​2010–2019
ອີກມື້​ໜຶ່ງ
ເດືອນ​ເມສາ 2018


ອີກມື້​ໜຶ່ງ

ເຮົາທຸກຄົນມີ “ມື້ນີ້” ທີ່ຈະດຳລົງຊີວິດ, ແລະ ເຄັດລັບຂອງການເຮັດໃຫ້ວັນເວລາຂອງເຮົາມີ​ຜົນສຳ​ເລັດ ແມ່ນການເຕັມໃຈທີ່ຈະເສຍສະລະ.

ເມື່ອຫລາຍປີກ່ອນ, ເພື່ອນໆຂອງຂ້າພະເຈົ້າໄດ້ມີລູກທີ່ໜ້າຮັກຄົນໜຶ່ງຊື່ ບຣິກຳ. ຫລັງຈາກລາວເກີດມາ, ທ້າວບຣິກກຳຖືກບົ່ງມະຕິວ່າມີສະພາວະທີ່ເອີ້ນວ່າ ໂຣກຮັນເຕີ, ຊຶ່ງໝາຍຄວາມຢ່າງໂສກເສົ້າວ່າ ທ້າວບຣິກຳ ຈະມີອາຍຸສັ້ນ. ມື້ໜຶ່ງ ຕອນທີ່ ທ້າວບຣິກຳ ແລະ ຄອບຄົວຂອງລາວໄດ້ໄປຢ້ຽມຢາມເດີ່ນພຣະວິຫານ, ທ້າວບຣິກຳ ໄດ້ປະ​ກາດສຳນວນໜຶ່ງໂດຍສະເພາະ; ລາວໄດ້ກ່າວສອງເທື່ອວ່າ, “ອີກມື້ໜຶ່ງ.” ມື້ຕໍ່ມານັ້ນ, ທ້າວບຣິກກຳ ໄດ້ເສຍຊີວິດໄປ.

ຮູບ​ພາບ
ທ້າວບຣິກຳ
ຮູບ​ພາບ
ຄອບຄົວ​ຂອງ​ທ້າວບຣິກຳ
ຮູບ​ພາບ
ບ່ອນ​ຝັງ​ສົບທ້າວບຣິກຳ

ຂ້າພະເຈົ້າໄດ້ໄປຢ້ຽມ​ຫລຸມຝັງສົບຂອງ ທ້າວບຣິກກຳ ສອງ​ສາມເທື່ອ, ແລະ ທຸກໆເທື່ອທີ່ຂ້າພະເຈົ້າໄປ, ຂ້າພະເຈົ້າຈະໄຕ່ຕອງສຳນວນທີ່ວ່າ “ອີກມື້ໜຶ່ງ.” ຂ້າພະເຈົ້າ​ຄິດວ່າ ມັນ​ຈະ​ໝາຍ​ຄວາມ​ວ່າ​ແນວ​ໃດ, ມີຜົນສະທ້ອນ​ແນວ​ໃດ ໃນຊີວິດຂອງຂ້າພະເຈົ້າ ທີ່ຈະຮູ້ວ່າຂ້າພະເຈົ້າຍັງຈະມີໍຊີວິດຢູ່ພຽງແຕ່ອີກມື້ໜຶ່ງເທົ່ານັ້ນ. ຂ້າພະເຈົ້າຈະປະຕິບັດຕໍ່ພັນລະຍາ, ຕໍ່ລູກໆ, ແລະ ຕໍ່ຄົນອື່ນແນວ​ໃດ? ຂ້າພະເຈົ້າ​ຈະມີຄວາມອົດທົນ ແລະ ມີຄວາມສຸພາບຮຽບຮ້ອຍ​ຫລາຍປານໃດ? ຂ້າພະເຈົ້າຈະດູແລຮ່າງກາຍຂອງຂ້າພະເຈົ້າແນວໃດ? ຂ້າພະເຈົ້າຈະອະທິຖານ ແລະ ຄົ້ນຄວ້າພຣະຄຳພີຢ່າງຈິງຈັງຂະໜາດໃດ? ຂ້າພະເຈົ້າຄິດວ່າ ໃນທາງໃດທາງໜຶ່ງເຮົາທຸກຄົນ ໃນຈຸດໃດຈຸດໜຶ່ງຈະມີຄວາມຮັບຮູ້ເຖິງ “ອີກມື້ໜຶ່ງ”—ຄວາມຮັບຮູ້ທີ່ວ່າເຮົາຕ້ອງໃຊ້ເວລາທີ່ເຮົາມີຢູ່ໃຫ້ມີປະໂຫຍດຫລາຍທີ່ສຸດ.

