​2010–2019
ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ
ເດືອນ​ຕຸລາ 2017


ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໃນ​ກອງ​ປະ​ຊຸມນີ້ ເຮົາ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ການ​ທົດ​ສອບ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ ແມ່ນ​ວິ​ທີ​ທີ່​ເຮົາ​ຈະ​ຕອບ​ຮັບ.

ທຳ​ອິດ, ແມ່ນຖ້ອຍ​ຄຳ​ທີ່​ອ່ອນ​ຫວານ​ສຳ​ລັບ​ເດັກ​ນ້ອຍ. ແມ່ນ​ແລ້ວ, ນີ້​ແມ່ນ​ພາກ​ສຸດ​ທ້າຍ, ແລະ ​ແມ່ນ​ແລ້ວ, ຂ້າ​ພະ​ເຈົ້າ​ເປັນ​ຜູ້​​ກ່າວປາ​ໄສ​ຄົນ​ສຸດ​ທ້າຍ.

ເມື່ອບໍ່​ດົນ​ມານີ້, ຕອນ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ພຣະ​ວິ​ຫານ​ກາງ​ເມືອງໂພ​ຣ​ໂວ, ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ຫລາຍ​ກັບ​ຮູບພາບ ທີ່ຊື່​ວ່າ ພາບ​ທີ່​ມາ​ໃຫ້​ເຫັນ ຈາກ​ແດນ​ໄກ. ຮູບ​ພາບນັ້ນ​ສະ​ແດງ​ເຖິງ​ຄວາມ​ສະ​ຫວ່າງ ແລະ ອຳ​ນາດ​ຈາກ​ສະ​ຫວັນ ເມື່ອ​ພຣະ​ບິ​ດາ ແລະ ພຣະ​ບຸດ ໄດ້​ມາ​ຢ້ຽມ​ຢາມ​ຊາຍ​ໜຸ່ມ​ໂຈ​ເຊັບ ສະ​ມິດ.

ຮູບ​ພາບ
ພາບ​ທີ່​ມາ​ໃຫ້​ເຫັນ ຈາກ​ແດນ​ໄກ

ໂດຍ​ທີ່ບໍ່​ປຽບ​ທຽບ​ກັບ​ເຫດ​ການ​ສັກ​ສິດ​ທີ່​ໄດ້ເກີດ​ຂຶ້ນ​ກ່ອນ​ການ​​ຟື້ນ​ຟູສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ກໍ​ສາ​ມາດ​ວາດ​ພາບ​ເຫັນ​ພາບ​ທີ່​ຄ້າຍ​ຄື​ກັນ​ນັ້ນ ທີ່​ສະ​ທ້ອນ​ເຖິງ​ຄວາມ​ສະ​ຫວ່າງ ແລະ ອຳ​ນາດທາງວິນ​ຍານ​ຂອງ​ພຣະ​ເຈົ້າ ​ທີ່ລົງ​ມາ​ສະ​ຖິດ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ນີ້, ແລະ ຜົນສະ​ທ້ອນຄື, ​ອຳ​ນາດ ແລະ ຄວາມ​ສະ​ຫວ່າງນັ້ນ​ໄດ້​ຂະ​ຫຍາຍ​ອອກ​ໄປ​ທົ່ວ​ໂລກ.

ຮູບ​ພາບ
​ຄວາ​ມ​ສະ​ຫວ່າງ ແລະ ​ອຳ​ນາດ​ທາງວິນ​ຍານ ໄດ້​ລົງ​ມາ​​ສະ​ຖິດ​ຢູ່​ໃນກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຮູບ​ພາບ
​ອຳ​ນາດ ແລະ ຄວາມ​ສະ​ຫວ່າງ​ໄດ້​ຂະ​ຫຍາຍ​ອອກ​ໄປ​ທົ່ວ​ໂລກ

ຂ້າພະເຈົ້າ​ຂໍ​ເປັນພະ​ຍານ​ຕໍ່ທ່ານວ່າ ພຣະເຢຊູຄືພຣະຄຣິດ, ​ວ່າພຣະ​ອົງ​ໄດ້​ມອບ​ວຽກ​ງານ​ສັກ​ສິດນີ້​ໃຫ້ເຮົາ, ແລະ ວ່າ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເປັນ​ເວ​ລາ​ທີ່​ສຳ​ຄັນ​ທີ່​ສຸດ ເວ​ລາ​ໜຶ່ງ​ທີ່​ພຣະ​ອົງ​ໃຫ້ການ​ຊີ້​ນຳ​ຕໍ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ແລະ ຕໍ່ເຮົາ​ເປັນ​ສ່ວນ​ຕົວ.

ໄດ້ຮັບ​ການ​ສິດ​ສອນ​ຈາກ​ເບື້ອງ​ບົນ

ໃນ​ມື້​ທີ່​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໝາຍ​ໃຫ້​ໂຈເຊັບ ສະມິດ ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ຜູ້​ເປີດ​ເຜີຍ, ແລະ ອັກ​ຄະ​ສາ​ວົກ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ1 ແລະ ໄດ້​ກ່າວ​ກັບ​ສາດ​ສະ​ໜາ​ຈັກ​ວ່າ:

ເຮົາຄວນຈະຮັບເອົາຖ້ອຍຄຳຂອງສາດສະດາ, ຄືກັນກັບວ່າມັນມາຈາກພຣະໂອດຂອງພຣະອົງເອງ, ດ້ວຍຄວາມອົດທົນທີ່ສຸດ ແລະ ດ້ວຍສັດທາທັງໝົດ.

ເພາະ​ໂດຍ​ການ​ເຮັດ​ສິ່ງ​ເຫລົ່າ​ນີ້ ປະ​ຕູ​ນະ​ລົກ​ຈະ​ເອົາ​ຊະ​ນະ​ເຮົາ​ບໍ່​ໄດ້; … ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ອຳ​ນາດ​ແຫ່ງ​ຄວາມ​ມືດ​ກະ​ຈາຍ​ໄປ​ຕໍ່​ໜ້າ​ເຮົາ ແລະ ເຮັດ​ໃຫ້​ຟ້າ​ສະ​ຫວັນ​ສັ່ນ​ສະ​ເທືອນ​ເພື່ອ​ຄວາມ​ດີ​ຂອງ​​ເຮົາ.2

ຕໍ່​ມາ, ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ຖືກ​ສະ​ໜັບ​ສະ​ໜູນ ແລະ ແຕ່ງ​ຕັ້ງ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ນຳ​ອີກ.3

ບັດ​ນີ້, ເມື່ອ​ເຮົາ​ມາ​ເຕົ້າ​ໂຮມ​ກັນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງປະທານ​ທອມມັສ ແອັສ ມອນສັນ, ເຮົາ​ຄາດລ່ວງ​ໜ້າ​ວ່າ ຈະ​ໄດ້ຍິນພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, … ພຣະ​ດຳ​ລັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, … ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ຈົ້າ, ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄປ​ສູ່​ຄວາມ​ລອດ.4 ເຮົາ​ໄວ້​ວາງ​ໃຈ​ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງວ່າ, ບໍ່​ວ່າ​ຈະ​ເປັນ​ໂດຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ ຫລື ໂດຍ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ມັນ​ກໍ​ເໝືອນ​ກັນ.5

ໃນ​ຄວາມ​ວຸ້ນ​ວາຍ ແລະ ຄວາມ​ສັບ​ສົນ​ຂອງ​ໂລກ​ໃນ​ປະ​ຈຸ​ບັນ, ການ​ໄວ້​ວາງ​ໃຈ ​ແລະ ການ​ເຊື່ອໃນ​ຖ້ອຍ​ຄຳ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ເປັນສິ່ງ​ສຳ​ຄັນ​ຫລາຍ​ຕໍ່​ຄວາມ​ເຕີບ​ໂຕທາງວິນ​ຍານ ແລະ ຕໍ່​ຄວາມ​ອົດ​ທົນ​ຂອງ​ເຮົາ.6

ເຮົາ​ໄດ້ມາ​ເຕົ້າ​ໂຮມ​ກັນ​ສຳ​ລັບກອງ​ປະ​ຊຸມ​ໃຫຍ່​ທີ່​ດີ​ເລີດນີ້. ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຫລາຍ​ລ້ານ​ຄົນ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ອື່ນໆ ​ຫລາຍກວ່າ 200 ປະ​ເທດ, ເວົ້າ​ຫລາຍກວ່າ 93 ພາ​ສາ, ໄດ້​ມາ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ຫລື ອ່ານ​ຂ່າວ​ສານ​ຂອງກອງ​ປະ​ຊຸມ.

