​2010–2019
ອາ​ຫານ​ແຫ່ງ​ຊີ​ວິດ ທີ່​ໄດ້​ລົງ​ມາ​ຈາກ​ສະ​ຫວັນ
ເດືອນ​ຕຸລາ 2017


ອາ​ຫານ​ແຫ່ງ​ຊີ​ວິດ ທີ່​ໄດ້​ລົງ​ມາ​ຈາກ​ສະ​ຫວັນ

ຖ້າ​ເຮົາ​ຢາກ​ມີ​ຊີ​ວິດ​ຢູ່​ໃນ​ພຣະ​ຄຣິດ ແລະ ຢາກ​ໃຫ້​ພຣະ​ອົງ​ມີ​ຊີ​ວິດ​ຢູ່​ໃນ​ເຮົາ, ແລ້ວຄວາມ​ບໍ​ລິ​ສຸດ​ຄື​ສິ່ງ​ທີ່​ເຮົາ​ສະ​ແຫວງ​ຫາ.

ມື້ຕໍ່​ມາ​ຫລັງ​ຈາກ​ທີ່​ພຣະ​ເຢຊູ​ໄດ້​ລ້ຽງ​ເຂົ້າ​5,000​ຄົນ ໃນ​ເມືອງ​ຄາ​ລີ​ເລ ຢ່າງ​ອັດ​ສະ​ຈັນ​ໃຈ ດ້ວຍພຽງ​ແຕ່ “ເຂົ້າ​ຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ,”1 ພຣະ​ອົງ​ໄດ້​ກ່າວ​ກັບ​ຜູ້​ຄົນ​ອີກ​ໃນ​ເມືອງ ກາ​ເປ​ນາ​ອູມ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ເຫັນ​ຫລາຍ​ຄົນ​ບໍ່​ສົນ​ໃຈ​ກັບ​ຄຳ​ສອນ​ຂອງ​ພຣະ​ອົງ ຫລາຍເທົ່າ​ກັບ​ການ​ທີ່​ຢາກ​ໃຫ້​ພຣະ​ອົງ​ລ້ຽງ​ເຂົ້າ​ພວກ​ເຂົາອີກ.2 ດ້ວຍ​ເຫດນັ້ນ, ພຣະ​ອົງ​ຈຶ່ງ​ພະ​ຍາ​ຍາມຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ເຖິງ​ຄຸນ​ຄ່າ​ອັນ​ລົ້ນ​ເຫລືອຂອງ “ອາ​ຫານ​ທີ່​ຕັ້ງ​ໝັ້ນ​ຢູ່ ຄື​ອາ​ຫານ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ, ອາ​ຫານນີ້​ແມ່ນ​ບຸດ​ມະ​ນຸດ​ທີ່​ຈະ​ໃຫ້​ແກ່​ພວກ​ເຈົ້າ.”3 ພຣະ​ເຢ​ຊູ​ໄດ້​ປະ​ກາດ​ວ່າ:

“ເຮົາ​ເປັນ​ອາ​ຫານ​ແຫ່ງ​ຊີ​ວິດ.

“ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຈົ້າ​ໄດ້​ກິນ​ມາ​ນາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ພວກ​ເຂົາ​ໄດ້​ຕາຍ​ໄປ.

“ນີ້​ແຫລະ​ເປັນ​ອາ​ຫານ​ທີ່​ລົງ​ມາ​ຈາກ​ສະ​ຫວັນ ເພື່ອ​ຜູ້​ທີ່​ກິນ​ແລ້ວຈະ​ບໍ່​ຕາຍ.

“ເຮົາ​ເປັນ​ອາ​ຫານ​ແຫ່ງ​ຊີ​ວິດ ທີ່​ໄດ້​ລົງ​ມາ​ຈາກ​ສະ​ຫວັນ ຖ້າ​ຜູ້​ໃດ​ກິນ​ອາ​ຫານນີ້​ແລ້ວ ຜູ້ນັ້ນ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ ແຕ່​ອາ​ຫານ​ທີ່​ເຮົາ​ຈະ​ໃຫ້​ນັ້ນ ແມ່ນ​ເນື້ອ​ກາຍ​ຂອງ​ເຮົາ​ເອງ, ຊຶ່ງ​ເຮົາ​ໃຫ້​ເພື່ອ​ວ່າ​ໂລກ​ຈະ​ໄດ້​ມີ​ຊີ​ວິດ​ຢູ່.”4

ຜູ້​ມາ​ຟັງ​ພຣະ​ອົງ​ກ່າວ ບໍ່​ເຂົ້າ​ໃຈ​ຄວາມ​ໝາຍ​ເຈດ​ຕະ​ນາ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ໄປ​ນັ້ນ ເພາະ​ພວກ​ເຂົາ​ເຂົ້າ​ໃຈ​ພຽງ​ແຕ່​ຄວາມ​ຄຳ​ເວົ້າ​ເທົ່າ​ນັ້ນ. ເພາະ​ຢ້ານກົວ​ກ່ຽວ​ກັບສິ່ງ​ທີ່​ໄດ້​ຍິນນັ້ນ, ພວກ​ເຂົາ​ຈຶ່ງ​ໄດ້​ຖາມ​ກັນວ່າ, “ຄົນ​ນີ້​ຈະ​ເອົາ​ເນື້ອ​ກາຍ​ຂອງ​ຕົນ​ໃຫ້​ພວກ​ເຮົາ​ກິນ​ໄດ້​ຢ່າງ​ໃດ?”5 ພຣະ​ເຢ​ຊູ​ໄດ້​ກ່າວ​ຕື່ມ​ວ່າ:

“ເຮົາ​ບອກ​ພວກ​ເຈົ້າ​ຕາມ​ຄວາມ​ຈິງວ່າ, ຖ້າ​ພວກ​ເຈົ້າ​ບໍ່​ກິນ​ເນື້ອ​ກາຍ ແລະ ບໍ່​ດື່ມ​ເລືອດ​ຂອງ​ບຸດ​ມະ​ນຸດ​ແລ້ວ, ​ພວກເຈົ້າ​ກໍ​ຈະ​ບໍ່​ມີ​ຊີ​ວິດ​ໃນ​ພວກ​ເຈົ້າ​ເອງ.

“ຜູ້​ທີ່​ກິນ​ເນື້ອ​ກາຍ​ຂອງ​ເຮົາ, ແລະ ດື່ມ​ເລືອດ​ຂອງ​ເຮົາ ກໍ​ມີ​ຊີ​ວິດ​ນິ​ລັນ​ດອນ ແລະ ເຮົາ​ຈະ​ໃຫ້​ຜູ້ນັ້ນ ເປັນ​ຄືນ​ມາ​ສູ່​ຊີ​ວິດ​ໃນ​ວັນ​ສຸດ​ທ້າຍ.

