​2010–2019
ໂດຍ​ແບບ​ແຜນ​ແຫ່ງ​ສະຫວັນ
ເດືອນ​ຕຸລາ 2017


ໂດຍ​ແບບ​ແຜນ​ແຫ່ງ​ສະຫວັນ

ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງຊີ້​ນຳ​ທ່ານ. ໂດຍ “ແບບ​ແຜນ​ແຫ່ງ​ສະ​ຫວັນ,” ອິດ​ທິ​ພົນ​ຂອງ​ພຣະ​ອົງ ອາດ​ເຫັນ​ໄດ້​ຢູ່​ໃນ​ສິ່ງ​ເລັກ​ນ້ອຍ​ໃນ​ຊີ​ວິດ​ຂອງ​ທ່ານ ເຊັ່ນ​ດຽວ​ກັບ​ໃນຄວາມ​ສຳ​ເລັດ​ຜົນ​ອັນ​ຍິ່ງ​ໃຫຍ່​ຂອງ​ທ່ານ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຢືນ​ຢູ່ນີ້ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ທົ່ວ​ໂລກ ທີ່​ດົນ​ໃຈ ແລະ ຮູ້​ສຶກ​ເຖິງ​ພະ​ລັງ ແລະ ວິນ​ຍານ​ຂອງ​ທ່ານ, ຂ້າ​ພະ​ເຈົ້າອົດຄິດບໍ່​ໄດ້ ເຖິງ​ຖ້ອຍ​ຄຳ​ຂອງ​ອັກ​ຄະ​ສາ​ວົກ​ເປໂຕ ທີ່​ວ່າ: “[ພຣະ​ຜູ້​ເປັນ​ເຈົ້າ​ເອີຍ], ເປັນ​ການ​ດີ​ແທ້ໆ​ທີ່​ພວກ​ຂ້າ​ນ້ອຍ​ຢູ່​ບ່ອນນີ້.”1

ແຕ່​ມັນ​ບໍ່​ແມ່ນ​ຖ້ອຍ​ຄຳ​ຂອງ​ແອວມາ ທີ່​ໄດ້​ກ່າວ​ຫລັງ​ຈາກ​ໄດ້​ສັ່ງ​ສອນ​ຜູ້​ຄົນ​ໃນ​ເມືອງ​ອຳໂມນ​ໄນຮາ. ແອວມາ ໄດ້​ອອກ​ໄປ​ຈາກ​ເມືອງ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ. ບໍ່​ດົນ ທູດ​ອົງ​ໜຶ່ງ​ໄດ້​ມາ​ປະ​ກົດ​ຕໍ່​ແອວມາ ແລະ ໄດ້​ເອີ້ນ​ໃຫ້​ເພິ່ນ “ກັບ​ຄືນ​ໄປ​ຫາ​ເມືອງ​ອຳໂມນ​ໄນຮາ, ແລະ ສັ່ງ​ສອນ​ຜູ້​ຄົນ​ຂອງ​ເມືອງ​ນັ້ນ​ອີກ.”2

ແອວມາ​ຈຶ່ງ​ໄດ້​ກັບ​ຄືນ​ໄປ “ຢ່າງວ່ອງ​ໄວ,” ເຂົ້າ​ໄປ “ໃນ​ເມືອງ​ອີກ​ທາງ​ໜຶ່ງ.”3

“ແລະ ໃນ​ຂະນະ​ທີ່​ເພິ່ນ​ກຳລັງ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ​ດ້ວຍ​ຄວາມ​ຫິວ​ໂຫຍ, ເພິ່ນ​ໄດ້​ເວົ້າ​ກັບ​ຊາຍ​ຄົນ​ໜຶ່ງ​ວ່າ: ເຈົ້າ​ຫາ​ອັນ​ໃດ​ໃຫ້​ຜູ້​ຮັບ​ໃຊ້​ທີ່​ຖ່ອມ​ຕົວ​ຂອງ​ພຣະ​ເຈົ້າ​ກິນ​ແດ່​ໄດ້​ບໍ?

“ແລະ ຊາຍ​ຄົນ​ນັ້ນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ: “ຂ້າ​ນ້ອຍ​ເປັນ​ຊາວ​ນີ​ໄຟ, ແລະ ຂ້າ​ນ້ອຍ​ຮູ້​ຈັກ​ວ່າ​ທ່ານ​ເປັນ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ຂອງ​ພຣະ​ເຈົ້າ​ເພາະ​ວ່າ​ທ່ານ​ແມ່ນ​ຜູ້​ທີ່​ທູດ​ກ່າວ​ໃນ​ພາບ​ນິ​ມິດ​ວ່າ: ເຈົ້າ​ຈົ່ງ​ຕ້ອນ​ຮັບ.”4

ຊາຍ​ຄົນ​ນັ້ນ​ແມ່ນ ແອມມິວເລັກ.

ບັດ​ນີ້, ແອວມາ​ໄດ້​ບັງ​ເອີນ​ໄປ​ພົບ​ເຫັນ​ແອມມິວເລັກ​ບໍ? ບໍ່, ມັນ​ບໍ່​ໄດ້​ເປັນ​​ເຫດການ​ບັງ​ເອີນ ທີ່​ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ເມືອງ ໃນ​ເສັ້ນ​ທາງ​ທີ່​ພາ​ເພິ່ນ​ໄປ​ພົບ​ຊາຍ​ທີ່​ຊື່​ສັດ​ຄົນ​ນີ້ ຜູ້​ກາຍ​ເປັນ​ຄູ່​ສອນ​ສາດ​ສະ​ໜາ​ຂອງ​ເພິ່ນ.

