​2010–2019
ພຣະ​ຜູ້​ເປັນ​ເຈົ້າ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ
ເດືອນ​ຕຸລາ 2017


ພຣະ​ຜູ້​ເປັນ​ເຈົ້າ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ

ການ​ນຳ​ພາຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕໍ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຮຽກ​ຮ້ອງ​ສັດ​ທາ​ທີ່​ຍິ່ງ​ໃຫຍ່ ແລະ ໝັ້ນ​ຄົງ ຈາກ​ທຸກ​ຄົນ​ທີ່​ຮັບ​ໃຊ້​ພຣະ​ອົງ ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ, ຄ່ຳ​ຄືນນີ້ ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ກ່ຽວ​ກັບ​ວິ​ທີ​ທີ່​ດີ​ເລີດຂອງພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ນຳ​ພາອາ​ນາ​ຈັກ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ທ່ານ​ຮູ້​ຈັກ​ຫລັກ​ເບື້ອງ​ຕົ້ນ​ຢູ່​ແລ້ວ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຢືນ​ຢັນ​ແກ່​ທ່ານ.

ທຳ​ອິດ, ພຣະ​ເຢຊູ​ຄຣິດ ເປັນ​ປະ​ມຸກ​ຂອງ​ສາດ​ສະ​ໜາ​ຈັກ ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ສອງ, ພຣະ​ອົງ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໃນ​ເວ​ລານີ້ ໂດຍ​ການ​ກ່າວ​ກັບ​ຜູ້​ຄົນ​ທີ່​ຖືກ​ເອີ້ນ​ໃຫ້​ເປັນ​ສາດ​ສະ​ດາ, ແລະ ພຣະ​ອົງ​ກະ​ທຳ ຜ່ານ​ທາງ​ການ​ເປີດ​ເຜີຍ.

ສາມ, ພຣະ​ອົງ​ປະ​ທານ​ການ​ເປີດ​ເຜີຍ​ໃຫ້​ສາດ​ສະ​ດາ​ເມື່ອ​ດົນ​ນານ​ມາ​ແລ້ວ, ຕອນນີ້​ກໍ​ຍັງ​ປະ​ທານ​ໃຫ້​ຢູ່, ແລະ ຈະ​ປະ​ທານ​ໃຫ້​ຕໍ່​ໄປ​ເລື້ອຍໆ.

ສີ່, ພຣະ​ອົງ​ປະ​ທານ​ການ​ເປີດ​ເຜີຍ​ເພື່ອ​ຢືນ​ຢັນ ​ໃຫ້​ແກ່ຜູ້​ທີ່​ຮັບ​ໃຊ້​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ອົງ.

ຈາກ​ຫລັກ​ເບື້ອງ​ຕົ້ນ​ທີ່​ກ່າວ​ມານັ້ນ, ເຮົາ​ຮັບ​ຮູ້​ວ່າ ການນຳ​ພາຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕໍ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຮຽກ​ຮ້ອງ​ສັດ​ທາ​ທີ່​ຍິ່ງ​ໃຫຍ່ ແລະ ໝັ້ນ​ຄົງ ຈາກ​ທຸກ​ຄົນ​ທີ່​ຮັບ​ໃຊ້​ພຣະ​ອົງ ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ຍົກ​ຕົວ​ຢ່າງ, ຕ້ອງ​ໃຊ້​ສັດ​ທາ ເພື່ອ​ຈະ​ໄດ້​ເຊື່ອ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຟື້ນ​ຄືນ​ພຣະ​ຊົນ ເບິ່ງ​ສິ່ງ​ທີ່​ເປັນ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ທຸກວັນ. ຕ້ອງ​ໃຊ້​ສັດ​ທາ ເພື່ອ​ຈະ​ໄດ້​ເຊື່ອ​ວ່າ ພຣະ​ອົງ​ເອີ້ນ​ຜູ້​ຄົນ​ທີ່ບໍ່​ດີ​ພ້ອມ ໃຫ້​ຮັບ​ເອົາ​ຕຳ​ແໜ່ງ ດ້ວຍ​ຄວາມ​ໄວ້​ວາງ​ພຣະ​ໄທ. ຈະ​ຕ້ອງ​ໃຊ້​ສັດ​ທາ ເພື່ອ​ຈະ​ໄດ້​ເຊື່ອ​ວ່າ ພຣະ​ອົງ​ຮູ້​ຜູ້​ຄົນ​ທີ່​ພຣະ​ອົງ​ເອີ້ນ​ເປັນ​ຢ່າງ​ດີ, ທັງ​ຄວາມ​ສາ​ມາດ ແລະ ສັກ​ກະ​ຍະ​ພາບ​ຂອງ​ເຂົາ​ເຈົ້າ, ເພື່ອ​ວ່າ​ຈະ​ບໍ່​ມີ​ຄວາມ​ຜິດ​ພາດ​ໃນ​ການ​ເອີ້ນ​ຂອງ​ພຣະ​ອົງ.

ບາງ​ຄົນ​ທີ່ມາ​ຮ່ວມກອງ​ປະ​ຊຸມນີ້ ອາດຍິ້ມ ແລະ ບາງ​ຄົນ​ອາດແກວ່ງ​ຫົວ—ຜູ້​ໜຶ່ງ ອາດ​ຄິດ​ກ່ຽວ​ກັບ​ການ​ເອີ້ນ​ຂອງ​ຕົນ ວ່າ​ຄົງເປັນ ຄວາມ​ຜິດ​ພາດ ແລະ ອີກ​ຜູ້​ໜຶ່ງ​ຄິດ​ວ່າ ບາງ​ຄົນ​ທີ່​ເຂົາ​ເຈົ້າ​ຮູ້​ຈັກ ບໍ່​ເໝາະສົມ​ກັບບ່ອນ​ຂອງ​ເຂົາ​ເຈົ້າ ໃນ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ໃຫ້​ທັງ​ສອງກຸ່ມ​ວ່າ ຢ່າ​ຟ້າວ​ຕັດ​ສິນ ຈົນ​ກວ່າ​ທ່ານ​ສາ​ມາດ​ຫລຽວ​ເຫັນ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ທອດ​ພຣະ​ເນດ​ເຫັນ. ແຕ່ການ​ຕັດ​ສິນ​ທີ່​ທ່ານ​ຄວນ​ເຮັດ, ແມ່ນ ທ່ານ ມີ​ຄວາມ​ສາ​ມາດ​ທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ ແລະ ທີ່​ຈະເຮັດ​ຕາມນັ້ນ​ຢ່າງ​ກ້າ​ຫານ.

