​2010–2019
ສຸ​ລິ​ຍະ​ຄາດ​ທາງ​ວິນຍານ
ເດືອນ​ຕຸລາ 2017


ສຸ​ລິ​ຍະ​ຄາດ​ທາງ​ວິນຍານ

ຢ່າ​ປ່ອຍ​ໃຫ້​ສິ່ງ​ລົບ​ກວນ​ໃນ​ຊີ​ວິດ ປິດ​ບັງ​ແສງ​ສະ​ຫວ່າງ​ຈາກ​ສະ​ຫວັນ.

ໃນ​ວັນ​ທີ 21 ເດືອນ​ສິງຫາ ຂອງ​ປີນີ້, ເຫດ​ການ​ທີ່ບໍ່​ຄ່ອຍ​ມີ ສອງ​ຢ່າງ​ໄດ້​ເກີດ​ຂຶ້ນ ຊຶ່ງ​ສ້າງ​ຄວາມ​ສົນ​ໃຈ​ໃຫ້​ແກ່ຜູ້​ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ຕະ​ຫລອດ​ທົ່ວ​ໂລກ. ສິ່ງ​ທຳ​ອິດ​ແມ່ນ​ການ​ສະ​ຫລອງວັນ​ເກີດ​ຄົບ​ຮອບ 90 ປີ ຂອງ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ, ປະທານ​ທອມມັສ ແອັສ ມອນສັນ. ໃນ​ເວ​ລານັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຖືກມອບ​ໝາຍ​ໃຫ້​ໄປ​ເຮັດ​ພາ​ລະ​ກິດ​ຢູ່​ໃນ​ເຂດ​ປາ​ຊີ​ຟິກ ແລະ ດີ​ໃຈ​ຫລາຍ​ທີ່​ໄພ່​ພົນ​ຢູ່​ປະ​ເທດ​ອົດສະຕາລີ, ວານູອາຕູ, ນິວຊີແລນ, ແລະ ຝຣັ່ງໂປລີເນເຊຍ ບໍ່ພຽງ​ແຕ່​ຮູ້​ຈັກ​ເຖິງວັນ​ເກີດ​ຂອງ​ເພິ່ນ​ເທົ່າ​ນັ້ນ, ແຕ່​ເຂົາ​ເຈົ້າ​ຍັງ​ໄດ້​ສະ​ຫລອງ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ​ນຳ​ອີກ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໂຊກ​ດີ​ຫລາຍ​ທີ່​ໄດ້​ຮ່ວມສະ​ແດງ​ສັດ​ທາ ແລະ ຄວາມ​ຮັກ ກັບ​ເຂົາ​ເຈົ້າ ຕໍ່ວິ​ລະ​ບຸ​ລຸດ​ທີ່​ຍິ່ງ​ໃຫຍ່​ຄົນ​ນີ້. ຊ່າງ​ເປັນ​ການ​ດົນ​ໃຈ​ແທ້ໆ ທີ່​ໄດ້​ເຫັນ​ຄວາມ​ສຳ​ພັນ​ລະ​ຫວ່າງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ກັບ​ສາດ​ສະ​ດາ​ຂອງ​ເຂົາ​ເຈົ້າ.

ແນ່ນອນ, ປະທານ​ມອນສັນ, ໂດຍ​ທີ່ຮູ້​ເຖິງ​ຄວາມ​ປາດ​ຖະ​ໜາ​ຂອງ​ຄົນ​ເຫລົ່າ​ນັ້ນ ທີ່​ຢາກອວຍ​ພອນ​ວັນ​ເກີດ​ຂອງ​ເພິ່ນ: ຂອງ​ຂວັນ​ທີ່​ເພິ່ນ​ຢາກ​ໄດ້​ສຳ​ລັບ​ວັນ​ເກີດ​ແມ່ນ: “ໃຫ້​ຊອກ​ຫາ​ບາງ​ຄົນ​ທີ່​ກຳ​ລັງ​ມີ​ບັນ​ຫາ ຫລື ເປົ່າ​ປ່ຽວ​ດຽວ​ດາຍ ແລະ ເຮັດ​ບາງ​ສິ່ງ​ໃຫ້​ກັບ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າ​ຂໍ​ພຽງ​ເທົ່າ​ນັ້ນ.”1 ພວກ​ເຮົາ​ຮັກ​ທ່ານ ແລະ ສະ​ໜັບ​ສະ​ໜູນ​ທ່ານ, ປະທານ​ມອນສັນ.

ສຸ​ລິ​ຍະ​ຄາດ

ສິ່ງ​ທີ່ບໍ່​ຄ່ອຍ​ມີ​ອີກ​ຢ່າງ​ໜຶ່ງ ໄດ້​ເກີດ​ຂຶ້ນ​ໃນ​ມື້​ດຽວ​ກັນ ແລະ ໄດ້​ສ້າງ​ຄວາມ​ສົນ​ໃຈ​ໃຫ້​ແກ່​ຜູ້​ຄົນ​ຫລາຍ​ລ້ານ​ຄົນ​ທົ່ວ​ໂລກ ແມ່ນ​ສຸ​ລິ​ຍະ​ຄາດ​ເຕັມ​ດວງ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​​ມີສຸ​ລິ​ຍະ​ຄາດ​ຂ້າມ​ສະ​ຫະ​ລັດ ໃນ 99 ປີ.2 ທ່ານ​ເຄີຍ​ເຫັນ​ສຸ​ລິ​ຍະ​ຄາດບໍ? ບາງ​ທີ ຂ້າ​ພະ​ເຈົ້າ​ຄວນ​ບັນ​ຍາຍ​ກ່ຽວ​ກັບ​ເລື່ອງນີ້​ຢ່າງ​ລະ​ອຽດ.

ສຸ​ລິ​ຍະ​ຄາດ​ເຕັມ​ດວງ ແມ່ນ​ເຫດ​ການ​ທີ່ ດວງ​ເດືອນ​ຍ້າຍ​ໄປຢູ່​ທາງ​ກາງ ລະ​ຫວ່າງ​ໂລກ ແລະ ດວງ​ຕາ​ເວັນ, ປິດ​ແສງ​ເກືອບທັງ​ໝົດ ຈາກ​ດວງ​ຕາ​ເວັນ.3 ຄວາມ​ຈິງ​ທີ່​ສິ່ງນີ້​ເກີດ​ຂຶ້ນ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ພິ​ສະ​ຫວົງ. ຖ້າ​ຫາກ​ທ່ານ​ວາດ​ພາບ​ເຫັນ​ດວງ​ຕາ​ເວັນ ໃຫຍ່​ເທົ່າ​ກັບ​ກົງ​ລໍ້​ລົດ​ຖີບ, ດວງ​ເດືອນ, ເມື່ອ​ປຽບ​ທຽບ, ກໍ​ໃຫຍ່​ເທົ່າ​ກັບ​ກ້ອນ​ຫີນ​ນ້ອຍ.

ຮູບ​ພາບ
ກົງ​ລໍ້ ແລະ ກ້ອນ​ຫີນ

ມັນ​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ແຫລ່ງ​ໃຫ້​ຄວາມ​ອົບ​ອຸ່ນ, ແສງ​ສະ​ຫວ່າງ, ແລະ ຊີ​ວິດ ຖືກ​ປິດບັງ​ເກືອບ​ໝົດ ໄວ້ໂດຍ​ບາງສິ່ງ​ທີ່​ນ້ອຍກວ່າ​ຕັ້ງ​ຫລາຍ​ເທົ່າ.