ໃນພຣະ​ຄຳ​ພີເດີມ ເຮົາອ່ານເລື່ອງລາວຂອງ ເຮເຊກີຢາ, ກະສັດແຫ່ງ​ຢູດາ. ສາດສະດາເອຊາຢາ ໄດ້ປະກາດຕໍ່ ເຮເຊກີຢາ ວ່າຊີວິດຂອງ ເຮເຊກີຢາ ໃກ້ຈະສິ້ນສຸດລົງແລ້ວ. ເມື່ອເພິ່ນໄດ້ຍິນຖ້ອຍຄຳຂອງສາດສະດາ, ເຮເຊກີຢາ ໄດ້ເລີ່ມອະທິຖານ, ​ອ້ອນວອນ, ແລະ ຮ້ອງໄຫ້ຢ່າງເສົ້າສະຫລົດໃຈ. ໃນໂອກາດນັ້ນ, ພຣະ​ເຈົ້າ ໄດ້ໃຫ້ ເຮເຊກີຢາມີຊີວິດຢູ່ຕື່ມອີກ 15 ປີ. (ເບິ່ງ ເອ​ຊາ​ຢາ 38:1–5.)

ຖ້າຫາກເຮົາຖືກບອກວ່າ ເຮົາຈະມີຊີວິດຢູ່ເປັນເວລາສັ້ນໆ, ເຮົາກໍອາດອ້ອນວອນ​ຂໍ​ໃຫ້ມີຊີວິດຢູ່ເປັນເວລາດົນນານ ເພື່ອເຫັນແກ່ສິ່ງຕ່າງໆທີ່ເຮົາຄວນໄດ້ເຮັດ ຫລື ໄດ້ເຮັດມັນໃຫ້ແຕກຕ່າງ.

ໂດຍບໍ່ກ່ຽວກັບເວລາ ພຣະຜູ້ເປັນເຈົ້າ, ໃນຄວາມ​ສະ​ຫລຽວ​ສະ​ຫລາດຂອງພຣະອົງ, ກຳນົດຈະປະທານສິ່ງໜຶ່ງທີ່ເຮົາແນ່ໃຈໄດ້ ໃຫ້ເຮົາແຕ່ລະຄົນ: ເຮົາທຸກຄົນມີ “ມື້ນີ້” ທີ່ຈະດຳລົງຊີວິດ, ແລະ ເຄັດລັບຂອງການເຮັດໃຫ້ວັນເວລາຂອງເຮົາມີຜົນສຳເລັດ ແມ່ນການເຕັມໃຈທີ່ຈະເສຍສະລະ.

ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ມັນຖືກເອີ້ນວ່າ ວັນນີ້ ຈົນກວ່າການສະເດັດມາຂອງບຸດມະນຸດ, ແລະ ມັນເປັນວັນແຫ່ງການເສຍສະລະ (ເບິ່ງ D&C 64:23, ເນັ້ນຄຳເນີ້ງ).

ຄຳວ່າ ການເສຍສະລະ ມາຈາກພາສາລາຕິນ ສອງຄຳ sacer (ສາເຊີ), ຊຶ່ງໝາຍຄວາມວ່າ “ສັກສິດ,” ແລະ facere (ຟາແຊວ), ຊຶ່ງໝາຍຄວາມວ່າ “ເຮັດ,”—ໃນອີກຄຳໜຶ່ງກໍຄືວ່າ ເຮັດໃຫ້ສັກສິດ, ນຳກຽດມາໃຫ້.

“ການເສຍສະລະນຳພອນຈາກສະຫວັນມາໃຫ້” (“Praise to the Man,” Hymns, no. 27).

ໃນທາງໃດແດ່ທີ່ການເສຍສະລະຈະເຮັດໃຫ້ວັນເວລາຂອງເຮົາມີ​ຄວາມ​ໝາຍ ແລະ ເປັນພອນ?

ທຳອິດ, ການເສຍສະລະສ່ວນຕົວເຮັດໃຫ້ເຮົາເຂັ້ມແຂງ ແລະ ເຮັດໃຫ້ສິ່ງທີ່ເຮົາເສຍສະລະເພື່ອ ມີຄຸນຄ່າ.