ຕ້ອງ​ໃຊ້​ສັດ​ທາເພື່ອ​ເຮັດ​ແນວນັ້ນ. ຕ້ອງ​ໃຊ້​ສັດ​ທາ​ຫລາຍກວ່ານັ້ນ ເພື່ອ​ຈະ​ໄດ້​ເຊື່ອ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຜູ້​ຮັບ​ໃຊ້ ມະ​ນຸດ​ທີ່ບໍ່​ດີ​ພ້ອມ ໃຫ້​ມາ​ນຳ​ພາ​ທ່ານ. ຈຸດ​ປະ​ສົງ​ຂອງ​ຂ້າ​ພະ​ເຈົ້າ ໃນ​ຄ່ຳ​ຄືນນີ້ ແມ່ນ​ເພື່ອ​ຈະ​ສ້າງ​ສັດ​ທາ​ຂອງ​ທ່ານ ວ່າ​ພຣະ​ເຈົ້າ​ຊີ້​ນຳ​ທ່ານ ໃນ​ການ​ຮັບ​ໃຊ້​ພຣະ​ອົງ. ແລະ ສຳ​ຄັນ​ກວ່ານັ້ນ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ດົນ​ໃຈ​ຜູ້​ຄົນ​ທີ່ບໍ່​ດີ​ພ້ອມ ທີ່​ພຣະ​ອົງ​ໄດ້​ເອີ້ນ​ໃຫ້​ມາ​ເປັນ​ຜູ້ນຳ​ຂອງ​ທ່ານ.

ທ່ານ​ອາດ​ຄິດ​ວ່າ, ທຳ​ອິດ, ສັດ​ທາ​ເຊັ່ນ​ນັ້ນ ແມ່ນບໍ່​ສຳ​ຄັນ ຕໍ່​ຄວາມ​ສຳ​ເລັດ​ຜົນ​ຂອງ​ສາດ​ສະ​ໜາ​ຈັກ ແລະ ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ອາດ​ພົບ​ວ່າ—ບໍ່​ວ່າ​ທ່ານ​ຈະ​ຢູ່​ໃນ​ຕຳ​ແໜ່ງ​ໃດ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຈາກ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ລົງ​ໄປ​ເຖິງ​ມັກ​ຄະ​ນາ​ຍົກຄົນ​ໃໝ່​ກໍ​ຕາມ—ສັດ​ທາ​ແມ່ນ​ສຳ​ຄັນທີ່​ສຸດ.

ໃຫ້​ເຮົາ​ມາ​ເລີ່ມ​ຕົ້ນ​ທີ່​ຄວາມ​ໝາຍ​ຂອງ​ສັດ​ທາ​ສຳ​ລັບ​ປະ​ທານ​ກຸ່ມ​ຄູ​ສອນ ຫລື ມັກ​ຄະ​ນາ​ຍົກ. ມັນ​ສຳ​ຄັນ​ຈາກ​ຕົວ​ລາວ ທີ່​ຈະ​ມີ​ສັດ​ທາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ລາວ, ໂດຍ​ທີ່​ຮູ້​ຈັກ​ຄວາມ​ອ່ອນ​ແອ ແລະ ຄວາມ​ເກັ່ງ​ກ້າ​ຂອງ​ຄູ​ສອນ​ຄົນນັ້ນ. ລາວ​ຕ້ອງ​ມີ​ສັດ​ທາ ວ່າຜູ້​ທີ່ມອບ​ຕຳ​ແໜ່ງ​ໃຫ້​ລາວ ໄດ້​ຮັບ​ການ​ເປີດ​ເຜີຍ ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ. ທີ່​ປຶກ​ສາ​ຂອງ​ລາວ ແລະ ສະ​ມາ​ຊິກ​ໃນ​ກຸ່ມ ກໍ​ຕ້ອງ​ມີ​ສັດ​ທາ​ຄື​ກັນ ເພື່ອ​ຕິດ​ຕາມ​ລາວ ດ້ວຍ​ຄວາມ​ໝັ້ນ​ໃຈ​ຢ່າງ​ກ້າ​ຫານ.

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄວາມ​ໝັ້ນ​ໃຈ​ເຊັ່ນ​ນັ້ນ ຕອນ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ໄດ້​ນັ່ງ​ຢູ່​ກັບ​ຝ່າຍ​ປະ​ທານ​ກຸ່ມ​ມັກ​ຄະ​ນາ​ຍົກ​ຂອງ​ລາວ ໃນ​ເຊົ້າ​ວັນ​ອາ​ທິດມື້​ໜຶ່ງ. ລາວ​ຫາ​ກໍ​ຖືກ​ເອີ້ນ​ໃຫ້​ເປັນ​ເລ​ຂາ​ຂອງ​ເຂົາ​ເຈົ້າ. ຝ່າຍ​ປະ​ທານ​ໜຸ່ມ​ເຫລົ່າ​ນັ້ນ ໄດ້​ປຶກ​ສາ​ຫາ​ລື​ນຳ​ກັນ. ເຂົາ​ເຈົ້າ​ໄດ້​ລົມ​ກັນ​ກ່ຽວ​ກັບ​ຫລາຍ​ວິ​ທີ​ທີ່​ເຂົາ​ເຈົ້າ​ສາ​ມາດ​ບັນ​ລຸຕາມ​ຄຳ​ຂໍ​ຮ້ອງ​ຂອງ​ອະ​ທິ​ການ​ໄດ້ ເພື່ອ​ພາ​ຊາຍ​ໜຸ່ມ​ຜູ້​ທີ່ບໍ່​ເຂັ້ມ​ແຂງ​ກັບ​ຄືນ​ມາ​ໂບດ. ຫລັງ​ຈາກໄດ້​ອະ​ທິ​ຖານ ແລະ ສົນ​ທະ​ນາ​ກັນ​ແລ້ວ, ເຂົາ​ເຈົ້າ​ໄດ້​ສົ່ງເລ​ຂາ​ໄປ​ຫາ​ເຮືອນ​ຊາຍ​ໜຸ່ມ​ທີ່ບໍ່​ເຄີຍ​ມາ​ຫ້ອງ​ຮຽນ ແລະ ໃຫ້​ເຊື້ອ​ເຊີນ​ລາວ​ມາ.