ເຖິງ​ແມ່ນ​ວ່າ ດວງ​ຕາ​ເວັນ​ຈະ​ໃຫຍ່ກວ່າ​ດວງ​ເດືອນ 400 ເທົ່າ, ມັນ​ກໍ​ຍັງ​ໄກ​ຈາກ​ແຜ່ນ​ດິນ​ໂລກ 400 ເທົ່າ.4 ຈາກ​ທັດ​ສະ​ນະ​ຂອງ​ໂລກ​ແລ້ວ, ດວງ​ເດືອນ ແລະ ດວງ​ຕາ​ເວັນ ຈຶ່ງ​ເບິ່ງ​ຄື​ວ່າ ໃຫຍ່​ສ່ຳ​ກັນ. ເມື່ອ​ທັງ​ສອງ​ໜ່ວຍ​ມາ​ຢູ່​ຈຸດ​ດຽວ​ກັນ, ເບິ່ງ​ຄື​ວ່າ ດວງ​ເດືອນ​ປິດ​ບັງ​ດວງ​ຕາ​ເວັນ​ທັງ​ດວງ​ໄວ້. ໝູ່​ເພື່ອນ ແລະ ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ ຜູ້​ຢູ່​ໃນ​ບ່ອນ​ທີ່​ເຫັນ​ສຸ​ລິ​ຍະ​ຄາດ​ເຕັມ​ດວງ ໄດ້​ບອກວ່າ​ແສງ​ສະ​ຫວ່າງ​ໄດ້​ຖືກ​ປິດ​ບັງ​ໄວ້​ໂດຍ​ຄວາມ​ມືດ, ແລະ ດວງ​ດາວ​ກໍ​ໄດ້​ປະ​ກົດ​ຂຶ້ນ, ແລະ ນົກ​ກໍ​ເຊົາ​ຮ້ອງ. ອາ​ກາດ​ກໍ​ເຍືອກ​ເຢັນ ເພາະອຸນ​ຫະ​ພູມ​ຕອນ​ສຸ​ລິ​ຍະ​ຄາດ ອາດຕ່ຳ​ລົງ​ຫລາຍ​ກວ່າ 20 ອົງ​ສາ ຟາເຣັນຮາຍ (11 ອົງ​ສາ ແຊວຊຽດ).5

ຮູບ​ພາບ
ຝູງ​ຊົນທີ່ໃສ່​ແວ່ນ​ຕາສະ​ເພາະ​ສຸ​ລິ​ຍະ​ຄາດ

ເຂົາ​ເຈົ້າ​ໄດ້​ບອກ​ເຖິງ​ຄວາມ​ພິ​ສະ​ຫວົງ, ຄວາມ​ປະ​ຫລາດ​ໃຈ, ແລະ ຄວາມ​ກັງ​ວົນ, ໂດຍ​ທີ່​ຮູ້​ເຖິງ​ສິ່ງ​ອັນ​ຕະ​ລາຍ​ທີ່​ເກີດ​ຈາກ​ສຸ​ລິ​ຍະ​ຄາດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຂົາ​ເຈົ້າ​ໄດ້ມີ​ຄວາມ​ລະ​ມັດ​ລະ​ວັງ ເພື່ອ​ປ້ອງ​ກັນ​ຕາບໍ່​ໃຫ້​ບອດ ຫລື “ສຸ​ລິ​ຍະ​ຄາດ​ທາງຕາ” ລະ​ຫວ່າງ​ທີ່​ສຸ​ລິ​ຍະ​ຄາດ​. ເຂົາ​ເຈົ້າ​ໄດ້​ຮັບ​ການ​ປ້ອງ​ກັນ ເພາະໃຊ້​ແວ່ນ​ຕາ​ສະ​ເພາະ​ສຸ​ລິ​ຍະ​ຄາດ ຊຶ່ງ​ມີ​ແວ່ນ​ພິ​ເສດ ເພື່ອ​ປ້ອງ​ກັນ​ຕາ​ບໍ່​ໃຫ້​ຖືກ​ທຳ​ລາຍ.

ການ​ປຽບ​ທຽບ

ຄື​ກັນ​ກັບ​ດວງ​ເດືອນ​ໜ່ວຍ​ນ້ອຍ​ສາ​ມາດ​ບັງ​ດວງ​ຕາ​ເວັນ​ທີ່​ໃຫຍ່​ໂຕ, ປິດ​ບັງ​ແສງ​ສະ​ຫວ່າງ ແລະ ຄວາມ​ອົບ​ອຸ່ນ​ຂອງ​ມັນ​ໄດ້, ສຸ​ລິ​ຍະ​ຄາດ ທາງວິນ​ຍານ ກໍ​ສາ​ມາດ​ເກີດ​ຂຶ້ນ​ໄດ້ ເມື່ອ​ເຮົາ​ປ່ອຍ​ໃຫ້​ສິ່ງ​ເລັກໆ​ນ້ອຍໆ ທີ່​ໜ້າ​ລຳ​ຄານ ມາ​ສະ​ກັດ​ກັ້ນ—ສິ່ງ​ທີ່​ເຮົາ​ປະ​ເຊີນ​ໃນ​ແຕ່​ລະ​ວັນ—ມາ​ໃກ້​ເຮົາ ຈົນ​ມັນປິດ​ບັງ​ແສງ​ສະ​ຫວ່າງ​ທີ່​ຈາດ​ຈ້າ, ຮຸ່ງ​ເຫລື້ອມ, ແລະ ອົບ​ອຸ່ນ​ຂອງ​ພຣະ​ເຢຊູ​ຄຣິດ ແລະ ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ໄດ້.

ແອວເດີ ນຽວ ເອ ແມ໊ກສະແວວ ໄດ້​ໃຊ້ການ​ປຽບ​ທຽບ​ນີ້ຢ່າງກວ້າງ​ໄກ ເມື່ອ​ເພິ່ນ​ກ່າວວ່າ: “ແມ່ນ​ແຕ່​ບາງ​ສິ່ງ​ນ້ອຍ​ເທົ່າ​ກັບ​ຫົວ​ໂປ້​ມື, ຖ້າ​ຫາກ​ເອົາ​ມັນ​ໄປ​ແປະ​ໃກ້​ຕາ, ມັນ​ສາ​ມາດ​ປິດ​ຕາ ຈົນ​ບໍ່​ສາ​ມາດ​ຫລຽວ​ເຫັນ​ດວງ​ຕາ​ເວັນ​ທີ່​ໃຫຍ່​ໂຕ​ໄດ້. ແຕ່​ດວງ​ຕາ​ເວັນ​ກໍ​ຍັງ​ຢູ່​ທີ່ນັ້ນ. ມະ​ນຸດ​ຕາ​ບອດ​ເອງ. ເມື່ອ​ເຮົາດຶງ​ສິ່ງ​ອື່ນ​ໃຫ້​ເຂົ້າ​ໃກ້​ເຮົາ, ໃຫ້​ມັນ​ມີ​ຄວາມ​ສຳ​ຄັນ​ກວ່າ ມັນ​ຈະ​ບັງ​ສະ​ຫວັນ​ໄວ້.”6

ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ, ບໍ່​ມີ​ໃຜ​ໃນ​ພວກ​ເຮົາຢາກ​ຖືກ​ປິດ​ບັງ​ຈາກ​ສະ​ຫວັນ ຫລື ປ່ອຍ​ໃຫ້​ສຸ​ລິ​ຍະ​ຄາດ​ທາງ​ວິນ​ຍານ​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຄວາມ​ຄິດ​ທີ່​ອາດ​ຊ່ວຍ​ເຮົາ​ຫລີກ​ເວັ້ນ​ຈາກ​ການ​ຖືກ​ທຳ​ລາຍ​ທາງວິນ​ຍານ​ໄປ​ຕະ​ຫລອດໄດ້.