ພວກ​ເຮົາ​ໄດ້​ມາ​ດ້ວຍ​ການ​ອະ​ທິ​ຖານ ແລະ ​ການຕຽມ​ພ້ອມ. ສຳ​ລັບ​​ພວກ​ເຮົາຫລາຍ​ຄົນ​, ກໍ​ມາ​ພ້ອມ​ກັບຄວາມ​ກັງ​ວົນ ແລະ ຄຳ​ຖາມ. ເຮົາ​ກໍ​ຢາກ​ຕໍ່​ເຕີມ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ, ແລະ ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສາ​ມາດ​ຂອງ​ເຮົາ ທີ່​ຈະ​ຕ້ານ​ທານ​ກັບ​ການ​ລໍ້​ລວງ ແລະ ຫລີກ​ເວັ້ນ​ຈາກ​ສິ່ງລົບ​ກວນໄດ້. ເຮົາ​ມາ​ເພື່ອ​ຮັບ​ການ​ສິດ​ສອນ​ຈາກ​ເບື້ອງ​ບົນ.

ພຣະ​ດຳ​ລັດ ແລະ ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ເພາະ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ອັກ​ຄະ​ສາ​ວົກ​ສິບ​ສອງ, ຜູ້​ທີ່​ຕາມ​ປົກ​ກະ​ຕິແລ້ວ​ ຈະກ່າວ​ໃນ​ແຕ່​ລະ​ກອງ​ປະ​ຊຸມ, ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ໃຫຍ່​ຫລວງ​ຂອງ​ການ​ຕຽມ​ຂ່າວ​ສານ ແມ່ນເປັນພາ​ລະ​ທີ່​ເກີດ​ຂຶ້ນ​ເປັນ​ປະ​ຈຳ ແລະ ເປັນ​ຄວາມ​ໄວ້​ວາງ​ໃຈ​ທີ່​ສັກ​ສິດ.

ຫລາຍ​ປີ​ມາ​ແລ້ວ, ກ່ອນ​ໄດ້​ຮັບ​ໃຊ້​ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ແອວເດີ ດາລິນ ເອັຈ ໂອກສ໌ ຖ້າ​ຫາກວ່າ​ເພິ່ນ​ໄດ້​ຕຽມ​ບົດ​ປາ​ໄສ​ສຳ​ລັບ​ກອງ​ປະ​ຊຸມ​ສະ​ເຕກ ແຕ່​ລະ​ເທື່ອ. ເພິ່ນ​ໄດ້​ຕອບ​ວ່າ ບໍ່ ແລະ ໄດ້​ກ່າວ​ຕື່ມ​ວ່າ, “ແຕ່​ບົດ​ປາ​ໄສ​ສຳ​ລັບ​ກອງ​ປະ​ຊຸມ​ໃຫຍ່ ແມ່ນ​ແຕກ​ຕ່າງ​ທຸກ​ເທື່ອ. ຂ້ອຍ​ຕ້ອງ​ໄດ້​ກວດ​ແກ້ 12 ເຖິງ 15 ເທື່ອ ເພື່ອ​ໃຫ້​ແນ່​ໃຈ​ວ່າ ຂ້ອຍ​ກ່າວ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ປະ​ສົງ​ໃຫ້​ຂ້ອຍ​ກ່າວ.”7

ບົດ​ປາ​ໄສ​ສຳ​ລັບ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ໄດ້​ຮັບ​ການ​ດົນ​ໃຈ​ເມື່ອ​ໃດ ແລະ ແບບ​ໃດ?

ໂດຍ​ທີ່ ບໍ່​ໄດ້​ຖືກ​ກຳ​ນົດ​ຫົວ​ຂໍ້​ໃຫ້​ກ່າວ, ເຮົາ​ຈຶ່ງ​ເຫັນຄວາມ​ປະ​ສົມ​ປະ​ສານ​ຂອງ​ສະ​ຫວັນ​ຢູ່​ໃນຫົວ​ຂໍ້ ແລະ ເນື້ອ​ຫາ​ແຫ່ງ​ຄວາມ​ຈິງ​ນິ​ລັນ​ດອນ ໃນ​ກອງ​ປະ​ຊຸມ​ໃຫຍ່​ແຕ່​ລະ​ເທື່ອ.

ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຄົນ​ໜຶ່ງ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ເພິ່ນ​ໄດ້​ຮັບຫົວ​ຂໍ້​ສຳ​ລັບ​ກອງ​ປະ​ຊຸມນີ້ທັນ​ທີ ຫລັງ​ຈາກກອງ​ປະ​ຊຸມ​ໃຫຍ່​ເດືອນ​ເມສາ​ທີ່ຜ່ານ​ມາ. ອີກ​ຄົນ​ໜຶ່ງ​ໄດ້​ບອກວ່າ ເມື່ອ​ສາມ​ອາ​ທິດກ່ອນ ເພິ່ນ​ຍັງ​ອະ​ທິ​ຖານ ແລະ ຄອຍ​ຖ້າ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່. ອີກ​ຄົນ​ໜຶ່ງ, ເມື່ອ​ຖາມ​ວ່າ ຕ້ອງ​ໃຊ້​ເວ​ລາ​ດົນ​ປານ​ໃດ ສຳ​ລັບ​ການ​ຂຽນ ໂດຍ​ສະ​ເພາະ​ຄຳ​ປາ​ໄສ​ທີ່​​ຕ້ອງ​ລະ​ວັງ​ທີ່​ສຸດ, ເພິ່ນ​ໄດ້ຕອບ​ວ່າ, “ຊາວ​ຫ້າ​ປີ.”

ບາງ​ເທື່ອ​ແນວ​ຄິດ​ສຳ​ຄັນ​ອາດ​ມາ​ເຖິງ​ຢ່າງ​ໄວ, ແຕ່​ສ່ວນ​ເນື້ອ​ຫາ ແລະ ຂໍ້​ປີກ​ຫຍ່ອຍ​ອາດ​ຮຽກ​ຮ້ອງ​ການ​ປີນ​ໄຕ່​ທາງວິນ​ຍານ​ຢ່າງ​ລຳ​ບາກ. ການ​ຖື​ສິນ​ອົດ​ເຂົ້າ ແລະ ການ​ອະ​ທິ​ຖານ, ການ​ສຶກ​ສາ ແລະ ການ​ມີ​ສັດ​ທາ ຈະ​ເປັນ​ພາກ​ສ່ວນ​ຂອງ​ຂັ້ນ​ຕອນ​ສະ​ເໝີ. ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ປະ​ສົງ​ໃຫ້​ມີ​ການ​ຫລອກ​ຫລວງ ຊຶ່ງ​ເຮັດ​ໃຫ້​ສຸ​ລະ​ສຽງຂອງ​ພຣະ​ອົງ​ໝົດ​ຄ່າ​ຕໍ່​ໄພ່​ພົນ​ຂອງ​ພຣະ​ອົງ.

ການ​ຊີ້​ນຳ​ກ່ຽວ​ກັບ​ຄຳ​ປາ​ໄສ​ສຳ​ລັບ​ກອງ​ປະ​ຊຸມ​ໃຫຍ່ ສ່ວນຫລາຍ​ແລ້ວ​ຈະ​ມາ​ເຖິງ​ໃນ​ຕອນ​ກາງ​ຄືນ ຫລື ໃນ​ຕອນ​ເຊົ້າມືດ, ເມື່ອ​ຄຳ​ປາ​ໄສ​ນັ້ນ​ແມ່ນໄກ​ຈາກ​ຄວາມ​ຄິດ​ຂອງ​ຈິດ​ໃຈ. ທັນ​ໃດ​ນັ້ນ, ກໍ​ໄດ້​ຮັບ​ຄວາມ​ຮູ້​ທີ່ບໍ່​ຄາດ​ລ່ວງ​ໜ້າ, ແລະ ບາງ​ເທື່ອ ຖ້ອຍ​ຄຳ ແລະ ສຳ​ນວນ​ຈະ​ຫລັ່ງ​ໄຫລ​ມາ ​ຊຶ່ງເປັນ​ການ​ເປີດ​ເຜີຍ​ແທ້ໆ.8

ເມື່ອ​ທ່ານ​ຟັງ, ຂ່າວ​ສານ​ທີ່​ທ່ານ​ໄດ້​​ຍິນອາດ​ເປັ​ນ​​ຄຳ​ທີ່​ກົງ​ໄປ​ກົງ​ມາ ຫລື ເຈາະ​ຈົງ​ໃສ່​ສະ​ເພາະ​ທ່ານ​ເທົ່າ​ນັ້ນ.

