​2010–2019
ການ​ໃຝ່​ຝັນ​ຢາກ​ກັບ​ບ້ານ
ເດືອນ​ຕຸລາ 2017


ການ​ໃຝ່​ຝັນ​ຢາກ​ກັບ​ບ້ານ

ໃຫ້​ຫັນ​ຈິດ​ວິນ​ຍານ​ຂອງ​ທ່ານ​ໄປ​ຫາ​ແສງ​ສະ​ຫວ່າງ. ເລີ່ມ​ຕົ້ນ​ອອກ​ເດີນ​ທາງ​ກັບ​ບ້ານ. ເມື່ອ​ທ່ານ​ເຮັດ​ແນວ​ນັ້ນ, ຊີ​ວິດ​ຂອງ​ທ່ານ​ຈະ​ດີ​ຂຶ້ນ, ມີ​ຄວາມ​ສຸກ​ກວ່າ​ເກົ່າ, ແລະ ມີ​ຈຸດ​ປະ​ສົງ​ຫລາຍ​ກວ່າ.

ເມື່ອບໍ່​ດົນ​ມານີ້, ໃນ​ຂະ​ນະ​ທີ່​ພວກ​ເຮົາ​ຢ້ຽມ​ຢາມ​ປະທານ​ທອມມັສ ແອັສ ມອນສັນ, ເພິ່ນ​ໄດ້​ເວົ້າ​ດ້ວຍ​ຄວາມ​ໜັກ​ແໜ້ນ ແລະ ດ້ວຍ​ໃບ​ໜ້າ​ທີ່ຍິ້ມ​ແຍ້ມ​ແຈ່ມ​ໃສ, ວ່າ​ເພິ່ນ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂະ​ໜາດ​ໃດ ແລະ ວ່າ​ເພິ່ນ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກໍຮັກ​ເພິ່ນ. ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ປະທານ​ມອນສັນ ຮູ້​ບຸນ​ຄຸນ​ຫລາຍ​ສຳ​ລັບ​ຄວາມ​ຮັກ, ຄຳ​ອະ​ທິ​ຖານ, ແລະ ຄວາມ​ອຸ​ທິດ​ຕົນ​ຂອງ​ທ່ານ ທີ່​ມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ.

ບອບບີ້ ໝາ​ອັດ​ສະ​ຈັນ

ເກືອບ​ເຖິງ​ໜຶ່ງ​ສັດ​ຕະ​ວັດ​ມາ​ແລ້ວ, ມີ​ຄອບ​ຄົວ​ໜຶ່ງ​ຈາກ​ລັດ ອໍເຣກອນ ໄດ້​ໄປ​ທ່ຽວ​ຢູ່​ລັດ ອິນດີ​ອານາ—​ຫ່າງ​ໄກ ຫລາຍ​ກວ່າ 2,000 ໄມ (3,200 ກິ​ໂລ​ແມັດ)—ຕອນ​ໝາ​ຂອງ​ເຂົາ​ເຈົ້າ ຊື່ ບອບບີ້ ໄດ້​ຫາຍ​ໄປ. ຄອບ​ຄົວ​ກໍ​ໄດ້​ຊອກ​ຫາ​ຢ່າງ​ຟ້າວ​ຟັ່ງ ໃນ​ທຸກ​ບ່ອນ ແຕ່​ກໍ​ຊອກ​ຫາ​ບໍ່​ເຫັນ. ເຂົາ​ເຈົ້າ​ຊອກ​ບອບບີ້​ບໍ່​ເຫັນ.

ດ້ວຍ​ຄວາມ​ໂສກ​ເສົ້າ, ເຂົາ​ເຈົ້າ​ໄດ້​ເດີນ​ທາງ​ກັບ​ບ້ານ, ທຸກ​ກິ​ໂລ​ແມັດ ໄດ້​ເຮັດ​ໃຫ້​ຄອບ​ຄົວ​ຫ່າງ​ໄກ​ຈາກ​ໝາ​ທີ່​ເຂົາ​ເຈົ້າ​ຮັກ ໄປ​ຊັກ​ໄຊ້.

ຫົກ​ເດືອນ​ຈາກ​ນັ້ນ, ຄອບ​ຄົວ​ໄດ້​ຕື່ນ​ຕົກ​ໃຈ ທີ່​ໄດ້​ເຫັນ​ບອບບີ້ ມາ​ຢືນ​ຢູ່​ໜ້າ​ປະ​ຕູ​ບ້ານ​ຂອງ​ເຂົາ​ເຈົ້າ ຢູ່​ລັດ ອໍເຣກອນ. “ທັງ​ສົກ​ກະ​ປົກ, ຈ່ອຍ​ຜອມ, ຕີນ​ຫ້ຽນ​ຈົນ​ເຖິງ​ກະ​ດູກ—ປະ​ກົດ​ວ່າ [ມັນ] ໄດ້​ຍ່າງ​ຈົນ​ເຖິງ​ບ້ານ … ດ້ວຍ​ຕົວ​ເອງ.”1 ເລື່ອງ​ລາວ​ຂອງ​ບອບບີ້ ໄດ້​ປະ​ທັບ​ໃຈ​ຂອງ​ຜູ້​ຄົນ​ຕະ​ຫລອດ​ທົ່ວ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ແລະ ຜູ້​ຄົນ​ເອີ້ນ​ມັນ​ວ່າ ບອບບີ້ໝາ​ອັດ​ສະ​ຈັນ.

