​2010–2019
ການໄດ້ຮັບຄວາມ​ໄວ້ວາງໃຈ​ຈາກພຣະຜູ້ເປັນເຈົ້າ ແລະ ຄອບຄົວຂອງທ່ານ
ເດືອນ​ຕຸລາ 2017


ການໄດ້ຮັບຄວາມ​ໄວ້ວາງໃຈ​ຈາກພຣະຜູ້ເປັນເຈົ້າ ແລະ ຄອບຄົວຂອງທ່ານ

ບັນດາຜູ້ຊາຍທີ່ມີ “ຄວາມຊື່ສັດ​ຂອງໃຈ” ຄືຜູ້ຊາຍທີ່ໜ້າ​ໄວ້ວາງໃຈໄດ້—ເພາະວ່າຄວາມ​ໄວ້ວາງໃຈນັ້ນ ຖືກສ້າງຂຶ້ນ ເທິງຄວາມຊື່ສັດ.

ອ້າຍນ້ອງທັງຫລາຍ, ບາງທີອາດຈະບໍ່​ມີການຊົມເຊີຍ​ຍິ່ງໃຫຍ່ໃດໆ ທີ່ເຮົາໄດ້ຮັບ​ຈາກພຣະຜູ້ເປັນເຈົ້າ ຫລາຍໄປກວ່າ ທີ່ຈະຮູ້ວ່າ ພຣະອົງໄວ້ວາງ​ພຣະ​ໄທ​ໃນຕົວເຮົາ ວ່າເປັນຜູ້ດຳລົງ​ຖານະປະໂລຫິດ​ທີ່ມີຄ່າຄວນ ແລະ ເປັນສາມີ ແລະ ພໍ່ທີ່ດີ.

ສິ່ງໜຶ່ງທີ່​ແນ່ນອນຄື: ການໄດ້ຮັບຄວາມ​ໄວ້ວາງໃຈ​ຈາກພຣະຜູ້ເປັນເຈົ້ານັ້ນ ເປັນພອນທີ່​ມາຈາກ ຄວາມພະຍາຍາມ ຢ່າງພາກພຽນ​ທີ່​ສຸດຂອງເຮົາ. ຄວາມໄວ້ວາງໃຈ​ເປັນພອນ ທີ່ອີງຕາມຄວາມເຊື່ອຟັງ​ຕໍ່ກົດຂອງພຣະເຈົ້າ. ການໄດ້ຮັບຄວາມ​ໄວ້ວາງໃຈ​ຈາກພຣະຜູ້ເປັນເຈົ້າ​ຈະມີມາ ເພາະເປັນຜົນຂອງ​ການເປັນຄົນ​ຈິງໃຈ ຕໍ່ພັນທະສັນຍາ ທີ່ເຮົາໄດ້ເຮັດຢູ່ໃນ​ອ່າງນ້ຳແຫ່ງການ​ບັບຕິສະມາ ແລະ ໃນພຣະວິຫານ​ສັກສິດ. ເມື່ອເຮົາຮັກສາ​ຄຳສັນຍາຂອງເຮົາ ທີ່ເຮັດກັບ​ພຣະຜູ້ເປັນເຈົ້າ, ຄວາມໄວ້​ວາງ​ພຣະ​ໄທຂອງພຣະອົງ ທີ່ມີໃນເຮົາ​ຈະ​ເພີ່ມ​ທະ​ວີ​ຂຶ້ນ.

ຂ້າພະເຈົ້າມັກ​ພຣະຄຳພີ​ທັງໃນສະໄໝບູຮານ ແລະ ຍຸກສະໄໝໃໝ່ ທີ່ໃຊ້ສຳນວນທີ່ວ່າ “ຄວາມຊື່ສັດ​ຂອງໃຈ” ເມື່ອບັນຍາຍເຖິງ​ບຸກຄະລິກລັກສະນະ​ຂອງຜູ້ຄົນທີ່​ຊອບທຳ.1 ຄວາມຊື່ສັດ ຫລື ການຂາດຄວາມຊື່ສັດ ເປັນແກ່ນສານ​ພື້ນຖານຂອງ​ບຸກຄະລິກ​ລັກສະນະ​ຂອງຄົນເຮົາ. ບັນດາຜູ້ຊາຍທີ່ມີ “ຄວາມຊື່ສັດ​ຂອງໃຈ” ຄືຜູ້ຊາຍທີ່ໜ້າ​ໄວ້ວາງໃຈໄດ້—ເພາະວ່າຄວາມ​ໄວ້ວາງໃຈນັ້ນ ຖືກສ້າງຂຶ້ນ ເທິງຄວາມຊື່ສັດ.

