​2010–2019
ການປະຕິບັດ​ສາດ​ສະ​ໜາ​ກິດທີ່ດົນໃຈ
ເດືອນ​ເມສາ 2018


ການປະຕິບັດສາດ​ສະ​ໜາ​ກິດທີ່ດົນໃຈ

ເຮົາໄດ້ຮັບພຣະວິນຍານ​ສັກ​ສິດ​ໄດ້ດີທີ່ສຸດ ເມື່ອເຮົາເອົາໃຈໃສ່​ຕໍ່ການຮັບໃຊ້ຄົນອື່ນ. ນັ້ນແຫລະຄືເຫດຜົນທີ່ເຮົາມີ​ໜ້າ​ທີ່ຮັບຜິດຊອບຂອງຖານະປະໂລຫິດ ເພື່ອຈະຮັບໃຊ້ແທນພຣະຜູ້ຊ່ວຍໃຫ້ລອດ.

ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າກະຕັນຍູຫລາຍສຳລັບສິດທິພິເສດ ທີ່ຈະກ່າວກັບທ່ານໃນກອງປະຊຸມໃຫຍ່​ສາ​ມັນແຫ່ງປະຫວັດສາດຄັ້ງນີ້. ເຮົາໄດ້ສະໜັບສະໜູນ ປະທານຣະໂຊ ເອັມ ແນວສັນ ເປັນປະທານຄົນທີ 17 ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຂະນະທີ່ຂ້າພະເຈົ້າໄດ້ຮັບພອນໃນການຮ່ວມງານກັບເພິ່ນແຕ່ລະວັນ, ຂ້າພະເຈົ້າໄດ້ຮູ້ສຶກເຖິງການຢືນຢັນຈາກພຣະວິນຍານວ່າ ປະທານແນວສັນ ໄດ້ຖືກເອີ້ນຈາກພຣະເຈົ້າ ເພື່ອໃຫ້ນຳພາສາດສະໜາຈັກທີ່ແທ້ຈິງຂອງພຣະຜູ້ເປັນເຈົ້າ.

ຂ້າພະເຈົ້າຍັງເປັນພະຍານອີກວ່າ ພຣະຜູ້ເປັນເຈົ້າໄດ້ເອີ້ນ ແອວ​ເດີ ແກ​ຣິດ ດັບ​ເບິນ​ຢູ ກອງ ແລະ ແອວ​ເດີ ຢູ​ລິດຊິສ໌ ໂຊ​ອາ​ເຣສ໌ ໃຫ້ຮັບໃຊ້ໃນຖານະສະມາຊິກຂອງກຸ່ມອັກຄະສາວົກສິບສອງ. ຂ້າ​ພະ​ເຈົ້າ​ຮັກ ແລະ ສະ​ໜັບ​ສະ​ໜູນ​ພວກເພິ່ນ. ໂດຍການປະຕິບັດສາດສະໜາກິດຂອງພວກເພິ່ນ, ພວກ​ເພິ່ນຈະເປັນພອນໃຫ້ແກ່ທຸກຄົນຕະຫລອດທົ່ວໂລກ ແລະ ຕະ​ຫລອດ​ຫລາຍ​ລຸ້ນ​ຄົນ.

ກອງປະຊຸມຄັ້ງນີ້ ກໍເປັນໜຶ່ງໃນປະຫວັດສາດ ເພາະເຫດຜົນອີກຢ່າງໜຶ່ງ. ປະທານແນວສັນ ໄດ້ປະກາດເຖິງບາດກ້າວທີ່ດົນໃຈຕໍ່ໄປ ໃນແຜນການຈັດຕັ້ງຂອງພຣະຜູ້​ເປັນ​ເຈົ້າ ສຳລັບສາດສະໜາຈັກຂອງພຣະອົງ. ແຜນການນັ້ນກໍຮ່ວມດ້ວຍໂຄງສ້າງໃໝ່ສຳລັບກຸ່ມຖານະປະໂລຫິດ ໃນຫວອດ ແລະ ສະເຕກ ເພື່ອວ່າເຮົາຈະບັນລຸໜ້າ​ທີ່ຮັບຜິດຊອບຂອງຖານະປະໂລຫິດ​ຂອງ​ເຮົາໄດ້ດີຂຶ້ນ. ຄວາມຮັບຜິດຊອບເຫລົ່ານັ້ນແມ່ນກ່ຽວພັນກັບການດູແລຂອງເຮົາ ທີ່ມີຕໍ່ລູກໆຂອງພຣະບິດາຂອງ​ເຮົາ.

ແຜນຂອງພຣະຜູ້ເປັນເຈົ້າສຳລັບໄພ່ພົນຂອງພຣະອົງ ທີ່ຈະໃຫ້ການດູແລທີ່ຮັກຫອມກໍໄດ້ເກີດຂຶ້ນ ໃນຫລາຍໆຮູບແບບໃນຊ່ວງຫລາຍປີທີ່ຜ່ານມາ. ໃນສະໄໝ​ເລີ່ມ​ຕົ້ນ​ຂອງເມືອງນາວູ, ສາດສະດາໂຈເຊັບ ສະມິດ ມີຄວາມຕ້ອງການວິທີທາງທີ່ເປັນລະບຽບ ເພື່ອຈະໃຫ້ການດູແລຜູ້ປ່ຽນໃຈເຫລື້ອມໃສທີ່ຍາກລຳບາກ ທີ່ໄດ້ເຂົ້າມາອາໄສຢູ່ໃນເມືອງນັ້ນ. ປູ່ຍ່າຕາຍາຍທວດຂອງຂ້າພະເຈົ້າສີ່ລຸ້ນຄົນກໍໄດ້ຢູ່ໃນບັນດາຜູ້ຄົນເຫລົ່ານັ້ນ—ຄອບຄົວໄອຣິງ, ຄອບຄົວເບັນນຽນ, ຄອບຄົວຣອມນີ, ແລະ ຄອບຄົວສະມິດ. ສາດສະດາໄດ້ຈັດຕັ້ງການດູແລໄພ່ພົນເຫລົ່ານັ້ນຕາມພູມມີພາກ. ໃນລັດອິລິນອຍ ເຂດຕ່າງໆທີ່ຢູ່ໃນເມືອງຖືກເອີ້ນວ່າ “ຫວອດ.”