ບອບບີ້ ບໍ່​ໄດ້​ເປັນ​ພຽງ​ສັດ​ໂຕ​ດຽວ ທີ່​ເຮັດ​ໃຫ້​ນັກ​ວິ​ທະ​ຍາ​ສາດ​ງົງ​ງັນ ກັບ​ການ​ຈື່​ທາງ ຢ່າງ​ໜ້າ​ປະ​ຫລາດ​ແລະ ສັນ​ຊາດ​ຕະ​ຍານ​ວ່າ​ຕ້ອງ​ກັບ​ບ້ານ. ແມງ​ກະ​ເບື້ອ​ສີ​ທອງຈຳ​ນວນ​ໜຶ່ງ ຈະ​ບິນ​ເປັນ​ໄລ​ຍະ 3,000 ໄມ (4,800 ກິ​ໂລ​ແມັດ) ໃນ​ແຕ່​ລະ​ປີ ໄປ​ຫາ​ເຂດ​ທີ່​ເໝາະ​ສົມ ເພື່ອ​ຄວາມ​ຢູ່​ລອດ​ຂອງ​ມັນ. ເຕົ່າ​ອອງ​ໜັງ ຈະ​ເດີນ​ທາງ​ຂ້າມ ທະ​ເລ​ປາຊີຟິກ ຈາກ​ອິນໂດ​ເນເຊຍ ໄປ​ຫາ ຝັ່ງ​ທະ​ເລ​ຂອງລັດ​ແຄລິ​ໂຟເນຍ. ປາວານ​ຫລັງ​ອອງ ຈະ​ລອຍ​ຈາກ​ບ່ອນ​ນ້ຳ​ເຢັນ ທີ່​ຂົ້ວ​ໂລກ​ເໜືອ ແລະ ໃຕ້ ໄປ​ຫາ​ຈຸດ​ທີ່​ມີ​ບ່ອນ​ນ້ຳ​ອຸ່ນ ແລະ ລອຍ​ກັບ. ບາງ​ທີ ໜ້າ​ງຶດ​ງໍ້​ກວ່າ​ນັ້ນ, ນົກ​ເທີນ​ຈະ​ບິນ​ຈາກ​ຂົ້ວ​ໂລກ​ເໜືອ ໄປ​ຫາ​ຂົ້ວ​ໂລກ​ໃຕ້ ແລະ ບິນ​ກັບ​ຄືນ​ທຸກ​ປີ, ເປັນ​ໄລ​ຍະ​ທາງ 60,000 ​ໄມ (97,000 ກິ​ໂລ​ແມັດ).

ເມື່ອ​ນັກ​ວິ​ທະ​ຍາ​ສາດ​ຄົ້ນ​ຄວ້າ​ການ​ປະ​ພຶດ​ທີ່​ໜ້າ​ຈັບ​ໃຈ​ນີ້, ເຂົາ​ເຈົ້າ​ໄດ້​ຖາມ​ຄຳ​ຖາມ​ເຊັ່ນ: “ພວກ​ມັນ​ຮູ້​ທາງ​ໄດ້​ແນວ​ໃດ?” ແລະ ລຸ້ນ​ຕໍ່​ໄປ ຮຽນ​ແບບ​ການ​ປະ​ພຶດ​ນີ້​ໄດ້​ແນວ​ໃດ?”

ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ກ່ຽວ​ກັບ​ສັນ​ຊາດ​ຕະ​ຍານ​ທີ່​ມີ​ພະ​ລັງ​ທີ່​ສັດ​ມີ, ຂ້າ​ພະ​ເຈົ້າ​ອົດ​ໃຈ​ທີ່​ຈະ​ຄິດບໍ່​ໄດ້​ວ່າ, “ເປັນ​ໄປ​ໄດ້​ບໍ​ວ່າ ມະ​ນຸດ​ກໍ​ມີ​ຄວາມ​ຮູ້​ສຶກ​ໃຝ່​ຝັນ​ແບບ​ດຽວ​ກັນ​ນັ້ນ—ລະ​ບົບ​ຈູງ​ໃຈ—ທີ່​ດຶງ​ດູດ​ເຂົາ​ເຈົ້າ​ໃຫ້​ກັບ​ຄືນ ບ້ານ​ໃນ​ສະ​ຫວັນ ຂອງ​ເຂົາ​ເຈົ້າ?”

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຊາຍ, ຍິງ, ແລະ ເດັກ​ນ້ອຍ​ທຸກ​ຄົນ ຮູ້​ສຶກ​ໄດ້​ຍິນ​ສຽງ​ເອີ້ນ​ຈາກ​ສະ​ຫວັນ ບໍ່​ວ່າ​ໃນ​ເວ​ລາ​ໃດ ກໍ​ເວ​ລາ​ໜຶ່ງ. ໃນ​ສ່ວນ​ເລິກ​ຂອງ​ໃຈ​ເຮົາ, ເຮົາ​ກໍ​ຢາກ​ກັບ​ບ້ານ ທີ່​ຢູ່​ຫລັງ​ມ່ານ ແລະ ໂອບ​ກອດ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ ທີ່​ເຮົາ​ເຄີຍ​ຮູ້​ຈັກ ແລະ ທະ​ນຸ​ຖະ​ໜອມ.

ບາງ​ຄົນ​ອາດ​ລະ​ງັບ​ຄວາມ​ໃຝ່​ຝັນ​ນີ້ ແລະ ເຮັດ​ໃຫ້​ຈິດ​ວິນ​ຍານ​ໝົດ​ຄວາມ​ຮູ້​ສຶກ ຕໍ່​ສຽງ​ເອີ້ນ. ແຕ່​ຜູ້​ທີ່​ຍັງ​ມີ​ແສງ​ນີ້​ຢູ່​ໃນ​ຕົວ ຈະ​ສາ​ມາດ​ເລີ່ມ​ຕົ້ນ​ອອກ​ເດີນ​ທາງ​ຢ່າງ​ເຫລືອ​ເຊື່ອ—ມຸ້ງ​ໜ້າ​ກັບ​ໄປ​ຫາ​ບ້ານ​ໃນ​ສະ​ຫວັນ​ຢ່າງ​ໜ້າ​ອັດ​ສະ​ຈັນ​ໃຈ.

ພຣະ​ເຈົ້າ​ເອີ້ນ​ຫາ​ທ່ານ

ຂ່າວ​ສານ​ທີ່​ປະ​ທັບ​ໃຈ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແມ່ນ​ວ່າ ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ຂອງ​ເຮົາ, ວ່າ​ພຣະ​ອົງ​ເປັນ​ຫ່ວງ​ເປັນ​ໃຍ​ເຮົາ, ແລະ ມີ​ທາງ​ທີ່​ຈະ​ກັບ​ໄປ​ຫາ​ພຣະ​ອົງ​ໄດ້.

ພຣະ​ເຈົ້າ​ເອີ້ນ​ຫາ​ທ່ານ.

ພຣະ​ເຈົ້າ​ຮູ້​ທຸກ​ຄວາມ​ຄິດ, ຄວາມ​ໂສກ​ເສົ້າ, ແລະ ຄວາມ​ຫວັງ​ອັນ​ຍິ່ງ​ໃຫຍ່​ຂອງ​ທ່ານ. ພຣະ​ເຈົ້າ​ຮູ້​ຫລາຍ​ເທື່ອ​ທີ່ ທ່ານ​ສະ​ແຫວງ​ຫາ​ພຣະ​ອົງ. ຫລາຍ​ເທື່ອ​ທີ່​ທ່ານ​ໄດ້​ຮູ້​ສຶກບໍ່​ມີ​ຄວາມ​ສຸກ. ຫລາຍ​ເທື່ອ​ທີ່​ທ່ານ​ໄດ້​ຮ້ອງ​ໄຫ້​ໃນ​ຄວາມ​ໂດດ​ດ່ຽວ. ຫລາຍ​ເທື່ອ​ທີ່​ທ່ານ​ຮູ້​ສຶກ​ໝົດ​ຫວັງ, ສັບ​ສົນ, ຫລື ໃຈ​ຮ້າຍ.

ແຕ່ ບໍ່​ວ່າ​ປະ​ຫວັດ​ຂອງ​ທ່ານ​ຈະ​ເປັນ​ມາ​ຢ່າງ​ໃດ—ຖ້າ​ຫາກ​ທ່ານ​ຫວັ່ນ​ໄຫວ, ທໍ້ຖອຍ, ຮູ້​ສຶກ​ເຈັບ​ປວດ​ໃຈ, ຂົມ​ຂື່ນ, ຖືກ​ຫັກ​ຫລັງ, ຫລື ຖືກ​ຕົບ​ຕີ—ຂໍ​ໃຫ້​ທ່ານ​ຮູ້​ວ່າ ທ່ານ​ບໍ່​ໄດ້​ຢູ່​ຄົນ​ດຽວ. ພຣະ​ເຈົ້າ​ຍັງ​ເອີ້ນ​ຫາ​ທ່ານ​ຢູ່.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເດ່​ພຣະ​ຫັດ​ຂອງ​ພຣະ​ອົງ ອອກ​ມາ​ຫາ​ທ່ານ. ແລະ ດັ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ​ກັບ​ຊາວ​ປະ​ມຸງ​ເຫລົ່າ​ນັ້ນ ຜູ້​ຊຶ່ງ​ດົນ​ນານ​ມາ​ແລ້ວ ໄດ້​ຢືນ​ຢູ່​ແຄມ​ທະ​ເລ​ຄາ​ລີ​ເລ, ດ້ວຍ​ຄວາມ​ຮັກ​ອັນ​ເປັນ​ນິດ ພຣະ​ອົງ​ໄດ້​ກ່າວ​ກັບ​ທ່ານ​ວ່າ: “ຈົ່ງ​ຕາມ​ເຮົາ​ມາ.”2

ຖ້າ​ຫາກ​ທ່ານ​ຈະ​ຮັບ​ຟັງ​ພຣະ​ອົງ, ແລ້ວ​ພຣະ​ອົງ​ຈະ​ກ່າວ​ກັບ​ທ່ານ​ໃນ​ມື້​ນີ້.

ເມື່ອ​ທ່ານ​ເດີນ​ໄປ​ໃນ​ເສັ້ນ​ທາງ​ຂອງ​ການ​ເປັນ​ສາ​ນຸ​ສິດ—ເມື່ອ​ທ່ານ​ມຸ້ງ​ໜ້າ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ—ມີ​ບາງ​ສິ່ງ​ຢູ່​ໃນ​ຕົວ​ທ່ານ ຈະ​ຢືນ​ຢັນ​ວ່າ ທ່ານ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຕັ້ງ​ໃຈ​ມຸ້ງ​ໄປ​ຫາ​ແສງ​ສະ​ຫວ່າງ. ສຸ​ລະ​ສຽງ​ຈະ​ບອກ​ທ່ານ​ວ່າ ທ່ານ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ ແລະ ວ່າ​ທ່ານ​ກຳ​ລັງ​ກັບ​ຄືນ​ບ້ານ.

ນັບ​ແຕ່​ດຶກ​ດຳ​ບັນ​ເປັນ​ຕົ້ນ​ມາ, ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ໄດ້​ຊັກ​ຊວນ​ຜູ້​ຄົນ​ໃນ​ວັນ​ເວ​ລາ​ຂອງ​ພວກ​ເພິ່ນວ່າ “ຈົ່ງເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກທ່ານ, … ຈົ່ງຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ ກົດ​ເກນ​ຂອງ​ພຣະ​ອົງ … , [ແລະ] ຫັນ​ກັບ​ມາ​ຫາ [ພຣະ​ອົງ] ດ້ວຍ​ສຸດ​ໃຈ​ຂອງ​ພວກທ່ານ, ແລະ ດ້ວຍ​ສຸດ​ຈິດ​ວິນ​ຍານ​ຂອງ​ພວກທ່ານ.”3

ພຣະ​ຄຳ​ພີ​ສອນ​ເຮົາ​ເຖິງ​ຫລາຍ​ພັນ​ເຫດ​ຜົນ ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ເຮັດ​ສິ່ງ​ນີ້.

ມື້ນີ້, ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ເຖິງ​ສອງ​ເຫດ​ຜົນ ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ.

ທຳ​ອິດ, ຊີ​ວິດ​ຂອງ​ທ່ານ​ຈະ​ດີ​ຂຶ້ນ.

ທີ​ສອງ, ພຣະ​ເຈົ້າ​ຈະ​ໃຊ້​ທ່ານ​ເຮັດ​ໃຫ້​ຊີ​ວິດ​ຂອງ​ຄົນ​ອື່ນ​ດີ​ຂຶ້ນ.

ຊີ​ວິດ​ຂອງ​ທ່ານ​ຈະ​ດີ​ຂຶ້ນ

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ເຮົາ​ເລີ່ມ​ຕົ້ນ ຫລື ສືບ​ຕໍ່​ເດີນ​ທາງ​ທີ່​ເຫລືອ​ເຊື່ອ ທີ່​ພາ​ໄປ​ຫາ​ພຣະ​ເຈົ້າ, ແລ້ວ​ຊີ​ວິດ​ຂອງ​ເຮົາ​ຈະ​ດີ​ຂຶ້ນ.

ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ ຊີ​ວິດ​ຂອງ​ເຮົາ​ຈະ​ປາດ​ສະ​ຈາກ​ຄວາມ​ໂສກ​ເສົ້າ. ເຮົາ​ທຸກ​ຄົນ​ຮູ້​ເຖິງ​ຜູ້​ຕິດ​ຕາມ​ພຣະ​ຄຣິດ​ທີ່​ຊື່​ສັດ ຜູ້​ໄດ້​ທົນ​ກັບ​ຄວາມ​ເສົ້າ​ສະ​ຫລົດ​ໃຈ ແລະ ຄວາມ​ບໍ່​ຍຸດ​ຕິ​ທຳ—ພຣະ​ເຢຊູ​ຄຣິດ​ເອງ​ກໍ​ໄດ້​ຮັບ​ທຸກ​ທໍ​ລະ​ມານ ຫລາຍ​ກວ່າ​ທຸກ​ຄົນ. ດັ່ງ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ “ໃຫ້​ແສງ​ຕາ​ເວັນ​ຂອງ​ພຣະ​ອົງ​ສ່ອງ​ໃສ່​ທັງ​ຄົນ​ຊົ່ວ ແລະ ຄົນ​ດີ,” ພຣະ​ອົງ​ກໍ​ຈະ​ປ່ອຍ​ໃຫ້​ຄວາມ​ຍາກ​ລຳ​ບາກ​ທົດ​ສອບ ທັງ​ຄົນ​ດີ ແລະ ຄົນ​ຊົ່ວ​ຄື​ກັນ.4 ຕາມ​ຈິງ​ແລ້ວ, ບາງ​ເທື່ອ​ຈະ​ເບິ່ງ​ຄື​ວ່າ ຊີ​ວິດ​ຂອງ​ເຮົາ​ແມ່ນ​ຫຍຸ້ງ​ຍາກ​ຫລາຍກວ່າ​ຄົນ​ອື່ນ ເພາະເຮົາ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ຄວາມ​ເຊື່ອ​ຖື​ຂອງ​ເຮົາ.

ບໍ່​ເລີຍ, ການ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ບໍ່​ຍົກ​ການ​ທົດ​ລອງ​ທັງ​ໝົດ​ໄປ​ຈາກ​ທ່ານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ຈະ​ຍົກ​ເອົາ​ສິ່ງ​ກີດ​ກັນ​ອອກ​ໜີ ລະ​ຫວ່າງ​ທ່ານ ແລະ ຄວາມ​ຊ່ວຍ​ເຫລືອ ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຊຶ່ງ​ພຣະ​ອົງ​ປະ​ສົງ​ທີ່​ຈະ​ປະ​ທານ​ໃຫ້​ທ່ານ. ພຣະ​ເຈົ້າ​ຈະ​ສະ​ຖິດ​ຢູ່​ກັບ​ທ່ານ. ພຣະ​ອົງ​ຈະ​ຊີ້​ນຳ​ບາດ​ກ້າວ​ຂອງ​ທ່ານ. ພຣະ​ອົງ​ຈະ​ເດີນ​ຄຽງ​ຂ້າງ​ທ່ານ ແລະ ແມ່ນ​ແຕ່​ຈະ​ອູ້ມ​ທ່ານ​ໄປ ເມື່ອ​ທ່ານ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຫລາຍ​ທີ່​ສຸດ.

ທ່ານ​ຈະ​ໄດ້​ຮັບ​ສ່ວນ​ໝາກ​ໄມ້​ແຫ່ງ​ພຣະ​ວິນ​ຍານ​ທີ່​ຫວານ​ແຊບ​ຊ້ອຍ ຄື: “ຄວາມ​ຮັກ, ຄວາມ​ຊົມ​ຊື່ນ​ຍິນ​ດີ, ສັນ​ຕິ​ສຸກ, ຄວາມ​ອົດ​ທົນ​ດົນ​ນານ, ຄວາມ​ເມດ​ຕາ​ປາ​ນີ, ຄວາມ​ດີ, [ແລະ] ສັດ​ທາ.”5

ໝາກ​ໄມ້​ທາງ​ວິນ​ຍານ​ເຫລົ່າ​ນີ້ ບໍ່​ໄດ້​ເປັນ​ຜົນ​ຜະ​ລິດ​ຂອງ​ຄວາມ​ຮັ່ງ​ມີ, ຄວາມ​ສຳ​ເລັດ​ຜົນ, ຫລື ຄວາມ​ໂຊກ​ດີ​ຂອງ​ໂລກ​ນີ້. ມັນ​ມາ​ຈາກ​ການ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ມັນ​ສາ​ມາດ​ຢູ່​ກັບ​ຄວາມ​ຊື່​ສັດ​ຂອງ​ເຮົາ ແມ່ນ​ແຕ່​ໃນ​ທ່າມ​ກາງ​ຄວາມ​ມືດ​ຂອງ​ມໍ​ລະ​ສຸມ.

ໄຟ ແລະ ຄວາມ​ວຸ້ນ​ວາຍ​ຂອງ​ຊີ​ວິດ​ມະ​ຕະ ອາດ​ລຸກ​ລາມ ແລະ ເຮັດ​ໃຫ້​ຢ້ານກົວ, ແຕ່​ຜູ້​ທີ່​ໂນ້ມ​ອ່ຽງ​ໃຈ​ຂອງ​ເຂົາ​ເຈົ້າ​ໃຫ້​ແກ່​ພຣະ​ເຈົ້າ ຈະ​ຖືກ​ຫຸ້ມ​ລ້ອມ​ໄວ້​ໂດຍ​ສັນ​ຕິ​ສຸກ​ຂອງ​ພຣະ​ອົງ. ຄວາມ​ຊື່ນ​ຊົມ​ຂອງ​ເຂົາ​ເຈົ້າ ຈະ​ບໍ່​ໝົດ​ໄປ. ເຂົາ​ເຈົ້າ​ຈະ​ບໍ່​ຖືກ​ປະ​ຖິ້ມ ຫລື ລືມ​ໄລ.

ພຣະ​ຄຳ​ພີ​ສອນ​ວ່າ, “ຈົ່ງໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ຫົວ​ໃຈ​ຂອງ​ເຈົ້າ, ຢ່າ​ເຊື່ອ​ໝັ້ນ​ຈັກ​ເທື່ອ​ໃນ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ເຈົ້າ​ຮູ້​ຈັກ. ຈົ່ງ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ກະ​ທຳ, ແລະ ພຣະ​ອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນ​ທາງ​ອັນ​ຖືກ​ຕ້ອງ.”6

