​2010–2019
ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ
ເດືອນ​ເມສາ 2018


ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ

ພວກ​ເຮົາ​ຂໍແຈ້ງບອກວ່າ ໃບ​ລາຍ​ງານ​ສະ​ຖິ​ຕິ ທີ່​ເຄີຍ​ນຳ​ສະ​ເໜີ​ດັ່ງ​ທີ່​ເຄີຍ​ເຮັດ​ຜ່ານ​ມາ ໃນ​ພາກນີ້ ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ ຈະ​​ມີ​ຢູ່​ໃນ LDS.org ທັນ​ທີ ຫລັງ​ຈາກ​ພາກນີ້ ແລະ ຈະ​ມີ​ຢູ່​ໃນ​ວາ​ລະ​ສານ ສະ​​ບັບ​ກອງ​ປະ​ຊຸມ​ໃຫຍ່.

ບັດ​ນີ້ ຂ້າ​ພະ​ເຈົ້າ​ຈະ​ສະ​ເໜີ​ການ​ປ່ຽນ​ແປງ​ບາງ​ຢ່າງ ໃນ​ການ​ເປັນ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ ແລະ ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ ຂອງ​ສາດ​ສະ​ໜາ​ຈັກ ເພື່ອ​ການ​ສະ​ໜັບ​ສະ​ໜູນ, ຫລັງ​ຈາກ​ນັ້ນ ບຣາ​ເດີ ແຄວິນ ອາ ເຈີເກັນເຊັນ, ຫົວ​ໜ້າ​ຜູ້​ຈັດ​ການພະ​ແນກ​ກວດ​ສອບ​ບັນ​ຊີ​ຂອງ​ສາດ​ສະ​ໜາ​ຈັກ, ຈະ​ອ່ານ​ໃບ​ລາຍ​ງານ.

ໂດຍທີ່ຖືກເອີ້ນໃຫ້ຮັບໃຊ້ເປັນສະມາຊິກໃນກຸ່ມອັກຄະສາວົກສິບສອງ, ສະນັ້ນ ໃນເວລານີ້ ພວກເຮົາຈຶ່ງຂໍປົດ ແອວ​ເດີ ແກ​ຣິດ ດັບ​ເບິນ​ຢູ ກອງ ແລະ ແອວ​ເດີ ຢູ​ລິດ​ຊິສ໌ ໂຊ​ອາ​ເຣສ໌ ຈາກ​ການ​ຮັບ​ໃຊ້ ໃນ​ຝ່າຍ​ປະ​ທານ​ສາ​ວົກ​ເຈັດ​ສິບ.

ນອກ​ເໜືອ​ຈາກນີ້, ພວກ​ເຮົາກໍ​ຂໍ​ປົດ ແອວ​ເດີ ຄະ​ເຣກ ຊີ ຄຣິສ​ເຕັນ​ເຊັນ, ແອວ​ເດີ ລິນ ຈີ ຣອບບິນສ໌, ແລະ ແອວ​ເດີ ຮວນ ອາ ອູ​ເຊ​ດາ ນຳ​ອີກ ຈາກ​ການ​ຮັບ​ໃຊ້​ໃນ​ຝ່າຍ​ປະ​ທານ​ສາ​ວົກ​ເຈັດ​ສິບ, ເລີ່ມ​ຕົ້ນໃນ​ວັນ​ທີ 1 ເດືອນ​ສິງ​ຫາ, 2018.

ທຸກ​ຄົນ​ທີ່ຢາກ​ສະແດງ​ຄວາມຂອບ​ໃຈ ສຳລັບ​ການຮັບໃຊ້​ທີ່​ອຸ​ທິດ​ຕົນ​ຂອງ​ພວກ​ອ້າຍນ້ອງ​ເຫລົ່ານີ້, ຂໍໃຫ້​ຍົກມືຂຶ້ນ.