ແອວເດີ ນຽວ ເອ ແມ໊ກສະແວວ ຄັ້ງ​ໜຶ່ງ​ໄດ້​ອະ​ທິ​ບາຍ​ວ່າ: “ບໍ່​ມີ​ຄົນ​ໃດ​ໃນ​ພວກ​ເຮົາ ທີ່​ເຄີຍ​ໃຊ້​ໂອ​ກາດ​ແບບ​ໃຫ້​ຄົນ​ຊ່ວຍ​ເຫລືອ​ຢ່າງ​ພຽງ​ພໍ ຊຶ່ງ​ຖືກ​ຕຽມ​ໄວ້​ໃຫ້​ເຮົາ ໃນ​ວົງ​ລ້ອມ​ຂອງ​ເພື່ອນ​ມິດ​ສະ​ຫາຍ. ທ່ານ ແລະ ຂ້າ​ພະ​ເຈົ້າ​ອາດ​ເອີ້ນ​ການ​ພົບ​ເຈິ​ກັນ​ນີ້​ວ່າ ‘ບັງ​ເອີນ.’ ຄຳ​ນີ້ ເຂົ້າ​ໃຈ​ດີ​ວ່າ ຜູ້​ຄົນ​ມັກ​ໃຊ້​ກັນ, ແຕ່ ບັງ​ເອີນ ບໍ່​ເປັນ​ຄຳ​ທີ່​ເໝາະ​ສົມ ໃນ​ການ​ເອົາ​ມາ​ບັນ​ຍາຍ​ເຖິງວຽກ​ງານ​ທີ່​ຮອບ​ຮູ້​ທຸກ​ຢ່າງ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ບໍ່​ເຮັດ​ສິ່ງ​ໃດ​ໂດຍ ‘ບັງ​ເອີນ’ ແຕ່ … ໂດຍ​ແບບ​ແຜນ​ແຫ່ງ​ສະ​ຫວັນ.’”5

ຊີ​ວິດ​ຂອງ​ເຮົາ​ຄື​ກັນ​ກັບ​ແປ້ນ​ໝາກ​ຣຸກ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ຍ້າຍ​ເຮົາ​ຈາກ​ບ່ອນ​ໜຶ່ງ ໄປ​ຫາ​ອີກ​ບ່ອນ​ໜຶ່ງ—ຖ້າ​ຫາກ​ເຮົາ​ເຮັດ​ຕາມ​ການ​ກະ​ຕຸ້ນ​ທາງວິນ​ຍານ. ເມື່ອ​ຫວນ​ຄິດ​ຄືນ​ຫລັງ, ເຮົາ​ສາ​ມາດ​ເຫັນ​ພຣະ​ຫັດ​ຂອງ​ພຣະ​ອົງ ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ.

ເຮົາ​ສາ​ມາດເຫັນ​ດັ່ງ​ເຊັ່ນ​ການ​ແຊກ​ແຊງ​ຈາກ​ສະ​ຫວັນ ຕອນ​ນີໄຟ​ກັບ​ຄືນ​ໄປ​ເອົາ​ແຜ່ນ​ຈາ​ລຶກ​ຈາກ​ລາບານ. ເພິ່ນ ໄດ້​ຖືກ “ພຣະ​ວິນ​ຍານ​ນຳ​ພາໄປ, ໂດຍ​ບໍ່​ຮູ້​ລ່ວງ​ໜ້າ​ເຖິງ​ສິ່ງ [ທີ່​ເພິ່ນ] ຄວນ​ຈະ​ເຮັດ.”6 ບໍ່​ດົນ​ລາບານ​ກໍ​ໄດ້​ມາ​ຢູ່​ຕໍ່​ໜ້າ​ເພິ່ນ ໃນ​ຄວາມ​ມຶນ​ເມົາ, ແລະ ນີໄຟ​ໄດ້​ຂ້າ​ລາວ, ໄດ້​ໄປ​ເອົາ​ແຜ່ນ​ຈາ​ລຶກ, ແລະ ໄດ້​ໜີ​ໄປ​ຫາ​ພວກ​ອ້າຍ​ຂອງ​ເພິ່ນ. ມັນ​ເປັນ​ໂຊກ​ຂອງ​ເພິ່ນ​ບໍ ທີ່​ໄປ​ພົບ​ກັບ​ລາບານ? ຫລື ມັນ​ເປັນ “ແບບ​ແຜນ​ແຫ່ງ​ສະ​ຫວັນ”?

ເຫດ​ການ​ທີ່​ຍິ່ງ​ໃຫຍ່ ໄດ້​ຖືກ​ເປີດ​ເຜີຍ​ຢູ່​ໃນ​ພຣະ​ກິດ​ຕິ​ຄຸນ ແລະ ໃນ​ສາດ​ສະ​ໜາ​ຈັກ ຊຶ່ງ​ນຳອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໄປ​ໜ້າ ຢູ່​ໃນ​ໂລກນີ້. ມັນ​ບໍ່​ໄດ້​ເປັນ​​ເຫດການ​ບັງ​ເອີນ ແຕ່​ເປັນ​ແຜນ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ຜູ້​ໄດ້​ຕົບ​ແຕ່ງ​ໂລກນີ້ ສາ​ມາດ​ສັ່ງ​ໃຫ້​ນ້ຳ​ສະຫງົບ​ລົງ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ອົງ, ແລະ ສາ​ມາດ​ຊຸກ​ແອວມາ ແລະ ແອມມິວເລັກ​ໄປ​ຫາ​ກັນ ແລະ ນີໄຟ ໄປ​ຫາ​ລາບານ ເພື່ອ​ໃຫ້​ຢູ່​ໃນ​ບ່ອນນັ້ນ ໃນ​ເວ​ລາ​ນັ້ນ.

ເຊັ່ນ​ດຽວ​ກັນ​ນີ້, ເຫດ​ການ ແລະ ຄວາມ​ສຳ​ພັນ​ໄດ້​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຮົາ​ແຕ່​ລະ​ຄົນ ຊຶ່ງ​ນຳ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ໄປ​ໜ້າ ຢູ່​ໃນ​ໂລກນີ້.