ຜູ້​ທີ່​ເຮັດ​ຕາມ​ສຽງ​ທີ່​ຮູ້​ສຶກ​ຢູ່​ພາຍ​ໃນ ແລະ ສະ​ແຫວງ​ຫາ​ພຣະ​ເຈົ້າ, ຜູ້​ທີ່​ອະ​ທິ​ຖານ, ເຊື່ອ, ແລະ ເດີນ​ໄປ​ໃນ​ເສັ້ນ​ທາງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຕຽມ​ໄວ້—ແມ່ນ​ແຕ່ ຖ້າ​ຫາກ​ເຂົາ​ເຈົ້າ​ສະ​ດຸດ​ລົ້ມ​ຢູ່​ໃນ​ເສັ້ນ​ທາງ ເປັນ​ບາງ​ຄັ້ງ—ຈະ​ໄດ້​ຮັບ​ຄຳ​ປອບ​ໃຈ ທີ່​ວ່າ ທຸກ​ສິ່ງ​ທັງ​ປວງ​ຈະ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​[ຂອງ​ເຂົາ​ເຈົ້າ].7

ເພາະ​ພຣະ​ເຈົ້າ ເຊີດ​ຊູ​ກຳ​ລັງ​ຜູ້​ທີ່​ອິດ​ເມື່ອຍ​ອ່ອນ​ແຮງ ແລະ ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ຜູ້​ທີ່​ຂາດ​ກຳ​ລັງ.”8

“ເພາະ​ຄົນ​ຊື່​ສັດ​ນັ້ນ​ຈະ​ຫລົ້ມ​ຈົມ​ຢ່າງ​ໃດ​ກໍ​ຕາມ, ລາວ​ກໍ​ຈະ​ລຸກ​ຂຶ້ນ​ຕັ້ງ​ຕົວ​ໃໝ່​ໄດ້​ສະ​ເໝີ.”9

“ແລະ ພຣະ​ຜູ້​ເປັນ​ເຈົ້າ ໃນ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ ຈະຖາມ​ວ່າ:

ທ່ານ​ຢາກ​ມີ​ຄວາມ​ຊື່ນ​ຊົມ​ຢູ່​ນຳ​ບໍ?

ທ່ານ​ໃຝ່​ຝັນ​ຢາກ​ຮູ້​ສຶກ​ພາຍ​ໃນ​ໃຈ​ຂອງ​ທ່ານ​ບໍ ເຖິງ​ສັນ​ຕິ​ສຸກ​ທີ່​ເກີນ​ຄວາມ​ເຂົ້າ​ໃຈ?10

ແລ້ວ​ໃຫ້​ຫັນ​ຈິດ​ວິນ​ຍານ​ຂອງ​ທ່ານ​ໄປ​ຫາ​ແສງ​ສະ​ຫວ່າງ.

ເລີ່ມ​ຕົ້ນ​ອອກ​ເດີນ​ທາງ​ກັບ​ບ້ານ.

ເມື່ອ​ທ່ານ​ເຮັດ​ແນວ​ນັ້ນ, ຊີ​ວິດ​ຂອງ​ທ່ານ​ຈະ​ດີ​ຂຶ້ນ, ມີ​ຄວາມ​ສຸກ​ກວ່າ​ເກົ່າ, ແລະ ມີ​ຈຸດ​ປະ​ສົງ​ຫລາຍ​ກວ່າ.

ພຣະ​ເຈົ້າ​ຈະ​ໃຊ້​ທ່ານ

ໃນ​ການ​ເດີນ​ທາງ​ກັບ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ບໍ່​ດົນ​ທ່ານ​ຈະ​ຮັບ​ຮູ້​ວ່າ ເສັ້ນ​ທາງ ບໍ່​ແມ່ນ​ພຽງ​ແຕ່​ກ່ຽວ​ກັບ​ການເອົາ​ໃຈ​ໃສ່​ກັບຊີ​ວິດ​ຂອງ​ທ່ານ​ເອງ​ເທົ່າ​ນັ້ນ. ບໍ່​ເລີຍ, ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້ ເສັ້ນ​ທາງນີ້​ຈະ​ພາ​​ທ່ານໃຫ້​ກາຍ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ລູກໆ​ຄົນ​ອື່ນໆ​ຂອງ​ພຣະ​ເຈົ້າ—ອ້າຍ​ເອື້ອຍ​ນ້ອງ​ຂອງ​ທ່ານ. ແລະ ສິ່ງ​ທີ່​ໜ້າ​ສົນ​ໃຈ​ກ່ຽວ​ກັບ​ເສັ້ນ​ທາງ ແມ່ນ​ວ່າ ເມື່ອ​ທ່ານ​ຮັບ​ໃຊ້​ພຣະ​ເຈົ້າ, ແລະ ເມື່ອ​ທ່ານ​ເປັນ​ຫ່ວງ​ເປັນ​ໃຍ ແລະ ຊ່ວຍ​ເຫລືອ​ເພື່ອນ​ມະ​ນຸດ​ດ້ວຍ​ກັນ, ທ່ານ​ຈະ​ເຫັນ​ຄວາມ​ກ້າວ​ໜ້າ​ໃນ​ຊີ​ວິດ​ຂອງ​ທ່ານ​ເອງ, ໃນ​ທາງ​ທີ່​ທ່ານ​ບໍ່​ເຄີຍ​ຄິດ​ມາ​ກ່ອນ.

ບາງ​ທີ​ທ່ານ​ບໍ່​ຄິດ​ວ່າ​ຕົວ​ເອງ​ເປັນ​ປະ​ໂຫຍດ, ບາງ​ທີ​ທ່ານ​ບໍ່​ຄິດ​ວ່າ​ຕົວ​ເອງ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ບາງ​ຄົນ. ສ່ວນ​ຫລາຍ​ແລ້ວ, ເມື່ອ​ເຮົາ​ຫລຽວ​ເບິ່ງ​ຕົວ​ເອງ, ເຮົາ​ຈະ​ເຫັນ​ພຽງ​ແຕ່​ຂໍ້​ຈຳ​ກັດ ແລະ ຄວາມ​ບໍ່​ພຽບ​ພ້ອມ. ເຮົາ​ອາດ​ຄິດ​ວ່າ ເຮົາ​ຕ້ອງ “ເປັນຫລາຍ” ​ກວ່ານີ້ ກ່ອນ​ພຣະ​ເຈົ້າ​ຈະ​ໃຊ້​ເຮົາ​ໄດ້—ສະ​ຫລາດ, ຮັ່ງ​ມີ, ມີ​ສະ​ເໜ່, ມີ​ພອນ​ສະ​ຫວັນ, ມີ​ສິນ​ທຳ ຫລາຍກວ່ານີ້. ພອນ​ບໍ່​ໄດ້​ມີ​ມາ​ເພາະ​ຄວາມ​ສາ​ມາດ​ຂອງ​ທ່ານ ແຕ່​ມີ​ມາ​ເພາະ​ການ​ເລືອກ​ຂອງ​ທ່ານ. ແລະ ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ຈະ​ທຳ​ງານ​ພາຍ​ໃນ​ຕົວ​ທ່ານ ແລະ ຜ່ານ​ທາງ​ຕົວ​ທ່ານ, ຈະ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ທີ່​ຖ່ອມ​ຕົວ​ຂອງ​ທ່ານ ສຳ​ລັບ​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ.