ແວ່ນ​ຕາ​ພຣະ​ກິດ​ຕິ​ຄຸນ: ເອົາ​ໃຈ​ໃສ່​ກັບ​ທັດ​ສະ​ນະ​ຂອງ​ພຣະ​ກິດ​ຕິ​ຄຸນ

ທ່ານ​ຈື່ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ແວ່ນ​ຕາ​ພິ​ເສດ​ທີ່​ຜູ້​ຄົນ​ໃຊ້​ເພື່ອ​ປ້ອງ​ກັນ​ຕາ ຕອນ​ສຸ​ລິ​ຍະ​ຄາດ​ໄດ້​ບໍ ເພື່ອບໍ່​ໃຫ້​ຕາ​ໄດ້​ຮັບ​ອັນ​ຕະ​ລາຍ ຫລື ບອດ​ໄດ້? ການ​ຫລຽວ​ເບິ່ງ​ສຸ​ລິ​ຍະ​ຄາດ​ທາງ​ວິນ​ຍານ ຜ່ານ​ແວ່ນ​ຕາ​ປ້ອງ​ກັນ ແລະ ອ່ອນ​ໂຍນ ຂອງ​ພຣະວິນ​ຍານ ຈະ​ຊ່ວຍ​ເຮົາໃຫ້​ເຫັນ​ທັດ​ສະ​ນະ​ຂອງພຣະ​ກິດ​ຕິ​ຄຸນ, ດັ່ງ​ນັ້ນ ຈຶ່ງ​ປ້ອງ​ກັນ​ເຮົາ​ຈາກ​ຄວາມບອດ​ທາງວິນ​ຍານ​ໄດ້.

ໃຫ້​ເຮົາ​ມາ​ເບິ່ງ​ຈັກ​ສອງ​ສາມ​ຕົວ​ຢ່າງ. ດ້ວຍ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ໃນ​ໃຈ​ຂອງ​ເຮົາ ແລະ ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ທີ່​ປຶກ​ສາ​ຂອງ​ເຮົາ, ເຮົາ​ສາ​ມາດ​ຫລຽວ​ເບິ່ງ​ແສງ​ສະ​ຫວ່າງ​ຂອງ​ສະ​ຫວັນ​ທີ່​ຖືກ​ບັງ​ໄວ້ ດ້ວຍ “ແວ່ນ​ຕາ​ພຣະ​ກິດ​ຕິ​ຄຸນ,” ເພື່ອ​ຫລີກ​ເວັ້ນ​ຈາກ​ສຸ​ລິ​ຍະ​ຄາດ​ທາງ​ວິນ​ຍານ.

ສະ​ນັ້ນ ເຮົາ​ຈະ​ໃສ່​ແວ່ນ​ຕາພຣະ​ກິດ​ຕິ​ຄຸນ​ດ້ວຍ​ວິ​ທີ​ໃດ? ຕໍ່​ໄປ​ນີ້​ເປັນບາງ​ຕົວ​ຢ່າງ: ແວ່ນ​ຕາ​ພຣະ​ກິດ​ຕິ​ຄຸນ ບອກ​ເຮົາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ຮັບ​ສິນ​ລະ​ລຶກ​ທຸກ​ອາ​ທິດ ແລະ ວ່າ​ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ ແລະ ອະ​ທິ​ຖານ​ທຸກວັນ. ແວ່ນ​ຕາ​ພຣະ​ກິດ​ຕິ​ຄຸນ​ຍັງ​ບອກ​ເຮົາ​ວ່າ ຊາ​ຕານ​ຈະ​ລໍ້​ລວງ​ເຮົາບໍ່​ໃຫ້​ເຮັດ. ເຮົາ​ຮູ້​ວ່າ ຊາ​ຕານມີ​ຈຸດ​ປະ​ສົງ​ທີ່​ຈະ​ເອົາອຳ​ເພີ​ໃຈ​ຂອງ​ເຮົາ​ໄປ ຜ່ານ​ການ​ກີດ​ກັນ​ແລະ ການ​ລໍ້​ລວງ​ຂອງ​ໂລກ. ແມ່ນ​ແຕ່​ໃນສະ​ໄໝ​ຂອງ​ໂຢບ, ບາງ​ທີຫລາຍ​ຄົນ​ກໍ​ໄດ້​ປະ​ສົບ​ກັບ​ສຸ​ລິ​ຍະ​ຄາດ​ທາງວິນ​ຍານ, ຊຶ່ງບອກວ່າ “ເຖິງ​ແມ່ນ​ກາງ​ເວັນ ພວກ​ເຂົາ​ກໍ​ງົມ​ຢູ່​ໃນ​ຄວາມ​ມືດ.”7

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເມື່ອ​ຂ້າ​ພະ​ເຈົ້າ​ກ່າວ​ເຖິງ​ການ​ຫລຽວ​ເບິ່ງ​ດ້ວຍ​ແວ່ນ​ຕາ​ພຣະ​ກິດ​ຕິ​ຄຸນ, ຂໍ​ໃຫ້​ທ່ານ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ແນະ​ນຳ​ໃຫ້​ເຮົາ​ປະ​ຕິ​ເສດ​ຄວາມ​ຮູ້ ຫລື ບໍ່ສົນ​ທະ​ນາ​ກ່ຽວ​ກັບ​ການ​ທ້າ​ທາຍ​ທີ່​ເຮົາ​ປະ​ເຊີນ​ຢູ່ ຫລື ໃຫ້​ເຮົາ​ເດີນ​ໄປ​ຢ່າງ​ມີ​ຄວາມ​ສຸກ​ທີ່​ສຸດ​ກັບ​ຄວາມ​ບໍ່​ມີ​ຄວາມ​ຮູ້​ເຖິງ ກັບ​ດັກ ແລະ ສິ່ງ​ຊົ່ວ​ຮ້າຍ​ທີ່​ສັດ​ຕູ​ໄດ້​ວາງ​ໄວ້​ຢູ່​ຕໍ່​ໜ້າ​ເຮົາ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ກ່າວ​ເຖິງ​ການ​ໃສ່​ຜ້າ​ມັດ​ຕາ—ແຕ່​ກົງ​ກັນ​ຂ້າມ. ຂ້າ​ພະ​ເຈົ້າ​ແນະ​ນຳ​ວ່າ ເຮົາ​ຕ້ອງ​ຫລຽວ​ເບິ່ງ​ການ​ທ້າ​ທາຍ ຜ່ານ​ແວ່ນ​ຕາ​ພຣະ​ກິດ​ຕິ​ຄຸນ. ແອວເດີ ດາລິນ ເອັຈ ໂອກສ໌ ໄດ້​ສັງ​ເກດ​ວ່າ “ທັດ​ສະ​ນະ​ຄື ຄວາມ​ສາ​ມາດ​ທີ່​ຈະ​ຫລຽວ​ເຫັນ​ຂໍ້​ມູນທັງ​ໝົດ​ທີ່​ກ່ຽວ​ພັນ​ກັນ ໃນ​ຄວາມ​ສຳ​ພັນ​ທີ່​ມີ​ຄວາມ​ໝາຍ.”8 ທັດ​ສະ​ນະ​ຂອງພຣະ​ກິດ​ຕິ​ຄຸນ ຊ່ວຍ​ເຮົາ​ໃຫ້​ສາ​ມາດ​ຫລຽວ​ເຫັນ​ພາບ​ແຫ່ງ​ນິ​ລັນ​ດອນ.

