​2010–2019
ກຸ່ມ​ຍິງ​ໜຸ່ມ​ໃນ​ວຽກ​ງານ
ເດືອນ​ເມສາ 2018


ກຸ່ມ​ຍິງ​ໜຸ່ມ​ໃນ​ວຽກ​ງານ

ຍິງ​ໜຸ່ມ​ທຸກ​ຄົນ​ໃນ​ສາດ​ສະ​ໜາ​ຈັກ ຄວນ​ຮູ້​ສຶກວ່າ ຕົວ​ເອງມີ​ຄຸນ​ຄ່າ, ມີ​ໂອ​ກາດ​ທີ່​ຈະ​ຮັບ​ໃຊ້, ແລະ ຮູ້​ສຶກວ່າ ນາງ​ມີ​ບາງ​ສິ່ງ​ທີ່​ດີ​ພໍ ທີ່​ຈະເອົາ​ມາ​ຊ່ວຍ​ໄດ້ ໃນ​ວຽກ​ງານນີ້.

ປີ​ແລ້ວນີ້, ໃນ​ກອງ​ປະ​ຊຸມ​ພາກ​ຖາ​ນະ​ປະ​ໂລ​ຫິດ​ສາ​ມັນ, ອະ​ທິ​ການ ແຈ​ໂຣ ໂຄ​ເຊ ໄດ້​ກ່າວ​ຕໍ່​​ຜູ້​ຊາຍ ຂອງ​ສາດ​ສະ​ໜາ​ຈັກ ໂດຍ​ການ​ອະ​ທິ​ບາຍ​ເຖິງວິ​ທີ​ທີ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ເມນ​ຄີ​ເສ​ເດັກ ເປັນ​ຫຸ້ນ​ສ່ວນ​ທີ່​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້ ໃນ​ການ​ບັນ​ລຸ​ວຽກ​ງານ​ແຫ່ງ​ຄວາມ​ລອດ.1 ຂ່າວ​ສານນັ້ນ​ໄດ້​ເປັນ​ພອນ​ທີ່​ຍິ່ງ​ໃຫຍ່ ໃນ​ການ​ຊ່ວຍ​ຊາຍ​ໜຸ່ມ ຜູ້​ດຳ​ລົງ ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ໃຫ້​ເຫັນ​ພາກ​ສ່ວນ​ຂອງ​ເຂົາ​ເຈົ້າ ໃນ​ການ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະເຈົ້າ ຢູ່​ໃນ​ໂລກນີ້. ການ​ຮັບ​ໃຊ້​ດ້ວຍ​ກັນ ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ ແລະ ນຳ​ຄວາມເຫລື້ອມ​ໃສ​ອັນ​ເລິກ​ຊຶ້ງ ແລະ ຄວາມ​ຕັ້ງ​ໃຈມາ​ສູ່​ຈິດ​ໃຈ​ຂອງ​ຊາຍ​ໜຸ່ມ ເມື່ອ​ເຂົາ​ເຈົ້າ​ເຫັນ​ວ່າ ຄຸນ​ຄ່າ​ຂອງການ​ມີ​ສ່ວນ​ຊ່ວຍ​ຂອງ​ເຂົາ​ເຈົ້າ ແລະ ວ່າວຽກ​ງານນີ້​ຍິ່ງ​ໃຫຍ່​ພຽງ​ໃດ.

ມື້ນີ້ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​​ຄຳ​ປາ​ໄສ​ຂອງ​ຂ້າ​ພະ​ເຈົ້າ​ຕື່ມ​​ໃສ່ກັບ​ຂ່າວ​ສານນັ້ນ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ກ່ຽວ​ກັບ ວ່າ​ສາດ​ສະ​ໜາ​ຈັກນີ້​​ກໍ​ຕ້ອງ​ການ​​ຍິງ​ໜຸ່ມ​ຫລາຍ​ຂະ​ໜາດ​ໃດ ແລະ ຜູ້​ທີ່ມີ​ຄວາມ​ສຳ​ຄັນ​ເທົ່າ​ທຽມ​ກັນ ໃນ​ການ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ແລະ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ເຊັ່ນ​ດຽວ​ກັບ​ອະ​ທິ​ການ ໂຄ​ເຊ, ຂ້າ​ພະ​ເຈົ້າ​ກໍ​ເຄີຍ​ອາ​ໄສ​ຢູ່​ໃນ​ສາ​ຂາ​ນ້ອຍໆຂອງ​ສາດ​ສະ​ໜາ​ຈັກຕອນ​ເປັນ​ໄວ​ລຸ້ນ, ແລະ ຂ້າ​ພະ​ເຈົ້າ​ກໍ​ມັກ​ຖືກຂໍ​ໃຫ້​ເຮັດ​ໜ້າ​ທີ່ມອບ​ໝາຍ​ຫລາຍ​ຢ່າງ ແລະ ໄດ້​ຖືກ​ເອີ້ນ​ໃຫ້​ເຮັດ​ສິ່ງ​ທີ່ ຜູ້​ໃຫຍ່​ເຮັດ. ຍົກ​ຕົວ​ຢ່າງ, ພວກ​ເຮົາ​ຜູ້​ທີ່​ຢູ່​ໃນ​ໂຄງ​ການ​ຊາວ​ໜຸ່ມ ຕ້ອງ​ໄດ້​ນຳ​ພາ​ແຜນ​ການ​ຊ່ວຍ​ເຫລືອ​ສະ​ເໝີ ແລະ ຊ່ວຍດຳ​ເນີນ​ກິດ​ຈະ​ກຳ ແລະ ໂຄງ​ການ​ພິ​ເສດ​ຂອງ​ພວກ​ເຮົາ. ພວກ​ເຮົາໄດ້​ຂຽນ​ບົດ​ລະ​ຄອນ, ຈັດ​ກຸ່ມ​ນັກ​ຮ້ອງ ເພື່ອ​ບັນເທີງ​ກິດ​ຈະ​ກຳຂອງ​ສາ​ຂາ, ແລະ ກໍ​ໄດ້​ມີ​ສ່ວນ​ຮ່ວມ ໃນ​ການ​ປະ​ຊຸມ​​ທັງ​ໝົດ​ຂອງ​ສາ​ຂາ​ນຳ​ອີກ. ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ນຳ​ເພງ ແລະ ນຳ​ພາ​ການ​ຮ້ອງ​ເພງ​ຢູ່​ໃນ​ກອງ​ປະ​ຊຸມ​​ສິນ​ລະ​ລຶກ ທຸກ​ອາ​ທິດ. ມັນ​ໄດ້ເປັນ​ປະ​ສົບ​ການ​ທີ່ພິ​ເສດແທ້ໆ ສຳ​ລັບ​ຍິງ​ສາວ ອາ​ຍຸ 16 ປີ ທີ່​​ໄດ້​ຢືນ​ຢູ່​ຕໍ່​ໜ້າ​ທຸກ​ຄົນໃນ​ສາ​ຂາ ທຸກວັນ​ອາ​ທິດ ແລະ ນຳ​ພາ​ການ​ຮ້ອງ​ເພງ​ສວດ? ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ສາ​ຂາ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ ແລະ ຮູ້​ວ່າ ຂ້າ​ພະ​ເຈົ້າ​ມີ​ບາງ​ສິ່ງ​ທີ່​ຊ່ວຍ​ໄດ້. ຜູ້​ຄົນ​ກໍເພິ່ງ​ອາ​ໄສ​ຂ້າ​ພະ​ເຈົ້າ​ໃຫ້​ມີ​ໜ້າ​ຢູ່​ທີ່ນັ້ນ, ແລະ ຂ້າ​ພະ​ເຈົ້າ​ກໍ​ດີ​ໃຈ​ຫລາຍ ທີ່​ຕົວ​ເອງ​ເປັນ​ປະ​ໂຫຍດ. ປະ​ສົບ​ການນັ້ນ ໄດ້​ຊ່ວຍ​ສ້າງ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ ເຖິງ​ພຣະ​ເຢ​ຊູ​ຄຣິດ, ແລະ ຄືກັນ​ກັບ ສິ່ງ​ທີ່​ໄດ້​ເກີດ​ກັບ​ອະ​ທິ​ການ ໂຄ​ເຊ, ມັນ​ໄດ້​ເປັນ​ສິ່ງ​ຄ້ຳ​ຈູນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ໃນ​ການ​ຮັບ​ໃຊ້​ພຣະ​ກິດ​ຕິ​ຄຸນ.

ສະ​ມາ​ຊິກ​ແຕ່​ລະ​ຄົນ ຄວນ​ຮູ້​ຈັກ​ວ່າ ສາດ​ສະ​ໜາ​ຈັກ​ຕ້ອງ​ການ ເຂົາ​ເຈົ້າ​ຫລາຍ​ຂະ​ໜາດ​ໃດ. ແຕ່​ລະ​ຄົນ​ກໍ​ມີ​ບາງ​ສິ່ງ​ທີ່ສຳ​ຄັນ ທີ່​ຈະ​ເອົາ​ມາ​ຊ່ວຍ​ໄດ້ ແລະ ມີ​ພອນ​ສະ​ຫວັນ ແລະ ຄວາມ​ສາ​ມາດ​ພິ​ເສດ ທີ່​ຈະ​ຊ່ວຍ​ໃຫ້ ວຽກ​ງານທີ່​ສຳ​ຄັນນີ້​ກ້າວ​ໄປ​ຂ້າງ​ໜ້າ. ຊາຍ​ໜຸ່ມ​ຂອງ​ເຮົາ ມີ​ໜ້າ​ທີ່​ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຊຶ່ງ​ມີ​ບັນ​ຍາຍ​ໄວ້​ຢູ່​ໃນ Doctrine and Covenants ຊຶ່ງ​ຈະ ເຫັນ​ໄດ້. ມັນ​ອາດບໍ່​ແຈ່ມ​ແຈ້ງ​ປານ​ໃດ​ຕໍ່​ຍິງ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ, ຕໍ່​ພໍ່​ແມ່, ແລະ ຕໍ່​ຜູ້​ນຳ​ຂອງ​ເຂົາ​ເຈົ້າ, ຈາກ​ເວ​ລາ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາເປັນ​ຕົ້ນ​ມາ, ຍິງ​ໜຸ່ມ​ກໍ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແຫ່ງ​ພັນ​ທະ​ສັນ​ຍາ ທີ່​ຈະ “ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ; ແທ້​ຈິງ​ແລ້ວ, ຈະ​ປອບ​ໃຈ​ຄົນ​ທີ່​ຕ້ອງ​ການ​ຄວາມ​ປອບ​ໃຈ, ແລະ ຈະ​ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ເວ​ລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ​ທີ່​ພວກ​ທ່ານ​ຢູ່, ເຖິງ​ແມ່ນ​ຈົນ​ເຖິງ​ຄວາມ​ຕາຍ.”2 ຍິງໜຸ່ມ​ມີ​ໂອ​ກາດ​ທີ່​ຈະ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເຫລົ່າ​ນີ້ ໃນ​ຫວອດ ແລະ ໃນ​ສາ​ຂາ​ຂອງພວກ​ນາງ ແລະ ເມື່ອ​ພວກ​ນາງຮັບ​ໃຊ້​ໃນຝ່າຍ​ປະ​ທານ​ຫ້ອງ, ໃນ​ສະ​ພາ​ຊາວ​ໜຸ່ມ, ແລະ ໃນ​ການ​ເອີ້ນ​ອື່ນໆ. ຍິງ​ໜຸ່ມ​ທຸກ​ຄົນ​ໃນ​ສາດ​ສະ​ໜາ​ຈັກ ຄວນ​ຮູ້​ສຶກວ່າ​​ຕົວ​ເອງມີ​ຄຸນ​ຄ່າ, ມີ​ໂອ​ກາດ​ທີ່​ຈະ​ຮັບ​ໃຊ້, ແລະ ຮູ້​ສຶກວ່າ ນາງ​ມີ​ບາງ​ສິ່ງ​ທີ່​ດີ​ພໍ ທີ່​ຈະເອົາ​ມາ​ຊ່ວຍ​ໄດ້ ໃນ​ວຽກ​ງານນີ້.

ໃນ​ປຶ້ມ​ຄູ່​ມື 2, ເຮົາ​ຮຽນ​ຮູ້​ວ່າ ວຽກ​ງານ​ແຫ່ງ​ຄວາມ​ລອດ​ພາຍ​ໃນ​ຫວອດ​ຂອງ​ເຮົາ ແມ່ນ​ຮ່ວມ​ດ້ວຍ “ວຽກ​ງານ​ການ​ເຜີຍ​ແຜ່​ຂອງ​ສະ​ມາ​ຊິກ, ການ​ຮັກ​ສາ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໄວ້, ແລະ ການ​ນຳ​ສະ​ມາ​ຊິກ​ທີ່​ບໍ່​ເຂັ້ມ​ແຂງ​ກັບ​ຄືນ​ມາ, ວຽກ​ງານ​ພຣະ​ວິ​ຫານ ແລະ ການ​ສືບ​ປະ​ຫວັດ​ຄອບ​ຄົວ, ແລະ ສອນ​ພຣະ​ກິດ​ຕິ​ຄຸນ.”3 ວຽກ​ງານນີ້​ຖືກ​ຊີ້​ນຳ​ໂດຍ​ອະ​ທິ​ການ​ທີ່​ຊື່​ສັດ​ຂອງ​ເຮົາ, ຜູ້​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ສຳ​ລັບ​ຫວອດ​ຂອງ​ຕົນ. ບັດ​ນີ້ ມັນເປັນ​ເວ​ລາ​ຫລາຍ​ປີ ທີ່​ຝ່າຍ​ປະ​ທານ​ຂອງ​ເຮົາ ໄດ້​ຖາມວ່າ, “ສິ່ງ​ທີ່​ກ່າວ​ມານັ້ນ ມີ​ສິ່ງ​ໃດ​ແດ່ ທີ່​ກຸ່ມ​ຍິງ​ໜຸ່ມ​ຂອງ​ພວກ​ເຮົາ ບໍ່​ຄວນ ມີ​ສ່ວນ​ກ່ຽວ​ຂ້ອງ?” ຄຳ​ຕອບ​ແມ່ນ ພວກ​ນາງ​ມີ​ບາງ​ສິ່ງ​ທີ່​ຈະ​ເອົາ​ມາ​ຊ່ວຍ ໃນ ທຸກ​ຢ່າງ ຂອງວຽກ​ງານນີ້.