ການເປັນຜູ້ຊາຍ​ທີ່ມີຄວາມຊື່ສັດ​ໝາຍຄວາມວ່າ ຄວາມເຈດ​ຕະນາ​ຂອງທ່ານ, ພ້ອມທັງການ​ກະທຳຂອງທ່ານ​ນັ້ນແມ່ນ ບໍລິສຸດ ແລະ ຊອບທຳໃນ​ທຸກໆດ້ານ​ຂອງຊີວິດ​ຂອງທ່ານ, ທັງໃນຊີວິດ​ທາງສັງຄົມ ແລະ ສ່ວນຕົວ. ດ້ວຍການຕັດສິນໃຈ​ແຕ່ລະຢ່າງ​ທີ່ເຮົາເຮັດ, ເຮົາຈະໄດ້ຮັບ​ຄວາມໄວ້ວາງໃຈ​ຈາກພຣະເຈົ້າ​ຫລາຍຂຶ້ນ ຫລື ວ່າຄວາມໄວ້ວາງໃຈ​ຈາກພຣະອົງຈະລົດນ້ອຍຖອຍລົງໄປ. ຫລັກທຳນີ້​ອາດຖືກສະແດງອອກ​ໃຫ້ປະຈັກຢ່າງແຈ້ງຊັດ ໃນໜ້າທີ່ມອບໝາຍ​ທີ່ສູງສົ່ງຂອງເຮົາ ໃນຖານະທີ່ເປັນ​ສາມີ ແລະ ພໍ່.

ໃນຖານະ​ທີ່​ເປັນສາມີ ແລະ ພໍ່, ເຮົາໄດ້ຮັບໜ້າທີ່​ມອບໝາຍອັນສູງສົ່ງ​ຈາກສາດສະດາ, ຜູ້ພະຍາກອນ ແລະ ຜູ້ເປີດເຜີຍ​ໃນຍຸກສະໄໝໃໝ່ ຢູ່ໃນເອກະສານ​ທີ່ມີຊື່ວ່າ “ຄອບຄົວ: ການປະກາດຕໍ່ໂລກ.” ເອກະສານ​ສະບັບນີ້​ສອນ​ເຮົາວ່າ, (1) “ເປັນຜູ້ນຳ​ພາຄອບຄົວຂອງຕົນ​ດ້ວຍຄວາມຮັກ ແລະ ດ້ວຍຄວາມຊອບທຳ,” (2) ພໍ່ “ມີໜ້າທີ່ຮັບຜິດຊອບ​ທີ່ຈະຈັດຫາສິ່ງທີ່​ຈຳເປັນຕ່າງໆ,” ແລະ (3) ພໍ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະປົກປັກ​ຮັກສາ​ຄອບຄົວຂອງຕົນ.2

ເພື່ອວ່າເຮົາຈະໄດ້​ຮັບຄວາມໄວ້ວາງໃຈ​ຈາກພຣະເຈົ້າ, ເຮົາຕ້ອງສຳເລັດ​ໜ້າທີ່ຮັບຜິດຊອບ​ທີ່​ໄດ້​ຮັບມອບໝາຍສາມຢ່າງ ຕໍ່ຄອບຄົວຂອງເຮົາ​ໃນວິທີທາງຂອງ​ພຣະຜູ້ເປັນເຈົ້າ. ຕາມທີ່ໄດ້ກ່າວຕໍ່ໄປ​ຢູ່ໃນເອກະສານ ປະກາດກ່ຽວກັບຄອບ​ຄົວ, ວິທີທາງ​ຂອງພຣະຜູ້ເປັນເຈົ້າຄື ທີ່ຈະບັນລຸໜ້າທີ່​ມອບໝາຍເຫລົ່ານີ້ ກັບພັນລະຍາ​ຂອງເຮົາ ໃນຖານະ ຫຸ້ນສ່ວນທີ່ເທົ່າທຽມກັນ.”3 ສຳລັບຂ້າພະເຈົ້າ, ນີ້ໝາຍຄວາມວ່າ​ເຮົາຈະບໍ່ຕັດສິນໃຈ​ເຮັດ​ທີ່ສຳຄັນໃດໆ ກ່ຽວກັບໜ້າທີ່​ຮັບຜິດຊອບ ສາມຢ່າງນີ້ ປາດສະຈາກ​ການເປັນນ້ຳໜຶ່ງ​ໃຈດຽວທັງໝົດ​ກັບພັນລະຍາຂອງເຮົາ.