ວຽກ​ງານ​ຂອງ​ພຣະ​ອົງ ຈະ​ກ້າວ​ໜ້າ​ສະ​ເໝີ ໃນ​ຫລັກ​ທຳ​ທີ່​ສຳ​ຄັນ​ນີ້: ຈາກ​ສິ່ງ​ເລັກ​ນ້ອຍ ສິ່ງ​ຍິ່ງ​ໃຫຍ່​ຈະ​ເກີດ​ຂຶ້ນ.11

ຕອນ​ຂຽນ​ສານ​ຫາ​ໄພ່​ພົນ​ຢູ່​ໃນ​ເມືອງ​ໂກ​ຣິນ​ໂທ, ອັກ​ຄະ​ສາ​ວົກ​ໂປໂລ​ໄດ້​ສັງ​ເກດ​ເຫັນ​ວ່າ ຫລາຍ​ຄົນ​ຢູ່​ທີ່​ນັ້ນ ຖື​ວ່າ​ເປັນ​ຄົນ​ສະ​ຫລາດ​ຕາມ​ມາດ​ຕະ​ຖານ​ຂອງ​ໂລກ. ແຕ່​ນັ້ນ​ບໍ່​ສຳ​ຄັນ, ເພາະ “ພຣະ​ເຈົ້າ​ໄດ້​ເລືອກ​ເອົາ​ສິ່ງ​ທີ່​ມະ​ນຸດ​ຖື​ວ່າ​ໂງ່ ເພື່ອ​ໃຫ້​ຄົນ​ສະ​ຫລາດ​ຖືກ​ອັບ​ອາຍ.”12

ໃນ​ປະ​ຫວັດ​ສາດ​ຂອງ​ວຽກ​ງານ​ຂອງ​ພຣະ​ເຈົ້າ ແມ່ນ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ທີ່​ຖື​ວ່າ ເປັນ​ຄົນ​ທີ່​ບໍ່​ພຽບ​ພ້ອມ. ແຕ່​ເຂົາ​ເຈົ້າ​ຮັບ​ໃຊ້​ຢ່າງ​ຖ່ອມ​ຕົວ, ເພິ່ງ​ອາ​ໄສ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ວ່າ, ແຂນ​ຂອງ​ເຮົາ ເປັນ​ແຂນ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ເປັນ​ເຄື່ອງ​ປ້ອງ​ກັນ ແລະ ເສື້ອ​ຫຸ້ມ​ເກາະ … , ແລະ ເຮົາ​ຈະ​ຕໍ່​ສູ້​ຢ່າງ​ລູກ​ຜູ້​ຊາຍ​ໃຫ້​ພຣະ​ອົງ; ແລະ … ພຣະ​ອົງ [ຈະ] ຮັກ​ສາ​ເຮົາ​ໄວ້.13

ໃນ​ລະ​ດູ​ແລ້ງ​ທີ່​ຜ່ານ​ມາ​ນີ້ ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດໄປ​ຢ້ຽມ​ຢາມ​ສະ​ຖານ​ທີ່​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ. ໃນ​ທາງ​ທີ່​ພິ​ເສດ, ພວກ​ເຮົາ​ໄດ້​ລອງ​ໃຊ້​ຊີ​ວິດ​ແບບ​ຜູ້​ຄົນ​ໃນ​ເວ​ລາ​ນັ້ນ. ຜູ້​ຄົນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ກ່ຽວ​ກັບ—ຜູ້​ຄົນ​ເຊັ່ນ ມາຕິນ​ແຮຣິສ, ອໍລີເວີ ຄາວເດີຣີ, ແລະ ທອມມັສ ບີ ມາສ໌—ໄດ້​ກາຍ​ເປັນ​ຄົນ​ເປັນໆ​ຕໍ່​ຂ້າ​ພະ​ເຈົ້າ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ໄດ້​ລອງ​ໃຊ້​ຊີ​ວິດ ແລະ ໄດ້​ໄຕ່​ຕອງ​ເຖິງ​ການ​ເສຍ​ສະ​ລະ ທີ່​ເຂົາ​ເຈົ້າ​ໄດ້​ເຮັດ ເພື່ອ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

ເຂົາ​ເຈົ້າ​ມີ​ຄວາມ​ດີ​ຫລາຍ​ຢ່າງ ທີ່​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ ໃນ​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ. ແຕ່​ເຂົາ​ເຈົ້າ​ກໍ​ເປັນ​ມະ​ນຸດ​ຄື​ກັນ, ອ່ອນ​ແອ, ແລະ ຕົກ​ໄດ້—ຄື​ກັນ​ກັບ​ທ່ານ ແລະ ຂ້າ​ພະ​ເຈົ້າ. ເຂົາ​ເຈົ້າ​ບາງ​ຄົນ ກໍ​ບໍ່​ລົງ​ເອີ່ຍ​ກັບ​ສາດ​ສະ​ດາ​ໂຈເຊັບ ສະມິດ ແລະ ໄດ້​ຫັນ​ໜີ​ຈາກ​ສາດ​ສະ​ໜາ​ຈັກ. ຕໍ່​ມາ, ຫລາຍ​ຄົນ​ເຫລົ່າ​ນັ້ນ​ໄດ້​ປ່ຽນ​ໃຈ, ຖ່ອມ​ຕົວ, ແລະ ອີກ​ເທື່ອ​ໜຶ່ງ​ໄດ້​ສະ​ແຫວງ​ຫາ ແລະ ຄືນ​ມາ​ເປັນ​ມິດ ກັບ​ໄພ່​ພົນ​ຄື​ເກົ່າ.

ເຮົາ​ອາດ​ມັກ​ຕັດ​ສິນ​ອ້າຍ​ນ້ອງ​ເຫລົ່າ​ນີ້ ແລະ ສະ​ມາ​ຊິກຄົນ​ອື່ນໆ ຄື​ເຂົາ​ເຈົ້າ. ເຮົາ​ອາດ​ກ່າວ​ວ່າ, “ຂ້ອຍ​ຈະ​ບໍ່​ມີ​ວັນ​ໜີ​ຈາກ​ສາດ​ສະ​ດາ​ໂຈເຊັບ.”

