​ຍາ ແລະ ພຣະ​ບັນ​ຍັດ ເບິ່ງ​ຄື​ວ່າ​ເປັນ​ຄຳ​ສາບ​ແຊ່ງ ແລະ ເປັນ​ການ​ກ່າວ​ໂທດ. ສຳ​ລັບ​ບາງ​ຄົນ ມັນ​ໄດ້​ປ່ຽນ​ອຸ​ດົມ​ຄະ​ຕິ ແລະ ການ​ດົນ​ໃຈ​ຂອງ​ພຣະ​ກິດ​ຕິ​ຄຸນ ເປັນ​ຄວາມ​ລັງ​ກຽດ​ຕົນ​ເອງ ແລະ ເຮັດ​ໃຫ້​ຄົນ​ອື່ນ​ທຸກ​ໂສກ.3

ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ຢູ່ນີ້ ບໍ່​ໄດ້​ໝາຍເຖິງ​ການ​ປະ​ຕິ​ເສດ ຫລື ລົດ​ຄຸນ​ຄ່າ​ຂອງ​ພຣະ​ບັນ​ຍັດ​ຂໍ້​ໃດໆ ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ເຮົາ. ຂ້າ​ພະ​ເຈົ້າ​ເຊື່ອ​ໃນ​ຄວາມ​ດີ​ພ້ອມ​ຂອງ​ພຣະ​ອົງ, ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ເຮົາ​ເປັນ​ບຸດ ແລະ ທິ​ດາ​ທາງວິນ​ຍານ​ຂອງ​ພຣະ​ອົງ ພ້ອມ​ດ້ວຍ​ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ເປັນ. ຂ້າ​ພະ​ເຈົ້າ​ກໍ​ຮູ້​ວ່າ, ໃນ​ຖາ​ນະ​ທີ່​ເປັນ​ລູກໆ​ຂອງ​ພຣະ​ເຈົ້າ, ເຮົາ​ບໍ່​ຄວນ​ລົດ​ຄ່າ ຫລື ປະ​ນາມ​ຕົວ​ເອງ, ເພາະ​ການ​ທຳ​ຮ້າຍ​ຕົວ​ເອງ ຈະ​ບໍ່​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ພຣະ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ກາຍ​ເປັນ. ຢ່າ​ເຮັດເລີຍ! ດ້ວຍ​ຄວາມ​ເຕັມ​ໃຈ​ທີ່​ຈະ​ກັບ​ໃຈ ແລະ ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ມີ​ຄວາມ​ຊອບ​ທຳ​ຫລາຍ​ຂຶ້ນ​ໃນ​ໃຈ​ສະ​ເໝີ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ເຮົາ​ຈະ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຕົນ ໃນ​ທາງ​ທີ່ບໍ່​ຮ່ວມ​ດ້ວຍ​ການ​ເປັນ​ໂຣກ​ກະ​ເພາະ ຫລື ພະ​ຍາດບໍ່​ຢາກ​ກິນ​ອາ​ຫານ, ຮູ້​ສຶກ​ເສົ້າ​ໃຈ ຫລື ທຳ​ລາຍ​ການ​ນັບ​ຖື​ຕົວ​ເອງ. ນັ້ນ ບໍ່ ໄດ້​ເປັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ສຳ​ລັບ​ເດັກ​ໃນ​ຊັ້ນ​ປະ​ຖົມ​ໄວ ຫລື ສຳ​ລັບ​ຄົນ​ໃດ​ທີ່​ຮ້ອງ​ເພງ, “ເຮົາ​ພະ​ຍາ​ຍາມ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ.”4

ໃນ​ການ​ເຮັດໃຫ້​ເລື່ອງນີ້ ເປັນ​ທີ່​ແຈ່ມ​ແຈ້ງ, ຂ້າ​ພະ​ເຈົ້າ​ຂໍ​ເຕືອນ​ທ່ານ​ວ່າ ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ທີ່​ກຳ​ລັງ​ເສື່ອມ​ໂຊມ ແລະ ໃນ​ເວ​ລານີ້​ເຮົາ​ກໍ​ເປັນ​ຜູ້​ຄົນ​ທີ່​ກຳ​ລັງຕົກ​ໄປ. ເຮົາ​ຢູ່​ໃນ​ອາ​ນາ​ຈັກ ຊັ້ນ​ຕ່ຳ; ​ຊຶ່ງສະ​ກົດ ຕ່ຳ, ບໍ່​ແມ່ນ ສູງ. ດັ່ງ​ທີ່ ປະທານ​ຣະໂຊ ເອັມ ແນວສັນ ໄດ້​ສອນ, ຢູ່​ໃນ​ຊ່ວງ​ມະ​ຕະ​ນີ້ ຄຳ​ວ່າ ດີ​ພ້ອມ ແມ່ນ​ຍັງ​ຢູ່​ໃນ​ຂັ້ນ “ຍັງ​ຄ້າງ​ຄາ​ຢູ່.”5