ເມື່ອຫລາຍປີກ່ອນ ໃນວັນອາ​ທິດຖືສິນອົດເຂົ້າ, ເອື້ອຍຜູ້ສູງອາຍຸຄົນໜຶ່ງ ໄດ້ຂຶ້ນໄປແບ່ງປັນປະຈັກພະຍານ ຂອງນາງທີ່ແທ່ນປາໄສ. ນາງໄດ້ອາໄສຢູ່ໃນເມືອງທີ່ເອີ້ນວ່າ ອີຄີໂຕສ໌, ຊຶ່ງຢູ່ທີ່ເຂດອາມາຊອນ ຂອງປະເທດເປຣູ. ນາງໄດ້ບອກພວກເຮົາວ່າ ຕັ້ງແຕ່ເວລາທີ່ນາງໄດ້ຮັບບັບຕິສະມາ, ນາງໄດ້ມີເປົ້າໝາຍທີ່ຈະໄດ້ຮັບພິທີການຢູ່ທີ່ພະວິຫານລີມາ ປະເທດເປຣູ ສະເໝີມາ. ນາງໄດ້ຈ່າຍສ່ວນສິບເຕັມຈຳນວນ ແລະ ໄດ້ເກັບອອມລາຍໄດ້ໜ້ອຍໆຂອງນາງເປັນເວລາຫລາຍປີ.

ຄວາມສຸກຂອງນາງຕອນໄດ້ໄປພຣະວິຫານ ແລະ ຮັບພິທີການສັກສິດໃນນັ້ນ ຖືກສະແດງອອກມາໃນຖ້ອຍຄຳເຫລົ່ານີ້ວ່າ: “ມື້ນີ້ ຂ້ອຍກ່າວໄດ້ວ່າ ໃນທີ່ສຸດຂ້ອຍຮູ້ສຶກວ່າພ້ອມແລ້ວທີ່ຈະ​ຍ່າງຜ່ານຜ່າມ່ານຕາມທີ່ພຣະເຈົ້າບັນຊາ. ຂ້ອຍເປັນສະຕີທີ່ມີຄວາມສຸກຫລາຍທີ່ສຸດໃນໂລກ; ຂ້ອຍໄດ້ເກັບອອມເງິນ, ພວກເຈົ້າບໍ່ຮູ້ດອກວ່າດົນນານປານໃດແລ້ວ, ເພື່ອຈະໄດ້ໄປພຣະວິຫານ, ແລະ ຫລັງຈາກໄດ້ເດີນທາງ ເຈັດ ວັນຕາມແມ່ນ້ຳ ແລະ ອີກ 18 ຊົ່ວໂມງໃນລົດເມ, ໃນທີ່ສຸດຂ້ອຍກໍໄດ້ໄປເຖິງບ້ານຂອງພຣະຜູ້ເປັນເຈົ້າ. ຕອນໄດ້ອອກຈາກສະຖານທີ່ສັກສິດແຫ່ງນັ້ນ, ຂ້ອຍໄດ້ກ່າວກັບຕົວເອງວ່າ, ຫລັງຈາກການເສຍສະລະທັງໝົດທີ່ຖືກຮຽກຮ້ອງເພື່ອວ່າຂ້ອຍຈະໄດ້ມາເຖິງພຣະວິຫານ, ຂ້ອຍຈະບໍ່ປ່ອຍໃຫ້​ສິ່ງ​ໃດ ເຮັດໃຫ້ຂ້ອຍຄິດຫລິ້ນໆກັບພັນທະສັນຍາທຸກໆຂໍ້ທີ່ຂ້ອຍໄດ້ເຮັດລົງໄປ; ມັນເປັນການເສຍເວລາ. ນີ້ເປັນຄຳໝັ້ນສັນຍາທີ່ຈິງຈັງແທ້ໆ!”

ຂ້າພະເຈົ້າໄດ້ຮຽນຮູ້ຈາກເອື້ອຍທີ່ໜ້າຮັກຄົນນີ້ວ່າ ການເສຍສະລະສ່ວນຕົວເປັນພະລັງທີ່ລ້ຳຄ່າ ທີ່ພັກດັນການຕັດສິນໃຈ ແລະ ຄວາມຕັ້ງໃຈຂອງເຮົາ. ການເສຍສະລະສ່ວນຕົວພັກດັນການກະທຳຂອງເຮົາ, ຄຳໝັ້ນສັນຍາ, ແລະ ພັນທະສັນຍາຂອງເຮົາ ແລະ ເຮັດໃຫ້ສິ່ງສັກສິດມີຄວາມໝາຍ.