“ດ້ວຍ​ວ່າ ເນື້ອ​ກາຍ​ຂອງ​ເຮົາ​ເປັນ​ອາ​ຫານ​ອັນ​ແທ້ ແລະ ເລືອດ​ຂອງ​ເຮົາ​ກໍ​ເປັນ​ເຄື່ອງ​ດື່ມ​ອັນ​ແທ້.”6

ແລ້ວ​ພຣະ​ອົງ​ໄດ້​ກ່າວ​ເຖິງ​ຄວາມ​ໝາຍ​ໃນ​ຄຳ​ປຽບ​ທຽບ​ຂອງ​ພຣະ​ອົງ​ວ່າ:

“ຜູ້​ທີ່​ກິນ​ເນື້ອ​ກາຍ​ຂອງ​ເຮົາ ແລະ ດື່ມ​ເລືອດ​ຂອງ​ເຮົາ ກໍ​ມີ​ຊີ​ວິດ​ຢູ່​ໃນ​ເຮົາ, ແລະ ເຮົາ​ກໍ​ມີ​ຊີ​ວິດ​ຢູ່​ໃນ​ຜູ້ນັ້ນ.

“ພຣະ​ບິ​ດາ​ຜູ້​ຊົງ​ພຣະ​ຊົນ​ຢູ່​ໄດ້​ໃຊ້​ເຮົາ​ມາ​ສັນ​ໃດ, ແລະ ເຮົາ​ມີ​ຊີ​ວິດ​ຢູ່​ເພາະ​ພຣະ​ບິ​ດາ​ສັນ​ໃດ, ຜູ້​ທີ່​ກິນ​ເຮົາ​ກໍ​ມີ​ຊີ​ວິດ​ຢູ່​ເພາະ​ເຮົາ​ສັນ​ນັ້ນ​ເໝືອນ​ກັນ.”7

ແຕ່​ຜູ້​ມາ​ຟັງ​ພຣະ​ອົງ​ກໍ​ຍັງ​ບໍ່​ເຂົ້າ​ໃຈ ສິ່ງ​ທີ່​ພຣະ​ເຢ​ຊູ ໄດ້​ກ່າວ, ແລະ “ຫລາຍ​ຄົນ … , ເມື່ອ​ໄດ້​ຍິນ​ເລື່ອງນີ້ ຈຶ່ງ​ເວົ້າ​ກັນ​ວ່າ, ຄຳ​ເວົ້າ​ນີ້​ຮຸນ​ແຮງ​ໂພດ ຜູ້​ໃດ​ຈະ​ເຂົ້າ​ໃຈ​ໄດ້? … [ແລະ] ຈາກ​ເວ​ລານັ້ນ ພວກ​ທີ່​ຕິດ​ຕາມ​ພຣະ​ອົງ​ຫລາຍ​ຄົນ​ຈຶ່ງ​ທໍ້​ຖອຍ, ແລະ ບໍ່​ໄປ​ກັບ​ພຣະ​ອົງ​ອີກ.”8

ການ​ກິນ​ພຣະ​ກາຍ​ຂອງ​ພຣະ​ອົງ ແລະ ດື່ມ​ໂລ​ຫິດ​ຂອງ​ພຣະ​ອົງ ເປັນ​ວິ​ທີ​ທີ່​ເຮົາ​ເວົ້າວ່າ ເຮົາ​ຕ້ອງ​ຮັບ​ເອົາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຮົາ​ແທ້ໆ—ເຂົ້າ​ມາ​ຢູ່​ໃນ​ຕົວ​ເຮົາ—ເພື່ອ​ວ່າ​ເຮົາ​ກັບ​ພຣະ​ອົງ​ຈະ​ໄດ້​ເປັນ​ອັນ​ໜຶ່ງ​ດຽວ​ກັນ. ສິ່ງນີ້ຈະ​ເກີດ​ຂຶ້ນ​ໄດ້​ແນວ​ໃດ?

ທຳ​ອິດ, ເຮົາ​ເຂົ້າ​ໃຈ​ວ່າ ໃນ​ການ​ເສຍ​ສະ​ລະ​ພຣະ​ກາຍ ແລະ ໂລ​ຫິດ​ຂອງ​ພຣະ​ອົງ, ພຣະ​ເຢຊູ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ ແລະ ໄດ້​ເອົາ​ຊະ​ນະ​ຄວາມ​ຕາຍ, ທັງ​ພຣະ​ກາຍ ແລະ ພຣະ​ວິນ​ຍານ.9 ແລ້ວເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ, ເຮົາ​ຮັບ​ກິນ​ພຣະ​ກາຍ ແລະ ດື່ມ​ໂລ​ຫິດ​ຂອງ​ພຣະ​ອົງ ເມື່ອ​ເຮົາ​ຮັບ​ເອົາ​ພະ​ລັງ ແລະ ພອນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ຈາກ​ພຣະ​ອົງ.

ຄຳ​ສອນ​ຂອງ​ພຣະ​ຄຣິດ ບອກ​ເຖິງ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ ກ່ອນ​ຈະ​ໄດ້​ຮັບ​ພຣະ​ຄຸນ​ຂອງ​ການ​ຊົດ​ໃຊ້. ມັນຄື​ການ​ເຊື່ອ ແລະ ມີ​ສັດ​ທາ​ໃນ​ພຣະ​ຄຣິດ, ເພື່ອ​ກັບ​ໃຈ ແລະ ຮັບ​ບັບ​ຕິ​ສະ​ມາ, ແລະ ເພື່ອ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, “ແລະ ເວ​ລາ​ນັ້ນ​ການ​ປົດ​ບາບ​ຂອງ​ພວກ​ທ່ານ​ຈະ​ມາ​ເຖິງ​ໂດຍ​ໄຟ ແລະ ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”10 ນີ້​ຄື​ປະ​ຕູ​ໂຂງ, ທາງ​ທີ່​ພາ​ໄປ​ຫາ​ພຣະ​ຄຸນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ໄປ​ສູ່​ເສັ້ນ​ທາງ​ທີ່​ຄັບ ແລະ ແຄບ ຊຶ່ງ​ພາ​ໄປ​ຫາ​ອາ​ນາ​ຈັກ​ຂອງ​ພຣະ​ອົງ.

“ດັ່ງ​ນັ້ນ, ພວກ​ທ່ານ​ຕ້ອງ​ມຸ້ງ​ໜ້າ [ຢູ່​ໃນ​ເສັ້ນ​ທາງນັ້ນ], ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ແລ້ວ, ຈົ່ງ​ເບິ່ງ ພຣະ​ບິ​ດາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້: ເຈົ້າ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.