ແອວເດີ ໂຈເຊັບ ບີ ເວີດລິນ ທີ່​ຮັກ​ແພງ ໄດ້​ກ່າວ​ເຖິງ​ໂອ​ກາດ​ໜຶ່ງ ຕອນ​ທີ່​ປະທານ​ທອມມັສ ແອັສ ມອນສັນ ໄດ້​ກ່າວ​ກັບ​ເພິ່ນ​ວ່າ: “ມີພຣະ​ຫັດ​ທີ່​ນຳ​ພາ​ເໜືອ​ທຸກ​ສິ່ງ. ສ່ວນ​ຫລາຍ​ແລ້ວ ຕອນ​ມີ​ຫຍັງ​ເກີດ​ຂຶ້ນ, ມັນ​ບໍ່​ແມ່ນ​​ເຫດການ​ບັງ​ເອີນ. ມື້​ໜຶ່ງ, ຕອນ​ເຮົາ​ຫວນ​ຄິດ​ຄືນ​ຫລັງ ກ່ຽວ​ກັບ​ສິ່ງ​ທີ່​ເບິ່ງ​ຄື​ວ່າເປັນ​ເຫດ​ການ​ບັງ​ເອີນ ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ຈະ​ຮັບ​ຮູ້​ວ່າ ບາງ​ທີ ມັນ​ບໍ່​ໄດ້​ເປັນ​​ເຫດການ​ບັງ​ເອີນ​ຈັກ​ໜ້ອຍ​ເລີຍ.”7

ສ່ວນ​ຫລາຍ​ແລ້ວ, ວຽກ​ງານ​ດີ​ຂອງ​ເຮົາ ຈະ​ບໍ່​ມີ​ຫລາຍ​ຄົນ​ຮູ້​ຈັກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ໄດ້​ຖືກ​ບັນ​ທຶກ​ໄວ້ ຢູ່​ໃນ​ສະ​ຫວັນ. ມື້​ໜຶ່ງ, ເຮົາ​ຈະ​ຢືນ​ເປັນ​ພະ​ຍານ ເຖິງວຽກ​ງານ​ທີ່​ອຸ​ທິດ​ຕົນ​ແທ້ໆ​ແຫ່ງ​ຄວາມ​ຊອບ​ທຳ​ຂອງ​ເຮົາ. ບໍ່​ມີ​ການ​ທົດ​ລອງ​ໃດ ຫລື ໄພ​ພິ​ບັດ​ອັນ​ໃຫຍ່​ຫລວງ​ໃດ ທີ່​ຈະ​ສາ​ມາດ​ທຳ​ລາຍ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ​ໄດ້. ແນ່ນອນ, ໂດຍ “ແບບ​ແຜນ​ແຫ່ງ​ສະຫວັນ,” “ຄວາມ​ຊົມ​ຊື່ນ​ຍິນ​ດີ​ກໍ​ມີ​ມາ​ໃນ​ຕອນ​ເຊົ້າ.”8 “ເຮົາ​ໄດ້​ມາ​ເກີດ​ໃນ​ໂລກ​ເພື່ອ​ກະ​ທຳ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ,”9 ພຣະ​ເຢ​ຊູ​ໄດ້​ສອນ. ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ເຮົາ​ກໍ​ໄດ້​ເປັນ​ແນວ​ນັ້ນ​ຄື​ກັນ.

ຜ່ານ​ປະ​ສົບ​ການ​ຂອງ​ການ​ເດີນ​ທາງ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ເອງ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຍ້າຍ​ເຮົາ​ຢູ່​ໃນ​ແປ້ນ​ໝາກ​ຣຸກ ເພື່ອ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ. ສິ່ງ​ທີ່​ເບິ່ງ​ຄື​ວ່າ​ເປັນ​ເຫດ​ການ​ບັງ​ເອີນ, ຕາມ​ຈິງ​ແລ້ວ, ໄດ້​ຖືກ​ຄວບ​ຄຸມ​ໂດຍ​ພຣະ​ບິ​ດາ​ທີ່​ຊົງ​ຮັກ ຢູ່​ໃນ​ສະ​ຫວັນ, ຊຶ່ງຈຳ​ນວນ​ຜົມ​ທຸກ​ເສັ້ນ​ທີ່​ຫົວ ພຣະ​ອົງ​ກໍ​ນັບ​ໄວ້​ໝົດ​ແລ້ວ.10 ນົກ​ຈອກ​ໂຕ​ດຽວ​ຈະ​ຕົກ​ລົງ​ດິນ​ກໍ​ບໍ່​ໄດ້ ​ໂດຍ​ທີ່​ພຣະ​ບິ​ດາ​ຂອງ​ເຮົາ​ບໍ່​ຮັບ​ຮູ້.11 ອິດ​ທິ​ພົນ​ຂອງພຣະ​ຜູ້​ເປັນ​ເຈົ້າ ອາດ​ເຫັນ​ໄດ້​ຢູ່​ໃນ​ສິ່ງເລັກ​ນ້ອຍ​ໃນ​ຊີ​ວິດ​ຂອງ​ເຮົາ, ແລະ ເຫດ​ການ ແລະ ໂອ​ກາດ​ຕ່າງໆ ຈະ​ຕຽມ​ເຮົາ​ໃຫ້​ເຊີດ​ຊູ​ຄອບ​ຄົວ​ຂອງ​ເຮົາ ແລະ ຄົນ​ອື່ນໆ​ຂຶ້ນ ເມື່ອ​ເຮົາ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ໂລກ. ຈົ່ງ​ຈື່​ຈຳ​ໄວ້​ວ່າ, ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ອັບຣາຮາມ ວ່າ, ພຣະ​ອົງ​ຮູ້​ຈັກ​ທີ່​ສຸດ​ຕັ້ງ​ແຕ່​ຕົ້ນ; ສະ​ນັ້ນ​ພຣະ​ຫັດ​ຂອງ​ພຣະ​ອົງ​ຈະ​ຢູ່​ເທິງ​ເຮົາ.”12

