​2010–2019
ຍັງ​ມີ​ການເດີນ​ທາງ​ຢູ່ຕໍ່​ໄປ!
ເດືອນ​ຕຸລາ 2017


ຍັງ​ມີ​ການເດີນ​ທາງ​ຢູ່ຕໍ່​ໄປ!

ການ​ເດີນ​ທາງ​ກັບໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເປັນ​ການ​ເດີນ​ທາງ​ທີ່​ສຳ​ຄັນ​ທີ່​ສຸດ ໃນ​ຊີ​ວິດ​ຂອງ​ເຮົາ.

ໜຶ່ງ​ຮ້ອຍ​ເຈັດ​ສິບ​ປີ​ກ່ອນ, ທ່ານບຣິກຳ ຢັງ ໄດ້​ຫລຽວ​ເບິ່ງ​ຮ່ອມ​ພູ​ເຊົາ​ເລັກ ເປັນ​ເທື່ອ​ທຳ​ອິດ ແລະ ໄດ້​ປະ​ກາດ​ວ່າ, “ນີ້ແມ່ນສະ​ຖານ​ທີ່ ທີ່ຖືກ​ຕ້ອງແລ້ວ!”1 ເພິ່ນ​ຮູ້​ສະ​ຖານ​ທີ່ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ມັນ​ຕໍ່​ເພິ່ນ.

ເມື່ອ​ເຖິງປີ 1869, ໄພ່​ພົນ​ຫລາຍກວ່າ 70,000 ຄົນ ໄດ້​ເດີນ​ທາງ​ມາ​ຄື​ກັນ. ເຖິງ​ແມ່ນ​ຈະ​ມີ​ຫລາຍ​ພາ​ສາ, ວັດ​ທະ​ນະ​ທຳ, ແລະ ສັນ​ຊາດ, ແຕ່​ເຂົາ​ເຈົ້າ​ກໍ​ມີ​ປະ​ຈັກ​ພະ​ຍານ​ນຳ​ກັນ​ເຖິງ​ພຣະ​ບິ​ດາ, ພຣະ​ບຸດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ, ​ເຖິງການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ສ້າງ​ຊີໂອນ—ສະ​ຖານ​ທີ່ ທີ່​ສະ​ຫງົບ​ສຸກ, ສັນ​ຕິ​ສຸກ, ແລະ ສວຍ​ງາມ ໃນ​ການ​ຕຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຮູບ​ພາບ
ເຈນ ແມນນິງ ເຈມສ໌

ໃນ​ບັນ​ດາ​ໄພ່​ພົນກຸ່ມ​ທຳ​ອິດ​ທີ່​ມາ​ເຖິງ​ລັດ​ຢູ​ທາ ມີ​ຜູ້​ຍິງ​ຄົນ​ໜຶ່ງ​ຊື່ ເຈນ ແມນນິງ ເຈມສ໌—ເປັນລູກ​ສາວ​ຂອງ​ຂ້າ​ທາດ​ຄົນ​ໜຶ່ງ​ທີ່​ຖືກ​ປ່ອຍ​ເປັນ​ອິດ​ສະ​ລະ, ຜູ້​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ, ແລະ ເປັນ​ສາ​ນຸ​ສິດ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ຜູ້​ໄດ້​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໜັກ. ຊິດສະເຕີ ເຈມສ໌ ໄດ້​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່​ສັດ​ມາ​ຕະ​ຫລອດ ຈົນ​ເຖິງ​ວັນ​ຕາຍ ໃນ​ປີ 1908.

ນາງ​ໄດ້​ຂຽນ​ວ່າ: “ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ໃນ​ຕອນນີ້, ວ່າ​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ດັ່ງ​ທີ່​ຖືກ​ສິດ​ສອນ​ໂດຍ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຍັງ​ເຂັ້ມ​ແຂງ​ຢູ່​ໃນ​ມື້ນີ້, ຫລື ອາດ​ເຂັ້ມ​ແຂງ​ຫລາຍກວ່າມື້​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ຂ້າ​ພະ​ເຈົ້າ​ໄດ້​ຈ່າຍ​ສ່ວນ​ສິບ ແລະ ຈ່າຍ​ບໍ​ລິ​ຈາກ, ຮັກ​ສາ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ, ຂ້າ​ພະ​ເຈົ້າເຂົ້າ​ນອນ​ແຕ່​ຫົວ​ຄ່ຳ ແລະ ລຸກນອນ​ແຕ່​ເຊົ້າ, ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ເປັນ​ຕົວ​ຢ່າງ​ທີ່​ດີ​ໃຫ້​ແກ່​ທຸກ​ຄົນ.”2