ຂັ້ນຕອນທຳອິດ​ໃນການສະແຫວງຫາ​ຂອງເຮົາ ທີ່ຈະໄດ້ຮັບຄວາມ​ໄວ້ວາງໃຈຈາກ​ພຣະຜູ້ເປັນເຈົ້າ ແມ່ນທີ່ຈະວາງຄວາມ​ໄວ້ວາງໃຈຂອງເຮົາ​ໄວ້ໃນພຣະອົງ. ນີໄຟເປັນພະຍານ​ອີກຄົນໜຶ່ງ​ເມື່ອເພິ່ນໄດ້​ປະກາດວ່າ, “ໂອ້ ພຣະອົງເຈົ້າເອີຍ, ຂ້ານ້ອຍໄວ້​ວາງໃຈໃນພຣະອົງ, ແລະ ຂ້ານ້ອຍຈະໄວ້ວາງໃຈໃນ​ພຣະອົງຕະຫລອດໄປ.” ຂ້ານ້ອຍຈະບໍ່ວາງ​ຄວາມໄວ້ວາງໃຈຂອງ​ຂ້ານ້ອຍໄວ້ໃນ​ແຂນຂອງມະນຸດ.”4 ນີໄຟໄດ້ໃຫ້​ຄຳໝັ້ນສັນຍາ​ຢ່າງເຕັມ​ທີ່ ທີ່ຈະເຮັດຕາມ​ພຣະປະສົງ​ຂອງພຣະຜູ້ເປັນເຈົ້າ. ນອກເໜືອ​ໄປຈາກ ການເວົ້າ ວ່າເພິ່ນຈະ “ເຮັດສິ່ງທີ່​ພຣະຜູ້ເປັນເຈົ້າ​ໄດ້ບັນຊາ,” ແລ້ວ ນີໄຟ ກໍແນ່ວແນ່​ບໍ່ຫວັ່ນໄຫວ​ຕໍ່ຄຳໝັ້ນສັນຍາ​ຂອງເພິ່ນທີ່ຈະ ສຳເລັດ ການມອບໝາຍ​ຂອງເພິ່ນ ຕາມທີ່ຖືກສະແດງ​ໃຫ້ເຫັນຢູ່​ໃນຖ້ອຍຄຳນີ້ວ່າ: “ຕາບໃດທີ່​ພຣະຜູ້ເປັນເຈົ້າ​ຊົງພຣະຊົນຢູ່ ແລະ ຕາບໃດທີ່​ພວກເຮົາ​ຍັງມີຊີວິດຢູ່, ພວກເຮົາຈະ​ບໍ່ລົງໄປຫາບິດາ​ຂອງພວກເຮົາໃນ​ຖິ່ນແຫ້ງແລ້ງກັນດານ ຈົນກວ່າຈະສຳເລັດ​ໃນສິ່ງທີ່​ພຣະຜູ້ເປັນເຈົ້າ​ບັນຊາພວກເຮົາ.”5

ເປັນເພາະນີໄຟ​ໄດ້ໄວ້ວາງໃຈ​ໃນພຣະເຈົ້າກ່ອນ, ແລ້ວພຣະເຈົ້າ​ຈຶ່ງໄດ້ໄວ້​ວາງ​ພຣະ​ໄທໃນນີໄຟ. ພຣະຜູ້ເປັນເຈົ້າ​ໄດ້ປະທານພອນໃຫ້​ເພິ່ນດ້ວຍການຖອກເທ​ພຣະວິນຍານ​ຢ່າງຫລວງຫລາຍລົງ​ມາ ທີ່ໄດ້ເປັນພອນ​ໃຫ້​ແກ່ຊີ​ວິດຂອງເພິ່ນ, ຄອບຄົວຂອງເພິ່ນ, ແລະ ຊີວິດຂອງຜູ້ຄົນ​ຂອງເພິ່ນ. ເປັນເພາະນີໄຟ​ໄດ້ນຳພາ​ດ້ວຍຄວາມຮັກ ແລະ ຄວາມຊອບທຳ ແລະ ໄດ້ຈັດຫາໃຫ້ ແລະ ປົກປັກຮັກສາ​ຄອບຄົວ ແລະ ຜູ້ຄົນຂອງເພິ່ນ, ເພິ່ນບັນທຶກໄວ້ວ່າ, ”ພວກເຮົາມີ​ຊີວິດຢູ່ຕາມ​ທາງແຫ່ງຄວາມສຸກ.6

ເພື່ອຈະໄດ້ເປັນຕົວແທນ​ທັດສະນະຂອງ​ຜູ້ຍິງໃນຫົວຂໍ້ນີ້, ຂ້າພະເຈົ້າ​ໄດ້ຖາມລູກສາວ​ຂອງຂ້າພະເຈົ້າ ຜູ້ແຕ່ງງານແລ້ວ​ສອງຄົນ ຂ້າພະເຈົ້າໄດ້ຖາມ ຖ້າຫາກວ່າ​ເຂົາເຈົ້າຈະໃຫ້ຄຳຕອບ​ຈັກໜຶ່ງ ຫລື ສອງປະໂຫຍກ ວ່າຄວາມສຳຄັນ​ຂອງຄວາມໄວ້ວາງໃຈ ມີຜົນກະທົບ​ແນວໃດໃນຊີວິດ​ແຕ່ງງານ ແລະ ຄອບຄົວຂອງ​ເຂົາເຈົ້າ. ຕໍ່ໄປນີ້ຄືຄວາມຄິດ​ເຫັນຂອງ ນາງລາຣາ ແຮວຣິສ ແລະ ນາງ ຄຣິດສະຕີນ້າ ແຮນເຊັນ.

