​2010–2019
ສາດ​ສະ​ດາ​ກ່າວ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ
ເດືອນ​ເມສາ 2018


ສາດ​ສະ​ດາ​ກ່າວ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ

ການ​ມີ​ສາດ​ສະ​ດາ ເປັນ​ສັນ​ຍາ​ລັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະ​ອົງ. ພວກ​ເພິ່ນ​ເຮັດ​ໃຫ້ຄຳ​ສັນ​ຍາ ແລະ ລັກ​ສະ​ນະ​ທີ່​ແທ້​ຈິງ​ຂອງ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ ເປັນ​ທີ່​ຮູ້​ຈັກ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ບໍ່​ວ່າ​ທ່ານ​ຈະ​ຢູ່​ໃສ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຈິງ​ໃຈ ແລະ ຄວາມ​ຂອບ​ໃຈ​ຢ່າງ​ເລິກ​ຊຶ້ງ ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ຂ້າ​ພະ​ເຈົ້າ ໃນ​ມື້​ວານນີ້. ເຖິງ​ແມ່ນ ຂ້າ​ພະ​ເຈົ້າ​ຈະ​ຮູ້​ສຶກວ່າ ຕົວ​ເອງ​ເວົ້າ​ຈາບໍ່​ຄ່ອງ​ແຄ່ວ ແລະ ເວົ້າ​ຊ້າ​ກໍ​ຕາມ ຄື​ກັນ​ກັບ​ໂມ​ເຊ, ແຕ່ຂ້າ​ພະ​ເຈົ້າ​ໄດ້​ປອບ​ໃຈ​ຕົວ​ເອງ ດ້ວຍ​ພຣະ​ຄຳ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ:

“ໃຜ​ສ້າງ​ປາກ​ມະ​ນຸດ? ໃຜ​ເຮັດ​ໃຫ້​ມະ​ນຸດ​ປາກ​ກືກ​, ຫູ​ໜວກ, ເຮັດ​ໃຫ້​ຕາ​ບອດ ແລະ ຕາ​ດີ? ແມ່ນ​ເຮົາ​ເອງ ພຣະ​ຜູ້​ເປັນ​ເຈົ້າ ບໍ່​ແມ່ນ​ບໍ?

“ເຈົ້າ​ຈົ່ງ​ໄປ ເຮົາ​ຈະ​ຊ່ວຍ​ເຈົ້າ​ກ່າວ, ແລະ ຈະ​ບອກ​ສິ່ງ​ທີ່​ເຈົ້າ​ຈະ​ກ່າວ” (ອົບ​ພະ​ຍົບ 4:11–12; ເບິ່ງ ຂໍ້​ທີ 10 ນຳ​ອີກ).

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ປອບ​ໃຈນຳ​ອີກ ໃນ​ຄວາມ​ຮັກ ແລະ ການ​ສະ​ໜັບ​ສະ​ໜູນ ຈາກ​ພັນ​ລະ​ຍາ ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ. ນາງ​ໄດ້​ເປັນ​ຕົວ​ຢ່າງ​ເຖິງ​ຄວາມ​ດີ, ຄວາມ​ຮັກ, ແລະ ອຸ​ທິດ​ຕົນ​ທັງ​ໝົດ ຕໍ່ພຣະ​ຜູ້​ເປັນ​ເຈົ້າ ແລະ ຕໍ່​ຂ້າ​ພະ​ເຈົ້າ ແລະ ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຮັກ​ນາງ​ຈົນສຸດ​ຫົວ​ໃຈ, ແລະ ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ອິດ​ທິ​ພົນ​ໃນ​ທາງ​ດີ ທີ່​ນາງ​ມີ​ຕໍ່​ພວກ​ເຮົາ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຢາກເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ຢູ່​ເທິງ​ແຜ່ນ​ດິນ​ໂລກ. ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຫັນ​ຄົນ​ໃດ ທີ່​ມີ​ເມດ​ຕາ ແລະ ມີ​ຄວາມ​ຮັກ​ຫລາຍ​ເທົ່າ​ກັບ​ເພິ່ນ. ເຖິງ​ແມ່ນ​ຂ້າ​ພະ​ເຈົ້າ​ຮູ້​ສຶກບໍ່​ພຽບ​ພ້ອມ​ສຳ​ລັບ​ການ​ເອີ້ນ​ທີ່​ສັກ​ສິດນີ້​ກໍ​ຕາມ, ແຕ່​ຖ້ອຍ​ຄຳ ແລະ ແວວ​ຕາ​ທີ່​ອ່ອນ​ໂຍນ​ຂອງ​ເພິ່ນ ຕອນ​ເພິ່ນ​ສະ​ເໜີ​ມອບ​ໜ້າ​ທີ່​ຮັບ​ຜິດ​ຊອບນີ້ ໃຫ້​ຂ້າ​ພະ​ເຈົ້າ ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຕັມ​ໄປ​ດ້ວຍຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຂໍ​ຂອບ​ໃຈ, ປະ​ທານ​ແນວ​ສັນ. ຂ້າ​ພະ​ເຈົ້າ​ສະ​ໜັບ​ສະ​ໜູນ​ທ່ານ ແລະ ຮັກແພງ​ທ່ານ.