ເມື່ອໄພ່ພົນໄດ້ຍົກຍ້າຍຂ້າມທົ່ງພຽງ, ການດູແລກັນແລະກັນຂອງເຂົາເຈົ້າກໍໄດ້ຈັດຂຶ້ນເປັນ “ກອງຮ້ອຍຕ່າງໆ.” ປູ່ທວດຂອງຂ້າພະເຈົ້າຄົນໜຶ່ງໄດ້ກັບມາຈາກການເຜີຍແຜ່ຂອງເພິ່ນ ຊຶ່ງດຽວນີ້ແມ່ນ ລັດໂອຄະລາໂຮມາ ຕອນເພິ່ນໄດ້ພົບກັບກອງຮ້ອຍໜຶ່ງຢູ່ໃນເສັ້ນທາງ. ເພິ່ນອ່ອນເພຍຫລາຍເພາະຍ້ອນພະຍາດ ຈົນເພິ່ນ ແລະ ຄູ່ສອນຂອງເພິ່ນ​ຕ້ອງ​ໄດ້​ຂີ່ກວຽນ.

ຜູ້ນຳຂອງກຸ່ມນັ້ນໄດ້ສົ່ງຍິງສາວສອງຄົນໃຫ້ໄປຊ່ວຍຜູ້ໃດກໍຕາມທີ່ອາດຢູ່ໃນກວຽນນັ້ນ. ໜຶ່ງໃນນັ້ນແມ່ນຍິງໜຸ່ມທີ່ໄດ້ປ່ຽນໃຈເຫລື້ອມໃສໃນ ປະເທດສະວິດເຊີແລນ, ໄດ້ເຫັນຜູ້ສອນສາດສະໜາຄົນໜຶ່ງ ແລະ ກໍໄດ້ຮູ້ສຶກເຫັນອົກເຫັນໃຈ. ໄພ່ພົນກຸ່ມນັ້ນໄດ້ຊ່ວຍຊີວິດເພິ່ນໄວ້. ເພິ່ນໄດ້ຫາຍດີພໍທີ່ຈະຍ່າງຕະຫລອດທາງຈົນມາເຖິງຮ່ອມພູເຊົາເລັກ ພ້ອມດ້ວຍຍິງສາວທີ່ໄດ້ຊ່ວຍຊີວິດເພິ່ນຢູ່ຄຽງຂ້າງ. ເຂົາເຈົ້າໄດ້ຕົກຫຼຸມຮັກ ແລະ ໄດ້ແຕ່ງງານກັນ. ຊາຍຄົນນັ້ນໄດ້ກາຍມາເປັນປູ່ທວດ ເຮັນຣີ ໄອຣິງ ຂອງຂ້າພະເຈົ້າ, ແລະ ນາງກໍເປັນຍ່າທວດ ມາເຣຍ ໂບມເມລີ ໄອຣິງ ຂອງຂ້າພະເຈົ້າ.

ຫລາຍປີຕໍ່ມາ, ເມື່ອຜູ້ຄົນໄດ້ກ່າວເຖິງຄວາມຍາກລຳບາກຂອງການຍົກຍ້າຍຂ້າມທະວີບມາ ນາງກໍໄດ້ເວົ້າວ່າ, “ໂອ້ ບໍ່ດອກ, ບໍ່ຍາກເລີຍ. ຕອນທີ່ພວກເຮົາພາກັນຍ່າງ, ພວກເຮົາໄດ້ເວົ້າລົມກັນຕະຫລອດທາງ ກ່ຽວກັບວ່າ ມັນຊ່າງເປັນສິ່ງມະຫັດສະຈັນທີ່ພວກເຮົາທັງສອງ ໄດ້ພົບເຫັນພຣະກິດຕິຄຸນ ທີ່ແທ້ຈິງຂອງພຣະ​ເຢ​ຊູ​ຄຣິດ. ມັນເປັນຊ່ວງເວລາທີ່ມີຄວາມສຸກຫລາຍທີ່ສຸດທີ່ຂ້ອຍຈຳໄດ້.”

ຕັ້ງແຕ່ເວລານັ້ນມາ, ພຣະຜູ້ເປັນເຈົ້າໄດ້ໃຊ້ຫລາຍໆວິທີທາງ ເພື່ອຊ່ວຍໄພ່ພົນຂອງພຣະອົງໃຫ້ດູແລກັນແລະກັນ. ບັດນີ້ ພຣະອົງໄດ້ປະທານພອນໃຫ້ເຮົາມີກຸ່ມທີ່ເຂັ້ມແຂງ ແລະ ເປັນນ້ຳໜຶ່ງໃຈດຽວກັນ ໃນລະດັບຫວອດ ແລະ ສະເຕກ—ກຸ່ມທີ່ເຮັດວຽກຮ່ວມມືປະສານງານກັນກັບອົງການຕ່າງໆໃນຫວອດ.