ທຳອິດ, ນາງລາຣາ ກ່າວວ່າ: “ໜຶ່ງໃນສິ່ງ​ທີ່ສຳຄັນທີ່ສຸດ​ສຳລັບລູກແລ້ວຄື ຂະນະທີ່ສາມີຂອງ​ລູກດຳລົງຊີວິດປະຈຳວັນ​ຂອງລາວ, ລາວເລືອກເຮັດສິ່ງ​ທີ່ສະແດງ​ຄວາມເຄົາລົບ ແລະ ຄວາມຮັກ​ທີ່ມີ​ຕໍ່ລູກ. ເມື່ອພວກເຮົາ​ສາມາດໄວ້ວາງໃຈ​ກັນແລະກັນ​ໃນວິທີທາງນີ້, ມັນຈະນຳ​ຄວາມສະຫງົບມາ​ສູ່ບ້ານເຮືອນຂອງພວກເຮົາ, ບ່ອນທີ່ພວກເຮົາ​ສາມາດມີຄວາມ​ຊື່ນ​ຊົມນຳການລ້ຽງດູ​ຄອບຄົວຂອງພວກເຮົາ​ນຳກັນ.”

ຕໍ່ໄປນີ້ຄືຄວາມຄິດເຫັນ​ຂອງນາງຄຣິດສະຕີນ້າ: “ການມີຄວາມໄວ້ວາງໃຈ​ໃນຄົນໃດຄົນໜຶ່ງ ກໍຄ້າຍຄືກັນກັບ ການມີສັດທາ​ໃນຕົວຄົນນັ້ນ. ປາດສະຈາກ​ຄວາມໄວ້ວາງໃຈ ແລະ ສັດທານັ້ນ, ຈະມີແຕ່ຄວາມ​ຢ້ານກົວ ແລະ ຄວາມສົງໃສ. ສຳລັບລູກແລ້ວ, ພອນທີ່ຍິ່ງໃຫຍ່​ຢ່າງໜຶ່ງທີ່ມາຈາກ​ຄວາມສາມາດ​ໄວ້ວາງໃຈສາມີ​ຂອງລູກຢ່າງເຕັມທີ່ ຄື ຄວາມສະຫງົບສຸກ—ຄວາມສະຫງົບ​ທາງຈິດໃຈ ເພາະຮູ້ວ່າ​ລາວເຮັດໃນສິ່ງທີ່​ລາວເວົ້າວ່າລາວ​ຈະເຮັດແທ້ໆ. ຄວາມໄວ້ວາງໃຈ​ນຳຄວາມສະຫງົບ, ຄວາມຮັກ, ແລະ ບັນຍາກາດມາ ບ່ອນທີ່ຄວາມຮັກນັ້ນ​ຈະເຕີບຕົວໄດ້ມາໃຫ້ເຮົາ.”

ນາງລາຣາ ແລະ ນາງຄຣິດສະຕີນ້າ ບໍ່ເຄີຍໄດ້ເຫັນສິ່ງ​ທີ່ອີກຝ່າຍໜຶ່ງໄດ້ຂຽນ. ມັນເປັນເລື່ອງ​ທີ່ໜ້າສົນໃຈ​ສຳລັບຂ້າພະເຈົ້າ ທີ່ທັງສອງຄົນ​ໄດ້ເຫັນວ່າພອນແຫ່ງ​ຄວາມສະຫງົບຢູ່ໃນບ້ານ ຂອງພວກນາງນັ້ນ ເປັນຜົນທີ່ຕາມມາ​ໂດຍກົງ ຂອງການມີສາມີ​ທີ່ພວກນາງ​ໄວ້ວາງໃຈໄດ້. ດັ່ງທີ່ຕົວຢ່າງ​ຂອງລູກສາວ​ຂອງຂ້າພະເຈົ້າ​ໄດ້ສະແດງໃຫ້ເຫັນ, ຫລັກທຳແຫ່ງ​ຄວາມໄວ້ວາງໃຈ ມີບົດບາດ​ທີ່ສຳຄັນຫລາຍທີ່ສຸດ ໃນການພັດທະນາ​ຂອງບ້ານເຮືອນ​ທີ່ມີພຣະຄຣິດ​ເປັນຈຸດໃຈກາງ.

