​2010–2019
ເອື້ອຍ​ນ້ອງ​ສາມ​ຄົນ
ເດືອນ​ຕຸລາ 2017


ເອື້ອຍ​ນ້ອງ​ສາມ​ຄົນ

ເຮົາ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່ ການ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ​ເອງ, ແລະ ມັນ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ—ແນວ​ໃດ​ເລີຍ—ກັບ​ວິ​ທີ​ທີ່​ຄົນ​ອື່ນ​ເຮັດ​ກັບ​ເຮົາ.

ເອື້ອຍ​ນ້ອງ, ໝູ່​ເພື່ອນ​ທີ່​ຮັກ​ແພງ, ການ​ເລີ່ມ​ຕົ້ນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ດ້ວຍ​ພາກ​ສະ​ຕີ​ທົ່ວ​ໂລກ ເປັນ​ສິ່ງ​ທີ່​ສຳ​ຄັນ ແລະ ປະ​ເສີດ​ຫລາຍ. ໃຫ້​ເຮົາ​ວາດ​ພາບ​ເຫັນ​ວ່າ: ເອື້ອຍ​ນ້ອງ​ໃນ​ທຸກ​ໄວ, ທຸກ​ພາກ​ພື້ນ, ທຸກ​ປະ​ຊາ​ຊາດ, ແລະ ທຸກ​ພາ​ສາ ໄດ້​ມາ​ຮ່ວມ​ກັນ​ໃນ​ສັດ​ທາ ແລະ ໃນ​ຄວາມ​ຮັກ ຕໍ່​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.

ເມື່ອບໍ່​ດົນ​ມານີ້ ພວກ​ເຮົາ​ໄດ້​ພົບ​ກັບ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ, ປະ​ທານ ທອມມັສ ແອັສ ມອນສັນ, ເພິ່ນ​ໄດ້​ບອກວ່າ ເພິ່ນ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ທີ່​ສຸດ. ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ປະ​ທານ​ມອນສັນ ກະ​ຕັນ​ຍູຫລາຍ​ສຳ​ລັບ​ຄວາມ​ຮັກ, ການ​ອະ​ທິ​ຖານ, ແລະ ຄວາມ​ອຸ​ທິດ​ຕົນ​ຂອງ​ທ່ານ ທີ່​ມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

ດົນ​ນານ​ມາ​ແລ້ວ ຢູ່​ໃນ​ແຜ່ນ​ດິນ​ທີ່​ຫ່າງ​ໄກ ມີ​ຄອບ​ຄົວ​ໜຶ່ງ ທີ່​ມີ​ເອື້ອຍ​ນ້ອງ​ຢູ່​ດ້ວຍ​ກັນສາມ​ຄົນ.

ເອື້ອຍ​ນ້ອງ​ຄົນ​ທີ​ໜຶ່ງ​ເປັນ​ຄົນ ໂສກ​ເສົ້າ. ທຸກ​ສິ່ງ​ຈາກ​ດັງ, ຈາກ​ຄາງ, ແລະ ຈາກ​ຜິວ​ໜັງ​ຂອງ​ນາງ ຈົນ​ເຖິງ​ດິ້ວ​ຕີນ ເບິ່ງ​ຄື​ວ່າ ບໍ່​ດີ​ພໍ​ສຳ​ລັບ​ນາງ. ເມື່ອ​ນາງ​ເວົ້າ, ບາງ​ເທື່ອ ບາງ​ຄຳ​ກໍ​ອອກ​ມາ​ແບບ​ເຂີນໆ, ແລະ ຜູ້​ຄົນ​ກໍ​ຫົວ. ເມື່ອ​ບາງ​ຄົນ​ເວົ້າ​ວິ​ຈານ​ນາງ ຫລື “ລືມ” ເຊື້ອ​ເຊີນ​ນາງ​ໄປ​ຮ່ວມ​ບາງ​ສິ່ງ, ນາງ​ຈະ​ໜ້າ​ແດງ, ແລະ ​ຍ່າງ​ໜີ, ແລະ ໄປ​ຫາ​ບ່ອນ​ລີ້​ລັບ ບ່ອນ​ທີ່​ນາງ​ໄດ້​ປ່ອຍ​ຄວາມ​ໂສກ​ເສົ້າ​ອອກ​ມາ ແລະ ສົງ​ໄສ​ວ່າ​ເປັນ​ຫຍັງ​ຊີ​ວິດ​ຂອງ​ນາງ​ຈຶ່ງ​ເປົ່າ​ປ່ຽວ ແລະ ໂສກ​ເສົ້າ​ຫລາຍ​ແທ້.

ເອື້ອຍ​ນ້ອງ​ຄົນ​ທີ​ສອງ​ເປັນ​ຄົນ ໃຈ​ຮ້າຍ. ນາງ​ໄດ້​ຄິດ​ກ່ຽວ​ກັບ​ຕົນ​ເອງ​ວ່າ​ເປັນ​ຄົນ​ສະ​ຫລາດ, ແຕ່​ຍັງ​ມີ​ຄົນ​ອື່ນ​ທີ່​ໄດ້​ຄະ​ແນນ​ສູງ​ກວ່າ​ນາງ ຕອນ​ສອບ​ເສັງ​ຢູ່​ໂຮງ​ຮຽນ. ນາງ​ຄິດ​ວ່າ​ຕົນ​ເອງ​ເປັນ​ຄົນ​ຕະ​ຫລົກ, ຈົບ​ງາມ, ນຸ່ງ​ຖື​ທັນ​ສະ​ໄໝ, ແລະ ຊວນ​ໃຫ້​ຫລົງ​ໄຫລ. ແຕ່​ກໍ​ຍັງ​ມີ​ຄົນ​ອື່ນ​ອີກ​ທີ່​ຕະ​ຫລົກ​ກວ່າ, ​ຈົບ​ງາມ​ກວ່າ, ນຸ່ງ​ຖື​ທັນ​ສະ​ໄໝ​ກວ່າ, ແລະ ຊວນ​ໃຫ້​ຫລົງ​ໄຫລ​ກວ່າ.

ນາງບໍ່​ເຄີຍ​ຢູ່​ໃນ​ອັນ​ດັບ​ໜຶ່ງ​ໃນ​ສິ່ງ​ໃດ​ເລີຍ ແລະ ນາງ​ທົນ​ກັບ​ສິ່ງນີ້ບໍ່​ໄດ້. ຊີ​ວິດບໍ່​ຄວນ​ເປັນ​ແບບ​ນີ້​ເລີຍ!

ບາງ​ເທື່ອ ນາງ​ໄດ້​ເວົ້າ​ໃຫ້​ຄົນ​ອື່ນ, ແລະ ເບິ່ງ​ຄື​ວ່າ ຕະ​ຫລອດ​ເວ​ລາ ນາງ​ເກືອບ​ເຖິງ​ຈຸດ​ໃຈ​ຮ້າຍ​ທີ່​ສຸດ ຖ້າ​ບໍ່​ແມ່ນ​ນຳ​ສິ່ງ​ໃດ ກໍ​ແມ່ນນຳ​ອີກ​ສິ່ງ​ໜຶ່ງ.

ແນ່​ນອນ, ສິ່ງ​ນີ້​ບໍ່​ໄດ້​ຊ່ວຍ​ໃຫ້​ຄົນ​ອື່ນ​ມາ​ຮັກ​ແພງ ນາງ ຫລື ເປັນ​ທີ່​ນິ​ຍົມ​ເລີຍ. ບາງ​ເທື່ອ ນາງ​ໄດ້​ຂົບ​ແຂ້ວ​ຄ້ຽວ​ຟັນ, ກຳ ກຳ​ປັ້ນ, ແລະ ຄິດ​ວ່າ, “ຊີ​ວິດ​ບໍ່​ຍຸດ​ຕິ​ທຳ!”