ຂໍ​ສະ​ເໜີ​ປົດ​ບຸກ​ຄົນ​ດັ່ງ​ຕໍ່​ໄປ​ນີ້ ຈາກ​ການ​ເປັນ​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ: ສະ​ຕີບ​ເວັນ ອາ ແບງ​ເກີ​ເທີ, ມັດ​ທິວ ແອວ ຄາ​ເພັນ​ເຕີ, ມາ​ຕີ​ອັສ ແຮວດ໌, ເດ​ວິດ ພີ ໂຮ​ເມີ, ຄາຍ​ໂອ ແອັສ ມິກ​ເຄ, ອາ ສະ​ກາດ ຣູ​ເນຍ, ແລະ ຮວນ ພາບ​ໂລ ວີ​ຢາ.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈຮ່ວມ​ກັບ​ພວກ​ເຮົາ ສຳ​ລັບ​ການ​ຮັບ​ໃຊ້​​ດ້ວຍ​ຄວາມ​ເຕັມ​ໃຈ ຂອງ​ອ້າຍ​ນ້ອງ​ເຫລົ່າ​ນີ້ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ປົດ, ຊິດ​ສະ​ເຕີ ບອນ​ນີ ແອວ ໂອ​ສະ​ກາ​ສັນ, ແຄວ​ໂຣ ແອັຟ ມັກ​ຄອງ​ກີ, ແລະ ແນວ ແອັຟ ແມ​ຣິ​ອອດ ໃນ​ຖາ​ນະ​ຝ່າຍ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ ດ້ວຍ​ຄວາມ​ກະ​ຕັນ​ຍູ​ຢ່າງ​ຍິ່ງ. ພ້ອມນີ້ ພວກ​ເຮົາ​ກໍ​ຂໍ​ປົດ​ຄະ​ນະ​ກຳ​ມະ​ການ​ຂອງ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ, ຜູ້​ໄດ້​ຮັບ​ໃຊ້​ຢ່າງ​ດີ​ເດັ່ນ.

ທຸກ​ຄົນທີ່ຢາກສະແດງຄວາມຂອບ​ໃຈຮ່ວມກັບພວກເຮົາ ສຳລັບການຮັບໃຊ້ທີ່ດີເດັ່ນ ແລະ ການອຸທິດຕົນຂອງເອື້ອຍນ້ອງເຫລົ່ານີ້, ຂໍໃຫ້ຍົກມືຂຶ້ນ.

ຂໍ​ສະ​ເໜີ​ປົດ, ຊິດ​ສະ​ເຕີ ບອນ​ນີ ເອັຈ ຄໍ​ດອນ ຈາກ​ການ​ຮັບ​ໃຊ້​ເປັນ​ທີ່​ປຶກ​ສາ​ທີ​ໜຶ່ງ ໃນ​ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ​ສາ​ມັນ.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຊິດ​ສະ​ເຕີ ຄໍ​ດອນ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍສະເໜີໃຫ້ສະໜັບສະໜູນ​ບຸກ​ຄົນ ດັ່ງ​ຕໍ່​ໄປ​ນີ້ ໃຫ້​ຮັບ​ໃຊ້​ໃນ​ຝ່າຍ​ປະ​ທານ​ສາ​ວົກ​ເຈັດ​ສິບ, ນັບ​ແຕ່ນີ້ໄປ: ແອວ​ເດີ ຄາລ໌ ບີ ຄຸກ ແລະ ແອວ​ເດີ ຣໍ​ເບີດ ຊີ ເກ.