“… ຈົ່ງ​ເບິ່ງ, ນີ້​ຄື​ຄຳ​ສອນ​ຂອງ​ພຣະ​ຄຣິດ, ແລະ ຄື​ຄຳ​ສອນ​ອັນ​ດຽວ ແລະ ແທ້​ຈິງ​ຂອງ​ພຣະ​ບິ​ດາ ແລະ ຂອງ​ພຣະ​ບຸດ ແລະ ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ເປັນ​ພຣະ​ເຈົ້າ​ອົງ​ດຽວ, ທີ່​ເປັນ​ຢູ່​ຕະ​ຫລອດ​ການ.”11

ເຄື່ອງ​ໝາຍ​ຂອງ​ພິ​ທີ​ສິນ​ລະ​ລຶກ ຂອງ​ເຂົ້າ​ແລງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ສິ່ງ​ສວຍ​ງາມ ເພື່ອ​ໃຫ້​ໄຕ່​ຕອງ. ເຂົ້າ​ຈີ່ ແລະ ນ້ຳ ເປັນ​ຕົວ​ແທນ​ໃຫ້​ແກ່ ພຣະ​ກາຍ ແລະ ໂລ​ຫິດ ຂອງ​ພຣະ​ອົງ ຜູ້​ຊຶ່ງ​ເປັນ ອາ​ຫານ​ແຫ່ງ​ຊີ​ວິດ ແລະ ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ,12 ເຕືອນ​ເຮົາ​ຢ່າງ​ຄົມ​ຄາຍ ເຖິງ​ຄ່າ​ທີ່​ພຣະ​ອົງ​ໄດ້​ຈ່າຍ​ເພື່ອ​ໄຖ່​ຖອນ​ເຮົາ. ເມື່ອ​ເຂົ້າ​ຈີ່​ໄດ້​ຖືກ​ຈີກ​ເປັນ​ຕ່ອນໆ, ເຮົາ​ຈື່​ຈຳ​ພຣະ​ກາຍ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ໄດ້​ສີກຂາດ. ແອວ​ເດີ ດາລິນ ເອັຈ ໂອກສ໌ ຄັ້ງ​ໜຶ່ງ​ໄດ້​ສັງ​ເກດ​ວ່າ “ເພາະ​ມັນ​ໄດ້​ຖືກ​ຈີກ​ເປັນ​ຕ່ອນໆ​, ແຕ່​ລະ​ຕ່ອນ​ຈຶ່ງ​ໂດດ​ເດັ່ນ, ເຊັ່ນ​ດຽວ​ກັບ​ທຸກ​ຄົນ​ຜູ້​​ຮັບ​ສ່ວນ ກໍ​ໂດດ​ເດັ່ນ. ເຮົາ​ທຸກ​ຄົນ​ມີ​ຄວາມ​ຜິດ​ບາບ​ທີ່​ແຕກ​ຕ່າງ​ກັນ ເພື່ອກັບ​ໃຈ. ເຮົາ​ທຸກ​ຄົນ​ມີ​ຄວາມ​ຕ້ອງ​ການ​ທີ່​ແຕກ​ຕ່າງ​ກັນ ເພື່ອ​ເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ ຜ່ານ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ເຮົາຈື່​ຈຳ​ໃນ​ພິ​ທີ​ການນີ້.”13 ເມື່ອ​ເຮົາ​ດື່ມ​ນ້ຳ, ເຮົາ​ຄິດ​ເຖິງ​ໂລ​ຫິດ​ທີ່​ພຣະ​ອົງ​ທີ່ໄດ້​ຫລັ່ງ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ ແລະ ຢູ່​ເທິງ​ໄມ້​ກາງ​ແຂນ ແລະ ເຖິງ​ພະ​ລັງ​ແຫ່ງ​ການ​ຊຳ​ລະ​ໃຫ້​ສະ​ອາດ​ຂອງ​ໂລ​ຫິດນັ້ນ.14 ໂດຍ​ທີ່​ຮູ້​ວ່າ “ສິ່ງ​ທີ່ບໍ່​ສະ​ອາດ​ຈະ​ບໍ່​ສາ​ມາດ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ໄດ້,” ເຮົາ​ຈຶ່ງ​ຢາກ​ກາຍ​ເປັນ “ຜູ້​ທີ່​ໄດ້​ຊຳ​ລະ​ລ້າງ​ອາ​ພອນ​ຂອງ​ເຂົາ​ໃຫ້​ສະ​ອາດ​ແລ້ວ​ໃນໂລ​ຫິດ [ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ], ເພາະ​ສັດ​ທາ ແລະ ການ​ກັບ​ໃຈ​ຈາກ​ບາບ​ທັງ​ໝົດ, ແລະ ຄວາມ​ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ​ຂອງ​ເຂົາ.”15

ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ກ່າວ​ກ່ຽວ​ກັບ​ການ​ຮັບ​ພຣະ​ຄຸນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເພື່ອ​ຍົກ​ບາບ​ຂອງ​ເຮົາ​ໄປ ແລະ ລຶບ​ຮອຍ​ບາບ​ໃນ​ຕົວ​ເຮົາ​ໄປ. ແຕ່ ການ​ຮັບກິນ​ພຣະ​ກາຍ ແລະ ດື່ມ​ໂລ​ຫິດ​ຂອງ​ພຣະ​ອົງດັ່ງ​ໃນ​ຄຳ​ປຽບ​ທຽບ ມີ​ຄວາມ​ໝາຍ ແລະ ມີ​ຄວາມ​ສຳ​ຄັນ​ຫລາຍ​ກວ່ານັ້ນ, ແລະ ນັ້ນ​ຄື ທີ່​ຈະ​ມີລັກ​ສະ​ນະ ແລະ ຄຸນ​ສົມ​ບັດ​ເໝືອນ​ດັ່ງພຣະ​ຄຣິດ, ປະ​ຖິ້ມ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ແລະ ກາຍ​ເປັນ​ໄພ່​ພົນ “ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ອົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ.”16 ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ ທີ່​ເປັນ​ເຂົ້າ​ຈີ່ ແລະ ນ້ຳ ໃນ​ແຕ່​ລະ​ອາ​ທິດ, ເຮົາ​ຈະ​ເຮັດ​ໄດ້​ດີ​ຫລາຍ ເມື່ອ​ເຮົາ​ປະ​ສົມ​ປະ​ສານ​ລັກ​ສະ​ນະ​ຂອງ​ພຣະ​ອົງ ແລະ ແບບ​ແຜນ​ຊີ​ວິດ​ທີ່​ປາດ​ສະ​ຈາກ​ບາບ​ຂອງ​ພຣະ​ອົງ ໃສ່​ກັບ​ຊີ​ວິດ ແລະ ຕົວ​ເຮົາ. ພຣະ​ເຢ​ຊູ ບໍ່​ສາ​ມາດ​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ ຖ້າ​ຫາກ​ພຣະ​ອົງ​ບໍ່​ປາດ​ສະ​ຈາກບາບ. ເພາະຄວາມ​ຍຸດ​ຕິ​ທຳ ບໍ່​ສາ​ມາດຕັດ​ສິນ​ລົງ​ໂທດ​ພຣະ​ອົງ, ພຣະ​ອົງ​ຈຶ່ງ​ສາ​ມາດ​ຊົດ​ໃຊ້​ແທນ​ເຮົາ ເພື່ອ​ສະ​ໜອງ​ຄວາມ​ຍຸດ​ຕິ​ທຳ ແລະ ຈາກນັ້ນ ໄດ້​ມອບ​ຄວາມ​ເມດ​ຕາ​ໃຫ້. ເມື່ອ​ເຮົາ​ຈື່​ຈຳ ແລະ ໃຫ້​ກຽດ​ແກ່​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ຄວນ​ໄຕ່​ຕອງ​ຊີ​ວິດ​ທີ່​ປາດ​ສະ​ຈາກ​ບາບ​ຂອງ​ພຣະ​ອົງ​ນຳ​ອີກ.