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ວາງ​ຂ້າ​ພະ​ເຈົ້າ​ໄວ້ຢູ່​ໃນ​ຄອບ​ຄົວ​ທີ່​​ມີພໍ່​ແມ່​​ທີ່ຮັກ​ແພງ. ຕາມ​ມາດ​ຕະ​ຖານ​ຂອງ​ໂລກ​ແລ້ວ, ພວກ​ເພິ່ນ​ກໍ​ເປັນ​ຄົນ​ທຳ​ມະ​ດາ​ສາ​ມັນແທ້ໆ; ພໍ່​ທີ່​ອຸ​ທິດ​ຕົນ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຄົນ​ຂັບ​ລົດ​ບັນ​ທຸກ; ແມ່​ຜູ້​ປະ​ເສີດ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເປັນ​ແມ່​ບ້ານ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ​​ໃຫ້ພົບ​ເຫັນ​ພັນ​ລະ​ຍາ​ທີ່​ໜ້າ​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ນາງ​ມີລານີ; ພຣະ​ອົງ​ໄດ້​ກະ​ຕຸ້ນ​ນັກ​ທຸ​ລະ​ກິດ​ຄົນ​ໜຶ່ງ, ຜູ້​ກາຍ​ເປັນ​ເພື່ອນ​ທີ່​ດີ​ຂອງ​ຂ້າ​ພະ​ເຈົ້າ, ຮັບ​ເອົາ​ຂ້າ​ພະ​ເຈົ້າ​ເຂົ້າ​ເປັນ​ພະ​ນັກ​ງານ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຂ້າ​ພະ​ເຈົ້າ​ໃຫ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ, ທັງ​ຕອນ​ເປັນ​ໜຸ່ມ ແລະ ຕອນ​ເປັນ​ປະ​ທານ​ເຜີຍ​ແຜ່; ພຣະ​ອົງ​ໄດ້​ເອີ້ນ​ຂ້າ​ພະ​ເຈົ້າ​ສູ່​ກຸ່ມ​ສາ​ວົກ​ເຈັດ​ສິບ; ແລະ ບັດ​ນີ້ ພຣະ​ອົງ​ໄດ້​ເອີ້ນ​ຂ້າ​ພະ​ເຈົ້າ​ໃຫ້​ເປັນ​ອັກ​ຄະ​ສາ​ວົກ. ເມື່ອ​ຫວນ​ຄິດ​ຄືນ​ຫລັງ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເປັນ​ຜູ້​ຍ້າຍ​ໂຕ​ເອງ​ໄປ​ມາທາງ​ໃດ; ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ຍ້າຍ, ດັ່ງ​ທີ່​ພຣະ​ອົງ​ໄດ້​ຍ້າຍ​ທ່ານ​ແລະ ຍ້າຍ​ຄົນ​ທີ່​ທ່ານ​ຮັກ​ໄປ​ມາ.

ທ່ານ​ຄວນ​ຫວັງ​ສິ່ງ​ໃດ​ໃນ​ຊີ​ວິດ​ຂອງ​ທ່ານ? ການ​ມະ​ຫັດ​ສະ​ຈັນ​ຢ່າງ​ໃດ​ແດ່​ຂອງ​ພຣະ​ເຈົ້າ ທີ່​ເຕືອນ​ທ່ານ​ວ່າ ​ພຣະ​ອົງ​ຢູ່​ໃກ້, ໂດຍ​ກ່າວ​ວ່າ, “ເຮົາ​ຢູ່ນີ້​ເດ”? ໃຫ້​ຄິດ​ເຖິງ​ເວ​ລາ​ດັ່ງ​ກ່າວ, ບາງ​ເທື່ອ​ເກີດ​ຂຶ້ນ​ທຸກວັນ, ຕອນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ໃນ​ຊີ​ວິດ​ຂອງ​ທ່ານ—ແລະ ແລ້ວ​ໄດ້​ກະ​ທຳ​ອີກ. ຈົ່ງ​ທະ​ນຸ​ຖະ​ໜອມ ຕອນ​ພຣະ​ຜູ້​ເປັນ​ເຈົ້າ​ໝັ້ນ​ພຣະ​ໄທ​ກັບ​ຕົວ​ທ່ານ ແລະ ກັບ​ການ​ເລືອກ​ຂອງ​ທ່ານໄວ້. ແຕ່​ອະ​ນຸ​ຍາດ​ໃຫ້​ພຣະ​ອົງ ເສີມ​ສ້າງ​ທ່ານ​ຕື່ມ​ອີກ ຊຶ່ງ​ທ່ານບໍ່​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົວ​ເອງ. ຈົ່ງ​ທະ​ນຸ​ຖະ​ໜອມ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ອົງ. ບາງ​ເທື່ອ​ເຮົາ​ອາດ​ຄິດ​ວ່າ ການ​ປ່ຽນ​ແປງ​ໃນ​ຊີ​ວິດ​ຂອງ​ເຮົາ ເປັນ​ບາດ​ກ້າວ​ທີ່​ຜິດ​ພາດ​ໃນ​ເສັ້ນ​ທາງ​ເດີນຂອງ​ເຮົາ. ໃຫ້​ຄິດ​ວ່າ ມັນ​ເປັນ​ບາດ​ກ້າວ​ທຳ​ອິດ ຂອງ​ການ​ເປັນ​ຄົນ​ແລ່ນ​ວຽກ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ.”13

