​2010–2019
ຂ້າແດ່ພຣະຜູ້ເປັນເຈົ້າ ຂໍໂຜດເຮັດໃຫ້ຕາຂ້ານ້ອຍເຫັນຮຸ່ງແດ່ທ້ອນ
ເດືອນ​ຕຸລາ 2017


ຂ້າແດ່ພຣະຜູ້​ເປັນເຈົ້າ ຂໍໂຜດເຮັດ​ໃຫ້ຕາຂ້ານ້ອຍ​ເຫັນຮຸ່ງແດ່ທ້ອນ

ເຮົາຕ້ອງມອງ​ເບິ່ງຄົນອື່ນ​ເໝືອນດັ່ງ​ພຣະຜູ້ຊ່ວຍ​ໃຫ້ລອດມອງເບິ່ງ.

The Lion King ແມ່ນໜັງກາຕູນ​ທີ່ເລົ່າເລື່ອງ​ກ່ຽວກັບຊີວິດ​ສັດຢູ່​ທະວີບ​ອາຟຣິກາ. ຫລັງຈາກ​ພະ​ຍາສິງ​ໄດ້ຕາຍໃນ​ຂະນະທີ່​ຮັກສາຊີວິດ​ຂອງລູກຊາຍ​ໄວ້, ເຈົ້າຊາຍ​ສິງໜຸ່ມນ້ອຍໂຕນັ້ນ​ໄດ້ຖືກ​ເນລະເທດ ໃນ​ຂະ​ນະ​ທີ່​ຜູ້​ປົກ​ຄອງ​ທີ່ ໃຊ້​ອຳ​ນາດ ທຳ​ລາຍ​ຄວາມ​ສົມ​ດູນ​ຂອງອາ​ນາ​ຈັກ. ເຈົ້າ​ຊາຍ​ສິງ ໄດ້​ຍຶດ​ເອົາ​​ອາ​ນາ​ຈັກ​ຄືນ ຜ່ານ​ຄວາມ​ຊ່ວຍ​ເຫລືອ​ຂອງ​ນາຍ​ຄູ. ລາວ​ໄດ້​ເຫັນ​ແຈ້ງ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະຕ້ອງ​ຮັກ​ສາ​ອາ​ນາ​ຈັກ​ໄວ້​ໃຫ້​ດີ ສຳ​ລັບ​ຄວາມ​ສົມ​ດູນ​ຂອງວົງ​ວຽນ​ແຫ່ງ​ຊີ​ວິດ. ເມື່ອ​ໄດ້​ຂຶ້ນ​ເປັນ​ກະ​ສັດ​ແລ້ວ, ເຈົ້າຊາຍສິງໄດ້​ເຮັດ​ຕາມ ຄຳ​ແນະ​ນຳ ໃຫ້ “ມອງເບິ່ງ​ໄກກວ່າ​ທີ່ຕາເຫັນ.”1

ເມື່ອ​ເຮົາ​ຮຽນ​ຮູ້​ທີ່​ຈະ​ກາຍ​ເປັນ​ຜູ້​ສືບ​ທອດ​ມູນມໍ​ລະ​ດົກ​ທັງ​ໝົດ​ທີ່​ພຣະ​ບິ​ດາ, ພຣະ​ກິດ​ຕິ​ຄຸນ​ສອນ​ເຮົາ​ໃຫ້​ມອງ​ເບິ່ງ​ໄກ​ກວ່າ​ທີ່​ເຮົາ​ເຫັນ. ທີ່ຈະມອງເບິ່ງໄກກວ່າ​ທີ່ເຮົາເຫັນນັ້ນ, ເຮົາຕ້ອງມອງເບິ່ງ​ຄົນອື່ນເໝືອນດັ່ງ​ພຣະຜູ້ຊ່ວຍໃຫ້ລອດ​ມອງເບິ່ງ. ດາງ​ຂອງພຣະກິດຕິຄຸນ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ທີ່​ແຕກ​ຕ່າງ​ກັນ. ເຮົາກໍບໍ່ສາມາດ​ເຂົ້າໃຈໄດ້​ກ່ຽວ​ກັບການເລືອກ ແລະ ເບື້ອງຫລັງ​ຂອງຜູ້​ຄົນໃນໂລກ, ໃນໂບດ, ແມ່ນແຕ່ໃນ​ຄອບຄົວ​ຂອງເຮົາເອງ, ເພາະວ່າສ່ວນຫລາຍ​ແລ້ວ ເຮົາບໍ່ມີຂໍ້ມູນ​ທັງໝົດກ່ຽວກັບ​ຜູ້ຄົນດັ່ງກ່າວ. ເຮົາຕ້ອງມອງເບິ່ງໄກ​ກວ່າ​ການ​ສັນ​ນິ​ຖານ​ແບບ​ງ່າຍໆ ແລະ ການຄິດ​ວ່າ​ເປັນ​ແບບ​ດຽວ​ກັນ​ໝົດ ແລ້ວຕ້ອງ​ຂະ​ຫຍາຍ​ແວ່ນອັນເລັກນ້ອຍ​ຂອງປະສົບການ​ຂອງເຮົາເອງ​ອອກໃຫ້ກວ້າງກວ່າ​ເກົ່າ.