ສິ່ງນີ້ ແນະ​ນຳ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ເຮົາ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ. ເຮົາ​ຈະ​ພໍ​ໃຈກັບ​ສິ່ງ​ທີ່​ເຮົາ​ເປັນ​ຢູ່​ໃນ​ເວ​ລານີ້ບໍ່​ໄດ້ ເຮົາ​ຕ້ອງ​ດຳ​ເນີນ​ໄປ​ໜ້າ​ສະ​ເໝີ “ຈົນ​ກວ່າ​ຈະ​ເຕັມ​ເຖິງ​ຂະ​ໜາດ​ຄວາມ​ສົມ​ບູນ​ຂອງ​ພຣະ​ຄຣິດ.”17 ເຊັ່ນ​ດຽວ​ກັບ​ບິ​ດາ​ຂອງກະ​ສັດ​ລາ​ໂມ​ໄນ ໃນ​ພຣະ​ຄຳ​ພີ​ມໍມອນ, ເຮົາ​ຕ້ອງ​ເຕັມ​ໃຈ​ທີ່​ຈະ​ຖິ້ມ​ບາບ​ທັງ​ໝົດ​ຂອງ​ເຮົາ18 ແລະ ເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ໝາຍ​ຈາກ​ເຮົາ, ເປັນ​ສ່ວນ​ບຸກ​ຄົນ ຫລື ເປັນ​ກຸ່ມນຳ​ກັນ.

ເມື່ອບໍ່​ດົນ​ມານີ້, ເພື່ອນ​ຄົນ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ເລົ່າ​ໃຫ້​ຂ້າ​ພະ​ເຈົ້າ​ຟັງ ເຖິງ​ປະ​ສົບ​ການ​ທີ່​ເພິ່ນ​ໄດ້​ມີ ຕອນ​ຮັບ​ໃຊ້​ເປັນ​ປະ​ທານ​ເຜີຍ​ແຜ່. ເພິ່ນ​ໄດ້​ຮັບ​ການ​ຜ່າ​ຕັດ ແລະ ຕ້ອງ​ໄດ້​ພັກ​ຟື້ນ​ຫລາຍ​ອາ​ທິດ. ໃນ​ໄລ​ຍະ​ທີ່​ພັກ​ຟື້ນນັ້ນ, ເພິ່ນ​ໄດ້​ໃຊ້​ເວ​ລາ​ສຶກ​ສາພຣະ​ຄຳ​ພີ. ໃນ​ຕອນ​ບ່າຍ​ຂອງມື້​ໜຶ່ງ ໃນ​ຂະ​ນະ​ທີ່​ເພິ່ນ​ໄຕ່​ຕອງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ ບົດ​ທີ 27 ຂອງ 3 ນີໄຟ ຢູ່ນັ້ນ, ເພິ່ນ​ໄດ້​ເຊືອບ​ຫລັບ​ໄປ. ຕໍ່​ມາ​ເພິ່ນ​ໄດ້​ເລົ່າ​ວ່າ:

“ຂ້ອຍ​ໄດ້​ຝັນ, ຊຶ່ງ​ໃນ​ຄວາມ​ຝັນ​ນັ້ນ ຂ້ອຍ​ໄດ້​ເຫັນ​ພາບ​ທີ່​ແຈ້ງ​ຊັດ​ຂອງ​ເຫດ​ການ​ທີ່​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ຂ້ອຍ. ຂ້ອຍ​ໄດ້​ເຫັນ​ການ​ບາບ, ການ​ເລືອກ​ທີ່​ຜິດ, ເຫັນ​ຕອນ … ຂ້ອຍ​ໄດ້​ເຮັດ​ກັບ​ຜູ້​ຄົນ​ແບບບໍ່​ມີຄວາມ​ອົດ​ທົນ, ເຫັນທັງການ​ລະ​ເວັ້ນ​ຂອງ​ສິ່ງ​ດີໆ ທີ່​ຂ້ອຍ​ຄວນ​ເວົ້າ ແລະ ຄວນ​ເຮັດ. … [ພາບ] ຢ່າງກວ້າງ​ຂວາງຄົບ​ຖ້ວນ … [ຊຶ່ງ​ທົບ​ທວນ] ຊີ​ວິດ​ຂອງ​ຂ້ອຍ ໄດ້​ຖືກ​ສະ​ແດງ​ໃຫ້​ຂ້ອຍ​ເຫັນ ພາຍ​ໃນ​ສອງ​ສາມ​ນາ​ທີ, ແຕ່​ເບິ່ງ​ຄື​ວ່າ​ດົນ​ຫລາຍກວ່ານັ້ນ. ຂ້ອຍ​ໄດ້​ຕື່ນ​ຂຶ້ນ​ມາ, ຕົກ​ໃຈ, ແລະ … ທັນ​ໃດ​ນັ້ນ ຂ້ອຍ​ໄດ້​ຄຸ​ເຂົ່າ​ລົງ​ຢູ່​ຂ້າງ​ຕຽງ​ນອນ ເລີ່ມ​ຕົ້ນ​ອະ​ທິ​ຖານ, ອ້ອນວອນ​ຂໍ​ການ​ໃຫ້​ອະ​ໄພ, ດ້ວຍ​ສຸດ​ຄວາມ​ຮູ້​ສຶກ​ໃນ​ໃຈ​ຂອງ​ຂ້ອຍ ດັ່ງ​ທີ່ບໍ່​ເຄີຍ​ເຮັດ​ມາ​ກ່ອນ.

