​2010–2019
ການ​ເປີດ​ເຜີຍ​ສຳ​ລັບ​ສາດ​ສະ​ໜາ​ຈັກ, ການ​ເປີດ​ເຜີຍ​ສຳ​ລັບ​ຊີ​ວິດ​ຂອງ​ເຮົາ
ເດືອນ​ເມສາ 2018


ການ​ເປີດ​ເຜີຍ​ສຳ​ລັບ​ສາດ​ສະ​ໜາ​ຈັກ, ການ​ເປີດ​ເຜີຍ​ສຳ​ລັບ​ຊີ​ວິດ​ຂອງ​ເຮົາ

ໃນ​ອະ​ນາ​ຄົດ, ມັນ​​ເປັນ​ໄປ​ບໍ່​ໄດ້ ທີ່​ເຮົາ​ຈະ​ປອດ​ໄພ​ທາງວິນ​ຍານ ຖ້າ​ປາດ​ສະ​ຈາກ​ການ​ນຳ​ພາ, ການ​ຊີ້​ນຳ, ການ​ປອບ​ໂຍນ, ແລະ ອິດ​ທິ​ພົນ​ທີ່ບໍ່​ເຄີຍ​ຂາດຂອງພຣະ​ວິນ​ຍານ​ບໍ​ລິ​ສຸດ.

ຊ່າງ​ເປັນ​ສິດ​ທິ​ພິ​ເສດ​ທີ່​ດີ​ເລີດ​ແທ້ໆ ທີ່​ໄດ້​ສະ​ເຫລີມ​ສະ​ຫລອງວັນ​ອິດ​ສະ​ເຕີ ກັບ​ທ່ານ ໃນ​ເຊົ້າ​ວັນ​ອາ​ທິດມື້ນີ້ ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ! ບໍ່​ມີ​ສິ່ງ​ໃດ ເໝາະ​ສົມ​ຫລາຍກວ່າ​ການ​ສະ​ເຫລີມ​ສະ​ຫລອງ ເຫດ​ການ​ທີ່​ສຳ​ຄັນ​ທີ່​ສຸດ ທີ່​ເຄີຍ​ເກີດ​ຂຶ້ນ​ຢູ່​ໃນ​ໂລກ ໂດຍ​ການ​ນະ​ມັດ​ສະ​ການ​ຜູ້​ທີ່​ສຳ​ຄັນ​ທີ່​ສຸດ ທີ່​ໄດ້​ມາ​ເກີດ​ຢູ່​ໃນ​ໂລກນີ້. ຢູ່​ໃນສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍນີ້, ພວກ​ເຮົາ​ນະ​ມັດ​ສະ​ການ​ພຣະ​ອົງ ຜູ້​​ໄດ້​ເລີ່ມ​ຕົ້ນ​ການ​ຊົດ​​ໃຊ້​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ. ພຣະ​ອົງ​ໄດ້​ເຕັມ​ພຣະ​ໄທ ທີ່​ຈະ​ຮັບ​ທຸກ​ທໍ​ລະ​ມານ ເພື່ອ​ບາບ ແລະ ຄວາມ​ອ່ອນ​ແອ​ຂອງ​ເຮົາ​ແຕ່​ລະ​ຄົນ, ຊຶ່ງ​ການ​ຮັບ​ທຸກ​ທໍ​ລະ​ມານນັ້ນ ໄດ້​ເຮັດ​“ໃຫ້ໂລ​ຫິດ​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ.”1 ພຣະ​ອົງ​ໄດ້​ຖືກ​ຄຶງ​ຢູ່​ເທິງ​ໄມ້​ກາງ​ແຂນ ຢູ່​ພູ​ຫົວ​ກະ​ໂຫລກ2 ແລະ ໄດ້​ຟື້ນ​ຄືນ​ພຣະ​ຊົນ ໃນ​ມື້​ທີ​ສາມ ຊຶ່ງ​ເປັນ​ການ​ຟື້ນ​ຄືນ​ຊີ​ວິດ​ເທື່ອ​ທຳ​ອິດ ຂອງ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຂ້າ​ພະ​ເຈົ້າ​ຮັກ​ພຣະ​ອົງ ແລະ ເປັນ​ພະ​ຍານ​ວ່າ ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່! ແມ່ນ​ພຣະ​ອົງ​ທີ່​ນຳ​ພາ ແລະ ຊີ້​ນຳ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ປາດ​ສະ​ຈາກ​ການ​ຊົດ​ໃຊ້​ອັນ​ເປັນ​ນິດ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ເຮົາ, ຈະ​ບໍ່​ມີ​ຄົນ​ໃດ​ໃນ​ພວກ​ເຮົາ ທີ່​ສາ​ມາດ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້. ປາດ​ສະ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ຄວາມ​ຕາຍ​ຄົງ​ເປັນ​ທີ່​ສຸດ. ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ໄດ້​ເຮັດ​ໃຫ້​ຊີ​ວິດ​ນິ​ລັນ​ດອນ ເປັນ​ໄປ​ໄດ້ ແລະ ອະ​ມະ​ຕະ ເປັນ​ສິ່ງ​ທີ່​ແນ່ນອນ ສຳ​ລັບ​ທຸກ​ຄົນ.