ແລ້ວ​ກໍ​ມີ​ເອື້ອຍ​ນ້ອງ​ຄົນ​ທີ​ສາມ. ບໍ່​ຄື​ກັນ​ກັບ​ເອື້ອຍ​ນ້ອງຜູ້​ທີ່​ໂສກ​ເສົ້າ ແລະ ໃຈ​ຮ້າຍ, ນາງ​ເປັນ​ຄົນ—ທີ່, ເບີກ​ບານ. ແລະ ມັນ​ບໍ່​ໄດ້​ເປັນ​ເພາະ​ວ່າ​ນາງ​ເປັນ​ຄົນ​ສະ​ຫລາດ​ກວ່າ ຫລື ງາມ​ກວ່າ ຫລື ມີ​ຄວາມ​ສາ​ມາດ​ຫລາຍ​ກວ່າ ພວກ​ເອື້ອຍ​ຂອງ​ນາງ. ບາງ​ເທື່ອ​ຜູ້​ຄົນ​ກໍ​ບໍ່​ສົນ​ໃຈ​ນາງ​ຄື​ກັນ. ບາງ​ເທື່ອ​ຜູ້​ຄົນ​ໄດ້​ຫົວ​ເຍາະ​ເຍີ້ຍ​ສິ່ງ​ທີ່​ນາງ​ນຸ່ງ​ຖື ຫລື ສິ່ງ​ທີ່​ນາງ​ໄດ້​ເວົ້າ​ອອກ​ມາ. ບາງ​ເທື່ອ ພວກ​ເຂົາ​ໄດ້​ເວົ້າ​ຄຳ​ຫຍາບ​ຄາຍ​ຕໍ່​ນາງ ຫລື ກ່ຽວ​ກັບ​ນາງ. ແຕ່​ນາງ​ບໍ່​ໄດ້​ປ່ອຍ​ໃຫ້​ສິ່ງ​ເຫລົ່າ​ນັ້ນ​ມາ​ລົບ​ກວນ​ນາງ.

ນາງ​ຜູ້​ນີ້​ມັກ​ຮ້ອງ​ເພງ. ນາງ​ບໍ່​ມີ​ສຽງ​ທີ່​ມ່ວນ​ອອນ​ຊອນ, ແລະ ຜູ້​ຄົນ​ໄດ້​ຫົວ​ຂວັນ​ນາງ​ຕອນ​ນາງ​ຮ້ອງ, ແຕ່​ກໍ​ບໍ່​ໄດ້​ຢຸດ​ນາງ​ຈາກ​ການ​ຮ້ອງ​ເພງ. ນາງ​ໄດ້​ເວົ້າ​ວ່າ, “ເຮົາ​ຊິ​ບໍ່ປ່ອຍ​ໃຫ້​ຄຳ​ຕິ​ຊົມ​ຂອງ​ຄົນ​ອື່ນ ຢຸດ​ຢັ້ງ​ເຮົາ​ຈາກ​ການ​ຮ້ອງ​ເພງ!”

ເປັນ​ຍ້ອນ​ການ​ຮ້ອງ​ເພງ​ຂອງ​ນາງ​ນີ້​ແຫລະ ທີ່​ເຮັດ​ໃຫ້​ເອື້ອຍ​ຄົນ​ທີ​ໜຶ່ງ​ໂສກ​ເສົ້າ ແລະ ເອື້ອຍ​ຄົນ​ທີ​ສອງ​ຂອງ​ນາງ ໃຈ​ຮ້າຍ.

ຫລາຍ​ໄປ​ໄດ້​ຜ່ານ​ໄປ, ແລະ ໃນ​ທີ່​ສຸດ ເອື້ອຍ​ນ້ອງ​ແຕ່​ລະ​ຄົນ ກໍ​ໄດ້​ໄປ​ເຖິງ​ບັ້ນ​ປາຍ​ຊີ​ວິດ​ຢູ່​ໃນ​ໂລກ​ນີ້.

ເອື້ອຍ​ນ້ອງ​ຄົນ​ທີ​ໜຶ່ງ ຜູ້​ຄົ້ນ​ພົບ​ເທື່ອ​ແລ້ວ​ເທື່ອ​ອີກ​ວ່າ ມີ​ແຕ່​ຄວາມ​ຜິດ​ຫວັງ​ໃນ​ຊີ​ວິດ, ໃນ​ທີ່​ສຸດ​ກໍ​ໄດ້​ຕາຍ​ໄປ​ດ້ວຍ​ຄວາມ ໂສກ​ເສົ້າ.

ຄົນ​ທີ​ສອງ, ຜູ້​ທີ່​ທຸກ​ມື້​ພົບ​ເຫັນ​ແຕ່​ບາງ​ສິ່ງ​ໃໝ່​ໃຫ້​ບໍ່​ພໍ​ໃຈ, ໄດ້​ຕາຍ​ໄປ​ດ້ວຍ​ຄວາມ ໃຈ​ຮ້າຍ.

ແລະ ເອື້ອຍ​ນ້ອງ​ຄົນ​ທີ​ສາມ ຜູ້ໄດ້​ໃຊ້​ຊີ​ວິດ​ຮ້ອງ​ເພງ​ຈົນ​ສຸດ​ພະ​ລັງ​ຂອງ​ນາງ ດ້ວຍ​ຄວາມ​ໝັ້ນ​ໃຈ​ຢູ່​ເທິງ​ໃບ​ໜ້າ​ຂອງ​ນາງ, ໄດ້ຕາຍ​ໄປ​ດ້ວຍ​ຄວາມ ເບີກ​ບານ.

ແນ່ນອນ, ຊີ​ວິດ​ຈະ​ບໍ່​ງ່າຍ​ສະ​ເໝີ​ໄປ, ແລະ ຜູ້​ຄົນ​ກໍ​ບໍ່​ມີ ມິ​ຕິ​ດຽວ​ແບບ​ເອື້ອຍ​ນ້ອງ​ສາມ​ຄົນ ຢູ່​ໃນ​ເລື່ອງນີ້. ແຕ່​ຕົວ​ຢ່າງ​ອັນ​ສຸດ​ຂີດ​ທີ່​ກ່າວ​ມາ​ນັ້ນ ສາ​ມາດ​ສອນ​ເຮົາ​ບາງ​ສິ່ງ​ກ່ຽວ​ກັບ​ຕົວ​ເຮົາ​ເອງ​ໄດ້. ຖ້າ​ຫາກ​ທ່ານ​ເປັນ​ຄື​ກັນ​ກັບ​ພວກ​ເຮົາ​ສ່ວນ​ຫລາຍ, ທ່ານ​ອາດ​ຮູ້​ຈັກ​ພາກ​ສ່ວນ​ໃດ​ໜຶ່ງ​ໃນ​ຕົວ​ທ່ານ​ວ່າ​ຄື​ກັນ​ກັບ​ເອື້ອຍ​ນ້ອງໜຶ່ງຄົນ, ສອງຄົນ, ຫລື ອາດ​ຄື​ທັງ​ສາມ​ເອື້ອຍ​ນ້ອງ​ເຫລົ່າ​ນັ້ນ. ໃຫ້​ເຮົາ​ມາ​ເບິ່ງ​ແຕ່​ລະ​ຄົນ​ຢ່າງ​ໃກ້ໆ.

ຜູ້​ຮັບ​ເຄາະ

ເອື້ອຍ​ນ້ອງ​ຄົນ​ທຳ​ອິດ​ເຫັນ​ຕົວ​ເອງວ່າ​ເປັນ​ຜູ້​ຮັບ​ເຄາະ—ເປັນ​ຄົນ​ທີ່​ຖືກ​ກະ​ທຳ​ຕໍ່.1 ເບິ່ງ​ຄື​ວ່າ ສິ່ງ​ໃດ​ສິ່ງ​ໜຶ່ງ​ຈະ​ເກີດ​ຂຶ້ນ​ສະ​ເໝີ ເພື່ອ​ເຮັດ​ໃຫ້​ນາງ​ໂສກ​ເສົ້າ. ເມື່ອ​ຄິດ​ກັບ​ຊີ​ວິດ​ໃນ​ແບບ​ນີ້, ນາງ​ໄດ້​ຍອມໃຫ້​ຄົນ​ອື່ນ​ຄວບ​ຄຸມ​ຄວາມ​ຮູ້​ສຶກ ແລະ ການ​ປະ​ພຶດ​ຂອງ​ນາງ. ເມື່ອ​ເຮົາ​ເຮັດ​ແບບ​ນີ້, ເຮົາ​ໄດ້​ຖືກ​ພັດ​ໄປ​ຕາມ​ລົມ​ປາກ​ຂອງ​ຜູ້​ຄົນ—ແລະ ໃນ​ຍຸກ​ນີ້ ທີ່​ມີ​ການ​ສື່​ສານ​ໃນ​ສັງ​ຄົມ​ຫລາຍ, ​ລົມ​ປາກ​ເຫລົ່າ​ນັ້ນ ກາຍ​ເປັນ​ລົມ​ພະ​ຍຸ​ໃຫຍ່ ທີ່​ຮ້າຍ​ແຮງ.