ຊິດສະເຕີ ເຈມສ໌, ເຊັ່ນ​ດຽວ​ກັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄົນ​ອື່ນໆ, ບໍ່​ພຽງ​ແຕ່​ໄດ້​ສ້າງ​ສາ​ຊີໂອນ​ດ້ວຍ​ເລືອດ, ເຫື່ອໄຄ, ແລະ ນ້ຳ​ຕາ​ເທົ່າ​ນັ້ນ ແຕ່​ຍັງ​ໄດ້​ສະ​ແຫວງ​ຫາ​ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜ່ານ​ທາງ​ການ​ດຳ​ລົງ​ຊີ​ວິດ​ຕາມຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ຈົນ​ສຸດ​ຄວາມ​ສາ​ມາດນຳ​ອີກ ໃນ​ຂະ​ນະ​ທີ່​ຍຶດ​ໝັ້ນ​ໃນ​ສັດ​ທາ​ຕໍ່​ພຣະ​ເຢຊູ​ຄຣິດ—ຜູ້​ປິ່ນ​ປົວ​ທີ່​ຍິ່ງ​ໃຫຍ່ ແກ່​ທຸກ​ຄົນ​ທີ່​ສະ​ແຫວງ​ຫາ​ພຣະ​ອົງ​ຢ່າງ​ຈິງ​ໃຈ.

ໄພ່​ພົນ​ລຸ້ນ​ທຳ​ອິດ​​ບໍ່​​ໄດ້ເປັນ​ຄົນ​ດີ​ພ້ອມ​ທຸກ​ຢ່າງ, ແຕ່​ເຂົາ​ເຈົ້າ​ໄດ້​ສ້າງ​ພື້ນ​ຖານ​ໄວ້​ໃຫ້​ເຮົາ ອັນ​ທີ່​ເຮົາ​ໄດ້​ສ້າງ​ຄອບ​ຄົວ ແລະ ສັງ​ຄົມ ທີ່​ຮັກ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ, ຊຶ່ງ​ຖືກ​ເລົ່າ​ລື​ໄປ​ຕະ​ຫລອດ​ທົ່ວ​ໂລກ ເພາະ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ເຮົາ​ຕໍ່​ພຣະ​ເຢຊູ​ຄຣິດ ແລະ ເພາະຄວາມ​ຊ່ວຍ​ເຫລືອ​ອາ​ສາ​ສະ​ໝັກຂອງ​ເຮົາ ຕໍ່​ຜູ້​ທີ່​ຢູ່​ໃກ້ ແລະ ໄກ.3

ປະ​ທານ​ໄອຣິງ, ຂ້າ​ນ້ອຍ​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ເຫລົ່າທູດ​ເສື້ອ​ສີ​ເຫລືອງສິບ​ພັນ​ຄົນ ທີ່​ຮັບ​ໃຊ້​ໃນ​ລັດ​ເທັກຊັດ, ໃນປະ​ເທດ​ແມັກຊິໂກ, ແລະ ບ່ອນ​ອື່ນໆ​ຮ່ວມກັບ​ທ່ານ.

ຂ້າ​ພະ​ເຈົ້າ​ໝັ້ນ​ໃຈ​ວ່າ ຖ້າ​ຫາກ​ເຮົາສູນ​ເສຍ​ຄວາມ​ຜູກ​ພັນ​ກັບ​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ, ຮ່ວມ​ທັງ​ບັນ​ພະບຸ​ລຸດ​ຜູ້​ບຸກ​ເບີກ, ເຮົາ​ຈະ​ສູນ​ເສຍ​ມູນ​ມໍ​ລະ​ດົກ​ທີ່​ມີ​ຄ່າ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກ່ຽວ​ກັບ “ສັດ​ທາ​ໃນ​ທຸກ​ບາດ​ກ້າວ” ໃນ​ອະດີດ ແລະ ຈະ​ສືບ​ຕໍ່​ໄປໃນ​ອະ​ນາ​ຄົດ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ຄົນ​ລຸ້ນ​ໃໝ່ ຕ້ອງ​ມີ​ສັດ​ທາ​ທີ່​ຄ້າຍ​ຄື​ກັນກັບ​ໄພ່​ພົນ​ລຸ້ນ​ທຳ​ອິດ ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ແລະ ໃນ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ອົງ.4