ເມື່ອ​ທ່ານ​ໃສ່ ແວ່ນ​ຕາ​ພຣະ​ກິດ​ຕິ​ຄຸນ, ທ່ານ​ຈະເຫັນ​ທັດ​ສະ​ນະ​ທີ່ກວ້າງ​ໄກ, ແຈ່ມແຈ້ງ, ແລະ ວິ​ໄສ​ທັດ​ໃນ​ວິ​ທີ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ລຳ​ດັບ​ຄວາມ​ສຳ​ຄັນ, ບັນ​ຫາ, ການ​ລໍ້​ລວງ, ແລະ ແມ່ນ​ແຕ່ຄວາມ​ຜິດ​ພາດ​ຂອງ​ທ່ານ. ທ່ານ​ຈະ​ເຫັນ​ແສງ​ທີ່​ແຈ້ງກວ່າ​ທີ່​ທ່ານ​ຫລຽວບໍ່​ເຫັນ​ປາດ​ສະ​ຈາກ​ແວ່ນ​ຕາ.

ຮູບ​ພາບ
ແວ່ນ​ຕາ​ພຣະກິດ​ຕິ​ຄຸນ

ກົງ​ກັນ​ຂ້າມ, ບໍ່​ພຽງ​ແຕ່​ສິ່ງບໍ່​ດີ​ເທົ່າ​ນັ້ນ​ທີ່​ເປັນ​ສຸ​ລິ​ຍະ​ຄາດ​ທາງ​ວິນ​ຍານ​ຂອງ​ເຮົາ. ສ່ວນຫລາຍ​ແລ້ວ ຄວາມ​ພະ​ຍາ​ຍາມ​ທີ່​ໜ້າ​ຍ້ອງ​ຍໍ ແລະ ໃນ​ທາງ​ດີ ທີ່​ເຮົາ​ອຸ​ທິດ​ຕົນ​ກັບ​ມັນ ກໍ​ສາ​ມາດ​ເຂົ້າ​ມາ​ໃກ້​ເຮົາ ຈົນ​ວ່າ​ມັນ​ບັງ​ແສງ​ສະ​ຫວ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຈົນ​ໝົດສິ້ນ ແລະ ນຳ​ຄວາມ​ມືດ​ມາ​ໃຫ້. ສິ່ງ​ອັນ​ຕະ​ລາຍ ຫລື ສິ່ງ​ກີດ​ກັນ​ເຫລົ່າ​ນີ້ ອາດ​ຮ່ວມ​ດ້ວຍ​ການ​ສຶກ​ສາ ແລະ ຄວາມ​ຮັ່ງ​ມີ, ອຳ​ນາດ ແລະ ອິດ​ທິ​ພົນ, ຄວາມທະ​ເຍີ​ທະ​ຍານ, ແມ່ນ​ແຕ່​ພອນ​ສະ​ຫວັນ ແລະ ຂອງ​ປະ​ທານ.

ປະທານ​ດີເດີ ແອັຟ ອຸກດອບ ໄດ້​ສອນ​ວ່າ “ຄຸນ​ນະ​ທຳ​ໃດໆ​ກໍ​ຕາມ ຖ້າ​ຫາກ​ເຮັດ​ເກີນ​ຄວນ​ກໍ​ຈະ​ກາຍ​ເປັນ​ບາບ​ໄດ້. … ຈະ​ມີ​ຊ່ວງ​ເວ​ລາ​ທີ່​ຄວາມ​ສຳ​ເລັດ ແລະ ຄວາມ​ທະ​ເຍີ​ທະ​ຍານ​ຈະ​ກາຍ​ເປັນ​ອຸ​ປະ​ສັກ.”9

ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ເຖິງ​ຕົວ​ຢ່າງ​ອື່ນ​ອີກ​ຢ່າງ​ລະ​ອຽດ ທີ່​ສາ​ມາດ​ຫລີກ​ເວັ້ນສະ​ຖາ​ນະ​ການ​ສຸ​ລິ​ຍະ​ຄາດ​ທາງ​ວິນ​ຍານ​ຂອງ​ເຮົາ​ໄດ້.

ສື່ສານ​ມວນ​ຊົນ

ສອງ​ສາມ​ເດືອນ​ຜ່ານ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ປາ​ໄສ​ຢູ່​ກອງ​ປະ​ຊຸມ​ສະ​ຕີ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິກຳ ຢັງ.10 ຂ້າ​ພະ​ເຈົ້າ​ໄດ້​ບັນ​ຍາຍ​ກ່ຽວ​ກັບ ເທັກ​ໂນ​ໂລ​ຈີ ຮ່ວມ​ທັງ ສື່​ສານມວນ​ຊົນ ທີ່​ຂະ​ຫຍາຍ “ຄວາມ​ຮູ້​ເລື່ອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ … ແຜ່​ໄປ​ທົ່ວ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ,ແລະ ທຸກ​ຜູ້​ຄົນ​ທັງ​ປວງ.”11 ເທັກ​ໂນ​ໂລ​ຈີ​ເຫລົ່າ​ນີ້ ແມ່ນ​ຮ່ວມ​ດ້ວຍ​ເວບໄຊ້​ຂອງ​ສາດ​ສະ​ໜາ​ຈັກ ເຊັ່ນ LDS.org ແລະ Mormon.org; ອັບພລິເຄຊັນ ໃນ​ມືຖື ດັ່ງ​ເຊັ່ນ ຫໍ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ, ຊ້ອງ Mormon, ເຄື່ອງ​ມື LDS, ແລະ ຮ່າງລຳ​ດັບຄອບ​ຄົວ; ແລະ ແທ່ນ​ສື່​ສານມວນ​ຊົນ ຮ່ວມ​ທັງ Facebook, Instagram, Twitter, ແລະ Pinterest. ແທ່ນ​ສື່​ສານມວນ​ຊົນ​ເຫລົ່າ​ນີ້ ໄດ້​ຂະ​ຫຍາຍ​ອອກ​ຢ່າງກວ້າງ​ຂວາງ ໂດຍ​ມີ​ຜູ້​ຄົນ​ຫລາຍ​ລ້ານ​ຄົນ​ກົດ ມັກ​ຊອບ, ​ແບ່ງ​ປັນ, ເບິ່ງ, ສົນ​ທະ​ນາ, ແລະ ປັກ​ຕິດ ແລະ ໄດ້​ຜົນ​ຫລາຍ ແລະ ມີ​ປະ​ສິດ​ທິ​ພາບ ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຄອບ​ຄົວ, ໝູ່​ເພື່ອນ, ແລະ ຄົນທີ່​ເຮົາ​ພົບ​ປະ​ສັງ​ສັນ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ໃຊ້​ເທັກ​ໂນ​ໂລ​ຈີນີ້ ໃນ​ທາງ​ທີ່​ມີ​ຄຸນ​ນະ​ທຳ ແລະ ຖືກ​ຕ້ອງ ກໍ​ຍັງ​ມີ​ການ​ສ່ຽງ​ຢູ່ ທີ່​ກ່ຽວ​ພັນ​ກັບ​ການ​ຖືກ​ດຶງ​ດູດ​ໃຫ້ເຂົ້າ​ໃກ້​ມັນ​ຫລາຍ​ເກີນ​ໄປ, ສາ​ມາດ​ກໍ່​ໃຫ້​ເກີດ​ສຸ​ລິ​ຍະ​ຄາດ​ທາງ​ວິນ​ຍານ​ແລະ​ບັງ​ແສງ​ສັກ​ກະ​ຍະ​ພາບ ແລະ ສາ​ມາດ​ບັງ​ແສງ​ສະ​ຫວ່າງ ແລະ ຄວາມ​ອົບ​ອຸ່ນ​ຂອງ​ພຣະ​ກິດ​ຕິ​ຄຸນ​ໄດ້.