ເລ​ຂາບໍ່​ຮູ້​ຈັກ​ຊາຍ​ໜຸ່ມ​ຄົນ​ນັ້ນ, ແຕ່​ລາວ​ຮູ້​ວ່າ ພໍ່​ແມ່​ຄົນ​ໜຶ່ງ​ຂອງ​ຊາຍ​ໜຸ່ມ​ຄົນ​ນັ້ນ​ບໍ່​ເຂັ້ມ​ແຂງ ແລະ ອີກ​ຄົນ​ໜຶ່ງບໍ່​ໄດ້​ເປັນ​ສະ​ມາ​ຊິກ ແລະ ບໍ່​ອ່ອນ​ໂຍນ. ເລ​ຂາ​ຮູ້​ສຶກ​ເປັນ​ຫ່ວງ ແຕ່ບໍ່​ມີ​ຄວາມ​ຢ້ານ​ກົວ. ລາວ​ຮູ້​ວ່າ ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ໄດ້​ຂໍ​ໃຫ້​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ນຳ​ແກະ​ໂຕ​ທີ່​ເສຍ​ໄປ ຄືນ​ມາ. ແລະ ລາວ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ຝ່າຍ​ປະ​ທານ​ຂອງ​ລາວ. ລາວ​ໄດ້​ຍິນ​ເຂົາ​ເຈົ້າ​ຕົກ​ລົງ​ກັນ ກ່ຽວ​ກັບ​ຊື່​ຂອງ​ຊາຍ​ໜຸ່ມ​ຄົນ​ນັ້ນ ແລະ ຊື່​ຂອງ​ລາວ.

ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ຕອນ​ເລ​ຂາ​ຍ່າງ​ໄປ​ຫາ​ເຮືອນ​ຂອງ​ຊາຍ​ໜຸ່ມ​ຜູ້ບໍ່​ເຂັ້ມ​ແຂງ. ລາວ​ໄດ້​ຍ່າງ​ໄປ​ຊ້າໆ ຄື​ກັບ​ວ່າ ລາວ​ກຳ​ລັງ​ເດີນ​ເຂົ້າ​ໄປ​ຫາ​ສິ່ງ​ອັນ​ຕະ​ລາຍແທ້ໆ. ແຕ່​ພາຍ​ໃນ​ເຄິ່ງ​ຊົ່ວ​ໂມງ ລາວ​ໄດ້​ຍ່າງ​ກັບ​ມາ​ພ້ອມ​ກັບ​ຊາຍ​ໜຸ່ມ​ຄົນ​ນັ້ນ, ດ້ວຍ​ຮອຍຍິ້ມ. ຂ້າ​ພະ​ເຈົ້າ​ບໍ່​ແນ່​ໃຈ​ວ່າ ລາວ​ຮູ້ໃນ​ເວ​ລານັ້ນ, ແຕ່​ລາວ​ໄດ້​ໄປ​ພ້ອມ​ກັບ​ສັດ​ທາ ວ່າ​ລາວ​ໄດ້​ໄປ​ແລ່ນ​ວຽກ ໃຫ້​ພຣະ​ຜູ້​ເປັນ​ເຈົ້າ. ສັດ​ທານັ້ນ​ໄດ້​ຢູ່​ກັບ​ລາວ ແລະ ໄດ້ເຕີບ​ໂຕ​ຂຶ້ນ​ກັບ​ລາວ​ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ, ເປັນ​ພໍ່, ເປັນ​ຜູ້​ນຳ​ກຸ່ມ​ຊາຍ​ໜຸ່ມ, ແລະ ເປັນ​ອະ​ທິ​ການ.

ໃຫ້​ເຮົາ​ມາ​ກ່າວ​ກ່ຽວ​ກັບ​ສັດ​ທາ​ເຊັ່ນ​ນັ້ນ ສຳ​ລັບ​ອະ​ທິ​ການ. ບາງ​ເທື່ອ​ອະ​ທິ​ການ​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ຜູ້​ຄົນ ທີ່​ຮູ້​ຈັກ​ເພິ່ນ​ດີ. ສະ​ມາ​ຊິກ​ຫວອດ​ຮູ້​ຈັກ​ບາງ​ສິ່ງ​ກ່ຽວ​ກັບ​ຄວາມ​ອ່ອນ​ແອ ແລະ ຄວາມ​ເຂັ້ມ​ແຂງ​ທາງວິນ​ຍານ​ຂອງ​ເພິ່ນ, ແລະ ເຂົາ​ເຈົ້າ​ຮູ້​ວ່າ ຄົນ​ອື່ນໆ​ໃນ​ຫວອດ ກໍ​ສາ​ມາດ​ຖືກ​ເອີ້ນ​ໃຫ້​ເປັນ​ອະ​ທິ​ການ​ໄດ້​ຄື​ກັນ—ຄົນ​ອື່ນ​ທີ່​ມີ​ການ​ສຶກ​ສາ​ທີ່​ສູງກວ່າ, ມີ​ປະ​ສົບ​ການ​ຫລາຍກວ່າ, ຫລື ແມ່ນ​ແຕ່​ມີໜ້າ​ຕາ​ດີກວ່າ.

ສະ​ມາ​ຊິກ​ເຫລົ່າ​ນັ້ນ​ຕ້ອງ​ຮູ້​ວ່າ ການ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ຕຳ​ແໜ່ງ​ອະ​ທິ​ການ ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ການ​ເປີດ​ເຜີຍ. ປາດ​ສະ​ຈາກ​ສັດ​ທາ​ຂອງ​ເຂົາ​ເຈົ້າ, ອະ​ທິ​ການ​ຜູ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ, ຈະ​ພົບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຮັບ​ການ​ເປີດ​ເຜີຍ ເພື່ອ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ. ເພິ່ນ​ຈະ​ບໍ່​ສຳ​ເລັດ​ຖ້າ​ປາດ​ສະ​ຈາກ ສັດ​ທາ​ຂອງ​ສະ​ມາ​ຊິກ ເພື່ອ​ສະ​ໜັບ​ສະ​ໜູນ​ເພິ່ນ.