ບັນ​ພະ​ບຸ​ລຸດ​ຜູ້​ບຸກ​ເບີກ​ຂອງ​ຂ້າ​ພະ​ເຈົ້າ ກໍ​ເປັນ​ຜູ້​ໜຶ່ງ​ທີ່​ໄດ້​ຍູ້​ລໍ້, ໄດ້​ຂີ່​ກວຽນ, ແລະ ໄດ້​ຍ່າງ​ໄປ​ຫາ​ລັດ​ຢູ​ທາ. ຄື​ກັນ​ກັບ ຊິດສະເຕີ ເຈນ ແມນນິງ ເຈມສ໌, ພວກ​ເພິ່ນ​ໄດ້​ມີ​ສັດ​ທາ​ຢ່າງ​ເລິກ​ຊຶ້ງ ໃນ​ທຸກ​ບາດ​ກ້າວ ຂະ​ນະ​ທີ່​ເດີນ​ທາງ.

ປຶ້ມ​ບັນ​ທຶກ​ສ່ວນ​ຕົວ​ຂອງ​ພວກ​ເພິ່ນ ​ກໍເຕັມ​ໄປ​ດ້ວຍ​ຄວາມ​ທຸກ​ຍາກ​ລຳ​ບາກ, ຄວາມ​ຫິວ​ໂຫຍ, ແລະ ຄວາມ​ເຈັບ​ປ່ວຍ ພ້ອມ​ທັງ​ປະ​ຈັກ​ພະ​ຍານ​ແຫ່ງ​ສັດ​ທາ​ຂອງ​ພວກ​ເພິ່ນ​ໃນ​ພຣະ​ເຈົ້າ ແລະ ໃນ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢຊູ​ຄຣິດ.

ເຂົາ​ເຈົ້າ​ມີ​ຊັບ​ສົມ​ບັດ​ເລັກ​ໜ້ອຍ ແຕ່​ມີ​ພອນ​ຢ່າງ​ຫລວງ​ຫລາຍ ຈາກ​ການ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ ທີ່​ເຂົາ​ເຈົ້າ​ພົບ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ. ຕອນ​ເປັນ​ໄປ​ໄດ້, ເຂົາ​ເຈົ້າ​ໄດ້​ເຊີດ​ຊູ​ຜູ້​ຖືກ​ຢຽບ​ຍ່ຳ ແລະ ໃຫ້​ພອນ​ແກ່​ຜູ້​ເຈັບ​ປ່ວຍ ຜ່ານ​ການ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ ແລະ ໂດຍ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ.

ເອື້ອຍ​ນ້ອງ​ໃນ​ເມືອງ ແຄເຈີ ວາລີ, ລັດ ຢູທາ, ໄດ້​ປະ​ຕິ​ບັດ​ຕໍ່​ໄພ່​ພົນ ໃນ​ຖາ​ນະ​ສະ​ມາ​ຄົມ​ສົງ​ເຄາະ ເພື່ອ “ເຮັດ​ວຽກ​ງານ​ໃນ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ຕໍ່​ຄົນ​ທີ່​ຂັດ​ສົນ.”5 ແມ່​ຕູ້​ທວດ​ຂອງ​ຂ້າ​ພະ​ເຈົ້າ ຊື່ ມາກາເຣັດ ມິກນຽວ ບາເລີດ ໄດ້​ຮັບ​ໃຊ້​ຄຽງ​ຂ້າງ​ກັບ​ສາ​ມີ​ຂອງ​ເພິ່ນ ຊື່ ເຮັນຣີ, ຕອນ​ພໍ່​ຕູ້​ທວດ​ເປັນ​ອະ​ທິ​ການ​ຂອງ​ຫວອດ ໂລແກນ ທີ​ສອງ ເປັນ​ເວ​ລາ 40 ປີ. ແມ່ຕູ້ ມາກາເຣັດ ໄດ້​ເປັນ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ເປັນ​ເວ​ລາ 30 ປີ ໃນໄລ​ຍະ​ນັ້ນ. ແມ່​ຕູ້​ໄດ້​ຮັບ​ເອົາ​ຄົນ​ຍາກ​ຈົນ, ຄົນ​ເຈັບ​ປ່ວຍ, ທັງແມ່​ໝ້າຍ ແລະ ເດັກ​ກຳ​ພ້າ ມາ​ດູ​ແລ​ຢູ່​ບ້ານ, ແລະ ເພິ່ນ​ຍັງໄດ້​ແຕ່ງ​ກາຍ​ໃຫ້​ຜູ້​ຕາຍ ດ້ວຍ​ເຄື່ອງ​ນຸ່ງ​ພຣະ​ວິ​ຫານ​ທີ່​ສະ​ອາດ​ນຳ​ອີກ.