ສະ​ນັ້ນ ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ພຣະ​ເຢຊູບໍ່​ໄດ້​ມີເຈດ​ຕະ​ນາ​ໃຫ້ຄຳ​ເທດ​ສະ​ໜາ​ຂອງ​ພຣະ​ອົງ ກ່ຽວ​ກັບ​ຫົວ​ຂໍ້​ນີ້ ເປັນ​ພຣະ​ຄຳ​ທີ່​ຂ້ຽນຕີ​ເຮົາ​ເພາະ​ຄວາມ​ຂາດ​ຕົກ​ບົກ​ພ່ອງ​ຂອງ​ເຮົາ. ບໍ່, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ພຣະ​ອົງ​ມີ​ເຈດ​ຕະ​ນາ​ໃຫ້​ມັນ​ເປັນຄຳ​ສັນ​ລະ​ເສີນ​ຕໍ່​ສິ່ງ​ທີ່​ພຣະ​ເຈົ້າ ພຣະ​ບິ​ດາ​ນິ​ລັນ​ດອນ​ເປັນ ແລະ ສິ່ງ​ທີ່​ເຮົາ​ສາ​ມາດ​ບັນ​ລຸ​ໄດ້ກັບ​ພຣະ​ອົງ​ໃນ​ຊ່ວງ​ນິ​ລັນ​ດອນ. ບໍ່​ວ່າ​ຈະ​ເປັນ​ກໍ​ລະ​ນີ​ໃດ, ຂ້າ​ພະ​ເຈົ້າ​ຮູ້​ບຸນ​ຄຸນ ທີ່​ຮູ້​ວ່າ ເຖິງ​ແມ່ນ​ໃນ​ຄວາມ​ບໍ່ດີ​ພ້ອມ ຂອງ​ຂ້າ​ພະ​ເຈົ້າ, ຢ່າງ​ໜ້ອຍ​ພຣະ​ເຈົ້າ​ກໍ​ດີ​ພ້ອມ—ວ່າ​ຢ່າງ​ໜ້ອຍ​ພຣະ​ອົງ, ຍົກ​ຕົວ​ຢ່າງ, ຍັງສາ​ມາດ​ຮັກ​ສັດ​ຕູ​ຂອງ​ພຣະ​ອົງ, ເພາະສ່ວນ​ຫລາຍ, ​ຍ້ອນຄວາມ​ເປັນ “ມະ​ນຸດ​ທີ່​ມີ​ຈິດ​ໃຈທຳ​ມະ​ດາ,”6 ບາງ​ເທື່ອ ທ່ານ​ແລະ ຂ້າ​ພະ​ເຈົ້າ​ກໍ​ເປັນ​ສັດ​ຕູທີ່​ກ່າວມານັ້ນ. ຂ້າ​ພະ​ເຈົ້າ​ຮູ້​ບຸນ​ຄຸນ​ທີ່​ຢ່າງ​ໜ້ອຍ​ພຣະ​ເຈົ້າ​ສາ​ມາດອວຍ​ພອນ​ຄົນ​ທີ່​ໃຊ້​ພຣະ​ອົງ​ຢ່າງ​ມິ່ນ​ປະ​ໝາດ ເພາະ, ເຖິງ​ແມ່ນ​ໂດຍ​ທີ່ບໍ່​ຕ້ອງ​ການ ຫລື ໂດຍ​ເຈດ​ຕະ​ນາ, ບາງ​ເທື່ອເຮົາ ທຸກ​ຄົນ ກໍ​ໄດ້​ໃຊ້​ພຣະ​ອົງ​ຢ່າງ​ມິ່ນ​ປະ​ໝາດ. ຂ້າ​ພະ​ເຈົ້າ​ຮູ້​ບຸນ​ຄຸນ ທີ່​ພຣະ​ເຈົ້າ​ມີ​ເມດ​ຕາ ແລະ ມັກ​ສະ​ຫງົບ ເພາະ​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ຄວາມ​ເມດ​ຕາ ແລະ ໂລກ​ຕ້ອງ​ການ​ຄວາມ​ສະ​ຫງົບ. ແນ່ນອນ​ທຸກ​ສິ່ງ​ທີ່​ເຮົາ​ກ່າວ​ກ່ຽວ​ກັບ​ຄຸນ​ນະ​ທຳ​ຂອງ​ພຣະ​ບິ​ດາ ເຮົາ​ກໍ​ກ່າວ​ເຖິງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ​ຄື​ກັນ, ຜູ້​ໄດ້​ມີ​ພຣະ​ຊົນ ແລະ ສິ້ນ​ພຣະ​ຊົນ ດ້ວຍ​ຄວາມ​ດີ​ພ້ອມ.