ເພາະ​ພາ​ລະ​ກິດ​ທີ່​ຍອດ​ຢ້ຽມຂອງ​ພຣະ​ອົງ ແລະ ເພາະ​ສັນ​ຕິ​ສຸກ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້ ຜູ້​ຕິດ​ຕາມ​ພຣະ​ອົງ, ເວັນ​ດີ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ສຶກ​ໄດ້​ຮັບ​ການ​ປອບ​ໂຍນ ໃນ​ວັນ​ທີ 2 ເດືອນ​ມັງ​ກອນ, ປີ 2018, ເມື່ອ​ໂທ​ລະ​ສັບ​ໄດ້​ປຸກ​ພວກ​ເຮົາ​ໃຫ້​ຕື່ນ ແລ້ວໄດ້​ຍິນ​ວ່າ ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​​ຂ້າມ​ໄປ​ຟາກ​ມ່ານ​ ເບື້ອງນັ້ນ​ແລ້ວ.

ຮູບ​ພາບ
ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ແລະ ປະ​ທານ​ທອມ​ມັສ ແອັສ ມອນ​ສັນ

ພວກ​ເຮົາ​ກໍ​ຄິດ​ຮອດ​ປະ​ທານມອນ​ສັນ​ຫລາຍ! ພວກ​ເຮົາໃຫ້​ກຽດ​ຊີ​ວິດ ແລະ ມໍ​ລະ​ດົກ​ຂອງ​ເພິ່ນ. ວິ​ລະ​ບຸ​ລຸດທີ່​ດີ​ເດັ່ນ, ໄດ້​ປະ​ຮອຍ​ທີ່ບໍ່​ສາ​ມາດ​ລຶບ​ໄດ້ ໄວ້​ກັບ​ເຮົາ​ທຸກ​ຄົນ ຜູ້​ຮູ້​ຈັກ​ເພິ່ນ ແລະ ປະໄວ້​ກັບ​ສາດ​ສະ​ໜາ​ຈັກ​ທີ່​ເພິ່ນ​ຮັກ.

ໃນ​ວັນ​ອາ​ທິດ, ວັນ​ທີ 14 ເດືອນ​ມັງ​ກອນ, 2018, ຢູ່​ໃນ​ຫ້ອງ​ຊັ້ນ​ເທິງ​ຂອງ​ພຣະ​ວິ​ຫານ​ເຊົາ​ເລັກ, ຝ່າຍ​ປະ​ທານ​ສູງ​ສຸດ ໄດ້​ຖືກ​ຈັດ​ຕັ້ງ ໃນ​ແບບ​ແຜນ​ທີ່​​ລຽບ​ງ່າຍ ແຕ່​ສັກ​ສິດ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ຖາ​ປະ​ນາ​ໄວ້. ແລ້ວ, ຢູ່​ໃນ​ການ​ຊຸມ​ນຸມ​ທີ່​ສັກ​ສິດ ມື້​ເຊົ້າວານນີ້, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຕະ​ຫລອດ​ທົ່ວ​ໂລກ ກໍ​ໄດ້​ຍົກ​ມື​ຢືນ​ຢັນ ດັ່ງ​ທີ່ອັກ​ຄະ​ສາ​ວົກ​​ໄດ້​ເຮັດ​​ກ່ອນ​ແລ້ວ. ຂ້າ​ພະ​ເຈົ້າ​ມີ​ຄວາມ​​ກະ​ຕັນ​ຍູ​ຢ່າງ​ລົ້ນ​ເຫລືອ ສຳ​ລັບ​ການ​ສະ​ໜັບ​ສະ​ໜັບ​ຂອງ​ທ່ານ.