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ເປັນ​ຫຍັງ​ເຮົາ​ຈຶ່ງ​ຈະ​ຍອມ​ສະ​ລະ​ຄວາມ​ສຸກ​ຂອງ​ເຮົາ​ໃຫ້​ກັບ​ຄົນ​ອື່ນ, ຫລື ໃຫ້​ກຸ່ມ​ໃດ​ໜຶ່ງ, ຜູ້​ບໍ່​ສົນ​ໃຈ​ເຮົາ—ຫລື ສົນ​ໃຈ​ກັບ​ຄວາມ​ສຸກ​ຂອງ​ເຮົາ​ເລີຍ?

ຖ້າ​ຫາກ​ທ່ານ​ພົບ​ເຫັນ​ຕົນ​ເອງ​ເປັນ​ຫ່ວງ​ກັບ​ສິ່ງ​ທີ່​ຄົນ​ອື່ນ​ເວົ້າ​ກ່ຽວ​ກັບ​ທ່ານ, ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ຫວ້ານ​ຢາ​ນີ້: ຈົ່ງ​ຈື່​ຈຳ​ວ່າ​ທ່ານ​ເປັນ​ໃຜ. ຈົ່ງ​ຈື່​ຈຳ​ວ່າ ທ່ານ​ເປັນ​ທາ​ຍາດ​ຂອງ​ກະ​ສັດ​ໃນ​ອາ​ນາ​ຈັກ​ສະ​ຫວັນ​ຂອງ​ພຣະ​ເຈົ້າ, ເປັນ​ທິ​ດາ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ, ຜູ້​ປົກ​ຄອງ​ຕະ​ຫລອດ​ທົ່ວ​ຈັກ​ກະ​ວານ.

ທ່ານ​ເປັນ​ສາຍ​ເລືອດ​ຂອງ​ພຣະ​ເຈົ້າ. ທ່ານ​ມີ​ຂອງ​ປະ​ທານ​ພິ​ເສດ ນັບ​ແຕ່​ວິນ​ຍານ​ຂອງ​ທ່ານ​ຖືກ​ສ້າງ​ຂຶ້ນ ແລະ ໄດ້​ຈະ​ເລີນ​ເຕີບ​ໂຕ​ໃນ​ໄລ​ຍະ​ເວ​ລາ​ກ່ອນ​ຊີ​ວິດ​ມະ​ຕະ​ຂອງ​ທ່ານ. ທ່ານ​ເປັນ​ທິ​ດາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ທີ່​ມີ​ເມດ​ຕາ ແລະ ເປັນ​ນິດ​ຂອງ​ເຮົາ, ຜູ້​ຊຶ່ງ​ເປັນ​ຈອມ​ໂຍ​ທາ, ເປັນ​ພຣະ​ຜູ້​ສ້າງຈັກ​ກະ​ວານ, ທີ່​ໄດ້​ກະ​ຈາຍ​ດວງ​ດາວ​ໄວ້​ໃນ​ທ້ອງ​ນະ​ພາ, ແລະ ໄດ້​ວາງ​ດາວ​ພະ​ເຄາະ​ໄວ້​ໃນ​ສະ​ຖານ​ທີ່​ວົງ​ຈອນ​ຂອງ​ມັນ.

ທ່ານ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ.

ໃນ​ພຣະ​ຫັດ​ທີ່​ດີ​ເລີດ.

ໃນ​ພຣະ​ຫັດ​ທີ່​ຊົງ​ຮັກ.

ໃນ​ພຣະ​ຫັດ​ທີ່​ເປັນ​ຫ່ວງ​ເປັນ​ໃຍ.

ແລະ ບໍ່​ມີ​ສິ່ງ​ໃດ​ທີ່​ບຸກ​ຄົນ​ໃດ​ເວົ້າ​ກັບ​ທ່ານ ຈະ​ສາ​ມາດ​ປ່ຽນ​ແປງ​ຄວາມ​ຈິງ​ນີ້​ໄດ້. ຖ້ອຍ​ຄຳ​ເຫລົ່າ​ນີ້​ບໍ່​ມີ​ຄ່າ​ຫຍັງ​ເລີຍ ເມື່ອ​ປຽບ​ທຽບ​ໃສ່​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ທີ່​ໄດ້​ກ່າວ​ກ່ຽວ​ກັບ​ທ່ານ.

ທ່ານ​ເປັນ​ທິ​ດາ​ຜູ້​ປະ​ເສີດ​ຂອງ​ພຣະ​ອົງ.

ພຣະ​ອົງ​ຮັກ​ທ່ານ.

ແມ່ນ​ແຕ່​ຕອນ​ທ່ານ​ສະ​ດຸດ​ລົ້ມ, ແມ່ນ​ແຕ່​ຕອນ​ທ່ານ​ຫັນ​ໜີ​ຈາກ​ພຣະ​ອົງ, ພຣະ​ເຈົ້າ​ກໍ​ຍັງ​ຮັກ​ທ່ານ​ຢູ່. ຖ້າ​ຫາກ​ທ່ານ​ຮູ້​ສຶກ​ວ່າ​ຕົວ​ເອງ​ຫລົງ​ທາງ, ຖືກ​ປະ​ຖິ້ມ, ຫລື ຖືກ​ລືມ—ຢ່າ​ສູ່​ຢ້ານ. ພຣະ​ຜູ້​ລ້ຽງ​ທີ່​ດີ​ຈະ​ຊອກ​ຫາ​ທ່ານ. ພຣະ​ອົງ​ຈະ​ຍົກ​ທ່ານ​ໃສ່​ບ່າ​ຂອງ​ພຣະ​ອົງ. ແລະ ພຣະ​ອົງ​ຈະ​ແບກ​ທ່ານ​ກັບ​ບ້ານ.2

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ໃຫ້​ທ່ານ​ຈົ່ງ​ປ່ອຍ​ໃຫ້​ຄວາມ​ຈິງ​ເຫລົ່າ​ນີ້ ແຊກ​ຊຶມ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ທ່ານ. ແລະ ທ່ານ​ຈະ​ພົບ​ວ່າ ມີ​ຫລາຍ​ເຫດ​ຜົນ ທີ່​ບໍ່​ຄວນ​ໂສກ​ເສົ້າ, ເພາະ​ວ່າ​ທ່ານ​ມີ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ ທີ່​ທ່ານ​ຕ້ອງ​ບັນ​ລຸ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ຮັກ​ຂອງ​ໂລກ ໄດ້​ປະ​ທານ​ພຣະ​ຊົນ​ຂອງ​ພຣະ​ອົງ​ເອງ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ເລືອກ​ເຮັດ​ໃຫ້​ຈຸດ​ໝາຍ​ປາຍ​ທາງ​ນັ້ນ ກາຍ​ເປັນ​ຈິງ. ທ່ານ​ໄດ້​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ອົງ​ໄວ້​ກັບ​ຕົວ​ເອງ, ທ່ານ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ. ແລະ ເປັນ​ເພາະ​ພຣະ​ອົງ, ທ່ານ​ຈຶ່ງ​ສາ​ມາດ​ຮັບ​ເອົາ​ລັດ​ສະ​ໝີ​ພາບ​ນິ​ລັນ​ດອນ.