ແລ້ວ ອະ​ທິ​ການ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ເພື່ອ​ຊ່ວຍ​ເຫລືອ​ສະ​ມາ​ຊິກ. ໃຫ້​ຄິດ​ກ່ຽວ​ກັບ​ກະ​ສັດ​ເບັນ​ຢາ​ມິນ, ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ນຳ​ພາ​ຜູ້​ຄົນ​ຂອງ​ເພິ່ນ​ໄປ​ສູ່​ການ​ກັບ​ໃຈ. ຫົວ​ໃຈ​ຂອງ​ຜູ້​ຄົນ​ໄດ້​ອ່ອນ​ລົງ ໂດຍ​ສັດ​ທາ​ຂອງ​ພວກ​ເຂົາ ວ່າ​ເພິ່ນ​ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ ເຖິງ​ແມ່ນ​ຈະ​ມີ​ຄວາມ​ອ່ອນ​ແອ​ຂອງ​ມະ​ນຸດ, ແລະ ວ່າ​ຖ້ອຍ​ຄຳ​ຂອງ​ເພິ່ນ​ມາ​ຈາກ​ພຣະ​ເຈົ້າ. ທ່ານ​ອາດ​ຈື່​ຈຳ​ສິ່ງ​ທີ່ຜູ້​ຄົນ ໄດ້​ກ່າວ ທີ່​ວ່າ: “ແທ້​ຈິງ​ແລ້ວ, ພວກ​ເຮົາ​ເຊື່ອ​ຄຳ​ເວົ້າທັງ​ໝົດ​ທີ່​ທ່ານ​ເວົ້າກັບ​ພວກ​ເຮົາ; … ພວກ​ເຮົາ​ຮູ້​ເຖິງ​ຄວາມ​ແນ່ນອນ ແລະ ຄວາມ​ຈິງ​ຂອງ​ມັນ​ທັງ​ໝົດ, ເພາະ​ພຣະ​ວິນ​ຍານ​ຂອງພຣະຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳ​ນາດຍິ່ງໃຫຍ່ ໄດ້​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ໃນ​ພວກ​ເຮົາ, ຫລື ໃນ​ໃຈ​ຂອງ​ພວກ​ເຮົາ, ຈົນ​ວ່າ​ພວກ​ເຮົາ​ບໍ່​ມີ​ໃຈ​ທີ່​ຈະ​ກະທຳ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ, ແຕ່​ປາດ​ຖະໜາ​ຈະ​ເຮັດ​ແຕ່​ຄວາມ​ດີ​ໂດຍ​ຕະຫລອດ” (ໂມໄຊຢາ 5:2).

ກ່ອນ​ຜູ້​ນຳ​ຈະ​ບັນ​ລຸ​ຜົນ​ສຳ​ເລັດ ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນັ້ນ, ຄວາມ​ໄວ້​ວາງ​ໃຈ​ຂອງ​ຜູ້​ຄົນ ວ່າເພິ່ນ​ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ ຕ້ອງ​ຢູ່​ເໜືອ​ການມອງ​ເບິ່ງ​ຄວາມບໍ່​ໝັ້ນ​ຄົງ ແລະ ຄວາມ​ອ່ອນ​ແອ​ທາງ​ມະ​ນຸດ​ຂອງ​ເພິ່ນ. ທ່ານ​ຄົງ​ຈື່​ຈຳ​ຖ້ອຍ​ຄຳ​ຂອງ​ກະ​ສັດ​ເບັນ​ຢາ​ມິນ ກ່ຽວ​ກັບ​ບົດ​ບາດ​ຂອງ​ການ​ເປັນ​ຜູ້​ນຳ​ຂອງ​ເພິ່ນເອງ ທີ່​ວ່າ:

“ຂ້າພະ​ເຈົ້າບໍ່​ໄດ້​ສັ່ງ​ໃຫ້​ພວກ​ທ່ານ​ຂຶ້ນມາ​ບ່ອນ​ນີ້​ເພື່ອ​ພວກ​ທ່ານ​ຈະ​ຢ້ານ​ກົວ​ຂ້າພະ​ເຈົ້າ, ຫລື ເພື່ອ​ພວກ​ທ່ານ​ຈະ​ຄິດ​ວ່າ ຕົວ​ຂ້າພະ​ເຈົ້າ​ເອງຍິ່ງ​ໃຫຍ່​ກວ່າ​ມະນຸດ.

“ແຕ່​ຂ້າພະ​ເຈົ້າກໍ​ຄື​ກັນ​ກັບ​ຕົວ​ຂອງ​ພວກ​ທ່ານ​ທີ່​ຕ້ອງ​ຂຶ້ນຢູ່​ກັບ​ຈຸດ​ອ່ອນ​ທຸກ​ຢ່າງ​ໃນ​ຮ່າງກາຍ ແລະ ຈິດ​ໃຈ; ເຖິງ​ຢ່າງ​ໃດ​ກໍ​ຕາມ ຂ້າພະ​ເຈົ້າກໍ​ໄດ້​ຖືກ​ເລືອກຈາກຜູ້​ຄົນ​ພວກ​ນີ້, ແລະ ຮັບ​ແຕ່ງ​ຕັ້ງຈາກ​ບິດາ​ຂອງ​ຂ້າພະ​ເຈົ້າ, ແລະ ໄດ້​ຮັບ​ການ​ອະນຸຍາດ​ຈາກ​ພຣະຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ຂ້າພະ​ເຈົ້າ​ເປັນ​ກະສັດ ແລະ ຜູ້​ປົກຄອງ ເໜືອ​ຜູ້ຄົນ​ພວກ​ນີ້; ແລະ ໄດ້​ຮັບ​ການ​ຮັກສາ ແລະ ປົກ​ປ້ອງ​ໂດຍ​ອຳນາດ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ, ທີ່​ໃຫ້​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ສຸດ​ຄວາມ​ສາມາດ, ສຸດ​ຄວາມ​ຄິດ, ແລະ ສຸດ​ກຳລັງ ຊຶ່ງພຣະຜູ້​ເປັນ​ເຈົ້າ​ໄດ້​ປະທານ​ໃຫ້​ແກ່​ຂ້າພະ​ເຈົ້າ” (ໂມໄຊຢາ 2:10–11).

ຜູ້​ນຳ​ຂອງ​ທ່ານ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ອາດ​ເບິ່ງວ່າ​ເປັນ​ຄົນ​ອ່ອນ​ແອ ແລະ ເປັນ​ມະ​ນຸດ​ທຳ​ມະ​ດາ ຫລື ອາດ​ເບິ່ງວ່າ​ເປັນ​ຄົນ​ເຂັ້ມ​ແຂງ ແລະ ໄດ້​ຮັບ​ການດົນ​ໃຈ. ຄວາມ​ຈິງ​ແມ່ນ ຜູ້​ນຳ​ທຸກ​ຄົນ ກໍ​ມີ​ລັກ​ສະ​ນະ​ພິ​ເສດ​ເຫລົ່າ​ນັ້ນ ແລະ ອື່ນໆ​ອີກ. ສິ່ງ​ທີ່​ຊ່ວຍ​ເຫລືອ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ຖືກ​ເອີ້ນ​ໃຫ້​ມາ​ນຳ​ພາ​ເຮົາ ແມ່ນ​ຕອນ​ເຮົາ​ສາ​ມາດ ຫລຽວ​ເບິ່ງ​ພວກ​ເພິ່ນ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ທອດ​ພຣະ​ເນດ​ເບິ່ງ​ພວກ​ເພິ່ນ ເມື່ອ​ພຣະ​ອົງ​ໄດ້​ເອີ້ນ​ພວກ​ເພິ່ນ.

ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງເປັນ​ຢ່າງ​ດີ. ພຣະ​ອົງ​ເຫັນ​ສັກ​ກະ​ຍະ​ພາບ​ແລະ ອະ​ນາ​ຄົດຂອງ​ພວກ​ເພິ່ນ. ແລະ ພຣະ​ອົງ​ຮູ້​ວ່າ ສະ​ພາບ​ຂອງ​ພວກ​ເພິ່ນ​ອາດ​ປ່ຽນ​ໄປ. ພຣະ​ອົງ​ຍັງ​ຮູ້​ວ່າ ພວກ​ເພິ່ນ​ສາ​ມາດ​ປ່ຽນ​ແປງ​ໄດ້​ແນວ​ໃດ ໂດຍ​ປະ​ສົບ​ການ​ນຳ​ຜູ້​ຄົນ ທີ່​ພວກ​ເພິ່ນ​ຈະ​ນຳພາ.

ທ່ານ​ອາດ​ເຄີຍ​ມີ​ປະ​ສົບ​ການ ທີ່​ໄດ້​ເຮັດ​ໃຫ້​ທ່ານ​ເຂັ້ມ​ແຂງ​ຂຶ້ນ ໂດຍ​ຜູ້​ຄົນ​ທີ່​ທ່ານ​ເອີ້ນ​ໃຫ້​ຮັບ​ໃຊ້. ເທື່ອ​ໜຶ່ງ ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ອະ​ທິ​ການ ສຳ​ລັບ​ກຸ່ມ​ຜູ້​ໃຫຍ່​ໂສດ. ຂ້າ​ພະ​ເຈົ້າບໍ່​ແນ່​ໃຈ​ວ່າ ຈຸດ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ຊ່ວຍ​ພຣະ​ອົງ​ປ່ຽນ​ແປງເຂົາ​ເຈົ້າ ຫລື ​ພຣະ​ອົງ​ຮູ້​ວ່າ ເຂົາ​ເຈົ້າ ຈະ​ຊ່ວຍ​ປ່ຽນ​ແປງ​ຂ້າ​ພະ​ເຈົ້າ.

ບາງ​ສ່ວນ​ຂ້າ​ພະ​ເຈົ້າ​ກໍ​ບໍ່​ເຂົ້າ​ໃຈ, ຄົນ​ໂສດ​ບາງ​ຈຳ​ນວນໃນ​ຫວອດນັ້ນ ເຮັດ​ຄື​ກັບ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ​ສຳ​ລັບ​ເຂົາ​ເຈົ້າ​ໂດຍ​ສະ​ເພາະ ເຂົາ​ເຈົ້າ​ໄດ້​ເຫັນ​ຄວາມ​ອ່ອນ​ແອ​ຂອງ​ຂ້າ​ພະ​ເຈົ້າ ແຕ່​ເຂົາ​ເຈົ້າ​ໄດ້​ມອງ​ຂ້າມ.

ຂ້າ​ພະ​ເຈົ້າ​ຈື່​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຜູ້​ໄດ້​ຂໍ​ຄຳ​ແນະ​ນຳ​ກ່ຽວ​ກັບ​ການ​ສຶກ​ສາ. ລາວ​ຫາ​ກໍ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ດີ​ແຫ່ງ​ໜຶ່ງ ເປັນປີ​ທຳ​ອິດ. ອາ​ທິດ​ໜຶ່ງ​ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ຄຳ​ແນະ​ນຳ​ແກ່​ລາວ, ລາວ​ໄດ້​ຂໍ​ນັດ​ພົບ​ກັບຂ້າ​ພະ​ເຈົ້າ.

ເມື່ອ​ລາວ​ເຂົ້າ​ມາ​ໃນ​ຫ້ອງ​ການ, ລາວ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຕົກ​ຕະ​ລຶງ ໂດຍ​ຖາມ​ວ່າ, “ອະ​ທິ​ການ, ຂໍ​ໃຫ້​ພວກ​ເຮົາ​ອະ​ທິ​ຖານ​ກ່ອນ​ໄດ້​ບໍ? ແລະ ຂໍ​ໃຫ້​ພວກ​ເຮົາ​ຄຸ​ເຂົ່າ​ໄດ້​ບໍ? ແລະ ຂໍ​ໃຫ້​ຂ້າ​ນ້ອຍ​ເປັນ​ຄົນອະ​ທິ​ຖານ​ໄດ້​ບໍ?”

ຂ້າ​ພະ​ເຈົ້າ​ຕົກ​ຕະ​ລຶງກັບ​ຄຳ​ຂໍ​ຮ້ອງ​ຂອງ​ລາວ. ແຕ່​ຄຳ​ອະ​ທິ​ຖານ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຕົກ​ຕະ​ລຶງ​ຫລາຍກວ່ານັ້ນ. ລາວ​ໄດ້​ເວົ້າ​ແບບນີ້: “ໂອ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ອົງ​ຮູ້​ວ່າ ອະ​ທິ​ການ​ໄອຣິງ ໄດ້​ໃຫ້​ຄຳ​ແນະ​ນຳ​ແກ່​ຂ້າ​ນ້ອຍ​ອາ​ທິດ​ແລ້ວນີ້, ແລະ ມັນບໍ່​ໄດ້​ຜົນ. ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ດົນ​ໃຈ​ເພິ່ນ​ອີກ​ດ້ວຍ​ເທີ້ນ ວ່າ​ຂ້າ​ນ້ອຍ​ຄວນ​ເຮັດ​ແນວ​ໃດບັດ​ນີ້.”