ຂ້າ​ພະ​ເຈົ້າ​ໄວ​ທີ່​ຈະ​ກ່າວ​ວ່າ ການ​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ສຳ​ເລັດ​ຜົນ​ຂອງ​ພຣະ​ບິ​ດາ ແລະ ຂອງ​ພຣະ​ບຸດ ແທນ​ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ລົ້ມ​ເຫລວ​ຂອງ​ເຮົາ ຈະ​ບໍ່​ຊ່ວຍ​ຫຍັງ​ໄດ້​ເລີຍ​ແມ່ນ​ແຕ່​ໜ້ອຍ​ດຽວ ຖ້າ​ເຮົາ​ຫາ​ຄຳ​ແກ້​ຕົວ​ໃຫ້​ແກ່​ການ​ປະ​ພຶດ​ທີ່ບໍ່​ດີ​ຂອງ​ເຮົາ ຫລື ການ​ລົດ​ມາດ​ຕະ​ຖານ​ຂອງ​ເຮົາ​ລົງ​ຕ່ຳ. ບໍ່, ນັບ​ແຕ່​ດຶກ​ດຳ​ບັນ ພຣະ​ກິດ​ຕິ​ຄຸນ​ແມ່ນ “ເພື່ອ​ຕຽມ​ໄພ່​ພົນໃຫ້​ດີ​ພ້ອມ​ທຸກ​ຢ່າງ, … ຈົນ​ເຮົາ … ບັນ​ລຸ … ຈົນ​ເຕັມ​ຂະ​ໜາດ​ຄວາມ​ສົມ​ບູນ​ຂອງ​ພຣະ​ຄຣິດ.”7 ຂ້າ​ພະ​ເຈົ້າ​ຂໍ​ພຽງ​ແນະ​ນຳ​ວ່າ ຢ່າງ​ໜ້ອຍຈຸດ​ປະ​ສົງ​ໜຶ່ງຂອງ​ພຣະ​ຄຳ​ພີ ຫລື ພຣະ​ບັນ​ຍັດ ອາດ​ເປັນ​ສິ່ງ​ທີ່​ເຕືອນ​ເຮົາວ່າ “ຖາ​ນະແຫ່ງຄວາມ​ສົມ​ບູນ​ຂອງ​ພຣະ​ຄຣິດ​ຮຸ່ງ​ໂລດ​ຫລາຍ​ຂະ​ໜາດ​ໃດ”8 ເພື່ອ​ດົນ​ໃຈ​ເຮົາ​ໃຫ້​ຮັກ ແລະ ຍົກ​ຍ້ອງ​ພຣະ​ອົງ​ໃຫ້​ຫລາຍກວ່າ​ເກົ່າ ແລະ ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.

“ແທ້​ຈິງ​ແລ້ວ, ຈົ່ງ​ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ … ,” ໂມໂຣໄນ​ໄດ້​ອ້ອນວອນ. “ຈົ່ງ​ຮັກ​ພຣະ​ເຈົ້າ​ດ້ວຍ​ສຸດ​ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງ​ຂອງ​ທ່ານ, ເມື່ອນັ້ນ … ໂດຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ທ່ານ​ຈະດີ​ພ້ອມ​ໃນ​ພຣະ​ຄຣິດ.9 ຄວາມ​ຫວັງ​ຢ່າງ​ດຽວ​ຂອງ​ເຮົາ​ສຳ​ລັບ​ຄວາມ​ດີ​ພ້ອມທຸກ​ຢ່າງ ແມ່ນຂໍ​ໃຫ້​ສະ​ຫວັນ​ປະ​ທານ​ໃຫ້—ເຮົາບໍ່​ສາ​ມາດ “ຊອກ​ຫາ” ມາ​ໄດ້​ດ້ວຍ​ຕົວ​ເອງ. ດັ່ງ​ນັ້ນ, ພຣະ​ຄຸນ​ຂອງ​ພຣະ​ຄຣິດ​ບໍ່ພຽງ​ແຕ່​ມອບຄວາມ​ລອດ​ໃຫ້​ເຮົາ​ຈາກ​ຄວາມ​ໂສກ​ເສົ້າ ແລະ ຈາກ​ບາບ ແລະ ຄວາມ​ຕາຍ​ຂອງ​ເຮົາເທົ່າ​ນັ້ນ ແຕ່​ມອບ​ຄວາມ​ລອດ​ຈາກ​ການ​ວິ​ຈານ​ຕົວ​ເອງ​ຢ່າງບໍ່​ລົດ​ລະ​ນຳ​ອີກ.