ຫລາຍ​ເດືອນ​ຜ່ານ​ມານີ້ ຫລານ​ສາວ​ຂອງ​ພວກ​ເຮົາ​ໄດ້​ເດີນ​ທາງ​ໄປ​ກັບ​ກຸ່ມ​ຊາວ​ໜຸ່ມ ເພື່ອ​ໄປ​ຊົມ​ສະ​ຖານ​ທີ່​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ. ໃບ​ລາຍ​ການ​ເດີນ​ທາງ​ຂອງ​ນາງ​ໄດ້​ບອກວ່າ ເຂົາ​ເຈົ້າ​ຈະ​ເດີນ​ທາງ​ຜ່ານ​ກາຍ​ເມືອງ​ບ່ອນ​ທີ່​ອ້າຍ​ຂອງ​ນາງ, ຫລານ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ, ກຳ​ລັງ​ສອນ​ສາດ​ສະ​ໜາ​ຢູ່​ທີ່ນັ້ນ. ຫລານ​ສາວ​ຂອງ​ພວກ​ເຮົາ ບໍ່​ໄດ້​ຕັ້ງ​ໃຈ​ທີ່​ຈະ​ໄປ​ພົບ​ອ້າຍ​ຂອງ​ນາງ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ຂະ​ນະ​ທີ່​ລົດເມ​ຂອງ​ເຂົາ​ເຈົ້າ ແລ່ນ​ເຂົ້າ​ໄປ​ໃນ​ເມືອງ ບ່ອນ​ອ້າຍ​ຂອງ​ນາງ​ຮັບ​ໃຊ້, ເຂົາ​ເຈົ້າ​ໄດ້​ເຫັນຜູ້​ສອນ​ສາດ​ສະ​ໜາ​ສອງ​ຄົນ​ກຳ​ລັງ​ຍ່າງ​ຢູ່​ຂ້າງ​ທາງ. ຄົນ​ໜຶ່ງ​ເປັນ​ອ້າຍ​ຂອງ​ນາງ.

ຫລາຍ​ຄົນ​ກໍ​ເກີດ​ຄວາມ​ຕື່ນ​ເຕັ້ນ ແລະ ພວກ​ຊາວ​ໜຸ່ມ​ໄດ້​ຂໍ​ໃຫ້​ຜູ້​ຂັບ​ລົດ ຈອດ​ລົດ ເພື່ອ​ວ່າ​ນາງ​ຈະ​ໄດ້​​ທັກ​ທາຍອ້າຍ​ຂອງ​ນາງ. ໜຶ່ງ​ນາ​ທີ, ຫລັງ​ຈາກນ້ຳ​ຕາ ແລະ ຖ້ອຍ​ຄຳ​ທີ່​ອ່ອນ​ຫວານ, ອ້າຍ​ຂອງ​ນາງ ກໍ​ກັບ​ໄປ​ເຮັດ​ໜ້າ​ທີ່​ສອນ​ສາດ​ສະ​ໜາ​ຂອງ​ລາວ​ຕໍ່. ຕໍ່​ມາ​ພວກ​ເຮົາ​ໄດ້​ຍິນ​ວ່າ ອ້າຍ​ຂອງ​ນາງ​ໄດ້​ຍ່າງ​ຢູ່​ຖະ​ໜົນ​ເສັ້ນ​ນັ້ນ ພຽງ​ແຕ່​ສອງ​ສາມ​ນາ​ທີເທົ່າ​ນັ້ນ​ກ່ອນ​ເຂົາ​ເຈົ້າ​ມາ​ເຖິງ, ຈາກບ່ອນນັດ​ໝາຍໄປ​ຫາ​ລົດ.

ຮູບ​ພາບ
ພວກຫລານ​ຂອງ​ແອວເດີ ແຣັສ໌ແບນ ໄດ້​ພົບ​ເຫັນກັນ

ພຣະ​ບິ​ດາ​ເທິງ​ສະ​ຫວັນ ສາ​ມາດ​ຍ້າຍ​ເຮົາ​ໄປ​ໄວ້​ບ່ອນ​ທີ່​ພຣະ​ອົງ​ປະ​ສົງ. ພຣະ​ອົງ​ໄດ້​ເຮັດ​ແນວນັ້ນ ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ແລະ ພຣະ​ອົງ​ກໍ​ໄດ້​ເຮັດ​ແນວນັ້ນ​ຄື​ກັນ ໃນ​ຊີ​ວິດ​ຂອງ​ທ່ານ, ດັ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ ໃນ​ຊີ​ວິດ​ຂອງພວກ​ຫລານທີ່​ຮັກ​ຂອງ​ພວກ​ເຮົາ.

ເຮົາ​ແຕ່​ລະ​ຄົນ​ປະ​ເສີດ​ເລີດ​ລ້ຳ ແລະ ​ເປັນ​​ທີ່ຮັກ​ຫອມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ເປັນ​ຫ່ວງ​ເປັນ​ໃຍ, ຜູ້​ກະ​ຊິບ, ແລະ ຜູ້​ດູ​ແລ​ເຮົາ ໃນ​ທາງ​ທີ່​ພິ​ເສດ ຕໍ່​ເຮົາ​ແຕ່​ລະ​ຄົນ. ພຣະ​ອົງ​ສະ​ຫລຽວ​ສະ​ຫລາດ​ທີ່​ສຸດ ແລະ ມີ​ລິດ​ອຳ​ນາດ ຫລາຍກວ່າ​ມະ​ນຸດຊາຍ ແລະ ຍິງ. ພຣະ​ອົງ​ຮູ້​ຈັກ​ເຖິງ​ການ​ທ້າ​ທ້າຍ, ເຖິງ​ຄວາມ​ສຳ​ເລັດ​ຜົນ, ແລະ ເຖິງ​ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳຢູ່​ໃນ​ໃຈ​ຂອງ​ເຮົາ.

