​2010–2019
ຖາ​ນະ​ປະ​ໂລ​ຫິດ ແລະ ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ
ເດືອນ​ຕຸລາ 2017


ຖາ​ນະ​ປະ​ໂລ​ຫິດ ແລະ ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ກ່ອນ​ຈຸດ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນຈະ​ສຳ​ເລັດ, ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ຕ້ອງ​ມີ​​ໄວ້ສຳ​ລັບ​ລູກໆ​ຂອງ​ພຣະ​ເຈົ້າ. ຖາ​ນະ​ປະ​ໂລ​ຫິດ​ເປັນ​ສິ່ງ​ຂົນ​ສົ່ງ​ລຳ​ລຽງ​ໂອ​ກາດ​ເຫລົ່າ​ນີ້.

ໃຫ້​ວາດ​ພາບ​ກັບ​ຂ້າ​ພະ​ເຈົ້າ​ເຫັນ​ຈະ​ຫລວດ​ທີ່​ກຳ​ລັງ​ຖືກ​ນຳ​ໄປ​ຫາ​ບ່ອນ​ຍິງ ເພື່ອ​ວ່າ​ມັນ​ຈະ​ຖືກ​ຕຽມ​ພ້ອມ​ສຳ​ລັບ​ການ​ຍິງ​ຂຶ້ນ. ບັດ​ນີ້ ໃຫ້​ວາດ​ພາບ​ເຫັນ​ການ​ຍິງ. ນ້ຳ​ມັນ, ຢູ່​ໃນ​ຖັງ, ໄດ້​ຖືກ​ປ່ຽນ​ເປັນ​ແກ໊ດ​ຮ້ອນ ທີ່​ຜົ່ນ​ອອກ​ມາ, ຊຶ່ງ​ຈຳ​ເປັນ​ຕໍ່​ການ​ຜັກ​ດັນ​ຈະ​ຫລວດ​ຂຶ້ນ​ໄປ​ອາ​ວະ​ກາດ. ສຸດ​ທ້າຍ, ໃຫ້​ວາດ​ພາບ​ເຫັນ ວັດ​ຖຸ​ປະ​ສົງ, ຫລື ສັບ​ພະ​ສິ່ງ, ທີ່​ຢອງ​ຢູ່​ເທິງ​ຈະ​ຫລວດ. ຄຸນ​ຄ່າ​ຂອງ​ວັດ​ຖຸ​ປະ​ສົງ​ນັ້ນ​ແມ່ນ​ສຳ​ຄັນ​ພຽງ​ແຕ່​ເມື່ອ​ມັນ​ໄປ​ເຖິງ​ຈຸດ​ທີ່​ມັນ​ຄວນ​ໄປ​ເຖິງ ແລະ ທຳ​ງານ​ຕາມ​ທີ່​ມັນ​ຄວນ​ເປັນ. ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ເປັນ​ນັກ​ສ້າງ​ຈະ​ຫລວດ ກ່ອນ​ທີ່​ຈະຮູ້​ຈັກ​ບຸນ​ຄຸນ ​ຂອງດາວ​ທຽມ​ທີ່​ມີ​ລາ​ຄາ​ແພງນັ້ນ ຖ້າ​ຫາກ​ມັນ​ຖືກ​ເກັບ​ໄວ້​ຢູ່​ໃນ​ສາງ, ມັນ​ກໍ​ບໍ່​ມີ​ຄຸນ​ຄ່າ​ຫຍັງ​ໝົດ. ພາ​ລະ​ກິດ​ຂອງ​ຈະ​ຫລວດ ຄື​ການ​ຂົນ​ສົ່ງ​ລຳ​ລຽງ​ວັດ​ຖຸ​ປະ​ສົງ​ເທົ່າ​ນັ້ນ.

ຄ່ຳ​ຄືນ​ນີ້ ຂ້າ​ພະ​ເຈົ້າ​ຢາກ​ປຽບ​ທຽບ ຖາ​ນະ​ປະ​ໂລ​ຫິດ ທີ່​ເຮົາ​ດຳ​ລົງ​ຢູ່ ໃສ່​ກັບ​ຈະ​ຫລວດ ແລະ ໂອ​ກາດ​ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃສ່​ກັບ​ວັດ​ຖຸ​ປະ​ສົງ​ທີ່​ຈະ​ຫລວດ​ຂົນ​ສົ່ງ​ລຳ​ລຽງ.