ຫວອດ, ກອງຮ້ອຍ ແລະ ກຸ່ມຕ່າງໆທີ່ເຂັ້ມແຂງໄດ້ຮຽກຮ້ອງ ຢ່າງໜ້ອຍສອງສິ່ງທີ່ຈະບັນລຸຜົນສຳເລັດ ໃນພຣະປະສົງຂອງພຣະຜູ້ເປັນເຈົ້າ ທີ່ຈະໃຫ້ໄພ່ພົນຂອງພຣະອົງ ດູແລກັນແລະກັນໃນວິທີທີ່ພຣະອົງດູແລເຂົາເຈົ້າ. ເຂົາເຈົ້າໄດ້ບັນລຸຜົນສຳເລັດເມື່ອໄພ່ພົນຮູ້ສຶກ ເຖິງຄວາມຮັກຂອງພຣະຄຣິດທີ່ມີຕໍ່ກັນແລະກັນ ເໜືອກວ່າຄວາມສົນໃຈຂອງຕົນເອງ. ພຣະຄຳພີເອີ້ນສິ່ງນີ້ວ່າ, “ຄວາມໃຈບຸນ … ຄວາມຮັກອັນບໍລິສຸດຂອງພຣະຄຣິດ” (ໂມ​ໂຣ​ໄນ 7:47). ແລະ ເຂົາເຈົ້າໄດ້ບັນລຸຜົນສຳເລັດເມື່ອພຣະວິນຍານ​ບໍລິສຸດນຳພາຜູ້ໃຫ້ການດູແລ ໃຫ້ຮັບຮູ້ສິ່ງທີ່ພຣະຜູ້ເປັນເຈົ້າຮູ້ວ່າເປັນສິ່ງທີ່ດີທີ່ສຸດ ສຳລັບຜູ້ຄົນທີ່ລາວພະຍາຍາມຈະຊ່ວຍຢູ່.

ເທື່ອແລ້ວເທື່ອອີກ ໃນອາທິດທີ່ຜ່ານມານີ້, ສະມາຊິກຂອງສາດສະໜາຈັກໄດ້ກະທຳໃຫ້ຂ້າພະເຈົ້າເຫັນ ເໝືອນກັບວ່າເຂົາເຈົ້າໄດ້ຄາດເຫັນສິ່ງທີ່ພຣະຜູ້ເປັນເຈົ້າກຳລັງຈະກຳທຳ, ດັ່ງ​ທີ່​ໄດ້​ຖືກ​ປະ​ກາດມື້ນີ້. ຂ້າພະເຈົ້າຂໍຍົກຕົວຢ່າງສອງປະການ. ໜຶ່ງ, ຄຳປາໄສທີ່ລຽບງ່າຍຢູ່ທີ່ກອງປະຊຸມສິນລະລຶກ ທີ່ຊາຍໜຸ່ມອາຍຸ 14 ປີ ຄູສອນຢູ່ໃນກຸ່ມຖານະປະໂລຫິດແຫ່ງອາໂຣນ ຜູ້ທີ່ເຂົ້າໃຈສິ່ງທີ່ຜູ້ດຳລົງຖານະປະໂລຫິດ ສາມາດສຳເລັດໄດ້ ໃນການຮັບໃຊ້ໃຫ້ແທນພຣະຜູ້ເປັນເຈົ້າ. ສອງ, ຜູ້ດຳລົງຖານະປະໂລຫິດແຫ່ງເມນ​ຄີ​ເສເດັກ, ພ້ອມດ້ວຍຄວາມຮັກຂອງພຣະຄຣິດ, ຜູ້ທີ່ໄດ້ຮັບການດົນໃຈໃຫ້ຮັບໃຊ້ຄອບຄົວໜຶ່ງ.

ທຳອິດ, ຂ້າພະເຈົ້າຂໍແບ່ງປັນຖ້ອຍຄຳຂອງຊາຍໜຸ່ມຄົນນັ້ນ ຕອນລາວກ່າວຄຳປາໄສໃນກອງປະຊຸມສິນລະລຶກ​ຢູ່ຫວອດ. ຂ້າ​ພະ​ເຈົ້າ​ກໍ​ຢູ່​ທີ່ນັ້ນ. ຂໍໃຫ້ພະຍາຍາມລະນຶກເຖິງວ່າທ່ານເປັນແນວໃດໃນຊ່ວງເວລາທີ່ທ່ານອາຍຸ 14 ປີ ແລະ ໃຫ້ຟັງເພື່ອຈະໄດ້ຍິນລາວກ່າວຫລາຍກວ່າ ທີ່ຊາຍໜຸ່ມຄົນໜຶ່ງອາດຈະຮູ້ໄດ້ຢ່າງມີເຫດຜົນວ່າ:

“ຂ້ານ້ອຍມັກເປັນສະມາຊິກຂອງກຸ່ມຄູສອນຫລາຍ ໃນຫວອດຂອງເຮົາ ຕັ້ງແຕ່ຂ້ານ້ອຍມີອາຍຸ 14 ປີ ປີຜ່ານມານີ້. ຄູສອນຍັງມີ​ໜ້າ​ທີ່ຮັບຜິດຊອບຂອງມັກຄະນາຍົກ ແລະ ໜ້າ​ທີ່ຮັບຜິດຊອບໃໝ່ຕື່ມອີກດ້ວຍ.

“ເພາະເຮົາບາງຄົນກໍເປັນຄູສອນ, ຄົນອື່ນກໍຈະໄດ້ເປັນໃນມື້ໜຶ່ງ, ແລະ ທຸກຄົນໃນສາດສະໜາຈັກກໍໄດ້ຮັບພອນໂດຍຖານະປະໂລຫິດ, ສະນັ້ນມັນຈຶ່ງສຳຄັນສຳລັບເຮົາທຸກຄົນ ທີ່ຈະຮູ້ຈັກໜ້າທີ່ຂອງຄູສອນຫລາຍຂຶ້ນ.