ຕາຂອງຂ້າພະເຈົ້າ​ໄດ້ເປີດເພື່ອ “ມອງເບິ່ງ​ໄກກວ່າທີ່​ຂ້າພະເຈົ້າສາມາດ​ຫລຽວເຫັນໄດ້” ຕອນທີ່ຂ້າພະເຈົ້າ​ໄດ້ຮັບໃຊ້​ເປັນປະທານ​ເຜີຍ​ແຜ່. ມີແອວເດີໜຸ່ມ​ຄົນ​ໜຶ່ງ​ທີ່ ໄດ້​ມາ​ຫາ ດ້ວຍ​ແວວ​ຕາ​ທີ່ຫວາດຫວັ່ນຫລາຍ. ເມື່ອພວກເຮົາ​ໄດ້ພົບກັນ​ເພື່ອສຳພາດ ລາວໄດ້ເວົ້າຢ່າງ​ທໍ້ຖອຍ​ໃຈວ່າ, “ຂ້ານ້ອຍຢາກ​ກັບເມືອບ້ານ.” ຂ້າພະເຈົ້າຄິດ​ໃນໃຈວ່າ, “ເຮົາສາມາດ​ແກ້ໄຂໄດ້.” ຂ້າພະເຈົ້າໄດ້​ແນະນຳລາວ​ໃຫ້ເຮັດວຽກ​ຢ່າງພາກພຽນ ແລະ ໃຫ້ອະທິຖານ​ກ່ຽວກັບເລື່ອງນີ້ ເປັນເວລາ​ໜຶ່ງອາທິດ ແລ້ວໃຫ້ໂທມາ​ຫາຂ້າພະເຈົ້າ. ອີກໜຶ່ງອາທິດ ລາວໄດ້ໂທ​ມາທັນ​ທີ. ລາວຍັງຢາກ​ກັບເມືອບ້ານ. ຂ້າພະເຈົ້າໄດ້​ແນະນຳລາວ​ອີກ​ວ່າໃຫ້ອະທິຖານ ໃຫ້ເຮັດວຽກ​ຢ່າງພາກພຽນ ແລ້ວໂທມາຫາ​ຂ້າພະເຈົ້າອີກ​ຫລັງ​ຈາກໜຶ່ງອາທິດ. ຕອນທີ່ພວກເຮົາ​ສຳພາດກັນອີກ ກໍບໍ່ໄດ້ປ່ຽນໄປເລີຍ. ລາວ​ຕັ້ງໃຈທີ່​ຈະກັບເມືອບ້ານ.

ຂ້າພະເຈົ້າບໍ່ຢາກ​ຍອມໃຫ້ລາວເມືອ. ສະນັ້ນຂ້າພະເຈົ້າ​ຈຶ່ງໄດ້​ເລີ່ມສອນລາວ ກ່ຽວກັບ​ຄວາມສັກສິດ​ຂອງ​ການ​ເອີ້ນຂອງລາວ. ຂ້າພະເຈົ້າໄດ້​ຊຸກຍູ້ລາວໃຫ້ “ລືມ [ຕົວ​ລາວ​ເອງ] ແລ້ວອອກໄປ​ເຮັດວຽກ.”2 ບໍ່ວ່າຂ້າພະເຈົ້າ​ໄດ້ແນະນຳ​ຢ່າງໃດກໍຕາມ, ແຕ່ລາວບໍ່​ໄດ້ປ່ຽນໃຈ. ໃນ​ທີ່ສຸດ​ຂ້າພະເຈົ້າ​ນຶກ​ໄດ້ວ່າ ຂ້າພະເຈົ້າເອງ​ອາດບໍ່ເຂົ້າໃຈ​ເລື່ອງທັງໝົດ. ທັນທີຂ້າພະເຈົ້າ​ໄດ້ຮັບ​ການດົນໃຈ​ໃຫ້ຖາມລາວວ່າ: “ແອວເດີ ແມ່ນຫຍັງ​ທີ່​ຍາກສຳ​ລັບເຈົ້າ?” ຄຳ​ເວົ້າ​ຂອງ​ລາວ ໄດ້​ສຽບແທງ​ເຂົ້າ​ໄປ​ໃນ​ໃຈຂ້າພະເຈົ້າວ່າ: “ທ່ານປະທານ ຂ້ານ້ອຍ​ອ່ານບໍ່ໄດ້.”