ເພາະ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ ຈຶ່ງ​ມີ​ອຳ​ນາດ ແລະ ສິດ​ອຳ​ນາດ ທີ່​ຈະ​ໄຖ່​ມະ​ນຸດ​ຊາດ​ທັງ​ປວງ. ເພື່ອ​ໃຫ້​ເຮົາ​ໄດ້​ຮັບ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ອົງ​ຈຶ່ງ​ໄດ້​ມອບ​ພາກ​ສ່ວນ​ໜຶ່ງ​ຂອງ​ອຳ​ນາດ​ແລະ ສິດ​ອຳ​ນາດ​ຂອງ​ພຣະ​ອົງ​ໃຫ້​ແກ່​ພວກ​ຜູ້​ຊາຍ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ອຳ​ນາດ ແລະ ສິດ​ອຳ​ນາດ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ນັ້ນ ເອີ້ນ​ວ່າ ຖາ​ນະ​ປະ​ໂລ​ຫິດ. ມັນ​ອະ​ນຸ​ຍາດ​ໃຫ້​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຊ່ວຍ​ເຫລືອ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢຊູ​ຄຣິດ ໃນ​ວຽກ​ງານ​ຂອງ​ພວກ​ພຣະ​ອົງ—ເພື່ອ​ນຳ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ມາ​ໃຫ້​ລູກໆ​ຂອງ​ພຣະ​ອົງ. ມັນ​ເຮັດ​ແນວ​ນັ້ນ ເພາະ​ວ່າ​ມັນ​ໃຫ້​ໂອ​ກາດ​ລູກໆ​ຂອງ​ພຣະ​ອົງ​ຮັບ​ເອົາ​ພອນ​ຂອງ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ສຳ​ຄັນ​ຫລາຍ ເພາະ​ວ່າ ບໍ່​ມີ​ຄົນ​ໃດ​ໃນ​ພວກ​ເຮົາ ທີ່​ສາ​ມາດ​ກັບ​ຄືນ​ໄປ​ຫາ​ບ້ານ​ໃນ​ສະ​ຫວັນ​ຂອງ​ເຮົາ ປາດ​ສະ​ຈາກ​ຄວາມ​ຊ່ວຍ​ເຫລືອ. ໃນ​ຊ່ວງ​ມະ​ຕະ, ເຮົາ​ຈະ​ເຮັດ​ຄວາມ​ຜິດ ແລະ ລະ​ເມີດ​ກົດ​ຂອງ​ພຣະ​ເຈົ້າ​ສະ​ເໝີ. ເຮົາ​ເປື້ອນ​ເປິ​ດ້ວຍ​ບາບ ແລະ ບໍ່​ສາ​ມາດ​ກັບ​ຄືນ​ໄປ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ. ເຮົາ​ຕ້ອງ​ການ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຄືນ​ດີ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ພຣະ​ເຢຊູ​ຄຣິດ​ໄດ້​ເຮັດ​ໃຫ້​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ​ຂາດ​ອອກ, ຊຶ່ງ ອະ​ນຸ​ຍາດ​ໃຫ້​ມີ​ການ​ຟື້ນ​ຄືນ​ຊີ​ວິດ. ພຣະ​ອົງ​ສະ​ເໜີ​ທີ່​ຈະ​ໃຫ້​ອະ​ໄພ​ແກ່​ບາບ, ຕາມ​ເງື່ອນ​ໄຂ​ທີ່​ຕ້ອງ​ເຊື່ອ​ຟັງ​ຕໍ່​ກົດ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ຜ່ານ​ທາງ​ພຣະ​ອົງ, ຄວາມ​ລອດ​ຈຶ່ງ​ມີ​ມາ. ໂອ​ກາດ​ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຄື​ການ​ສ້າງ​ວັດ​ຖຸ​ປະ​ສົງ​ທີ່​ສຳ​ຄັນ​ທີ່​ສຸດ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ກ່ອນ​ຈຸດ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະສຳ​ເລັດ, ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ຕ້ອງ​ມີ​ສຳ​ລັບ​ລູກໆ​ຂອງ​ພຣະ​ເຈົ້າ.1 ຖາ​ນະ​ປະ​ໂລ​ຫິດ​ເປັນ​ສິ່ງ​ຂົນ​ສົ່ງ​ລຳ​ລຽງ​ໂອ​ກາດ​ເຫລົ່າ​ນີ້. ມັນ​ເປັນ​ຈະ​ຫລວດ. ຖາ​ນະ​ປະ​ໂລ​ຫິດ​ແມ່ນ​ສຳ​ຄັນ ເພາະ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທີ່​ຈຳ​ເປັນ​ຢູ່​ໃນ​ໂລກ​ນີ້ ໄດ້​ຖືກ​ປະ​ຕິ​ບັດ​ພຽງ​ແຕ່​ໂດຍ​ສິດ​ອຳ​ນາດ​ຂອງ​ມັນ​ເທົ່າ​ນັ້ນ. ຖ້າ​ຫາກ​ຖາ​ນະ​ປະ​ໂລ​ຫິດ​ບໍ່​ສາ​ມາດ​ຂົນ​ສົ່ງ​ລຳ​ລຽງ​ໂອ​ກາດ​ທີ່​ເປັນ​ຜົນ​ປະ​ໂຫຍດ​ຈາກ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລ້ວ​ມັນ​ຈະ​ມີ​ປະ​ໂຫຍດ​ຫຍັງ? ມັນ​ຈະ​ເປັນ​ພຽງ​ໝາກ​ກະ​ໂພກທີ່​ຊັບ​ຊ້ອນ ແລະ ສ້າງ​ຄວາມ​ສົນ​ໃຈ​ເທົ່າ​ນັ້ນ​ບໍ? ພຣະ​ເຈົ້າ​ມີ​ເຈດ​ຕະ​ນາ​ໃຫ້​ຖາ​ນະ​ປະ​ໂລ​ຫິດ​ຖືກ​ໃຊ້​ຫລາຍ​ກວ່າພຽງ​ແຕ່ຢູ່​ໃນ​ຫ້ອງ​ຮຽນ​ໃນ​ວັນ​ອາທິດ ຫລື ໃນ​ໂອ​ກາດ​ທີ່​ໄດ້​ຮັບ​ໃຊ້​ເທົ່າ​ນັ້ນ. ພຣະ​ອົງ​ມີ​ເຈດ​ຕະ​ນາ​ໃຫ້​ມັນ​ຂົນ​ສົ່ງ​ລຳ​ລຽງ​ວັດ​ຖຸ​ປະ​ສົງ.