ທີສອງ, ການເສຍສະລະທີ່ເຮົາເຮັດເພື່ອຄົນອື່ນ, ແລະ ທີ່ຄົນອື່ນເຮັດເພື່ອເຮົາ, ຈະນຳພອນມາໃຫ້ທຸກໆຄົນ.

ຕອນຂ້າພະເຈົ້າເປັນນັກສຶກສາຢູ່ໂຮງຮຽນທັນຕະແພດ, ສະພາບການເງິນຂອງເສດຖະກິດໃນທ້ອງຖິ່ນ ຂອງພວກເຮົາກໍເປັນຕາຢ້ານກົວ. ສະພາບການເງິນເຟີ້ໄດ້ລຸດຄ່າຂອງເງິນຕາຈາກມື້ໜຶ່ງຫາມື້ຕໍ່ໄປ.

ຂ້າພະເຈົ້າຈຳປີທີ່ຕອນຂ້າພະເຈົ້າໄດ້ເຂົ້າຮ່ວມການ​ເຝິກງານຜ່າຕັດ; ຂ້າພະເຈົ້າຕ້ອງມີເຄື່ອງມືທີ່ຈຳເປັນທຸກຢ່າງກ່ອນທີ່ຈະໄດ້ເຂົ້າໂຮງຮຽນເທີມນັ້ນ. ພໍ່ແມ່ຂອງຂ້າພະເຈົ້າໄດ້ເກັບອອມຈຳນວນເງິນທີ່ຈຳເປັນ. ແຕ່ຄືນໜຶ່ງມີສິ່ງທີ່ຮ້າຍແຮງໄດ້ເກີດຂຶ້ນ. ພວກເຮົາໄດ້ໄປຊື້ເຄື່ອງມື, ແຕ່ໄດ້ຮັບຮູ້ວ່າຈຳນວນເງິນ ທີ່ພວກເຮົາ ໄດ້ເກັບອອມເພື່ອຊື້ເຄື່ອງມືທັງໝົດ ບັດນີ້ມີພໍພຽງແຕ່ຈະຊື້ໄດ້ແຕ່ແໜບຄູ່ດຽວເທົ່ານັ້ນ—ບໍ່ມີເງິນຊື້ສິ່ງອື່ນເລີຍ. ພວກເຮົາໄດ້ກັບບ້ານດ້ວຍມືເປົ່າ ແລະ ​ດ້ວຍຄວາມໜັກໜ່ວງໃຈກັບຄວາມຄິດ ທີ່ຈະໄດ້ເສຍເວລາໄປໜຶ່ງເທີມ. ແຕ່ຈັ່ງໃດກໍຕາມ, ໃນທັນໃດນັ້ນ, ແມ່ຂອງຂ້າພະເຈົ້າໄດ້ກ່າວວ່າ, “ເທເລີ, ມາກັບແມ່, ໄປ​ຂ້າງ​ນອກກັບ​ແມ່.”

ພວກເຮົາໄດ້ໄປໃນເມືອງ ບ່ອນທີ່ມີຫລາຍໆຮ້ານທີ່ຂາຍ ແລະ ຊື້ເຄື່ອງປະດັບ. ເມື່ອພວກເຮົາໄປເຖິງຮ້ານໜຶ່ງ, ແມ່ຂອງຂ້າພະເຈົ້າໄດ້ເອົາຖົງນ້ອຍສີຟ້າອອກຈາກກະເປົາຂອງເພິ່ນ ທີ່ມີປອກແຂນຄຳ ທີ່ມີຄຳສະລັກໄວ້ທີ່ອ່ານວ່າ, “ເຖິງລູກສາວທີ່ຮັກຂອງພໍ່ ຈາກພໍ່ຂອງລູກ.” ນັ້ນເປັນປອກແຂນທີ່ພໍ່ຕູ້ຂອງຂ້າພະເຈົ້າໄດ້ເອົາໃຫ້ເພິ່ນໃນວັນເກີດປີໜຶ່ງ. ແລ້ວ, ຕໍ່ໜ້າຂ້າພະເຈົ້າ, ແມ່ໄດ້ຂາຍມັນໄປ.