ຄົນ​ຊັງ

ເອື້ອຍ​ນ້ອງ​ຄົນ​ທີ​ສອງ ເປັນ​ຄົນ​ໃຈ​ຮ້າຍ​ໃຫ້​ໂລກ. ຄື​ກັນ​ກັບ​ເອື້ອຍ​ຂອງ​ນາງ​ທີ່​ໂສກ​ເສົ້າ, ນາງ​ຮູ້​ສຶກ​ວ່າ ບັນ​ຫາ​ໃນ​ຊີ​ວິດ​ຂອງ​ນາງ ມາ​ຈາກ​ຄົນ​ອື່ນ. ນາງ​ໄດ້​ກ່າວ​ໂທດ​ຄອບ​ຄົວ, ໝູ່​ເພື່ອນ, ນາຍ​ຈ້າງ ແລະ ເພື່ອນ​ທຳ​ງານ, ຕຳ​ຫລວດ, ເພື່ອນ​ບ້ານ, ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ, ການ​ນິ​ຍົມ​ເສື້ອ​ຜ້າ​ໃນ​ປະ​ຈຸ​ບັນ, ແມ່ນ​ແຕ່ໂລກ​ທີ່​ຮ້ອນ​ຮົນ, ແລະ ໂຊກ​ຮ້າຍ​ຂອງ​ນາງ. ແລະ ນາງ​ໄດ້​ເວົ້າ​ໃຫ້​ທຸກ​ຄົນ.

ນາງບໍ່​ຄິດ​ວ່າ ຕົວ​ນາງ​ເອງ​ເປັນ​ຄົນ​ຮ້າຍ​ກາດ. ແຕ່​ກົງ​ກັນ​ຂ້າມ, ນາງ​ຮູ້​ສຶກ​ວ່າ ນາງ​ພຽງ​ແຕ່​ປົກ​ປ້ອງ​ຕົວ​ເອງ​ເທົ່າ​ນັ້ນ. ນາງ​ເຊື່ອ​ວ່າ ສ່ວນ​ຄົນ​ອື່ນໆ ຖືກ​ຈູງ​ໃຈ​ໂດຍ​ຄວາມ​ເຫັນ​ແກ່​ຕົວ, ໜ້າ​ສົງ​ສານ, ແລະ ກຽດ​ຊັງ. ສ່ວນ​ຕົວ​ນາງ​ແລ້ວ, ນາງ​ຖືກ​ຈູງ​ໃຈ​ໂດຍ​ເຈດ​ຕະ​ນາ​ທີ່​ດີ—ຍຸດ​ຕິ​ທຳ, ຄຸນ​ນະ​ທຳ, ແລະ ຄວາມ​ຮັກ.

ເປັນ​ໜ້າ​ເສຍ​ໃຈ ທີ່, ເອື້ອຍ​ນ້ອງ​ຄົນ​ທີ່​ໃຈ​ຮ້າຍ​ນີ້ ມີ​ແນວ​ຄິດ​ທີ່​ຫລາຍ​ຄົນ​ກໍ​ມີ​ຄື​ກັນ. ສິ່ງ​ນີ້​ໄດ້​ຖືກ​ສັງ​ເກດ ໃນ​ການ​ຄົ້ນ​ຄວ້າ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່​ພົບ​ເຫັນ​ໃນ​ກຸ່ມ​ທີ່​ເປັນ​ຄູ່​ແຂ່ງ. ໃນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ຄົ້ນ​ຄວ້າ, ນັກ​ຄົ້ນ​ຄວ້າ​ໄດ້ສອບ​ຖາມ​ຊາວ​ຟີລິດ​ສະຕິນ ແລະ ຊາວ​ອິດສະ​ຣາເອນ ຢູ່​ເຂດ​ຕາ​ເວັນ​ອອກ​ກາງ ແລະ ລະຫວ່າງ​ຝ່າຍ​ພັກສາ​ທາ​ລະ​ນະ​ລັດ ແລະ ຝ່າຍ​ພັກປະ​ຊາ​ທິ​ປະ​ໄຕ ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ. ເຂົາ​ເຈົ້າ​ພົບ​ເຫັນ​ວ່າ “ແຕ່​ລະ​ຝ່າຍ​ຮູ້​ສຶກ​ວ່າ ກຸ່ມ​ຕົວ​ເອງ [ໄດ້] ຖືກ​ຈູງ​ໃຈ ໂດຍ​ຄວາມ​ຮັກ ຫລາຍ​ກວ່າ​ຄວາມ​ກຽດ​ຊັງ, ແຕ່​ເມື່ອ​ຖືກ​ຖາມ​ວ່າ ເປັນ​ຫຍັງ​ຄູ່​ແຂ່ງ​ຂອງ​ເຂົາ​ເຈົ້າ [ຈຶ່ງ]​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ຂັດ​ແຍ້ງ​ນີ້, [ເຂົາ​ເຈົ້າ] ໄດ້​ຊີ້​ບອກ​ວ່າ​ເປັນ​ເພາະ​ຄວາມ​ກຽດ​ຊັງ ທີ່ [ຄູ່​ແຂ່ງ] ໄດ້​ຖືກ​ຈູງ​ໃຈ.”3

ໃນ​ອີກ​ຄຳ​ໜຶ່ງ, ທຸກ​ຝ່າຍ​ກໍ​ຄິດ​ວ່າ​ຕົວ​ເອງ​ເປັນ “ຄົນ​ດີ”—ຍຸດ​ຕິ​ທຳ, ມີ​ເມດ​ຕາ, ແລະ ຊື່​ສັດ. ກົງ​ກັນ​ຂ້າມ, ເຂົາ​ເຈົ້າ​ເຫັນ​ຄູ່​ແຂ່ງ​ຂອງ​ຕົນ​ວ່າ​ເປັນ “ຄົນ​ຊົ່ວ”—ໂງ່​ຈ້າ, ບໍ່​ຊື່​ສັດ, ແມ່ນ​ແຕ່​ຊົ່ວ​ຮ້າຍ.

ໃນ​ປີ​ທີ່​ຂ້າ​ພະ​ເຈົ້າ​ເກີດ, ໂລກ​ກຳ​ລັງ​ເຂົ້າ​ສູ່​ສົງ​ຄາມ​ອັນ​ຮ້າຍ​ກາດ ທີ່​ນຳ​ຄວາມ​ໂສກ​ເສົ້າ​ອັນ​ເຈັບ​ປວດ ແລະ ຄວາມ​ເສຍ​ໃຈ​ອັນ​ສາ​ຫັດ​ມາ​ໃຫ້​ໂລກ. ສົງ​ຄາມ​ນີ້ ໄດ້​ເກີດ​ຂຶ້ນຈາກ​ປະ​ເທດ​ຂອງ​ຂ້າ​ພະ​ເຈົ້າ—ໂດຍ​ກຸ່ມຜູ້​ຄົນ​ທີ່​ເຫັນ​ກຸ່ມ​ຄົນ​ອື່ນ​ວ່າ ເປັນ​ຄົນ​ຊົ່ວ​ຮ້າຍ ແລະ ຊັກ​ຊວນ​ຜູ້​ຄົນ​ໃຫ້​ກຽດ​ຊັງ​ເຂົາ​ເຈົ້າ.

ພວກ​ເຂົາ​ໄດ້​ຂ້າ​ຄົນ​ທີ່​ພວກ​ເຂົາ​ບໍ່​ມັກ. ພວກ​ເຂົາ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ອັບ​ອາຍ ແລະ ເຮັດ​ໃຫ້​ຄົນ​ອື່ນ​ເຊື່ອ​ວ່າ ເຂົາ​ເຈົ້າ​ຊົ່ວ​ຮ້າຍ. ພວກ​ເຂົາ​ຖື​ວ່າ​ເຂົາ​ເຈົ້າ​ຕ່ຳ​ກວ່າ—ແມ່ນ​ແຕ່​ຕ່ຳ​ກວ່າ​ມະ​ນຸດ. ເມື່ອ​ທ່ານ​ຫລຸດ​ຊັ້ນ​ກຸ່ມ​ໃດ​ໜຶ່ງ​ລົງ, ​ສ່ວນ​ຫລາຍ​ແລ້ວ ທ່ານ​ຈະ​ເວົ້າ ແລະ ປະ​ຕິ​ບັດ​ໃນ​ວິ​ທີ​ທີ່​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ຕ້ານ​ພວກ​ເຂົາ.

ຂ້າ​ພະ​ເຈົ້າສັ່ນ​ສາຍ ເມື່ອໃດ​ທີ່ຂ້າ​ພະ​ເຈົ້າຄິດ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ສັດ​ຕະ​ວັດ​ທີ 20 ໃນ​ປະ​ເທດ​ເຢຍລະມັນ.