ການ​ໃຊ້​ສື່​ສານມວນ​ຊົນ, ອັບພລິເຄຊັນ ໃນ​ມື​ຖື, ແລະ ເກມ​ຕ່າງໆ ສາ​ມາດ​ກິນ​ເວ​ລາຫລາຍ ແລະ ລົດ​ການ​ພົວ​ພັນ​ໜ້າ​ຕໍ່​ໜ້າ​ລົງ​ໄດ້. ການ​ສູນ​ເສຍ​ການ​ຕິດ​ຕໍ່​ສ່ວນ​ຕົວ ສາ​ມາດ​ກະ​ທົບ​ກະ​ເທືອນ​ກັບ​ການ​ແຕ່ງ​ງານ, ເຂົ້າ​ມາ​ແທນ​ການ​ເຮັດ​ສິ່ງ​ທີ່​ເປັນ​ທາງວິນ​ຍານ, ແລະ ກີດ​ກັນ​ການພັດ​ທະ​ນາ​ຄວາມ​ຊຳ​ນານ​ເລື່ອງ​ການ​ສື່​ສານ​ໃນ​ສັງ​ຄົມ, ໂດຍ​ສະ​ເພາະ​ໃນ​ກຸ່ມ​ຊາວ​ໜຸ່ມ.

ການ​ສ່ຽງ​ສອງ​ຢ່າງ​ທີ່​ກ່ຽວພັນ​ກັບການ​ສື່​ສານມວນ​ຊົນ​ແມ່ນ ຮູບ​ພາບໃນ​ອຸ​ດົມ​ຄະ​ຕິ ແລະ ການ​ປຽບ​ທຽບ​ຕົວ​ເອງ​ໃສ່​ກັບ​ຄົນ​ອື່ນ.

ຮູບ​ທີ່​ເຫັນ​ຢູ່​ໃນ​ສື່​ສານມວນ​ຊົນ​ຫລາຍ​ໃບ (ຖ້າບໍ່​ແມ່ນ​ໝົດ​ທຸກ​ໃບ) ເບິ່ງ​ຄື​ວ່າ ງາມ​ທີ່​ສຸດ—ສ່ວນ​ຫລາຍ​ແລ້ວ ມັນ​ບໍ່​ເປັນ​ຄວາມ​ຈິງ. ເຮົາ​ທຸກ​ຄົນ​ກໍ​ເຄີຍ​ເຫັນ​ຮູບ​ເຮືອນ​ທີ່​ຕົບ​ແຕ່ງ​ຢ່າງ​ຫລູ​ຫລາ, ສະ​ຖານ​ທີ່​ໄປ​ທ່ຽວ​ທີ່​ສວຍ​ງາມ, ​ຮູບ​ຖ່າຍ​ເອງ​ທີ່​ຍິ້ມ​ສວຍ, ອາ​ຫານ​ທີ່​ຕຽມ​ຢ່າງ​ປາ​ນີດ, ແລະ ​ຫຸ່ນ​ທີ່ບໍ່​ສາ​ມາດ​ເປັນ​ໄປ​ໄດ້.

ນີ້​ເດ, ຍົກ​ຕົວ​ຢ່າງ, ແມ່ນ​ຮູບ​ທີ່​ທ່ານ​ອາດ​ເຄີຍ​ເຫັນ​ຢູ່​ໃນ​ໜ້າ​ຂອງ​ຄົນ​ອື່ນ​ໃນ​ສື່​ສານມວນ​ຊົນ. ແຕ່​ມັນ​ບໍ່​ສະ​ແດງໃຫ້​ເຫັນ​ພາບ ລວມ ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ ແທ້ໆ ໃນ​ຊີ​ວິດ​ຈິງ.

ຮູບ​ພາບ
ຂ້າງ​ຫລັງ​ຂອງ​ການ​ເຮັດ​ເຂົ້າ​ໜົມ​ຈອກ

​ການປຽບ​ທຽບ​ຊີ​ວິດ​ທຳ​ມະ​ດາ​ຂອງຕົວ​ເຮົາ​ເອງ ໃສ່​ກັບ​ຮູບ​ຂອງ​ຄົນ​ອື່ນ​ທີ່​ດັດ​ແປງ​ຈົນ​ສຸດ​ຂີດ​ແລ້ວ, ໃສ່​ກັບ​ຊີ​ວິດ​ຂອງ​ຄົນ​ອື່ນ​ທີ່​ເບິ່ງ​ຄື​ວ່າ​ສົມ​ບູນ​ແບບ​ຢູ່​ໃນ​ສື່​ສານມວນ​ຊົນ, ອາດ​ພາ​ໃຫ້ເຮົາ​ຮູ້​ສຶກ​ທໍ້​ຖອຍ​ໃຈ, ອິດ​ສາ, ແລະ ແມ່ນ​ແຕ່​ລົ້ມ​ເຫລວ ຄື​ກັບ​ວ່າ​ເຮົາ​ພາດ​ມັນ​ໄປ ໃນ​ຊີ​ວິດ​ນີ້.