ຂ້າພະເຈົ້າ​ໄດ້​ຊື່ນ​ຊົມກັບ​ບັນຍາກາດ​ທີ່ມີພຣະຄຣິດ​ເປັນຈຸດໃຈ​ກາງອັນດຽວກັນນັ້ນ ຕອນຂ້າພະເຈົ້າ​ໄດ້ເຕີບໂຕ​ຢູ່ໃນບ້ານເຮືອນ ບ່ອນທີ່ພໍ່​ໃຫ້ກຽດຖານະປະໂລຫິດ​ຂອງເພິ່ນ ແລະ ໄດ້ຮັບການ​ໄວ້ວາງໃຈ​ຈາກຄອບຄົວທຸກຄົນ ເພາະ “ຄວາມຊື່ສັດ​ຂອງໃຈເພິ່ນ.”7 ຂ້າພະເຈົ້າຂໍແບ່ງປັນ​ປະສັບການຢ່າງ​ໜຶ່ງຈາກໄວລຸ້ນ​ຂອງຂ້າພະເຈົ້າ ທີ່ສະແດງ​ໃຫ້ເຫັນຜົນກະທົບ​ທີ່ດີ ແລະ ທີ່ທົນທານ ທີ່ພໍ່ຄົນໜຶ່ງ​ຜູ້ທີ່ເຂົ້າໃຈ ແລະ ດຳລົງຊີວິດ​ຕາມຫລັກທຳ​ແຫ່ງການໄວ້​ວາງໃຈ ທີ່ຖືກສ້າງຂຶ້ນ​ຢູ່ເທິງ ຄວາມຊື່ສັດ ສາມາດມີຕໍ່ຄອບຄົວ​ຂອງເພິ່ນ.

ຕອນຂ້າພະເຈົ້າ​ຍັງນ້ອຍໆ, ພໍ່ຂອງຂ້າພະເຈົ້າ​ໄດ້ສ້າງຕັ້ງ​ບໍລິສັດທີ່ຜະລິດ​ເຄື່ອງຈັກອັດຕະໂນມັດ ໃນໂຮງງານ​ໂດຍສະເພາະ. ທຸລະກິດນີ້​ໄດ້ອອກແບບ, ປະກອບ ແລະ ຕິດຕັ້ງສາຍພານ​ຜະລິດຕະພັນ​ອັດຕະໂນມັດ​ຕະຫລອດທົ່ວໂລກ.

ຕອນຂ້າພະເຈົ້າ​ຮຽນຢູ່ມັດທະຍົມ, ພໍ່ຂອງຂ້າພະເຈົ້າ​ຢາກໃຫ້ຂ້າພະເຈົ້າ​ຮຽນເຮັດວຽກ. ເພິ່ນຍັງຢາກ​ໃຫ້ຂ້າພະເຈົ້າ​ຮຽນຮູ້ເລື່ອງ​ທຸລະກິດນີ້​ຈາກຈຸດເລີ່ມຕົ້ນເລີຍ. ວຽກ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ການ​ບົວ​ລະ​ບັດ​ສະ​ຖານ​ທີ່ ແລະ ທາ​ສີ​ບ່ອນ​ທີ່​ລັບ​ຕາ​ຂອງຜູ້​ຄົນ​ທົ່ວ​ໄປ.

ຕອນຢູ່​ມັດ​ທະ​ຍົມຊັ້ນ​ປາຍ, ຂ້າພະເຈົ້າຖືກ​ເລື່ອນຊັ້ນໃຫ້ເຮັດ​ວຽກຮັກສາ​ຄວາມສະອາດພື້ນ​ຂອງໂຮງງານ. ຂ້າພະເຈົ້າໄດ້​ເລີ່ມຮຽນວິທີ​ອ່ານແມ່ພິມ ແລະ ຄວບຄຸມເຄື່ອງ​ຈັກຜະລິດ​ເຫລັກໜັກໆນັ້ນ. ຫລັງຈາກຈົບ​ໂຮງຮຽນມັດ​ທະ​ຍົມ, ຂ້າພະເຈົ້າ​ໄດ້ໄປຮຽນຕໍ່ທີ່​ມະຫາວິທະຍາໄລ ແລະ ແລ້ວໄດ້ໄປ​ເຜີຍແຜ່ສາດສະໜາ. ຫລັງຈາກຈົບ​ຈາກການເຜີຍແຜ່ແລ້ວ ຂ້າພະເຈົ້າ​ໄດ້ກັບໄປເຮັດວຽກ​ຢູ່ໂຮງງານນັ້ນທັນທີ. ຂ້າພະເຈົ້າ​ຕ້ອງເກັບທ້ອນເງິນ​ສຳລັບຄ່າໃຊ້ຈ່າຍ​ໂຮງຮຽນໃນປີຕໍ່ໄປ.

