​2010–2019
ຂໍ​ໃຫ້​ເຮົາ​ດຳ​ເນີນ​ໄປ​ໜ້າ
ເດືອນ​ເມສາ 2018


ຂໍ​ໃຫ້​ເຮົາ​ດຳ​ເນີນ​ໄປ​ໜ້າ

ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ ທີ່​ຈະ​ເຊື່ອ​ຟັງ ຈະ​ເພີ່ມ​ພູນ ເມື່ອ​ທ່ານ​ຈື່​ຈຳ ແລະ ໄຕ່​ຕອງ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ຮູ້​ສຶກ ໃນ​ລະ​ຫວ່າງ​ສອງມື້ນີ້.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເມື່ອ​ເຮົາ​ມາ​ເຖິງ​ທ້າຍກອງ​ປະ​ຊຸມ​ແຫ່ງ​ປະ​ຫວັດ​ສາດນີ້, ຂ້າ​ພະ​ເຈົ້າ​ຂໍ​ຮ່ວມ​ກັບ​ທ່ານ ໃນ​ການ​ຂອບ​ພຣະ​ໄທ​ພຣະ​ຜູ້​ເປັນ​ເຈົ້າ ສຳ​ລັບ​ການ​ຊີ້​ນຳ ແລະ ອິດ​ທິ​ພົນ​ທີ່​ດົນ​ໃຈ ຈາກພຣະ​ອົງ. ສຽງ​ເພງ​ກໍ​ມ່ວນ​ອອນ​ຊອນ. ບໍ່​ພຽງ​ແຕ່​ຂ່າວ​ສານ​ໄດ້​ໃຫ້​ຄວາມ​ຮູ້​ເທົ່າ​ນັ້ນ, ແຕ່​ມັນ​ຍັງ​ປ່ຽນ​ແປງ​ຊີ​ວິດ​ນຳ​ອີກ!

ໃນ​ການ​ຊຸມ​ນຸມ​ທີ່​ສັກ​ສິດ ເຮົາ​ໄດ້​ສະ​ໜັບ​ສະ​ໜູນ​ຝ່າຍ​ປະ​ທານ​ສູງ​ສຸດ. ຊາຍ​ທີ່​ດີ​ເລີດ​ສອງ​ຄົນ ກໍ​ໄດ້​ຖືກ​ເອີ້ນ​ສູ່​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ. ແລະ ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ສາ​ວົກ​ເຈັດ​ສິບ ຈຳ​ນວນ ແປດ​ທ່ານ ໄດ້​ຖືກ​ເອີ້ນ.

ບັດ​ນີ້ ເພງ​ທີ່​ເຮົາ​ມັກ ໄດ້​ສະ​ຫລຸບ​ການ​ຕັດ​ສິນ​ໃຈ​ໃໝ່​, ການ​ທ້າ​ທາຍ, ແລະ ການມອບ​ໝາຍ​ຂອງ​ເຮົາ ທີ່​ຈະ​ດຳ​ເນີນ​ໄປ​ໜ້າ ທີ່​ວ່າ:

ຂໍ​ໃຫ້​ເຮົາ​ເດີນ​ໄປ​ໃນ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ,

ເມື່ອເຮົາ​ສິ້ນ​ໄປ ເຮົາ​ຈະ​ໄດ້​ຮັບ​ລາງວັນ;

ໃຫ້​ເຮົາ​ໝັ່ນ​ແກວ່ງ​ດາບ ປາບ​ປາມ​ເພື່ອ​ຄວາມ​ດີ,

ດາບນີ້​ຄື​ດາບ​ສັດ​ຈະ.

ຢ່າ​ຢ້ານ​ເຖິງ​ແມ່ນ​ສັດ​ຕູ​ເຍາະ​ເຍີ້ຍ;

ກ້າ​ຫານ, ຊານ​ໄຊ ພຣະ​ຜູ້​ເປັນ​ເຈົ້າ​ຄຽງ​ຂ້າງ.