ຄົນ​ໜຶ່ງ​ຜູ້​ໄດ້​ສະ​ແດງ​ຮູບ​ຂອງ​ຕົນ​ເອງ​ຢ່າງ​ຫລວງ​ຫລາຍ, ບາງ​ເທື່ອ ຫລາຍ​ອັນ​ເພື່ອ​ຕະ​ຫລົກ, ໄດ້​ເວົ້າ​ວ່າ, “ການ​ມີ​ຄວາມ​ສຸກ​ຈະ​ມີ​ຜົນ​ປະ​ໂຫຍດ​ຫຍັງ ຖ້າ​ຫາກ​ເຮົາ​ບໍ່​ໂຄ​ສະ​ນາ?”12

ດັ່ງ​ທີ່ ຊິດສະເຕີ ບອນນີ ແອວ ໂອສະກາສັນ ໄດ້​ເຕືອນ​ເຮົາ ມື້​ເຊົ້າ​ນີ້​ວ່າ ຄວາມ​ສຳ​ເລັດ​ຜົນ​ໃນ​ຊີ​ວິດ ບໍ່​ໄດ້​ມາ​ຈາກ​ການ​ມີ​ຄົນ​ກົດ ມັກ​ຊອບ ຫລາຍ​ຂະ​ໜາດ​ໃດ ຫລື ເຮົາ​ມີ​ໝູ່​ເພື່ອນ ຫລື ຜູ້​ຕິດ​ຕາມ ຢູ່​ໃນ​ສື່​ສານມວນ​ຊົນ​ຫລາຍ​ຂະ​ໜາດ​ໃດ. ແຕ່​ຄວາມ​ສຸກ​ມາ​ຈາກ ການ​ຕິດ​ຕໍ່​ກັບ​ຄົນ​ອື່ນ​ຢ່າງ​ມີຄວາມ​ໝາຍ ແລະ ຕື່ມ​ເຕີມ​ແສງ​ສະ​ຫວ່າງ​ໃຫ້​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ຫວັງ​ວ່າ​ເຮົາ​ຈະ​ສາ​ມາດ​ຮຽນ​ຮູ້​ໃຫ້​ເປັນ​ຄົນ​ທີ່​ແທ້​ຈິງ​ຫລາຍ​ຂຶ້ນ, ພົບ​ເຫັນ​ເລື່ອງ​ຕະ​ຫລົກ​ຫລາຍກວ່າ​ເກົ່າ, ແລະ ປະ​ສົບ​ກັບ​ຄວາມ​ທໍ້​ຖອຍ​ໃຈ​ໜ້ອຍ​ລົງ ເມື່ອ​ເຮົາ​ເຫັນ​ຮູບ​ພາບໃນ​ອຸ​ດົມ​ຄະ​ຕິ ແລະ ສ່ວນ​ຫລາຍ​ຈະ​ພາ​ໃຫ້​ເຮົາ​ປຽບ​ທຽບ​ດ້ວຍ​ຄວາມອ່ອນ​ໃຈ.

ການ​ປຽບ​ທຽບ​ບໍ່​ໄດ້​ເກີດ​ຂຶ້ນ​ໃນ​ສະ​ໄໝ​ຂອງ​ເຮົາ​ເທົ່າ​ນັ້ນ ແຕ່​ໄດ້​ເກີດ​ມາ​ກ່ອນ​ແລ້ວ​ໃນ​ສະ​ໄໝ່​ກ່ອນ. ອັກ​ຄະ​ສາ​ວົກ​ໂປ​ໂລ ໄດ້​ເຕືອນ​ຜູ້​ຄົນ​ຂອງ​ເພິ່ນ ໃນ​ສະ​ໄໝ​ຂອງ​ເພິ່ນ​ວ່າ “ພວກ​ເຂົາ​ວາງ​ຫລັກ​ເກນ​ຂອງ​ຕົນ​ຂຶ້ນ​ເພື່ອ​ວັດ​ແທກ​ຕົນ​ເອງ, ແລະ ວັດ​ແທກ​ຕົນ​ເອງ​ຕາມ​ຫລັກ​ເກນ​ທີ່​ພວກ​ເຂົາ​ຕັ້ງ​ຂຶ້ນນັ້ນ, ພວກ​ເຂົາ​ໂງ່​ສ່ຳ​ໃດ​ນໍ.”13

ໂດຍ​ທີ່ມີ​ການ​ໃຊ້​ເທັກ​ໂນ​ໂລ​ຈີ ໃນ​ຫລາຍ​ວິ​ທີ​ທີ່​ຖືກ​ຕ້ອງ ແລະ ໃຫ້​ການ​ດົນ​ໃຈ, ຂໍ​ໃຫ້​ເຮົາ​ໃຊ້​ມັນ​ເພື່ອ​​ສິດສອນ, ດົນ​ໃຈ, ແລະ ເຊີດ​ຊູ​ຕົວ​ເອງ​ຂຶ້ນ ແລະ ຊຸກ​ຍູ້​ຄົນ​ອື່ນ​ໃຫ້​ກາຍ​ເປັນ​ຄົນ​ທີ່​ດີ​ທີ່​ສຸດ—ແທນ​ທີ່​ເພື່ອ​ສະ​ແດງ​ຮູບ​ທີ່​ບໍ່​ເປັນ​ຕົວ​ແທ້​ຂອງ​ເຮົາ. ຂໍ​ໃຫ້​ເຮົາ​ສິດສອນ ແລະ ສະ​ແດງ​ຄວາມ​ຊອບ​ທຳ ໃນ​ການ​ໃຊ້​ເທັກ​ໂນ​ໂລ​ຈີ ໃຫ້​ກັບ​ຄົນ​ລຸ້ນ​ໃໝ່ ແລະ ເຕືອນເຂົາ​ໃຫ້​ລະ​ວັງ​ສິ່ງ​ອັນ​ຕະ​ລາຍ​ທີ່​ມາ​ກັບ​ມັນ ແລະ ການ​ໃຊ້​ມັນ​ໃນ​ທາງ​ທີ່​ທຳ​ລາຍ. ການ​ເບິ່ງ​ພາບ​ສື່​ສານມວນ​ຊົນ ຜ່ານ​ແວ່ນ​ຕາ​ພຣະ​ກິດ​ຕິ​ຄຸນ ​ຈະສາ​ມາດ​ຫລີກ​ລ້ຽງ​ຈາກ​ສຸ​ລິ​ຍະ​ຄາດ​ທາງ​ວິນ​ຍານ ໃນ​ຊີ​ວິດ​ຂອງ​ເຮົາ​ໄດ້.

ຄວາມ​ທະ​ນົງ​ຕົວ

ບັດ​ນີ້ ໃຫ້​ເຮົາ​ມາ​ກ່າວ​ກ່ຽວ​ກັບ​ສະ​ດຸດ​ທີ່​ເກົ່າ​ແກ່​ແຫ່ງ​ຄວາມ​ທະ​ນົງ​ຕົວ. ຄວາມ​ທະ​ນົງ​ຕົວ ແມ່ນ​ກົງ​ກັນ​ຂ້າມ​ກັບ​ຄວາມ​ຖ່ອມ​ຕົວ ຊຶ່ງ “ເປັນ​ຄວາມ​ເຕັມ​ໃຈ​ທີ່​ຈະ​ຍອມ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”14 ເມື່ອ​ມີ​ຄວາມ​ທະ​ນົງ​ຕົວ, ເຮົາ​ມັກ​ຈະ​ຍ້ອງ​ຍໍ​ຕົວ​ເອງ ແທນ​ທີ່​ຈະ​ຍ້ອງ​ຍໍ​ຄົນ​ອື່ນ, ຮ່ວມ​ທັງ​ພຣະ​ຜູ້​ເປັນ​ເຈົ້າ. ຄວາມ​ທະ​ນົງ​ຕົວ ມັກ​ຈະ​ເປັນ​ການ​ແຂ່ງ​ຂັນ; ເປັນການສະ​ແຫວງ​ຫາ​ທີ່​ຈະມີຫລາຍກວ່າ​ຄົນ​ອື່ນ ແລະ ​ຄິດ​ວ່າ​ເຮົາ​ດີກວ່າ​ຄົນ​ອື່ນ. ຄວາມ​ທະ​ນົງ​ຕົວ ຈະ​ກໍ່​ໃຫ້​ເກີດ​ຄວາມ​ໃຈ​ຮ້າຍ ແລະ ​ຄວາມກຽດ​ຊັງ; ກໍ່​ໃຫ້​ເກີດ​ຄວາມ​ຄຸ້ນ​ເຄືອງ ຫລື ບໍ່​ຍອມ​ໃຫ້​ອະ​ໄພ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ທະ​ນົງ​ຕົວສາ​ມາດ​ຖືກ​ກືນ​ເຂົ້າ​ໄປ​ໃນ​ຄຸນ​ສົມ​ບັດ​ແຫ່ງ​ຄວາມ​ຖ່ອມ​ຢ່າງ​ພຣະ​ຄຣິດ​ໄດ້.

ຄວາມ​ສຳ​ພັນ, ແມ່ນ​ແຕ່​ກັບ​ຄອບ​ຄົວ​ທີ່​ໃກ້​ຊິດ ແລະ ຄົນ​ທີ່​ເຮົາ​ຮັກ, ໂດຍ​ສະ​ເພາະ ກັບ​ຄອບ​ຄົວ​ທີ່​ໃກ້​ຊິດ ແລະ ຄົນ​ທີ່​ເຮົາ​ຮັກ—ແມ່ນ​ແຕ່​ລະ​ຫວ່າງ​ສາ​ມີ ແລະ ພັນ​ລະ​ຍາ—ໄດ້​ຮັບ​ການ​ບຳ​ລຸງ​ລ້ຽງ​ດ້ວຍ​ຄວາມ​ຖ່ອມ​ຕົວ ແລະ ຖືກ​ຂັດ​ຂວາງ​ດ້ວຍ​ຄວາມ​ທະ​ນົງ​ຕົວ.

ເມື່ອ​ຫລາຍ​ປີ​ກ່ອນ ຫົວ​ໜ້າ​ທຸ​ລະ​ກິດ​ຄົນ​ໜຶ່ງ ໄດ້​ໂທ​ຫາ​ຂ້າ​ພະ​ເຈົ້າ ເພື່ອ​ເວົ້າ​ເລື່ອງ​ບໍ​ລິ​ສັດ​ຂອງ​ລາວ ຊຶ່ງ​ໄດ້​ຖືກ​ຊື້​ໂດຍ​ບໍ​ລິ​ສັດ​ອື່ນ​ທີ່​ແຂ່ງ​ຂັນ. ລາວ ແລະ ພະ​ນັກ​ງານ​ຫລາຍ​ຄົນ​ຢູ່​ຫ້ອງ​ການ​ໃຫຍ່ ມີ​ຄວາມ​ເປັນ​ຫ່ວງວ່າ ເຂົາ​ເຈົ້າ​ຈະ​ຕົກ​ງານ. ໂດຍ​ທີ່​ຮູ້​ວ່າ ຂ້າ​ພະ​ເຈົ້າ​ຮູ້​ຈັກ​ປະ​ທານ​ໃຫຍ່​ຂອງ​ບໍ​ລິ​ສັດ​ທີ່​ລາວ​ຢາກ​ໄປ​ສະ​ໝັກ​ງານ, ລາວ​ຈຶ່ງ​ໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ແນະ​ນຳ​ຕົວ​ລາວ ພ້ອມ​ດ້ວຍ​ໃຫ້​ຄຳ​ຢືນ​ຢັນ​ທີ່​ດີ​ກ່ຽວ​ກັບ​ຕົວລາວ, ແມ່ນ​ແຕ່​ຈັດ​ເວ​ລາ​ນັດ​ໝາຍ​ໃຫ້​ລາວ​ນຳ​ອີກ. ແລ້ວກ່ອນ​ວາງ​ສາຍ ລາວ​ໄດ້​ເວົ້າວ່າ: “ທ່ານ​ຮູ້​ຈັກ​ຄຳ​ນີ້​ບໍ? ເຂົາ​ວ່າ ‘ອ່ອນ​ໂຍນ​ຫລາຍ​ຕາຍ​ຊ້ຳ!’”

ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ວ່າ ລາວ​ເວົ້າ​ເປັນ​ແບບ​ຕະ​ຫລົກ. ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ຄັກ. ແຕ່​ມັນ​ມີ​ຫລັກ​ທຳ​ທີ່​ສຳ​ຄັນ​ຂໍ້​ໜຶ່ງ ທີ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ ເປັນ​ປະ​ໂຫຍດ​ຕໍ່​ລາວ. ຂ້າ​ພະ​ເຈົ້າ​ໄດ້​ຕອບ​ໄປ​ວ່າ, “ແທ້​ຈິງ​ແລ້ວ, ເຂົາ​ບໍ່​ໄດ້​ເວົ້າ​ແນວນັ້ນ. ຕາມ​ຈິງ​ແລ້ວ, ມັນ​ກົງ​ກັນ​ຂ້າມ. ‘ຄົນ​ອ່ອນ​ໂຍນ … ຈະ​ໄດ້​ຮັບ​ແຜ່ນ​ດິນ​ໂລກ​ເປັນ​ມູນ​ມໍ​ລະ​ດົກ’15 ຄື​ຄຳ​ທີ່ເຂົາ​ວ່າ.”

ໃນ​ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ ໃນ​ສາດ​ສະ​ໜາ​ຈັກ ຕະ​ຫລອດ​ທັງ​ໃນ​ການ​ງານ​ຂອງ​ຂ້າ​ພະ​ເຈົ້າ, ຄົນ​ທີ່​ຍິ່ງ​ໃຫຍ່ ແລະ ມີ​ປະ​ສິດ​ທິ​ພາບ​ຫລາຍ​ທີ່​ສຸດບາງ​ຈຳ​ນວນ ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ຮູ້​ມາ ແມ່ນ​ຜູ້​ຄົນ​ທີ່​ອ່ອນ​ໂຍນ ແລະ ຖ່ອມ​ຕົວ.

ຄວາມ​ຖ່ອມ​ຕົວ ແລະ ຄວາມ​ອ່ອນ​ໂຍນ ເຂົ້າກັນ​ດີ. ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ວ່າ “​ບຸກ​ຄົນ​ຈະ​ບໍ່​ເປັນ​ທີ່ຍອມ​ຮັບ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ນອກ​ຈາກເຂົາ​ຈະ​ມີ​ໃຈ​ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ.”16

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ຈະ​ພະ​ຍາ​ຍາມ​ຫລີກ​ລ້ຽງ​ຈາກ​ສຸ​ລິ​ຍະ​ຄາດ​ທາງວິນ​ຍານ​ແຫ່ງ​ຄວາມ​ທະ​ນົງ​ຕົວ ໂດຍ​ການ​ຮັບ​ເອົາ​ຄຸນ​ນະ​ທຳ​ແຫ່ງ​ຄວາມ​ຖ່ອມ​ຕົວ​ໄວ້.