ໃນຄຳ​ປາ​ໄສຢູ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ດົນ​ນານ​ມາ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຳ​ນວນ​ໜຶ່ງ ທີ່​ຕອບ​ຄຳ​ຖາມ​ຂ້າ​ພະ​ເຈົ້າ ວ່າ​ຄວນ​ໄປ​ສອນ​ສາດ​ສະ​ໜາ​ຫລືບໍ່. ສຳ​ນວນນັ້ນ​ແມ່ນ “ເຈົ້າບໍ່​ຮູ້​ທຸກ​ສິ່ງ, ແຕ່​ເຈົ້າ​ຮູ້​ພຽງ​ພໍ!”9 ຍິງ​ໜຸ່ມ​ຄົນ​ໜຶ່ງ​ທີ່​ນັ່ງ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ໃນ​ມື້ນັ້ນ ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ນາງ​ໄດ້​ອະ​ທິ​ຖານວ່າ​ນາງ​ຄວນ​ແຕ່ງ​ງານຫລືບໍ່, ແລະ ກໍ​ເປັນ​ຫ່ວງວ່າ ນາງ​ຮູ້​ຈັກ​ຜູ້​ຊາຍ​ຄົນ​ນັ້ນ​ດີ​ພໍຫລືບໍ່. ເມື່ອ​ຂ້າ​ພະ​ເຈົ້າ​ກ່າວຄຳວ່າ, “ເຈົ້າ​ບໍ່​ຮູ້​ທຸກ​ສິ່ງ, ແຕ່​ເຈົ້າ​ຮູ້​ພຽງ​ພໍ,” ພຣະ​ວິນ​ຍານ​ໄດ້​ຢືນ​ຢັນ​ຕໍ່​ນາງວ່າ ນາງ​ຮູ້​ຈັກ​ຊາຍ​ຄົນ​ນັ້ນ​ພຽງ​ພໍ. ເຂົາ​ເຈົ້າ​ໄດ້​ແຕ່ງ​ງານ​ກັນ ແລະ ມີ​ຄວາມ​ສຸກ​ເປັນ​ເວ​ລາຫລາຍ​ປີ​.

ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ເມື່ອ​ທ່ານ​ຕຽມ​ວິນ​ຍານ​ຂອງ​ທ່ານ, ແລະ ມາ​ດ້ວຍ​ຄວາມ​ຄາດ​ລ່ວງ​ໜ້າ​ວ່າ ທ່ານ​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ ຈະ​ມາ​​ສູ່​ຈິດ​ໃຈ​ຂອງ​ທ່ານ ຊຶ່ງ​ເຈາະ​ຈົງ​ໃສ່​ສະເພາະ​ທ່ານ​ເທົ່າ​ນັ້ນ. ທ່ານ​ໄດ້​ຮູ້​ສຶກມັນ​ແລ້ວ ໃນ​ກອງ​ປະ​ຊຸມນີ້, ຫລື ທ່ານ​ຈະ​ຮູ້​ສຶກ ເມື່ອ​ທ່ານ​ສຶກ​ສາ​ຂ່າວ​ສານ ໃນ​ຫລາຍ​ອາ​ທິດ​ຂ້າງ​ໜ້າ.

ສຳ​ລັບ​ເວ​ລານີ້ ແລະ ຫລາຍ​ເດືອນ​ຂ້າງ​ໜ້າ

ປະທານ​ມອນສັນ ​ໄດ້​ກ່າວ​ວ່າ:

“ຈົ່ງ​ໃຊ້​ເວລາ​ອ່ານ​ຂ່າວ​ສານ​ຈາກກອງ​ປະ​ຊຸມ​ໃຫຍ່.”10

“ຈົ່ງ​ໄຕ່​ຕອງ [ຂ່າວ​ສານ]. … ຂ້າ​ພະ​ເຈົ້າ​ພົບ … ວ່າ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ຮູ້​ເພີ່ມ​ຂຶ້ນ​ຈາກ​ຄຳ​ເທດ​ສະ​ໜາ​ທີ່​ດົນ​ໃຈ​ເຫລົ່າ​ນີ້ ເມື່ອ​ຂ້າ​ພະ​ເຈົ້າ​ສຶກ​ສາ​ມັນ​ຕື່ມ​ອີກ.”11

ຂ່າວ​ສານ​ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເປັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ໄຕ່​ຕອງ​ໃນເວ​ລານີ້ ແລະ ຫລາຍ​ເດືອນ​ຂ້າງ​ໜ້າ.

ຜູ້​ລ້ຽງ “ກໍ​ນຳ​ໜ້າ [ຝູງ​ແກະ​ຂອງ​ພຣະ​ອົງ​ໄປ], ແລະ ຝູງ​ແກະ​ກໍ​ຕາມ​ພຣະ​ອົງ​ໄປ ເພາະ​ຮູ້​ຈັກ​ສຸ​ລະສຽງ​ຂອງ​ພຣະ​ອົງ.”12

ສ່ວນ​ຫລາຍ​ແລ້ວ ສຸ​ລະ​ສຽງ​ຂອງ​ພຣະ​ອົງ​​ນຳ​ພາ​ເຮົາ​ໃຫ້ປ່ຽນ​ບາງ​ສິ່ງ​ໃນ​ຊີ​ວິດ​ຂອງ​ເຮົາ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ໃຫ້​ກັບ​ໃຈ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ໃຫ້ຕິດ​ຕາມ​ພຣະ​ອົງ.

​ຂໍໃຫ້​ຄິດ​ກ່ຽວ​ກັບ​ຖ້ອຍ​ຄຳ​ຈາກກອງ​ປະ​ຊຸມນີ້:

ປະທານ​ເຮັນຣີ ບີ ໄອຣິງ ໄດ້​ກ່າວໃນ​ມື້​ເຊົ້າ​ນີ້​ວ່າ: “ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຈົ້າອົງ​ເປັນ​ພຣະ​ບິ​ດາ ຊົງ​ພຣະ​ຊົນ​ຢູ່ ແລະ ປະ​ສົງ​ໃຫ້​ທ່ານ​ກັບ​ຄືນ​ບ້ານ​ຫາ​ພຣະ​ອົງ. ນີ້ແມ່ນ​ສາດສະ​ໜາຈັກ​ທີ່ແທ້ຈິງ​ຂອງອົງ​ພຣະເຢຊູ​ຄຣິດເຈົ້າ. ພຣະ​ອົງ​ຮູ້​ຈັກ​ທ່ານ; ພຣະ​ອົງ​ຮັກ​ທ່ານ; ພຣະ​ອົງ​ເຝົ້າ​ດູ​ແລ​ທ່ານ.”13

ປະທານ​ດີເດີ ແອັຟ ອຸກດອບ ໄດ້​ກ່າວ​ໃນ​ມື້​ວານນີ້​ວ່າ: “ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ເຮົາ​ເລີ່ມ​ຕົ້ນ ຫລື ສືບ​ຕໍ່​ເດີນ​ທາງ​ທີ່​ເຫລືອ​ເຊື່ອ ທີ່​ພາ​ໄປ​ຫາ​ພຣະ​ເຈົ້າ, ແລ້ວ​ຊີ​ວິດ​ຂອງ​ເຮົາ​ຈະ​ດີ​ຂຶ້ນ … ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຊ້​ເຮົາ​ໃນ​ວິ​ທີ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ ແລະ ນຳ​ຈຸດ​ປະ​ສົງ​ນິ​ລັນ​ດອນ​ຂອງ​ພຣະ​ອົງ​ມາ.”14