​ໜຶ່ງ​ປີ​ຜ່ານ​ມານີ້, ຕອນ​ຂ້າ​ພະ​ເຈົ້າ​ໄດ້​ຍ່າງ​ຜ່ານ​ເຂດ​ບໍ​ລິ​ເວນ​ພຣະ​ວິ​ຫານ, ຊິດ​ສະ​ເຕີ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ​ໄດ້​ຍ່າງ​ມາ​ຫາ​ຂ້າ​ພະ​ເຈົ້າ ແລະ ຖາມ​ວ່າ, “ທ່ານ​ຈື່​ຂ້າ​ນ້ອຍ​ໄດ້​ບໍ? ຂ້າ​ນ້ອຍ​ມາ​ຈາກ​ລັດ ຟໍລິດາ.” ນາງ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ນາງ​ຊື່ ໄອດາ ຈີລານ. ແມ່ນ​ແລ້ວ, ຂ້າ​ພະ​ເຈົ້າ​ຈື່​ຕອນ​ໄດ້​ໄປ​ພົບ​ກັບ​ນາງ ແລະ ຄອບ​ຄົວ​ຂອງ​ນາງ. ປະ​ທານ​ສະ​ເຕກ​ຂອງ​ນາງ ໄດ້​ແນະ​ນຳ​ໃຫ້​ພວກ​ເຮົາ​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ຂອງ​ນາງ. ເຫັນ​ໄດ້​ວ່າ ພວກ​ເຮົາ​ໄປ ເພື່ອ​ລູກ​ສາວ​ຂອງ​ເຂົາ​ເຈົ້າ ຊື່ ໄອດາ, ຜູ້​ຍັງ​ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເທື່ອ. ຫລັງ​ຈາກ​ການ​ຢ້ຽມ​ຢາມ ແລະ ຫລາຍກວ່າ​ໜຶ່ງ​ປີ ຂອງ​ການ​ສິດ​ສອນ ແລະ ການ​ຜູກ​ມິດ, ນາງ​ໄອດາ ໄດ້​ຮັບ​ບັບ​ຕິ​ສະ​ມາ.

ຮູບ​ພາບ
ແອວເດີ ແຣັສ໌ແບນ ກັບ​ນາງ​ໄອດາ ຈີລານ ແລະ ຄູ່​ສອນ​ຂອງ​ນາງ

ຫລັງ​ຈາກ​ພວກ​ເຮົາ​ໄດ້​ເວົ້າ​ລົມ​ກັນ​ຢູ່​ທີ່​ບໍ​ລິ​ເວນ​ພຣະ​ວິ​ຫານ, ນາງໄດ້​ຂຽນ​ຈົດ​ໝາຍ​ຫາ​ຂ້າ​ພະ​ເຈົ້າ. ນາງ​ເວົ້າ​ວ່າ: “ຂ້າ​ນ້ອຍ​ຮູ້​ດ້ວຍ​ສຸດ​ໃຈວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້​ຈັກ​ເຮົາ​ແຕ່​ລະ​ຄົນ ແລະ ພຣະ​ອົງ​ສືບ​ຕໍ່​ວາງ​ເຮົາ​ໄວ້​ໃນ​ເສັ້ນ​ທາງ​ຂອງ​ຄົນ​ອື່ນ ໂດຍ​ເຈດ​ຕະ​ນາ. ຂ້າ​ນ້ອຍ​ຂອບ​ໃຈ​ທ່ານ​ຫລາຍໆ ທີ່​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ​ຂອງ​ຂ້າ​ນ້ອຍ, ທີ່ເອື້ອມ​ອອກ​ມາ​ຫາ​ຂ້າ​ນ້ອຍ ແລະ ຊອກ​ຫາ​ຂ້າ​ນ້ອຍ ເມື່ອ​ຫ້າ​ປີ​ກ່ອນ.”14 ນາງ ໄອດາ ຍັງ​ໄດ້​ສົ່ງ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ນາງ​ມາ​ໃຫ້​ຂ້າ​ພະ​ເຈົ້າ​ນຳ​ອີກ ທີ່​ເອີ້ນ​ວ່າ “​ເຫດການ​ບັງ​ເອີນ​ແຫ່ງ​ສະ​ຫວັນ” ຊຶ່ງ​ໄດ້​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ນາງ ທີ່​ໄດ້​ພາ​ນາງ​ໄປ​ສູ່​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ການ​ຢືນ​ຢັນ, ຮັບ​ໃຊ້​ເຜີຍ​ແຜ່​ຢູ່​ບໍ​ລິ​ເວນ​ພຣະ​ວິ​ຫານ, ແລະ ການ​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ​ຂອງ​ນາງ ເມື່ອບໍ່​ດົນ​ມານີ້.15

ມັນ​ເປັນ​ເຫດ​ການ​ບັງ​ເອີນ​ບໍ ທີ່​ປະ​ທານ​ສະ​ເຕກ​ໄດ້​ແນະ​ນຳ​ພວກ​ເຮົາ​ໃຫ້​ໄປ​ຢ້ຽມ​ຢາມ​ຄອບ​ຄົວ ຈີລານ ເພື່ອ​ວ່າ​ນາງ ແລະ ​ແລ້ວ​ຕໍ່​ມາຂ້າ​ພະ​ເຈົ້າ ຈະ​ໄດ້​ພົບ​ກັນ​ອີກ ຢູ່​ທີ່​ບໍ​ລິ​ເວນ​ພຣະ​ວິ​ຫານ? ປະ​ຈັກ​ພະ​ຍານ​ຂອງ​ນາງຈີລານ ເປັນ​ພະ​ຍານ​ວ່າ ນີ້​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ “ແບບ​ແຜນ​ແຫ່ງ​ສະ​ຫວັນ” ຂອງ​ພຣະ​ເຈົ້າ.