ມື້ໜຶ່ງບໍ່ດົນ​ຫລັງຈາກການ​ເຜີຍແຜ່ຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້​ເຮັດວຽກຢູ່ທີ່ໂຮງງານ ເມື່ອພໍ່ໄດ້ເອີ້ນ​ຂ້າພະເຈົ້າເຂົ້າໄປ​ທີ່ຫ້ອງການຂອງເພິ່ນ ແລະ ເພິ່ນໄດ້ຖາມ ຖ້າຫາກວ່າ​ຂ້າພະເຈົ້າຢາກໄປ​ເຮັດທຸລະກິດກັບເພິ່ນຢູ່ເມືອງລອສ໌ ແອນຈະລິຊ ຫລືບໍ່. ນີ້ເປັນເທື່ອ​ທຳອິດທີ່​ພໍ່ຂອງຂ້າພະເຈົ້າ​ໄດ້ຊວນຂ້າພະເຈົ້າ​ໄປເຮັດທຸລະກິດ​ກັບເພິ່ນ. ແທ້ຈິງແລ້ວ ເພິ່ນໄດ້ປ່ອຍໃຫ້​ຂ້າພະເຈົ້າອອກໄປ​ທາງນອກ​ເພື່ອຊ່ວຍເປັນ​ຜູ້ຕາງໜ້າ​ຂອງບໍລິສັດ.

ກ່ອນພວກເຮົາ​ໄດ້ອອກເດີນທາງ, ເພິ່ນໄດ້ຕຽມ​ຂ້າພະເຈົ້າ ດ້ວຍລາຍລະອຽດ​ບາງຢ່າງກ່ຽວກັບ​ວ່າທີ່ລູກຄ້າຄົນໃໝ່ ໃນອະນາຄົດ. ທຳອິດ, ລູກຄ້ານັ້ນ​ກໍເປັນບໍລິສັດລະດັບສາກົນ​ຂອງຫລາຍໆປະເທດ. ສອງ, ເຂົາເຈົ້າຈະຍົກ​ລະດັບສາຍພານ​ຜະລິດຕະພັນ​ຕະຫລອດທົ່ວໂລກ ດ້ວຍເທັກໂນໂລຈີ​ອັດຕະໂນມັດ​ທີ່ລ່າສຸດ. ສາມ, ບໍລິສັດຂອງເຮົາ​ບໍ່ເຄີຍໃຫ້ບໍລິການ​ທາງດ້ານວິສະວະກອນ​ອອກແບບ ຫລື ເລື່ອງເທັກໂນໂລຈີ​ມາກ່ອນ. ແລະ ທ້າຍສຸດ, ຜູ້ບໍລິຫານຊັ້ນສູງ​ຂອງບໍລິສັດ​ທີ່ຄວບຄຸມ​ການຊື້ຂາຍ​ໄດ້ຮຽກຮ້ອງ​ການປະຊຸມນີ້ ເພື່ອທົບທວນ​ລາຄາປະມູນ ຂອງ​ໂຄງ​ການ​ສ້າງໃໝ່. ການປະຊຸມເທື່ອນີ້​ເປັນໂອກາດໃໝ່​ທີ່ສຳຄັນຫລາຍ​ສຳລັບບໍລິສັດ​ຂອງພວກເຮົາ.

ຫລັງຈາກໄດ້ໄປເຖິງ ລອສ໌ ແອນຈະລິຊ ແລ້ວ, ພໍ່ຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້​ໄປປະຊຸມຢູ່ທີ່​ໂຮງແຮມຂອງ​ຜູ້ບໍລິຫານ. ລາຍການທຳອິດ​ຂອງການປະຊຸມຄື ທີ່ຈະສົນທະນາ ແລະ ວິເຄາະຂໍ້ກຳນົດ​ຂອງການອອກແບບ​ຂອງໂຄງການນີ້. ຂໍ້ສົນທະນາທີ່ກ່ຽວຂ້ອງ​ຂັ້ນຕໍ່ໄປແມ່ນລາຍລະອຽດ​ຂອງການດຳເນີນວຽກ, ຮ່ວມທັງການເຄື່ອນໄຫວ ແລະ ວັນທີທີ່​ຈະສົ່ງຜະລິດຕະພັນ​ທີ່ສຳເລັດອອກໃຫ້ໄດ້. ສະຫລຸບທ້າຍ​ຂອງລາຍການແມ່ນ​ກ່ຽວກັບລາຄາ, ເຫດຜົນ ແລະ ເງື່ອນໄຂ. ຕອນນີ້ແຫລະ​ເປັນຕອນທີ່ທຸກສິ່ງ​ເປັນໜ້າສົນໃຈ.