ເຖິງ​ແມ່ນ​ມັນ​ເປັນ​ສິ່ງ​ເໝາະ​ສົມ ແລະ ສຳ​ຄັນ ທີ່​ຈະ​ຈື່​ຈຳ​ປະ​ຫວັດ​ສາດ​ຂອງ​ການ​ເດີນ​ທາງ​ຂອງ​ຊາວ​ມໍ​ມອນ ໃນ​ສັດ​ຕະ​ວັດ​ທີ 19, ແຕ່​ເຮົາ​ກໍ​ຕ້ອງ​ຈື່​ຈຳ​ວ່າ “​ຍັງ​ມີການ​ເດີນ​ທາງ​ຢູ່ຕໍ່​ໄປ​ໃນ​ຊີ​ວິດນີ້!” ສຳ​ລັບ​ເຮົາ​ແຕ່​ລະ​ຄົນ ເມື່ອ​ເຮົາ​ພິ​ສູດ “ສັດ​ທາ​ໃນທຸກ​ບາດ​ກ້າວ” ຂອງ​ຕົວ​ເອງ.

ຮູບ​ພາບ
ສະ​ມາ​ຊິກ​ເຕົ້າ​ໂຮມຢູ່​ໃນ​ຕຶກ​ໂບດ​ຂອງ​ຕົນ​ເອງ

ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່ ບໍ່​ໄດ້​ໄປ​ເຕົ້າ​ໂຮມ​ກັບ​ຜູ້​ບຸກ​ເບີກ​ທີ່​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່ ພາກ​ຕາ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ. ແຕ່​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ ເຕົ້າ​ໂຮມ​ກັນ​ຢູ່​ໃນ​ທ້ອງ​ຖິ່ນ​ຂອງ​ຕົນ​ເອງ, ບ່ອນ​ທີ່​ໄພ່​ພົນ​ນະ​ມັດ​ສະ​ການ ພຣະບິ​ດາ​ເທິງ​ສະ​ຫວັນ ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ. ໂດຍ​ທີ່​ມີໜ່ວຍ​ສາດ​ສະ​ໜາ​ຈັກ ຫລາຍກວ່າ 30,000 ແຫ່ງ ຕະ​ຫລອດ​ທົ່ວ​ໂລກ, ທຸກ​ຄົນ​ກໍ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ຊີໂອນ​ຂອງ​ຕົວ​ເອງ. ດັ່ງ​ທີ່​ພຣະ​ຄຳ​ພີ​ບອກວ່າ, ເພາະ​ນີ້​ຄື​ຊີໂອນ—ຜູ້​ທີ່​ມີ​ໃຈບໍ​ລິ​ສຸດ.6

ເມື່ອ​ເຮົາ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ຊີ​ວິດ, ເຮົາ​ໄດ້​ຖືກ​ທົດ​ສອບ ເພື່ອ​ຈະ​ໄດ້​ເບິ່ງວ່າ ເຮົາ​ຈະ​ປະ​ຕິ​ບັດ​ຕາມ​ທຸກ​ສິ່ງ​ທັງ​ປວງ​ອັນ​ໃດ​ກໍ​ຕາມ​ທີ່ [ພຣະ​ຜູ້​ເປັນ​ເຈົ້າ​ໄດ້] ບັນ​ຊາເຮົາ​ຫລືບໍ່.7

ຫລາຍ​ຄົນ​ໃນ​ພວກ​ເຮົາ​ກໍ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ການ​ຄົ້ນ​ພົບທີ່​ມະ​ຫັດ​ສະ​ຈັນ​ນີ້—ຊຶ່ງ​ນຳ​ໄປ​ສູ່​ຄວາມ​ສົມ​ບູນ​ແບບ​ເປັນສ່ວນ​ຕົວ ແລະ ມີຄວາມ​ຮູ້​ທາງວິນ​ຍານ. ບາງ​ຄົນ​ໃນ​ພວກ​ເຮົາ​ກໍ​ຢູ່​ໃນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຄວາມ​ໂສກ​ເສົ້າ, ຄວາມ​ຜິດ​ບາບ, ຄວາມ​ເຈັບ​ປວດ, ແລະ ຄວາມ​ໝົດ​ຫວັງ.