ປະທານ​ຣະໂຊ ເອັມ ແນວສັນ ໄດ້​ກ່າວໃນ​ຕອນ​ບ່າຍ ຂອງມື້ວານນີ້ວ່າ: “ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ທຸກວັນ, ທ່ານ​ຈະ​ມີ​ພູມ​ຕ້ານ​ທານ​ສິ່ງ​ຊົ່ວ​ຮ້າຍ​ທຸກວັນ, ທັງ​ໂຣກ​ລະ​ບາດ​ຂອງ​ຮູບ​ພາບ​ລາ​ມົກ ແລະ ການ​ຕິດ​ແສດ​ທາງ​ຈິດ​ໃຈ​ອື່ນໆ.”15

ແອວເດີ ດາລິນ ເອັຈ ໂອກສ໌ ໄດ້​ກ່າວ​ໃນ​ມື້​ວານນີ້​ວ່າ: “ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ເປັນ​ເອ​ກະ​ສານ​ເຖິງ​ຄວາມ​ຈິງ​ນິ​ລັນ​ດອນ, ເປັນ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ ຜູ້​ສະ​ແຫວງ​ຫາ​ຊີ​ວິດ​ນິ​ລັນ​ດອນ.”16

ແອວເດີ ເອັມ ຣະໂຊ ບາເລີດ ຫາ​ກໍ​ກ່າວມື້​ກີ້ນີ້​ວ່າ: “ເຮົາ​ຕ້ອງ​ຮັບ​ຕ້ອນ​ລູກໆ​ຂອງ​ພຣະ​ເຈົ້າ ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ບໍ່ແຍກ​ຊັ້ນ​ວັນ​ນະ, ຮ່ວມ​ທັງເຊື້ອ​ຊາດ, ເພດ, ແລະ ສັນ​ຊາດ.”17

ເພາະ​ພວກ​ເຮົາ​ຍັງ​ມີ​ເວ​ລາ​ຫລາຍ​ຢູ່, ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ເລັກ​ໜ້ອຍ​ກ່ຽວ​ກັບ​ແອວເດີ ຣໍເບີດ ດີ ແຮວສ໌. ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ບອກ​ແອວເດີ​ ແຮວສ໌​ ວ່າ ເພິ່ນ​ສາ​ມາດ​ກ່າວ​ປາ​ໄສ​ສັ້ນໆ ໃນ​ວັນ​ອາທິດ ພາກເຊົ້າ ຖ້າ​ຫາກ​ເພິ່ນ​ຍັງ​ມີ​ແຮງ​ພໍ. ເຖິງ​ແມ່ນ​ເພິ່ນ​ອ່ອນ​ເພຍ, ແຕ່​ເພິ່ນ​ກໍ​ໄດ້​ຕຽມ​ບົດ​ປາ​ໄສ, ຊຶ່ງ​ເພິ່ນ​ໄດ້​ຕຽມ​ສຳ​ເລັດ​ເມື່ອ​ອາ​ທິດ​ແລ້ວນີ້ ແລະ ໄດ້​ບອກ​ໃຫ້​ຂ້າ​ພະ​ເຈົ້າຮູ້. ໂດຍ​ທີ່​ຊາບ​ວ່າ ເພິ່ນ​ໄດ້​ເສຍ​ຊີ​ວິດ​ໄປແລ້ວ ເມື່ອສາມ​ຊົ່ວ​ໂມງ​ຜ່ານ​ມານີ້, ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ອ່ານ​ສອງ​ສາມ​ແຖວ ຈາກ​ບົດ​ປາ​ໄສ​ຂອງ​ເພິ່ນ.

ຖ້ອຍ​ຄຳ​ຂອງແອວເດີ ແຮວສ໌ ມີ​ດັ່ງ​ນີ້: “ເມື່ອ​ເຮົາ​ເລືອກ​ທີ່​ຈະ​ມີ​ສັດ​ທາ, ເຮົາ​ໄດ້​ຕຽມ​ທີ່​ຈະ​ຢືນ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ. … ຫລັງ​ຈາກ​ການ​ຄຶງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ອົງ​ໄດ້​ປະ​ກົດ​ຕົວ​ຕໍ່​ຜູ້​ທີ່ ‘ຊື່​ສັດ ໃນ​ປະ​ຈັກ​ພະ​ຍານ​ເຖິງ ​[ພຣະ​ອົງ] ໃນ​ຕອນ​ທີ່​ເຂົາ​ເຈົ້າ​ມີ​ຊີ​ວິດ​ຢູ່​ໃນ​ຄວາມ​ເປັນ​ມະ​ຕະ.’ (ເບິ່ງ D&C 138:12). ‘ຜູ້​ປະ​ຕິ​ເສດ​ປະ​ຈັກ​ພະ​ຍານຂອງ … ສາດ​ສະ​ດາ … ໃນ​ສະ​ໄໝ​ບູ​ຮານ ກໍ [ບໍ່ສາ​ມາດ] ໄດ້​ເຫັນທີ່​ປະ​ທັບ [ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ], ຫລື ຫລຽວເບິ່ງ​ພຣະ​ພັກ​ຂອງ​ພຣະ​ອົງ.’ [ເບິ່ງ D&C 138:21.] … ສັດ​ທາ​ຂອງ​ເຮົາ ຕຽມ​ເຮົາ​ສຳ​ລັບ​ການ​ໄປຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”

ພຣະ​ຜູ້​ເປັນ​ເຈົ້າຊ່າງ​ມີ​ເມດ​ຕາ​ຫລາຍ​ແທ້ໆ ທີ່​ໄດ້​ດົນ​ໃຈ​ປະ​ທານ​ຣະໂຊ ເອັມ ແນວສັນ ໃຫ້​ອອກ​ຈາກກອງ​ປະ​ຊຸມ​ພາກ​ເຊົ້າ​ມື້ນີ້ ຈາກ​ສູນ​ກາງ​ປະ​ຊຸມ​ໃຫຍ່​ໄວໆ, ໂດຍ​ທີ່ບໍ່​ໄດ້​ກິນ​ເຂົ້າ​ສວຍ, ເພາະຟ້າວ ໄປ​ຫາ ແອວ​ເດີ ແຮວສ໌, ເພື່ອ​ວ່າ​ເພິ່ນຈະ​ໄດ້​ໄປ​ຮອດ ແລະ ຢູ່​ທີ່ນັ້ນ, ໃນ​ຖາ​ນະ​ປະ​ທານ​ກຸ່ມ, ຢູ່​ກັບ​ທ່ານ​ນາງ​ແມຣີ ແຮວສ໌ ໃນ​ຂະ​ນະ​ທີ່​ແອວເດີ​ ແຮວສ໌ ອອກຈາກ​ໂລກ​ມະ​ຕະ​ນີ້​ໄປ.

ການ​ຕອບ​ຮັບ​ຕໍ່ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໃນ​ກອງ​ປະ​ຊຸມນີ້, ເຮົາ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເຮົາ​ບໍ່​ຕ້ອງ​ຕົກ​ໃຈ ເມື່ອ​ພຣະ​ຄຳ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກົງ​ກັນ​ຂ້າມ​ກັບ​ຄວາມ​ຄິດ​ຂອງ​ຊາວ​ໂລກ ແລະ, ບາງ​ເທື່ອ, ກັບ​ຄວາມ​ຄິດ​ຂອງ​ເຮົາ​ເອງ. ມັນ​ເປັນ​ແບບນີ້​ຢູ່​ແລ້ວ. ຂ້າ​ພະ​ເຈົ້າ​ໄດ້​ຄຸ​ເຂົ່າຢູ່​ໃນພຣະ​ວິ​ຫານ​ກັບ​ບັນ​ດາ​ອ້າຍ​ນ້ອງຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຈິດ​ວິນ​ຍານທີ່​ດີ​ງາມ​ຂອງ​ພວກ​ເພິ່ນ. ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ຂອງ​ພວກ​ເພິ່ນ ຄື​ການ​ເຮັດ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ພໍ​ພຣະ​ໄທ ແລະ ຊ່ວຍ​ເຫລືອ​ລູກໆ​ຂອງ​ພຣະເຈົ້າ ໃຫ້​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ອົງ.