ຖ້າ​ມີ​ສິ່ງ​ຜິດ​ປົກ​ກະ​ຕິ​ນຳ​ຈະ​ຫລວດ ແມ່ນ​ແຕ່​ພຽງ​ໜ້ອຍ​ໜຶ່ງ ກໍ​ອາດບໍ່​ສາ​ມາດ​ຂົນ​ສົ່ງ​ລຳ​ລຽງ​ໄດ້. ຝາ​ອັດ​ທີ່​ເກົ່າ ແລະ ອຸ​ປະ​ກອນ​ທີ່​ບໍ່​ໝັ້ນ ອາດ​ເຮັດ​ໃຫ້ຈະ​ຫລວດ​ໃຊ້​ການບໍ່​ໄດ້. ໃນ​ການ​ຮັກ​ສາ​ຖາ​ນະ​ປະ​ໂລ​ຫິດ​ໄວ້​ຈາກ​ຝາ​ອັດ​ທີ່​ເກົ່າ ດັ່ງ​ຄຳ​ອຸ​ປະ​ມາ, ພຣະ​ເຈົ້າ​ຈຶ່ງ​ໄດ້​ຮັກ​ສາ​ທັງ​ການ​ມອບ​ໝາຍ ແລະ ການ​ໃຊ້​ມັນ.2 ການ​ມອບ​ໝາຍ​ຖາ​ນະ​ປະ​ໂລ​ຫິດ ແມ່ນ​ຖືກ​ປ້ອງ​ກັນ​ໄວ້​ໂດຍ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຊຶ່ງ​ເປັນ​ສິດ​ຂອງ​ຝ່າຍ​ປະ​ທານ ທີ່​ຈະ​ມອບ​ໃຫ້​ແກ່​ຜູ້​ຊາຍ.3 ເຊັ່ນ​ດຽວ​ກັນ ການ​ໃຊ້​ຖາ​ນະ​ປະ​ໂລ​ຫິດ ແມ່ນ​ຖືກ​ປ້ອງ​ກັນ​ໄວ້​ໂດຍ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ໂດຍພັນ​ທະ​ສັນ​ຍາ ທີ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ເຮັດ. ດັ່ງ​ນັ້ນ ການ​ໃຊ້​ຖາ​ນະ​ປະ​ໂລ​ຫິດ ຈຶ່ງ​ຖືກ​ປ້ອງ​ກັນ​ໄວ້​ໂດຍ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ໂດຍພັນ​ທະ​ສັນ​ຍາ. ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ແມ່ນ​ຖືກ​ມອບ​ໃຫ້​ເປັນ​ສ່ວນ​ບຸກ​ຄົນ ແລະ ກ່ຽວ​ຂ້ອງ​ກັບ​ຕົວ​ລາວ;4 ຖາ​ນະ​ປະ​ໂລ​ຫິດບໍ່​ແມ່ນ​ແຫລ່ງ​ທີ່ບໍ່​ມີ​ຮູບ​ຮ່າງ ຂອງອຳ​ນາດ​ທີ່​ເປັນ​ອິດ​ສະ​ລະ.

ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ​ແຫ່ງເມນ​ຄີ​ເສ​ເດັກ ທັງ​ສອງ​ຢ່າງ ​ຕ້ອງ​ຖືກຮັບ​ເອົາ​ໂດຍ​ພັນ​ທະ​ສັນ​ຍາ.5 ພຣະ​ເຈົ້າ​ເປັນ​ຜູ້​ພິ​ຈາ​ລະ​ນາ​ເງື່ອນ​ໄຂ ແລະ ມະ​ນຸດ​ເປັນ​ຜູ້​ຮັບ​ເອົາ. ຕາມ​ຄວາມ​ຈິງ​ແລ້ວ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ເຮັດ​ພັນ​ທະ​ສັນ​ຍາ ທີ່​ຈະ​ຊ່ວຍ​ພຣະ​ເຈົ້າ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ. ໃນ​ຕອນ​ຕົ້ນ​ຂອງ​ສະ​ໄໝ​ນີ້, ພຣະ​ເຢຊູ​ຄຣິດ​ໄດ້​ອະ​ທິ​ບາຍ​ວ່າ ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ ໄດ້​ຖືກ​ຢືນ​ຢັນ​ໄວ້​ເທິງ​ເຮົາ​ເພື່ອ​ເຫັນ​ແກ່​ເຮົາ, ແລະ ບໍ່​ແມ່ນ​ເພື່ອ​ເຫັນ​ແກ່​ເຮົາ​ພຽງ​ເທົ່າ​ນັ້ນ, ແຕ່​ເພື່ອ​ເຫັນ​ແກ່​ໂລກ​ທັງ​ໂລກ​ນຳ​ອີກ … ເພາະ​ວ່າ​ພວກ​ເຂົາ​ບໍ່​ໄດ້​ໄປ​ຫາ​ພຣະ​ອົງ.6

ສິ່ງ​ນີ້​ສອນ​ເຮົາ​ວ່າ ຈຸດ​ປະ​ສົງ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແມ່ນ​ເພື່ອ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ຫາພຣະ​ຄຣິດ ໂດຍ​ການ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຄືນ​ມາ​ໃໝ່. ເຮົາ​ມີ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊ່ວຍ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈາກ​ບາບ​ອັນ​ໜັກ​ໜ່ວງ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ຜ່ານ​ທາງ​ຖາ​ນະ​ປະ​ໂລ​ຫິດ, ອຳ​ນາດ​ແຫ່ງ​ການ​ເປັນ​ພຣະ​ເຈົ້າ​ໄດ້​ຖືກ​ສະ​ແດງ​ໃຫ້​ປະ​ຈັກ ໃນ​ຊີ​ວິດ​ຂອງ​ທຸກ​ຄົນ ຜູ້​ທີ່​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ແລະ ຮັບ​ເອົາ​ພິ​ທີ​ການ​ທີ່​ກ່ຽວ​ພັນ​ກັນ​ນັ້ນ.7 ນີ້​ຄື​ທາງນັ້ນທີ່​ເຮົາ​ແຕ່​ລະ​ຄົນ​ມາ​ຫາ​ພຣະ​ຄຣິດ, ​ຖືກເຮັດ​ໃຫ້​ບໍ​ລິ​ສຸດ, ແລະ ຄືນ​ດີ​ກັບ​ພຣະ​ເຈົ້າ. ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ​ກໍມີ​​ໄວ້ໃຫ້​ຜ່ານ​ທາງ​ຖາ​ນະ​ປະ​ໂລ​ຫິດ, ຊຶ່ງ​ເປັນ​ສິ່ງ​ຂົນ​ສົ່ງ​ລຳ​ລຽງ​ວັດ​ຖຸ​ປະ​ສົງ.

ການ​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ ແມ່ນ​ຈິງ​ຈັງ ແລະ ສັກ​ສິດ. ບຸກ​ຄົນ​ຕ້ອງ​ຕຽມ​ຕົວ, ຮຽນ​ຮູ້, ແລະ ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ໃຫ້​ກຽດ​ມັນ. ພັນ​ທະ​ສັນ​ຍາ​ກາຍ​ເປັນ​ຄຳ​ປະ​ຕິ​ຍານ​ໃນ​ຕົວ. ໃນ​ການ​ຖອດ​ຄວາມ​ຂອງ​ທ່ານ​ຣໍເບີດ ໂບ້ ນັກ​ຂຽນ​ບົດ​ລະ​ຄອນ ຄົນ​ອັງ​ກິດ ກ່າວ​ວ່າ, ບຸກ​ຄົນ​ຈະ​ເຮັດ​ພັນ​ທະ​ສັນ​ຍາ ພຽງ​ແຕ່​ເມື່ອ​ເຂົາ​ຢາກ​ສະ​ແດງ​ໃຫ້​ເຫັນ​ວ່າ​ເຂົາ​ເໝາະ​ສົມ​ກັບ​ຄຳ​ສັນ​ຍາ. ເຂົາ​ຈະ​ສ້າງ​ຄວາມ​ສຳ​ພັນ​ທີ່​ດີ​ລະ​ຫວ່າງ​ຄວາມ​ຈິງ​ຂອງ​ຄຳ​ສັນ​ຍາ ແລະ ຄຸນ​ນະ​ທຳ​ຂອງ​ເຂົາ​ເອງ. ເມື່ອ​ບຸກ​ຄົນ​ເຮັດ​ພັນ​ທະ​ສັນ​ຍາ, ກໍ​ປຽບ​ເໝືອນ​ເຂົາ​ກອບນ້ຳ​ໄວ້​ຢູ່​ໃນ​ມື​ທັງ​ສອງ​ຂ້າງ. ແລະ ຖ້າ​ຫາກ​ເຂົາ​ວາງ​ມື, ກໍ​ຢ່າ​ຫວັງ​ເລີຍ​ວ່າ​ເຂົາ​ຈະ​ມີ​​ນ້ຳນັ້ນ. ບຸກ​ຄົນ​ທີ່​ລະ​ເມີດ​ພັນ​ທະ​ສັນ​ຍາ ຈະ​ບໍ່​ສາ​ມາດ​ເຮັດ ຫລື ຖືກ​ຮັບ​ປະ​ກັນ​ວ່າ​ຈະ​ໄດ້​ຮັບ​ຄືນ​ອີກ.8

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ເຮັດ​ພັນ​ທະ​ສັນ​ຍາ​ວ່າ ຈະ​ຫລີກ​ເວັ້ນ​ຈາກ​ຄວາມ​ຊົ່ວ​ຮ້າຍ, ຈະ​ຊ່ວຍ​ຄົນ​ອື່ນ​ຄືນ​ດີ​ກັບ​ພຣະ​ເຈົ້າ, ແລະ ຕຽມ​ທີ່​ຈະ​ຮັບ​ເອົາ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.9 ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກ​ສິດ​ເຫລົ່າ​ນີ້ ສຳ​ເລັດ​ຜົນ ເມື່ອ​ລາວ​ສອນ, ໃຫ້​ບັບ​ຕິ​ສະ​ມາ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ. ນີ້​ຄື​ໜ້າ​ທີ່​ຂອງ “ຈະ​ຫລວດ” ຂອງ​ລາວ. ແລ້ວ​ພຣະ​ເຈົ້າ​ສັນ​ຍາ​ວ່າ​ຈະ​ປະ​ທານ​ຄວາມ​ຫວັງ, ການ​ໃຫ້​ອະ​ໄພ, ແລະ ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ, ແລະ ຂໍ​ກະ​ແຈ​ຂອງ​ພຣະ​ກິດ​ຕິ​ຄຸນ ເລື່ອງ​ການ​ກັບ​ໃຈ ແລະ ບັບ​ຕິ​ສະ​ມາ​ໃຫ້.10