ພຣະ​ຜູ້​ເປັນ​ເຈົ້າ​ມັກ​ສະ​ຖິດ​ຢູ່​ນຳ​ເຮົາ. ມັນ​ບໍ່​ແມ່ນ​​ເຫດການ​ບັງ​ເອີນ​ທີ່ ເມື່ອ​ທ່ານ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ ແລະ ເຮັດ​ຕາມ​ການ​ກະ​ຕຸ້ນ​ເທື່ອ​ທຳ​ອິດ ທີ່​ທ່ານ​ຮູ້​ສຶກ​ເຖິງ​ພຣະ​ອົງ ດັ່ງ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ວ່າ, ພຣະ​ອົງ​ຈະ​ນຳ​ໜ້າ​ເຮົາ. ພຣະອົງຈະຢູ່ທາງຂວາມືເຮົາ ແລະ ທາງຊ້າຍມືເຮົາ, ແລະ ວິນຍານຂອງພຣະອົງຈະຢູ່ໃນໃຈຂອງ​ເຮົາ, ແລະ ທູດຂອງພຣະອົງຈະອ້ອມຮອບ​ເຮົາໄວ້, ເພື່ອຄ້ຳຊູເຮົາ.16

ມີບາງ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ເກີດ​ຂຶ້ນໃນ​ຊີ​ວິດ​ຂອງ​ເຮົາແຕ່​ລະ​ຄົນ. ເຮົາ​ອາດ​ພົບ​ເຫັນ​ບາງ​ຄົນ ທີ່​ເຄີຍ​ຮູ້​ຈັກ, ກັບ​ມາລຶ້ງ​ເຄີຍກັນ​ໃໝ່, ຫລື ຖືກ​ນິ​ໄສ​ກັບ​ຄົນ​ແປກ​ໜ້າ. ເມື່ອ​ສິ່ງ​ເຫລົ່າ​ນີ້​ເກີດ​ຂຶ້ນ, ບາງ​ທີພຣະ​ຜູ້​ເປັນ​ເຈົ້າ ໄດ້​ເຕືອນ​ເຮົາ​ວ່າ ເຮົາທຸກ​ຄົນເປັນ ອ້າຍ​ເອື້ອຍ​ນ້ອງ​ກັນແທ້ໆ. ເຮົາ​ທຸກ​ຄົນ​ມີ​ສ່ວນ​ຮ່ວມ​ໃນ​ອຸ​ດົມ​ການ​ອັນ​ດຽວ​ກັນ—ໃນ​ສິ່ງ​ທີ່​ໂຈເຊັບ ສະມິດ ເອີ້ນ​ວ່າ “ອຸ​ດົມ​ການ​ຂອງ​ພຣະ​ຄຣິດ.”17

ບັດ​ນີ້, ອຳ​ເພີ​ໃຈ​ຂອງ​ເຮົາ​ວາງຢູ່​ບ່ອນ​ໃດ ໃນ “ແບບ​ແຜນ​ແຫ່ງ​ສະ​ຫວັນ”? ເຮົາ​ສາ​ມາດ​ເລືອກ​ທີ່​ຈະ​ຕິດ​ຕາມ ຫລື ບໍ່​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຜູ້​ນຳ​ທີ່​ພຣະ​ອົງ​ໄດ້​ເລືອກ​ໄວ້. ແບບ​ແຜນ​ແມ່ນ​ແຈ່ມ​ແຈ້ງ ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ເມື່ອ​ຊາວ​ນີ​ໄຟ​ໄດ້​ຫັນ​ໜີ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ມໍມອນ​ໄດ້​ຄ່ຳ​ຄວນວ່າ:

“ແລະ ພວກ​ເຂົາ​ເຫັນ​ວ່າ … ພຣະ​ວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ​ບໍ່​ປົກ​ປ້ອງ​ພວກ​ເຂົາ​ຕໍ່​ໄປ​ອີກ​ແລ້ວ; ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ຖອນ​ໄປ​ຈາກ​ພວກ​ເຂົາ ເພາະ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຈະ​ບໍ່​ປະ​ທັບ​ຢູ່​ໃນ​ວິ​ຫານ​ທີ່​ບໍ່​ບໍ​ລິ​ສຸດ—

“ດັ່ງນັ້ນ ພຣະຜູ້​ເປັນ​ເຈົ້າຈຶ່ງ​ຢຸດ​ປົກ​ປ້ອງ​ພວກ​ເຂົາ​ດ້ວຍ​ອຳນາດ​ອັນ​ມະຫັດສະຈັນ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ, ເພາະວ່າ​ພວກ​ເຂົາ​ໄດ້​ຕົກ​ໄປ​ຢູ່​ໃນ​ສະພາບ​ຂອງ​ຄວາມ​ບໍ່​ເຊື່ອ​ຖື ແລະ ຄວາມ​ຊົ່ວ​ຮ້າຍ​ອັນ​ເປັນຕາ​ຢ້ານນັ້ນ.”18