ຍົກ​ຕົວ​ຢ່າງ, ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຍິງ​ໜຸ່ມ​ຫລາຍ​ຄົນ ຢູ່ເຂດ ລາສ໌ ເວ​ກາສ໌ ຜູ້​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້ ເປັນ​ຜູ້​ໃຫ້​ຄຳ​ແນະ​ນຳ​ປະ​ຈຳ​ຫວອດ ເລື່ອງ​ພຣະ​ວິ​ຫານ ແລະ ການ​ສືບ​ປະ​ຫວັດຄອບ​ຄົວ. ພວກ​ນາງ​ເຕັມ​ໄປ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ ທີ່​ຈະ​ສາ​ມາດ​ສິດສອນ ແລະ ຊ່ວຍ​ສະ​ມາ​ຊິກ​ຫວອດ ຊອກ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ. ພວກ​ນາງ​ມີ​ຄວາມ​ຊຳ​ນານ​ທີ່​ມີ​ຄ່າ​ຫລາຍ ເລື່ອງ​ຄອມ​ພິວ​ເຕີ, ຮູ້​ຈັກ​ວິ​ທີ​ໃຊ້ FamilySearch, ແລະ ກໍ​ຕື່ນ​ເຕັ້ນ​ຫລາຍ ທີ່​ຈະ​ໄດ້​ແບ່ງ​ປັນ​ຄວາມ​ຮູ້ ໃຫ້​ກັບ​ຄົນ​ອື່ນ. ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ ພວກ​ນາງ​ມີ​ປະ​ຈັກ​ພະ​ຍານ ແລະ ເຂົ້າ​ໃຈ ເຖິງ​ຄວາມ​ສຳ​ຄັນ ທີ່​ຈະ​ຊອກ​ຫາ​ລາຍ​ຊື່​ຂອງ​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຮົາ ເພື່ອ​ວ່າ​ພິ​ທີ​ການ​ຊ່ວຍ​ໃຫ້​ລອດ​ທີ່​ຈຳ​ເປັນ ຈະ​ຖືກ​ກະ​ທຳ​ແທນ​ເຂົາ​ເຈົ້າ ໃນ​ພຣະ​ວິ​ຫານ.

ຫລາຍ​ເດືອນ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ໄປ​ທົດ​ສອບແນວ​ຄິດ ກັບ​ຍິງ​ໜຸ່ມ​ສອງ​ຄົນ ອາ​ຍຸ 14 ປີ. ຂ້າ​ພະ​ເຈົ້າ​ໄດ້​ເອົາ​ໃບ​ລາຍ​ການ​ແທ້ໆ​ຂອງ​ສະ​ພາ​ຫວອດ​ໄປ​ໃຫ້​ນາງ​ເອມ​ມາ ແລະ ນາງແມກ​ກີ. ຂ້າ​ພະ​ເຈົ້າ​ໄດ້​ຂໍ​ໃຫ້​ພວກ​ນາງ​ອ່ານ​ໃບ​ລາຍ​ການ ແລະ ເບິ່ງ​ວ່າ​ມີ​ສິ່ງ​ໃດ​ບໍ່​ຈາກ​ສະ​ພາ​ຫວອດ ທີ່​ຕ້ອງ​ໄດ້​ເຮັດ ອັນ​ທີ່​ພວກ​ນາງ​ສາ​ມາດ​ຊ່ວຍ​ເຫລືອ. ນາງ​ເອມ​ມາ ໄດ້​ເຫັນ​ວ່າ ຄອບ​ຄົວ​ໃໝ່​ຄອບ​ຄົວ​ໜຶ່ງ ຫາ​ກໍ​ຍ້າຍ​ມາ​ຢູ່​ໃນ​ຫວອດ, ແລະ ນາງ​ໄດ້​ເວົ້າ​ວ່າ ນາງ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ຍ້າຍ​ເຂົ້າ​ບ້ານ ແລະ ຈັດ​ມ້ຽນ​ສິ່ງ​ຂອງ. ນາງ​ຄິດ​ວ່າ ນາງ​ສາ​ມາດ​ເປັນ​ເພື່ອນກັບ​ລູກໆ​ໃນ​ຄອບ​ຄົວ​ນັ້ນ​ໄດ້ ແລະ ພາ​ເຂົາ​ເຈົ້າ​ເລາະ​ເບິ່ງ​ໂຮງ​ຮຽນ​ໃໝ່. ນາງ​ໄດ້ເຫັນ​ວ່າ ຈະ​ມີ​ງານ​ຮັບ​ປະ​ທານ​ອາ​ຫານ​ຄ່ຳ ຢູ່​ຫວອດ​ໃນ​ມໍ່ໆ​ນັ້ນ ແລະ ນາງ​ຮູ້​ສຶກວ່າ ມີ​ຫລາຍ​ວິ​ທີ​ທາງ ທີ່​ນາງ​ພໍຊ່ວຍ​ໄດ້.

ນາງ​ແມກ​ກີ ໄດ້​ເຫັນ​ວ່າ ມີ​ຜູ້​ອາ​ວຸ​ໂສ​ຫລາຍ​ຄົນ​ຢູ່​ໃນ​ຫວອດ ທີ່ຢາກ​ໃຫ້​ຄົນ​ໄປ​ຢ້ຽມ​ຢາມ ແລະ ຜູກ​ມິດ. ນາງ​ໄດ້​ເວົ້າ​ວ່າ ນາງ​ຢາກ​ໄປ​ຢ້ຽມ​ຢາມ ແລະ ຊ່ວຍ​ເຫລືອ ສະ​ມາ​ຊິກ​ຜູ້​ອາ​ວຸ​ໂສ ທີ່​ດີ​ເລີດ​ເຫລົ່າ​ນີ້. ນາງ​ກໍ​ໄດ້​ຮັບ​ການ​ດົນ​ໃຈ​ອີກວ່າ ນາງ​ຄວນ​ຊ່ວຍ​ສອນ​ສະ​ມາ​ຊິກ​ຫວອດ ໃຫ້​ຮູ້​ຈັກ​ຈັດ​ຕັ້ງ ແລະ ເຂົ້າ​ຫາການ​ສື່​ສານມວນ​ຊົນນຳ​ອີກ. ບໍ່​ມີ​ສິ່ງ​ໃດ​ຢູ່​ໃນ​ໃບ​ລາຍ​ການນັ້ນ ທີ່​ຍິງ​ໜຸ່ມ​ທັງ​ສອງ ບໍ່​ສາ​ມາດ ຊ່ວຍ​ເຮັດໄດ້!

ຜູ້​ທີ່​ນັ່ງ​ຢູ່​ໃນ​ສະ​ພາ​ຫວອດ, ຫລື ຜູ້​ມີ​ໜ້າ​ທີ່​ໃນ​ຫວອດ, ເຫັນ​ກຸ່ມ​ຍິງ​ໜຸ່ມ​ວ່າ ເປັນ​ແຫລ່ງ​ທີ່​ສຳ​ຄັນ​ຢູ່​ບໍ ໃນ​ການ​ສະ​ໜອງ​ຄວາມ​ຕ້ອງ​ການ​ຫລາຍໆ​ຢ່າງ ຢູ່​ໃນ​ຫວອດ​ຂອງ​ເຮົາ? ຕາມ​ປົກ​ກະ​ຕິ​ແລ້ວ ມັນ​ມີ​ລາຍ​ການ​ເຕັມ​ໜ້າ ກ່ຽວ​ກັບ​ສະ​ພາບ​ການ ທີ່​ຮຽກ​ຮ້ອງ​ໃຫ້​ບາງ​ຄົນ​ຮັບ​ໃຊ້, ແລະ ເຮົາ​ມັກ​ຄິດ​ວ່າ ​ມັນ​ແມ່ນ​ວຽກ​ຂອງ​ຜູ້​ໃຫຍ່​ໃນ​ຫວອດ​ເທົ່າ​ນັ້ນ ທີ່​ຈະ​ເຮັດ​. ເຊັ່ນ​ດຽວ​ກັບ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ທຳ​ງານ​ຮ່ວມ​ກັບ​ພໍ່ ແລະ ຜູ້​ຊາຍ​ຄົນ​ອື່ນໆ ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ກຸ່ມ​ຍິງ​ໜຸ່ມ​ຂອງ​ເຮົາ​ກໍ​ຄື​ກັນ ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້ ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ສະ​ມາຊິກ​ຫວອດ ກັບ​ແມ່​ຂອງ​ພວກ​ນາງ ຫລື ກັບ​ເອື້ອຍ​ນ້ອງ​ທີ່​ເປັນ​ຕົວ​ຢ່າງ​ຄົນ​ອື່ນໆ. ພວກ​ນາງ​ມີ​ຄວາມ​ສາ​ມາດ, ກະ​ຕື​ລື​ລົ້ນ, ແລະ ເຕັມ​ໃຈ ຫລາຍກວ່າ​ການ​ພຽງ​ແຕ່​ໄປ​ໂບດ​ໃນ​ວັນ​ອາ​ທິດ​ເທົ່າ​ນັ້ນ!

ຮູບ​ພາບ
ຍິງ​ໜຸ່ມ​ຊ່ວຍ​ຫອບ​ສິ່ງ​ຂອງ​ຈາກ​ຕະ​ຫລາດ
ຮູບ​ພາບ
ຍິງ​ໜຸ່ມ​ກຳ​ລັງຮັບ​ໃຊ້
ຮູບ​ພາບ
ຍິງ​ໜຸ່ມ​ຊ່ວຍ​ເລື່ອງ​ຄອມ​ພິວ​ເຕີ
ຮູບ​ພາບ
ຍິງ​ໜຸ່ມ​ທຳ​ຄວາມ​ສະ​ອາດ
ຮູບ​ພາບ
ຍິງ​ໜຸ່ມ​ນຳ​ພາ​ເພງ
ຮູບ​ພາບ
ຍິງ​ໜຸ່ມ​ກຳ​ລັງ​ສອນ
ຮູບ​ພາບ
ຍິງ​ໜຸ່ມ​ໃສ່​ເສື້ອທີ່​ຂຽນ​ວ່າ ມື​ທີ່​ຊ່ວຍ​ເຫລືອ
ຮູບ​ພາບ
ກຸ່ມຍິງ​ໜຸ່ມ​ທັກ​ທາຍ​ຢູ່​ທີ່​ໂບດ