“ກ່ອນ​ໜ້ານັ້ນ, ຂ້ອຍບໍ່​ຮູ້​ວ່າ ຂ້ອຍ [ມີ] ຄວາມ​ຕ້ອງ​ການ​ຫລາຍ​ຂະ​ໜາດ​ໃດ ທີ່​ຕ້ອງ​ກັບ​ໃຈ. ຄວາມ​ຜິດ ແລະ ຄວາມ​ອ່ອນ​ແອ​ຂອງ​ຂ້ອຍ ໄດ້​ຖືກ​ເຮັດ​ໃຫ້​ແຈ່ມ​ແຈ້ງ​ຕໍ່​ຂ້ອຍ ຊຶ່ງ​ເຮັດ​ໃຫ້​ຊ່ອງວ່າງ​ລະ​ຫວ່າງ​ຄົນ​ທີ່ຂ້ອຍເປັນ​ຢູ່ ກັບ​ຄວາມ​ບໍ​ລິ​ສຸດ ແລະ ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ ເບິ່ງ [ຄື​ວ່າ] ໄກ​ກັນ​ຫລາຍ​ລ້ານ​ກິ​ໂລ​ແມັດ. ໃນ​ຄຳ​ອະ​ທິ​ຖານ​ຂອງ​ຂ້ອຍ ໃນ​ບ່າຍ​ມື້ນັ້ນ, ຂ້ອຍ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ລົ້ນ​ເຫລືອ ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ດ້ວຍສຸດ​ຫົວ​ໃຈ ສຳ​ລັບ​ສິ່ງ​ທີ່​ພວກ​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ຂ້ອຍ ແລະ ເພື່ອ​ຄວາມ​ສຳ​ພັນ ທີ່​ຂ້ອຍ​ມີ​ກັບ​ພັນ​ລະ​ຍາ ແລະ ລູກໆ. ໃນ​ຂະ​ນະ​ທີ່​ຄຸ​ເຂົ່າ​ຢູ່​ນັ້ນ ຂ້ອຍ​ຍັງ​ຮູ້​ສຶກ​ເຖິງ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ​ນຳ​ອີກ ທີ່​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ, ເຖິງ​ແມ່ນ​ຂ້ອຍ​ຮູ້​ສຶກວ່າ​ຕົວ​ເອງບໍ່​ມີ​ຄຸນ​ຄ່າ​ພຽງ​ພໍ​ກໍຕາມ. …

“ຂ້ອຍ​ສາ​ມາດ​ເວົ້າ​ໄດ້​ວ່າ ຂ້ອຍບໍ່​ເໝືອນ​ເດີມ​ຫລັງ​ຈາກນັ້ນ​ມາ. … ຈິດ​ໃຈ​ຂ້ອຍ​ໄດ້​ປ່ຽນ​ໄປ. … ສິ່ງ​ທີ່​ຕິດ​ຕາມ​ມາ ແມ່ນ​ວ່າ ຂ້ອຍ​ຮູ້​ສຶກ​ອີ​ດູ​ຕົນ​ຄົນ​ອື່ນ​ຫລາຍ​ຂຶ້ນ, ມີ​ຄວາມ​ຮັກ​ຫລາຍກວ່າ​ເກົ່າ, ມີ​ຄວາມ​ກະ​ຕື​ລື​ລົ້ນ ທີ່​ຈະ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຫລາຍກວ່າ​ທີ່​ຜ່ານ​ມາ. … ຂ້ອຍ​ສາ​ມາດ​ເຂົ້າ​ໃຈ​ຂ່າວ​ສານ​ແຫ່ງ​ສັດ​ທາ, ຄວາມ​ຫວັງ, ແລະ ຂອງ​ປະ​ທານ​ແຫ່ງ​ການ​ກັບ​ໃຈ ທີ່​ມີ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ [ຢ່າງ] ທີ່ບໍ່​ເຄີຍ​ເປັນ​ມາ​ກ່ອນ.”19

ມັນ​ສຳ​ຄັນ​ທີ່​ຈະ​ຮັບ​ຮູ້​ວ່າ ການ​ເປີດ​ເຜີຍຂອງ​ຊາຍ​ທີ່​ດີ​ຄົນ​ນີ້ ກ່ຽວ​ກັບ​ການ​ບາບ ແລະ ຄວາມ​ຂາດ​ຕົກ​ບົກ​ພ່ອງ​ຂອງ​ເພິ່ນ ບໍ່​ໄດ້​ເຮັດ​ໃຫ້​ເພິ່ນ​ທໍ້​ຖອຍ​ໃຈ ຫລື ເຮັດ​ໃຫ້​ເພິ່ນ​ໝົດ​ຫວັງ. ແມ່ນ​ແລ້ວ, ເພິ່ນ​ຮູ້​ສຶກ​ຕົກ​ໃຈ ແລະ ເສຍ​ໃຈ. ເພິ່ນ​ຮູ້​ສຶກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ກັບ​ໃຈ. ເພິ່ນ​ໄດ້​ຖ່ອມ​ຕົວ​ລົງ, ແຕ່​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ກະ​ຕັນ​ຍູ, ຄວາມ​ສະ​ຫງົບ, ແລະ ຄວາມ​ຫວັງ—ຄວາມ​ຫວັງ​ທີ່​ແທ້​ຈິງ—ເພາະ​ພຣະ​ເຢຊູ​ຄຣິດ ເປັນ, “ອາ​ຫານ​ແຫ່ງ​ຊີ​ວິດ​ທີ່​ໄດ້​ລົງ​ມາ​ຈາກ​ສະ​ຫວັນ.”20

ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ກ່າວ​ເຖິງ​ຊ່ອງວາງ​ທີ່​ເພິ່ນ​ໄດ້​ເຫັນ​ຢູ່​ໃນ​ຄວາມ​ຝັນ ລະ​ຫວ່າງ​ຊີ​ວິດ​ຂອງເພິ່ນ ກັບ​ຄວາມ​ບໍ​ລິ​ສຸດ​ຂອງ​ພຣະ​ເຈົ້າ. ຄວາມ​ບໍ​ລິ​ສຸດ ເປັນ​ຄຳ​ທີ່​ຖືກ​ຕ້ອງ. ການ​ຮັບກິນ​ພຣະ​ກາຍ ແລະ ດື່ມໂລ​ຫິດ​ຂອງ​ພຣະ​ຄຣິດ ໝາຍ​ເຖິງ​ການ​ສະ​ແຫວງ​ຫາ​ຄວາມ​ບໍ​ລິ​ສຸດ. ພຣະ​ເຈົ້າ​ບັນ​ຊາ​ວ່າ, “ເຈົ້າ​ທັງ​ຫລາຍ​ຈົ່ງ​ບໍ​ລິ​ສຸດ, ເພາະ​ຝ່າຍ​ເຮົາ​ບໍ​ລິ​ສຸດ.”21

ເອນົກ ໄດ້​ແນະ​ນຳ​ເຮົາ​ວ່າ, ໃຫ້​ສິດ​ສອນ​ລູກໆ​ຂອງ​ເຮົາ, ວ່າ​ມະ​ນຸດ​ທຸກ​ຄົນ, ໃນ​ທຸກ​ແຫ່ງ​ຫົນ, ຈະ​ຕ້ອງ​ກັບ​ໃຈ, ຖ້າບໍ່​ດັ່ງ​ນັ້ນ ພວກ​ເຂົາ​ຈະ​ບໍ່​ມີ​ທາງ​ສາ​ມາດ​ໄດ້​ຮັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເປັນ​ມູນ​ມໍ​ລະ​ດົກ, ເພາະ​ວ່າ​ສິ່ງ​ທີ່ບໍ່​ສະ​ອາດ​ຈະ​ບໍ່​ສາ​ມາດ​ຢູ່​ໃນ​ທີ່ນັ້ນ, ຫລື ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ; ເພາະ​ວ່າ, ໃນ​ພາ​ສາ​ຂອງ​ອາ​ດາມ, ພຣະ​ຜູ້​ບໍ​ລິ​ສຸດ​ຄື​ພຣະ​ນາມ​ຂອງ​ພຣະ​ອົງ, ແລະ ພຣະ​ນາມ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ​ຄື ບຸດ​ມະ​ນຸດ, ແມ່ນ​ແຕ່ ພຣະ​ເຢຊູ​ຄຣິດ, ຜູ້​ພິ​ພາກ​ສາ​ທີ່​ຊອບ​ທຳ, ຜູ້​ຈະ​ສະ​ເດັດ​ມາ​ໃນ​ເວ​ລາ​ອັນ​ຮຸ່ງ​ໂລດ.22 ຕອນ​ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ໄດ້​ຄິດ​ສົງ​ໄສວ່າ ເປັນ​ຫຍັງ​ໃນ​ພຣະ​ຄຳ​ພີ​ເດີມ ພຣະ​ເຢຊູ ມັກ​ຖືກ​ກ່າວ​ເຖິງ (​ແລະ ແມ່ນ​ແຕ່​ພຣະ​ອົງ​ເອງ​ໄດ້​ກ່າວ​ເຖິງ​ຕົວ​ເອງ) ວ່າ​ເປັນ​ບຸດ​ມະ​ນຸດ ເຖິງ​ແມ່ນ​ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ແທ້ໆ, ແຕ່​ຂໍ້​ຄວາມ​ຂອງ​ເອນົກ ໄດ້​ບອກ​ຢ່າງ​ແຈ່ມ​ແຈ້ງ​ວ່າ​ແທ້ຈິງແລ້ວ ມັນເປັນ​ການ​ຮັບ​ຮູ້​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ ແລະ ຄວາມ​ບໍ​ລິ​ສຸດ​ຂອງ​ພຣະ​ອົງ—​ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະຜູ້​ບໍ​ລິ​ສຸດ, ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ.

ຖ້າ​ເຮົາ​ຢາກ​ມີ​ຊີ​ວິດ​ຢູ່​ໃນ​ພຣະ​ຄຣິດ ແລະ ຢາກ​ໃຫ້​ພຣະ​ອົງ​ມີ​ຊີ​ວິດ​ຢູ່​ໃນ​ເຮົາ,23 ແລ້ວ ຄວາມ​ບໍ​ລິ​ສຸດ​ຄື​ສິ່ງ​ທີ່​ເຮົາ​ສະ​ແຫວງ​ຫາ, ທັງ​ໃນທາງ​ຮ່າງ​ກາຍ ແລະ ວິນ​ຍານ.24 ເຮົາ​ສະ​ແຫວງ​ຫາ​ມັນ ໃນ​ພຣະ​ວິ​ຫານ, ບ່ອນ​ທີ່​ມີ​ຖ້ອຍຄຳ​ຂຽນ​ໄວ້ວ່າ “ບໍ​ລິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ.” ເຮົາ​ສະແຫວງ​ຫາ​ມັນ​ໃນ​ການ​ແຕ່ງ​ງານ, ຄອບ​ຄົວ, ແລະ ບ້ານ​ເຮືອນ​ຂອງ​ເຮົາ. ເຮົາ​ສະ​ແຫວງ​ຫາ​ມັນ​ໃນ​ທຸກ​ອາ​ທິດ ເມື່ອ​ເຮົາ​ຊື່ນ​ຊົມ​ກັບ​ວັນ​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.25 ເຮົາ​ສະ​ແຫວງ​ຫາ​ມັນ ແມ່ນ​ແຕ່​ໃນ​ສິ່ງ​ເລັກ​ນ້ອຍ ໃນຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ ເຊັ່ນ: ການ​ປາກ​ເວົ້າ, ການ​ນຸ່ງ​ຖື, ແລະ ຄວາມ​ຄິດ​ຂອງ​ເຮົາ. ດັ່ງ​ທີ່​ປະ​ທານ​ທອມມັສ ແອັສ ມອນສັນ ໄດ້​ກ່າວ, “ເຮົາອ່ານ, ເຮົາເບິ່ງ, ແລະ ເຮົາ​ຄິດຢ່າງ​ໃດ ເຮົາ​ກໍ​ຈະ​ເປັນ​ຢ່າງນັ້ນ.”26 ເຮົາ​ສະ​ແຫວງ​ຫາ​ຄວາມ​ບໍ​ລິ​ສຸດ ເມື່ອ​ເຮົາ​ແບກ​ຫາບ​ໄມ້​ກາງ​ແຂນ​ຂອງ​ເຮົາ​ໃນ​ແຕ່​ລະ​ວັນ.27

ຊິດສະເຕີ ແຄວໂຣ ແອັຟ ມັກຄອງກີ ໄດ້​ສັງ​ເກດ​ວ່າ: “ເຮົາ​ຮັບ​ຮູ້​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ທົດ​ສອບ, ການ​ລໍ້​ລວງ, ຄວາມ​ທຸກ​ຍາກ​ລຳ​ບາກ ວ່າ​ສາ​ມາດ​ດຶງ​ເຮົາ​ອອກ​ຈາກ​ທຸກ​ສິ່ງ ທີ່​ເປັນ​ຄຸນ​ນະ​ທຳ ແລະ ຄວນ​ສັນ​ລະ​ເສີນ ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ໄດ້. ແຕ່​ປະ​ສົບ​ການ​ໃນ​ຊ່ວງ​ມະ​ຕະ ຈະ​ໃຫ້​ໂອ​ກາດ​ເຮົາ​ເລືອກ​ເອົາ​ຄວາມ​ບໍ​ລິ​ສຸດ. ສ່ວນ​ຫລາຍ​ແລ້ວ ມັນ​ແມ່ນ​ການ​ເສຍ​ສະ​ລະ​ທີ່​ເຮົາ​ໄດ້​ເຮັດ ເພື່ອ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ທີ່​ຊຳ​ລະ​ເຮົາ ແລະ ເຮັດ​ໃຫ້​ເຮົາ​ບໍ​ລິ​ສຸດ.”28 ແລະ ກັບ “ການ​ເສຍ​ສະ​ລະ​ທີ່​ເຮົາ​ໄດ້​ເຮັດ” ຂ້າ​ພະ​ເຈົ້າ​ຈະ​ຕື່ມ​ການ​ຮັບ​ໃຊ້​ທີ່​ເຮົາ​ໄດ້​ກະ​ທຳ ໃສ່ນຳ​ອີກ.