“ທຳອິດ, Doctrine and Covenants 20:53 ກ່າວວ່າ, ໜ້າທີ່ຂອງຄູສອນແມ່ນດູແລສາດສະໜາຈັກສະເໝີ, ແລະ ຢູ່ກັບພວກເຂົາ ແລະ ໃຫ້ພວກເຂົາເຂັ້ມແຂງຂຶ້ນ.

“ຕໍ່ໄປ, Doctrine and Covenants 20:54–55 ກ່າວວ່າ:

ແລະ ເບິ່ງວ່າບໍ່ມີຄວາມຊົ່ວຮ້າຍຢູ່ໃນສາດສະໜາຈັກ, ທັງບໍ່ໃຫ້ມີຄວາມເຄືອງແຄ້ນກັນ, ທັງບໍ່ໃຫ້ເວົ້າຕົວະ, ເວົ້າລັບຫລັງ, ຫລື ເວົ້າຈາບໍ່ດີ;

ແລະ ເບິ່ງວ່າສາດສະໜາຈັກປະຊຸມກັນເລື້ອຍໆ, ແລະ ໃຫ້ເບິ່ງອີກວ່າສະມາຊິກທຸກຄົນເຮັດໜ້າທີ່ຂອງຕົນ.”

ຊາຍໜຸ່ມຄົນນັ້ນໄດ້ກ່າວຕໍ່ໄປວ່າ:

“ພຣະຜູ້ເປັນເຈົ້າກຳລັງບອກເຮົາວ່າ ມັນເປັນຄວາມຮັບຜິດຊອບຂອງເຮົາ ບໍ່ພຽງແຕ່ຈະດູແລສາດສະໜາຈັກເທົ່ານັ້ນ ແຕ່ໃຫ້ດູແລຜູ້ຄົນທີ່ຢູ່ພາຍໃນສາດສະໜາຈັກດ້ວຍ ໃນວິທີທາງທີ່ພຣະຄຣິດຈະດູແລ ເພາະນີ້ແມ່ນສາດສະໜາຈັກຂອງພຣະອົງ. ຖ້າຫາກເຮົາພະຍາຍາມຮັກສາພຣະບັນຍັດ, ມີເມດຕາຕໍ່ກັນແລະກັນ, ຊື່ສັດ, ເປັນເພື່ອນທີ່ດີ, ແລະ ມີຄວາມສຸກນຳການຢູ່ຮ່ວມກັນ, ແລ້ວເຮົາກໍຈະສາມາດມີພຣະວິນຍານສະຖິດຢູ່ນຳເຮົາ ແລະ ຮັບຮູ້ສິ່ງທີ່ພຣະບິດາເທິງສະຫວັນປະສົງໃຫ້ເຮົາເຮັດ. ຖ້າຫາກເຮົາບໍ່ມີພຣະວິນຍານ, ແລ້ວເຮົາຈະບໍ່ສາມາດບັນລຸການເອີ້ນຂອງເຮົາໄດ້.”

ລາວໄດ້ກ່າວຕໍ່ໄປວ່າ:

“ເມື່ອຄູສອນເລືອກທີ່ຈະເປັນຕົວຢ່າງທີ່ຖືກຕ້ອງໂດຍການເປັນຄູສອນປະຈຳບ້ານທີ່ດີ, ທັກທາຍສະມາຊິກໃນໂບດ, ຈັດຕຽມສິນລະລຶກ, ຊ່ວຍເຫຼືອຢູ່ທີ່ບ້ານ, ແລະ ເປັນຄົນຮັກສາຄວາມສະຫງົບ, ລາວກລຳລັງເລືອກທີ່ຈະໃຫ້ກຽດຖານະປະໂລຫິດຂອງລາວ ແລະ ບັນລຸການເອີ້ນຂອງລາວ.

“ການເປັນຄູສອນທີ່ດີບໍ່ພຽງແຕ່ໝາຍຄວາມວ່າ ຮັບຜິດຊອບເມື່ອເຮົາຢູ່ທີ່ໂບດ ຫລື ຢູ່ທີ່ກິດຈະກຳຂອງສາດສະໜາຈັກເທົ່ານັ້ນ. ອັກຄະສາວົກໂປໂລໄດ້ສອນວ່າ ‘ຈົ່ງເປັນຕົວຢ່າງໃຫ້ຄົນທີ່ເຊື່ອທັງຫລາຍໃນຄຳເວົ້າຈາ, ຄວາມປະພຶດ, ຄວາມຮັກ, ຄວາມເຊື່ອ, ແລະ ຄວາມບໍລິສຸດຜຸດຜ່ອງຂອງເຈົ້າ” (1 ຕີ​ໂມ​ທຽວ 4:12).

ແລ້ວຊາຍໜຸ່ມຄົນນັ້ນໄດ້ກ່າວວ່າ:

“ບໍ່​ສຳ​ຄັນ​ວ່າ​ເຮົາ​ຈະ​ຢູ່​ໃສ ຫລື ເຮົາ​ກຳ​ລັງ​ເຮັດ​ຫຍັງ​ຢູ່ກໍ​ຕາມ, ເຮົາ​ສາ​ມາດ​ເປັນ​ຕົວ​ຢ່າງ​ທີ່​ດີ ເຖິງ​ຄວາມ​ຊອບ​ທຳ​ໄດ້ ໃນທຸກ​ເວ​ລາ ແລະ ໃນ​ທຸກ​ບ່ອນ.”