ສາ​ວົກ​ເຈັດ​ສິບ; ຝ່າຍ​ອະ​ທິ​ການ; ຝ່າຍ​ປະ​ທານສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ຝ່າຍ​ປະ​ທານອົງ​ການ​ຍິງ​ໜຸ່ມ, ແລະ ຝ່າຍ​ປະ​ທານອົງ​ການ​ປະ​ຖົມ​ໄວ; ແລະ ຜູ້​ນຳ​ຊ່ວຍ​ເຫລືອ​ຄົນ​ອື່ນໆ ໄດ້​ກ່າວ​ຄຳ​ດົນ​ໃຈ​ຫລາຍ​ຢ່າງ ຢູ່​ທີ່ກອງ​ປະ​ຊຸມນີ້, ພ້ອມ​ທັງ​ເພງ​ທີ່​ມ່ວນ​ອອນ​ຊອນ ແລະ ຄຳ​ອະ​ທິ​ຖານ​ທີ່​ປະ​ທັບ​ໃຈ​ນຳ​ອີກ.

ມີ​ຫີບ​ສົມ​ບັດຊີ້​ທາງຂອງ​ສະ​ຫວັນ ລໍ​ໃຫ້​ທ່ານ​ຄົ້ນ​ພົບ​ຢູ່ ໃນ​ຂ່າວ​ສານ​ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ການ​ທົດ​ສອບ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ ແມ່ນ​ວິ​ທີ​ທີ່​ເຮົາ​ຈະ​ຕອບ​ຮັບ​ຕໍ່ສິ່ງ​ທີ່​ເຮົາ​ໄດ້​ຍິນ, ສິ່ງ​ທີ່​ເຮົາ​ໄດ້​ອ່ານ, ແລະ ສິ່ງ​ທີ່​ເຮົາຮູ້​ສຶກ.

ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ປະ​ສົບ​ການ​ໜຶ່ງ ກ່ຽວ​ກັບ​ການ​ຕອບ​ຮັບ​ຖ້ອຍ​ຄຳຂອງ​ສາດ​ສະ​ດາ ຈາກ​ຊີ​ວິດ​ຂອງ​ປະທານ​ຣະໂຊ ເອັມ ແນວສັນ:

ໃນ​ປີ 1979, ​ຫ້າ​ປີ ກ່ອນ​ໄດ້​ຖືກ​ເອີ້ນ​ໃຫ້​ມາ​ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ບຣາເດີ ແນວສັນ ໄດ້​ໄປ​ຮ່ວມ​ການ​ປະ​ຊຸມ ກ່ອນກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. “ປະທານ ສະເປັນເຊີ ດັບເບິນຢູ ຄິມໂບ ໄດ້​ທ້າ​ທາຍ​ທຸກ​ຄົນ​ທີ່​ໄປ​ຮ່ວມ ໃຫ້​ມີ​ຄວາມ​ພະ​ຍາ​ຍາມ​ຫລາຍ​ຂຶ້ນ ໃນ​ການ​ນຳ​ພຣະ​ກິດ​ຕິ​ຄຸນ​ໄປ​ໃຫ້​ທົ່ວ​ໂລກ. ໃນ​ບັນ​ດາ​ປະ​ເທດ​ທີ່​ປະທານ​ຄິມໂບ ໄດ້​ກ່າວ​ເຖິງ ແມ່ນ​ປະ​ເທດ​ຈີນ, ໂດຍປະ​ກາດ​ວ່າ, ‘ເຮົາ​ຄວນ​ຮັບ​ໃຊ້ຄົນ​ຈີນ. ເຮົາ​ຄວນ​ຮຽນ​ພາ​ສາຂອງ​ເຂົາ​ເຈົ້າ. ເຮົາ​ຄວນ​ອະ​ທິ​ຖານ​ເພື່ອ​ເຂົາ​ເຈົ້າ ແລະ ຊ່ວຍ​ເຫລືອ​ເຂົາ​ເຈົ້າ.’”18

ຮູບ​ພາບ
ປະທານ ຣະໂຊເອັມ ແນວສັນ ຕອນ​ເປັນ​ໝໍ​ຜ່າ​ຕັດ

ຕອນ​ມີ​ອາ​ຍຸ 54 ປີ, ບຣາເດີ ແນວສັນ ໄດ້​ຮູ້​ສຶກ​ຢູ່​ທີ່ກອງ​ປະ​ຊຸມ​ວ່າ ເພິ່ນ​ຄວນ​ຮຽນ​ພາ​ສາ​ຈີນ. ເຖິງ​ແມ່ນ​ເປັນ​ໝໍ​ຜ່າ​ຕັດ​ຫົວ​ໃຈ​ທີ່​ຫຍຸ້ງ​ຫລາຍກໍ​ຕາມ, ເພິ່ນ​ໄດ້​ເລີ່ມ​ຕົ້ນ​ຊອກ​ຫາ​ຄູ​ສອນ​ພາ​ສາ​ຈີນ​ທັນ​ທີ.

ບໍ່​ດົນ​ຫລັງ​ຈາກ​ໄດ້​ຮຽນ​ພາ​ສາ, ດ​ຣ. ແນວສັນ ໄດ້​ໄປ​ຮ່ວມ​ການ​ປະ​ຊຸມ, ຢ່າງບໍ່​ຄາດ​ຄິດ ເພິ່ນ​ໄດ້​ເຫັນ​ຕົວ​ເອງ​ນັ່ງ​ຢູ່ທາງ​ຂ້າງ​ຂອງ​ “ໝໍ​ຜ່າ​ຕັດ, ດຣ. ວູ ຢິງຄ່າຍ. … ເພາະ [ບຣາເດີ ແນວສັນ] ໄດ້​ຮຽນ​ພາ​ສາ​ຈີນ, ເພິ່ນ​ຈຶ່ງ​ໄດ້​ເລີ່ມ​ຕົ້ນ​ເວົ້າ​ລົມ [ກັບ ດຣ. ວູ].”19

ຮູບ​ພາບ
ປະທານ ຣະໂຊ ເອັມ ແນວສັນ ກັບ ດຣ. ວູ ຢິງຄ່າຍ

ເພາະ​ການ​ຕັດ​ສິນ​ໃຈ​ເຮັດ​ຕາມ​ສາດ​ສະ​ດາ, ດ​ຣ. ແນວສັນ ຈຶ່ງ​ໄດ້​ມີ​ໂອ​ກາດ​ເຊີນ ດ​ຣ. ວູ ມາ​ຢາມ​ເມືອງ​ເຊົາ​ເລັກ ແລະ ດ​ຣ. ແນວສັນ ກໍ​ໄດ້​ເດີນ​ທາງໄປ​ປາ​ໄສ ແລະ ທຳ​ການ​ຜ່າ​ຕັດ​ຢູ່​ປະ​ເທດ​ຈີນ.

ຄວາມ​ຮັກ​ຂອງເພິ່ນ​ທີ່​ມີ​ຕໍ່​ຄົນ​ຈີນ, ແລະ ຄວາມ​ຮັກ​ ແລະ ຄວາມ​ນັບ​ຖື​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ເພິ່ນ ໄດ້​ເຕີບ​ໂຕ​ຂຶ້ນ.

