​2010–2019
ຄຳ​ປາ​ໄສ​​ທີ່ເປັນ​ການແນະນຳ
ເດືອນ​ເມສາ 2018


ຄຳ​ປາ​ໄສ​​ທີ່ເປັນ​ການແນະນຳ

ພວກ​ເຮົາຈະ​ໄດ້​ປະ​ກາດ​ເຖິງ​ການ​ດັດ​ແປງ​ທີ່​ສຳ​ຄັນ ໃນ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ເພື່ອ​ເຮັດວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ.

ຂອບ​ໃຈ​ຫລາຍ​ໆ, ບຣາ​ເດີ ໂຮມສ໌, ສຳ​ລັບ​ຂ່າວ​ສານ​ທີ່​ສຳ​ຄັນ​ຂອງ​ທ່ານ.

ອ້າຍ​ນ້ອງ​ທັງ​ຫລາຍ, ພວກ​ເຮົາ​ຄິດ​ຮອດ​ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ແລະ ແອວ​ເດີ ຣໍ​ເບີດ ດີ ແຮວສ໌ ຫລາຍ. ແຕ່​ພວກ​ເຮົາ​“ທຸກ​ຄົນກໍ​ຕ້ອງ​ດຳ​ເນີນ​ໄປ​ໜ້າ ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”1

ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ສຳ​ລັບ​​ຜູ້ຊາຍ​ແຕ່​ລະ​ຄົນ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ. ທ່ານ​ເປັນ​ຄວາມ​ຫວັງ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ເຮົາ, ທີ່​ປະ​ສົງ​ໃຫ້ທຸກໆ​ຄົນ ກ່າວ​ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ ອົງ​ເປັນ​ພຣະຜູ້​ເປັນ​ເຈົ້າ, ແມ່ນແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ.2 ພຣະ​ອົງ​ປະ​ສົງ​ໃຫ້​ບຸດ ທຸກ​ຄົນ ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ເປັນ​ຕົວ​ແທນ​ຂອງ​ພຣະ​ອົງ, ເພື່ອ​ກ່າວ​ແທນ​ພຣະ​ອົງ, ເພື່ອ​ກະ​ທຳ​ແທນ​ພຣະ​ອົງ, ແລະ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ ຕະ​ຫລອດ​ທົ່ວ​ໂລກ ຈົນ​ເຖິງ​ທີ່​ສຸດ ເພື່ອສັດ​ທາ​ຈະ​​ໄດ້ເພີ່ມ​ທະ​ວີ​ຂຶ້ນ ຕະ​ຫລອດ​ທົ່ວແຜ່ນ​ດິນ​ໂລກ.3

ພວກ​ທ່ານ​ບາງ​ຄົນ ໄດ້​ຮັບ​ໃຊ້​ຢູ່​​ໃນບ່ອນ​ທີ່​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ ມາ​ຫລາຍ​ຊົ່ວ​ລຸ້ນ​ຄົນ​ແລ້ວ. ບາງ​ຄົນ​ໄດ້​ຮັບ​ໃຊ້​ຢູ່​​ໃນບ່ອນ​ທີ່​ໜ່ວຍ​​ຂອງສາດ​ສະ​ໜາ​ຈັກ​ ຫາ​ກໍ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ. ສຳ​ລັບ​ບາງ​ຄົນ, ຫວອດ​ຂອງ​ທ່ານ​ແມ່ນ​ໃຫຍ່​ໂຕ. ສ່ວນ​ອີກ​ບາງ​ຄົນ, ສາ​ຂາ​ຂອງ​ທ່ານ​ອາດ​ນ້ອຍໆ ແລະ ຕັ້ງ​ຢູ່​ໄກ. ບໍ່​ວ່າ​ສະ​ພາບ​ການ​ຂອງ​ທ່ານ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ທ່ານ​ແຕ່​ລະ​ຄົນ ກໍ​ເປັນ​ສະ​ມາ​ຊິກ​ຢູ່​ໃນ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ ຊຶ່ງ​ມີ​ພຣະ​ບັນ​ຊາ​ຈາກ​ສະ​ຫວັນ ໃຫ້​ຮຽນ​ຮູ້ ແລະ ສິດ​ສອນ, ໃຫ້​ຮັກ ແລະ ຮັບ​ໃຊ້​ຄົນ​ອື່ນ.