ຂ້າ​ພະ​ເຈົ້າ​ຂໍ​ໃຊ້​ຄຳ​ອຸ​ປະ​ມາ​ເລື່ອງ​ໜຶ່ງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ທາງ​ທີ່​ແຕກ​ຕ່າງ​ໜ້ອຍ​ໜຶ່ງ. ຄົນ​ຮັບ​ໃຊ້​ໄດ້​ເປັນ​ໜີ້​ກະ​ສັດ​ຂອງ​ຕົນ ຈຳ​ນວນ 10,000 ຕາ​ລັນ​ຕົນ. ໂດຍ​ທີ່​ໄດ້​ຍິນ​ຄຳ​ຂອງ​ຄົນ​ຮັບ​ໃຊ້​ອ້ອນວອນ​ຂໍ​ຜ່ອນ​ຜັນ ແລະ ຄວາມເມດ​ຕາ, “ກະ​ສັດ​ຂອງ​ຄົນ​ຮັບ​ໃຊ້​ຄົນ​ນັ້ນ ກໍ​ຄິດ​ອີ​ດູ​ຕົນ, ແລະ … ໄດ້​ຍົກ … ໜີ້​ໃຫ້​ລາວ.” ແຕ່​ຄົນ​ຮັບ​ໃຊ້​ຄົນ​ດຽວ​ກັນ​ນັ້ນ ບໍ່ຍອມ​ຍົກ​ໜີ້​ໃຫ້​ເພື່ອນ​ຄົນ​ໜຶ່ງ​ຂອງ​ຕົນ ຜູ້​ເປັນ​ໜີ້​ລາວ​ພຽງ​ແຕ່ 100 ເພັນສ໌. ເມື່ອ​ໄດ້​ຍິນ​ເຖິງ​ເລື່ອງນີ້, ກະ​ສັດ​ຈຶ່ງ​ໄດ້​ຕຳ​ນິ​ຄົນ​ຮັບ​ໃຊ້​ຂອງ​ເພິ່ນ​ວ່າ, “ເຈົ້າ​ຄວນ​ຈະ​ສົງ​ສານ​ເພື່ອນ​ຜູ້​ຮັບ​ໃຊ້​ດ້ວຍ​ກັນ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ສົງ​ສານ​ເຈົ້າ​ບໍ່​ແມ່ນ​ບໍ?”10

ມີ​ຄວາມ​ຄິດ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ໃນ​ບັນ​ດາ​ຜູ້​ມີ​ຄວາມ​ຮູ້​ສູງ​ກ່ຽວ​ກັບ​ຄຸນ​ຄ່າ​ຂອງ​ເງິນຕາ ທີ່​ກ່າວ​ມານັ້ນ—ແລະ ຂໍ​ໂທດ​ທີ່​ຕ້ອງ​ໃຊ້​ຕົວ​ຢ່າງ​ເງິນ​ຕາ​ຂອງ​ສະ​ຫະ​ລັດ—ແຕ່​ເພື່ອ​ເຮັດ​ໃຫ້​ເຮົາ​ເຂົ້າ​ໃຈ​ງ່າຍ​ຂຶ້ນ, ເຮົາ​ຈະ​ປຽບ​ທຽບເງິນ 100 ເພັນສ໌ ເທົ່າ​ກັບ 100 ໂດລາ ໃນ​ປະ​ຈຸ​ບັນ, ແລ້ວ ເງິນ 10,000 ຕາ​ລັນ​ຕົນ ອາດ​ປະ​ມານ 1 ພັນ​ລ້ານ ໂດລາ—​ຫລື ຫລາຍກວ່າ​ນັ້ນ!