“ພໍ່​ກັບ​ຂ້າ​ພະ​ເຈົ້າ ເປັນ​ຄູ​ສອນ​ປະຈຳ​ບ້ານ​ຂອງ​ຄອບ​ຄົວ ບຣາວ. ທຸກໆເທື່ອທີ່ພວກເຮົາໄປທີ່ນັ້ນ, ຂ້ານ້ອຍມີຄວາມມ່ວນຊື່ນໃນການຢ້ຽມຢາມ ແລະ ຮູ້ຈັກເຂົາເຈົ້າດີຂຶ້ນ. ສິ່ງໜຶ່ງທີ່ຂ້ານ້ອຍມັກຫລາຍກ່ຽວກັບ ຄອບຄົວບຣາວ ຄື ເມື່ອໃດກໍຕາມຕອນພວກເຮົາໄປຢາມ, ເຂົາເຈົ້າເຕັມໃຈຈະຮັບຟັງ ແລະ ເຂົາເຈົ້າມີເລື່ອງລາວມ່ວນໆມາເລົ່າໃຫ້ຟັງ.

“ເມື່ອເຮົາຮູ້ຈັກຜູ້ຄົນຢູ່ໃນຫວອດເຮົາເປັນຢ່າງດີເພາະການສອນປະຈຳບ້ານ, ມັນກໍງ່າຍຂຶ້ນທີ່ຈະປະຕິບັດໜ້າທີ່ຕໍ່ໄປຂອງຄູສອນ, ແລະ ນັ້ນກໍຄື ການທັກທາຍສະມາຊິກຢູ່ທີ່ໂບດ. ການຊ່ວຍໃຫ້ຜູ້ຄົນຮູ້ສຶກອົບອຸ່ນ ແລະ ມີສ່ວນຮ່ວມຢູ່ທີ່ໂບດຈະຊ່ວຍໃຫ້ສະມາຊິກທຸກຄົນ ໃນຫວອດຮູ້ສຶກວ່າເປັນທີ່ຊົງຮັກ ແລະ ຕຽມພ້ອມທີ່ຈະຮັບສ່ວນສິນລະລຶກ.

“ຫລັງຈາກທັກທາຍສະມາຊິກຜູ້ທີ່ໄດ້ມາໂບດແລ້ວ, ຄູສອນກໍໃຫ້ຄວາມຊ່ວຍເຫລືອທຸກໆວັນອາທິດ ໂດຍການຈັດຕຽມສິນລະລຶກ. ຂ້ານ້ອຍມີຄວາມສຸກຫລາຍນຳການຢາຍ ແລະ ການຕຽມສິນລະລຶກໃນຫວອດນີ້ ເພາະວ່າທຸກຄົນມີຄວາມຄາລະວະ. ຂ້ານ້ອຍຮູ້ສຶກເຖິງພຣະວິນຍານສະເໝີຕອນຂ້ານ້ອຍຕຽມ ແລະ ຢາຍສິນລະລຶກ. ມັນເປັນພອນແທ້ໆສຳລັບຂ້ານ້ອຍ ທີ່ຂ້ານ້ອຍສາມາດເຮັດສິ່ງນີ້ທຸກໆວັນອາທິດ.

“ການຮັບໃຊ້ບາງຢ່າງ ດັ່ງເຊັ່ນການຢາຍສິນລະລຶກເປັນສິ່ງທີ່ຜູ້ຄົນເຫັນໄດ້ ແລະ ເຂົາເຈົ້າກໍຂອບໃຈພວກເຮົາທີ່ເຮັດສິ່ງນີ້, ແຕ່ການຮັບໃຊ້ຢ່າງອື່ນ ດັ່ງເຊັ່ນການຕຽນສິນລະລຶກນັ້ນສ່ວນຫລາຍແລ້ວຈະກະທຳລົງໄປໂດຍບໍ່ມີໃຜເຫັນເລີຍ. ມັນ ບໍ່ ສຳ​ຄັນ ຖ້າ​ຫາກ​ຄົນ ເຫັນ ເຮົາ​ຮັບ​ໃຊ້, ສິ່ງ​ທີ່​ສຳ​ຄັນ​ນັ້ນ​ແມ່ນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຮັບ​ຮູ້​ວ່າ ເຮົາ​ໄດ້​ຮັບ​ໃຊ້​ພຣະ​ອົງ.

“ໃນຖານະຄູສອນ, ເຮົາຄວນພະຍາຍາມສະເໝີທີ່ຈະເສີມຄວາມເຂັ້ມແຂງໃຫ້ແກ່ສາດສະໜາຈັກ, ໝູ່ເພື່ອນ, ແລະ ຄອບຄົວຂອງເຮົາ ໂດຍການບັນລຸໜ້າ​ທີ່ຮັບຜິດຊອບຂອງຖານະປະໂລຫິດຂອງເຮົາ. ມັນບໍ່ເປັນເລື່ອງງ່າຍສະເໝີໄປ, ແຕ່ພຣະຜູ້ເປັນເຈົ້າບໍ່ປະທານພຣະບັນຍັດໃດໆໃຫ້ເຮົາ ‘ນອກຈາກ ພຣະອົງຕຽມທາງໄວ້ໃຫ້ [ເຮົາ] ເພື່ອຈະໄດ້ສຳເລັດໃນສິ່ງທີ່ພຣະອົງບັນຊາ’ (1 ນີ​ໄຟ 3:7).”

ຂະນະທີ່ຊາຍໜຸ່ມຄົນນັ້ນໄດ້ສະຫລຸບຄຳປາ​ໄສ, ຂ້າພະເຈົ້າກໍໄດ້ປະຫລາດໃຈຕໍ່ໄປກັບຄວາມເປັນຜູ້ໃຫຍ່ ແລະ ສະຕິປັນຍາຂອງລາວ. ລາວໄດ້ສະຫລຸບຄຳປາໄສໂດຍການກ່າວວ່າ: “ຂ້ານ້ອຍຮູ້ວ່າເຮົາຈະເຮັດໄດ້ດີຂຶ້ນ ຖ້າຫາກເຮົາເລືອກທີ່ຈະຕິດຕາມ [ພຣະເຢຊູຄຣິດ].”