ຊ່າງ​ເປັນ​ພອນ​ຫລາຍ​ຂະ​ໜາດ​ໃດ ທີ່​ເຮົາ​ມີ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ຢູ່​ເທິງ​ແຜ່ນ​ດິນ​ໂລກ ໃນ​ວັນ​ເວ​ລານີ້ ທີ່​ເຮົາ​ມີ​ຊີ​ວິດ​ຢູ່, ຜູ້​ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ຈັກ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຮັດ​ຕາມນັ້ນ? ມັນ​ເປັນ​ການ​ປອບ​ໂຍນ ທີ່​ຮູ້​ວ່າ ເຮົາ​ບໍ່​ໄດ້​ຢູ່​ຕາມ​ລຳ​ພັງ ຢູ່​ໃນ​ໂລກນີ້, ກັບ​ການ​ທ້າ​ທາຍ​ທີ່​ເຮົາ​ປະ​ເຊີນ ໃນ​ຊີ​ວິດ. ການ​ມີ​ສາດ​ສະ​ດາ ເປັນ​ສັນ​ຍາ​ລັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະ​ອົງ. ພວກ​ເພິ່ນ​ເຮັດ​ໃຫ້ຄຳ​ສັນ​ຍາ ແລະ ລັກ​ສະ​ນະ​ທີ່​ແທ້​ຈິງ​ຂອງ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ ເປັນ​ທີ່​ຮູ້​ຈັກ. ຂ້າ​ພະ​ເຈົ້າໄດ້​ຮຽນ​ຮູ້ສິ່ງນັ້ນ ຜ່ານ​ທາງ​ປະ​ສົບ​ການ​ສ່ວນ​ຕົວຂອງ​ຂ້າ​ພະ​ເຈົ້າ.

ເມື່ອ​ສິບ​ແປດ​ປີ​ກ່ອນ, ພັນ​ລະ​ຍາ ແລະ ຂ້າ​ພະ​ເຈົ້າ ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ປະ​ທານ​ເຈມສ໌ ອີ ຟາວ, ທີ່​ປຶກ​ສາ​ທີ​ສອງ ໃນ​ຝ່າຍ​ປະ​ທານ​ສູງ​ສຸດ. ເພິ່ນ​ໄດ້​ເອີ້ນ​ຂ້າ​ພະ​ເຈົ້າ​ໃຫ້​ຮັບ​ໃຊ້​ເປັນ​ປະ​ທານ​ເຜີຍ​ແຜ່ ໃນ​ປະ​ເທດ​ປອກ​ຕຸຍ​ການ. ເພິ່ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ພວກ​ເຮົາ​ມີ​​ເວ​ລາຫົກ​ອາ​ທິດ ກ່ອນ​ເລີ່ມ​ຕົ້ນ​ໄປ​ເຜີຍ​ແຜ່. ເຖິງ​ແມ່ນ​ວ່າ ພວກ​ເຮົາ​ຮູ້​​ສຶກບໍ່​ຕຽມ​ພ້ອມ ແລະ ບໍ່​ພຽບ​ພ້ອມກໍ​ຕາມ, ແຕ່ພວກ​ເຮົາ​ກໍ​ໄດ້​ຮັບ​ເອົາ​ການ​ເອີ້ນນັ້ນ. ຄວາມ​ເປັນ​ຫ່ວງ​ທີ່​ສຳ​ຄັນຫລາຍ​ທີ່​ສຸດ​ໃນ​ເວ​ລານັ້ນ ແມ່ນ​ການໄປ​ຂໍ​ເອົາ​ໃບ ວີ​ຊ້າ ທີ່​ຕ້ອງ​ມີ ກ່ອນ​ຈະ​ຮັບ​ໃຊ້​ໄດ້ ຢູ່​ໃນ​ປະ​ເທດນັ້ນ ເພາະ, ອີງ​ຕາມ​ປະ​ສົບ​ການ​ທີ່​ຜ່ານ​ມາ, ພວກ​ເຮົາ​ຮູ້​ວ່າ ການ​ຂໍ​ເອົາ​ໃບ ວີ​ຊ້າ ຕ້ອງ​ໃຊ້​ເວ​ລາ​ເຖິງ ຫົກ ຫລື ແປດ ເດືອນ ຈຶ່ງ​ໄດ້.