ຖ້າ​ເປັນ​ໜີ້​ສ່ວນ​ຕົວ, ກໍ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ທີ່​ສຸດ—ເກີນກວ່າ​ຈະ​ເຂົ້າ​ໃຈ​ໄດ້. (ຄົງບໍ່​ມີ​ໃຜ ເລາະ​ຊື້​ຈົນ​ໝົດ​ຫລາຍ​ປານນັ້ນນໍ!) ແຕ່​ສຳ​ລັບ​ຈຸດ​ປະ​ສົງ​ຂອງ​ຄຳ​ອຸ​ປະ​ມານີ້, ມັນ ຄວນ ເປັນ​ສິ່ງ​ທີ່ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້; ມັນ ຄວນ ເກີນກວ່າ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຄິດ, ຊຶ່ງ​ເກີນກວ່າ​ເຮົາ​ຈະ​ສາ​ມາດ​ໃຊ້​ຄືນ​ໄດ້. ເພາະ​ມັນ​ບໍ່​ແມ່ນ​ເລື່ອງ​ທີ່​ກ່ຽວ​ກັບ​ຄົນ​ໃຊ້​ສອງ​ຄົນ​ຜິດ​ຖຽງ​ກັນ​ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່. ມັນ​ກ່ຽວ​ກັບ​ເຮົາ, ຜູ້​ເປັນ​ຄອບ​ຄົວ​ມະ​ນຸດ​ທີ່​ກຳ​ລັງ​ຕົກ​ໄປ—ຜູ້​ເປັນ​ໜີ້​ຢູ່​ໃນ​ຊ່ວງ​ມະ​ຕະ, ຜູ້​ລະ​ເມີດ, ແລະ ທຸກ​ຄົນ​ກໍ​ຢູ່​ໃນ​ຄຸກ. ເຮົາ​ທຸກ​ຄົນ​ເປັນ​ໜີ້, ແລະ ການ​ຕັດ​ສິນ​ຄື​ທຸກ​ຄົນ​ຕ້ອງ​ຖືກ​ຈຳ​ຄຸກ. ແລະ ເຮົາ​ທຸກ​ຄົນ​ກໍ​ຈະ​ຢູ່​ໃນ​ນັ້ນ​ຕະ​ຫລອດ​ໄປ ຖ້າ​ຫາກບໍ່​ເປັນ​ເພາະ​ພຣະ​ຄຸນ​ຂອງ​ອົງ​ກະ​ສັດ ຜູ້​ໄດ້​ໄຖ່​ຖອນ​ເອົາ​ເຮົາ​ອອກ​ຈາກ​ຄຸກ ເພາະ​ຄວາມ​ຮັກ​ທີ່​ພຣະ​ອົງ​ມີ​ຕໍ່​ເຮົາ ແລະ “ເກີດ​ມີ​ຄວາມ​ເມດ​ຕາ​ສົງ​ສານ​ເຮົາ.”11

ພຣະ​ເຢ​ຊູ​ໄດ້​ໃຊ້​ການ​ວັດ​ແທກ​ທີ່ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້ ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ເປັນ​ຂອງ​ປະ​ທານ​ທີ່ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້ ດ້ວຍ​ການ​ຈ່າຍ​ຄ່າ​ທີ່​ເກີນກວ່າ​ຈະເຂົ້າ​ໃຈ​ໄດ້. ສິ່ງນັ້ນ, ຕໍ່​ຂ້າ​ພະ​ເຈົ້າ​ແລ້ວ ເບິ່ງ​ຄື​ວ່າ, ຢ່າງ​ໜ້ອຍ​ມັນ​ເປັນພາກສ່ວນ​ໜຶ່ງ​ຂອງ​ຄວາມ​ໝາຍ​ທີ່​ເຊື່ອງ​ຊ້ອນ​ຢູ່​ຂອງ​ການມອບ​ໝາຍ​ຂອງ​ພຣະ​ເຢຊູ ທີ່​ໃຫ້​ເປັນ​ຄົນ​ດີ​ພ້ອມ. ເຮົາ​ອາດ​ຍັງ​ບໍ່​ສາ​ມາດສະ​ແດງ​ໃຫ້​ເຫັນ 10,000 ຕາ​ລັນ​ຕົນ ເໝືອນ​ດັ່ງ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ​ສະ​ແດງ​ມາ​ແລ້ວ, ແຕ່​ມັນ​ກໍ ບໍ່ ເປັນ​ສິ່ງ​ທີ່​ພວກ​ພຣະ​ອົງ​ຂໍ​ຮ້ອງ​ຈາກ​ເຮົາ​ຫລາຍ​ເກີນ​ໄປ ທີ່ວ່າ ໃຫ້​ເປັນ​ຢ່າງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ​ໃນ​ສິ່ງ​ເລັກ​ນ້ອຍ​ຈັກ​ໜ້ອຍ​ໜຶ່ງ, ວ່າໃຫ້​ເຮົາ​ກ່າວ ແລະ ກະ​ທຳ, ຮັກ ແລະ ໃຫ້​ອະ​ໄພ, ກັບ​ໃຈ ແລະ ພັດ​ທະ​ນາ ຢ່າງ​ໜ້ອຍ 100 ເພັນສ໌ ຂອງ​ລະ​ດັບ​ຄວາມ​ສົມ​ບູນ, ຊຶ່ງ​ເຫັນ​ຢ່າງ​ແຈ່ມ​ແຈ້ງວ່າ ເຮົາ​ສາ​ມາດ​ເຮັດ​ໄດ້.