ໃນ​ເດືອນ​ກຸມ​ພາ ປີ 1985, ສິບ​ເດືອນ​ຫລັງ​ຈາກ​ເພິ່ນ​ໄດ້​ຖືກ​ເອີ້ນ​ໃຫ້ເປັນ​ອັກ​ຄະ​ສາ​ວົກ​ສິບ​ສອງ, ແອວເດີ ແນວສັນ ໄດ້​ຮັບ​ໂທ​ລະ​ສັບ​ພິ​ເສດ​ຈາກ​ປະ​ເທດ​ຈີນ ຂໍ​ຮ້ອງ​ໃຫ້​ ດ​ຣ. ແນວສັນ ໄປ ນະຄອນປາກ​ກິ່ງ ເພື່ອ​ຜ່າ​ຕັດ​ຫົວ​ໃຈ​ຂອງ​ນັກ​ຮ້ອງພື້ນ​ເມືອງ ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ. ໂດຍ​ທີ່​ໄດ້​ຮັບ​ການ​ສະໜັບ​ສະໜູນ​ຈາກ​ປະທານ​ກໍດອນ ບີ ຮິງລີ, ແອວເດີ ແນວສັນ ໄດ້​ກັບ​ໄປ​ປະ​ເທດ​ຈີນ. ການ​ຜ່າ​ຕັດ​ເທື່ອ​ສຸດ​ທ້າຍ​ທີ່​ເພິ່ນ​ໄດ້​ກະ​ທຳ ແມ່ນ​ຢູ່​ທີ່ສາ​ທາ​ລະ​ນະ​ລັດຈີນ

ຮູບ​ພາບ
ປະທານ ຣະໂຊເອັມ ແນວສັນ ຕອນ​ຮັບ​ໃບ​ຍ້ອງ​ຍໍ

ພຽງ​ແຕ່​ສອງ​ປີ​ຜ່ານ​ມານີ້, ໃນ​ເດືອນ​ຕຸລາ ປີ 2015, ປະທານ ຣະໂຊ ເອັມ ແນວສັນ ໄດ້​ຮັບ​ການ​ຍ້ອງ​ຍໍ ເປັນ​ທາງ​ການ, ໃນ​ຖາ​ນະ​ທີ່​ເປັນ “ເພື່ອນ​ເກົ່າ​ແກ່​ຂອງ​ປະ​ເທດ​ຈີນ.”

ແລ້ວ ມື້​ວານນີ້ ພວກ​ເຮົາ​ໄດ້​ຍິນ​ປະທານ​ຣະໂຊ ເອັມ ແນວສັນ ຜູ້​ອາ​ຍຸ 93 ປີ ກ່າວເຖິງ​ຄຳ​ອ້ອນວອນ​ຂອງ​ປະທານ​ທອມມັສ ແອັສ ມອນສັນ ຂໍ​ໃຫ້ “ເຮົາ​ແຕ່​ລະ​ຄົນ ​[ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ​ ຜ່ານ​ມານີ້] ສຶກ​ສາ ແລະ ໄຕ່​ຕອງ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ການ​ອະ​ທິ​ຖານ ທຸກວັນ.”

ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຕອນ​ເປັນ​ໝໍ​ຜ່າ​ຕັດ​ທີ່​ຫຍຸ້ງ​ຫລາຍ, ຕອນ​ເພິ່ນ​ໄດ້ຈ້າງ​ຄູ​ສອນ​ພາ​ສາ​ຈີນ, ປະທານ​ແນວສັນ ໄດ້​ຮັບ​ເອົາ​ຄຳ​ແນະ​ນຳ​ຂອງ​ປະ​ທານ​ມອນສັນ ທັນ​ທີ ແລະ ໄດ້​ນຳ​ໃຊ້​ມັນ​ໃນ​ຊີ​ວິດ​ຂອງ​ເພິ່ນ. ຫລາຍກວ່າ​ການ​ພຽງ​ແຕ່​ອ່ານ​ເທົ່າ​ນັ້ນ, ເພິ່ນ​ໄດ້​ເວົ້າ​ວ່າ ເພິ່ນ “ຍັງໄດ້ຂຽນ​ສິ່ງ​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ເປັນ, ສິ່ງ​ທີ່​ມັນ ຢືນ​ຢັນ, ສິ່ງ​ທີ່​ມັນ ພິ​ສູດ, ​ສິ່ງ​ທີ່​ມັນ ບັນ​ລຸ, ສິ່ງ​ທີ່​ມັນ ເຮັດ​ໃຫ້​ແຈ່ມ​ແຈ້ງ, ແລະ ສິ່ງ​ທີ່​ມັນ ເປີດ​ເຜີຍ” ນຳ​ອີກ.20

ແລະ ແລ້ວ, ສິ່ງ​ທີ່​ໜ້າ​ສົນ​ໃຈ​ຄື, ເຊົ້າ​ມື້ນີ້, ໂດຍ​ທີ່ເປັນ​ພະ​ຍານ​ຄົນ​ທີ​ສອງ, ປະທານ​ເຮັນຣີ ບີ ໄອຣິງ ໄດ້ກ່າວເຖິງ​ການຕອບ​ຮັບ​ຂອງ​ເພິ່ນ ຕໍ່​ຄຳ​ແນະ​ນຳ​ຂອງ​ປະ​ທານ​ມອນສັນ. ທ່ານ​ຈື່​ຈຳ​ຖ້ອຍ​ຄຳ​ເຫລົ່າ​ນີ້​ໄດ້​ບໍ? “ເຊັ່ນ​ດຽວກັບ​ພວກ​ທ່ານຫລາຍ​ຄົນ, ຂ້າ​ພະ​ເຈົ້າໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ວ່າ​ເປັນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຕໍ່​ຂ້າ​ພະ​ເຈົ້າ. ແລະ ເຊັ່ນ​ດຽວ​ກັບພວກ​ທ່ານ​ຫລາຍ​ຄົນ, ຂ້າ​ພະ​ເຈົ້າໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ເຮັດ​ຕາມ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ,”21

ຂໍ​ໃຫ້​ເຮົາ​ເຫັນ​ສິ່ງເຫລົ່ານີ້​ເປັນ​ຕົວ​ຢ່າງ​ໃຫ້​ແກ່​ຊີ​ວິດ​ຂອງ​ເຮົາ.

ຄຳສັນຍາ ແລະ ພອນ

ຂ້າ​ພະ​ເຈົ້າ​ສັນ​ຍາວ່າ ເມື່ອ​ທ່ານ​ໄດ້​ຍິນສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ໃນ​ຄຳ​ສອນ​ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ແລະ ​ແລ້ວເຮັດ​ຕາມ​ການ​ກະ​ຕຸ້ນ​ເຫລົ່າ​ນັ້ນ, ແລ້ວທ່ານ​ຈະ​ຮູ້​ສຶກ​ເຖິງ​ພຣະ​ຫັດ​ຂອງ​ສະ​ຫວັນ​ຢູ່​ເທິງ​ທ່ານ, ແລະ ຊີ​ວິດ​ຂອງ​ທ່ານ ແລະ ຊີ​ວິດ​ຂອງ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ທ່ານ ຈະ​ໄດ້​ຮັບ​ພອນ.22

ລະ​ຫວ່າງກອງ​ປະ​ຊຸມ​ໃຫຍ່ນີ້, ເຮົາ​ໄດ້​ຄິດ​ເຖິງສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ. ພວກ​ເຮົາ​ຮັກ​ທ່ານ, ປະທານ​ມອນສັນ. ຂ້າ​ພະ​ເຈົ້າ​ຂໍ​ຈົບ​ດ້ວຍຖ້ອຍ​ຄຳ​ຂອງ​ເພິ່ນ ທີ່​ໄດ້​ກ່າວ​ຈາກແທ່ນ​ປາ​ໄສ​ນີ້. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຖ້າ​ເພິ່ນ​ສາ​ມາດ​ມາ​ຢູ່​ກັບ​ພວກ​ເຮົາ​ໄດ້ ມັນ​ຄົງ​ເປັນ​ພອນ​ທີ່​ເພິ່ນ​ຢາກມອບ​ໃຫ້​ພວກ​ເຮົາ​ແຕ່​ລະ​ຄົນ ໃນ​ມື້ນີ້. ເພິ່ນ​ໄດ້​ກ່າວ​ວ່າ: “ເມື່ອ​ເຮົາ​ຈາກ​ກອງ​ປະ​ຊຸມນີ້​ໄປ, ຂ້າ​ພະ​ເຈົ້າ​ຂໍ​ມອບ​ພອນ​ຂອງ​ສະ​ຫວັນ​ໃຫ້​ແກ່​ທ່ານ​ທຸກ​ຄົນ. … ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​​ຂໍ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ທານ​ພອນ​ໃຫ້​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ. ຂໍ​ໃຫ້​ຂ່າວ​ສານ ແລະ ວິນ​ຍານ​ຂອງ​ກອງ​ປະ​ຊຸມນີ້​ຖືກ​ເອົາ​ໄປ​ນຳ​ໃຊ້​ໃນ​ທຸກ​ສິ່ງ ທີ່​ທ່ານ​ເຮັດ—ໃນ​ບ້ານ​ເຮືອນ, ໃນ​ບ່ອນ​ທຳ​ງານ, ໃນ​ການ​ປະ​ຊຸມ, ແລະ ໃນ​ການ​ໄປ​ມາ​ຂອງ​ທ່ານ.”