ຄຳແນະນຳ​ອັນມີປັນຍາ​ທີ່ຂ້າພະເຈົ້າ​ຄິດແມ່ນສຳຄັນ​ສຳ​ລັບ​ລາວ ບໍ່ມີປະໂຫຍດອັນ​ໃດເລີຍສຳລັບ​ຄວາມຕ້ອງການ​ຂອງລາວ. ສິ່ງທີ່ລາວ​ຕ້ອງການ​ຫລາຍທີ່ສຸດ ແມ່ນໃຫ້ຂ້າພະເຈົ້າ​ມອງເບິ່ງ​ຫລາຍກວ່າ ການວິຈານ​ອັນໄວໆ ຂອງຂ້າພະເຈົ້າເອງ ແລະ ຍອມໃຫ້​ພຣະວິນຍານ​ຊ່ວຍຂ້າພະເຈົ້າ ໃຫ້ເຂົ້າໃຈ​ສິ່ງທີ່ແອວເດີ​ຄົນນີ້ເປັນຫ່ວງ​ອີຫລີ. ລາວ​ຢາກ​ໃຫ້​ຂ້າ​ພະ​ເຈົ້າ​ເບິ່ງ​ລາວ​ໃຫ້​ຖືກ​ຕ້ອງ ແລະ ໃຫ້​ເຫດ​ຜົນ​ສຳ​ລັບ​ຄວາມ​ຫວັງ. ແຕ່ຂ້າພະເຈົ້າ​ໄດ້ເຮັດຄືກັບ​ວ່າ ຕົວ​ເອງ​ເປັນ​ຫີນ​ທຸບ​ກ້ອນໃຫຍ່. ແອວເດີ​ທີ່ກ້າຫານ​ຄົນນີ້ ໄດ້ຮຽນອ່ານ ແລະ ໄດ້ກາຍເປັນ​ສານຸສິດ​ທີ່ບໍລິສຸດ​ຂອງພຣະເຢຊູຄຣິດ. ລາວໄດ້ເປີດຕາ​ຂອງຂ້າພະເຈົ້າ​ຕໍ່ຄຳຂອງພຣະຜູ້ເປັນເຈົ້າ​ທີ່ວ່າ: “ມະນຸດເບິ່ງ​ພາຍນອກ ແຕ່ເຮົາເບິ່ງ​ພາຍໃນຈິດໃຈ” (1 ຊາມູເອນ 16:7).