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຍົກ​ເວັ້ນ​ແຕ່​ພຣະ​ເຢ​ຊູ​ເທົ່າ​ນັ້ນ, ບໍ່​ເຄີຍ​ມີ​ການ​ກະ​ທຳ​ໃດ​ທີ່​ປາດ​ສະ​ຈາກ​ຂໍ້​ບົກ​ພ່ອງ ຢູ່​ໃນ​ໂລກ​ທີ່​ເຮົາ​ອາ​ໄສ​ຢູ່ນີ້, ສະ​ນັ້ນ ໃນ​ຊ່ວງ​ມະ​ຕະ​ນີ້ ຂໍ​ໃຫ້​ເຮົາ​ພະ​ຍາ​ຍາມ​ພັດ​ທະ​ນາ​ຕົນ​ເລື້ອຍ​ໄປ ແຕ່ບໍ່ຄວນ​ເກີນ​ຂອບ​ເຂດ ຕາມ​ທີ່​ນັກ​ວິ​ທະ​ຍາ​ສາດ​ຝ່າຍ​ການ​ປະ​ພຶດ ເອີ້ນ​ວ່າ “ການ​ຢາກ​ເປັນ​ຄົນ​ດີ​ພ້ອມ​ຈົນ​ເປັນ​ພິດ.”12 ເຮົາ​ຄວນ​ຫລີກ​ເວັ້ນ​ໃຫ້​ຫລາຍ​ທີ່​ສຸດ ຈາກ​ຂໍ້​ສຸດ​ທ້າຍ ກັບ​ຕົວເອງ ແລະ ກັບ​ຄົນ​ອື່ນ, ແລະ ຂ້າ​ພະ​ເຈົ້າ​ຂໍ​ຕື່ມ​ໃສ່​ອີກວ່າ, ກັບ​ຄົນ​ທີ່​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ຢູ່​ໃນ​ສາດ​ສະ​ໜາ​ຈັກ—ຊຶ່ງ​ຄຳ​ວ່າ ໄພ່​ພົນ​ຍຸກ​ສຸດ​ທ້າຍ ໝາຍ​ເຖິງ ທຸກ​ຄົນ, ເພາະ​ເຮົາ​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້ ໃນ​ບາງ​ບ່ອນ.

ກ່ຽວ​ກັບ​ເລື່ອງນີ້, ທ່ານ ລຽວ ໂທນສະທອຍ ຄັ້ງ​ໜຶ່ງ​ໄດ້​ຂຽນ ກ່ຽວ​ກັບ​ຄຸນ​ພໍ່​ຜູ້​ໄດ້​ຖືກ​ສະ​ມາ​ຊິກ​ໂບດ​ຂອງ​ເພິ່ນ ກ່າວ​ວິ​ຈານ ເພາະ​ເພິ່ນບໍ່​ໄດ້​ດຳ​ລົງ​ຊີ​ວິດ​ຕາມ​ທີ່​ຄວນ, ຜູ້​ກ່າວ​ວິ​ຈານ​ໄດ້​ກ່າວ​ວ່າ ຫລັກ​ທຳທີ່​ຄຸນ​ພໍ່​ໄດ້​ສອນ ບໍ່​ຖືກ​ຕ້ອງ ແລະ ສະ​ນັ້ນ ມັນບໍ່​ເປັນ​ໜ້າ​ເຊື່ອຖື.