ແລ້ວ​ປະ​ທານ​ຟາວ ໄດ້​ຖາມ​ວ່າ ພວກ​ເຮົາ​ມີ​ສັດ​ທາບໍ່ ວ່າພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ແດງ​ການ​ມະ​ຫັດ​ສະ​ຈັນ ແລະ ວ່າ​ພວກ​ເຮົາ​ຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ເລື່ອງ ວີ​ຊ້າ ໃຫ້​ແລ້ວ​ໄວ. ພວກ​ເຮົາ​ໄດ້​ຕອບ​ຢ່າງ​ໜັກ​ແໜ້ນວ່າ “ມີ,” ແລະ ພວກ​ເຮົາ​ກໍ​ໄດ້​ເລີ່ມ​ຕົ້ນ​ແລ່ນ​ວຽກ​ທັນ​ທີ. ພວກ​ເຮົາ​ໄດ້​ຕຽມ​ເອ​ກະ​ສານ​ຂໍ​ໃບ ວີ​ຊ້າ, ໄດ້​ພາ​ລູກສາມ​ຄົນທີ່ຍັງ​ນ້ອຍ​ຢູ່, ໄປ​ຫາ​ສະ​ຖານ​ທູດ​ທັນ​ທີ. ພະ​ນັກ​ງານ​ຍິງທີ່​ໃຈ​ດີ​ຄົນ​ໜຶ່ງ ໄດ້​ສຳ​ພາດ​ພວກ​ເຮົາ. ໃນ​ການກວດ​ສອບ​ເບິ່ງ​ເອ​ກະ​ສານ ແລະ ຮູ້​ເຖິງ​ຈຸດ​ປະ​ສົງ​ຂອງ​ພວກ​ເຮົາ ທີ່​ຈະ​ໄປ​ປະ​ເທດ​ປອກ​ຕຸຍ​ການ, ນາງ​ໄດ້​ຫັນ​ມາ ແລະ ຖາມ​ພວກ​ເຮົາ​ວ່າ, “ພວກເຈົ້າ​ຊິ​ໄປ​ຊ່ວຍ​ເຫລືອ​ຜູ້​ຄົນ​ໃນ​ປະ​ເທດ​ຂອງ​ຂ້ອຍ ແທ້ໆ​ບໍ?” ພວກ​ເຮົາ​ໄດ້​ຕອບ​ຢ່າງ​ຈິງ​ຈັງວ່າ ແມ່ນ​ແລ້ວ ແລະ ໄດ້​ອະ​ທິ​ບາຍ​ວ່າ ພວກ​ເຮົາ​ຈະ​ເປັນ​ຕົວ​ແທນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ອົງ ແລະ ເຮັດ​ພາ​ລະ​ກິດ​​ທີ່​ສູງ​ສົ່ງ​ຂອງ​ພຣະ​ອົງ ຢູ່​ໃນ​ໂລກ. ພວກ​ເຮົາ​ໄດ້​ກັບ​ຄືນ​ໄປ ສີ່​ອາ​ທິດ​ຈາກນັ້ນ, ໄດ້​ຮັບ​ໃບ ວີ​ຊ້າ, ໄດ້​ໄປ​ເຖິງ​ສະ​ໜາມ​ເຜີຍ​ແຜ່ ພາຍ​ໃນ​ຫົກ​ອາ​ທິດ, ດັ່ງ​ທີ່​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ຂໍ​ໃຫ້​ພວກ​ເຮົາ​ເຮັດ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຂໍເປັນ​ພະ​ຍານ ຈາກ​ສ່ວນ​ເລິກ​ທີ່​ສຸດ​ຂອງ​ຫົວ​ໃຈ, ວ່າ ສາດ​ສະ​ດາ​ກ່າວ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ. ພວກ​ເພິ່ນ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ ແລະ ເຖິງ​ພາ​ລະ​ກິດ​​ທີ່​ສູງ​ສົ່ງ​ຂອງ​ພຣະ​ອົງ ຢູ່​ເທິງ​ແຜ່ນ​ດິນ​ໂລກ. ພວກ​ເພິ່ນ​ເປັນ​ຕົວ​ແທນ​ຂອງ​ພຣະ​ດຳ​ລັດ ແລະ ພຣະ​ໄທຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຕົວ​ແທນ​ຂອງ​ພຣະ​ອົງ ແລະ ສອນ​ເຮົາ​ເຖິງ​ສິ່​ງ​ທີ່​ເຮົາ​ຕ້ອງ​ເຮັດ ເພື່ອ​ຈະ​ໄດ້​ກັບ​ຄືນ​ໄປ​ຢູ່ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ເຮົາ​ໄດ້​ຮັບ​ພອນ ເມື່ອ​ເຮົາ​ໃຊ້​ສັດ​ທາ​ຂອງ​ເຮົາ ແລະ ເຮັດ​ຕາມ​ຄຳ​ສອນ​ຂອງ​ພວກ​ເພິ່ນ. ໂດຍ​ການ​ເຮັດ​ຕາມ​ພວກ​ເພິ່ນ, ຊີ​ວິດ​ຂອງ​ເຮົາ​ຈະ​ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ ແລະ ມີ​ຄວາມ​ສັບ​ສົນໜ້ອຍ​ລົງ, ​ຄວາມ​ຫຍຸ້ງ​ຍາກ ແລະ ບັນ​ຫາ ກໍ​ຈະ​ງ່າຍ​​ທີ່​ຈະ​ແບກ​ຫາບ, ແລະ ເຮົາ​ຈະ​ສ້າງ​ສິ່ງ​ປ້ອງ​ກັນ​ທາງວິນ​ຍານ​ໃຫ້​ຕົວ​ເອງ ທີ່​ຈະ​ປົກ​ປ້ອງ​ເຮົາ​ຈາກ​ການ​ໂຈມ​ຕີ​ຂອງ​ສັດ​ຕູ ໃນ​ວັນ​ເວ​ລາ​ຂອງ​ເຮົາ.

ໃນ​ວັນ​ອິດ​ສະ​ເຕີມື້ນີ້ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ໜັກ​ແໜ້ນ​ວ່າ ພຣະ​ເຢ​ຊູ​ຄຣິດ ຊົງຟື້ນ, ພຣະ​ອົງຊົງ​ພຣະ​ຊົນ​ຢູ່, ແລະ ວ່າ​ພຣະ​ອົງ​ຊີ້​ນຳ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຢູ່​ເທິງ​ແຜ່ນ​ດິນ​ໂລກ ຜ່ານ​ທາງ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ອົງ​ເປັນ​ພຣະ​​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ໂລກ ແລະ ວ່າ​ຜ່ານ​ທາງ​ພຣະ​ອົງ ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ທີ່​ຮັກ​ແພງ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຮັກ​ພຣະ​ອົງ; ຂ້າ​ພະ​ເຈົ້າ​ເຄົາ​ລົບ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຢາກ​ຕິດ​ຕາມ​ພຣະ​ອົງ ແລະ ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ. ຂ້າ​ພະ​ເຈົ້າກ່າວ​ສິ່ງ​ເຫລົ່າ​ນີ້ ດ້ວຍ​ຄວາມ​ຖ່ອມ​ຕົວ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາແມນ.