​2010–2019
ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ
ເດືອນ​ເມສາ 2018


ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ດ້ວຍ​ສຸດ​ໃຈ​ວ່າ ທ່ານ​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ, ຊຶ່ງ​ຖືກ​ສົ່ງ​ມາ​ຫາ​ທ່ານ ດ້ວຍ​ຄວາມ​ເພື່ອ​ແຜ່.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ໂອ​ກາດ​ທີ່​ໄດ້​ມາ​ກ່າວ​ກັບ​ທ່ານ ໃນ​ວັນ​ຊະ​ບາ​ໂຕ​ຂອງ​ພຣະ​ເຈົ້າ, ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຂອງ​ສາດ​ສະ​ໜາ​ຈັກ, ໃນ​ເທດ​ສະ​ການ​ບຸນ​ອິດ​ສະ​ເຕີນີ້. ຂ້າ​ພະ​ເຈົ້າ​ຂໍ​ຂອບ​ພຣະ​ໄທ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ສຳ​ລັບ​ຂອງ​ປະ​ທານ​ທີ່​ເປັນ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ຜູ້​ໄດ້​ອາ​ສາ​ສະ​ໝັກ​ມາ​ສູ່​ໂລກ ເພື່ອ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ທີ່​ຮູ້​ວ່າ ພຣະ​ອົງ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ ແລະ ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ. ທຸກວັນ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ ທີ່​ຮູ້​ວ່າ, ເປັນ​ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ຂ້າ​ພະ​ເຈົ້າ​ຈະ​ຟື້ນ​ຄືນ​ຊີ​ວິດ ໃນ​ມື້​​ໜຶ່ງ ແລະ ມີ​ຊີ​ວິດ​ຕະ​ຫລອດ​ການ ໃນ​ຄອບ​ຄົວ​ທີ່​ຮັກ​ແພງ​ກັນ.

ຂ້າ​ພະ​ເຈົ້າ​ຮູ້​ສິ່ງ​ເຫລົ່າ​ນັ້ນ ໂດຍ ພຽງ​ວິ​ທີ​ດຽວ ທີ່​ເຮົາ​ທຸກ​ຄົນ​ສາ​ມາດ​ຮູ້​ໄດ້. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ກ່າວ​ແກ່​ຄວາມ​ຄິດ ແລະ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ສິ່ງ​ເຫລົ່າ​ນັ້ນ​ເປັນ​ຄວາມ​ຈິງ—ບໍ່​ແມ່ນ​ພຽງ​ເທື່ອ​ດຽວ, ແຕ່ເລື້ອຍໆ. ຂ້າ​ພະ​ເຈົ້າ​ຕ້ອງ​ການ ການປອບ​ໂຍນນັ້ນ​ຕະ​ຫລອດ​ໄປ. ເຮົາ​ທຸກ​ຄົນ​ເຄີຍ​ປະ​ສົບ​ກັບ​ຄວາມ​ເສົ້າ​ໃຈ ຊຶ່ງ​ໃນ​ລະ​ຫວ່າງນັ້ນ ເຮົາ​ກໍ​ຕ້ອງ​ການ​ຄວາມ​ໝັ້ນ​ໃຈ​ຈາກ​ພຣະ​ວິນ​ຍານ. ມີ​ມື້​ໜຶ່ງ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຊັ່ນ​ນັ້ນ ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ ຢືນ​ຢູ່​ກັບ​ພໍ່​ຂອງ​ຂ້າ​ພະ​ເຈົ້າ ຢູ່​ໂຮງ​ໝໍ. ພວກ​ເຮົາ​ໄດ້​ເບິ່ງ​ແມ່​ຫາຍ​ໃຈ​ຫອບ​ສອງ​ສາມ​ເທື່ອ—ແລ້ວ​ກໍ​ຢຸດໄປ. ໃນ​ຂະ​ນະ​ທີ່​ພວກ​ເຮົາ​ຫລຽວ​ເບິ່ງ​ໃບ​ໜ້າ​ຂອງ​ແມ່, ເພິ່ນ​ຍິ້ມ​ໃນ​ຕອນ​ທີ່​ຄວາມ​ເຈັບ​ປວດ​ກຳ​ລັງ​ຫາຍ​ໄປ. ຫລັງ​ຈາກ​ໄດ້​ມິດ​ງຽບ​ຢູ່​ບຶດ​ໜຶ່ງ, ພໍ່​ໄດ້​ເວົ້າ​ກ່ອນ​ໝູ່. ເພິ່ນ​ເວົ້າ​ວ່າ, “ນາງນ້ອຍໄດ້ກັບເມືອບ້ານແລ້ວ.”

ເພິ່ນ​ໄດ້​ເວົ້າ​ຄ່ອຍໆ. ເບິ່ງ​ຄື​ວ່າ ເພິ່ນ​ຢູ່​ໃນ​ຄວາມ​ສະ​ຫງົບ. ເພິ່ນ​ໄດ້​ລາຍ​ງານບອກ ວ່າ​ບາງ​ສິ່ງ​ທີ່​ເພິ່ນ​ຮູ້ ເປັນ​ຄວາມ​ຈິງ. ເພິ່ນ​ໄດ້​ເລີ່ມ​ຕົ້ນ​ເກັບ​ເອົາ​ສິ່ງ​ຂອງ​ສ່ວນ​ຕົວ​ຂອງ​ແມ່​ຢ່າງ​ງຽບໆ. ເພິ່ນ​ໄດ້​ຍ່າງ​ອອກ​ຫ້ອງ​ ເພື່ອ​ໄປຂອບ​ໃຈ​ນາຍ​ແພດ ແລະ ນາຍ​ໝໍ​ທຸກ​ຄົນ ຜູ້​ໄດ້​​ດູ​ແລ​ແມ່ ເປັນ​ເວ​ລາ​ຫລາຍມື້.

ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ສະ​ຖິດ​ຢູ່​​ນຳເພິ່ນ​ໃນ​ເວ​ລານັ້ນ ເພື່ອ​ຈະ​ໄດ້​ຮູ້​ສຶກ, ຮູ້​ຈັກ, ແລະ ເຮັດ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ ໃນ​ມື້ນັ້ນ. ເພິ່ນ​ໄດ້​ຮັບ​ຄຳ​ສັນ​ຍາ ດັ່ງ​ທີ່​ຫລາຍ​ຄົນ​ໄດ້​ຮັບ ທີ່​ວ່າ ເພື່ອ​ເຂົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ (ເບິ່ງ D&C 20:79).

ໃນມື້ນີ້ ຂ້າ​ພະ​ເຈົ້າ​ຫວັງ​ວ່າ ທ່ານ​ຈະ​ມີ​ຄວາມ​ປາດ​ຖະ​ໜາ​ ແລະ ຄວາມ​ສາ​ມາດ​ຫລາຍ​ຂຶ້ນ​ທີ່​ຈະຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຈົ່ງ​ຈື່​ຈຳ​ວ່າ, ພຣະ​ອົງ​ເປັນ​ສະ​ມາ​ຊິກ​ອົງ​ທີ​ສາມ ຢູ່​ໃນ​ຝ່າຍ​ພຣະ​ເຈົ້າ. ພຣະ​ບິ​ດາ ແລະ ພຣະ​ບຸດ ມີ​ພຣະ​ກາຍ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ. ພຣະ​ວິນ​ຍານ​ບໍ​ລິ​ສຸດ ມີ​ພຣະ​ກາຍ​ທີ່​ເປັນ​ພຣະ​ວິນ​ຍານ. (ເບິ່ງ D&C 130:22.) ມັນແມ່ນ​ການ​ເລືອກ​ຂອງ​ທ່ານ​ເອງ ບໍ່​ວ່າ​ທ່ານ​ຢາກ​ຮັບ​ເອົາ​ພຣະ​ອົງ ແລະ ຕ້ອນ​ຮັບ​ເອົາ​ພຣະ​ອົງ ເຂົ້າ​ສູ່ຈິດ​ໃຈ ແລະ ຄວາມ​ຄິດ​ຂອງ​ທ່ານ​ຫລືບໍ່.

ເງື່ອນ​ໄຂ​ກ່ອນເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ພອນ​ທີ່ປະ​ເສີດ​ນັ້ນ ໄດ້​ຖືກ​ເຮັດ​ໃຫ້​ແຈ່ມ​ແຈ້ງ ໃນ​ຖ້ອຍ​ຄຳ​ທີ່​ກ່າວ​ທຸກ​ອາ​ທິດ ແຕ່​ບາງ​ເທື່ອ ອາດບໍ່​ຊຶມ​ເຂົ້າ​ໄປ​ໃນ​ຈິດ​ໃຈ ແລະ ຄວາມ​ຄິດ​ຂອງ​ເຮົາ. ກ່ອນ​ພຣະ​ວິນ​ຍານ​ຖືກ​ສົ່ງ​ມາ​ໃຫ້​ເຮົາ, ເຮົາ​ຕ້ອງ “ລະ​ນຶກ​ເຖິງພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໝີ” ແລະ “ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ” (ເບິ່ງ D&C 20:77).

ໃນ​ໄລ​ຍະ​ນີ້ຂອງ​ປີ ​ມັນຊ່ວຍ​ເຮົາ​​ໃຫ້ຈື່​ຈຳ​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ ຈາກ​​ຫລຸມ​ສົບ. ພວກ​ເຮົາ​ຫລາຍ​ຄົນ​ມີ​ພາບ​ເຫລົ່າ​ນັ້ນ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ພວກ​ເຮົາ. ເທື່ອ​ໜຶ່ງ ຂ້າ​ພະ​ເຈົ້າ​​ກັບ​ພັນ​ລະ​ຍາ ໄດ້​ຢືນ​ຢູ່​ຂ້າງນອກ​ຂອງ​ອຸບ​ມຸງ ໃນ​ເມືອງ​ເຢ​ຣູ​ຊາ​ເລັມ. ຫລາຍ​ຄົນ​ເຊື່ອ​ວ່າ ມັນ​ເປັນ​ອຸບ​ມຸງ ບ່ອນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​​ຖືກ​ຄຶງ ໄດ້​ພົ້ນ​ອອກ​ມາ ເປັນ​ພຣະ​ເຈົ້າ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ ແລະ ຊົງ​ພຣະ​ຊົນຢູ່.

ຄົນ​ນຳ​ທ່ຽວ​ໄດ້​ໂບກ​ມື ແລະ ເວົ້າ​ກັບ​ພວກ​ເຮົາ​ວ່າ, “ມາ​ພີ້​ແມ, ມາ​ເບິ່ງ​ອຸບ​ມຸງ​ເປົ່າ.”

ພວກ​ເຮົາ​ໄດ້​ກົ້ມ​ຫລຽວ​ເຂົ້າ​ໄປ​ໃນ​ອຸບ​ມຸງ. ພວກ​ເຮົາ​ໄດ້​ເຫັນ​ຕັ່ງ​ມ້າ​ຫີນ​ວາງ​ຢູ່​ຕິດ​ຝາ. ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຄິດ​ເຫັນ​ພາບ​ໜຶ່ງ​ອີກ, ຄື​ກັບ​ພາບ​ທີ່​ເປັນ​ຕົວ​ຈິງ. ມັນ​ເປັນ​ພາບຂອງ​ນາງ​ມາ​ຣີ, ຜູ້​ໄດ້​ຖືກ​ອັກ​ຄະ​ສາ​ວົກ​​ປະ​ໄວ້​ທີ່​ອຸບ​ມຸງ. ນັ້ນ​ຄື​ສິ່ງ​ທີ່​ພຣະ​ວິນ​ຍານ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ ແລະ ແມ່ນ​ແຕ່​ໄດ້​ຍິນ​ສຽງ​ຢູ່​ໃນຄວາມ​ນຶກ​ຄິດ​ຂອງ​ຂ້າ​ພະ​ເຈົ້າ​ນຳ​ອີກ, ແຈ່ມ​ແຈ້ງ​ຄື​ກັນ​ກັບ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຢູ່​ໃນ​ພາບນັ້ນ ທີ່​ວ່າ:

“ຝ່າຍ​ນາງ​ມາ​ຣີ​ໄດ້​ຢືນ​ຮ້ອງ​ໄຫ້​ຢູ່​ຂ້າງນອກ​ອຸບ​ມຸງ ໃນ​ຂະ​ນະ​ທີ່​ນາງ​ກຳ​ລັງ​ຮ້ອງ​ໄຫ້​ຢູ່ນັ້ນ, ນາງ​ໄດ້​ກົ້ມ​ຫລຽວ​ໄປ​ທາງ​ອຸບ​ມຸງ,

“ແລະ ໄດ້​ເຫັນ​ທູດ​ສອງ​ອົງ​ໃສ່​ເຄື່ອງ​ຂາວ, ນັ່ງ​ຢູ່​ບ່ອນ​ທີ່​ພວກ​ເຂົາ​ວາງ​ພຣະ​ສົບ​ຂອງ​ພຣະ​ເຢ​ຊູ.

“ແລະ ພວກ​ເພິ່ນ​ໄດ້​ຖາມ​ນາງວ່າ, ນາງ​ເອີຍ, ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ໄຫ້? ນາງ​ຕອບ​ວ່າ, ເພາະ​ພວກ​ເຂົາ​ໄດ້​ເອົາ​ພຣະ​ສົບ​ຂອງ​ພຣະ​ອົງ​ຂອງ​ຂ້າ​ນ້ອຍ​ໄປ​ແລ້ວ ແລະ ຂ້າ​ນ້ອຍບໍ່​ຮູ້​ວ່າ​ພວກ​ເຂົາ​ເອົາ​ໄປ​ໄວ້​ໃສ.

“ແລ້ວ ນາງໄດ້ຫລຽວຫລັງມາ ເຫັນພຣະເຢຊູຢືນຢູ່ທີ່ນັ້ນ, ແຕ່ນາງບໍ່ຮູ້ວ່າແມ່ນພຣະເຢຊູ.

“ພຣະ​ເຢ​ຊູ​ຈຶ່ງ​ຖາມ​ນາງວ່າ, ນາງ​ເອີຍ, ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ໄຫ້ ເຈົ້າ​ຊອກ​ຫາ​ຜູ້​ໃດ? “ນາງຄິດວ່າເປັນຄົນ ຮັກສາສວນ, ນາງຈຶ່ງຕອບວ່າ, ທ່ານເອີຍ, ຖ້າທ່ານໄດ້ເອົາສົບຂອງພຣະອົງໄປ ບອກໃຫ້ຂ້ານ້ອຍຮູ້ແດ່ວ່າ ທ່ານເອົາໄປໄວ້ໃສ ແລ້ວຂ້ານ້ອຍກໍຈະໄປນຳເອົາ ສົບຂອງພຣະອົງອອກໄປ.

“ພຣະ​ເຢ​ຊູ​ຈຶ່ງ​ກ່າວ​ກັບນາງວ່າ, ມາ​ຣີ. ນາງ​ປິ່ນ​ໜ້າ​ມາ​ຫາ​ພຣະ​ອົງ ແລະ ເວົ້າ​ວ່າ ຣັບ​ໂບ​ນີ; ແປ​ວ່າ, ພຣະ​ອາ​ຈານ.

“ພຣະ​ເຢ​ຊູ​ໄດ້​ກ່າວ​ກັບ​ນາງວ່າ, ຢ່າ​ສູ່​ໜ່ວງ​ໜ່ຽວ​ເຮົາ​ໄວ້​ເທາະ, ເພາະ​ເຮົາ​ຍັງ​ບໍ່​ທັນ​ໄດ້​ຂຶ້ນ​ໄປ​ຫາ​ພຣະ​ບິ​ດາ, ແຕ່​ໃຫ້​ເຈົ້າ​ໄປ​ຫາ​ພີ່​ນ້ອງ​ຂອງ​ເຮົາ ແລະ ບອກ​ພວກ​ເຂົາ​ວ່າ ເຮົາ​ຈະ​ຂຶ້ນ​ເມືອ​ຫາ​ພຣະ​ອົງ, ຜູ້​ເປັນ​ພຣະ​ບິ​ດາ​ຂອງ​ເຮົາ ແລະ ພຣະ​ບິ​ດາ​ຂອງ​ພວກ​ເຈົ້າ ຈະ​ເມືອ​ຫາ​ພຣະ​ເຈົ້າ​ຂອງ​ເຮົາ ແລະ ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ” (ໂຢ​ຮັນ 20:11–17).

ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ ແລະ ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້​ຮູ້​ສຶກ​ເຖິງ​ບາງ​ສິ່ງທີ່​ນາງ​ມາ​ຣີ ໄດ້​ຮູ້​ສຶກ ໃນ​ອຸບ​ມຸງ ແລະ ເຖິງ​​ສິ່ງ​ທີ່​ອັກ​ຄະ​ສາ​ວົກ​ສອງ​ຄົນໄດ້​ຮູ້​ສຶກ ຕອນ​ຍ່າງ​ໄປ​ຕາມ​ເສັ້ນ​ທາງ​ໄປ​ເມືອງ​ເອ​ມາ​ອູດ ​ກັບພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ, ຄິດ​ວ່າ​ພຣະ​ອົງ​ເປັນ​ຄົນ​ເດີນ​ທາງ​ກັບ​ຈາກເຢຣູ​ຊາ​ເລັມ ດັ່ງ​ນີ້:

“ແຕ່​ເຂົາ​ທັງ​ສອງ​ໄດ້​ຊັກ​ຊວນ​ໃຫ້​ພຣະ​ອົງ​ຢູ່ ໂດຍ​ເວົ້າ​ວ່າ, ເຊີນ​ພັກ​ຄ້າງ​ຄືນ​ຢູ່​ກັບ​ພວກ​ເຮົາ​ສາ; ເພາະ​ໃກ້​ຈະ​ຄ່ຳ​ມືດ​ແລ້ວ. ດັ່ງ​ນັ້ນ​ພຣະ​ອົງ​ຈຶ່ງ​ເຂົ້າ​ໄປ​ພັກ​ຢູ່​ກັບ​ພວກ​ເຂົາ.

“ເມື່ອ​ພຣະ​ອົງ​ນັ່ງ​ລົງ​ຮັບ​ປະ​ທານ​ອາ​ຫານ​ກັບ​ພວກ​ເຂົາ, ພຣະ​ອົງ​ກໍ​ຈັບ​ເອົາ​ເຂົ້າ​ຈີ່ ກ່າວ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ, ແລະ ຫັກ​ເຂົ້າ​ຈີ່ນັ້ນ​ຍື່ນ​ໃຫ້​ພວກ​ເຂົາ.

“ແລ້ວ​ຕາ​ຂອງ​ພວກ​ເຂົາ​ຖືກ​ເປີດ​ໃຫ້​ສະ​ຫວ່າງ​ຂຶ້ນ, ແລະ ຈື່​ພຣະ​ອົງ​ໄດ້, ແຕ່​ພຣະ​ອົງ​ໄດ້​ຫາຍ​ໄປ​ຈາກ​ພວກ​ເຂົາ.

“ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, ເມື່ອ​ພຣະ​ອົງ​ໄດ້​ເວົ້າ​ນຳ​ພວກ​ເຮົາ​ຕາມ​ທາງ ແລະ ໄດ້​ອະ​ທິ​ບາຍ​ພຣະ​ຄຳ​ພີ​ໃຫ້​ພວກ​ເຮົາ​ຟັງ​ນັ້ນ, ໃຈ​ຂອງ​ພວກ​ເຮົາ​ກໍ​ຮ້ອນ​ຮົນ​ເໝືອນ​ໄຟ ພາຍ​ໃນ​ພວກ​ເຮົາ​ບໍ່​ແມ່ນ​ບໍ? (ລູ​ກາ 24:29–32).

ບາງ​ຄຳ​ເຫລົ່າ​ນັ້ນ ໄດ້​ຖືກ​ກ່າວ​​ຍ້ຳ​ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ທີ່​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ ເມື່ອ 70 ປີ​ກ່ອນ. ໃນ​ສະ​ໄໝ​ນັ້ນ ກອງ​ປະ​ຊຸມ​ສິນ​ລະລຶກ ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ. ຂ້າງນອກ​ກໍ​ມືດ. ຜູ້​ມາໂບດ​ໄດ້​ຮ້ອງ​ເພງ​ທີ່​ຄຸ້ນ​ຫູ. ຂ້າ​ພະ​ເຈົ້າ​ໄດ້​ຍິນ​ມັນ​ຫລາຍໆ​ເທື່ອ. ແຕ່​ຄວາມ​ຊົງ​ຈຳ​ເທື່ອ​ສຸດ​ທ້າຍຂອງ​ຂ້າ​ພະ​ເຈົ້າ ແມ່ນ​ກ່ຽວ​ກັບ​ຄ່ຳ​ຄືນ​ໜຶ່ງ. ມັນ​ໄດ້​ດຶງ​ດູດ​ຂ້າ​ພະ​ເຈົ້າ ໃຫ້​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ບາງ​ທີ ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ກ່າວຖ້ອຍ​ຄຳເຫລົ່າ​ນັ້ນ, ພວກ​ເຮົາ​ອາດຊິ​ຈື່​ມັນ​ໄດ້:

ສະ​ຖິດ​ກັບ​ຂ້າ ສາ​ຍັນ​ວັນນີ້.

ວັນ​ເວ​ລາ​ລິບ​ລີ່;

ຄວາມ​ມືດ​ໂລຍ​ຕົວ ທົ່ວທ້ອງ​ທາ​ນີ;

ລາ​ຕີ​ເລື່ອນ​ໃກ້​ເຂົ້າ​ມາ.

ຂ້າ​ຂໍ​ເຊີນ​ພຣະ​ອົງ​ຢ້ຽມ​ເຢືອນ,

ດວງ​ຈິດ​ສະ​ຖິດ​ໃນ​ເຮືອນ​ຂອງ​ຂ້າ.

ສະ​ຖິດ​ກັບ​ຂ້າ ສາ​ຍັນ​ວັນນີ້.

ວັນ​ນີ້​ພຣະ​ອົງ​ຄຽງ​ໃກ້

ເຮັດ​ໃຫ້​ດວງ​ຈິດ​ຂ້າ​ນ້ອຍ​ລຸກ​ໄໝ້,

ເມື່ອ​ໄດ້​ຕິດ​ຕໍ່​ພຣະ​ອົງ.

ຄຳ​ພຣະ​ອົງ​ນັ້ນ​ເຕັມ​ລົ້ນ​ຈິດ​ຂ້າ

ຈົນ​ພາ​ຂ້າ​ຄຽງ​ພຣະ​ອົງ.

ໂອ້ ພຣະ​ຜູ້​ຊ່ວຍ​ໂປດ​ຢູ່​ກັບ​ຂ້າ;

ຄ່ຳ​ຄືນ​ສາ​ຍັນ​ວັນ​ນີ້.

ໂອ້ ພຣະ​ຜູ້​ຊ່ວຍ​ໂປດ​ຢູ່​ກັບ​ຂ້າ;

ຄ່ຳ​ຄືນ​ສາ​ຍັນ​ວັນ​ນີ້.1

ຄວາມ​ຊົງ​ຈຳ​ທີ່​ມີ​ຄວາມ​ໝາຍ​ຫລາຍກວ່າ​ເຫດ​ການໃດໆ ແມ່ນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ສຳ​ພັດ​ໃຈຂອງ​ເຮົາ ແລະ ການ​ຢືນ​ຢັນ​ອັນ​ຕໍ່​ເນື່ອງ ເຖິງ​ຄວາມ​ຈິງ​ຂອງ​ພຣະ​ອົງ. ສິ່ງ​ທີ່​ມີ​ຄ່າ​ຫລາຍກວ່າ​ການ​ເຫັນ​ກັບ​ຕາ, ຫລື ການ​ຈື່​ຈຳ​ສິ່ງ​ທີ່​ເຮົາ​ໄດ້​ຍິນ ຫລື ໄດ້​ອ່ານ ແມ່ນ​ຄວາມ​ຮູ້​ສຶກ ທີ່​ມາ​ກັບ​ສຽງ​ແຜ່ວ​ເບົາ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ໜ້ອຍ​ເທື່ອ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ຄື​ກັນ​ກັບ​ຜູ້​ເດີນ​ທາງ​ໄປ​ເມືອງ​ເອ​ມາ​ອູດ—ຮ້ອນ​ຮົນ ແຕ່ບໍ່​ຜິດ​ພ້ຽນ ເໝືອນ​ໄຟ ຢູ່​ພາຍ​ໃນ. ສ່ວນ​ຫລາຍ​ແລ້ວ ມັນ​ຈະ​ເປັນ​ຄວາມ​ຮູ້​ສຶກທີ່​ໃຫ້​ຄວາມ​ແນ່ນອນ​ໃຈ ແບບ​ເບົາໆ ແລະ ງຽບໆ.

ເຮົາ​ມີຄຳ​ສັນ​ຍາ​ອັນ​ລ້ຳ​ຄ່າ ວ່າ​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ, ແລະ ເຮົາ​ກໍ​ໄດ້​ຮັບ​ການ​ຊີ້​ນຳ ໃຫ້​ຮູ້​ວິ​ທີ​ທີ່​ຈະ​ໄດ້​ຮັບ​ຂອງ​ປະ​ທານນີ້. ຖ້ອຍ​ຄຳ​ເຫລົ່າ​ນີ້ ໄດ້​ຖືກ​ກ່າວ​ໂດຍ​ຜູ້​ຮັບ​ໃຊ້​ທີ່​ມີ​ສິດ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ເພິ່ນ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ເຮົາ​ວ່າ: “ຈົ່ງ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.” ໃນ​ເວ​ລານັ້ນ​ເອງ ທ່ານ ແລະ ຂ້າ​ພະ​ເຈົ້າ​ກໍ​ແນ່​ໃຈ​ໄດ້​ວ່າ ເພິ່ນ​ຈະ​ຖືກ​ສົ່ງ​ມາ. ແຕ່​ພາກ​ສ່ວນ​ທີ່​ເຮົາ​ຕ້ອງ​ເຮັດ​ແມ່ນ​ວ່າ ເຮົາຈະ​ເລືອກ​ເປີດ​ໃຈ ຮັບ​ເອົາ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ວິນ​ຍານ ຕະ​ຫລອດ​ຊີ​ວິດ​ຫລືບໍ່.

ປະ​ສົບ​ການ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ສາ​ມາດຊີ້​ນຳ​ເຮົາ​ໄດ້. ເພິ່ນ​ໄດ້​ເລີ່ມ​ຕົ້ນ ແລະ ສືບ​ຕໍ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ ​ດ້ວຍ​ການ​ຕັດ​ສິນ​ໃຈ​ວ່າ ເພິ່ນບໍ່​ສະ​ຫລຽວ​ສະ​ຫລາດ​ພໍ ທີ່​ຈະ​ຮູ້​ວ່າ ເພິ່ນ​ຄວນ​ເດີນ​ໄປ​ທາງ​ໃດ. ເພິ່ນ​ໄດ້​ເລືອກ​ທີ່​ຈະ​ຖ່ອມ​ຕົວ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

ຕໍ່​ມາ, ໂຈ​ເຊັບ ໄດ້​ເລືອກທູນ​ຖາມ​ພຣະ​ເຈົ້າ. ເພິ່ນ​ໄດ້​ອະ​ທິ​ຖານ​ດ້ວຍ​ສັດ​ທາ ຂໍ​ຄຳ​ຕອບ​ຈາກ​ພຣະ​ເຈົ້າ. ຄຳ​ຕອບ​ໄດ້​ມາ​ເຖິງ ​ຕອນ​ເພິ່ນ​ຍັງ​ເປັນ​ໜຸ່ມ. ຂ່າວ​ສານ​ເຫລົ່າ​ນັ້ນ ໄດ້​ມາ​ເຖິງ ຕອນ​ເພິ່ນ​ຢາກ​ຮູ້​ວ່າ ພຣະ​ເຈົ້າ​ປະ​ສົງ ທີ່​ຈະສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ ຂອງ​ພຣະ​ອົງ​ໃນ​ວິ​ທີ​ໃດ​ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ປອບ​ໂຍນ ແລະ ນຳ​ພາ​ເພິ່ນ ຕະ​ຫລອດ​ຊີ​ວິດ​ຂອງ​ເພິ່ນ.

ເພິ່ນ​ໄດ້​ເຊື່ອ​ຟັງ​ຕາມການ​ດົນ​ໃຈ ໃນ​ເວ​ລາ​ທີ່​ຫຍຸ້ງ​ຍາກ. ຍົກ​ຕົວ​ຢ່າງ, ເພິ່ນ​ໄດ້​ຮັບ​ການ​ຊີ້​ນຳ ໃຫ້​ສົ່ງ​ອັກ​ຄະ​ສາ​ວົກ ໄປ​ປະ​ເທດ​ອັງ​ກິດ ຕອນ​ທີ່ເພິ່ນ​ຕ້ອງ​ການ​ພວກ​ເພິ່ນ​ຫລາຍ​ທີ່​ສຸດ. ເພິ່ນ​ໄດ້​ສົ່ງ​ພວກ​ເພິ່ນ​ໄປ.

ເພິ່ນ​ໄດ້​ຮັບ​ເອົາ​ການ​ຕຳ​ນິ​ຕິ​ຕຽນ ແລະ ການ​ປອບ​ໂຍນ​ຈາກ​ພຣະ​ວິນ​ຍານ ເມື່ອ​ເພິ່ນ​ໄດ້​ຖືກ​ຈຳ​ຄຸກ ແລະ ຕອນ​ໄພ່​ພົນ​ຖືກ​ກົດ​ຂີ່​ຢ່າງ​ສາ​ຫັດ. ແລະ ເພິ່ນ​ໄດ້​ເຊື່ອ​ຟັງ ຕອນ​ເພິ່ນ​ໄດ້​ເດີນ​ທາງ​ໄປ​ຫາ​ເມືອງ​ຄາດ​ເທດ ເຖິງ​ແມ່ນ​ເພິ່ນ​ຮູ້​ວ່າ ເພິ່ນ​ອາດ​ສູນ​ເສຍ​ຊີ​ວິດກໍ​ຕາມ.

ສາດ​ສະ​ດາ​ໂຈ​ເຊັບ ໄດ້​ເປັນ​ຕົວ​ຢ່າງ​ເລື່ອງ​ການ​ໄດ້​ຮັບການ​ຊີ້​ນຳ​ທາງວິນ​ຍານ ຢ່າງ​ຕໍ່​ເນື່ອງ ແລະ ການ​ປອບ​ໂຍນ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ການ​ເລືອກ​ທຳ​ອິດ​ທີ່​ເພິ່ນ​ໄດ້​ເຮັດ ແມ່ນ​ຕ້ອງ​ຖ່ອມ​ຕົວ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

ທີ​ສອງ ແມ່ນການອະ​ທິ​ຖານ​ດ້ວຍ​ສັດ​ທາ ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.

ທີ​ສາມ ແມ່ນ​ການເຊື່ອ​ຟັງ​ຕາມນັ້ນ. ການ​ເຊື່ອ​ຟັງ ອາດ​ໝາຍ​ເຖິງ​ການ​ປະ​ຕິ​ບັດ​ຕາມ​ທັນ​ທີ. ມັນ​ອາດ​ໝາຍ​ເຖິງ​ການ​ຕຽມ​ພ້ອມ. ຫລື ມັນ​ອາດ​ໝາຍ​ເຖິງ ຕ້ອງ​ລໍ​ຖ້າ​ດ້ວຍ​ຄວາມ​ອົດ​ທົນ ສຳ​ລັບ​ການ​ດົນ​ໃຈ​ເທື່ອ​ຕໍ່​ໄປ.

ແລະ ທີ​ສີ່ ແມ່ນການ​ອະ​ທິ​ຖານ ເພື່ອ​ຈະ​ໄດ້​ຮູ້​ເຖິງ​ຄວາມ​ຕ້ອງ​ການ ແລະ ຮູ້ໃຈ​ຂອງ​ຄົນ​ອື່ນ ແລະ ເຖິງວິ​ທີ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້ ແທນ​ພຣະ​ຜູ້​ເປັນ​ເຈົ້າ. ໂຈ​ເຊັບ ໄດ້​ອະ​ທິ​ຖານ​ສຳ​ລັບ​ໄພ່​ພົນທີ່​​ຮັບທຸກ​ທໍ​ລະ​ມານ ຕອນ​ເພິ່ນ​ຢູ່​ໃນ​ຄຸກ. ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ສັງ​ເກດ​ເບິ່ງ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ອະ​ທິ​ຖານ, ທູນ​ຂໍ​ການ​ດົນ​ໃຈ, ຮັບ​ການ​ຊີ້​ນຳ, ແລະ ປະ​ຕິ​ບັດ​ຕາມນັ້ນ.

ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ຍິນຄຳ​ອະ​ທິ​ຖານ​ຂອງ​ພວກ​ເພິ່ນ​ເລື້ອຍໆ ກ່ຽວ​ກັບ​ຜູ້​ຄົນ​ທີ່​ພວກ​ເພິ່ນ​ຮັກ ແລະ ຮັບ​ໃຊ້. ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ພວກ​ເພິ່ນ​ຕໍ່​ຄົນ​ອື່ນ ເບິ່ງ​ຄື​ວ່າ​ມັນໄດ້​ເປີດ​ໃຈ​ພວກ​ເພິ່ນ ໃຫ້​ໄດ້​ຮັບ​ການ​ດົນ​ໃຈ. ສິ່ງນັ້ນ​ກໍສາ​ມາດ​ເປັນ​ຄວາມ​ຈິງ​ໄດ້​ສຳ​ລັບ​ທ່ານ.

ການ​ດົນ​ໃຈ​ຈະ​ຊ່ວຍ​ເຮົາ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ​ແທນ​ພຣະ​ຜູ້​ເປັນ​ເຈົ້າ. ທ່ານ​ກໍ​ເຄີຍ​ເຫັນມັນ​ຢູ່​ໃນ​ປະ​ສົບ​ການ​ຂອງ​ທ່ານ, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ເຫັນ. ເທື່ອ​ໜຶ່ງ ອະ​ທິ​ການ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ບອກ​ຂ້າ​ພະ​ເຈົ້າ—ໃນ​ເວ​ລານັ້ນ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ກຳ​ລັງ​ຮູ້​ສຶກມີ​ຄວາມ​ກົດ​ດັນ​ຫລາຍ—ວ່າ “ທຸກ​ເທື່ອ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ວ່າ ມີບາງ​ຄົນ​ຢູ່​ໃນ​ຫວອດ ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ, ແລະ ຕອນ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຊ່ວຍ​ເຫລືອ, ກໍເຫັນ​ວ່າ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ໄປ​ຮອດ​ກ່ອນ​ແລ້ວ. ນາງ​ເຮັດ​ໄດ້​ແນວ​ໃດ?”

ນາງ​ເປັນ​ເໝືອນ​ທຸກ​ຄົນ ທີ່​ເປັນ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ດີ​ເດັ່ນ ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເບິ່ງ​ຄື​ວ່າ ມີ​ສອງ​ຢ່າງ​ທີ່​ເຂົາ​ເຈົ້າ​ເຮັດ. ຜູ້ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​​ດີ​ເດັ່ນ ໄດ້​ເຮັດ​ໃຫ້ຕົນ​ເອງ​ເໝາະ​ສົມ ທີ່​ຈະ​ໄດ້​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເປັນ​ເພື່ອນ​ທີ່​ໃກ້​ຊິດ. ແລະ ເຂົາ​ເຈົ້າ​ເໝາະ​ສົມ​ສຳ​ລັບ​ຂອງ​ປະ​ທານ​ແຫ່ງ​ຄວາມ​ໃຈ​ບຸນ, ຊຶ່ງ​ເປັນ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ. ຂອງ​ປະ​ທານ​ເຫລົ່າ​ນັ້ນ ໄດ້​ເຕີບ​ໂຕ​ຢູ່​ໃນ​ເຂົາ​ເຈົ້າ ເມື່ອເຂົາ​ເຈົ້າ​ໄດ້​ໃຊ້​ມັນ ໃນ​ການ​ຮັບ​ໃຊ້ ດ້ວຍ​ຄວາມ​ຮັກຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

ວິ​ທີ​ທີ່​ການ​ອະ​ທິ​ຖານ, ການ​ດົນ​ໃຈ, ແລະ ຄວາມ​ຮັກ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຈະ​ທຳ​ງານ​ດ້ວຍ​ກັນ ໃນ​ການ​ຮັບ​ໃຊ້​ຂອງ​ເຮົາ ແມ່ນຖືກ​ບັນ​ຍາຍ​ໄວ້​ສຳ​ລັບ ​ຂ້າ​ພະ​ເຈົ້າເປັນ​ຢ່າງ​ດີ ໃນ​ຖ້ອຍ​ຄຳ​ເຫລົ່າ​ນີ້:

“ຖ້າ​ພວກ​ເຈົ້າ​ຂໍ​ສິ່ງ​ໃດ​ຈາກ​ເຮົາ ໃນ​ນາມ​ຂອງ​ເຮົາ, ເຮົາ​ກໍ​ຈະ​ເຮັດ​ສິ່ງນັ້ນ.

“ຖ້າພວກ​ເຈົ້າຮັກເຮົາ, ພວກ​ເຈົ້າກໍຈະເຊື່ອຟັງ​​ບັນ​ຍັດຂອງເຮົາ.

“ຝ່າຍເຮົາຈະທູນຂໍພຣະບິດາ, ແລະ ພຣະອົງຈະປະທານຜູ້ຊ່ວຍອີກອົງໜຶ່ງແກ່ພວກເຈົ້າ ເພື່ອຈະຢູ່ກັບພວກເຈົ້າຕະຫລອດໄປເປັນນິດ;

“ຄືພຣະວິນຍານແຫ່ງຄວາມຈິງ; ຊຶ່ງໂລກບໍ່ອາດຈະຮັບພຣະອົງໄດ້ ເພາະໂລກບໍ່ເຫັນ ແລະ ບໍ່ຮູ້ຈັກພຣະອົງ: ແຕ່ພວກເຈົ້າຮູ້ຈັກພຣະອົງ ເພາະພຣະອົງສະຖິດຢູ່ກັບພວກເຈົ້າ ແລະ ຢູ່ໃນພວກເຈົ້າ.

“ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ​ທັງ​ຫລາຍ​ໄວ້​ໃຫ້​ເປັນ​ກຳ​ພ້າ: ເຮົາ​ຈະ​ມາ​ຫາ​ພວກ​ເຈົ້າ.

“ອີກ​ໜ້ອຍ​​ໜຶ່ງໂລກ​ຈະ​ບໍ່​ເຫັນ​ເຮົາ; ແຕ່​ພວກ​ເຈົ້າ​ຈະ​ເຫັນ​ເຮົາ: ເພາະ​ເຮົາ​ມີ​ຊີ​ວິດ​ຢູ່, ພວກ​ເຈົ້າ​ກໍ​ຈະ​ມີ​ຊີ​ວິດ​ຢູ່​ເໝືອນ​ກັນ.

“ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກ​ເຈົ້າ​ຈະ​ຮູ້​ວ່າ ເຮົາ​ຢູ່​ໃນ​ພຣະ​ບິ​ດາ​ຂອງ​ເຮົາ, ພວກ​ເຈົ້າ​ຢູ່​ໃນ​ເຮົາ, ແລະ ເຮົາ​ກໍ​ຢູ່​ໃນ​ພວກ​ເຈົ້າ.

“ຜູ້ທີ່ມີບັນຍັດຂອງເຮົາ ແລະ ເຊື່ອຟັງບັນຍັດນັ້ນ ​ແມ່ນ​ຜູ້ນັ້ນ​ແຫລະ ທີ່​ຮັກ​ເຮົາ: ພຣະ​ບິ​ດາ​ຂອງ​ເຮົາ ຈະ​ຮັກ​ຜູ້​ທີ່​ເຮົາ​ຮັກ ແລະ ເຮົາ​ຈະ​ຮັກ​ເຂົາ​ເໝືອນກັນ ທັງ​ຈະ​ປະ​ກົດ​ຕົວ​ໃຫ້​ແກ່​ເຂົາ” (ໂຢ​ຮັນ 14:14–21).

ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ຮູ້​ຈັກຕົວ​ທ່ານ​ໃນ​ເວ​ລານີ້, ຮູ້​ຈັກຄວາມ​ຮູ້ສຶກ​ຂອງ​ທ່ານ, ແລະ ຄວາມ​ຕ້ອງ​ການ​ທາງ​ວິນ​ຍານ ແລະ ທາງ​ໂລກ​ຂອງ​ທຸກ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ທ່ານ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ ໄດ້​ສົ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ລົງ​ມາ ໃຫ້​ຜູ້​ໄດ້​ຮັບ​ພອນນັ້ນ, ຜູ້​ທີ່​ໄດ້​ທູນ​ຂໍ​ພອນນັ້ນ, ແລະ ສະ​ແຫວງ​ຫາ​ທີ່​ຈະ​ມີ​ຄ່າ​ຄວນ​ສຳ​ລັບ​ມັນ. ພຣະ​ບິ​ດາ, ພຣະ​ບຸດ, ຫລື ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ບໍ່​ລ່ວງ​ລ້ຳ​ເຂົ້າ​ມາ​ເອງ ໃນ​ຊີ​ວິດ​ຂອງ​ເຮົາ. ເຮົາ​ມີ​ສິດ​ທີ່​ຈະ​ເລືອກ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ທຸກ​ຄົນ​ວ່າ:

“ຈົ່ງ​ເບິ່ງ, ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະ​ຕູ, ຖ້າ​ຜູ້​ໃດ​ໄດ້​ຍິນ​ສຽງ​ຂອງ​ເຮົາ, ແລະ ໄຂ​ປະ​ຕູ, ເຮົາ​ຈະ​ເຂົ້າ​ໄປ​ຫາ​ຜູ້ນັ້ນ ແລະ ຮ່ວມ​ຮັບ​ປະ​ທານ​ອາ​ຫານ​ກັບ​ຜູ້ນັ້ນ ແລະ ຜູ້ນັ້ນ​ຈະ​ຮ່ວມ​ຮັບ​ປະ​ທານ​ອາ​ຫານ​ກັບ​ເຮົາ.

“ຜູ້​ທີ່​ໄຊ​ຊະ​ນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ນັ່ງ​ກັບ​ເຮົາ​ ເທິງ​ບັນ​ລັງ​ຂອງ​ເຮົາ ເໝືອນ​ດັ່ງທີ່​ເຮົາ​ມີ​ໄຊ​ຊະ​ນະ​ແລ້ວ ແລະ ໄດ້​ນັ່ງ​ກັບ​ພຣະ​ບິ​ດາ​ຂອງ​ເຮົາ ເທິງ​ພຣະບັນ​ລັງ​ຂອງ​ພຣະ​ອົງ.

“ຜູ້​ໃດມີ​ຫູ​ຟັງ ຈົ່ງຟັງ​ຂໍ້​ຄວາມ​ທີ່​ພຣະ​ວິນ​ຍານ​ໄດ້​ກ່າວ” (ພຣະ​ນິ​ມິດ 3:20–22).

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ດ້ວຍ​ສຸດ​ໃຈ​ວ່າ ທ່ານ​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ, ຊຶ່ງ​ຖືກ​ສົ່ງ​ມາ​ຫາ​ທ່ານ ດ້ວຍ​ຄວາມ​ເພື່ອ​ແຜ່. ແລະ ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທ່ານ​ຈະ​ເປີດ​ໃຈສະ​ເໝີ ແລະ ຮັບ​ເອົາ​ພຣະ​ອົງ. ຖ້າ​ຫາກ​ທ່ານ​ທູນ​ຂໍ​ການ​ດົນ​ໃຈ ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ແລ້ວ​ທ່ານ​ຈະ​ໄດ້​ຮັບ​ມັນ ໃນ​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃນ​ວັນ​ເວ​ລາ​ຂອງ​ພຣະ​ອົງ. ພຣະ​ເຈົ້າ​ໄດ້​ກະ​ທຳ​ສິ່ງນັ້ນ​ກັບຊາຍ​ໜຸ່ມ​ໂຈ​ເຊັບ ສະ​ມິດ. ພຣະ​ອົງ​ກໍ​ກະ​ທຳ​ຢູ່​ ໃນທຸກວັນ​ນີ້​ ກັບສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ພຣະ​ອົງ​ໄດ້​ວາງ​ທ່ານ​ໄວ້ ຢູ່ໃນ​ເສັ້ນທາງ​ຂອງ​ລູກຄົນ​ອື່ນໆ​ຂອງ​ພຣະ​ອົງ ເພື່ອ​ຈະ​ໄດ້​ຮັບ​ໃຊ້​ເຂົາ​ເຈົ້າ​ແທນ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ບໍ່​ພຽງ​ແຕ່​ໂດຍ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​​ກັບ​ຕາ​ເທົ່າ​ນັ້ນ ແຕ່​ມີ​ພະ​ລັງ​ກວ່ານັ້ນ ແມ່ນ​ໂດຍ​ພຣະ​ວິນ​ຍານ ທີ່​ໄດ້​ສື່ມ​ໃສ່​ໃຈ​ຂອງ​ຂ້າ​ພະ​ເຈົ້າ.

ຂ້າ​ພະ​ເຈົ້າ​ເຄີຍ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ ທີ່​ມີ​ຕໍ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ໂລກ ​ແລະ ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ ຢູ່​ໃນ​ໂລກວິນ​ຍານ. ຂ້າ​ພະ​ເຈົ້າ​ເຄີຍ​ຮູ້​ສຶກ​ເຖິງ​ການ​ປອບ​ໂຍນ ແລະ ການ​ຊີ້​ນຳ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທ່ານ​ຈະ​ມີ​ຄວາມ​ຊື່ນ​ຊົມ ທີ່​ມີພຣະ​ວິນ​ຍານ​ສະ​ຖິດ​ຢູ່ນຳ​ເປັນ​ເພື່ອນ​ຢ່າງ​ໃກ້​ຊິດ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. “Abide with Me; ’Tis Eventide,” Hymns, no. 165.