ບໍ່​ແມ່ນ​ໃນ​ທຸກ​ສິ່ງ ທີ່​ພຣະ​ອົງ​ຂໍ​ຮ້ອງ​ໃຫ້​ເຮົາ​ເຮັດ ເພື່ອ​ເບິ່ງວ່າ​ເຮົາ​ເຂັ້ມ​ແຂງ​ຫລາຍ​ພຽງ​ໃດ, ​ເບິ່ງວ່າ​ເຮົາ​ຊື່​ສັດ​ຫລາຍ​ພຽງ​ໃດ, ຫລື ເຮົາ​ອາດຮູ້​ຫລາຍ​ພຽງ​ໃດ. ດັ່ງ​ໂຊນ, ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ຢຸດ ຢູ່​ໃນ​ເສັ້ນ​ທາງ​ໄປ​ຫາ ດາ​ມັສ​ກັດ. ເພິ່ນ​ໄດ້​ເດີນ​ໄປ​ໃນ​ເສັ້ນ​ທາງ​ທີ່ບໍ່​ຖືກ​ຕ້ອງ ໃນ​ຊີ​ວິດ​ຂອງ​ເພິ່ນ, ແລະ ມັນ​ບໍ່​ກ່ຽວ​ກັບ​ເໜືອ ຫລື ໃຕ້. ໂຊນ​ໄດ້​ຖືກ​ສະ​ຫວັນ​ຊີ້​ທາງຄືນ​ອີກ. ເມື່ອຕໍ່​ມາ ຜູ້​ຄົນ​ຮູ້​ຈັກ​ເພິ່ນວ່າ ໂປໂລ, ການ​ປະ​ຕິ​ບັດ​ໃນ​ຖາ​ນະ​ເປັນ​ອັກ​ຄະ​ສາ​ວົກ​ຂອງ​ເພິ່ນ ສະ​ທ້ອນ​ໃຫ້​ເຫັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ເພິ່ນ​ກ່ອນ​ແລ້ວ ວ່າ​ເພິ່ນ​ສາ​ມາດ​ເຮັດ​ສິ່ງ​ໃດ ແລະ ກາຍ​ເປັນ​ຄົນ​ແບບ​ໃດ, ບໍ່​ແມ່ນ​ສິ່ງ​ທີ່​ເພິ່ນ​ຕັ້ງ​ໃຈ​ອອກ​ໄປ​ເຮັດ​ຕອນຍັງ​ເປັນ ໂຊນ. ໃນ​ວິ​ທີ​ດຽວ​ກັນ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ວ່າ​ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ເຮັດ​ສິ່ງ​ໃດ ແລະ ກາຍ​ເປັນ​ຄົນ​ແບບ​ໃດ. ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ສອນ​ຫຍັງ​ແດ່? “ແລະ ພວກ​ເຮົາ​ຮູ້​ແລ້ວ​ວ່າ ພຣະ​ເຈົ້າ​ຮ່ວມ​ກັບ​ຄົນ​ທັງ​ຫລາຍ​ທີ່​ຮັກ​ພຣະ​ອົງ ເພື່ອ​ໃຫ້​ເກີດ​ຜົນ​ດີ​ໃນ​ທຸກ​ສິ່ງ, ຄື​ຄົນ​ທັງ​ປວງ​ທີ່​ພຣະ​ອົງ​ໄດ້​ເອີ້ນ​ໄວ້​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.”19

ເມື່ອ​ເຮົາ​ຊອບ​ທຳ, ເຕັມ​ໃຈ, ແລະ ສາ​ມາດ, ເມື່ອ​ເຮົາ​ພະ​ຍາ​ຍາມ​ກາຍ​ເປັນ​ຄົນ​ມີ​ຄ່າ​ຄວນ ແລະ ເໝາະ​ສົມ, ແລ້ວ​ເຮົາ​ຈະ​ໄປ​ສູ່​ບ່ອນ​ທີ່​ເຮົາ​ບໍ່​ຄາດ​ຄິດ ແລະ ກາຍ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ “ແບບ​ແຜນ​ແຫ່ງ​ສະ​ຫວັນ” ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ເຮົາ​ແຕ່​ລະ​ຄົນ​ມີ​ຄວາມ​ສູງ​ສົ່ງ​ຕິດ​ຕົວ. ເມື່ອ​ເຮົາ​ເຫັນ​ພຣະ​ເຈົ້າ​ທຳ​ງານ​ຜ່ານ​ຕົວ​ເຮົາ ແລະ ກັບ​ເຮົາ, ຂໍ​ໃຫ້​ເຮົາ​ຈົ່ງ​ກ້າ​ຫານ, ແມ່ນ​ແຕ່​ຮູ້​ບຸນ​ຄຸນ​ສຳ​ລັບ​ການ​ຊີ້​ນຳ​ນັ້ນ. ເມື່ອ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ກ່າວ​ວ່າ, ນີ້​ຄື​ວຽກ​ງານ​ຂອງ​ພຣະ​ອົງ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ—ຄື​ການ​ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ,”20 ພຣະ​ອົງ​ໄດ້​ກ່າວ​ກ່ຽວ​ກັບ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ—ກ່ຽວ​ກັບ​ທ່ານ​ໂດຍ​ສະ​ເພາະ.

ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງຊີ້​ນຳ​ທ່ານ. ໂດຍ “ແບບ​ແຜນ​ແຫ່ງ​ສະ​ຫວັນ,” ​ອິດ​ທິ​ພົນ​ຂອງ​ພຣະ​ອົງ ອາດ​ເຫັນ​ໄດ້​ຢູ່​ໃນ​ສິ່ງ​ເລັກ​ນ້ອຍ​ໃນ​ຊີ​ວິດ​ຂອງ​ທ່ານ ເຊັ່ນ​ດຽວ​ກັບ​ໃນຄວາມ​ສຳ​ເລັດ​ຜົນ​ອັນ​ຍິ່ງ​ໃຫຍ່​ຂອງ​ທ່ານ. ດັ່ງ​ທີ່​ສຸພາສິດ ກ່າວວ່າ “ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ; … ແລະ ພຣະ​ອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນ​ທາງ​ອັນ​ຖືກ​ຕ້ອງ.”21 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ອົງ​ຈະ​ອວຍ​ພອນ​ທ່ານ, ສະ​ໜັບ​ສະ​ໜູນ​ທ່ານ, ແລະ ນຳ​ສັນ​ຕິ​ສຸກ​ມາ​ສູ່​ທ່ານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.