ເພິ່ນ​ໄດ້​ກ່າວ​ມ້ວນ​ທ້າຍ​ວ່າ: “ຂ້າ​ພະ​ເຈົ້າ​ຮັກ​ທ່ານ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ເພື່ອ​ທ່ານ. ຂໍ​ໃຫ້​ພຣະ​ເຈົ້າ​ຈົ່ງ​ອວຍ​ພອນ​ທ່ານ. ຂໍ​ໃຫ້​ຄວາມ​ສະ​ຫງົບ​ສຸກ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ໄວ້​ມາ​ສູ່​ທ່ານ​ໃນ​ຕອນນີ້ ແລະ ຕະ​ຫລອດ​ໄປ​ດ້ວຍ​ເທີ້ນ.”23

ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Doctrine and Covenants 21:1.

  2. ເບິ່ງ Doctrine and Covenants 21:5–6.

  3. ໂຈເຊັບ ສະມິດ ໄດ້​ບັນ​ທຶກ​ໄວ້​ວ່າ ເຫດ​ການ​ດັ່ງ​ຕໍ່​ໄປ​ນີ້ໄດ້​ເກີດຂຶ້ນ​ລະຫວ່າງ​ການອຸທິດ ພຣະວິຫານ​ເຄີດແລນ ໃນວັນທີ 27 ເດືອນມິນາ, 1836:

    “ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ປາ​ໄສ​ໜ້ອຍ​ໜຶ່ງ, ແລະ ໄດ້ຂໍ​ໃຫ້​ອ້າຍ​ນ້ອງ​ຫລາຍ​ກຸ່ມ, ແລະ ໄພ່​ພົນຜູ້​ມາ​ຮ່ວມກອງ​ປະ​ຊຸມຮັບ​ຮູ້ ຝ່າຍ​ປະ​ທານ [ສູງ​ສຸດ] ວ່າ​ເປັນ​ສາດ​ສະ​ດາ ແລະ ຜູ້​ພະ​ຍາ​ກອນ, ສະ​ໜັບສະ​ໜູນ​ພວກ​ເພິ່ນ​ໂດຍ​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ. ທຸກ​ຄົນ​ກໍ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະ​ເຮັດ​ແນວນັ້ນ, ໂດຍ​ການ​ຢືນ​ຂຶ້ນ.

    “ແລ້ວ ຂ້າ​ພະ​ເຈົ້າ​ໄດ້​ຂໍ້​ໃຫ້​ອ້າຍ​ນ້ອງ​ໃນ​ກຸ່ມ​ຕ່າງໆ ແລະ ໄພ່​ພົນ​ຜູ້ມາ​ຮ່ວມ​ກອງ​ປະ​ຊຸມ​ສະ​ໜັບ​ສະ​ໜູນ​ອັກ​ຄະ​ສາ​ວົກ​ສິບ​ສອງ, ວ່າ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ, ແລະ ເປັນ​ພະ​ຍານ​ພິ​ເສດ​ຕໍ່​ທຸກ​ປະ​ຊາ​ຊາດ​ຂອງ​ໂລກ, ດຳ​ລົງ​ຂໍ​ກະ​ແຈ​ຂອງ​ອາ​ນາ​ຈັກ, ເພື່ອ​ເປີດ​ອາ​ນາ​ຈັກ, ຫລື ເຮັດ​ໃຫ້​ມັນ​ສຳ​ເລັດ, ໃນ​ບັນ​ດາ​ພວກ​ເພິ່ນ, ແລະ ສະ​ໜັບ​ສະ​ໜູນ​ພວກ​ເພິ່ນ​ໂດຍ​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ, ຊຶ່ງ​ເຂົາ​ເຈົ້າ​ໄດ້​ເຫັນ​ດີ​ນຳ, ໂດຍ​ການ​ຢືນ​ຂຶ້ນ.” (Teachings of Presidents of the Church: Joseph Smith [2007], 199).

  4. ເບິ່ງ Doctrine and Covenants 68:4.

  5. ເບິ່ງ Doctrine and Covenants 1:38.

  6. ປະທານ​ເຮັນຣີ ບີ ໄອຣິງ ຄັ້ງ​ໜຶ່ງ​ໄດ້​ກ່າວ​ວ່າ:

    “ການ​ເລືອກ​ທີ່​ຈະ​ບໍ່ເຮັດ​ຕາມ​ຄຳແນະ​ນຳ​ຂອງ​ສາດ​ສະ​ດາ ຈະ​ປ່ຽນ​ສະ​ພາບ​ພື້ນ​ຖານ​ທີ່​ເຮົາ​​​ຢືນ​ຢູ່ໄດ້. ມັນ​ຈະ​ກາຍ​ເປັນ​ບ່ອນ​ທີ່​ອັນ​ຕະ​ລາຍ. ການບໍ່​ຍອມ​ຮັບ​ເອົາ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ ຈະ​ເຮັດ​ໃຫ້​ພະ​ລັງ​ຂອງ​ເຮົາ​ໜ້ອຍ​ລົງ ແລະ ຍາກທີ່​ຈະ​ຮັບ​ເອົາ​ຄຳ​ແນະ​ນຳ​ທີ່​ດົນ​ໃຈ ໃນ​ອະ​ນາ​ຄົດ. ເວ​ລາ​ທີ່​ດີ​ທີ່​ສຸດ ທີ່​ຈະ​ຕັດ​ສິນ​ໃຈ​ຊ່ວຍ​ໂນອາ​ສ້າງ​ເຮືອ​ໃຫຍ່ ແມ່ນ​ຕອນ​ທີ່​ເພິ່ນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ເທື່ອ​ທຳ​ອິດ. ທຸກ​ເທື່ອ​ທີ່​ເພິ່ນ​ໄດ້​ຂໍ​ໃຫ້​ຊ່ວຍ​ເຫລືອ​ຫລັງ​ຈາກນັ້ນ, ຖ້າ​ຫາກ​ປະ​ຕິ​ເສດ​ອີກ ບຸກ​ຄົນ​ຈະ​ຮູ້​ສຶກ​ເຖິງ​ພ​ຣະ​ວິນ​ຍານ​ໜ້ອຍ​ລົງ. ແລະ ສະ​ນັ້ນ ທຸກ​ເທື່ອ​ທີ່​ເພິ່ນ​ຂໍ​ໃຫ້​ຊ່ວຍ​ເຫລືອ ຈະ​ເບິ່ງ​ຄື​ວ່າ ມັນເປັນ​ເລື່ອງ​ໂງ່​ຈ້າ, ຈົນ​ກວ່າ ຝົນ​ໄດ້​ຕົກ​ລົງ​ມາ. ແລະ ເມື່ອນັ້ນ ມັນ​ກໍ​ສາຍ​ເກີນ​ໄປແລ້ວ.

    “ທຸກ​ເທື່ອ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ເມື່ອ​ຂ້າ​ພະ​ເຈົ້າ​ເລືອກ​ທີ່​ຈະ​ເລື່ອນມື້​ເລື່ອນ​ວັນ ໃນ​ການ​ເຮັດ​ຕາມ​ຄຳ​ແນະ​ນຳ​ທີ່​ດົນ​ໃຈ ຫລື ໄດ້​ຕັດ​ສິນ​ໃຈ​ວ່າ ​ຄຳ​ແນະ​ນຳ​ບໍ່​ກ່ຽວຂ້ອງ​ກັບ​ຂ້າ​ພະ​ເຈົ້າ, ແລ້ວ​ຂ້າ​ພະ​ເຈົ້າ​ຈະ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ໄດ້​ເອົາ​ຕົວ​ເອງ​ເຂົ້າ​ຫາ​ບ່ອນ​ທີ່​ອັນ​ຕະ​ລາຍ. ທຸກ​ເທື່ອ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ, ໄດ້​ຮູ້​ສຶກ​ເຖິງ​ການ​ຢືນ​ຢັນ​ໃນ​ຕອນ​ອະ​ທິ​ຖານ, ແລະ ຈາກນັ້ນ​ໄດ້​ເຮັດ​ຕາມ, ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ຕົວ​ເອງ​ດຳ​ເນີນ​ໄປ​ໜ້າ​ດ້ວຍ​ຄວາມ​ປອດ​ໄພ.” (“Finding Safety in Counsel,” Ensign, May 1997, 25).