ຜູ້ບໍລິຫານຄົນນີ້​ໄດ້ອະທິບາຍ​ໃຫ້ພວກເຮົາຮູ້ວ່າ ລາຄາຂອງ​ພວກເຮົາ​ແມ່ນຕ່ຳທີ່ສຸດໃນບັນດາ​ການປະມູນຄ່າທັງໝົດ ທີ່ຖືກສົ່ງເຂົ້າມາປະມູນ. ຕາມຄວາມສົງໃສ, ແລ້ວເພິ່ນໄດ້ບອກລາຄາ​ຂອງບໍລິສັດທີ່ປະມູນລາຄາ​ຕ່ຳອັນດັບສອງໃຫ້​ພວກເຮົາຊາບ. ແລ້ວເພິ່ນໄດ້ຖາມ​ພວກເຮົາ ຖ້າຫາກວ່າ​ພວກເຮົາ​ຈະຮັບເອົາຂໍ້ສະເໜີຂອງ​ພວກເຮົາຄືນໄປ ແລະ ສົ່ງມັນເຂົ້າມາປະມູນລາຄາອີກ. ເພິ່ນໄດ້ບອກວ່າລາຄາ​ຂອງ​ພວກເຮົາຄວນເຂົ້າມາຕ່ຳກວ່າ​ຜູ້ປະມູນລາຄາທີ່ສູງສຸດໜ້ອຍໜຶ່ງ. ແລ້ວເພິ່ນໄດ້ອະທິບາຍວ່າ​ພວກເຮົາຈະແບ່ງຈຳນວນເງິນທີ່ໄດ້​ມາກັບເພິ່ນ 50-50. ເພິ່ນໄດ້ໃຫ້ຂໍ້ແກ້ຕົວ​ໂດຍການກ່າວວ່າ​ທຸກຄົນຊະນະ. ບໍລິສັດຂອງພວກເຮົາ​ຈະຊະນະເພາະວ່າ​ພວກເຮົາຈະມີລາຍໄດ້​ຫລາຍກວ່າທີ່ພວກເຮົາ ໄດ້ປະມູນລາຄາ​ໃນຕອນຕົ້ນ. ບໍລິສັດຂອງເພິ່ນ​ຈະຊະນະເພາະວ່າ​ເຂົາເຈົ້າຍັງຈະໄດ້ດຳເນີນ​ທຸລະກິດນຳຜູ້ທີ່​ປະມູນລາຄາທີ່ຕ່ຳທີ່ສຸດ. ແລະ ແນ່ນອນວ່າ, ເພິ່ນຈະຊະນະ​ໂດຍການໄດ້ສ່ວນແບ່ງ ເພາະເພິ່ນເປັນ​ຜູ້ທີ່ເຈລະຈາໃຫ້ຂໍ້​ຕົກລົງນີ້ຖືກລົງເອີ່ຍດ້ວຍດີ.

ແລ້ວເພິ່ນກໍໄດ້ເອົາ​ທີ່ຢູ່ໃຫ້​ພວກເຮົາ ບ່ອນທີ່​ພວກເຮົາ​ຈະສົ່ງ ເງິນໄປໃຫ້ເພິ່ນ. ຫລັງຈາກທຸກສິ່ງ​ທັງໝົດນີ້, ເພິ່ນໄດ້ຫລຽວເບິ່ງ​ພໍ່ຂອງຂ້າພະເຈົ້າ ແລະ ໄດ້ຖາມວ່າ, “ສະນັ້ນ, ພວກເຮົາຍອມ​ຮັບຂໍ້ຕົກລົງ​ນຳກັນບໍ?” ຂ້າພະເຈົ້າ​ປະຫລາດໃຈ ເພາະພໍ່ຂອງ​ຂ້າພະເຈົ້າ​ໄດ້ລຸກຂຶ້ນ, ຈັບມືກັບ​ຊາຍຄົນນັ້ນ ແລະ ບອກເພິ່ນວ່າ ແລ້ວພວກເຮົາ​ຈະຕິດຕໍ່ຫາ​ເພິ່ນຄືນ.

ຫລັງຈາກອອກ​ຈາກການ​ປະຊຸມແລ້ວ, ພວກເຮົາ​ໄດ້ກັບຂຶ້ນລົດເຊົ່າ, ແລະ ພໍ່ຂອງຂ້າພະເຈົ້າ​ໄດ້ຫັນໜ້າ​ມາຫາຂ້າພະເຈົ້າ ແລະ ໄດ້ຖາມວ່າ, “ເອີ້, ລູກຄິດວ່າ ພວກເຮົາຄວນ​ເຮັດແນວໃດ?”

ຂ້າພະເຈົ້າ​ໄດ້ຕອບເພິ່ນວ່າ ຂ້າພະເຈົ້າ​ຄິດວ່າ ພວກເຮົາບໍ່ຄວນ​ຍອມຮັບ​ຂໍ້ສະເໜີນັ້ນ.

ແລ້ວພໍ່ໄດ້​ຖາມວ່າ, “ລູກບໍ່ຄິດວ່າ​ພວກເຮົາມີ​ໜ້າທີ່ຮັບຜິດຊອບ​ຕໍ່ພະນັກງານ​ຂອງ​ພວກເຮົາທຸກຄົນ ທີ່ຈະຮັກສາ​ວຽກງານ​ໄວ້ໃຫ້ເຂົາເຈົ້າ​ເຮັດບໍ?”