ຄ່ຳ​ຄືນນີ້, ພວກ​ເຮົາຈະ​ໄດ້​ປະ​ກາດ​ເຖິງ​ການ​ດັດ​ແປງ​ທີ່​ສຳ​ຄັນ ໃນ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ເພື່ອ​ເຮັດວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ. ນັບ​ຈາກນີ້​ໄປ, ໃນ​ແຕ່​ລະ​ຫວອດ, ມະ​ຫາ​ປະ​ໂລ​ຫິດ ແລະ ແອວ​ເດີ ຈະ​ລວມ​ເຂົ້າ​ກັນ ເປັນ​ກຸ່ມ​ແອວ​ເດີ​ກຸ່ມ​ດຽວ. ການ​ດັດ​ແປງ​ດັ່ງ​ກ່າວ ຈະ​ສົ່ງ​ເສີມ​ຄວາມ​ສາ​ມາດ​ຢ່າງ​ຫລວງ​ຫລາຍ ຂອງ​ຜູ້​ຊາຍທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ທີ່​ຈະ​ຮັບ​ໃຊ້​ຄົນ​ອື່ນ. ຜູ້​ທີ່​ສາ​ມາດ​ກາຍ​ເປັນ​ແອວ​ເດີ​ໄດ້ ຈະ​ຖືກ​ຕ້ອນ​ຮັບ​ໂດຍ​ກຸ່ມນີ້. ໃນ​ແຕ່​ລະ​ສະ​ເຕກ, ຝ່າຍ​ປະ​ທານ​ສະ​ເຕກ ຈະ​ສືບ​ຕໍ່​ຄວບ​ຄຸມ​ກຸ່ມ​ມະ​ຫາ​ປະ​ໂລ​ຫິດ​​ລະ​ດັບ​ສະ​ເຕກ. ແຕ່​ສ່ວນ​ປະ​ກອບ​ຂອງ​ກຸ່ມນີ້ ຈະ​ອີງ​ຕາມ​ການ​ເອີ້ນ​ຂອງ​ຖາ​ນະ​ປະ​ໂລ​ຫິດ ໃນ ປະ​ຈຸ​ບັນ, ຊຶ່ງຈະ​ອະ​ທິ​ບາຍ​ຕໍ່​ທ່ານໃນ​ພາຍ​ໜ້າ.

ບັດ​ນີ້ ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ແລະ ແອວ​ເດີ ຣອນ​ໂນ ເອ ແຣັສ໌​ແບນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ຈະ​ສິດ​ສອນ​ເຮົາເພີ່ມ​ເຕີມ ກ່ຽວ​ກັບ​ການ​ດັດ​ແປງ​ທີ່​ສຳ​ຄັນ​ເຫລົ່າ​ນີ້.

ການ​ດັດ​ແປງ​​ດັ່ງ​ກ່າວ ໄດ້​ຖືກ​ພິຈາ​ລະ​ນາ​ ມາ​ໄດ້​ຫລາຍ​ເດືອນ​ແລ້ວ. ພວກ​ເຮົາ​ຮູ້​ສຶກວ່າ ມັນ​ຈຳ​ເປັນ​ທີ່​ຈະ​ພັດ​ທະ​ນາ​ ໃນ​ວິ​ທີ​ທີ່​ເຮົາ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ສະ​ມາ​ຊິກ​ຂອງ​ເຮົາ ແລະ ລາຍ​ງານ​ການ​ຕິດ​ຕໍ່​ຂອງ​ເຮົາ​ນຳ​ເຂົາ​ເຈົ້າ. ໃນ​ການ​ເຮັດ​ສິ່ງນີ້​ໃຫ້​ດີກວ່າ​ເກົ່າ, ເຮົາ​ຕ້ອງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຮົາ, ​ຕ້ອງ​ໃຫ້ການ​ຊີ້​ນຳ​ທີ່​ດີກວ່າ ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ການ​ຊຸກ​ຍູ້ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ສຳ​ລັບ​ໄພ່​ພົນ​ຂອງ​ພຣະ​ອົງ.

ການ​ດັດ​ແປງ​ເຫລົ່າ​ນີ້ ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ເຮົາ​ປະ​ຕິ​ບັດ​ຕາມ, ເຮົາ​ຈະ​ມີ​ປະ​ສິດ​ທິ​ພາບ​ຫລາຍກວ່າ​ທີ່​ຜ່ານ​ມາ.

ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ອົງ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່. ພຣະ​ເຢ​ຊູ​ຄື ພຣະ​ຄຣິດ! ເຮົາ​ແມ່ນ​ຜູ້​ຮັບ​ໃຊ້​ທີ່​ຖ່ອມ​ຕົວຂອງ​ພຣະ​ອົງ! ຂໍ​ໃຫ້​ພຣະ​ເຈົ້າ​ຈົ່ງ​ອວຍ​ພອນ​ທ່ານ, ອ້າຍ​ນ້ອງ​ທັງ​ຫລາຍ, ເມື່ອ​ເຮົາ​ຮຽນ​ຮູ້​ທີ່​ຈະ​ເຮັດ​ໜ້າ​ທີ່​ຂອງ​ເຮົາ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.