ບຸກ​ຄົນ​ດັ່ງ​ຕໍ່​ໄປ​ນີ້ ກໍ​ຈະ​ຮັບ​ໃຊ້​​ໃນ​ຝ່າຍ​ປະ​ທານ​ສາ​ວົກ​ເຈັບ​ສິບ​ຄື​ກັນ, ເລີ່ມ​ຕົ້ນ​ໃນ​ວັນ​ທີ 1 ເດືອນ​ສິງ​ຫາ, 2018: ແອວ​ເດີ ເທີ​ເຣນສ໌ ເອັມ ວິນ​ເຊິນ, ແອວ​ເດີ ໂຮ​ເຊ ເອ ເທ​ເຊ​ຣາ, ແລະ ແອວ​ເດີ ຄາ​ໂລສ໌ ເອ ກາ​ໂດຍ.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ ບຸກ​ຄົນ​ດັ່ງ​ຕໍ່​ໄປ​ນີ້ ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ສາ​ວົກ​ເຈັດ​ສິບ: ສະຕີບ​ເວັນ ອາ ແບງ​ເກີ​ເທີ, ມັດ​ທິວ ແອວ ຄາ​ເພັນ​ເທີ, ແຈ໊ກ ເອັນ ຈີ​ຣາດ, ມາ​ຕີ​ອັສ ແຮວດ໌, ເດ​ວິດ ພີ ໂຮມ​ເມີ, ຄາຍ​ໂອ ແອັສ ມິກ​ເຄ, ຮວນ ພາບ​ໂລ ວີ​ຢາ, ແລະ ທາ​ຄາ​ຊິ ວາ​ດາ.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ ບຸກ​ຄົນ​ດັ່ງ​ຕໍ່​ໄປ​ນີ້ ເປັນ​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ: ຣິ​ເຈີດ ເຄ ອາ​ຫາດ​ຈີ, ອາ​ເບີດ​ໂຕ ເອ ອາ​ວາ​ເຣສ໌, ດູ​ເວນ ດີ ແບວ, ກະ​ເລນ ເບີ​ແຈສ໌, ວິກ​ເຕີ ອາ ຄາ​ເດ​ໂຣນ, ອາ​ຣິ​ແອວ ອີ ຈາ​ປາ​ໂຣ, ແດນ​ໂຍ ໂຄຣ໌​ໂດ​ວາ, ຈອນ ເອັນ ຄະ​ເຣກ, ໄມ​ໂກ ຊີ​ຊະລາ, ​ວິວ​ລຽມ ເອັຈ ເດ​ວິສ໌, ຣິ​ເຈີດ ເຈ ດີວຣີ, ຄາຍ​ເລີ ຈີ ໂດ​ມິງ​ແກສ໌, ຊອນ ດັກ​ລັສ, ໄມ​ໂກ ເອ ດັນ, ເຄັນ​ເນັດ ເຈ ເຟີມ​ເມັຈ໌, ເອດ​ເກີ ຟະ​ໂລ​ເຣສ໌, ຊິວ​ວິ​ໂອ ຟະ​ໂລ​ເຣສ໌, ຊໍ​ໂລ ຈີ ຟຣານ​ໂກ, ຄາ​ໂລສ໌ ເອ ເກນາ​ໂຣ, ມາກ ເອ ກຽວ​ມໍ, ເຊີ​ຈີ​ໂອ ອາ ໂກ​ເມສ໌, ໂຣ​ແບໂຕ ກອນ​ຊາ​ເລສ໌, ວີ​ຮີລຽວ ກອນ​ຊາ​ເລສ໌, ສະ​ເປັນ​ເຊີ ອາ ກຣິບ​ຟິນ, ມັດ​ທິວ ແອັສ ຮາດ​ດິງ, ເດ​ວິດ ເຈ ແຮ​ຣິສ໌, ແຄວິນ ເຈ ແຮັດ​ຕະ​ເວ, ຣິ​ເຈີດ ໂຮ​ຊາ​ແຟວ, ຢູ​ສະ​ຕາສ໌ ຢຸນ​ນິກາ, ໂອເຄ​ໂຊ​ໂກະ ອີ ອີ​ໂມ, ພີ​ເຕີ ເອັມ ຈອນ​ສັນ, ໄມ​ໂກ ດີ ໂຈນສ໌, ພຸງ​ກີ ແອັສ ກົນ​ໂກ​ໂລ, ໂຈດ ເຄັນ​ເນັດ ຈີ ລີ, ອາ​ເຣ​ເທັມ​ມຽວ ຊີ ມາ​ລິ​ໂກນ, ເອດ​ເກີ ເອ ມານ​ຕີ​ຢາ, ລິງກອນ ພີ ມາ​ທິນສ໌, ຄະ​ເລ​ເມັ້ນ ເອັມ ມັດ​ສະ​ວາ​ໂກ​ທາໆ, ຄາລ໌ ອາ ມາວຣ໌, ແດນ​ໂຍ ແອັສ ແມ ທີສອງ, ກະ​ເລັນ ດີ ເມວ​ລາ, ໄອ​ຊິກ ເຄ ມໍ​ຣິ​ສັນ, ຢູ​ທາ​ຄາ ນາ​ກາ​ໂຕ​ໂມ, ອາ​ລິສ໌​ແຕ ບີ ອອດ​ເຈີສ໌, ອາ ແຈັບ​ຟະ​ລີ ພາກ, ວິກ​ເຕີ ພີ ແພ​ທຣິກ, ແດັນ​ນິສ໌ ອີ ພະ​ເນ​ດາ, ເອັນ​ຣິ​ເກ ແອັສ ຊິມ​ພະ​ລິ​ຊິ​ໂອ, ແຈັບ​ຟະ​ຣີ ເອັຈ ຊິງ​ເງີ, ​ໄມ​ໂກ ແອວ ສະ​ເຕ​ລີ, ​ຈາ​ຣ໊ອດ ຊູ​ບຽນ​ໂທ​ໂຣ, ແຈັບ​ຟະ​ຣີ ເຄ ແວັດ​ໂຊ, ໄມ​ໂກ ແອັສ ວິວ​ສະ​ເຕດ, ແຮວ​ມັດ ໂວນດຣາ, ແລະ ເດ​ວິດ ແອວ ໄຣ້.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.