ເມື່ອແມ່ໄດ້ຮັບເງິນ, ເພິ່ນໄດ້ບອກຂ້າພະເຈົ້າວ່າ, “ຖ້າມີສິ່ງໜຶ່ງທີ່ແມ່ແນ່ໃຈໄດ້, ນັ້ນກໍຄືວ່າ ລູກຈະໄດ້ເປັນໝໍ​ແຂ້ວ. ໄປສາລູກ ແລະ ຊື້ເອົາເຄື່ອງມືທຸກຢ່າງທີ່ລູກຕ້ອງການ.” ບັດນີ້, ທ່ານວາດພາບເຫັນໄດ້​ບໍວ່າ ຂ້າພະເຈົ້າຈະເປັນນັກສຶກສາແບບໃດ ຈາກວິນາທີນັ້ນເປັນຕົ້ນໄປ? ຂ້າພະເຈົ້າຢາກເປັນຄົນທີ່ດີທີ່ສຸດ ແລະ ສຳເລັດການສຶກສາຂອງຂ້າພະເຈົ້າໃຫ້ໄວທີ່ສຸດ ເພາະຂ້າພະເຈົ້າໄດ້ຮູ້ຄ່າໃຊ້ຈ່າຍຂອງການເສຍສະລະທີ່ແມ່ໄດ້ເຮັດລົງໄປ.

ຂ້າພະເຈົ້າໄດ້ຮຽນຮູ້ວ່າ ການເສຍສະລະທີ່ຄົນທີ່ເຮົາຮັກເຮັດເພື່ອເຮົາ ເຮັດໃຫ້ເຮົາສົດຊື່ນຂຶ້ນເໝືອນດັ່ງນ້ຳເຢັນ ເຮັດໃຫ້ເຮົາຊຸ່ມເຢັນຢູ່ໃນກາງທະເລຊາຍ. ການເສຍສະລະດັ່ງກ່າວຈະນຳຄວາມຫວັງ ແລະ ຄວາມຕັ້ງໃຈມາໃຫ້.

ທີສາມ, ການເສຍສະລະໃດໆທີ່ເຮົາເຮັດກໍເລັກນ້ອຍໄປ ເມື່ອປຽບທຽບໃສ່ການເສຍສະລະ ຂອງພຣະບຸດຂອງພຣະເຈົ້າ.

ແມ່ນແຕ່ມູນຄ່າຂອງປອກແຂນຄຳທີ່ຮັກຫອມຈະມີຫລາຍພຽງໃດ ເມື່ອປຽບທຽບໃສ່ກັບການເສຍສະລະ ຂອງພຣະບຸດຂອງພຣະເຈົ້າ? ເຮົາຈະໃຫ້ກຽດການເສຍສະລະທີ່ບໍ່ມີຂອບເຂດນັ້ນໄດ້ແນວໃດ? ແຕ່ລະມື້ເຮົາສາມາດຈົດຈຳວ່າ ເຮົາມີອີກມື້ໜຶ່ງທີ່ຈະດຳລົງຊີວິດ ແລະ ເປັນຄົນຊື່ສັດ. ແອມມິວເລັກ ໄດ້ສອນວ່າ: “ແທ້ຈິງແລ້ວ, ຂ້າພະເຈົ້າຢາກໃຫ້ພວກທ່ານອອກມາ ແລະ ບໍ່ເຮັດໃຈແຂງກະດ້າງອີກຕໍ່ໄປ; ເພາະຈົ່ງເບິ່ງ, ບັດນີ້ຄືເວລາ ແລະ ວັນແຫ່ງຄວາມລອດຂອງພວກທ່ານ; ແລະ ດັ່ງນັ້ນ, ຖ້າຫາກພວກທ່ານຈະກັບໃຈ ແລະ ບໍ່ເຮັດໃຈແຂງກະດ້າງແລ້ວ, ແຜນແຫ່ງການໄຖ່ອັນຍິ່ງໃຫຍ່ນີ້ຈະຖືກນຳມາຫາພວກທ່ານໂດຍທັນທີ” (ແອວມາ 34:31). ໃນອີກຄຳໜຶ່ງຄື, ຖ້າຫາກເຮົາຈະສະເໜີການເສຍສະລະແຫ່ງໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ ຕໍ່ພຣະຜູ້ເປັນເຈົ້າ, ພອນຈາກແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ ຈະຖືກໃຫ້ປະຈັກຢູ່ໃນຊີວິດຂອງເຮົາໂດຍທັນທີ.

ແຜນແຫ່ງການໄຖ່ນັ້ນເປັນໄປໄດ້ ເພາະການເສຍສະລະຂອງພຣະເຢຊູຄຣິດ. ດັ່ງ​ທີ່​ພ​ຣະ​ອົງ​ເອງ​ໄດ້​ບັນ​ຍາຍ, ການ​ເສຍ​ສະ​ລະ ໄດ້ເຮັດໃຫ້ພຣະອົງ ແມ່ນແຕ່ພຣະເຈົ້າ ຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທຸກສິ່ງທັງປວງ, ຕ້ອງສັ່ນເພາະຄວາມເຈັບປວດ, ແລະ ໂລຫິດໄຫລອອກຈາກທຸກຂຸມຂົນ, ແລະ ທົນທຸກທໍລະມານທັງພຣະກາຍ ແລະ ພຣະວິນຍານ—ແລະ ປາດຖະໜາທີ່ພຣະອົງຈະບໍ່ຕ້ອງດື່ມຈອກອັນຂົມຂື່ນນັ້ນ ແລະ ຢຸດສະຫງັກຢູ່ (ເບິ່ງ D&C 19:18).

ແລະ ເປັນເພາະການເສຍສະລະນີ້, ຫລັງຈາກໄດ້ເຮັດຕາມຂັ້ນຕອນຂອງການກັບໃຈດ້ວຍໃຈຈິງ, ແລ້ວເຮົາຈະສາມາດຮູ້ສຶກວ່າຄວາມໜັກໜ່ວງຂອງການຜິດພາດ ແລະ ບາບໄດ້ຖືກຍົກອອກໄປ. ຕາມຈິງແລ້ວ, ຄວາມ​ຮູ້​ສຶກ​ຜິດ, ຄວາມ​ເ​ຈັບ​ປວດ, ຄວາມ​ໂສກ​ເສົ້າ, ແລະ ການລົດ​ກຽດ​ຕົວ​ເອງ ໄດ້​ຖືກ​ປ່ຽນ​ເປັນ​ຈິດ​ສຳ​ນຶກ​ທີ່​ແຈ່ມ​ໃສ, ຄວາມ​ສຸກ, ຄວາມ​ຊື່ນ​ຊົມ, ແລະ ຄວາມ​ຫວັງ.

ໃນເວລາດຽວກັນ, ຂະນະທີ່ເຮົາໃຫ້ກຽດ ແລະ ກະຕັນຍູສຳລັບການເສຍສະລະຂອງພຣະອົງ, ເຮົາສາມາດໄດ້ຮັບຄວາມປາດຖະໜາທີ່ໃຫຍ່ຫລງ ແລະ ແຮງກ້າທີ່ຈະເປັນລູກທີ່ດີຂຶ້ນຂອງພຣະເຈົ້າ, ທີ່ຈະຢູ່ຫ່າງໄກຈາກບາບ, ແລະ ຮັກສາພັນທະສັນຍາດັ່ງທີ່ເຮົາບໍ່ເຄີຍເຮັດມາກ່ອນ.

ແລ້ວ, ເໝືອນດັ່ງ ເອໂນດ ຫລັງຈາກໄດ້ຮັບການໃຫ້ອະໄພບາບ, ເຮົາຈະຮູ້ສຶກເຖິງຄວາມປາດຖະໜາຢາກເສຍສະລະດ້ວຍຕົວເຮົາເອງ ແລະ ສະແຫວງຫາຄວາມຜາສຸກຂອງອ້າຍເອື້ອຍນ້ອງຂອງເຮົາ (ເບິ່ງ ເອໂນດ 1:9). ແລະ ເຮົາຈະເຕັມໃຈເຮັດຕາມຄຳເຊື້ອເຊີນ “ອີກມື້ໜຶ່ງ” ທີ່ປະທານຮາວເວີດ ດັບເບັນຢູ ຮັນເທີ ໄດ້ສະເໜີຕໍ່ເຮົາ ເມື່ອເພິ່ນໄດ້ກ່າວວ່າ: “ໃຫ້ແກ້ໄຂການໂຕ້ຖຽງກັນ. ຕາມຫາເພື່ອນຄົນໜຶ່ງທີ່ໄດ້ຫລົງລືມໄປ. ບໍ່ຖືຊາຄວາມສົງໄສ ແລະ ເອົາຄວາມໄວ້ວາງໃຈເຂົ້າມາແທນ. … ໃຫ້ຄຳຕອບທີ່ອ່ອນຫວານ. ໃຫ້ກຳລັງໃຈຄົນໜຸ່ມ. ສະແດງຄວາມຈົງຮັກພັກດີຂອງທ່ານ ໃນຄຳ​ວາ​ຈາ ແລະ ການກະທຳ. ຮັກສາຄຳສັນຍາ. ປ່ອຍຄວາມເຄືອງແຄ້ນໄປ. ໃຫ້ອະໄພສັດຕູ. ຂໍອະໄພ. ພະຍາຍາມເຂົ້າໃຈ. ສັງເກດເບິ່ງຂໍ້ຮຽກຮ້ອງ​ຂອງທ່ານຈາກຄົນອື່ນ. ຄິດເຫັນຄົນອື່ນກ່ອນ. ເປັນຄົນມີເມດຕາກະ​ລຸ​ນາ. ເປັນຄົນອ່ອນໂຍນ. ຫົວຫລິ້ນແດ່ຈັກນ້ອຍ. ສະແດງຄວາມກະຕັນຍູຂອງທ່ານ. ຕ້ອນຮັບຄົນແປກໜ້າ. ເຮັດໃຫ້ຫົວໃຈຂອງເດັກນ້ອຍເບີກບານ. … ກ່າວຄວາມຮັກຂອງທ່ານອອກມາ ແລະ ແລ້ວກ່າວມັນອອກມາອີກ” (Teachings of Presidents of the Church: Howard W. Hunter [2015], 32; adapted from “What We Think Christmas Is,” McCall’s, Dec. 1959, 82–83).

ຂໍໃຫ້ເຮົາຈົ່ງເຮັດໃຫ້ວັນເວລາຂອງເຮົາເຕັມໄປດ້ວຍຄວາມຮູ້ສືກນັ້ນ ແລະ ພະລັງທີ່ການເສຍສະລະສ່ວນຕົວ ແລະ ການເສຍສະລະທີ່ເຮົາເຮັດ ຫລື ໄດ້ຮັບຈາກຄົນອື່ນເພື່ອເຮົາ. ແລະ ໃນວິທີທາງພິເສດ, ຂໍໃຫ້ເຮົາຈົ່ງມີຄວາມສະຫງົບສຸກ ແລະ ຄວາມຊື່ນຊົມ ທີ່ການເສຍສະລະຂອງພຣະອົງດຽວທີ່ຖືກຳເນີດມອບໃຫ້ເຮົາ; ແມ່ນແລ້ວ, ຄວາມສະຫງົບສຸກທີ່ໄດ້ກ່າວເຖິງ ເມື່ອເຮົາອ່ານວ່າອາດາມຕົກເພື່ອມະນຸດຈະໄດ້ເປັນຢູ່, ແລະ ມະນຸດເປັນຢູ່—ທ່ານເປັນຢູ່—ກໍເພື່ອວ່າທ່ານຈະມີຄວາມສຸກ (ເບິ່ງ 2 ນີໄຟ 2:25). ຄວາມສຸກນັ້ນຄືຄວາມສຸກທີ່ແທ້ຈິງ ທີ່ມີພຽງແຕ່ການເສຍສະລະ ແລະ ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ຫລອດ ພຣະເຢຊູຄຣິດເທົ່ານັ້ນ ສາມາດຈັດໃຫ້ເຮົາມີໄດ້.

ຂ້າພະເຈົ້າອະທິຖານວ່າ ເຮົາຈະຕິດຕາມພຣະອົງ, ວ່າເຮົາເຊື່ອພຣະອົງ, ວ່າເຮົາຮັກພຣະອົງ, ແລະ ວ່າເຮົາຮູ້ສຶກເຖິງຄວາມຮັກທີ່ຖືກສະແດງໃຫ້ປະຈັກໂດຍການເສຍສະລະຂອງພຣະອົງ ທຸກໆເທື່ອທີ່ເຮົາມີໂອກາດທີ່ຈະມີຊີວິດຢູ່ອີກມື້ໜຶ່ງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.