ກ່ຽວ​ກັບ​ເລື່ອງນີ້, ຈົ່ງ​ຖາມ​ຕົວ​ເອງວ່າ: ແມ່ນ​ຫຍັງຄື​ຈຸດ​ໝາຍ​ປາຍ​ທາງ​ສຸດ​ທ້າຍ​ຂອງ​ທ່ານ? ທ່ານ​ກຳ​ລັງ​ເດີນ​ໄປ​ໃສ? ເສັ້ນ​ທາງ​ຂອງ​ທ່ານ ຈະ​ນຳ​ທ່ານ​ໄປ​ພົບ​ພອນ​ຢ່າງ​ຫລວງ​ຫລາຍ ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້ສັນ​ຍາ​ໄວ້​ບໍ?8

ການ​ເດີນ​ທາງ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແມ່ນ​ສຳ​ຄັນ​ທີ່​ສຸດ ໃນ​ຊີ​ວິດ​ຂອງ​ເຮົາ, ແລະ ຕ້ອງ​ເດີນ​ຕໍ່​ໄປ​ໃນ​ແຕ່​ລະ​ວັນ, ແຕ່​ລະອາ​ທິດ, ແຕ່​ລະເດືອນ, ແລະ ແຕ່​ລະປີ ໃນ​ຂະ​ນະ​ທີ່​ເຮົາ​ມີ​ສັດ​ທາ​ຫລາຍ​ຂຶ້ນ ໃນ​ພຣະ​ອົງ ແລະ ໃນ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ.

ເຮົາ​ຕ້ອງ​ລະ​ມັດ​ລະ​ວັງ ວ່າ ເຮົາ​ກຳ​ລັງ​ເດີນ​ໄປ​ທາງ​ໃດ. ເຮົາ​ຕ້ອງ​ລະ​ມັດ​ລະ​ວັງ ແລະ ເຊື່ອ​ຟັງ​ຕໍ່​ຄຳ​ແນະ​ນຳ​ຂອງ​ພຣະ​ເຢຊູ ດັ່ງທີ່​ພຣະ​ອົງ​ໄດ້​ກ່າວ​ກັບ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ຕອນຕອບ​ຄຳ​ຖາມ​ຂອງ​ພວກ​ເພິ່ນ​ທີ່ວ່າ “ຈົ່ງ​ບອກ​ພວກ​ຂ້າ​ນ້ອຍ​ແດ່​ວ່າ ເຫດ​ການ​ທັງ​ໝົດ​ນັ້ນ​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ ແລະ ມີ​ສິ່ງ​ໃດ​ເປັນ​ເຄື່ອງ​ໝາຍ​ສຳ​ຄັນ​ບອກ​ເວ​ລາ​ສິ້ນ​ສຸດ​ຂອງ​ໂລກ?

“ພຣະ​ເຢຊູ​ໄດ້​ຕອບ​ພວກ​ເພິ່ນ​ວ່າ, ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້​ຊາຍ [ແລະ ຜູ້​ຍິງ] ຄົນ​ໃດ​ຫລອກ​ຫລວງ​ພວກ​ເຈົ້າ.”9

ມື້ນີ້ ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຍ້ຳ​ຄຳ​ແນະ​ນຳ​ທີ່​ຜ່ານ​ມາ ຂອງ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ.

  • ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຈົ່ງ​ຮັກ​ສາ​ຄຳ​ສອນ​ຂອງ​ພຣະ​ຄຣິດໄວ້ ໃຫ້​ບໍ​ລິ​ສຸດ ແລະ ຢ່າ​ໃຫ້​ຜູ້​ທີ່​ຢຽບ​ຍ່ຳ​ພຣະ​ກິດ​ຕິ​ຄຸນ ມາ​ຫລອກ​ລວງ​ທ່ານ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ບິ​ດາ ແລະ ພຣະ​ບຸດ ໄດ້​ຖືກ​ຟື້ນ​ຟູ​​ຜ່ານ​ທາງ​ໂຈເຊັບ ສະມິດ, ສາດ​ສະ​ດາ​ຂອງ​ຍຸກ​ສຸດ​ທ້າຍນີ້.

  • ຢ່າ​ເຊື່ອ​ຟັງ​ຄົນ​ທີ່ ບໍ່ ໄດ້​ຖືກ​ແຕ່ງ​ຕັ້ງ ແລະ/ຫລື ບໍ່ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຢ່າງ​ເປັນ​ທາງ​ການ ສູ່​ຕຳ​ແໜ່ງ​ຂອງ​ເຂົາ​ເຈົ້າ ຢ່າງ​ເປັນ​ເອ​ກະ​ສັນ ໃນ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.10

  • ຈົ່ງ​ລະ​ວັງ​ໃຫ້​ດີ​ກັບ​ອົງ​ການ​ຕ່າງໆ, ກຸ່ມ​ຕ່າງໆ, ຫລື ບຸກ​ຄົນ​ໃດ​ໜຶ່ງ ທີ່​ປະ​ກາດ​ຕົນ​ວ່າ ສາ​ມາດ​ຕອບ​ຄຳ​ຖາມທີ່​ສັກ​ສິດ​ເລື່ອງ​ຄຳ​ສອນ ຊຶ່ງບອກວ່າ ທຸກວັນ​ນີ້ ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ ບໍ່ສາມາດ​ຕອບ ຫລື ເຂົ້າ​ໃຈ.

  • ຢ່າ​ຟັງ​ຄວາມ​ຂອງ​ຜູ້​ຄົນ​ທີ່​ຊັກ​ຊວນ​ໃຫ້​ສ້າງ​ຄວາມ​ຮັ່ງ​ມີ​ຢ່າງ​ວ່ອງໄວ. ສະ​ມາ​ຊິກ​ຂອງ​ເຮົາ​ໄດ້​ສູນ​ເສຍ​ເງິນ​ຢ່າງ​ຫລວງ​ຫລາຍມາ​ແລ້ວ, ສະ​ນັ້ນ​ຈົ່ງ​ລະ​ວັງ​ໃຫ້​ດີ.

ໃນ​ບາງ​ບ່ອນ, ພວກ​ເຮົາຫລາຍ​ຄົນ ໄດ້​ຊອກ​ຫາ​ຄວາມ​ຮູ້​ລຶກ​ລັບ ກັບວິ​ທີ​ການ​ປິ່ນ​ປົວ ແລະ ການສົ່ງ​ເສີມ ທີ່​ຕ້ອງ​ເສຍ​ເງິນ​ຢ່າງ​ຫລວງຫລາຍ ແລະ ຍັງມີ​ຂໍ້​ສົງ​ໄສ.

ສາດ​ສະ​ໜາ​ຈັກ​ໄດ້​ລະ​ບຸເອ​ກະ​ສານ ເມື່ອ​ປີ​ແລ້ວນີ້, ກ່າວ​ວ່າ: “ພວກ​ເຮົາ​ຂໍຮ້ອງ​ສະ​ມາ​ຊິກ​ຂອງສາດ​ສະ​ໜາ​ຈັກ​ໃຫ້​ລະ​ມັດ​ລະ​ວັງ ໃນ​ການ​ເຂົ້າ​ຮ່ວມ​ກັບ​ກຸ່ມ​ໃດໆ ທີ່​ສັນ​ຍາ—ແລກ​ປ່ຽນ​ເງິນ—ກັບ​ການ​ປິ່ນ​ປົວ​ທີ່​ມະ​ຫັດ​ສະ​ຈັນ ຫລື ປະ​ກາດ​ວ່າ ມີ​ແບບ​ແຜນປິ່ນ​ປົວ​ດ້ວຍ​ພະ​ລັງ​ພິ​ເສດ ທີ່​ໃຫ້​ຫາຍ​ດີ​ໄວ ຊຶ່ງນອກ​ເໜືອ​ໄປ​ຈາກ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ.”11

ປຶ້ມ ຄູ່​ມື ຂອງ​ສາດ​ສະ​ໜາ​ຈັກ ແນະ​ນຳ​ວ່າ: “ສະ​ມາ​ຊິກບໍ່​ຄວນ​ໃຊ້​ຢາ ຫລື ຮັບ​ການ​ປິ່ນ​ປົວ ໃນ​ທາງ​ທີ່​ບໍ່​ສອດ​ຄ່ອງ​ກັບ​ສິນ​ທຳ ຫລື ຜິດ​ກົດ​ໝາຍ. ຜູ້​ນຳ​ໃນ​ທ້ອງ​ຖິ່ນ ຄວນ​ແນະ​ນຳ​ສະ​ມາ​ຊິກ ຜູ້​ມີ​ບັນ​ຫາ​ເລື່ອງ​ສຸ​ຂະ​ພາບ ໃຫ້​ປຶກ​ສາ​ກັບ​ແພດ​ໝໍ​ທີ່​ຊ່ຽວ​ຊານ ຜູ້​ມີ​ໃບ​ຢັ້ງ​ຢືນ​ການ​ແພດ ຢູ່​ໃນ​ປະ​ເທດ ບ່ອນ​ທີ່​ເຂົາ​ເຈົ້າ​ໃຫ້​ການ​ຮັກ​ສາ.”12