ເຮົາ​ຮູ້​ວ່າ “ເມື່ອ [ເຮົາ] ຮັບ​ໃຊ້​ເພື່ອນ​ມະ​ນຸດ [ຂອງ​ເຮົາ] [ເຮົາ] ກໍ​ຮັບ​ໃຊ້​ພຣະ​ເຈົ້າ [ຂອງ​ເຮົາ] ນັ້ນເອງ.”29 ແລະ ພຣະ​ຜູ້​ເປັນ​ເຈົ້າ​ເຕືອນ​ເຮົາ​ວ່າ ການ​ຮັບ​ໃຊ້​ເຊັ່ນ​ນັ້ນ ເປັນ​ໃຈ​ກາງຂອງ​ລັກ​ສະ​ນະ ແລະ ຊີ​ວິດ​ຂອງ​ພຣະ​ອົງ—“ເພາະ​ບຸດ​ມະ​ນຸດບໍ່​ໄດ້​ມາ ເພື່ອ​ໃຫ້​ຄົນ​ອື່ນ​ຮັບ​ໃຊ້​ຕົນ, ແຕ່​ປະ​ທານ​ຊີ​ວິດ​ຂອງ​ຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳ​ນວນ​ຫລວງ​ຫລາຍ.”30 ປະທານ​ແມຣິອອນ ຈີ ຣອມນີ ໄດ້​ອະ​ທິ​ບາຍ​ຢ່າງ​ສະ​ຫລາດ​ວ່າ: “ການ​ຮັບ​ໃຊ້​ບໍ່​ໄດ້​ເປັນ​ບາງ​ຢ່າງ​ທີ່​ເຮົາ​ອົດ​ທົນ​ເຮັດ ຢູ່​ໃນ​ໂລກນີ້ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ. ການ​ຮັບ​ໃຊ້​ເປັນ​ທຸກ​ສິ່ງ​ທຸກ​ຢ່າງ ຊຶ່ງ​ດ້ວຍ​ການ​ຮັບ​ໃຊ້​ນີ້ ຊີ​ວິດ​ທີ່​ສູງ​ສົ່ງ ໃນ​ອາ​ນາ​ຈັກ​ຊັ້ນ​ສູງ​ຈຶ່ງ​ຖືກ​ສ້າງ​ຂຶ້ນ.”31

ເຊຂາ​ຣີຢາ​ໄດ້​ທຳ​ນາຍ​ວ່າ ໃນ​ມື້​ແຫ່ງ​ການ​ປົກ​ຄອງ​ໃນ​ຊ່ວງ​ພັນ​ປີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແມ່ນ​ແຕ່​ກະ​ດິງ​ຄ້ອງ​ຄໍໍມ້າ ກໍ​ຈະ​ມີ​ຖ້ອຍຄຳ​ຂຽນ​ໄວ້​ວ່າ, “ບໍ​ລິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ”32 ໃນ​ວິນ​ຍານນັ້ນ, ໄພ່​ພົນ​ຜູ້​ບຸກ​ເບີກ ໃນ​ຮ່ອມ​ພູນີ້ ຈຶ່ງ​ໄດ້​ຕິດ​ຄຳ​ເຕືອນ​ທີ່​ວ່າ, “ບໍ​ລິ​ສຸດ​ແດ່ພຣະ​ຜູ້​ເປັນ​ເຈົ້າ,” ໄວ້​ກັບ​ສິ່ງ​ທີ່​ເບິ່ງ​ຄື​ວ່າ ທຳ​ມະ​ດາ ຫລື ບໍ່​ຕື່ນ​ເຕັ້ນ ແລະ ໄວ້ກັບ​ສິ່ງ​ທີ່​ກ່ຽວ​ພັນ​ກັບ​ການ​ປະ​ຕິ​ບັດທາງ​ສາດ​ສະ​ໜານຳ​ອີກ. ມັນ​ມີ​ຂຽນ​ໄວ້​ຢູ່​ໃນ​ຈອກ ແລະ ຖາດ​ສິນ​ລະ​ລຶກ, ແລະ ຖືກ​ພິມ​ໃສ່ໃນ​ໃບ​ຮັບ​ຮອງ​ພິ​ທີ​ການ​ແຕ່ງ​ຕັ້ງ​ສູ່​ການ​ເປັນ​ສາ​ວົກ​ເຈັດ​ສິບ ແລະ ມີ​ຢູ່​ໃນ​ປ້າຍ​ທຸງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ. “ບໍ​ລິ​ສຸດແດ່​ພຣະ​ຜູ້​ເປັນ​ເຈົ້າ” ກໍ​ຍັງ​ປະ​ກົດ​ຢູ່​ຂອບ​ປ່ອງ​ຢ້ຽມຂອງ​ສະ​ຖາ​ບັນສິນ​ຄ້າຊີ​ໂອນ, ຫ້າງ​ສິນ​ຄ້າ ZCMI ນຳ​ອີກ. ມັນ​ມີ​ຂຽນ​ໄວ້​ຢູ່​ຫົວ​ຄ້ອນ​ຕີ​ແລະ ເຫັນ​ຂຽນ​ຢູ່​ໃນ​ໜ່ວຍກອງ. “ບໍ​ລິ​ສຸດແດ່​ພຣະ​ຜູ້​ເປັນ​ເຈົ້າ” ມີ​ຂຽນ​ໄວ້​ຢູ່​ທີ່​ຫົວກອນ​ປະ​ຕູ​ບ້ານ ຂອງ​ທ່ານ​ບຣິກຳ ຢັງ. ເຮົາ​ຈະ​ພົບ​ເຫັນ​ຄຳ​ວ່າ ບໍ​ລິ​ສຸດ ຢູ່​ໃນ​ບ່ອນ​ທີ່​ແປກໆ ແລະ ບໍ່​ຄາດ​ຄິດ, ແຕ່​ມັນ​ເຕືອນ​ເຮົາ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ບໍ​ລິ​ສຸດ.