ເມື່ອ​ເຮົາ​ພິ​ຈາ​ລະ​ນາ​ເບິ່ງ​ບົດ​ບາດ​ທີ່​ກຸ່ມ​ຍິງ​ໜຸ່ມ​ຂອງ​ເຮົາ​ຈະ​ມີ​ໃນ​ອະ​ນາ​ຄົດ​ໃນ​ມໍ່ໆ​ນັ້ນ, ເຮົາ​ອາດ​ຖາມ​ຕົວ​ເອງວ່າ ມີ​ປະ​ສົບ​ການ​ໃດ​ແດ່​ທີ່​ເຮົາ​ຄວນ​ຈັດ​ຫາ​ໃຫ້​ພວກ​ນາງໃນ​ເວ​ລານີ້ ທີ່​ຈະ​ຊ່ວຍ​ຕຽມ​ພວກ​ນາງ​ໃຫ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ, ເປັນ​ຄູ​ສອນ​ພຣະ​ກິດ​ຕິ​ຄຸນ, ເປັນ​ຜູ້​ນຳ​ໃນ​ອົງ​ການ​ຊ່ວຍ​ເຫລືອ ຂອງ​ສາດ​ສະ​ໜາ​ຈັກ, ເປັນ​ພະ​ນັກ​ງານ​ພຣະ​ວິ​ຫານ, ເປັນພັນ​ລະ​ຍາ, ເປັນ​ແມ່, ເປັນ​ຜູ້​ແນະ​ນຳ, ເປັນ​ຕົວ​ຢ່າງ, ແລະ ເປັນ​ເພື່ອນ. ຕາມ​ຈິງ​ແລ້ວ ພວກ​ນາງ​ສາ​ມາດ​ເລີ່ມ​ຕົ້ນ​ໃນ​ເວ​ລານີ້ ເພື່ອ​ຕຽມ​ຮັບ​ເອົາບົດ​ບາດ​ຫລາຍ​ຢ່າງ​ເຫລົ່າ​ນັ້ນ. ຊາວ​ໜຸ່ມ​ມັກ​ຖືກຂໍ​ຮ້ອງ​ໃຫ້ຊ່ວຍ​ສອນ​ບົດ​ຮຽນ​ເລື້ອຍໆ ໃນ​ວັນ​ອາ​ທິດ ຢູ່​ຫ້ອງ​ຂອງ​ພວກ​ເຂົາ. ຕອນນີ້ ໂອ​ກາດ​ມາ​ເຖິງ​ແລ້ວ ສຳ​ລັບ​ກຸ່ມ​ຍິງ​ໜຸ່ມ ທີ່​ຈະ​ຮັບ​ໃຊ້ ໃນພຣະ​ວິ​ຫານ ຊຶ່ງ​ແຕ່​ກ່ອນ​ໄດ້​ເຮັດໂດຍ​ພະ​ນັກ​ງານພຣະ​ວິ​ຫານ ຫລື ຜູ້​ອາ​ສາ​ສະ​ໝັກ ຕອນ​ເຂົາ​ເຈົ້າ​ໄປ​ພຣະ​ວິ​ຫານ​ນຳກຸ່ມ​ຊາວ​ໜຸ່ມ​ຂອງ​ຕົນ ເພື່ອ​ຮັບ​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ. ບັດ​ນີ້ ເດັກ​ນ້ອຍ​ຜູ້​ຍິງ​ໃນ​ຊັ້ນ​ປະ​ຖົມ​ໄວ ກໍ​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ຮ່ວມ​ການ​ປະ​ຊຸມ​ກ່ຽວ​ກັບ​ພຣະ​ວິ​ຫານ ແລະ ການ​ຕຽມ​ຂອງຖາ​ນະ​ປະ​ໂລ​ຫິດ, ຊຶ່ງ​ຈະ​ຊ່ວຍ​ພວກ​ນາງ​ໃຫ້​ເຂົ້າ​ໃຈ​ວ່າ ພວກ​ນາງ​ກໍ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ໃນ​ວຽກ​ງານ​ຂອງຖາ​ນະ​ປະ​ໂລ​ຫິດ ເພື່ອ​ນຳ​ພາ​ມັນ​ໄປ​ໜ້າ. ພວກ​ນາງ​ກຳ​ລັງຮຽນ​ຮູ້​ວ່າ ຊາຍ, ຍິງ, ຊາວ​ໜຸ່ມ, ແລະ ເດັກ​ນ້ອຍ ທຸກ​ຄົນ​ສາ​ມາດ​ມີ​ສ່ວນ​ຮ່ວມ ໃນ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ທຸກ​ຄົນ​ສາ​ມາດ​ມີ​ບົດ​ບາດ ໃນ​ການ​ນຳ​ພາ​ວຽກ​ງານ​ຂອງພຣະ​ຜູ້​ເປັນ​ເຈົ້າ ໄປ​ຂ້າງ​ໜ້າ​ໄດ້.