ບັດ​ນີ້ ທ່ານ​ອາດຍິ້ມ, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຍິ້ມ. ລາວ​ຮູ້​ແລ້ວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ລາວ​ເຮັດ​ຫຍັງ. ແຕ່​ລາວ​ໄດ້​ໃຫ້​ກຽດ​ຕຳ​ແໜ່ງ​ຂອງ​ອະ​ທິ​ການ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ບາງ​ທີ​ຢາກ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ໂອ​ກາດ​ອີກ ເພື່ອ​ຮັບ​ເອົາ​ການ​ເປີດ​ເຜີຍ​ໃນ​ຕຳ​ແໜ່ງນັ້ນ ດ້ວຍ​ຄວາມ​ໝັ້ນ​ໃຈ​ກວ່າ​ເກົ່າ.

ມັນໄດ້​ຜົນ. ທັນ​ທີ​ທີ່​ພວກ​ເຮົາ​ໄດ້​ລຸກ​ຢືນ​ຂຶ້ນ ແລະ ແລ້ວນັ່ງ​ລົງ, ການ​ເປີດ​ເຜີຍ​ໄດ້​ມາ​ເຖິງ. ຂ້າ​ພະ​ເຈົ້າ​ໄດ້​ບອກ​ລາວ ເຖິງ​ຄວາມ​ຮູ້​ສຶກ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ລາວ​ເຮັດ. ລາວ​ພຽງ​ມີ​ອາ​ຍຸ​ໄດ້ 18 ປີ ໃນ​ເວ​ລານັ້ນ, ແຕ່​ລາວເປັນ​ຜູ້​ໃຫຍ່​ທາງວິນ​ຍານ.

ລາວ​ຮູ້​ແລ້ວ​ວ່າ ລາວບໍ່​ຈຳ​ເປັນ​ຕ້ອງ​ໄປ​ຫາ​ອະ​ທິ​ການ ກ່ຽວ​ກັບ​ບັນ​ຫານັ້ນ. ແຕ່​ລາວ​ໄດ້​ຮຽນ​ຮູ້​ທີ່​ຈະ​ສະ​ໜັບ​ສະ​ໜູນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຖິງ​ແມ່ນ​ໃນ​ຄວາມ​ອ່ອນ​ແອ​ຂອງ​ການ​ເປັນ​ມະ​ນຸດ​ຂອງ​ອະ​ທິ​ການ. ໃນ​ທີ່​ສຸດ ຊາຍ​ໜຸ່ມ​ຄົນ​ນີ້ ໄດ້​ກາຍ​ເປັນ​ປະ​ທານ​ສະ​ເຕກ. ລາວ​ໄດ້​ຈື່​ຈຳ​ບົດ​ຮຽນ​ທີ່​ພວກ​ເຮົາ​ໄດ້​ຮຽນ​ນຳ​ກັນ ທີ່​ວ່າ: ຖ້າ​ຫາກ​ເຈົ້າ​ມີ​ສັດ​ທາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຜ່ານ​ການ​ເປີດ​ເຜີຍ ຕໍ່​ຜູ້​ຮັບ​ໃຊ້​ທີ່ບໍ່​ດີ​ພ້ອມ​ຂອງ​ພຣະ​ອົງ ທີ່​ພຣະ​ອົງ​ໄດ້​ເອີ້ນ, ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປີດ​ປະ​ຕູ​ສະ​ຫວັນ​ໃຫ້​ເຂົາ​ເຈົ້າ, ແລະ ໃຫ້​ເຈົ້າ​ຄື​ກັນ.

ຈາກ​ປະ​ສົບ​ການນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຈື່​ຈຳ​ບົດ​ຮຽນ​ທີ່​ວ່າ ສັດ​ທາ​ຂອງ​ຜູ້​ຄົນ​ທີ່​ເຮົາ​ຮັບ​ໃຊ້, ບາງ​ເທື່ອ​ແມ່ນ​ມີ​ຫ​ລາຍກວ່າ​ສັດ​ທາ​ຂອງ​ເຮົາ​ເອງ, ທີ່​ນຳ​ການ​ເປີດ​ເຜີຍ​ມາ​ໃຫ້​ເຮົາ ໃນ​ການ​ຮັບ​ໃຊ້​ຂອງພຣະ​ຜູ້​ເປັນ​ເຈົ້າ.

ມີ​ບົດ​ຮຽນ​ອີກ​ຢ່າງ​ໜຶ່ງ​ສຳ​ລັບ​ຂ້າ​ພະ​ເຈົ້າ. ຖ້າ​ຫາກ​ຊາຍ​ໜຸ່ມ​ຄົນ​ນັ້ນ​ຕັດ​ສິນ​ຂ້າ​ພະ​ເຈົ້າ​ສຳ​ລັບ​ການ​ທີ່ບໍ່​ໄດ້​ໃຫ້​ຄຳ​ແນະ​ນຳ​ທີ່​ດີ​ແກ່​ລາວ ໃນ​ເທື່ອ​ທຳ​ອິດ, ລາວ​ຄົງ​ບໍ່​ກັບ​ຄືນ​ມາ​ຂໍ​ຄຳ​ແນະ​ນຳ​ອີກ. ແລະ ສະ​ນັ້ນ, ໂດຍ​ການ​ເລືອກບໍ່​ຕັດ​ສິນ​ຂ້າ​ພະ​ເຈົ້າ, ລາວ​ຈຶ່ງ​ໄດ້​ຮັບ​ການ​ຢືນ​ຢັນ ຕາມ​ທີ່​ລາວ​ປາດ​ຖະ​ໜາ.

ບົດ​ຮຽນ​ຢ່າງ​ໜຶ່ງ​ອີກ​ຈາກ​ປະ​ສົບ​ການນັ້ນ ທີ່ເປັນ​ປະ​ໂຫຍດ​ຕໍ່​ຂ້າ​ພະ​ເຈົ້າ​ຫລາຍ. ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້, ລາວບໍ່​ເຄີຍບອກ​ຄົນ​ໃດ​ຢູ່​ໃນ​ຫວອດວ່າ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ໃຫ້​ຄຳ​ແນະ​ນຳ​ທີ່​ດີ​ແກ່​ລາວ ໃນ​ເທື່ອ​ທຳ​ອິດ. ຖ້າ​ຫາກ​ລາວ​ໄດ້​ເຮັດແນວນັ້ນ, ມັນ​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ໃນ​ຫວອດ ຂາດ​ສັດ​ທາ​ໃນ​ຕົວ​ຂອງ​ອະ​ທິ​ການ​ຂອງ​ເຂົາ​ເຈົ້າ.

ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມບໍ່​ຕັດ​ສິນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຫລື ກ່າວ​ເຖິງ​ຄວາມ​ອ່ອນ​ແອ​ຂອງ​ພວກ​ເພິ່ນ. ແລະ ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ສອນ​ແນວນັ້ນ ໂດຍ​ການ​ເປັນ​ຕົວ​ຢ່າງ​ໃຫ້​ແກ່​ລູກໆ. ປະທານ ເຈມສ໌ ອີ ຟາວ ໄດ້​ບອກ​ເຖິງ​ຄຳ​ສອນ​ທີ່​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ນຳ​ໃຊ້ ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ໃຫ້​ກັບ​ທ່ານ ທີ່​ວ່າ:

“ເຮົາ … ຕ້ອງ​ສົ່ງ​ເສີມ ແລະ ສະ​ໜັບ​ສະ​ໜູນ​ຜູ້​ນຳ​ໃນທ້ອງ​ຖິ່ນ​ຂອງ​ເຮົາ, ເພາະ​ພວກ​ເພິ່ນ … ໄດ້ ‘ຖືກເອີ້ນ ແລະ ຖືກ​ເລືອກ.’ ສະ​ມາ​ຊິກ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ນີ້ ອາດ​ໄດ້​ຮັບ​ຄຳ​ແນະ​ນຳ​ຈາກ​ອະ​ທິ​ການ ຫລື ປະ​ທານ​ສາ​ຂາ, ປະ​ທານ​ສະ​ເຕກ ຫລື ປະ​ທານ​ເຜີຍ​ແຜ່, ແລະ ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຜູ້​ຮ່ວມ​ງານ​ຂອງ​ເພິ່ນ. ບໍ່​ມີ​ອ້າຍ​ນ້ອງ​ຄົນ​ໃດ ທີ່​ຂໍ​ຮ້ອງຢາກ​ໄດ້​ຕຳ​ແໜ່ງ​ເຫລົ່າ​ນີ້. ບໍ່​ມີ​ຄົນ​ໃດ​ດີ​ພ້ອມ. ແຕ່​ພວກ​ເພິ່ນ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ອົງ ຜ່ານ​ຜູ້​ທີ່ເໝາະສົມ ທີ່​ຈະ​ໄດ້​ຮັບ​ການ​ດົນ​ໃຈ. ການ​ເອີ້ນ, ການ​ສະ​ໜັບ​ສະ​ໜູນ, ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ເຫລົ່າ​ນັ້ນ ສົມ​ຄວນ​ທີ່​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ເຮົາ.

“… ການບໍ່​ນັບ​ຖື​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ນຳ​ຄວາມ​ອ່ອນ​ແອທາງວິນ​ຍານ ແລະ ຄວາມ​ພິ​ນາດ​ມາ​ໃຫ້​ຫລາຍ​ຄົນ. ເຮົາ​ຄວນມອງ​ຂ້າມ​ຄວາມບໍ່​ດີ​ພ້ອມ, ຄວາມຜິດ​ພາດ, ຫລື ຄວາມ​ຂາດ​ຕົກ​ບົກ​ພ່ອງ ຂອງ​ບັນ​ດາ​ອ້າຍ​ນ້ອງ​ທີ່​ຖືກ​ເອີ້ນ​ໃຫ້​ມາປົກ​ຄອງ​ເຮົາ, ແລະ ຮັບ​ໃຊ້​ໃນ​ຕຳ​ແໜ່ງ​ທີ່​ພວກ​ເພິ່ນ​ຖືກ​ເອີ້ນ” (“Called and Chosen,” Liahona, Nov. 2005, 54–55).

ຄຳ​ແນະ​ນຳ​ດັ່ງ​ກ່າວ ໄດ້​ເປັນ​ພອນ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ ໃນ​ທຸກ​ສະ​ພາບ​ການ.

ໃນ​ຕອນ​ຕົ້ນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ, ຜູ້​ນຳ​ທີ່​ໃກ້​ຊິດ​ກັບສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ເລີ່ມ​ຕົ້ນເວົ້າ​ເຖິງ​ຄວາມ​ຜິດ​ພາດ​ຂອງ​ເພິ່ນ. ເຖິງ​ແມ່ນ​ໄດ້​ເຫັນ​ທຸກ​ສິ່ງ​ທຸກ​ຢ່າງ ແລະ ຮູ້​ວ່າ​ເພິ່ນ​ມີ​ຄວາມ​ສຳ​ພັນ​ແນວ​ໃດ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ແຕ່​ຄຳ​ວິ​ຈານ ແລະ ຄວາມ​ອິດ​ສາ​ຂອງ​ເຂົາ​ເຈົ້າ ໄດ້​ແຜ່​ລາມ​ຄື​ກັນ​ກັບ​ໂຣກ​ລະ​ບາດ. ຄົນ​ໜຶ່ງ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ຕັ້ງ​ມາດ​ຕະ​ຖານ​ໄວ້​ໃຫ້​ເຮົາ ກ່ຽວ​ກັບ​ສັດທາ ແລະ ຄວາມ​ຈົງ​ຮັກ​ພັກ​ດີ ຖ້າ​ຫາກ​ເຮົາ​ຢາກ​ຮັບ​ໃຊ້​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ນີ້​ຄື​ການ​ລາຍ​ງານ: “ແອວເດີ​ຫລາຍ​ຄົນ​ໄດ້​ເອີ້ນ​ໃຫ້​ມີ​ການປະ​ຊຸມ ຢູ່​ໃນ​ພຣະ​ວິ​ຫານ ສຳ​ລັບ​ຄົນ​ທີ່​ຄິດ​ວ່າ ໂຈເຊັບ ສະມິດ ເປັນ​ສາດ​ສະ​ດາ​ທີ່​ຕົກ​ໄປ. ເຂົາ​ເຈົ້າ​ມີຈຸດ​ປະ​ສົງ​ທີ່​ຈະ​ກຳ​ນົດ​ໃຫ້​ເດວິດ ວິດເມີ ເປັນ​ຜູ້​ນຳ​ຄົນ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ. … ຫລັງ​ຈາກ​ໄດ້​ຟັງ​ຄຳ​ໂຕ້​ຖຽງ​ຕ້ານ​ສາດ​ສະ​ດາ, ບຣິກຳ [ຢັງ] ໄດ້​ລຸກ​ຂຶ້ນ ແລະ ເປັນ​ພະ​ຍານ​ວ່າ, ‘ໂຈເຊັບ ເປັນ​ສາດ​ສະ​ດາ, ແລະ ຂ້າ​ພະ​ເຈົ້າຮູ້, ແລະ ເຖິງ​ແມ່ນ​ຜູ້​ຄົນຈະຕໍ່ວ່າ ແລະ ໃສ່​ຮ້າຍ​ເພິ່ນ​ຫລາຍ​ເທົ່າ​ໃດ​ກໍ​ຕາມ; ເຂົາ​ເຈົ້າ​ບໍ່​ສາ​ມາດ​ທຳ​ລາຍສາດ​ສະ​ດາ​ທີ່​ຖືກ​ແຕ່ງ​ຕັ້ງ​ໄວ້ຂອງ​ພຣະ​ເຈົ້າ, ເຂົາ​ເຈົ້າ​ພຽງ​ແຕ່​ສາ​ມາດ​ທຳ​ລາຍ​ສິດ​ອຳ​ນາດ​ຂອງ​ຕົນ​ເອງ, ຕັດ​ເສັ້ນ​ສາຍ​ຂອງ​ຕົນ​ເອງ​ກັບ​ສາດ​ສະ​ດາ ແລະ ກັບ​ພຣະ​ເຈົ້າ, ແລະ ຈົມ​ລົງ​ນະ​ລົກ​ເທົ່າ​ນັ້ນ’” (Church History in the Fulness of Times Student Manual [Church Educational System manual, 2003], 2nd ed., 174; ເບິ່ງ Teachings of Presidents of the Church: Brigham Young [1997], 79) ນຳ​ອີກ.