ເມື່ອ​ມີ​ຄົນ​ຂັດ​ຄ້ານ ຫລື ບໍ່​ເຫັນ​ດ້ວຍ​ກັບ​ເຮົາ, ເຮົາ​ມັກ​ຈະ​ຄິດ​ວ່າ ຄົງ​ມີ​ບາງ​ສິ່ງ​ທີ່​ຜິດ​ປົກ​ກະ​ຕິ​ກັບ​ເຂົາ​ເຈົ້າ. ແລະ ຈາກ​ນັ້ນ​ໄປ ມັນ​ຈະ​ເປັນ​ຂັ້ນ​ຕອນ​ທີ່​ງ່າຍໆ ໃນ​ການ​ໂຈມ​ຕີ​ຖ້ອຍ​ຄຳ ແລະ ການ​ກະ​ທຳ​ຂອງ​ເຂົາ​ເຈົ້າ.

ແນ່ນອນ, ເຮົາ​ຕ້ອງ​ຍຶດ​ໝັ້ນ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ​ສະ​ເໝີ, ແລະ ຈະ​ມີ​ບາງ​ເວ​ລາ ເມື່ອ​ເຮົາ​ຕ້ອງ​ອອກ​ປາກ​ອອກ​ສຽງ ເພື່ອ​ອຸ​ດົມ​ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ ດ້ວຍ​ຄວາມ​ໃຈ​ຮ້າຍ ຫລື ​ກຽດ​ຊັງ ຢູ່​ໃນ​ໃຈ—ເມື່ອ​ເຮົາ​ເວົ້າ​ໃຫ້​ຄົນ​ອື່ນ ເພື່ອ​ໃຫ້​ເຈັບ​ປວດ, ອັບ​ອາຍ, ຫລື ມິດ​ງຽບ—ເຮົາ​ບໍ່​ໄດ້​ເຮັດ​ໄປ​ໃນ​ທາງ​ທີ່​ຊອບ​ທຳ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສອນ​ຫຍັງ​ແດ່?

“ເຮົາບອກ​ເຈົ້າ​ທັງ​ຫລາຍ​ວ່າ, ຈົ່ງ​ຮັກ​ສັດ​ຕູ​ຂອງ​ເຈົ້າ, ຈົ່ງ​ໃຫ້​ພອນ​ແກ່​ຄົນ​ທີ່​ປ້ອຍ​ດ່າ​ເຈົ້າ, ຈົ່ງ​ເຮັດ​ດີ​ຕໍ່​ຜູ້​ທີ່​ກຽດ​ຊັງ​ເຈົ້າ, ແລະ ອະ​ທິ​ຖານ​ເພື່ອ​ຜູ້​ທີ່​ໃຊ້​ເຈົ້າ​ຢ່າງ​ໝິ່ນ​ປະ​ໝາດ ແລະ ຂົ່ມ​ເຫັງ​ເຈົ້າ;

“ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ເປັນ​ລູກ​ຂອງ​ພຣະ​ບິ​ດາ ຜູ້​ປະ​ທັບ​ຢູ່​ໃນ​ສະ​ຫວັນ.”4

ນີ້​ຄື​ທາງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ມັນ​ເປັນ​ຂັ້ນ​ຕອນ​ທຳ​ອິດ ທີ່​ພັງ​ສິ່ງ​ກີດ​ກັນ​ລົງ ອັນ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ໃຈ​ຮ້າຍ, ຄວາມ​ກຽດ​ຊັງ, ຄວາມ​ແຕກ​ແຍກ, ແລະ ຄວາມ​ຮຸນ​ແຮງ ຢູ່​ໃນ​ໂລກ.

“ແມ່ນ​ແລ້ວ,” ທ່ານ​ອາດ​ກ່າວ, “ຂ້າ​ນ້ອຍ​ຈະ​ເຕັມ​ໃຈ​ຮັກ​ສັດ​ຕູ​ຂອງ​ຂ້າ​ນ້ອຍ—ຖ້າ​ຫາກ​ເຂົາ​ຈະ​ເຮັດ​ຄື​ກັນ.”

ແຕ່​ສິ່ງ​ນີ້​ບໍ່​ສຳ​ຄັນ, ແມ່ນ​ບໍ? ເຮົາ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່ ການ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ​ເອງ, ແລະ ມັນ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ—ແນວ​ໃດ​ເລີຍ—ກັບ​ວິ​ທີ​ທີ່​ຄົນ​ອື່ນ​ເຮັດ​ກັບ​ເຮົາ. ເຮົາ​ຫວັງ​ຢ່າງ​ແນ່​ນອນ​ວ່າ ຄົນ​ອື່ນ​ຈະ​ເຂົ້າ​ໃຈ ແລະ ມີ​ໃຈ​ເພື່ອ​ແຜ່​ຕໍ່​ເຮົາ, ແຕ່​ຄວາມ​ຮັກ​ຂອງ​ເຮົາ​ສຳ​ລັບ ເຂົາ ບໍ່​ໄດ້​ຂຶ້ນ​ກັບ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ທີ່​ມີ​ຕໍ່ ເຮົາ.

ບາງ​ທີ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ຮັກ​ສັດ​ຕູ​ຂອງ​ເຮົາ ຈະ​ເຮັດ​ໃຫ້​ໃຈ​ຂອງ​ເຂົາ​ອ່ອນ​ລົງ ແລະ ເປັນ​ອິດ​ທິ​ພົນ​ຕໍ່​ເຂົາ ໄປ​ໃນ​ທາງ​ດີ. ບາງ​ທີ​ມັນ​ຈະ​ບໍ່​ເປັນ​ແບບ​ນັ້ນ. ແຕ່​ມັນ​ຈະ​ບໍ່​ປ່ຽນ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢຊູ​ຄຣິດ.

ສະນັ້ນ, ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ, ເຮົາ​ຈະ​ຮັກ​ສັດ​ຕູ​ຂອງ​ເຮົາ.

ເຮົາ​ຈະ​ເອົາ​ຊະ​ນະ​ຄວາມ​ໃຈ​ຮ້າຍ ແລະ ຄວາມ​ກຽດ​ຊັງ.

ເຮົາ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ.

ເຮົາ​ຈະ​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ ເພື່ອ​ໃຫ້​ພອນ ແລະ ປະ​ຕິ​ບັດ​ຕໍ່​ເຂົາ​ເຈົ້າ—ແມ່ນ​ແຕ່​ຄົນ​ທີ່​ອາດ​“ໝິ່ນ​ປະ​ໝາດ [ເຮົາ] ແລະ ຂົ່ມ​ເຫັງ [ເຮົາ].”5

ສາ​ນຸ​ສິດ​ທີ່​ແທ້​ຈິງ

ເອື້ອຍ​ນ້ອງ​ຄົນ​ທີ​ສາມ ເປັນ​ຕົວ​ແທນ​ໃຫ້​ແກ່​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ. ນາງ​ໄດ້​ເຮັດ​ບາງ​ສິ່ງ​ທີ່​ເຮັດ​ຍາກ​ທີ່​ສຸດ—ນາງ​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແມ່ນ​ແຕ່​ຕອນ​ຖືກ​ເຍາະ​ເຍີ້ຍ ແລະ ຕອນ​ຫຍຸ້ງ​ຍາກ. ດ້ວຍ​ວິ​ທີ​ໃດ​ວິ​ທີ​ໜຶ່ງ ນາງ​ໄດ້​ຍຶດ​ໝັ້ນ​ໃນ​ສັດ​ທາ ແລະ ຄວາມ​ຫວັງ​ຂອງ​ນາງ, ເຖິງ​ແມ່ນ​ຈະ​ຖືກ​ດູ​ຖູກ ແລະ ຖາກ​ຖາງ ກໍ​ຕາມ. ນາງ​ໄດ້​ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ສະ​ໜຸກ​ສະ​ໜານ ບໍ່​ແມ່ນ​ເປັນ​ເພາະ​ສະ​ພາບ​ແວດ​ລ້ອມ​ຂອງ​ນາງ ເປັນ​ໜ້າ​ສະ​ໜຸມ​ສະ​ໜານ, ແຕ່​ເປັນ​ເພາະ ນາງ ເປັນ​ຄົນ​ສະ​ໜຸກ​ສະ​ໜານ.