ຂະນະທີ່​ຂ້າພະເຈົ້າ​ຄິດໄຕ່ຕອງ​ຄຳຖາມຂອງເພິ່ນ ແລະ ກ່ອນທີ່ໃຫ້​ຄຳຕອບ, ເພິ່ນໄດ້​ຕອບຄຳຖາມ​ຂອງເພິ່ນເອງ. ເພິ່ນໄດ້ກ່າວວ່າ, “ຣິກ, ຟັງພໍ່ໃຫ້ດີ​ເດີ້ລູກ, ເມື່ອລູກ​ຍອມຮັບສິນບົນ ຫລື ສົມຍອມຕໍ່​ຄວາມຊື່ສັດ​ຂອງລູກ ເທື່ອໜຶ່ງແລ້ວ, ມັນເປັນເລື່ອງ​ຍາກທີ່ຈະໄດ້​ສິ່ງນັ້ນຄືນມາ. ຢ່າເຮັດແບບນັ້ນ​ຈັກເທື່ອເດີ້ລູກ, ຢ່າເຮັດແມ່ນແຕ່​ເທື່ອດຽວ.”

ຄວາມຈິງທີ່​ຂ້າພະເຈົ້າ​ແບ່ງປັນປະສົບການນີ້ ກໍໝາຍຄວາມວ່າ ຂ້າພະເຈົ້າບໍ່ເຄີຍ​ລືມສິ່ງທີ່ພໍ່​ຂອງຂ້າພະເຈົ້າ ໄດ້ສອນຂ້າພະເຈົ້າ ໃນຕອນເດີນ​ທາງໄປດຳເນີນ​ທຸລະກິດກັບເພິ່ນ ເທື່ອທຳອິດນັ້ນ. ຂ້າພະເຈົ້າແບ່ງ​ປັນປະສົບການນີ້ ເພື່ອສະແດງໃຫ້​ເຫັນອິດທິພົນ​ທີ່ທົນທານ​ທີ່ເຮົາມີໃນຖານະ​ທີ່ເປັນພໍ່. ທ່ານສາມາດ​ວາດພາບໄດ້​ເຖິງຄວາມໄວ້ວາງໃຈ​ທີ່ຂ້າພະເຈົ້າ​ມີໃນຕົວພໍ່​ຂອງຂ້າພະເຈົ້າ ເພາະຄວາມຊື່ສັດ​ຂອງໃຈເພິ່ນ. ເພິ່ນໄດ້ດຳລົງຊີວິດ​ຕາມຫລັກທຳ​ດຽວກັນນີ້ ໃນຊີວິດ​ສ່ວນຕົວກັບ​ແມ່ຂອງຂ້າພະເຈົ້າ, ກັບລູກໆ​ຂອງເພິ່ນ, ແລະ ກັບທຸກໆຄົນ​ທີ່ເພິ່ນຄົບຫາ​ສະມາຄົມດ້ວຍ.

ອ້າຍນ້ອງທັງຫລາຍ, ຂ້າພະເຈົ້າ​ອະທິຖານ​ໃນຄ່ຳຄືນນີ້ວ່າ ກ່ອນ​ອື່ນໝົດ ເຮົາຈະໄວ້ວາງໃຈ​ໃນພຣະຜູ້ເປັນເຈົ້າ, ດັ່ງທີ່ ນີໄຟ ໄດ້ເປັນຕົວຢ່າງ​ໃຫ້ແກ່ເຮົາ, ແລະ ແລ້ວ, ຜ່ານຄວາມຊື່ສັດ​ຂອງໃຈເຮົາ ເຮົາອາດຈະໄດ້​ຮັບຄວາມໄວ້ວາງໃຈ​ຈາກພຣະຜູ້ເປັນເຈົ້າ, ພ້ອມທັງຄວາມໄວ້ວາງໃຈ​ຈາກພັນລະຍາ ແລະ ລູກໆຂອງເຮົານຳອີກ. ເມື່ອເຮົາເຂົ້າໃຈ ແລະ ນຳໃຊ້ຫລັກທຳສັກສິດ​ແຫ່ງການໄວ້ວາງໃຈ​ສ້າງຂຶ້ນຢູ່ເທິງຄວາມຊື່ສັດ, ເຮົາຈະຈິງໃຈຕໍ່​ພັນທະສັນຍາສັກສິດ​ຂອງເຮົາ. ເຮົາຍັງຈະໄດ້ຮັບຜົນ​ສຳເລັດໃນການນຳພາ ໃນຄອບຄົວຂອງເຮົາ ດ້ວຍຄວາມຮັກ ແລະ ຄວາມຊອບທຳ, ການຈັດຫາສິ່ງທີ່​ຈຳເປັນຕ່າງໆ, ແລະ ປົກປັກຮັກສາ​ຄອບຄົວຂອງເຮົາ​ຈາກຄວາມຊົ່ວຮ້າຍ​ຂອງໂລກ. ຂ້າພະເຈົ້າເປັນພະຍານ​ເຖິງຄວາມຈິງເຫລົ່ານີ້​ດ້ວຍຄວາມຖ່ອມຕົວ ໃນພຣະນາມ​ຂອງພຣະເຢຊູຄຣິດ, ອາແມນ.