ມີ​ເສັ້ນ​ສາຍ​ທີ່​ຜູກ​ມັດ​ເຮົາ​ເຂົ້າ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ຮັບ​ໃຊ້​ຂອງ​ເຮົາ. ມັນ​ມາ​ຈາກ​ບ່ອນ​ທີ່​ເຮົາຖືກ​ເອີ້ນ​ໃຫ້​ຮັບ​ໃຊ້ ໃນ​ອາ​ນາ​ຈັກ, ໄປ​ເຖິງ​ການ​ເອີ້ນ​ທີ່​​ໃຫ້ປົກ​ຄອງ​ເຮົາ​ໃນ​ຖາ​ນະ​ປະ​ໂລ​ຫິດ, ແລະ ເຖິງ​ສາດ​ສະ​ດາ, ຜູ້​ຖືກຜູກ​ມັດ​ເຂົ້າ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ຈະ​ຕ້ອງ​ມີ​ສັດ​ທາ ແລະ ຄວາມ​ຖ່ອມ​ຕົວ ທີ່​ຈະ​ຮັບ​ໃຊ້​ໃນ​ບ່ອນ​ທີ່​ເຮົາ​ຖືກ​ເອີ້ນ, ທີ່​ຈະ​ໄວ້​ວາງ​ໃຈ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ເຮົາ ແລະ ຜູ້​ທີ່​ປົກ​ຄອງ​ເຮົາ, ແລະ ທີ່​ຈະ​ສະ​ໜັບ​ສະ​ໜູນ​ພວກ​ເພິ່ນ​ດ້ວຍ​ສັດ​ທາ​ຢ່າງ​ເຕັມ​ປ່ຽມ.

ຈະ​ມີ​ບາງ​ເວ​ລາ, ທີ່​ຕ້ອງ​ເປັນດັ່ງ​ໃນ​ວັນ​ເວ​ລາ​ຂອງ​ເຄີດແລນ, ເມື່ອ​ເຮົາ​ຈະ​ຕ້ອງ​ມີ​ສັດ​ທາ ແລະ ຄວາມ​ຊື່​ສັດ​ຢ່າງ​ບຣິກຳ ຢັງ ເພື່ອ​ຢືນ​ໃນ​ບ່ອນ​ທີ່​ພຣະ​ເຈົ້າ​ໄດ້​ເອີ້ນ​ເຮົາ​ໃຫ້​ຢືນ, ຈົງ​ຮັກ​ພັກ​ດີ​ຕໍ່​ສາດ​ສະ​ດາ​ຂອງ​ພຣະ​ອົງ ແລະ ຕໍ່​ຜູ້​ນຳ​ທີ່​ພຣະ​ອົງ​ໄດ້​ແຕ່ງ​ຕັ້ງ​ໄວ້.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ໜັກ​ແໜ້ນ ແລະ ເປັນ​ພະ​ຍານ​ດ້ວຍ​ຄວາມ​ຊື່ນ​ຊົມ​ວ່າ ອົງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ນາຍ​ເຮືອ. ພຣະ​ອົງ​ນຳ​ພາ​ສາດ​ສະ​ໜາ​ຈັກ​ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ທອມມັສ ແອັສ ມອນສັນ ເປັນ​ຜູ້​ດຽວ​ເທົ່າ​ນັ້ນ ທີ່​ມີ ແລະ ໃຊ້​ຂໍ​ກະ​ແຈ​ທັງ​ໝົດ ຂອງ​ຖາ​ນະ​ປະ​ໂລ​ຫິດສັກ​ສິດ ຢູ່​ເທິງ​ແຜ່ນ​ດິນ​ໂລກ ໃນ​ເວ​ລານີ້. ແລະ ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ພອນ​ຈົ່ງ​ມາ​ສູ່​ຜູ້​ຮັບ​ໃຊ້​ທີ່​ຖ່ອມ​ຕົວ​ທຸກ​ຄົນ ຜູ້​ຮັບ​ໃຊ້​ດ້ວຍ​ຄວາມ​ເຕັມ​ໃຈ ແລະ ດ້ວຍ​ປະ​ສິດ​ທິ​ພາບ ໃນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢຊູ​ຄຣິດ, ຊຶ່ງ​ພຣະ​ອົງ​ນຳ​ພາ​ດ້ວຍ​ພຣະ​ອົງ​ເອງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໂຈເຊັບ ສະມິດ ໄດ້​ເຫັນ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ເຢຊູ​ຄຣິດ. ພວກ​ພຣະ​ອົງ​ໄດ້​ກ່າວ​ກັບ​ເພິ່ນ. ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ຟື້ນ​ຟູ ເພື່ອ​ເປັນ​ພອນ​ໃຫ້​ແກ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ມັນ​ແມ່ນ​ພາ​ລະ​ກິດ​ແລະ ຄວາມ​ໄວ້​ວາງ​ໃຈ​ຂອງ​ເຮົາ ທີ່​ຈະ​ຮັບ​ໃຊ້​ໃນ​ບ່ອນ​ຂອງ​ເຮົາ ໃນ​ອຸ​ດົມ​ການ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.