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ເຮັດ​ພັນ​ທະ​ສັນ​ຍາ​ວ່າ ຈະ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ ທີ່​ກ່ຽວ​ພັນ​ກັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຂະ​ຫຍາຍ​ການ​ເອີ້ນ​ຂອງ​ຕົນ ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.11 ລາວ​ເຮັດ​ດັ່ງ​ນັ້ນ​ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ ທີ່​ກ່ຽວ​ພັນ​ກັບ​ພັນ​ທະ​ສັນ​ຍາ. ພຣະ​ບັນ​ຍັດ​ເຫລົ່າ​ນີ້​ແມ່ນ​ຮ່ວມ​ດ້ວຍ​ການ​ເອົາ​ໃຈ​ໃສ່ “ຢ່າງ​ພາກ​ພຽນ​ຕໍ່​ພຣະຄຳ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ” ໂດຍ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ຄຳ ທີ່ ອອກ​ມາ ຈາກ​ພຣະ​ໂອດ​ຂອງ​ພຣະ​ເຈົ້າ,12 ໂດຍ​ການ​ກ່າວ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢຊູ​ຄຣິດ ແລະ ເຖິງ​ວຽກ​ງານ​ຂອງ​ພຣະ​ອົງ​ໃນ​ຍຸກ​ສຸດ​ທ້າຍ,13 ບໍ່​ເວົ້າ​ໂອ້ອວດ​ກ່ຽວ​ກັບ​ຕົວ​ເອງ,14 ແລະ ກາຍ​ເປັນ​ເພື່ອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ຄື​ກັບ​ເພື່ອນ​ຄົນ​ໜຶ່ງ​ໄວ້​ໃຈ​ເພື່ອນ.15

ແລ້ວ​ພຣະ​ເຈົ້າ​ສັນ​ຍາ​ວ່າ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ຈະ​ໄດ້​ຮັບ​ຂໍ​ກະ​ແຈ​ທີ່​ຈະ​ເຂົ້າ​ໃຈ​ສິ່ງ​ລຶກ​ລັບ​ຂອງ​ພຣະ​ເຈົ້າ. ລາວ​ຈະ​ເປັນ​ຄົນ​ດີ​ຂຶ້ນ​ກວ່າ​ເກົ່າ ເພື່ອ​ວ່າ​ລາວ​ຈະ​ສາ​ມາດ​ຢືນ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ. ລາວ​ຈະ​ສາ​ມາດ​ບັນ​ລຸ​ບົດ​ບາດ​ຂອງ​ລາວ ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ. ພຣະ​ເຢຊູ​ຄຣິດ ຈະ​ຕຽມ​ທາງ​ໄວ້​ໃຫ້​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ແລະ ຈະ​ສະ​ຖິດ​ຢູ່​ກັບ​ລາວ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ສະ​ຖິດ​ຢູ່​ໃນ​ໃຈ​ຂອງ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ, ແລະ ເຫລົ່າ​ທູດ​ຈະ​ອູ້ມ​ລາວ​ໄວ້. ຮ່າງ​ກາຍ​ຂອງ​ລາວ​ຈະ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ ແລະ ມີ​ຊີ​ວິດ​ຊີ​ວາ. ລາວ​ຈະ​ມີ​ສິດ​ຮັບ​ເອົາ​ພອນ​ຂອງ​ອັບຣາຮາມ ແລະ ພ້ອມ​ດ້ວຍ​ພັນ​ລະ​ຍາ​ຂອງ​ລາວ, ຈະ​ໄດ້​ຮັບ​ມູນ​ມໍ​ລະ​ດົກ​ນຳ​ພຣະ​ເຢຊູ​ຄຣິດ ໃນ​ອາ​ນາ​ຈັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.16 ນີ້​ຄື “ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ແທ້ໆ.”17 ບໍ່​ມີ​ຄຳ​ສັນ​ຍາ​ອື່ນ​ໃດ ທີ່​ປະ​ເສີດ​ຫລາຍ​ກວ່າ​ນີ້.

ຕໍ່​ຊາຍ​ທຸກ​ຄົນ ຜູ້​ຮັບ​ເອົາ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ພຣະ​ເຈົ້າ​ໄດ້​ຢືນ​ຢັນ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ ຊຶ່ງ​ສັນ​ຍາ​ດ້ວຍ​ຄຳ​ສາ​ບານ.18 ຄຳ​ສາ​ບານນີ້​ກ່ຽວ​ພັນ​ພຽງ​ແຕ່​ກັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ເທົ່າ​ນັ້ນ,19 ແລະ ແມ່ນ​ພຣະ​ເຈົ້າ​ເອງ ທີ່​ກ່າວ​ຄຳ​ສາ​ບານ, ບໍ່​ແມ່ນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ.20 ເພາະ​ກໍ​ລະ​ນີ​ທີ່​ພິ​ເສດ​ນີ້ ກ່ຽວ​ພັນ​ກັບ​ອຳ​ນາດ ແລະ ສິດ​ອຳ​ນາດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ, ພຣະ​ເຈົ້າ​ຈຶ່ງ​ໃຊ້​ຄຳ​ສາ​ບານ, ໃຊ້​ພາ​ສາ​ທີ່​ມີ​ພະ​ລັງ​ທີ່​ສຸດທີ່​ພຣະ​ອົງ​ສາ​ມາດ​ເຮັດ​ໄດ້, ເພື່ອ​ໃຫ້​ເຮົາ​ແນ່​ໃຈ​ເຖິງ​ການ​ຜູກ​ມັດ ແລະ ລັກ​ສະ​ນະ​ຂອງ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ທີ່​ບໍ່​ສາ​ມາດ​ລົບ​ລ້າງ​ໄດ້.