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຈົ່ງ​ສະ​ຫລາດ ແລະ ລະ​ວັງ​ໃຫ້​ດີ ກ່ຽວ​ກັບ​ສະ​ຖານ​ທີ່ເຊັ່ນ​ນັ້ນ ທີ່​ຂ້າງນອກ​ເບິ່ງ​ຄື​ວ່າ​ຈົບ​ງາມ ແຕ່​ອາດ​ເປັນ​ສິ່ງ​ອັນ​ຕະ​ລາຍ​ຕໍ່​ທາງວິນ​ຍານ ແລະ ທາງ​ຮ່າງ​ກາຍ​ຂອງ​ເຮົາ​ໄດ້.

ສຳ​ລັບ​ບັນ​ພະ​ບຸ​ລຸດ​ຜູ້​ບຸກ​ເບີກ​ຂອງ​ເຮົາ, ການ​ເພິ່ງ​ຕົວ​ເອງ ແລະ ກຸ້ມ​ຕົນ​ເອງ ເປັນ​ສິ່ງ​ສຳ​ຄັນ​ຫລາຍ, ແຕ່​ຄວາມ​ສາ​ມັກ​ຄີ​ໃນ​ຊຸມ​ຊົນ​ກໍ​ສຳ​ຄັນ​ເໝືອນ​ກັນ. ເຂົາ​ເຈົ້າ​ທຳ​ງານ​ດ້ວຍ​ກັນ ແລະ ຊ່ວຍ​ເຫລືອ​ກັນ ເອົາ​ຊະ​ນະ​ການ​ທ້າ​ທາຍ​ຮ່າງ​ກາຍ ແລະ ຄວາມ​ຮູ້​ສຶກ ໃນ​ວັນເວ​ລາ​ຂອງ​ເຂົາ​ເຈົ້າ. ສຳ​ລັບ​ຜູ້​ຊາຍ, ມີ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ, ແລະ ຜູ້​ຍິງ​ກໍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ. ທຸກວັນ​ນີ້​ກໍ​ຍັງ​ປະ​ຕິ​ບັດ​ກັນຢູ່​ຄື​ເກົ່າ.

ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ກຸ່ມ​ຖາ​ນະ​ປະ​ໂລ​ຫິດ ຈະ​ຊ່ວຍ​ເຫລືອ​ທາງຝ່າຍວິນ​ຍານ ແລະ ຝ່າຍ​ໂລກ ຂອງ​ສະ​ມາ​ຊິກ.

ຈົ່ງຢູ່​ໃນ​ເສັ້ນ​ທາງ​ຂອງ​ພຣະ​ກິດ​ຕິ​ຄຸນ ໂດຍ​ການ “ມີ​ສັດ​ທາ​ໃນ​ທຸກ​ບາດ​ກ້າວ” ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ ແລະ ອົງ​ພຣະເຢ​ຊູ​ຄຣິດເຈົ້າ ຢ່າງ​ປອດ​ໄພ. ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ປະ​ເສີດ​ເລີດ​ລ້ຳ​ຂອງ​ເຮົາ. ພຣະ​ອົງ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ໂລກ. ເຮົາ​ຕ້ອງ​ໃຫ້​ກຽດ​ພຣະ​ນາມ​ທີ່​ສັກ​ສິດຂອງ​ພຣະ​ອົງ ແລະ ບໍ່​ໃຊ້​ໃນ​ທາງ​ທີ່ບໍ່​ຖືກ​ຕ້ອງ, ພະ​ຍາ​ຍາມ​ສະ​ເໝີ​ທີ່​ຈະຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ຖ້າ​ຫາກ​ເຮົາ​ເຮັດ​ແນວນັ້ນ, ພຣະ​ອົງ​ຈະ​ອວຍ​ພອນ​ເຮົາ ແລະ ນຳ​ພາ​ເຮົາ​ກັບ​ບ້ານ​ຢ່າງ​ປອດ​ໄພ.

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທຸກ​ຄົນ​ທີ່​ໄດ້​ຍິນ​ສຽງ​ຂອງ​ຂ້າ​ພະ​ເຈົ້າ ໃຫ້​ຕ້ອນ​ຮັບ​ຜູ້​ທີ່​ເດີນ​ໄປ​ໃນ​ເສັ້ນ​ທາງ​ຂອງ​ຕົນ​ເອງ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ຢູ່​ໃນ​ຈຸດ​ໃດ​ກໍ​ຕາມ.

ກະ​ລຸ​ນາ​ຈື່​ຈຳ​ວ່າ ບໍ່​ມີ​ພອນ​ອື່ນ​ໃດ ທີ່​ຍິ່ງ​ໃຫຍ່​ໄປ​ກວ່າ​ການ​ແບ່ງ​ປັນ​ຂ່າວ​ສານ​ຂອງ​ການ​ຟື້ນ​ຟູ, ຊຶ່ງ​ເມື່ອ​ຮັບ​ເອົາ ແລະ ດຳ​ລົງ​ຊີ​ວິດ​ຕາມ, ແລ້ວ​ຈະ​ໄດ້​ຮັບຄຳ​ສັນ​ຍາ ທີ່​ຈະ​ມີ​ສັນ​ຕິ​ສຸກ ແລະ ຄວາມ​ສະ​ຫງົບ​ຕະ​ຫລອດ​ການ—ແມ່ນ​ແຕ່​ຊີ​ວິດ​ນິ​ລັນ​ດອນ. ຂໍ​ໃຫ້​ເຮົາ​ຈົ່ງ​ໃຊ້ພະ​ລັງ, ຄວາມ​ເຂັ້ມ​ແຂງ, ແລະ ປະ​ຈັກ​ພະ​ຍານ ໃນ​ການ​ຊ່ວຍ​ເຫລືອ​ຜູ້​ສອນສາດ​ສະ​ໜາ​ຂອງ​ເຮົາ ເພື່ອ​ຊອກ​ຫາ, ສິດ​ສອນ, ແລະ ໃຫ້​ບັບ​ຕິ​ສະ​ມາ​ແກ່​ລູກໆ​ຂອງ​ພຣະ​ເຈົ້າ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ມີ​ພະ​ລັງ​ຂອງ​ຄຳ​ສອນ​ພຣະ​ກິດ​ຕິ​ຄຸນ ນຳ​ພາ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຂົາ​ເຈົ້າ.

ເຮົາ​ຕ້ອງ​ຮັບ​ຕ້ອນ​ລູກໆ​ຂອງ​ພຣະ​ເຈົ້າ ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ບໍ່ແຍກ​ຊັ້ນ​ວັນ​ນະ, ຮ່ວມ​ທັງເຊື້ອ​ຊາດ, ເພດ, ແລະ ສັນ​ຊາດ. ໃຫ້​ເວົ້າ​ໄດ້​ວ່າ ເຮົາ​ເຊື່ອ​ແທ້ໆວ່າ​ພອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ສຳ​ລັບ​ລູກ​ໆທຸກ​ຄົນ​ຂອງ​ພຣະ​ເຈົ້າ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ “​ຍັງ​ມີການ​ເດີນ​ທາງ​ຢູ່​ຕໍ່​ໄປ,” ແລະ ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ຂອງ​ພຣະ​ກິດ​ຕິ​ຄຸນ ເມື່ອ​ທ່ານ​ດຳ​ເນີນ​ໄປ​ໜ້າ ໂດຍ​ການ​ເອື້ອມ​ອອກ​ໄປ​ຫາ​ລູກໆ​ຂອງ​ພຣະ​ເຈົ້າ ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ເພື່ອ​ວ່າ​ເຮົາ​ຈະ​ສາ​ມັກ​ຄີ​ກັນ ດ້ວຍ​ໃຈ​ທີ່​ບໍ​ລິ​ສຸດ ແລະ ມື​ທີ່​ສະ​ອາດ ເພື່ອ​ຮັບ​ເອົາ “ພອນ​ຢ່າງ​ຫລວງ​ຫລາຍ” ທີ່​ມີ​ໄວ້​ໃຫ້​ທຸກ​ຄົນ ທີ່​ຮັກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ​ແທ້ໆ, ຊຶ່ງ​ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຢ່າງ​ຖ່ອມ​ຕົວ ໃນ​ພຣະ​ນາມ​ອັນ​ສັກ​ສິດຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.