ອະ​ທິ​ການ​ທັງ​ຫລາຍ, ພວກ​ເຮົາ​ຮູ້​ຈັກ​ວ່າ ສ່ວນ​ຫລາຍ​ແລ້ວ ໜ້າ​ທີ່​ຂອງ​ທ່ານນັ້ນແມ່ນ​ໜັກ​ໜ່ວງ, ແຕ່ຄື​ກັນ​ກັບ ຄວາມ​ສຳ​ຄັນ​ທີ່​ສູງ​ສຸດ​ຢ່າງ​ໜຶ່ງ​ຂອງ​ທ່ານ ແມ່ນ​ດູ​ແລ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ປຶ້ມ ຄູ່​ມື 2 ອະ​ທິ​ບາຍວ່າ “ອະ​ທິ​ການ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ ເປັນ​ຜູ້ໃຫ້​ການນຳພາ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ ສຳ​ລັບອົງ​ການ​ຍິງ​ໜຸ່ມ​ສາ​ມັນ. ພວກ​ເພິ່ນ​ຈະ​ດູ​ແລ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຍິງ​ໜຸ່ມ​ແຕ່​ລະ​ຄົນ, ທຳ​ງານ​ຢ່າງ​ໃກ້​ຊິດ​ກັບ​ພໍ່​ແມ່​ຂອງ​ຍິງ​ໜຸ່ມ ແລະ ຜູ້​ນຳ​ກຸ່ມ​ຍິງ​ໜຸ່ມ ໃນ​ວຽກ​ງານນີ້.” ມັນ​ຍັງ​ບອກອີກວ່າ, “ອະ​ທິ​ການ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ ຈະ​ຕ້ອງມາ​ຮ່ວມ​ການ​ປະ​ຊຸມ, ການ​ຮັບ​ໃຊ້, ແລະ ກິດ​ຈະ​ກຳ​ຂອງ​ກຸ່ມ​ຍິງ​ໜຸ່ມ ເປັນ​ປະ​ຈຳ.”4 ພວກ​ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ​ສຳ​ລັບ​ອະ​ທິ​ການ ຜູ້​ສະ​ລະ​ເວ​ລາ​ມາ​ຢ້ຽມ​ຢາມ​​ຫ້ອງ​ຮຽນກຸ່ມ​ຍິງ​ໜຸ່ມ ແລະ ໃຫ້​ໂອ​ກາດ​ກຸ່ມ​ຍິງ​ໜຸ່ມ ເປັນ​ຫລາຍກວ່າ​ຜູ້​ນັ່ງເບິ່ງ​ຄົນ​ອື່ນ​ເຮັດວຽກ​ເທົ່າ​ນັ້ນ. ຂອບ​ໃຈ ທີ່ເຮັດ​ໃຫ້ແນ່​ໃຈ​ວ່າ ກຸ່ມ​ຍິງ​ໜຸ່ມ​ເປັນ​ພາກ​ສ່ວນ​ທີ່​ມີ​ຄ່າ ໃນ​ການ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ສະ​ມາ​ຊິກ​ຫວອດ! ໂອ​ກາດ​ເຫລົ່າ​ນີ້ ທີ່​ຈະ​ຮັບ​ໃຊ້ ໃນ​ວິ​ທີ​ທີ່​ມີ​ຄວາມ​ໝາຍ ຈະ​ເປັນ​ພອນ​ໃຫ້​ແກ່​ພວກ​ນາງ ຫລາຍກວ່າ​ກິດ​ຈະ​ກຳ ທີ່​ສະ​ໜຸກ​ສະ​ໜານເທົ່າ​ນັ້ນ.

ຕໍ່​ພວກ​ເຈົ້າ, ກຸ່ມ​ຍິງ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ, ຊ່ວງໄລ​ຍະ​ທີ່​ເປັນ​ໄວ​ລຸ້ນ​ຂອງ​ພວກ​ເຈົ້າ ສາ​ມາດ​ເປັນ​ເວ​ລາ​ທີ່​ຫຍຸ້ງ​ຍາກຫລາຍ ແລະ ທ້າ​ທາຍ​ຕະ​ຫລອດ. ພວກ​ເຮົາໄດ້​ສັງ​ເກດ​ເຫັນ​ວ່າ ພວກ​ເຈົ້າ​ຫລາຍ​ຄົນ ກຳ​ລັງ​ດີ້ນ​ລົນ​ກັບ​ບັນ​ຫາ​ເລື່ອງຄຸນ​ຄ່າ​ຂອງ​ຕົວ​ເອງ, ມີ​ຄວາມກັງ​ວົນ, ແລະ ມີ​ຄວາມ​ກົດ​ດັນ​ຫລາຍ, ແລະ ບາງ​ທີ​ແມ່ນ​ແຕ່ ເສົ້າ​ໃຈ. ການຫັນ​ແນວ​ຄິດ​ໄປ​ຫາ​ຄົນ​ອື່ນ, ແທນ​ທີ່​ຈະ​ຄິດ​ກ່ຽວ​ກັບ​ບັນ​ຫາ​ຂອງ​ຕົວ​ເອງ, ອາດບໍ່​ຊ່ວຍ​ແກ້​ໄຂ​ບັນ​ຫາ​ທັງ​ໝົດ, ແຕ່​ການ​ຮັບ​ໃຊ້ ສາ​ມາດ​ແບ່ງ​ເບົາ​ພາ​ລະ​ຂອງ​ພວກ​ເຈົ້າ ແລະ ເຮັດ​ໃຫ້​ການ​ທ້າ​ທາຍ​ຂອງ​ພວກ​ເຈົ້າ ເບິ່ງ​ຄື​ວ່າ​ງ່າຍ​ຂຶ້ນ. ວິ​ທີ​ທີ່​ດີ​ທີ່​ສຸດ​ຢ່າງ​ໜຶ່ງ ໃນ​ການ​ເພີ່ມ​ຄວາມ​ຮູ້​ສຶກວ່າ​ຕົວ​ເອງ​ມີ​ຄຸນ​ຄ່າ ແມ່ນ​ການ​ສະ​ແດງ​ອອກ, ຜ່ານ​ທາງ​ຄວາມ​ເປັນ​ຫ່ວງ ແລະ ການ​ຮັບ​ໃຊ້​ຂອງ​ເຮົາ ຕໍ່​ຄົນ​ອື່ນ, ວ່າ​ເຮົາ​ມີ​ຫລາຍ​ສິ່ງທີ່​ມີ​ຄຸນ​ຄ່າ ທີ່​ຈະ​ເອົາ​ມາ​ຊ່ວຍ​ໄດ້.5 ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ພວກ​ເຈົ້າຍິງ​ໜຸ່ມ​ທັງ​ຫລາຍ ໃຫ້​ຍົກ​ມື​ຂຶ້ນ ແລະ ລົງ​ມື​ປະ​ຕິ​ບັດ ເມື່ອ​ພວກ​ເຈົ້າ​ເຫັນ​ສິ່ງ​ໃດ ທີ່​ຢູ່​ອ້ອມ​ຮອບ​ພວກ​ເຈົ້າ ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ. ເມື່ອ​ພວກ​ເຈົ້າ​ເຮັດໜ້າ​ທີ່​ຮັບ​ຜິດ​ຊອບ​ແຫ່ງ​​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຈົ້າ ແລະ ມີ​ສ່ວນ​ຮ່ວມ​ໃນ​ການ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ແລ້ວ​ພອນ​ຈະ​ຫລັ່ງ​ໄຫລ​ມາສູ່​ຊີ​ວິດ​ຂອງ​ພວກ​ເຈົ້າ ແລະ ພວກ​ເຈົ້າ​ຈະ​ພົບ​ເຫັນ​ຄວາມ​ສຸກ​ທີ່​ເລິກ​ຊຶ້ງ ແລະ ຍືນ​ຍົງ ຂອງ​ການ​ເປັນ​ສາ​ນຸ​ສິດ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຍິງ​ໜຸ່ມ​ຂອງ​ພວກ​ເຮົາ​ແມ່ນໜ້າ​ອັດ​ສະ​ຈັນ​ໃຈ​ຫລາຍແທ້ໆ. ພວກ​ນາງ​ມີ​ພອນ​ສະ​ຫວັນ, ມີຄວາມ​ກະ​ຕື​ລື​ລົ້ນ​ທີ່ບໍ່​ມີ​ຂອບ​ເຂດ, ແລະ ມີ​ພະ​ລັງ, ແລະ ພວກ​ນາງມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ເປັນ​ຫ່ວງ​ເປັນ​ໃຍ. ພວກ​ນາງ ຢາກ ຊ່ວຍ​ຮັບ​ໃຊ້. ພວກ​ນາງ​ຢາກ​ຮູ້​ວ່າ ພວກ​ນາງ​ມີ​ຄ່າ ແລະ ສຳ​ຄັນ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ. ເຊັ່ນ​ດຽວ​ກັບ​ກຸ່ມ​ຊາຍ​ໜຸ່ມ​ກຳ​ລັງຕຽມ​ຕົວ​ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ສຳ​ລັບ​ການ​ຮັບ​ໃຊ້​ທີ່​ສຳ​ຄັນກວ່າ ເມື່ອ​ເຂົາ​ເຈົ້າ ກ້າວ​ໜ້າ​ໄປ​ສູ່​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ກຸ່ມ​ຍິງ​ໜຸ່ມ​ຂອງ​ເຮົາ ກໍ​ກຳ​ລັງ​ຕຽມ​ຕົວ ທີ່​ຈະ​ກາຍ​ເປັນ​ສະ​ມາ​ຊິກ ຂອງ​ອົງ​ການ​ສະ​ຕີ​ທີ່ ຍິ່ງ​ໃຫຍ່​ທີ່​ສຸດ ຢູ່​ໃນ​ໂລກ​ຄືກັນ—ນັ້ນ​ຄື ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ. ໂດຍ​ພ້ອມ​ພຽງ​ກັນ, ກຸ່ມ​ຍິງ​ໜຸ່ມ ແລະ ຊາຍ​ໜຸ່ມທີ່​ໜ້າ​ຮັກ, ເຂັ້ມ​ແຂງ, ແລະ ຊື່​ສັດ ກຳ​ລັງ​ຕຽມ​ຕົວ​ທີ່​ຈະ ເປັນ​ພັນ​ລະ​ຍາ ແລະ ເປັນ​ສາ​ມີ, ເປັນ​ແມ່ ແລະ ເປັນ​ພໍ່ ຜູ້​ທີ່ຈະ​ລ້ຽງ​ດູ​ຄອບ​ຄົວ​ຢ່າງ​ມີ​ຄ່າ​ຄວນ ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ ຂອງ​ພຣະ​ເຈົ້າ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ວຽກ​ງານ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແມ່ນ​ເພື່ອ​ນຳ​ຄວາມ​ເປັນ ອະມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ ມາ​ໃຫ້ ລູກໆ​ຂອງ​ພຣະ​ອົງ.6 ກຸ່ມ​ຍິງ​ໜຸ່ມ​ທີ່​ປະ​ເສີດ​ຂອງ​ເຮົາ ມີ​ບົດ​ບາດ​ທີ່​ສຳ​ຄັນ​ຫລາຍ ໃນ​ການ​ຊ່ວຍ​ບັນ​ລຸ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່ນີ້. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.