ອີກເລື່ອງໜຶ່ງທີ່ກ່ຽວກັບການຮັບໃຊ້ຂອງຖານະປະໂລຫິດຖືກບອກເລົ່າເມື່ອໜຶ່ງເດືອນ ກ່ອນຢູ່ທີ່ກອງປະຊຸມໃນຫວອດແຫ່ງໜຶ່ງ. ອີກ​ເທື່ອ​ໜຶ່ງ, ຂ້າ​ພະ​ເຈົ້າ​ກໍ​ຢູ່​ທີ່ນັ້ນ. ຜູ້ດຳລົງຖານະປະໂລຫິດອາວຸໂສຄົນໜຶ່ງບໍ່ໄດ້ຮູ້ຕອນທີ່ລາວໄດ້ກ່າວປາໄສວ່າ ລາວກຳລັງບັນຍາຍຢ່າງຖືກຕົງເຖິງສິ່ງທີ່ພຣະຜູ້ເປັນເຈົ້າປາດຖະໜາ ໃຫ້ເກີດຂຶ້ນກັບກຸ່ມຖານະປະໂລຫິດທີ່ເຂັ້ມແຂງ. ຕໍ່ໄປນີ້ຄືເລື່ອງລາວສັ້ນໆນັ້ນ:

ລາວ ແລະ ຄູ່ສອນປະຈຳບ້ານຖືກມອບໝາຍໃຫ້ຮັບໃຊ້ເຈັດຄອບຄົວ. ເກືອບ​ທຸກໆ​ຄອບ​ຄົວ ບໍ່ ຢາກ​ໃຫ້​ໃຜ​ໄປ​ຢາມ. ເມື່ອ​ຄູ​ສອນ​ປະ​ຈຳ​ບ້ານ​ໄປຫາ​ເຮືອນ​ຫ້ອງ​ແຖວ​ເຂົາ​ເຈົ້າ, ເຂົາ​ເຈົ້າ​ບໍ່​ຍອມ​ເປີດ​ປະ​ຕູ​ຮັບ. ເມື່ອເຂົາເຈົ້າໂທຫາ, ເຂົາເຈົ້າບໍ່ຮັບໂທລະສັບ. ເມື່ອເຂົາເຈົ້າປະຂໍ້ຄວາມໄວ້ໃນໂທລະສັບ, ເຂົາເຈົ້າກໍບໍ່ໂທກັບ. ຄູ່ສອນອາວຸໂສຄົນນີ້ກໍເລີຍຕັດສິນໃຈປະຕິບັດສາດສະໜາກິດ ຜ່ານທາງການຂຽນຈົດໝາຍ. ລາວໄດ້ເລີ່ມໂດຍການໃຊ້ຊອງຈົດໝາຍ​ສີ​ເຫລືອງ ເພື່ອຫວັງວ່າຈະໄດ້ຮັບຄຳຕອບ.

ໜຶ່ງໃນຈຳນວນເຈັດຄອບຄົວນັ້ນແມ່ນເອື້ອຍນ້ອງໂສດຄົນໜຶ່ງ ທີ່ໄດ້ຍ້າຍມາແຕ່ເຂດເອີ​ຣົບ. ນາງມີລູກນ້ອຍສອງຄົນ.

ຫຼັງຈາກໄດ້ພະຍາຍາມຕິດຕໍ່ຫານາງຫລາຍໆເທື່ອ, ລາວໄດ້ຮັບຂໍ້ຄວາມຈາກນາງ. ນາງໄດ້ບອກລາວຢ່າງທັນທີທັນໃດວ່າ ນາງຫຍຸ້ງເກີນຈະມີເວລາພົບປະກັບຄູສອນປະຈຳບ້ານ. ນາງເຮັດວຽກຢູ່ສອງບ່ອນ ແລະ ຢູ່ໃນກອງທັບທະຫານອີກດ້ວຍ. ວຽກງານຫລັກຂອງນາງແມ່ນນາຍຕຳຫລວດ, ແລະ ເປົ້າໝາຍອາຊີບຂອງນາງແມ່ນຈະເປັນນັກສືບ ແລະ ແລ້ວກັບຄືນໄປບ້ານເກີດຂອງນາງ ແລະ ເຮັດວຽກຂອງນາງຕໍ່ໄປຢູ່ທີ່ນັ້ນ.

ຄູສອນປະຈຳບ້ານບໍ່ສາມາດຢ້ຽມຢາມນາງຢູ່ທີ່ບ້ານນາງຈັກເທື່ອເລີຍ. ລາວໄດ້ສົ່ງຂໍ້ຄວາມຫານາງເປັນບາງຄັ້ງບາງຄາວ. ທຸກໆເດືອນລາວໄດ້ສົ່ງຈົດໝາຍທີ່ລາວຂຽນໄປຫານາງ, ແລະ ເພີ່ມດ້ວຍບັດພິເສດສຳລັບລູກໆຂອງນາງ.

ລາວບໍ່ໄດ້ຮັບຄຳຕອບໃດໆ. ແຕ່ນາງໄດ້ຮູ້ວ່າຄູສອນປະຈຳບ້ານຂອງນາງນັ້ນເປັນໃຜ, ວິທີຈະຕິດຕໍ່ຫາເຂົາເຈົ້າ, ແລະ ວ່າເຂົາເຈົ້າຈະບໍ່ລົດລະໃນການຮັບໃຊ້ຂອງຖານະປະໂລຫິດຂອງເຂົາເຈົ້າ.

ແລ້ວມື້ໜຶ່ງລາວກໍໄດ້ຮັບຂໍ້ຄວາມທີ່ຮີບດ່ວນຈາກນາງ. ນາງຕ້ອງການຄວາມຊ່ວຍເຫລືອແທ້ໆ. ນາງບໍ່ຮູ້ວ່າອະທິການເປັນໃຜ ແຕ່ຮູ້ວ່າໃຜເປັນຄູສອນປະຈຳບ້ານຂອງນາງ.

ໃນສາມສີ່ວັນ, ນາງຈຳເປັນຕ້ອງໄດ້ອອກຈາກລັດເປັນເວລາໜຶ່ງເດືອນ ເພື່ອໄປ​ເຝິກງານກອງທັບທະຫານ. ນາງຈະເອົາລູກໄປນຳບໍ່ໄດ້. ແມ່ຂອງນາງ, ຜູ້ທີ່ຈະດູແລລູກຂອງນາງ, ຫາກໍໄດ້ບິນໄປທີ່ເອີຣົບເພື່ອດູແລສາມີຂອງຕົນ, ຜູ້ທີ່ໄດ້ມີເຫດສຸກເສີນທາງ​ສຸ​ຂະ​ພາບ.

ເອື້ອຍນ້ອງໂສດທີ່ບໍ່ໄປໂບດຄົນນີ້ມີເງິນພໍທີ່ຈະຊື້ປີ້ຍົນໄປເອີ​ຣົບໃຫ້ລູກຫລ້າຂອງນາງ ແຕ່ບໍ່ມີເງິນພໍທີ່ຈະຊື້ໃຫ້ລູກຊາຍກົກຂອງນາງ ຜູ້ມີອາຍຸ 12 ປີ, ຊື່ ທ້າວແອຣິກ.2 ນາງໄດ້ຖາມຄູສອນ​ປະ​ຈຳ​ບ້ານ ຖ້າຫາກວ່າລາວຈະສາມາດຫາຄອບຄົວໄພ່ພົນຍຸກສຸດທ້າຍ ທີ່ດີຄອບຄົວໜຶ່ງໄດ້ບໍ ທີ່ຈະຮັບເອົາ ທ້າວແອຣິກ ໄປຢູ່ນຳທີ່ບ້ານຂອງເຂົາເຈົ້າເປັນເວລາ 30 ວັນຕໍ່ໄປນັ້ນ!

ຄູສອນໄດ້ສົ່ງຂໍ້ຄວາມກັບໄປວ່າລາວຈະເຮັດສຸດຄວາມສາມາດຂອງລາວ. ແລ້ວລາວກໍໄດ້ຕິດຕໍ່ຫາຜູ້ນຳຖານະປະໂລຫິດຂອງລາວ. ອະທິການໄດ້ອະນຸມັດໃຫ້ລາວປຶກສານຳສະມາຊິກໃນສະພາຫວອດ, ຮ່ວມທັງປະທານສະມາຄົມສະຕີສົງເຄາະ.

ປະທານສະມາຄົມສະຕີສົງເຄາະ ໄດ້ພົບເຫັນຄອບຄົວໄພ່ພົນຍຸກສຸດທ້າຍທີ່ດີສີ່ຄອບຄົວຢ່າງວ່ອງໄວ, ທີ່ມີເດັກນ້ອຍອາຍຸຊ່ຳ ທ້າວແອຣິກ, ຜູ້ທີ່ຈະຮັບເອົາລາວໄປຢູ່ນຳທີ່ບ້ານຂອງເຂົາເຈົ້າ ເປັນເວລາໜຶ່ງອາທິດແຕ່ລະຄອບຄົວ. ໃນຊ່ວງເວລາໜຶ່ງເດືອນນັ້ນ, ຄອບຄົວເຫລົ່ານີ້ໄດ້ລ້ຽງດູ ທ້າວແອຣິກ, ໄດ້ຈັດຫາບ່ອນໃຫ້ລາວຢູ່ໃນຫ້ອງແຖວຄັບແຄບ ຫລື ບ້ານນ້ອຍໆຂອງເຂົາເຈົ້າ, ໄດ້ເອົາລາວໄປເຮັດກິດຈະກຳຕອນພັກຮ້ອນຂອງຄອບຄົວທີ່ເຂົາເຈົ້າໄດ້ວາງແຜນໄວ້ລ່ວງໜ້າແລ້ວ, ໄດ້ພາລາວມາໂບດນຳ, ໃຫ້ລາວມີສ່ວນຮ່ວມໃນການສັງສັນໃນຄອບຄົວຂອງເຂົາເຈົ້າ, ແລະ ອີກຫລາຍໆກິດຈະກຳ.

ຫລາຍຄອບຄົວມີລູກຊາຍອາຍຸຊ່ຳ ທ້າວແອຣິກ, ແລະ ພວກເຂົາກໍໄດ້ໃຫ້ລາວມີສ່ວນຮ່ວມໃນກອງປະຊຸມ ແລະ ກິດຈະກຳຂອງກຸ່ມມັກຄະນາຍົກ. ໃນລະຫວ່າງເວລາ 30 ວັນ, ທ້າວແອຣິກ ໄດ້ໄປໂບດທຸກໆວັນອາທິດເປັນເທື່ອທຳອິດ.