ບໍ່​ມີ​ຄົນ​ໃດ​ໃນ​ພວກ​ເຮົາ​ທີ່​ເດີນ​ໄປ​ໃນ​ເສັ້ນ​ທາງ​ຊີ​ວິດ ໂດຍ​ປາດ​ສະ​ຈາກ​ການ​ຕໍ່​ຕ້ານ. ໂດຍ​ທີ່​ມີ​ພະ​ລັງ​ຢ່າງ​ຫລວງ​ຫລາຍ ທີ່​ພະ​ຍາ​ຍາມ​ດຶງ​ດູດ​ເຮົາ​ອອກ​ໄປ, ແລ້ວ​ເຮັດ​ແນວ​ໃດ ເຮົາ​ຈຶ່ງ​ຈະສາ​ມາດ​ຍຶດ​ໝັ້ນ​ຢູ່​ທີ່​ຄວາມ​ສຸກ​ອັນ​ຮຸ່ງ​ເຫລື້ອມ ຊຶ່ງ​ສັນ​ຍາ​ແກ່​ຄົນ​ຊື່​ສັດ?

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຄຳ​ຕອບ​ມີ​ຢູ່​ໃນ​ຄວາມ​ຝັນ​ຂອງ​ສາດ​ສະ​ດາ ເມື່ອ​ຫລາຍ​ພັນ​ປີ​ກ່ອນ. ສາດ​ສະ​ດາ​ທີ່​ຊື່ ລີໄຮ, ແລະ ຄວາມ​ຝັນ​ຂອງ​ເພິ່ນ ໄດ້​ຖືກ​ບັນ​ທຶກ​ໄວ້ ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ມີ​ຄ່າ ແລະ ດີ​ເລີດນັ້ນ.

ໃນ​ຄວາມ​ຝັນ​ຂອງ​ເພິ່ນ, ລີໄຮ​ໄດ້​ເຫັນ​ທົ່ງ​ອັນ​ກວ້າງ​ໄຫຍ່, ແລະ ໃນ​ນັ້ນ, ມີ​ຕົ້ນ​ໄມ້​ທີ່​ສວຍ​ງາມ​ທີ່​ສຸດ ເກີນ​ກວ່າ​ຈະ​ພັນ​ລະ​ນາ​ໄດ້. ເພິ່ນ​ກໍ​ໄດ້​ເຫັນ​ຄົນ​ກຸ່ມ​ໃຫຍ່​ໜຶ່ງ​ອີກ, ກຳ​ລັງ​ເດີນ​ທາງ​ມາ​ຫາ​ຕົ້ນ​ໄມ້. ພວກ​ເຂົາ​ຢາກ​ຊີມ​ໝາກ​ໄມ້​ທີ່​ມີ​ຄ່າ​ນັ້ນ. ພວກ​ເຂົາ​ຮູ້​ສຶກ ແລະ ໄວ້​ວາງ​ໃຈ​ວ່າ ມັນ​ຈະ​ນຳ​ຄວາມ​ສຸກ​ແລະ ຄວາມ​ສະ​ຫງົບ​ມາ​ໃຫ້.

ມີ​ເສັ້ນ​ທາງ​ແຄບ​ເສັ້ນ​ໜຶ່ງ​ທີ່​ພາ​ໄປ​ຫາ​ຕົ້ນ​ໄມ້, ແລະ ຢູ່​ໃນ​ເສັ້ນ​ທາງ​ກໍ​ມີ​ຮາວ​ເຫລັກ ທີ່​ຊ່ວຍ​ພວກ​ເຂົາ​ໃຫ້​ຢູ່​ໃນ​ເສັ້ນ​ທາງ. ແຕ່​ມັນ​ກໍ​ມີ​ໝອກ​ແຫ່ງ​ຄວາມ​ມືດ​ນຳ​ອີກ ທີ່​ບັງ​ຕາ ແລະ ປົກ​ຄຸມ​ເສັ້ນ​ທາງ ແລະ ຕົ້ນ​ໄມ້. ແລະ ອັນ​ຕະ​ລາຍ​ຍິ່ງ​ໄປ​ກວ່າ​ນັ້ນ ແມ່ນ​ສຽງ​ຫົວ ແລະ ຄຳ​ເວົ້າ​ເຍາະ​ເຍີ້ຍ ທີ່​ມາ​ຈາກ​ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ ທີ່​ຢູ່​ໃກ້​ນັ້ນ. ບໍ່​ນຶກ​ບໍ່​ຝັນ​ທີ່, ຄຳ​ເວົ້າ​ເຍາະ​ເຍີ້ຍ​ເຫລົ່າ​ນັ້ນ ໄດ້​ເຮັດ​ໃຫ້​ຫລາຍ​ຄົນ​ຜູ້​ໄດ້​ໄປ​ເຖິງ​ຕົ້ນ​ໄມ້ ແລະ ໄດ້​ຊີມ​ໝາກ​ໄມ້​ທີ່​ປະ​ເສີດ​ແລ້ວ ເລີ່ມ​ຕົ້ນຮູ້​ສຶກ​ອັບ​ອາຍ ແລະ ໄດ້​ເດີນ​ໜີ​ໄປ.6

ບາງ​ທີ​ພວກ​ເຂົາ​ອາດ​ເລີ່ມ​ສົງ​ໄສ​ວ່າ ຕົ້ນ​ໄມ້​ບໍ່​ສວຍ​ງາມ​ເລີຍດັ່ງ​ທີ່​ພວກ​ເຂົາ​ຄິດ. ບາງ​ທີ​ພວກ​ເຂົາ​ເລີ່ມ​ມີ​ຄຳ​ຖາມ ກ່ຽວ​ກັບ​ຄວາມ​ຈິງ​ແທ້​ຂອງ​ປະ​ສົບ​ການ​ທີ່​ພວກ​ເຂົາ​ມີ.

ບາງ​ທີ​ພວກ​ເຂົາ​ອາດ​ຄິດ​ວ່າ ຖ້າ​ຫາກ​ພວກ​ເຂົາ​ໜີ​ໄປ​ຈາກ​ຕົ້ນ​ໄມ້, ຊີ​ວິດ​ຈະ​ງ່າຍ​ຂຶ້ນ. ບາງ​ທີ​ພວກ​ເຂົາ​ຈະ​ບໍ່​ຖືກ​ເຍາະ​ເຍີ້ຍ ຫລື ຖືກ​ຫົວ​ຂວັນ ອີກ​ຕໍ່​ໄປ.

ແລະ ຕາມ​ຈິງ​ແລ້ວ, ຜູ້​ຄົນ​ທີ່​ເຍາະ​ເຍີ້ຍ​ພວກ​ເຂົາ ເບິ່ງ​ຄື​ວ່າ​ເປັນ​ຄົນ​ມີ​ຄວາມ​ສຸກ ແລະ ກຳ​ລັງ​ມ່ວນ​ຊື່ນ​ຢູ່. ສະ​ນັ້ນ​ບາງ​ທີ​ຖ້າ​ຫາກ​ພວກ​ເຂົາ​ປະ​ຖິ້ມ​ຕົ້ນ​ໄມ້, ພວກ​ເຂົາ​ຈະ​​ຖືກ​ຕ້ອນ​ຮັບ ເຂົ້າ​ເປັນ​ພັກ​ພວກ​ດຽວ​ກັນ ຂອງ​ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ​ນັ້ນ ແລະ ຖືກ​ສັນ​ລະ​ເສີນ​ສຳ​ລັບ​ການ​ຕັດ​ສິນ​ໃຈ, ຄວາມ​ຮູ້​ແຈ້ງ, ແລະ ການ​ມີ​ປະ​ສົບ​ການ​ໃນ​ຊີ​ວິດ​ຫລາຍ​ຂອງ​ພວກ​ເຂົາ.