ຜົນ​ສະ​ທ້ອນ​ທີ່​ຮ້າຍ​ແຮງ​ຈະ​ມາ​ເຖິງ ຈາກ​ການ​ລະ​ເມີດ​ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ​ການຫັນ​ໜີ​ຈາກ​ມັນ.21 ການ​ບໍ່​ເອົາ​ໃຈ​ໃສ່ ຫລື ການ​ເສີຍ​ເມີຍ​ຈາກ​ການ​ເອີ້ນ​ໃນ​ຖາ​ນະ​ປະ​ໂລ​ຫິດ ​ກໍຄື​ກັນ​ກັບ​ການ​ເອົາ​ອຸ​ປະ​ກອນ​ທີ່​ບໍ່​ໝັ້ນ​ເຂົ້າ​ໄປ​ໃສ່​ໃນ​ສ່ວນ​ປະ​ກອບ​ຂອງ​ຈະ​ຫລວດ. ມັນ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເພາະ​ມັນ​ຈະ​ກໍ່​ໃຫ້​ເກີດ​ການ​ຕິດ​ຂັດ​ໄດ້. ການ​ບໍ່​ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ຄື​ການ​ລະ​ເມີດ​ຕໍ່​ພັນ​ທະ​ສັນ​ຍາ. ສຳ​ລັບ​ຜູ້​ລະ​ເມີດ​ພັນ​ທະ​ສັນ​ຍາ ເທື່ອ​ແລ້ວ​ເທື່ອ​ອີກ, ພອນ​ຂອງ​ຄຳ​ສັນ​ຍາ​ຈະ​ຖືກ​ຖອນ​ໄປ.

ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ລະ​ຫວ່າງ​ຈະ​ຫລວດ ຄື “ຖາ​ນະ​ປະ​ໂລ​ຫິດ” ແລະ ວັດ​ຖຸ​ປະ​ສົງ ຄື “ໂອ​ກາດ​ທີ່​ຈະ​ໄດ້​ຮັບ​ປະ​ໂຫຍດ​ຈາກ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ” ເມື່ອ​ຫລາຍ​ປີ​ກ່ອນ. ພາຍ​ໃນ​ອາ​ທິດ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ມອບ​ໝາຍ​ສອງ​ຢ່າງ. ຢ່າງ​ໜຶ່ງ​ຄື​ການ​ຈັດ​ຕັ້ງ​ສະ​ເຕກ​ທຳ​ອິດ​ຢູ່​ໃນ​ປະ​ເທດ, ແລະ ອີກ​ຢ່າງ​ໜຶ່ງ ຄື​ການ​ສຳ​ພາດ​ຊາຍ​ໜຸ່ມ​ຄົນ​ໜຶ່ງ, ຖ້າ​ທຸກ​ສິ່ງ​ຮຽບ​ຮ້ອຍ​ດີ, ມອບ​ຖາ​ນະ​ປະ​ໂລ​ຫິດ ແລະ ພອນ​ຂອງ​ພຣະ​ວິ​ຫານ ຄືນ​ໃຫ້​ລາວ. ຊາຍ​ຜູ້​ອາ​ຍຸ 30 ປີ​ຄົນ​ນີ້ ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ ຕອນ​ເປັນ​ໄວ​ລຸ້ນ. ລາວ​ໄດ້​ຮັບ​ໃຊ້​ເຜີຍ​ແຜ່​ຢ່າງ​ມີ​ກຽດ. ແຕ່​ຫລັງ​ຈາກ​ລາວ​ກັບ​ມາ​ບ້ານ, ລາວ​ໄດ້​ອອກ​ນອກ​ທາງ, ແລະ ໄດ້​ສູນ​ເສຍ​ການ​ເປັນ​ສະ​ມາ​ຊິກ​ຂອງ​ລາວ ໃນ​ສາດ​ສະ​ໜາ​ຈັກ. ຫລັງ​ຈາກ​ຫລາຍ​ປີ​ຜ່ານ​ໄປ, “ລາວ​ກໍ​ສຳ​ນຶກ​ຕົວ​ໄດ້,”22 ແລະ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຮັກ​ແພງ ແລະ ສະ​ມາ​ຊິກ​ທີ່​ມີ​ເມດ​ຕາ, ລາວ​ໄດ້​ກັບ​ໃຈ ແລະ ໄດ້​ຮັບ​ບັບ​ຕິ​ສະ​ມາ​ຄືນ​ໃໝ່ ເຂົ້າ​ສູ່​ສາດ​ສະ​ໜາ​ຈັກ.