ໃນ​ການ​ຕອບ​ໂຕ້​ການ​ກ່າວວິ​ຈານນັ້ນ, ຄຸນ​ພໍ່​ໄດ້ ຂຽນ​ວ່າ: “ໃຫ້​ເບິ່ງ​ຊີ​ວິດຂອງ​ຂ້າ​ພະ​ເຈົ້າ​ໃນ​ຕອນນີ້​ແມ ແລະ ໃຫ້​ປຽບ​ທຽບ​ມັນ​ໃສ່​ກັບ​ເມື່ອ​ກ່ອນ. ທ່ານ​ຈະ​ເຫັນ​ວ່າ ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ຄວາມ​ຈິງ ທີ່​ຂ້າ​ພະ​ເຈົ້າປະ​ກາດ.” ໂດຍ​ທີ່ບໍ່​ສາ​ມາດ​ດຳ​ລົງ​ຊີ​ວິດ​ຕາມ​ອຸ​ດົມ​ຄະ​ຕິສູງ ທີ່ເພິ່ນ​ໄດ້​ສອນ, ຄຸນ​ພໍ່​ຈຶ່ງ​ຍອມ​ຮັບ​ວ່າ ເພິ່ນບໍ່​ປະ​ສົບ​ຜົນ​ສຳ​ເລັດ. ແຕ່​ເພິ່ນ​ໄດ້​ອ້ອນວອນ​ວ່າ:

“ຕຳ​ນິ​ຂ້າ​ພະ​ເຈົ້າ​ໄດ້, [ຖ້າ​ພວກ​ທ່ານ​ປາດ​ຖະ​ໜາ,] ຂ້າ​ພະ​ເຈົ້າ​ກໍ​ເຮັດ​ຢູ່​ແລ້ວ, ​ແຕ່ [ຢ່າ] ຕຳ​ນິ … ເສັ້ນ​ທາງ​ທີ່​ຂ້າ​ພະ​ເຈົ້າເດີນ. … ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ຮູ້​ທາງ​ກັບ​ບ້ານ [ແຕ່] ຂ້າ​ພະ​ເຈົ້າ​ເດີນ​ໄປ​ຢ່າງ​ຄົນ​ເມົາ​ເຫລົ້າ, ມັນ​ຍັງ​ເປັນ​ທາງ​ທີ່​ຖືກ​ຕ້ອງ​ໜ້ອຍ​ໄປບໍ ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ຍ່າງ​ເຊ​ຊ້າຍ​ເຊ​ຂວາ?

“… ຢ່າ​ຮ້ອງ​ອອກ​ມາ​ຢ່າງ​ດີ​ອົກ​ດີ​ໃຈ​ວ່າ, ‘ເບິ່ງ​ລາວ​ແມ! … ລາວຄານຢູ່​ໃນ​ບຶງ!’ ຢ່າ​ດີ​ໃຈ​ໃນ​ຄວາມ​ສຳ​ເລັດ​ຜົນ, ແຕ່​ໃຫ້​ມາ … ຊ່ວຍ [ຄົນ​ທີ່​ພະ​ຍາ​ຍາມກຳ​ລັງເດີນ​ກັບ​ໄປ​ຫາ​ພຣະ​ເຈົ້າ.]”13

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ແຕ່​ລະ​ຄົນ​ກໍ​ຢາກມີ​ຊີ​ວິດ​ທີ່​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ ຫລາຍກວ່າ​ທີ່​ເຮົາ​ຈະສຳ​ເລັດ​ຜົນ​ໃນ​ການ​ດຳ​ລົງ​ຊີ​ວິດ. ຖ້າ​ຫາກ​ເຮົາ​ຍອມ​ຮັບ​ດ້ວຍ​ຄວາມ​ຊື່​ສັດ ແລະ ພະ​ຍາ​ຍາມ​ພັດ​ທະ​ນາ​ຕົນ, ແລ້ວ​ເຮົາກໍບໍ່​ໄດ້​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ; ເຮົາ​ເປັນ​ມະ​ນຸດ. ຂໍ​ໃຫ້​ເຮົາ​ຈົ່ງ​ຢ່າ​ປ່ອຍ​ໃຫ້​ຄວາມ​ໂງ່​ຈ້າ​ແຫ່ງ​ຄວາມ​ເປັນ​ມະ​ຕະ​ຂອງ​ເຮົາ, ຄວາມ​ຂາດ​ຕົກ​ບົກ​ພ່ອງ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້​ຂອງ​ເຮົາ ເຖິງ​ແມ່ນ​ໄດ້​ເຮັດ​ດີ​ທີ່​ສຸດ​ແລ້ວ, ເຮັດ​ໃຫ້​ເຮົາເຍາະ​ເຍີ້ຍຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ, ຄວາມ​ຈິງ​ຂອງ​ສາດ​ສະ​ໜາ​ຈັກ, ຄວາມ​ຫວັງ ສຳ​ລັບ​ອະ​ນາ​ຄົດ​ຂອງ​ເຮົາ, ຫລື ຄວາມ​ສາ​ມາດ​ທີ່​ຈະກາຍ​ເປັນ​ຢ່າງ​ພຣະ​ເຈົ້າ​ໄດ້. ຖ້າ​ຫາກ​ເຮົາ​ພາກ​ພຽນ, ແລ້ວ ໃນ​ຈຸດ​ໃດ​ຈຸດ​ໜຶ່ງໃນ​ນິ​ລັນ​ດອນ ການ​ຫລໍ່​ຫລອມ​ຂອງ​ເຮົາ​ຈະ​ສຳ​ເລັດ ແລະ ສົມ​ບູນ​ແບບ—ຊຶ່ງ​ເປັນ​ຄວາມ​ໝາຍ​ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່ ຂອງ​ຄຳ​ວ່າ ດີ​ພ້ອມ.14