ຮູບ​ພາບ
ຈອກ​ສິນ​ລະ​ລຶກ
ຮູບ​ພາບ
ຖາດ​ສິນ​ລະ​ລຶກ
ຮູບ​ພາບ
ປ່ອງ​ຢ້ຽມ​ຂອງ​ຕຶກ ZCMI
ຮູບ​ພາບ
ຄ້ອນ​ຕີ
ຮູບ​ພາບ
ໜ່ວຍກອງ
ຮູບ​ພາບ
ຫົວ​ກອນ​ປະ​ຕູ

ການ​ຮັບ​ສ່ວນ​ພຣະ​ກາຍ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ດື່ມ​ໂລ​ຫິດ​ຂອງ​ພຣະ​ອົງ ໝາຍ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ສອດ​ຄ່ອງ​ກັບ​ລັກ​ສະ​ນະ​ທີ່​ເໝືອນ​ພຣະ​ຄຣິດ ແລະ ເຮັດ​ໃຫ້​ຄຸນ​ສົມ​ບັດ​ຂອງ​ພຣະ​ອົງ ເປັນ​ຄຸນ​ສົມ​ບັດ​ຂອງ​ເຮົາ​ເອງ. ສິ່ງນີ້​ຄື​ການ​ກັບ​ໃຈ ບໍ່​ແມ່ນ​ແຕ່​ພຽງ​ການ​ຫັນ​ໜີ​ຈາກ​ບາບ​ໃນ​ອະ​ດີດ​ເທົ່າ​ນັ້ນ ແຕ່ “ຫັນ​ຫົວ​ໃຈ ແລະ ຄວາມ​ປະ​ສົງ​ຂອງ​ເຮົາ ໄປ​ຫາ​ພຣະ​ເຈົ້າ”33 ດຳ​ເນີນ​ໄປ​ໜ້ານຳ​ອີກ. ດັ່ງ​ທີ່​ໄດ້​ເກີດ​ກັບ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ ໃນ​ຄວາມ​ຝັນ​ທີ່​ເປີດ​ເຜີຍຈາກ​ສະ​ຫວັນນັ້ນ, ພຣະ​ເຈົ້າ​ຈະ​ສະ​ແດງ​ໃຫ້​ເຮົາ​ເຫັນ​ຄວາມ​ບົກ​ພ່ອງ ແລະ ຄວາມ​ອ່ອນ​ແອ​ຂອງ​ເຮົາ, ແຕ່​ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ປ່ຽນ​ຄວາມ​ອ່ອນ​ແອ ເປັນ​ຄວາມ​ເຂັ້ມ​ແຂງ.34 ຖ້າ​ຫາກ​ເຮົາ​ທູນ​ຂໍ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ, “ມີ​ສິ່ງ​ໃດ​ອີກ​ແດ່​ທີ່​ຂ້າ​ນ້ອຍ​ຍັງ​ຂາດ​ຢູ່?”35 ແລ້ວ​ພຣະ​ອົງ​ຈະ​ບໍ່​ປ່ອຍ​ໃຫ້​ເຮົາ​ເດົາ, ແຕ່​ດ້ວຍ​ຄວາມ​ຮັກ ພຣະ​ອົງ​ຈະ​ຕອບ​ເພື່ອ​ເຫັນ​ແກ່​ຄວາມ​ສຸກ​ຂອງ​ເຮົາ. ແລະ ພຣະ​ອົງ​ຈະ​ປະ​ທານ​ຄວາມ​ຫວັງ​ໃຫ້​ເຮົາ.

ມັນ​ແມ່ນ​ຄວາມ​ພະ​ຍາ​ຍາມ​ທີ່​ຕ້ອງ​ໃຊ້​ເວ​ລາ, ແລະ ມັນ​ຈະ​ເປັນ​ຕາ​ຢ້ານ​ຫລາຍ ຖ້າ​ຫາກ​ເຮົາ​ສະ​ແຫວງ​ຫາ​ຄວາມ​ບໍ​ລິ​ສຸດ​ດ້ວຍ​ຕົວ​ຄົນ​ດຽວ. ຄວາມ​ຈິງ​ທີ່ຮຸ່ງ​ໂລດ​ຄື ເຮົາ​ບໍ່​ໄດ້​ຢູ່​ຄົນ​ດຽວ. ເຮົາ​ມີ​ຄວາມ​ຮັກຂອງ​ພຣະ​ເຈົ້າ, ມີ​ພຣະ​ຄຸນ​ຂອງ​ພຣະ​ຄຣິດ, ມີ​ການ​ປອບ​ໂຍນ ແລະ ການ​ຊີ້​ນຳ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ມີມິດ​ຕະ​ພາບ​ຂອງ​ໝູ່​ເພື່ອນ​ທີ່​ເປັນ​ໄພ່​ພົນ ໃນ​ພຣະ​ກາຍ​ຂອງ​ພຣະ​ຄຣິດ. ຂໍ​ໃຫ້​ເຮົາ​ຢ່າ​ພໍ​ໃຈ​ຢູ່ກັບ​ສິ່ງ​ທີ່​ເຮົາ​ເປັນ​ຢູ່​ໃນ​ເວ​ລານີ້ ແລະ ຢ່າ​ທໍ້​ຖອຍ​ໃຈ. ນີ້ເປັນ​ເພງ​ສວດ​ທຳ​ມະ​ດາ ແຕ່​ມີ​ຄວາມໝາຍ ຊຸກ​ຍູ້​ເຮົາ​ໃຫ້:

ໃຊ້​ເວ​ລາ​ເພື່ອ​ໃຫ້​ບໍ​ລິ​ສຸດ, ໃນ​ໂລກ​ທີ່​ຟ້າວ​ຟັ່ງ;

ໃຊ້​ເວ​ລາ​ໃນ​ທີ່​ລັບ ກັບ​ພຣະ​ເຢຊູ​ຕາມ​ລຳ​ພັງ.

ໂດຍ​ການ​ຫລຽວ​ເບິ່ງ​ທີ່​ພຣະ​ເຢ​ຊູ, ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ;

ເປັນ​ເພື່ອນ​ໃນ​ການ​ກະ​ທຳ ເປັນ​ຢ່າງ​ພຣະ​ອົງໃນ​ການປະ​ກົດ.36

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ວ່າ​ພຣະ​ອົງເປັນ, “ອາ​ຫານ​ແຫ່ງ​ຊີ​ວິດ ທີ່​ໄດ້​ລົງ​ມາ​ຈາກ​ສະ​ຫວັນ,”37 ຜູ້​ທີ່​ຮັບກິນ ພຣະ​ກາຍ​ຂອງ​[ພຣະ​ອົງ], ແລະ ດື່ມ​ໂລ​ຫິດ​ຂອງ​[ພຣະ​ອົງ] ຈະມີ​ຊີ​ວິດ​ນິ​ລັນ​ດອນ,”38 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.