ຕໍ່​ມາ, ລາວ​ໄດ້​ອຸ​ທອນ​ຂໍ​ຖາ​ນະ​ປະ​ໂລ​ຫິດ ແລະ ພອນ​ຂອງ​ພຣະ​ວິ​ຫານ​ຄືນ. ພວກ​ເຮົາ​ໄດ້​ນັດ​ພົບ​ກັນ ໃນ​ວັນ​ເສົາ ເວ​ລາ 10 ໂມງເຊົ້າ ຢູ່​ຕຶກ​ໂບດ. ຕອນ​ຂ້າ​ພະ​ເຈົ້າ​ໄປ​ຮອດ​ເພື່ອ​ສຳ​ພາດ​ຄົນ​ອື່ນ, ລາວ​ໄດ້​ຢູ່​ທີ່​ນັ້ນ​ແລ້ວ. ລາວ​ຕື່ນ​ເຕັ້ນ​ຫລາຍ​ທີ່​ຈະ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ຄືນ​ອີກ, ຈົນ​ວ່າ​ອົດ​ໃຈ​ລໍ​ບໍ່​ໄດ້.

ລະ​ຫວ່າງ​ການ​ສຳ​ພາດ, ຂ້າ​ພະ​ເຈົ້າ​​ໄດ້ເອົາ​ຈົດ​ໝາຍ​ໃຫ້​ລາວ​ເບິ່ງ ທີ່​ບອກ​ວ່າ​ປະທານ​ທອມມັສ ແອັສ ມອນສັນ ໄດ້​ກວດ​ກາ​ເບິ່ງ​ໃບ​ອຸ​ທອນ​ຂອງ​ລາວ ແລະ ໄດ້​ອະ​ນຸ​ຍາດ​ໃຫ້​ສຳ​ພາດ​ລາວ​ໄດ້. ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ຊາຍ​ໜຸ່ມ​ຄົນ​ນີ້​ນ້ຳ​ຕາ​ໄຫລ. ແລ້ວ ຂ້າ​ພະ​ເຈົ້າ​ໄດ້​ບອກ​ລາວ​ວ່າ ວັນທີ​ນັດ​ພົບ​ສຳ​ພາດ​ຂອງ​ພວກ​ເຮົາ ບໍ່​ມີ​ຄວາມ​ໝາຍ​ພິ​ເສດ​ແນວ​ໃດ​ໃນ​ຊີ​ວິດ​ຂອງ​ລາວ. ລາວ​ງົງ. ຂ້າ​ພະ​ເຈົ້າ​ໄດ້​ບອກ​ລາວ​ວ່າ, ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ມອບ​ພອນ​ໃຫ້​ລາວ​ຄືນ, ບັນ​ທຶກ​ການ​ເປັນ​ສະ​ມາ​ຊິກ​ຂອງ​ລາວ ຈະ​ມີ​ພຽງ​ແຕ່ ວັນ​ທີ​ຂອງ​ການ​ຮັບ​ບັບ​ຕິ​ສະ​ມາ​ເທື່ອ​ທຳ​ອິດ, ການ​ຢືນ​ຢັນ, ການ​ແຕ່ງ​ຕັ້ງ​ຕໍ່​ຖາ​ນະ​ປະ​ໂລ​ຫິດ, ແລະ ວັນ​ທີ​ທີ່​ລາວ​ໄດ້​ໄປ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ. ລາວ​ນ້ຳ​ຕາ​ໄຫລ​ຕື່ມ​ອີກ.

ຂ້າ​ພະ​ເຈົ້າ​ໄດ້ຂໍ​ໃຫ້​ລາວ​ອ່ານ​ຈາກ Doctrine and Covenants ວ່າ:

ຄົນ​ໃດ​ທີ່​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ, ຄົນໆ​ນັ້ນ​ໄດ້​ຮັບ​ການ​ໃຫ້​ອະ​ໄພ, ແລະ ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ຈື່​ຈຳ​ບາບ​ຂອງ​ຄົນ​ນັ້ນ​ອີກ​ເລີຍ.

ໂດຍ​ການ​ນັ້ນ ເຮົາ​ຈະ​ຮູ້​ວ່າ​ຄົນໆ​ນັ້ນ​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ​ຫລືບໍ່—ວ່າ​ເຂົາ​ຈະ​ສາ​ລະ​ພາບ ແລະ ປະ​ຖິ້ມ​ມັນ.23

ລາວ​ໄດ້​ນ້ຳ​ຕາ​ໄຫລ​ອີກ​ເປັນ​ເທື່ອ​ທີ​ສາມ. ແລ້ວ ຂ້າ​ພະ​ເຈົ້າ​ໄດ້​ວາງ​ມື​ໃສ່​ເທິງ​ຫົວ​ລາວ ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ ແລະ ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ແລະ ດ້ວຍ​ສິດ​ອຳ​ນາດ​ຂອງ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ ແລະ ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຄືນ​ໃຫ້​ລາວ.

ຄວາມ​ສຸກ​ທີ່​ມາ​ສູ່​ພວກ​ເຮົາ​ແມ່ນ​ເລິກ​ຊຶ້ງ​ທີ່​ສຸດ. ລາວ​ຮູ້​ວ່າ ລາວ​ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້​ດຳ​ລົງ ແລະ ໃຊ້​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ຄືນ​ອີກ. ລາວ​ຮູ້​ວ່າ ພອນ​ຂອງ​ພຣະ​ວິ​ຫານ​ຂອງ​ລາວ ທຳ​ງານ​ຢ່າງ​ສົມ​ບູນ​ຄືນ​ອີກ. ລາວ​ຍ່າງ​ໄປ​ແບບ​ຕື່ນ​ເຕັ້ນ ແລະ ມີ​ໃບ​ໜ້າ​ທີ່​ແຈ່ມ​ໃສ. ຂ້າ​ພະ​ເຈົ້າ​ພູມ​ໃຈ​ກັບ​ລາວ​ຫລາຍ, ແລະ ຂ້າ​ພະ​ເຈົ້າຮູ້​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ກໍ​ພູມ​ໃຈ​ກັບ​ລາວ​ຄື​ກັນ.