ຈົ່ງ​ຢູ່​ໃນ​ເສັ້ນ​ທາງ

ເອື້ອຍ​ນ້ອງ​ແລະ ໝູ່​ເພື່ອນ​ທີ່​ຮັກ​ແພງ​ທັງ​ຫລາຍ, ຖ້າ​ຫາກ​ທ່ານ​ພົບ​ວ່າ ມັນ​ເປັນ​ສິ່ງ​ຫຍຸ້ງ​ຍາກ​ຫລາຍ​ທີ່​ຈະ​ຍຶດ​ຮາວ​ເຫລັກ​ໄວ້​ໃຫ້​ໝັ້ນ ແລະ ເດີນ​ໄປ​ຢ່າງ​ຊື່​ຕົງ ມຸ້ງ​ໜ້າ​ໄປ​ຫາ​ຄວາມ​ລອດ; ຖ້າ​ຫາກ​ສຽງ​ຫົວ ແລະ ຄຳ​ເວົ້າ​ເຍາະ​ເຍີ້ຍ​ຂອງ​ຄົນ​ອື່ນ ຜູ້​ເບິ່ງ​ຄື​ວ່າ ມີ​ຄວາມ​ໝັ້ນ​ໃຈ​ແທ້ໆ ເຮັດ​ໃຫ້​ທ່ານ​ຫວັ່ນ​ໄຫວ, ຖ້າ​ຫາກ​ທ່ານ​ບໍ່​ສະ​ບາຍ​ໃຈ ເພາະ​ບໍ່​ໄດ້​ຮັບ​ຄຳ​ຕອບ ຫລື ເພາະ​ຄຳ​ສອນ​ທີ່​ທ່ານ​ບໍ່​ເຂົ້າ​ໃຈ​ເທື່ອ, ຖ້າ​ຫາກ​ທ່ານ​ຮູ້​ສຶກ​ໂສກ​ເສົ້າ ເພາະ​ຄວາມ​ຜິດ​ຫວັງ, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ຈົ່ງ​ຈື່​ຈຳ​ຄວາມ​ຝັນ​ຂອງ​ລີໄຮ.

ຈົ່ງ​ຢູ່​ໃນ​ເສັ້ນ​ທາງ.

ຢ່າ​ປ່ອຍ​ຮາວ​ເຫລັກ—ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

ແລະ ເມື່ອ​ຄົນ​ໃດ​ພະ​ຍາ​ຍາມ​ເຮັດ​ໃຫ້​ທ່ານ​ອັບ​ອາຍ ເພາະ​ການ​ຮັບ​ສ່ວນ​ທີ່​ເປັນ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ຢ່າ​ຫົວ​ຊາ​ພວກ​ເຂົາ​ເລີຍ.

ຢ່າ​ລືມ​ວ່າ ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ; ພຣະ​ພອນ​ເຝົ້າ​ຄອຍ​ລໍ​ຖ້າ, ຫາກ​ເຮົາ​ຮຽນ​ເຮັດ​ຕາມ​ພຣະ​ບັນ​ຊາ ຈະ​ໄດ້​ຢູ່​ກັບ​ພຣະ​ອົງ​ອີກ!7

ຄຳ​ສັນ​ຍາ​ທີ່​ໂລກ​ບອກ​ວ່າ​ຈະ​ສັນ​ລະ​ເສີນ ແລະ ຮັບ​ຕ້ອນ​ເຮົາ​ນັ້ນ ເພິ່ງ​ອາ​ໄສ​ບໍ່​ໄດ້, ບໍ່​ຈິງ, ແລະ ໃນ​ທີ່​ສຸດ ບໍ່​ເປັນ​ທີ່​ພໍ​ໃຈ. ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ ເປັນ​ສິ່ງ​ແນ່ນອນ, ຈິງ​ແທ້, ແລະ ປິຕິ​ຍິນ​ດີ—ໃນ​ເວ​ລານີ້ ແລະ ຕະ​ຫລອດ​ການ.

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ ໃຫ້​ພິ​ຈາ​ລະ​ນາ​ສາດ​ສະ​ໜາ ແລະ ສັດ​ທາ ຈາກ​ມຸມ​ມອງ​ທີ່​ສູງ​ກວ່າ. ບໍ່​ມີ​ສິ່ງ​ໃດ​ທີ່​ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ​ສາ​ມາດ​ມອບ​ໃຫ້ ທີ່​ສາ​ມາດ​ປຽບ​ທຽບ​ໄດ້​ເທົ່າ​ກັບ​ໝາກ​ໄມ້​ຂອງ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ໄດ້.

ແນ່​ນອນ, “ສິ່ງ​ທີ່​ຕາ​ບໍ່​ເຫັນ, ຫູ​ບໍ່​ໄດ້​ຍິນ, ແລະ ສິ່ງ​ທີ່​ມະ​ນຸດ​ຄິດ​ບໍ່​ອອກ ແມ່ນ​ສິ່ງ​ນັ້ນ​ແຫລະ ທີ່​ພຣະ​ເຈົ້າ​ໄດ້​ຈັດ​ຕຽມ​ໄວ້ ໃຫ້​ແກ່​ຄົນ​ທັງ​ຫລາຍ​ທີ່​ຮັກ​ພຣະ​ອົງ.”8

ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ດ້ວຍ​ຕົວ​ເອງ ວ່າ​ເສັ້ນ​ທາງ​ຂອງ​ການ​ເປັນ​ສາ​ນຸ​ສິດ ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ເປັນ​ທາງ​ທີ່​ພາ​ໄປ​ສູ່​ຄວາມ​ຊື່ນ​ຊົມ. ມັນ​ເປັນ​ທາງ​ທີ່​ພາ​ໄປ​ສູ່​ຄວາມ​ປອດ​ໄພ ແລະ ສັນ​ຕິ​ສຸກ. ມັນ​ເປັນ​ທາງ​ທີ່​ພາ​ໄປ​ສູ່​ຄວາມ​ຈິງ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໂດຍ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ທ່ານ​ສາ​ມາດ​ຮຽນ​ຮູ້​ເຖິງ​ເລື່ອງ​ນີ້​ດ້ວຍ​ຕົວ​ເອງ.

ໃນ​ເວ​ລາ​ດຽວ​ກັນ, ຖ້າ​ຫາກ​ເສັ້ນ​ທາງ​ກັບ​ຫຍຸ້ງ​ຍາກ​ສຳ​ລັບ​ທ່ານ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ທ່ານ​ຈະ​ພົບ​ບ່ອນ​ຫລົບ​ໄພ ແລະ ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ຢູ່​ໃນ​ອົງ​ການ​ທີ່​ດີ​ເລີດ​ຂອງ​ສາດ​ສະ​ໜາ​ຈັກ—ປະ​ຖົມ​ໄວ, ຍິງ​ໜຸ່ມ, ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ. ອົງ​ການ​ເຫລົ່າ​ນີ້​ເປັນ​ປ້າຍ​ຊີ້​ບອກ​ທາງ, ໃນ​ບ່ອນ​ທີ່​ຊ່ວຍ​ທ່ານ​ໃຫ້​ໝັ້ນ​ໃຈ​ຫລາຍ​ຂຶ້ນ ແລະ ມີ​ສັດ​ທາ​ໃນ​ການ​ເດີນ​ທາງ​ຕໍ່​ໄປ. ອົງ​ການ​ເຫລົ່າ​ນີ້ ເປັນ​ບ້ານ​ທີ່​ປອດ​ໄພ, ບ່ອນ​ທີ່​ທ່ານ​ຈະ​ຮູ້​ສຶກ​ເປັນ​ພາກ​ສ່ວນ ແລະ ໄດ້​ຮັບ​ກຳ​ລັງ​ໃຈ​ຈາກ​ເອື້ອຍ​ນ້ອງ ແລະ ເພື່ອນ​ສາ​ນຸ​ສິດ​ດ້ວຍ​ກັນ.

ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ຮຽນ​ໃນ​ຊັ້ນ​ປະ​ຖົມ​ໄວ ຈະ​ຕຽມ​ພວກ​ເຈົ້າ​ສຳ​ລັບ​ຄວາມ​ຈິງ​ເພີ່ມ​ເຕີມ ທີ່​ພວກ​ເຈົ້າ​ຈະ​ໄດ້​ຮຽນ​ຢູ່​ຊັ້ນ​ຍິງ​ໜຸ່ມ. ເສັ້ນ​ທາງ​ຂອງ​ການ​ເປັນ​ສາ​ນຸ​ສິດ ທີ່​ພວກ​ເຈົ້າ​ໄດ້​ເດີນ​ໄປ​ໃນ​ຊັ້ນ​ຍິງ​ໜຸ່ມ ຈະ​ນຳ​ພາ​ພວກ​ເຈົ້າ​ໄປ​ຫາ​ການ​ເປັນ​ເພື່ອນ ແລະ ເປັນ​ເອື້ອຍ​ນ້ອງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ. ດ້ວຍ​ແຕ່​ລະ​ບາດ​ກ້າວ​ໃນ​ເສັ້ນ​ທາງ, ທ່ານ​ໄດ້​ຮັບ​ໂອ​ກາດ​ເພີ່ມ​ເຕີມ ທີ່​ຈະ​ສະ​ແດງ​ຄວາມ​ຮັກ​ຂອງ​ທ່ານ​ຕໍ່​ຄົນ​ອື່ນ ຜ່ານ​ທາງ​ການ​ກະ​ທຳ ທີ່​ເຫັນ​ອົກ​ເຫັນ​ໃຈດ້ວຍ​ສັດ​ທາ, ຄວາມ​ໃຈ​ບຸນ, ຄຸນ​ນະ​ທຳ, ແລະ ການ​ຮັບ​ໃຊ້.