ຫູ​ຢ່າ​ເບົາ​ເຊື່ອ ເມື່ອ​ຄົນ​ຊົ່ວ​ເວົ້າ​ບອກ​ເຮົາ,

ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ ເຮົາ​ຈະ​ເຊື່ອ​ຟັງ.1

ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ທ່ານ ໃຫ້​ສຶກ​ສາ​ຂ່າວ​ສານ​ຂອງກອງ​ປະ​ຊຸມ​ໃຫຍ່ນີ້ເລື້ອຍໆ—ທົບ​ທວນມັນ​ເລື້ອຍໆ—ລະ​ຫວ່າງ​ຫົກ​ເດືອນ​ຂ້າງ​ໜ້າ. ດ້ວຍຄວາມ​ສຳ​ນຶກ​ທີ່​ດີ ໃຫ້​ຊອກ​ຫາ​ວິ​ທີເອົາ​ຂ່າວ​ສານ​ເຫລົ່າ​ນີ້ ໄປ​ປະ​ກອບ​ເຂົ້າ​ກັບ​ການ​ສັງ​ສັນ​ໃນ​ຄອບ​ຄົວ, ການ​ສິດ​ສອນ​ພຣະ​ກິດ​ຄຸນ, ການ​ເວົ້າ​ລົມນຳ​ຄອບ​ຄົວ ແລະ ໝູ່​ເພື່ອນ, ແມ່ນ​ແຕ່ການ​ສົນ​ທະ​ນາ​ຂອງ​ທ່ານ ກັບ​ຄົນ​ທີ່ບໍ່​ເຊື່ອ​ຖື​ແບບ​ເຮົາ. ຫລາຍ​ຄົນ​ທີ່​ດີ ຈະ​ຮັບ​ເອົາ​ຄວາມ​ຈິງ ທີ່​ໄດ້​ສອນ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່ນີ້ ເມື່ອ​ມັນ​ຖືກມອບໃຫ້​ດ້ວຍ​ຄວາມ​ຮັກ. ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ ທີ່​ຈະ​ເຊື່ອ​ຟັງ ຈະ​ເພີ່ມ​ພູນ ເມື່ອ​ທ່ານ​ຈື່​ຈຳ ແລະ ໄຕ່​ຕອງ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ຮູ້​ສຶກ ໃນ​ລະ​ຫວ່າງ​ສອງມື້ນີ້.

ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອນີ້ ເປັນ​ການ​ເລີ່ມ​ຕົ້ນ​ຍຸກ​ໃໝ່​ແຫ່ງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ທຳ​ການ​ປ່ຽນ​ແປງ​ທີ່ສຳ​ຄັນ ໃນ​ວິ​ທີ​ທີ່​ເຮົາ​ຈະ​ໄດ້​ດູ​ແລ​ກັນ​ແລະ​ກັນ. ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ—ທັງ​ເຖົ້າ​ແກ່ ແລະ​ໜຸ່ມ​ນ້ອຍ—ຈະ​ຮັບ​ໃຊ້​ກັນ​ແລະ​ກັນ ໃນ​ວິ​ທີ​ໃໝ່ ແລະ ສັກ​ສິດກວ່າ. ກຸ່ມ​ແອວ​ເດີ ຈະ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຊາຍ, ຍິງ, ແລະ ເດັກ​ນ້ອຍ ຕະ​ຫລອດ​ທົ່ວ​ໂລກ. ເອື້ອຍ​ນ້ອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຈະ​ສືບ​ຕໍ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ໃນ​ວິ​ທີ​ທີ່​ດີ​ເລີດ ແລະ ດ້ວຍ​ຄວາມ​ຮັກ, ໃຫ້​ໂອ​ກາດ​ເອື້ອຍ​ນ້ອງ​ຄົນ​ໜຸ່ມມາ​ເຂົ້າ​ຮ່ວມ​ນຳ​ເຂົາ​ເຈົ້າ ດັ່ງ​ທີ່​ໄດ້​ມອບ​ໝາຍ​ໃຫ້​ຢ່າງ​ຖືກ​ຕ້ອງ.

ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ໂລກ​ແມ່ນ​ລຽບ​ງ່າຍ ແລະ ຈິງ​ໃຈ ທີ່​ວ່າ: ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ ທັງສອງ​ຟາກ​ມ່ານ ໃຫ້ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຮັບ​ເອົາ​ພອນ​ຂອງ​ພຣະ​ວິ​ຫານ​ທີ່​ສັກ​ສິດ, ມີ​ຄວາມ​ສຸກ​ທີ່​ຍືນ​ຍາວ, ແລະ ເໝາະ​ສົມ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ.2