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ທີ່​ຮຸ່ງ​ໂລດນັ້ນ, ຊຶ່ງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ ຜ່ານ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ຜູ້​ໄດ້​ເລີ່ມ​ຕົ້ນ “ຈາກ​ພຣະ​ຄຸນ​ສູ່​ພຣະ​ຄຸນ”15 ຈົນ​ໃນຄວາມ​ເປັນ​ອະ​ມະ​ຕະ​ຂອງ​ພຣະ​ອົງ16 ພຣະ​ອົງ​ໄດ້​ຮັບ​ລັດ​ສະ​ໝີ​ພາບ​ຊັ້ນ​ສູງ​ອັນ​ດີ​ພ້ອມ​ສົມ​ບູນ​ແບບ.17 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໃນ​ເວ​ລານີ້ ແລະ ໃນ​ທຸກ​ຊົ່ວ​ໂມງ ພຣະ​ອົງ​ໄດ້​ເດ່​ພຣະ​ຫັດ ທີ່​ມີ​ຮອຍ​ຕະ​ປູ ອອກ​ມາ​ຫາ​ເຮົາ ດ້ວຍ​ພຣະ​ຄຸນ​ອັນ​ດຽວ​ກັນ​ນັ້ນ, ຈັບ​ເຮົາ​ໄວ້ ແລະ ຊຸກຍູ້​ເຮົາ, ປະ​ຕິ​ເສດບໍ່​ຍອມ​ປ່ອຍ​ເຮົາ​ໄປ ຈົນກວ່າ​ເຮົາ​ຈະ​ກັບເຖິງ​ບ້ານ​ຢ່າງ​ປອດ​ໄພ ເຂົ້າ​ສູ່​ອ້ອມ​ແຂນ​ຂອງ​ພຣະ​ບິ​ດາມານ​ດາ​ເທິງ​ສະ​ຫວັນ. ເພື່ອ​ເວ​ລາ​ທີ່​ປະ​ເສີດນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ສືບ​ຕໍ່​ພະ​ຍາ​ຍາມ, ເຖິງ​ແມ່ນ​ຈະ​ລົ້ມ​ລຸກ​ຄຸກ​ຄານ​ກໍ​ຕາມ. ເພື່ອ​ຂອງ​ປະ​ທານ​ທີ່​ປະ​ເສີດນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ສືບ​ຕໍ່ຂອບ​ພຣະ​ໄທ, ເຖິງ​ແມ່ນ​ຈະ​ບໍ່​ພຽບ​ພ້ອມ​ກໍ​ຕາມ. ຂ້າ​ພະ​ເຈົ້າ​ເຮັດ​ເຊັ່ນ​ນັ້ນ ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ດີ​ພ້ອມ, ຜູ້​ທີ່ບໍ່​ເຄີຍ​ລົ້ມ​ລຸກ​ຄຸກ​ຄານ ຫລື ບໍ່​ພຽບ​ພ້ອມ ແຕ່ ຮັກ​ເຮົາ​ທຸກ​ຄົນ​ທີ່​ລົ້ມ​ລຸກ​ຄຸກ​ຄານ ແລະ ບໍ່​ພຽບ​ພ້ອມ, ແມ່ນ​ແຕ່​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ອາແມນ.