ຊ່າງ​ເປັນ​ພອນ​ແທ້ໆ ເມື່ອ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ເຮັດ​ໃຫ້​ເຮົາ​ເຫັນ​ຢ່າງກວ້າງ​ໄກ. ທ່ານຈື່ຈຳເລື່ອງ​ກ່ຽວ​ກັບສາດສະດາ​ເອລີຊາ, ທີ່ຕື່ນນອນ ແລະ ພົບວ່າ ກອງທັບຊີເລຍ ຢູ່ອ້ອມເມືອງ​ໂດຍມີມ້າ ແລະ ລົດມ້າ​ຫລາຍໆຕົວໄດ້ບໍ? ຄົນຮັບໃຊ້​ຂອງເພິ່ນ​ກໍຢ້ານ ແລະ ຖາມເອລີຊາວ່າ ເຂົາ​ເຈົ້າຈະເຮັດ​ຈັ່ງໃດໃນ​ສະຖານະການ​ທີ່ເສຍປຽບ​ຢ່າງນັ້ນ. ເອລີຊາບອກ​ໃຫ້ລາວບໍ່​ຕ້ອງກັງວົນ, ໂດຍໃຊ້ຄຳ​ທີ່ໜ້າຈື່ຈຳ​ໄດ້ວ່າ: ”ຝ່າຍຂອງ​ພວກເຮົາ ມີຫລາຍກວ່າ​ຝ່າຍຂອງພວກເຂົາ” (2 ກະສັດ 6:16). ຄົນຮັບໃຊ້​ບໍ່ເຂົ້າ​ໃຈສິ່ງ​ທີ່ສາດສະດາ​ໄດ້ເວົ້າໄປນັ້ນ. ລາວບໍ່ສາມາດ​ມອງເບິ່ງຫລາຍກວ່າ​ທີ່ລາວເຫັນໄດ້. ແຕ່ເອລີຊາ​ໄດ້ເຫັນກຸ່ມ​ທູດສະຫວັນ​ເປັນກອງຮ້ອຍ​ຕຽມພ້ອມແລ້ວ ເພື່ອສູ່ຮົບແທນ​ຜູ້ຄົນຂອງ​ສາດສະດາ. ດັ່ງນັ້ນ ເອລີຊາ​ກໍອະທິຖານ​ຂໍໃຫ້ພຣະຜູ້ເປັນເຈົ້າ ເປີດຕາຄົນ​ຮັບໃຊ້ຂອງເພິ່ນ, ແລະ “ລາວໄດ້ເຫັນຝູງມ້າ ລົດຮົບໄຟ​ເຕັມຢູ່ເທິງພູ ກຳລັງລ້ອມ​ເອລີຊາຢູ່” (2 ກະສັດ 6:17).

ຮູບ​ພາບ
ເອລີຊາ ແລະ ກອງ​ທັບ​ທູດ​ສະ​ຫວັນ

ຫລາຍເທື່ອເຮົາມັກ​ແຍກຕົວເຮົາ​ອອກຈາກຄົນອື່ນ ຍ້ອນຄວາມແຕກຕ່າງ​ທີ່ເຮົາເຫັນ. ເຮົາຮູ້ສຶກ​ສະບາຍໃຈ​ນຳຄົນທີ່ຄິດ, ເວົ້າ, ແຕ່ງຕົວ, ແລະ ປະພຶດ​ຄື​ກັນກັບເຮົາ ແລະ ຮູ້ສຶກບໍ່ສະບາຍໃຈ​ນຳຄົນທີ່ມາ​ຈາກຕ່າງສະຖາ​ນະການ ຫລື ມີເບື້ອງຫລັງ​ທີ່ແຕກຕ່າງ. ທີ່ຈິງແລ້ວ ເຮົາໝົດທຸກຄົນ​ມາຈາກປະເທດ​ຕ່າງໆ ແລະ ເວົ້າພາສາຕ່າງໆ ແມ່ນບໍ? ເຮົາໝົດທຸກຄົນ​ມອງເບິ່ງໂລກຜ່ານ​ຄວາມຈຳກັດ​ອັນໃຫຍ່ຍິ່ງ ຈາກປະສົບການ​ສ່ວນ​ຕົວ​ຂອງເຮົາ​ເອງ​ແມ່ນບໍ? ເພາະບາງຄົນເຫັນ ແລະ ເວົ້າ ດ້ວຍຕາ​ທາງວິນຍານ, ເໝືອນດັ່ງ​ສາດສະດາ​ເອລີຊາ, ແລະ ອີກບາງຄົນເຫັນ ແລະ ສື່ສານກັນ ຕາມ​ສິ່ງ​ທີ່​ຕາ​ເຫັນ, ເໝືອນຂ້າພະເຈົ້າ​ໄດ້ເຮັດນຳ ຜູ້ສອນ​ສາດສະໜາ​ຄົນນັ້ນ ທີ່ອ່ານບໍ່ໄດ້.

ເຮົາຢູ່ໃນໂລກ​ທີ່ມັກປຽບທຽບ, ເອີ້ນປະນາມ, ແລະ ວິຈານ. ແທນ​ທີ່​ຈະ​ເບິ່ງ​ຜ່ານ​ແວ່ນ​ຂອງ​ສັງ​ຄົມ​ສື່​ສານ, ພວກເຮົາຄວນ​ເບິ່ງພາຍໃນ ເພື່ອຫາຄຸນນະທຳ​ແຫ່ງພຣະເຈົ້າ ຊຶ່ງເຮົາທຸກຄົນມີຢູ່. ຄຸນນະທຳ ແລະ ຄວາມປາດຖະໜາ​ດັ່ງກ່າວນີ້ ບໍ່ສາມາດ​ຕິດໄວ້ໃນ Pinterest ຫລື ຢູ່ໃນ Instagram.