  7. ເບິ່ງ Neil L. Andersen, “Teaching Our Children to Love the Prophets,” Ensign, Apr. 1996, 47.

  8. ບອຍ ເຄ ແພ໊ກເກີ ຄັ້ງ​ໜຶ່ງໄດ້​ກ່າວ​ວ່າ:

    “ຂ້າພະ​ເຈົ້າ​ໄດ້​ຍິນ​ປະ​ທານ ແຮໂຣນ ບີ ລີ ເລີ່ມ​ຕົ້ນ​ຫລາຍ​ເລື່ອງ​ທີ່​ກ່ຽວ​ກັບ​ການ​ເປີດ​ເຜີຍ ດ້ວຍ​ຖ້ອຍ​ຄຳ​ເຫລົ່າ​ນີ້: ‘ໃນ​ຕອນ​ເຊົ້າໆ, ຕອນ​ຂ້ອຍ​ກຳ​ລັງ​ໄຕ່​ຕອງ​ກ່ຽວ​ກັບ​ເລື່ອງນັ້ນ …’ ເພິ່ນມັກ​ທຳ​ງານ​ໃນ​ຕອນ​ເຊົ້າໆ, ຄິດ​ກ່ຽວ​ກັບ​ບັນ​ຫາ​ທີ່​ຮຽກ​ຮ້ອງ​ການ​ເປີດ​ເຜີຍ.

    “ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ບາງ​ສິ່ງ ເມື່ອ​ພຣະ​ອົງ​ໄດ້​ຊີ້​ນຳ​ຢູ່​ໃນ Doctrine and Covenants ວ່າ, ໃຫ້​ເຂົ້າ​ນອນ​ແຕ່​ຫົວ​ຄ່ຳ, ເພື່ອ​ວ່າ​ເຮົາ​ຈະ​ບໍ່​ອ່ອນເພຍ; ໃຫ້​ຕື່ນ​ແຕ່​ເຊົ້າ, ເພື່ອ​ຮ່າງ​ກາຍ​ຂອງ​ເຮົາ ແລະ ຈິດ​ໃຈ​ຂອງ​ເຮົາ​ຈະ​ຊົດ​ຊື່ນ. (ເບິ່ງ D&C 88:124.) …

    “ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ເຖິງ​ພະ​ລັງ​ຂອງສຸ​ພາ​ສິດ ທີ່​ວ່າ, ‘ນອນ​ແຕ່​ຫົວ​ຄ່ຳ, ຕື່ນ​ແຕ່​ເຊົ້າ.’ ຕອນ​ຂ້າ​ພະ​ເຈົ້າມີ​ຄວາມ​ກົດ​ດັນ​ຫລາຍ, ທ່ານ​ຈະ​ບໍ່​ເຫັນ​ຂ້າ​ພະ​ເຈົ້າ​ເຂົ້າ​ນອນ​ເດິກ. ຂ້າ​ພະ​ເຈົ້າ​ມັກ​ເຂົ້າ​ນອນ​ແຕ່​ຫົວ​ຄ່ຳ ແລະ ຕື່ນ​ແຕ່​ເຊົ້າ, ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຢູ່​ໃກ້​ພຣະ​ອົງ ຜູ້​ນຳ​ພາ​ວຽກ​ງານນີ້” (Teach Ye Diligently [2005], 244-45).

  9. Neil L. Andersen, “You Know Enough,” Liahona, Nov. 2008, 13.

  10. Thomas S. Monson, “Until We Meet Again,” Liahona, May 2014, 115.

  11. Thomas S. Monson, “God Be with You Till We Meet Again,”Liahona, Nov. 2012, 110.

  12. ໂຢຮັນ 10:4.

  13. Henry B. Eyring, “Fear Not to Do Good,” Liahona, Nov. 2017, 103.

  14. Dieter F. Uchtdorf, “A Yearning for Home,” Liahona, Nov. 2017, 22, 24.

  15. Russell M. Nelson, “The Book of Mormon: What Would Your Life Be Like without It?Liahona, Nov. 2017, 63.

  16. Dallin H. Oaks, “The Plan and the Proclamation,” Liahona, Nov. 2017, 30.

  17. M. Russell Ballard, “The Trek Continues!Liahona, Nov. 2017, 106.

  18. Spencer J. Condie, Russell M. Nelson: Father, Surgeon, Apostle (2003), 215.

  19. Spencer J. Condie, Russell M. Nelson, 215.

  20. Russell M. Nelson, “The Book of Mormon: What Would Your Life Be Like without It?” 61.

  21. Henry B. Eyring, “Fear Not to Do Good,” 100.

  22. ກໍດອນ ບີ ຮິງລີ ຄັ້ງ​ໜຶ່ງ​ໄດ້​ກ່າວ​ວ່າ:

    “ການ​ທົດ​ສອບ​ຈະ​ມາ​ເຖິງ ໃນ​ການ​ນຳ​ໃຊ້​ຄຳ​ສອນ​ທີ່ມອບ​ໃຫ້. ຖ້າ, ຫລັງ​ຈາກນີ້, ເຮົາມີ​ເມດ​ຕາ​ຈັກ​ໜ້ອຍ​ໜຶ່ງ, ຖ້າ​ເຮົາ​ເປັນ​ເພື່ອນ​ບ້ານ​ທີ່​ດີ​ຈັກ​ໜ້ອຍ​ໜຶ່ງ, ຖ້າ​ເຮົາ​ໄດ້​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍໃຫ້​ລອດ​ຈັກ​ໜ້ອຍ​ໜຶ່ງ, ມີ​ຄວາມ​ຕັ້ງ​ໃຈ​ຈັກ​ໜ້ອຍ​ໜຶ່ງ​ ທີ່​ຈະ​ເຮັດ​ຕາມ​ຄຳ​ສອນ ແລະ ຕົວ​ຢ່າງ​ຂອງ​ພຣະ​ອົງ, ແລ້ວກອງ​ປະ​ຊຸມນີ້ ກໍ​ບັນ​ລຸ​ຜົນ​ສຳ​ເລັດ​ແລ້ວ. ຖ້າ, ກົງກັນ​ຂ້າມ, ບໍ່​ມີ​ຫຍັງ​ດີ​ຂຶ້ນ​ເລີຍ​ໃນ​ຊີ​ວິດ​ຂອງ​ເຮົາ, ແລ້ວ​ຜູ້​ທີ່​ໄດ້​ກ່າວ​ປາ​ໄສ​ໄປ​ນັ້ນ ກໍ​ລົ້ມ​ເຫລວ​ຢ່າງ​ໜັກ.

    “ການ​ປ່ຽນ​ແປງ​ອາດບໍ່​ໃຫຍ່​ໂຕ ພາຍ​ໃນໜຶ່ງມື້ ຫລື ໜຶ່ງ​ອາ​ທິດ ຫລື ໜຶ່ງ​ເດືອນ. ເປົ້າ​ໝາຍ​ທີ່​​ຕັ້ງໃນ​ຕົ້ນ​ປີ ມັກ​ຈະ​ເຮັດ​ຢ່າງ​ວ່ອງ​ໄວ ແລະ ກໍ​ລືມ​ໄວ. ແຕ່, ປີ​ໜຶ່ງ​ຈາກນີ້, ຖ້າ​ທ່ານ​ເຮັດ​ໄດ້​ດີກວ່າ​ເວ​ລາ​ທີ່​ຜ່ານມາ, ແລ້ວ​ຄວາມ​ພະ​ຍາ​ຍາມ​ໃນ​ມື້ນີ້ ຈະ​ບໍ່​ໄຮ້​ປະ​ໂຫຍດ” (“An Humble and a Contrite Heart,” Ensign, Nov. 2000, 88).

  23. Thomas S. Monson, “A Word at Closing,” Liahona, May 2010, 113.