ເຖິງ​ແມ່ນ​ອາດ​ເປັນ​ຄວາມ​ຈິງ, ແຕ່​ເຮົາ​ບໍ່​ຮູ້​ວ່າ ການ​ມີ​ຊີ​ວິດ​ຢູ່​ໃນ​ເວ​ລາ​ນັ້ນ, ໃນ​ສະ​ພາບ​ການ​ແບບ​ນັ້ນ​ເປັນ​ຈັ່ງ​ໃດ​ແທ້ໆ. ບໍ່, ເຂົາ​ເຈົ້າ​ບໍ່​ດີ​ພ້ອມ​ທຸກ​ຢ່າງ, ແຕ່ເຮົາ​ດີ​ໃຈ​ທີ່​ຮູ້​ວ່າ ພຣະ​ເຈົ້າ​ກໍ​ສາ​ມາດ​ໃຊ້​ເຂົາ​ເຈົ້າ​ໄດ້. ພຣະ​ອົງ​ຮູ້​ຈັກ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ອ່ອນ​ແອ​ຂອງ​ເຂົາ​ເຈົ້າ, ແລະ ພຣະ​ອົງ​ໄດ້​ມອບ​ໂອ​ກາດ​ທີ່​ປະ​ເສີດ​ໃຫ້​ເຂົາ​ເຈົ້າ ເພື່ອ ສົມ​ທົບ​ສອງ​ສາມ​ຄຳ​ໃສ່​ໃນ​ເນື້ອ​ເພງ​ທີ່​ມີ​ພະ​ລັງ​ຂອງ​ການ​ຟື້ນ​ຟູ.

ເຮົາ​ດີ​ໃຈ​ແທ້ໆ ທີ່​ຮູ້​ວ່າ, ເຖິງ​ແມ່ນ ເຮົາ ບໍ່​ດີ​ພ້ອມ​ທຸກ​ຢ່າງ, ຖ້າ​ຫາກ​ໃຈ​ເຮົາ​ຫັນ​ໄປ​ຫາ​ພຣະ​ເຈົ້າ, ແລ້ວ​ພຣະ​ອົງ​ຈະ​ເພື່ອ​ແຜ່ ແລະ ມີ​ເມດ​ຕາ ແລະ ໃຊ້​ເຮົາ​ສຳ​ລັບ​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ.

ຜູ້​ທີ່​ຮັກ​ແລະ ຮັບ​ໃຊ້​ພຣະ​ເຈົ້າ ແລະ ເພື່ອນ​ມະ​ນຸດ, ແລະ ມີ​ສ່ວນ​ຮ່ວມ​ດ້ວຍ​ຄວາມ​ຖ່ອມ​ຕົວ ແລະ ຫ້າວ​ຫັນ ໃນ​ວຽກ​ງານ​ຂອງ​ພຣະ​ອົງ ຈະ​ເຫັນ​ສິ່ງ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ເກີດ​ຂຶ້ນ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ແລະ ໃນ​ຊີ​ວິດ​ຂອງ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ.

ປະ​ຕູ​ທີ່​ປິດ​ຢູ່ ຈະ​ເປີດ​ອອກ.

ເຫລົ່າ​ທູດ​ຈະ​ອອກ​ໜ້າ​ເຂົາ​ເຈົ້າ ແລະ ຕຽມ​ທາງ​ໄວ້​ໃຫ້.

ບໍ່​ວ່າ ທ່ານ​ຈະ​ມີ​ຕຳ​ແໜ່ງ​ໃດ​ຢູ່​ໃນ​ຊຸມ​ຊົນ ຫລື ໃນ​ສາດ​ສະ​ໜາ​ຈັກ, ພຣະ​ເຈົ້າ​ຈະ​ໃຊ້​ທ່ານ, ຖ້າ​ຫາກ​ທ່ານ​ເຕັມ​ໃຈ. ພຣະ​ອົງ​ຈະ​ຂະ​ຫຍາຍ​ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ​ຂອງ​ທ່ານ ແລະ ເຮັດ​ໃຫ້​ການ​ກະ​ທຳ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ທີ່​ທ່ານ​ໄດ້​ເພາະປູກ​ໃຫ້​ເກີດ​ຜົນ​ຢ່າງງອກ​ງາມ.

ທ່ານ​ໄປ​ເຖິງ​ທີ່​ນັ້ນ​ບໍ່​ໄດ້ ຖ້າ​ບໍ່​ອອກ​ແຮງ

ເຮົາ​ແຕ່​ລະ​ຄົນ​ເປັນ, “ແຂກ​ເມືອງ​ທີ່​ທ່ອງ​ທ່ຽວ​ໄປ​ມາ”14 ຢູ່​ໃນ​ໂລກນີ້. ຕາມ​ຈິງ​ແລ້ວ, ເຮົາ​ຢູ່​ໄກ​ບ້ານ. ແຕ່​ບໍ່​ໝາຍ​ຄວາມ​ວ່າ ເຮົາ​ຄວນ​ຮູ້​ສຶກ ຫລົງ​ທາງ ຫລື ຢູ່​ຄົນ​ດຽວ.

ພຣະ​ບິ​ດາ​ຢູ່​ໃນ​ສະ​ຫວັນທີ່​ຮັກ​ຂອງ​ເຮົາ ໄດ້​ປະ​ທານ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ໃຫ້​ເຮົາ. ແລະ ໃນ​ສ່ວນ​ເລິກ​ຂອງ​ໃຈ​ເຮົາ​ແຕ່​ລະ​ຄົນ, ສຽງ​ຈາກ​ສະຫວັນ​ໄດ້​ບອກ​ເຮົາ​ໃຫ້​ຫລຽວ​ເບິ່ງ ແລະ ຫັນ​ຫົວ​ໃຈ​ໄປ​ຫາ​ພຣະ​ອົງ ແລະ ເດີນ​ທາງ​ກັບ​ບ້ານ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ.

ສິ່ງ​ນີ້​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ. ທ່ານ​ບໍ່​ສາ​ມາດ​ກັບ​ໄປ ໂດຍ​ທີ່​ບໍ່​ຮູ້​ຈັກ​ພຣະ​ອົງ. ເຂົ້າ​ໃຈ​ຄຳ​ແນະ​ນຳ​ຂອງ​ພຣະ​ອົງ, ໃຊ້​ມັນ​ຢ່າງ​ພາກ​ພຽນ, ແລະ ດຳ​ເນີນ​ໄປ​ໜ້າ ໃນ​ແຕ່​ລະ​ບາດ​ກ້າວ.