ການ​ເລືອກ​ເສັ້ນ​ທາງແຫ່ງ​ການ​ເປັນ​ສາ​ນຸ​ສິດນີ້ ຈະນຳ​ໄປ​ສູ່​ຄວາມ​ສຸກ ແລະ ຄວາມ​ເພິ່ງ​ພໍ​ໃຈ ຂອງ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ​ຂອງ​ທ່ານ.

ມັນ​ບໍ່​ເປັນ​ເລື່ອງ​ງ່າຍ. ມັນ​ຈະ​ຮຽກ​ຮ້ອງ​ຄວາມ​ສາ​ມາດ​ທັງ​ໝົດ​ຂອງ​ທ່ານ—ຄວາມ​ຮູ້​ແຈ້ງ, ສັດ​ທາ, ຄຸນ​ນະ​ທຳ, ພະ​ລັງ, ຄວາມ​ຕັ້ງ​ໃຈ, ແລະ ຄວາມ​ຮັກ​ທັງ​ໝົດ​ຂອງ​ທ່ານ. ແຕ່​ມື້​ໜຶ່ງ​ທ່ານ​ຈະ​ຫວນ​ຄິດ​ຄືນ​ຫລັງ​ເບິ່ງ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ, ແລະ ໂອ້, ທ່ານ​ຈະ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ​ຂະ​ໜາດ​ໃດ ທີ່​ທ່ານ​ໄດ້​ຍຶດ​ໝັ້ນ, ທີ່​ທ່ານ​ບໍ່​ໄດ້​ໜີ​ໄປ​ຈາກ​ເສັ້ນ​ທາງ.

ຈົ່ງ​ດຳ​ເນີນ​ຕໍ່​ໄປ

ອາດ​ມີ​ຫລາຍ​ສິ່ງ​ກ່ຽວ​ກັບ​ຊີ​ວິດ​ທີ່​ເກີນ​ກວ່າ​ທ່ານ​ຈະ​ຄວບ​ຄຸມ​ໄດ້. ແຕ່​ໃນ​ທີ່​ສຸດ, ທ່ານ​ຈະ​ມີ​ພະ​ລັງ​ທີ່​ຈະ​ເລືອກ​ທັງ​ຈຸດ​ໝາຍ​ປາຍ​ທາງ ແລະ ປະ​ສົບ​ການ​ຂອງ​ທ່ານ ຢູ່​ໃນ​ເສັ້ນ​ທາງ. ມັນ​ບໍ່​ໄດ້​ກ່ຽວ​ຂ້ອງ​ກັບ​ຄວາມ​ສາ​ມາດ​ຂອງ​ທ່ານ, ແຕ່​ແມ່ນ​ການ​ເລືອກ​ທີ່​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ຊີ​ວິດ​ຂອງ​ທ່ານ.9

ຢ່າ​ປ່ອຍ​ໃຫ້​ສະ​ພາບ​ການ​ເຮັດ​ໃຫ້​ທ່ານ​ໂສກ​ເສົ້າ.

ຢ່າ​ປ່ອຍ​ໃຫ້​ມັນ​ເຮັດ​ໃຫ້​ທ່ານ​ໃຈ​ຮ້າຍ.

ທ່ານ​ສາ​ມາດ​ປິ​ຕິ​ຍິນ​ດີ ທີ່​ທ່ານ​ເປັນ​ທິ​ດາ​ຂອງ​ພຣະ​ເຈົ້າ. ທ່ານ​ສາ​ມາດ​ພົບ​ຄວາມ​ຊື່ນ​ຊົນ ແລະ ຄວາມ​ສຸກ​ໄດ້ ໃນ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ແລະ ໃນ​ຄວາມ​ຮັກ​ຂອງ​ພຣະ​ເຢຊູ​ຄຣິດ.

ທ່ານ​ສາ​ມາດ​ເບີກ​ບານ​ໄດ້.

ຂ້າ​ພະ​ເຈົ້າ​ຂໍ​ຊັກ​ຊວນ​ທ່ານ ຈົ່ງ​ເຮັດ​ໃຫ້​ໃຈ​ຂອງ​ທ່ານ​ເຕັມ​ໄປ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຢ່າງ​ລົ້ນ​ເຫລືອ ແລະ ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ເຈົ້າ. ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ທ່ານ​ສາ​ມາດ​ເຮັດ​ສິ່ງນີ້​ໄດ້! ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ​ວ່າ ທ່ານ​ຈະ​ເລືອກ​ທີ່​ຈະ​ກ້າວ​ເດີນ​ຕໍ່​ໄປ ມຸ້ງ​ໜ້າ​ໄປ​ຫາ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທ່ານ​ຈະ​ເລືອກ​ທີ່​ຈະ​ເປັ່ງ​ສຽງ ເຮັດ​ໃຫ້​ຊີ​ວິດ​ຂອງ​ທ່ານ ເປັນ​ສຽງ​ເພງ​ສັນ​ລະ​ເສີນ, ປິ​ຕິ​ຍິນ​ດີ ໃນ​ສິ່ງ​ທີ່​ເປັນຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ໃນ​ຄວາມ​ມະ​ຫັດ​ສະ​ຈັນ ຂອງ​ສາດ​ສະ​ໜາ​ຈັກ,​ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ສາ​ມາດ​ນຳ​ມາ​ໃຫ້​ແກ່​ໂລກ.

ເພງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ ອາດ​ບໍ່​ມ່ວນ​ອອນ​ຊອນ ຫລື ແມ່ນ​ແຕ່​ດັງ​ເກີນ​ໄປ​ສຳ​ລັບ​ບາງ​ຄົນ. ມັນ​ກໍ​ເປັນ​ແບບ​ນີ້​ມາ​ແຕ່​ດຶກ​ດຳ​ບັນ​ແລ້ວ.

ແຕ່​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ຕໍ່​ຄົນ​ທີ່​ຮັກ ແລະ ໃຫ້​ກຽດ​ພຣະ​ອົງ, ມັນ​ເປັນ​ເພງ​ທີ່​ມີ​ຄ່າ​ປະ​ເສີດ​ລ້ຳ ແລະ ສວຍ​ງາມ​ທີ່​ສຸດ—ເລິກ​ຊຶ້ງ ແລະ ສັກ​ສິດ​ເຖິງ​ຄວາມ​ຮັກ​ທີ່​ໄຖ່ ແລະ ການ​ຮັບ​ໃຊ້​ຕໍ່​ພຣະ​ເຈົ້າ ແລະ ເພື່ອນ​ມະ​ນຸດ.10

ຂ້າ​ພະ​ເຈົ້າ​ຂໍ​ມອບ​ພອນ​ໃຫ້​ແກ່​ທ່ານ ໃນ​ຖາ​ນະ​ທີ່​ເປັນ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ວ່າ​ທ່ານ​ຈະ​ພົບ​ຄວາມ​ເຂັ້ມ​ແຂງ ແລະ ກ້າ​ຫານ ແລະ ເຕີບ​ໂຕດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ຖາ​ນະ​ທີ່​ເປັນ​ທິ​ດາ​ຂອງ​ພຣະ​ເຈົ້າ ໃນ​ຂະ​ນະ​ທີ່​ເດີນ​ໄປ​ທຸກ​ວັນ​ດ້ວຍ​ຄວາມ​ເຕັມ​ໃຈ ໃນ​ເສັ້ນ​ທາງ​ທີ່​ຮຸ່ງ​ເຫລື້ອມ ຂອງ​ການ​ເປັນ​ສາ​ນຸ​ສິດ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.