ຫລັງ​ຈາກ​ນັ້ນ, ສະ​ເຕກ​ໄດ້​ຖືກ​ຈັດ​ຕັ້ງ. ມີ​ໄພ່​ພົນ​ທີ່​ຊື່​ສັດ ແລະ ກະ​ຕື​ລື​ລົ້ນ​ຢ່າງ​ຫລວງ​ຫລາຍ​ມາ​ຮ່ວມ, ແລະ ຝ່າຍ​ປະ​ທານ​ສະ​ເຕກ​ທີ່​ດີ​ເລີດ ໄດ້​ຖືກ​ແຕ່ງ​ຕັ້ງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ຄວາມ​ສຸກ​ກັບ​ໂອ​ກາດ​ແຫ່ງ​ປະ​ຫວັດ​ສາດ ຂອງ​ການ​ຈັດ​ຕັ້ງ​ສະ​ເຕກ​ທຳ​ອິດນີ້​ຢູ່​ໃນ​ປະ​ເທດ ກໍ​ຍັງ​ບໍ່​ເທົ່າ​ກັບ​ຄວາມ​ສຸກ ທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ ຕອນ​ມອບ​ພອນ​ຄືນ​ໃຫ້​ຊາຍ​ໜຸ່ມ​ຄົນ​ນັ້ນ.

ຂ້າ​ພະ​ເຈົ້າ​ຮັບ​ຮູ້​ວ່າ ຈຸດ​ປະ​ສົງ​ຂອງ​ການ​ຈັດ​ຕັ້ງ​ສະ​ເຕກ​ຂຶ້ນ, ຫລື ການ​ໃຊ້​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ ໃນ​ທາງ​ໃດ​ກໍ​ຕາມ, ແມ່ນ​ເພື່ອ​ຮັບ​ໃຊ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢຊູ​ຄຣິດ ໃນ​ວຽກ​ງານ​ຂອງ​ພວກພຣະ​ອົງ—ເພື່ອ​ໃຫ້​ໂອ​ກາດ​ສຳ​ລັບ​ການ​ໄຖ່ ແລະ ນຳ​ຄວາມ​ລອດ​ມາ​ໃຫ້​ລູກ​ແຕ່​ລະ​ຄົນ​ຂອງ​ພຣະ​ເຈົ້າ. ເຊັ່ນ​ດຽວ​ກັບ​ຈະ​ຫລວດ ຊຶ່ງ​ມີ​ໜ້າ​ທີ່​ຂົນ​ສົ່ງ​ລຳ​ລຽງ​ວັດ​ຖຸ​ປະ​ສົງ, ຖາ​ນະ​ປະ​ໂລ​ຫິດ​ກໍ​ຂົນ​ສົ່ງ​ລຳ​ລຽງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ເພື່ອ​ໃຫ້​ທຸກ​ຄົນ​ສາ​ມາດ​ເຮັດ​ພັນ​ທະ​ສັນ​ຍາ ແລະ ຮັບ​ເອົາ​ພິ​ທີ​ການ​ທີ່​ກ່ຽວ​ພັນ​ກັນ​ນັ້ນ. ເພື່ອ​ວ່າ “ໂລ​ຫິດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ”24 ຈະ​ສາ​ມາດ​ຖືກ​ນຳ​ໃຊ້​ໃນ​ຊີ​ວິດ​ຂອງ​ເຮົາ ເມື່ອ​ເຮົາ​ມີ​ປະ​ສົບ​ການ​ກັບ​ອິດ​ທິ​ພົນ​ທີ່​ເຮັດ​ໃຫ້​ບໍ​ລິ​ສຸດ ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ຮັບ​ເອົາ​ພອນ​ທີ່​ພຣະ​ເຈົ້າ​ສັນ​ຍາ.

ນອກ​ເໜືອ​ໄປ​ຈາກ​ການ​ເຊື່ອ​ຟັງ​ຕໍ່​ກົດ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ​ແລ້ວ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ຈົ່ງ​ຮັບ​ເອົາ​ຄຳ​ສາ​ບານ​ຂອງ​ພຣະ​ເຈົ້າ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ອົງ. ຈົ່ງ​ຂະ​ຫຍາຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທ່ານ ໃນ​ຖາ​ນະ​ປະ​ໂລ​ຫິດ ໂດຍ​ການ​ຊ່ວຍ​ເຫລືອ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢຊູ​ຄຣິດ. ຈົ່ງ​ໃຊ້​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ຊ່ວຍ​ຂົນ​ສົ່ງ​ລຳ​ລຽງ​ໂອ​ກາດ ທີ່​ເປັນ​ຜົນ​ປະ​ໂຫຍດ​ຈາກ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄປ​ໃຫ້​ຄົນ​ອື່ນ! ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ພອນ​ອັນ​ຍິ່ງ​ໃຫຍ່ ຈະ​ມາ​ສູ່​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ​ຢູ່ ແລະ ຊີ້​ນຳ​ວຽກ​ງານ​ນີ້, ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.