ບໍ່, ຊີ​ວິດ​ບໍ່​ຄື​ກັນ​ກັບ​ລົດ​ທີ່​ແລ່ນ​ໄປ​ເອງ. ມັນ​ບໍ່​ຄື​ກັນ​ກັບ​ຍົນ​ທີ່​ບິນ​ໄປ​ເອງ.

ທ່ານ​ບໍ່​ສາ​ມາດ​ຟູ​ໄປ​ຕາມ​ນ້ຳ​ແຫ່ງ​ຊີ​ວິດ ແລະ ໄວ້​ວາງ​ໃຈ​ວ່າ​ກະ​ແສ​ນ້ຳ​ຈະ​ພາ​ທ່ານ​ໄປ​ບ່ອນ​ທີ່​ທ່ານ​ຫວັງ​ຢາກ​ໄປ ໃນ​ມື້​ໜຶ່ງ. ການ​ເປັນ​ສາ​ນຸ​ສິດ​ຮຽກ​ຮ້ອງ​ຄວາມ​ເຕັມ​ໃຈ​ຂອງ​ເຮົາ ທີ່​ຈະ​ລອຍ​ທວນ​ກະ​ແສນ້ຳ ເມື່ອ​ຈຳ​ເປັນ.

ບໍ່​ມີ​ຄົນ​ໃດ​ຮັບ​ຜິດ​ຊອບ​ຕໍ່​ການ​ເດີນ​ທາງ​ສ່ວນ​ຕົວຂອງ​ທ່ານ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຊ່ວຍ​ທ່ານ ແລະ ຕຽມ​ທາງ​ໄວ້​ໃຫ້​ທ່ານ, ແຕ່​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແມ່ນ​ຂຶ້ນ​ຢູ່​ກັບ​ທ່ານ. ນີ້​ຄື​ພາ​ລະ​ທີ່​ທ່ານ​ຕ້ອງ​ແບກ​ຫາບ, ນີ້​ຄື​ສິດ​ທິ​ພິ​ເສດ​ຂອງ​ທ່ານ.

ນີ້​ຄື​ການ​ພະ​ຈົນ​ໄພ​ທີ່​ຍິ່ງ​ໃຫຍ່​ຂອງ​ທ່ານ.

ຈົ່ງ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ເອີ້ນ​ຫາ​ທ່ານ.

ຈົ່ງ​ຕິດ​ຕາມ​ພຣະ​ອົງ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຂຶ້ນ​ມາ ເພື່ອ​ຊ່ວຍ​ທ່ານ​ໃນ​ຄວາມ​ຕັ້ງ​ໃຈ ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ເພື່ອນ​ມະ​ນຸດ. ຈຸດ​ປະ​ສົງ​ຂອງ​ສາດ​ສະ​ໜາ​ຈັກ ແມ່ນ​ເພື່ອ​ຊຸກ​ຍູ້, ສອນ, ເຊີດ​ຊູ, ແລະ ດົນ​ໃຈ. ສາດ​ສະ​ໜາ​ຈັກ​ທີ່​ດີ​ເລີດນີ້ ໃຫ້​ໂອ​ກາດ​ທ່ານ​ທີ່​ຈະ​ໃຊ້​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ, ຕໍ່ເຕີມ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ. ມັນ​ຖືກ​ອອກ​ແບບ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ ແລະ ພັດ​ທະ​ນາ​ບ້ານ​ເຮືອນ, ຊຸມ​ຊົນ, ແລະ ປະ​ເທດ​ຊາດ​ຂອງ​ທ່ານ.

ຈົ່ງ​ມາ, ເຂົ້າ​ຮ່ວມ​ກັບ​ພວກ​ເຮົາ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ຈົ່ງ​ສົມ​ທົບ​ພອນ​ສະ​ຫວັນ​ຂອງ​ທ່ານ ໃນ​ວຽກ​ງານ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ຂອງ​ພຣະ​ອົງ. ຈົ່ງ​ເອື້ອມ​ອອກ​ໄປ, ກ້າ​ຫານ, ປິ່ນ​ປົວ, ແລະ ສະ​ໜັບ​ສະ​ໜູນ ທຸກ​ຄົນ​ທີ່​ຢາກ​ຮູ້​ສຶກ ແລະ ໃຝ່​ຝັນ ຢາກ​ກັບ​ບ້ານແຫ່ງ​ສະ​ຫວັນ​ຂອງ​ເຮົາ. ຂໍ​ໃຫ້​ເຮົາ​ຈົ່ງ​ຮ່ວມ​ກັນ ໃນ​ການ​ເດີນ​ທາງ​ກັບ​ໄປ​ບ້ານ​ແຫ່ງ​ສະ​ຫວັນ​ນີ້.

ພຣະ​ກິດ​ຕິ​ຄຸນ​ເປັນ​ຂ່າວ​ສານ​ທີ່​ປະ​ເສີດ​ທີ່​ໃຫ້​ຄວາມ​ຫວັງ, ຄວາມ​ສຸກ, ແລະ ຄວາມ​ຊົມ​ຊື່ນ​ຍິນ​ດີ. ມັນ​ເປັນ​ເສັ້ນ​ທາງ​ທີ່​ພາ​ເຮົາ​ກັບ​ຄື​ບ້ານ.

ເມື່ອ​ເຮົາ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ດ້ວຍ​ສັດ​ທາ ແລະ ດ້ວຍ​ການ​ກະ​ທຳ, ໃນ​ແຕ່​ລະ​ວັນ ແລະ ໃນ​ແຕ່​ລະ​ຊົ່ວ​ໂມງ, ແລ້ວ​ເຮົາ​ຈະ​ເຂົ້າ​ໃກ້​ຊິດ​ພຣະ​ເຈົ້າ​ຂອງ​ເຮົາ​ຫລາຍ​ຂຶ້ນ. ຊີ​ວິດ​ຂອງ​ເຮົາ​ຈະ​ດີ​ຂຶ້ນ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຊ້​ເຮົາ​ໃນ​ທາງ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ ແລະ ນຳ​ຈຸດ​ປະ​ສົງ​ນິ​ລັນ​ດອນ​ຂອງ​ພຣະ​ອົງ​ມາ. ຂ້າພະເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້ ແລະ ຂໍມອບ​ພອນ​ແກ່ທ່ານ ໃນ​ພຣະນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.