ສະ​ຫລຸບ

ສຸດ​ທ້າຍນີ້, ສຸ​ລິ​ຍະ​ຄາດ ເປັນ​ເຫດ​ການ​ທາງ​ທຳ​ມະ​ຊາດ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ແທ້ໆ ຊຶ່ງ​ຄວາມ​ສວຍ​ງາມ, ຄວາມ​ອົບ​ອຸ່ນ, ແລະ ແສງ​ສະ​ຫວ່າງ​ຂອງດວງ​ຕາ​ເວັນ ສາ​ມາດ​ຖືກ​ປິດ​ບັງ​ໄວ້​ຈົນ​ໝົດ ດ້ວຍ​ສິ່ງ​ທີ່​ນ້ອຍກວ່າ, ເຮັດ​ໃຫ້​ເກີດ​ຄວາມ​ມືດ ແລະ ຄວາມ​ເຍືອກ​ເຢັນ​ໄດ້.

ກໍ​ມີ​ເຫດ​ການ​ທາງວິນ​ຍານທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ທີ່​ຄ້າຍ​ຄື​ກັນ​ນັ້ນ​ອີກ, ເມື່ອ​ສິ່ງ​ເລັກ​ນ້ອຍ ແລະ ບໍ່​ສຳ​ຄັນເລື່ອນ​ເຂົ້າ​ມາໃກ້​ໂພດ ແລະ ປິດ​ບັງ​ຄວາມ​​ສວຍງາມ, ຄວາມ​ອົບ​ອຸ່ນ, ແລະ ແສງ​ສະ​ຫວ່າງ​ຈາກ​ສະ​ຫວັນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ແລ້ວ​ມັນ​ຈະ​ປ່ຽນ​ເປັນ​ຄວາມ​ມືດ​ທີ່ໜາວ​ເຢັນ​ໄດ້.

ແວ່ນ​ຕາ​ທີ່​ໄດ້​ປະ​ດິດ​ຂຶ້ນ​ມາ​ເພື່ອ​ປ້ອງ​ກັນ​ຕາ​ຕອນ​ເບິ່ງ​ສຸ​ລິ​ຍະ​ຄາດ​​ເ​ຕັມ​ດວງ ສາ​ມາດ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ຕາ​ຖືກ​ທຳ​ລາຍ ແລະ ບອດ​ໄດ້.17 ແວ່ນ​ຕາ​ພຣະ​ກິດ​ຕິ​ຄຸນ ປະ​ກອບ​ດ້ວຍ​ຄວາມ​ຮູ້ ແລະ ປະ​ຈັກ​ພະ​ຍານ​ເຖິງ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ແລະ ພິ​ທີ​ການ​ຕ່າງໆ ທີ່​​ໃຫ້ມີ​ທັດ​ສະ​ນະ​ຂອງພຣະ​ກິດ​ຕິ​ຄຸນ ​ຈະສາ​ມາດ​ໃຫ້​ການ​ປ້ອງ​ກັນທາງວິນ​ຍານ ແລະ ​ຄວາມແຈ່ມ​ແຈ້ງ​ຂຶ້ນຫລາຍກວ່າ​ເກົ່າ​ສຳ​ລັບ​ບາງຄົນ ຜູ້​ທີ່​ຢູ່​ໃນ​ເຂດ​ອັນ​ຕະ​ລາຍ​ຂອງ​ສຸ​ລິ​ຍະ​ຄາດ.

ຖ້າ​ຫາກ​ທ່ານ​ພົບ​ເຫັນ​ສິ່ງ​ໃດ​ທີ່​ມາ​ປິດ​ບັງຄວາມ​ສຸກ ແລະ ຄວາມ​ສະ​ຫວ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ​ໃນ​ຊີ​ວິດ ຂອງ​ທ່ານ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ວາງ​ມັນ​ໄວ້​ໃນ​ທັດ​ສະ​ນະ​ຂອງ​ພຣະ​ກິດ​ຕິ​ຄຸນ. ຈົ່ງຫລຽວ​ເບິ່ງ​ຜ່ານ​ແວ່ນ​ຕາ​ພຣະ​ກິດ​ຕິ​ຄຸນ ແລະ ມີ​ຄວາມ​ລະ​ມັດ​ລະ​ວັງ ເພື່ອບໍ່​ໃຫ້​ສິ່ງ​ທີ່ບໍ່​ສຳ​ຄັນ ແລະ ບໍ່​ມີ​ປະ​ໂຫຍດ ໃນ​ຊີ​ວິດ ມາ​ປິດ​ບັງ​ພາບ​ຂອງ​ແຜນ​ແຫ່ງ​ຄວາມ​ສຸກນິ​ລັນ​ດອນ​ຂອງ​ທ່ານ​ໄດ້. ສະ​ຫລຸບ​ແລ້ວ, ຢ່າ​ປ່ອຍ​ໃຫ້​ສິ່ງ​ລົບ​ກວນ​ໃນ​ຊີ​ວິດ ປິດ​ບັງ​ແສງ​ສະ​ຫວ່າງ​ຈາກ​ສະ​ຫວັນ.

ປະ​ຈັກ​ພະ​ຍານ

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເຖິງ​ແມ່ນ​ມີ​ສິ່ງ​ມາປິດ​ບັງ​ສາຍ​ຕາ​ຂອງ​ເຮົາ​ຈາກ​ແສງ​ສະ​ຫວ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ, ແຕ່​ແສງ​ສະ​ຫວ່າງ​ກໍ​ຍັງ​ຢູ່​ທີ່ນັ້ນ. ແຫລ່ງ​ທີ່​ໃຫ້​ຄວາມ​ອົບ​ອຸ່ນ, ຄວາມ​ຈິງ, ຄວາມ​ສະ​ຫວ່າງ ຄື​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ; ເຖິງພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ; ແລະ ເຖິງ​ບົດ​ບາດ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ ທີ່​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Thomas S. Monson, in Sarah Jane Weaver, “What Gift Does President Monson Want for His 90th Birthday?” Deseret News, Aug. 17, 2017, deseretnews.com.

  2. ເບິ່ງ Christina Zdanowicz and Judson Jones, “An Eclipse Will Cross the US for the First Time in 99 Years,” July 24, 2017, cnn.com.

  3. ເບິ່ງ “Eclipse: Who? What? Where? When? and How?” eclipse2017.nasa.gov.

  4. ເບິ່ງ EarthSky in Space, “Coincidence That Sun and Moon Seem Same Size?” earthsky.org.

  5. ເບິ່ງ Brian Lada, “5 Surprising Effects the Total Solar Eclipse Will Have besides Darkness,” accuweather.com.

  6. Neal A. Maxwell, Of One Heart: The Glory of the City of Enoch (1975), 19.

  7. ໂຢບ 5:14.

  8. Dallin H. Oaks, address given at Salt Lake Bonneville Young Single Adult Stake fireside, Salt Lake City, Utah, Feb. 8, 2015.

  9. Dieter F. Uchtdorf, “Of Things That Matter Most,” Liahona, Nov. 2010, 20.

  10. ເບິ່ງ Gary E. Stevenson, “The Knowledge of a Savior,” (Brigham Young University Women’s Conference, May 5, 2017).

  11. ໂມໄຊຢາ 3:20.

  12. Jade, “The Obsession of Creating a Picture-Perfect Life on Social Media.”

  13. 2 ໂກຣິນໂທ 10:12.

  14. ເບິ່ງ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ (2004), 141–142.

  15. ມັດທາຍ 5:5; 3 ນີໄຟ 12:5.

  16. ໂມໂຣໄນ 7:44.

  17. ເບິ່ງ “Solar Eclipse and Your Eyes,” preventblindness.org.