ຄວາມ​ສູງ​ສົ່ງ​ໃນ​ທີ່​ສຸດ ຮຽກ​ຮ້ອງ​ຄວາມ​ຊື່​ສັດ​ແທ້ໆ ຕໍ່​ພັນ​ທະ​ສັນ​ຍາຂອງ​ເຮົາໃນ​ເວ​ລານີ້ ທີ່​ເຮົາ​ໄດ້​ຮັບ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໃນ​ເວ​ລານີ້, ເຮົາ​ມີ​ພຣະ​ວິ​ຫານ​ທີ່​ເປີດ​ບໍ​ລິ​ການ ຢູ່ 159 ແຫ່ງ, ແລະ ມີ​ຫລາຍ​ແຫ່ງ​ຕື່ມ​ອີກ ທີ່​ກຳ​ລັງ​ຖືກກໍ່ສ້າງ. ພວກ​ເຮົາ​ຢາກ​ໃຫ້​ມີ​ພຣະ​ວິ​ຫານ​ຢູ່​ໃກ້​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ທຸກ​ແຫ່ງ​ຫົນ. ບັດ​ນີ້ ພວກ​ເຮົາ​ຈຶ່ງ​ຂໍ​ປະ​ກາດ ການກໍ່​ສ້າງ​ພຣະ​ວິ​ຫານ ອີກ​ເຈັດ​ແຫ່ງ. ພຣະ​ວິ​ຫານ​ເຫລົ່າ​ນັ້ນ ຈະ​ຕັ້ງ​ຢູ່​ໃນ​ສະ​ຖານ​ທີ່​ດັ່ງ​ຕໍ່​ໄປ​ນີ້: ເມືອງຊອລ໌​ຕາ, ປະ​ເທດອາກ​ຊັງ​ຕິນ; ເມືອງ​ເບັນ​ກາ​ລູ​ຣູ, ປະ​ເທດ​ອິນ​ເດຍ; ເມືອງ​ມາ​ນາ​ກູ, ປະ​ເທດ​ນິ​ກາ​ຣາກວາ; ເມືອງ​ຄາ​ກາ​ຢານ ເດີ ໂອ​ໂຣ, ປະ​ເທດ​ຟີ​ລິບ​ປິນ; ເມືອງ​ເລ​ຕັນ, ລັດ​ຢູ​ທາ; ເມືອງ​ຣິ​ຈະ​ມອນ, ລັດ​ເວີ​ຈີ​ເນຍ; ແລະ ໃນ​ເມືອງ​ໃຫຍ່​ໜຶ່ງ​ອີກ ທີ່ຢູ່​ໃນ​ຂັ້ນ​ພິ​ຈາ​ລະ​ນາ ໃນ​ປະ​ເທດ​ຣັດ​ເຊຍ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ການກໍ່​ສ້າງ​ພຣະ​ວິ​ຫານ​ເຫລົ່າ​ນີ້ ອາດບໍ່​ປ່ຽນ​ແປງ​ຊີ​ວິດ​ຂອງ​ທ່ານ, ແຕ່​ເວ​ລາ​ທີ່​ທ່ານໃຊ້​ຢູ່​ໃນ​ພຣະ​ວິ​ຫານ ຈະ​ປ່ຽນ​ຊີ​ວິດ​ຂອງ​ທ່ານ ຢ່າງ​ແນ່ນອນ. ໃນ​ຄວາມ​ຮູ້​ສຶກນັ້ນ, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ທ່ານ ໃຫ້​ຮູ້​ຈັກ​ສິ່ງ​ທີ່​ທ່ານ​ຄວນ​ເຊົາ​ເຮັດ ເພື່ອ​ວ່າ​ທ່ານ​ຈະ​ມີ​ເວ​ລາ​ຫລາຍ​ຂຶ້ນ ສຳ​ລັບ​ພຣະ​ວິ​ຫານ. ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ທ່ານ ໃຫ້​ມີ​ຄວາມ​ປອງດອງ ແລະ ຄວາມ​ຮັກ ຢູ່​ໃນ​ບ້ານ​ເຮືອນ​ຂອງ​ທ່ານ​ຫລາຍ​ຂຶ້ນ ແລະ ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ດູ​ແລ ຄວາມ​ສຳ​ພັນ​ແຫ່ງ​ນິ​ລັນ​ດອນ​ຂອງ​ຄອບ​ຄົວ​ໄວ້. ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ທ່ານ ໃຫ້​ມີ​ສັດ​ທາ​ຫລາຍກວ່າ​ເກົ່າ ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ມີ​ຄວາມ​ສາ​ມາດ​ຫລາຍ​ຂຶ້ນ ທີ່​ຈະ​ຕິດ​ຕາມ​ພຣະ​ອົງ ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ທ່ານ ໃຫ້​ເປັ່ງ​ສຽງ​ສະ​ແດງ​ປະ​ຈັກ​ພະ​ຍານ, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ຢູ່​ດຽວນີ້, ວ່າ​ເຮົາ​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ ອົງ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່! ພຣະ​ເຢ​ຊູ ຄື​ພຣະ​ຄຣິດ. ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ຊຶ່ງ​ພຣະ​ອົງ​ຊີ້​ນຳ ຜ່ານ​ທາງ​ຜູ້​ຮັບ​ໃຊ້​ທີ່​ຖືກ​ເຈີມໄວ້​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ, ດ້ວຍ​ການ​ສະ​ແດງ​ຄວາມ​ຮັກ​ຕໍ່​ທ່ານ​ທັງ​ຫລາຍ, ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. “Let Us All Press On,” Hymns, no. 243.

  2. ຄວາມ​ໝາຍ​ໃນ Doctrine and Covenants 14:7 ແມ່ນ “ຂອງ​ປະ​ທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ ໃນ​ຂອງ​ປະ​ທານ​ທັງ​ໝົດ​ຂອງ​ພຣະ​ເຈົ້າ.”