ຂໍສະເໜີໃຫ້ສະໜັບສະໜູນ ບອນ​ນີ ເອັຈ ຄໍ​ດອນ ເປັນປະທານອົງການຍິງ​ໜຸ່ມສາມັນ, ໂດຍມີ ມະ​ແຊວ ລິນ ຄະ​ເຣກ ເປັນທີ່ປຶກສາທີໜຶ່ງ ແລະ ຣີ​ແບັກ​ກາ ລິນ ຄະ​ເຣເວັນ ເປັນທີ່ປຶກສາທີສອງ.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ, ລີ​ຊາ ເຣ​ເນ ຮາກ​ເນສ໌ ຮັບ​ໃຊ້​ເປັນ​ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ​ສາ​ມັນ.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.

ຂໍສະເໜີໃຫ້ສະໜັບສະໜູນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຄົນອື່ນໆ, ສາວົກເຈັດສິບປະຈຳເຂດ, ແລະ ຝ່າຍປະທານອົງການຊ່ວຍເຫລືອສາມັນຕ່າງໆ ຊຶ່ງຖືກແຕ່ງຕັ້ງໄວ້ແລ້ວຕອນນີ້.

ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.

ຜູ້ທີ່ຂັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.

ປະ​ທານ​ແນວ​ສັນ, ການ​ອອກ​ສຽງ​ຖືກ​ບັນ​ທຶກ​ໄວ້​ແລ້ວ. ພວກເຮົາຂໍເຊື້ອເຊີນຜູ້ທີ່ຂັດຄ້ານ ໃຫ້ຕິດຕໍ່ຫາປະທານສະເຕກຂອງຕົນ.

ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ທີ່​ຫາ​ກໍ​ໄດ້​ເຮັດໄປ​ນັ້ນ, ບັດ​ນີ້ ພວກ​ເຮົາ​ມີ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ 116 ຄົນ. ເກືອບ​ເຖິງ 40 ເປີ​ເຊັນ ໃນ​ບັນ​ດາ​ພວກ​ເພິ່ນ ໄດ້​ເກີດ​ຢູ່ນອກ ສະ​ຫະ​ລັດ​ອາ​ເມ​ຣິ​ກາ—ໃນປະ​ເທດ ເຢຍ​ລະ​ມັນ, ບຣາ​ຊິນ, ແມັກ​ຊິ​ໂກ, ນິວ​ຊີ​ແລນ, ສະ​ກ໊ອດ​ແລນ, ກາ​ນາ​ດາ, ​ເກົາ​ຫລີ​ໃຕ້, ກົວ​ເຕ​ມາ​ລາ, ອາກ​ຊັງ​ຕິນ, ອີຕາ​ລີ, ຊີມ​ບຳ​ເວ, ອູ​ຣູກວາຍ, ເປ​ຣູ, ​ອາ​ຟ​ຣິ​ກາ​ໃຕ້, ​ອາ​ເມ​ຣິ​ກາ​ຊາ​ມົວ, ອັງ​ກິດ, ປູ​ເອີ​ໂຕ ຣິ​ໂກ, ອົດ​ສະ​ຕາ​ລີ, ເວ​ເນ​ຊູ​ເອ​ລາ, ເຄັນ​ຢາ, ​ຟີ​ລິບ​ປິນ, ປອກ​ຕຸຍ​ການ, ຟີ​ຈີ, ຈີນ, ຍີ່​ປຸ່ນ, ຈີ​ເລ, ໂຄ​ລຳ​ເບຍ, ແລະ ຝະ​ຣັ່ງ.

ອ້າຍເອື້ອຍນ້ອງທັງຫລາຍ, ພວກ​ເຮົາ​ຂໍຂອບໃຈສຳລັບສັດທາ ແລະ ຄຳອະທິຖານຂອງທ່ານ ເພື່ອຜູ້ນຳຂອງສາດສະໜາຈັກຕະຫລອດມາ.

ບັດ​ນີ້ ພວກເຮົາຂໍເຊື້ອເຊີນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ສາ​ວົກ​ເຈັດ​ສິບ, ຝ່າຍ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ ແລະ ຊິດ​ສະ​ເຕີ ຮາກ​ເນສ໌ ແຫ່ງ​ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ​ສາ​ມັນ ທີ່​ຫາ​ກໍ​ໄດ້​ຖືກ ສະ​ໜັບ​ສະ​ໜູນ ໃຫ້ຂຶ້ນມານັ່ງຢູ່​ເທິງເວທີ.