ການຍອມຮັບ ແລະ ຮັກຄົນອື່ນ ບໍ່ໝາຍຄວາມວ່າ ພວກເຮົາຕ້ອງຍອມ​ຮັບເອົາຄວາມຄິດ​ຂອງເຂົາ​ເຈົ້າ. ທີ່​ຈິງ​ແລ້ວ, ຄວາມແທ້ຈິງຍ່ອມ​ຕ້ອງການຄວາມຈົງຮັກ​ພັກດີອັນສູງສຸດ​ຂອງພວກເຮົາ ແຕ່ມັນບໍ່ຄວນ​ເປັນສິ່ງທີ່ກີດກັນ​ຄວາມເປັນຄົນດີ. ການຮັກຄົນອື່ນ​ຢ່າງແທ້ຈິງ ຕ້ອງຍອມຮັບ​ຄວາມພະຍາຍາມສຸດ​ຂີດ​ຂອງ​ເຂົາ​ເຈົ້າ ຜູ້ຊຶ່ງມີປະສົບການ ແລະ ມີຄວາມຈຳກັດ ທີ່ພວກເຮົາອາດບໍ່​ຮູ້​ຈັກ​ໝົດ​ທຸກ​ຢ່າງ. ການມອງເບິ່ງ​ໄກກວ່າທີ່ເຮົາເຫັນໄດ້ ຮຽກ​ຮ້ອງຄວາມຕັ້ງໃຈ​ທີ່​ຈະເອົາໃຈໃສ່​ຕໍ່ພຣະຜູ້ຊ່ວຍໃຫ້ລອດ.

ຮູບ​ພາບ
ລົດ​ສີ່​ລໍ້

ໃນວັນທີ 28 ເດືອນພະຈິກ, 2016 ທ້າວໂບ ຣິຊີ ອາຍຸ 16 ປີ, ແລະ ໝູ່ລາວ ທ້າວອໍຊຕິນ ໄດ້ຢູ່​ໃນທົ່ງໃຫຍ່ຂອງ​ຄອບຄົວຢູ່ລັດ ໂຄໂລຣາໂດ. ທ້າວໂບ ແລະ ທ້າວອໍຊຕິນ ໄດ້ຂຶ້ນລົດສີ່ລໍ້​ຢ່າງຕື່ນເຕັ້ນ ຄິດວ່າຈະມີວັນ​ພະຈົນໄພ. ເຂົາເຈົ້າບໍ່ໄດ້ໄປ​ໄກເທົ່າໃດ ເມື່ອໄດ້ຜະເຊີນ​ກັບເຫດການ​ອັນຕະລາຍ, ແລະ ໃນທັນໃດນັ້ນ ມີໄພອຸບັດເຫດ​ເກີດຂຶ້ນ. ລົດທີ່ທ້າວໂບຂັບໄປ ໄດ້ພິກຂວ້າມທັນທີ ທັບທ້າວໂບໄວ້ກ້ອງລົດ ທີ່ໜັກວ່າ 400 ປອນ (180 ກິ​ໂລ). ເມື່ອທ້າວອໍຊຕິນ ໝູ່ທ້າວໂບ ໄປຮອດແລ້ວ ລາວເຫັນທ້າວໂບ​ກຳລັງດິ້ນລົນ​ເພື່ອໄວ້ຊີວິດ​ຂອງຕົນ. ໂດຍສຸດກຳລັງ​ຂອງຕົວ ລາວໄດ້ພະຍາຍາມ​ຍົກລົດຂຶ້ນ​ຈາກໝູ່ລາວ. ລົດບໍ່ໄດ້​ຂະຫຍັບເລີຍ. ລາວໄດ້ອະທິຖານ​ເພື່ອທ້າວໂບ ແລ້ວໄດ້ໄປ​ຫາ​ຄົນ​ມາຊ່ວຍ. ພະນັກງານ​ສຸກເສີນໄດ້ມາ, ແຕ່ບໍ່ຫລາຍຊົ່ວໂມງ​ຕໍ່ໄປທ້າວໂບ​ໄດ້ເສຍ​ຊີ​ວິດ. ລາວ​ໄດ້​ຖືກ​ປົດ​ປ່ອຍ​ຈາກ​ຊີ​ວິດ​ມະ​ຕະ​ນີ້.

ພໍ່ແມ່ລາວ​ມາຮອດ ມີໃຈເສົ້າໂສກ​ຂະໜາດ. ຂະນະທີ່ເຂົາເຈົ້າ​ຢືນ​ຢູ່​ໃນໂຮງໝໍ​ນ້ອຍໆ ຢູ່ນຳເພື່ອນສະ​ໜິດ ແລະ ຄົນ​ໃນ​ຄອບ​ຄົວຂອງທ້າວໂບ, ກໍມີຕຳຫລວດ​ຄົນໜຶ່ງ​ເຂົ້າມາໃນຫ້ອງ ແລະ ເອົາໂທລະສັບມືຖື​ຂອງທ້າວໂບ​ໃຫ້ແມ່ລາວ. ຂະນະທີ່ແມ່​ຈັບໂທລະສັບຢູ່ ກໍມີສຽງສັນຍານດັງ​ຂຶ້ນ. ແມ່ເປີດໂທລະສັບ ແລະ ໄດ້ເຫັນຂໍ້​ຄວາມສັນຍານ​ປະຈຳວັນ​ຂອງທ້າວໂບ. ແມ່ໄດ້ອ່ານ​ຂໍ້​ຄວາມທີ່​ລູກຊາຍໄວ​ໜຸ່ມທີ່ມັກມ່ວນ, ມັກພະຈົນໄພ, ໄດ້ຕັ້ງໄວ້​ເພື່ອອ່ານທຸກມື້. ຂໍ້​ຄວາມອ່ານວ່າ, “ຈົ່ງຈື່​ຈຳທີ່​ຈະເອົາພຣະເຢຊູຄຣິດ​ເປັນຈຸດ​ໃຈ​ກາງ​ຂອງຊີວິດເຈົ້າມື້ນີ້.”

ການເອົາໃຈໃສ່​ຕໍ່ພຣະຜູ້ໄຖ່​ຂອງທ້າວໂບ ບໍ່ໄດ້ລົດ​ຄວາມເສົ້າໂສກ​ຂອງຄອບຄົວ​ທີ່ຮັກຂອງ​ລາວລົງເລີຍ. ແຕ່ມັນ​ໄດ້​ໃຫ້​ຄວາມ​ຫວັງ ແລະ ຄວາມ​ໝາຍອັນ​ຍິ່ງ​ໃຫຍ່​ຕໍ່​ຊີ​ວິດ ແລະ ການ​ເລືອກ​ຊີ​ວິດ​ຂອງທ້າວໂບ. ມັນຊ່ວຍຄອບຄົວ ແລະ ໝູ່ເພື່ອນຂອງລາວ ໃຫ້ມອງເບິ່ງ​ໄກກວ່າ​ຄວາມໂສກເສົ້າ ຍ້ອນການຕາຍ​ຂອງລາວ ແລະ ໃຫ້ເບິ່ງຄວາມແທ້ຈິງ​ອັນຊື່ນຊົມຍິນດີ​ໃນຊີວິດຕໍ່ໄປ. ມັນເປັນຄວາມເມດຕາ​ອ່ອນ​ນ້ອມ​ຫລາຍສຳລັບ​ພໍ່ແມ່​ຂອງທ້າວໂບ ທີ່ສາມາດເຫັນ​ຜ່ານຕາຂອງ​ລູກຊາຍ ເຖິງສິ່ງທີ່ລູກ​ຮັກຫລາຍທີ່ສຸດ.

ໃນຖານະເປັນ​ສະມາຊິກຂອງ​ສາດສະໜາຈັກ, ພວກເຮົາໄດ້ຮັບ​ພອນທີ່ມີສັນຍານ​ສ່ວນຕົວທາງວິນຍານ ທີ່ເຕືອນພວກເຮົາ​ຕອນທີ່ພວກເຮົາ​ກຳລັງເບິ່ງ ດ້ວຍຕາທີ່​ເປັນມະຕະ​ເທົ່ານັ້ນ ໄກຈາກຄວາມລອດ. ພິທີສິນລະລຶກ​ແມ່ນສັນຍານ​ເຕືອນປະຈຳ​ອາທິດຂອງພວກເຮົາ ເພື່ອ​ໃຫ້ເອົາໃຈໃສ່​ຕໍ່ພຣະເຢຊູຄຣິດ​ເລື້ອຍໆ ເພື່ອພວກເຮົາ​ຈະລະນຶກເຖິງ​ພຣະອົງຕະຫລອດເວລາ ເພື່ອພວກເຮົາ​ຈະມີພຣະວິນຍານ​ຂອງພຣະອົງຢູ່ດ້ວຍ​ຕະຫລອດເວລາ (ເບິ່ງ D&C 20:77). ແຕ່ບາງເທື່ອ​ພວກເຮົາເມີນເສີຍ​ຈາກຄວາມຮູ້ສຶກ​ແຫ່ງສັນຍານ. ເມື່ອພວກເຮົາ​ມີພຣະເຢຊູ​ເປັນຈຸດ​ໃຈກາງ​ໃນ​ຊີວິດພວກເຮົາ, ພຣະອົງຈະ​ເຮັດໃຫ້ຕາ​​ຂອງພວກເຮົາເບີດ ເພື່ອເຫັນຄວາມເປັນໄປໄດ້​ທີ່ໃຫຍ່ກວ່າ ເກີນກວ່າ​ທີ່ພວກເຮົາ​ຈະ​ສາ​ມາດ​ເຂົ້າ​ໃຈ​ໄດ້​ດ້ວຍ​ຕົວ​ເອງ.

ຂ້າພະເຈົ້າໄດ້​ຮັບຈົດໝາຍທີ່​ໜ້າສົນໃຈ​ກ່ຽວກັບ​ສັນຍານທີ່​ປົກປ້ອງຢ່າງໜຶ່ງ ຊຶ່ງນາງຄົນໜຶ່ງ​ທີ່ສັດຊື່ໄດ້ຮັບ. ນາງບອກ​ຂ້າພະເຈົ້າວ່າ ໃນການ​ພະຍາຍາມ​ຊ່ວຍຜົວນາງ​ໃຫ້ເຂົ້າໃຈ​ເຖິງຄວາມຮູ້ສຶກ​ຂອງນາງ, ນາງໄດ້ເລີ່ມ​ຈົດ​ສິ່ງ​ທີ່​ຜົວ​ຂອງ​ນາງ​ເຮັດ​ກວນ​ໃຈ​ນາງ ໄວ້​ໃນ​ມື​ຖື. ນາງຄິດວ່າ ເມື່ອມີໂອກາດ​ເໝາະສົມ ນາງຈະມີ​ຫລັກ​ຖານຂຽນໄວ້ແລ້ວ ເພື່ອບອກ​ຜົວ ຊຶ່ງອາດເຮັດ​ໃຫ້ຜົວ​ຂອງ​ນາງຢາກ​ປ່ຽນ. ແຕ່ຕອນທີ່ນາງ​ຮັບສິນລະລຶກ​ໃນວັນອາທິດ ແລະ ໂດຍທີ່ເອົາໃຈໃສ່​ຕໍ່ການຊົດໃຊ້ ຂອງພຣະຜູ້ຊ່ວຍ​ໃຫ້ລອດ ນາງໄດ້ຮັບຮູ້ວ່າ ການຂຽນຄວາມຮູ້ສຶກ​ທີ່ບໍ່ດີກ່ຽວກັບ​ຜົວນາງໄວ້ ໄດ້ຂັບໄລ່​ພຣະວິນຍານ​ໃຫ້ອອກໄປ ແລະ ຈະບໍ່ປ່ຽນຜົວເລີຍ.

ສັນຍານທາງ​ວິນຍານໄດ້ດັງ​ຢູ່ໃນໃຈນາງ ຊຶ່ງບອກວ່າ: “ປ່ອຍມັນໄປ; ປ່ອຍ​ທັງ​ໝົດ​ໄປ. ລຶບ​ມັນ​ຖິ້ມ​ໝົດ. ມັນຊ່ວຍບໍ່​ໄດ້ດອກ.” ນາງໄດ້ຂຽນ, ແລະ ນີ້​ຄື​ຖ້ອຍ​ຄຳ​ຂອງ​ນາງ: “ຂ້າ​ນ້ອຍ​ໄດ້ຢຸດຢູ່ດົນເຕີບ ກ່ອນຂ້ານ້ອຍ​ໄດ້​ກົດ ‘ເລືອກໝົດ’ ແລະ ດົນກວ່ານັ້ນ​ອີກ ກ່ອນ​ກົດ​ຄຳ​ວ່າ ‘ລຶບ.’ ແຕ່ເມື່ອຂ້າ​ນ້ອຍເຮັດແລ້ວ, ຄວາມຮູ້ສຶກ​ບໍ່ດີທັງໝົດນັ້ນ​ໄດ້ຫາຍໄປເລີຍ. ໃຈ​ຂອງ​ຂ້າ​ນ້ອຍ​ໄດ້ເຕັມ​ໄປດ້ວຍ​ຄວາມຮັກ—ຄວາມຮັກໃຫ້ຜົວ ແລະ ຄວາມຮັກໃຫ້​ພຣະຜູ້ເປັນເຈົ້າ.” ເໝືອນດັ່ງໂຊນ​ທີ່ເດີນທາງໄປ​ເມືອງດາມັສກັດ, ການມອງເຫັນ​ຂອງນາງ​ໄດ້ປ່ຽນ​ໄປ. ສະເກັດທີ່​ປິດ​ບັງ​ຕາ ໄດ້ຕົກ​ຈາກຕານາງ.

ມີຫລາຍເທື່ອ​ທີ່ພຣະຜູ້ຊ່ວຍໃຫ້ລອດ​ຂອງ​ເຮົາໄດ້ເປີດຕາ ໃຫ້ທັງຄົນທີ່​ຕາບອດທາງກາຍ ແລະ ທາງວິນຍານ. ການເປີດຕາຂອງເຮົາ​ຕໍ່ຄວາມຈິງ​ແຫ່ງສະຫວັນ​ທັງທາງກາຍ ແລະ ທາງວິນຍານ ຈະຕຽມເຮົາ ເພື່ອປິ່ນປົວ​ຄວາມເຫັນບໍ່ແຈ່ມແຈ້ງ​ແຫ່ງຄວາມເປັນມະຕະ. ເມື່ອໃດທີ່ເຮົາ​ເອົາໃຈໃສ່​ຕໍ່ “ສັນຍານ” ທາງວິນຍານ ທີ່ບອກໃຫ້ປ່ຽນແປງ ຫລື ໃຫ້ຫລຽວເຫັນ​ທາງນິດນິລັນ​ທີ່ກວ້າງກວ່າ, ເຮົາກຳລັງ​ຮັບສັນຍາ​ແຫ່ງພິທີສິນລະລຶກ ທີ່ຈະມີພຣະວິນຍານ​ຂອງພຣະອົງ​ຢູ່ນຳເຮົາ. ອັນນີ້ໄດ້ເກີດ​ຂຶ້ນກັບໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ໃນພຣະວິຫານ​ເຄີດແລນ ເມື່ອຄວາມຈິງ​ອັນມີພະລັງ ໄດ້ຖືກ​ສິດສອນ​ຈາກພຣະເຢຊູຄຣິດ ຜູ້ໄດ້ສັນຍາວ່າ ມ່ານແຫ່ງຄວາມ​ຈຳກັດທີ່​ເປັນມະຕະ ຈະຖືກນຳອອກ​ຈາກຈິດໃຈ​ຂອງເຂົາ ແລະ ເປີດດວງຕາ​ແຫ່ງຄວາມເຂົ້າໃຈ​ໃຫ້ເຂົາ (ເບິ່ງ D&C 110:1).

ຂ້າພະເຈົ້າ​ເປັນພະຍານວ່າ ໂດຍທາງ​ອຳນາດຂອງ​ພຣະເຢຊູຄຣິດ ເຮົາສາມາດມອງເບິ່ງ ທາງວິນຍານ​ໄກກວ່າທີ່ເຮົາ​ສາ​ມາດ​ຫລຽວ​ເຫັນ​ດ້ວຍ​ຕາ​ເປົ່າເທົ່ານັ້ນ. ເມື່ອເຮົາລະນຶກ​ເຖິງພຣະອົງ ແລະ ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ສະ​ຖິດຢູ່​ນຳຕະຫລອດເວລາ, ດວງຕາແຫ່ງຄວາມເຂົ້າ​ໃຈ​ຂອງເຮົາຈະເປີດ. ແລ້ວຄວາມເປັນຈິງ​ອັນສູງ​ສົ່ງ ທີ່​ຢູ່​ໃນ​ຕົວ​ເຮົາ​ແຕ່​ລະ​ຄົນຈະປະ​ທັບ​ໃຈ​ເຮົາຢ່າງເລິກຊຶ້ງກວ່າ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ຈາກ The Lion King 1½ (2004); outside North America, known as The Lion King 3: Hakuna Matata.

  2. Teachings of Presidents of the Church: Gordon B. Hinckley (2016), 201.