ຫລັງຈາກແມ່ລາວໄດ້ກັບບ້ານຈາກການ​ເຝິກງານຂອງນາງ, ທ້າວແອຣິກ ກໍໄດ້ໄປໂບດຕໍ່ໄປ, ຕາມປົກກະຕິກໍໄປກັບຄອບຄົວໃດໜຶ່ງໃນຈຳນວນສີ່ຄອບຄົວໄພ່ພົນຍຸກສຸດທ້າຍທີ່ອາສາສະໝັກ ຫລື ໄປກັບຄອບຄົວອື່ນທີ່ໄດ້ຜູກມິດກັບລາວ, ຮ່ວມທັງຄູຢ້ຽມສອນຂອງແມ່ລາວເອງ. ເມື່ອເວລາຜ່ານໄປ, ລາວກໍຖືກແຕ່ງຕັ້ງໃຫ້ເປັນມັກຄະນາຍົກ ແລະ ໄດ້ເລີ່ມຢາຍສິນລະລຶກຢ່າງສະໝ່ຳສະເໝີ.

ບັດນີ້, ໃຫ້ເຮົາມາມອງເບິ່ງອະນາຄົດຂອງ ທ້າວແອຣິກ ນຳກັນ. ເຮົາຈະບໍ່ແປກໃຈຖ້າຫາກວ່າລາວຈະກາຍເປັນຜູ້ນຳໃນສາດສະໜາຈັກໃນບ້ານເກີດຂອງແມ່ຂອງລາວ ເມື່ອຄອບຄົວພາກັນກັບຄືນໄປທີ່ນັ້ນ—ທັງໝົດຈະເປັນເພາະໄພ່ພົນຍຸກສຸດທ້າຍ ຜູ້ທີ່ໄດ້ຮ່ວມມືກັນໃນການເປັນນ້ຳໜຶ່ງໃຈດຽວກັນ ເພື່ອຮັບໃຊ້ພາຍໃຕ້ການຊີ້ນຳຂອງພຣະວິນຍານບໍລິສຸດ ແລະ ຈາກຄວາມໃຈບຸນໃນໃຈຂອງເຂົາເຈົ້າ.

ເຮົາຮູ້ວ່າຄວາມໃຈບຸນນັ້ນແມ່ນຈຳເປັນສຳລັບເຮົາ ເພື່ອຈະລອດໄດ້ໃນອານາຈັກຂອງພຣະເຈົ້າ. ໂມໂຣໄນໄດ້ຂຽນວ່າ, “ຖ້າຫາກທ່ານບໍ່ມີຄວາມໃຈບຸນ ທ່ານຈະລອດຢູ່ໃນອານາຈັກຂອງພຣະເຈົ້າບໍ່ໄດ້” (ໂມ​ໂຣ​ໄນ 10:21; ເບິ່ງ ອີ​ເທີ 12:34 ນຳ​ອີກ).

ເຮົາກໍຮູ້ອີກວ່າ ຄວາມໃຈບຸນເປັນຂອງປະທານທີ່ຖືກມອບໃຫ້ແກ່ເຮົາ ຫລັງຈາກເຮົາເຮັດທຸກສິ່ງທີ່ເຮົາເຮັດໄດ້ແລ້ວ. ເຮົາຕ້ອງ “ອະທິຖານຫາພຣະບິດາດ້ວຍສຸດພະລັງແຫ່ງໃຈ, ເພື່ອ [ເຮົາ] ຈະເຕັມໄປດ້ວຍຄວາມຮັກນີ້, ຊຶ່ງພຣະອົງປະທານໃຫ້ທຸກຄົນຊຶ່ງເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະອົງ” (ໂມ​ໂຣ​ໂນ 7:48).

ສຳລັບຂ້າພະເຈົ້າ ປາກົດວ່າເຮົາຈະໄດ້ຮັບພຣະວິນຍານຂອງພຣະເຈົ້າດີທີ່ສຸດ ເມື່ອເຮົາເອົາໃຈໃສ່ການຮັບໃຊ້ຄົນອື່ນ. ນັ້ນແຫລະຄືເຫດຜົນທີ່ເຮົາມີ​ໜ້າ​ທີ່ຮັບຜິດຊອບຂອງຖານະປະໂລຫິດ ເພື່ອຈະຮັບໃຊ້ແທນພຣະຜູ້ຊ່ວຍໃຫ້ລອດ. ເມື່ອເຮົາມີສ່ວນຮ່ວມໃນການຮັບໃຊ້ຄົນອື່ນ, ເຮົາຈະຄິດກ່ຽວກັບຕົວເອງໜ້ອຍລົງ, ແລະ ພຣະວິນຍານສັກສິດຈະສາມາດມາຫາເຮົາໄດ້ຢ່າງທັນທີ ແລະ ຊ່ວຍເຮົາໃນການສະແຫວງຫາຕະຫລອດຊີວິດຂອງເຮົາ ທີ່ຈະມີຂອງປະທານແຫ່ງຄວາມໃຈບຸນຖືກປະທານໃຫ້ເຮົາ.

ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ເປັນເຈົ້າໄດ້ເລີ່ມດຳເນີນໄປໜ້າແລ້ວ ໃນບາດກ້າວທີ່ສຳຄັນ ໃນແຜນຂອງພຣະອົງສຳລັບເຮົາ ເພື່ອຈະໄດ້ຮັບການດົນໃຈ ແລະ ເປັນຄົນໃຈບຸນຫລາຍຂຶ້ນໃນ ການຮັບໃຊ້ແຫ່ງການປະຕິບັດຕໍ່ກັນຂອງຖານະປະໂລຫິດ. ຂ້າພະເຈົ້າກະຕັນຍູສຳລັບຄວາມຮັກຂອງພຣະອົງ, ຊຶ່ງພຣະອົງໄດ້ປະທານໃຫ້ເຮົາຢ່າງເພື່ອແຜ່. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ຊື່​ໄດ້​ຖືກ​ປ່ຽນ.

  2. ຊື່​ໄດ້​ຖືກ​ປ່ຽນ.