ຂ້າ​ພະ​ເຈົ້າ​ກໍ​ມີ​ຄວາມ​ກະ​ຕັນ​ຍູ​​ຫລາຍ ຕໍ່​ຜູ້​ທີ່​ໄດ້​ຮັບ​ຕຳ​ແໜ່ງນີ້​ກ່ອນ​ຂ້າ​ພະ​ເຈົ້າ. ມັນ​ເປັນ​ສິດ​ທິ​ພິ​ເສດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້ ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ​ມາ​ເປັນ​ເວ​ລາ 34 ປີ ແລະ ຮູ້​ຈັກ ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ 10 ຄົນ ໃນ​ຈຳ​ນວນ 16 ຄົນ ທີ່​ຜ່ານ​ມາ. ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຢ່າງ​ຫລວງ​ຫລາຍ​ຈາກ​ພວກ​ເພິ່ນ.

ຂ້າ​ພະ​ເຈົ້າ​ກໍ​ເປັນ​ໜີ້​ບຸນ​ຄຸນ​ຕໍ່​ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ​ຫລາຍ​ຄື​ກັນ. ພໍ່​ຕູ້​ແມ່​ຕູ້​ທວດ ທັງ​ແປດ​ຄົນ ຂອງ​ຂ້າ​ພະ​ເຈົ້າ ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ ໃນ​ເອີ​ຣົບ. ພວກ​ເພິ່ນ​ແຕ່​ລະ​ຄົນ ໄດ້​ເສຍ​ສະ​ລະ​ທຸກ​ສິ່ງ ເພື່ອ​ມາ​ຫາ​ຊີ​ໂອນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນລຸ້ນ​ລູກ​ຫລານ​ຕໍ່​ມາ, ບໍ່​ແມ່ນ​ທຸກ​ຄົນ ໃນ​ບັນ​ດາ ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ ທີ່​ເຂັ້ມ​ແຂງ. ເມື່ອ​ເປັນ​ແນວນັ້ນ, ຂ້າ​ພະ​ເຈົ້າ​ກໍ​ເລີຍ​ເຕີບ​ໃຫຍ່​ຂຶ້ນ ຢູ່​ໃນ​ຄອບ​ຄົວ​ທີ່ບໍ່​ມີ​ພຣະ​ກິດ​ຕິ​ຄຸນເປັນ​ຫລັກ.

ຮູບ​ພາບ
ພໍ່​ແມ່​ຂອງ​ປະ​ທານ​ແນວ​ສັນ
ຮູບ​ພາບ
ຄອບ​ຄົວ​ຂອງ​ປະ​ທານ​ແນວ​ສັນ ຕອນ​ລູກ​ຍັງ​ນ້ອຍ

ຂ້າ​ພະ​ເຈົ້າ​ຮັກ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ຫລາຍ​ທີ່​ສຸດ. ພວກ​ເພິ່ນ​ເປັນ​ທຸກ​ສິ່ງ​ທຸກ​ຢ່າງ​ສຳ​ລັບ​ຂ້າ​ພະ​ເຈົ້າ ແລະ ໄດ້​ສອນ​ບົດ​ຮຽນ​ທີ່​ສຳ​ຄັນ​ໃຫ້​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ພວກ​ເພິ່ນ ສຳ​ລັບ​ຄອບ​ຄົວ​ທີ່​ມີ​ຄວາມ​ສຸກ ທີ່​ພວກ​ເພິ່ນ​ໄດ້​ສ້າງ​ສຳ​ລັບ​ຂ້າ​ພະ​ເຈົ້າ ແລະ ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ. ເຖິງ​ແມ່ນ​ເປັນ​ແນວນັ້ນ, ແຕ່​ຕອນ​ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ຍັງຮູ້​​ສຶກວ່າ ຂ້າ​ພະ​ເຈົ້າ​ຂາດ​ບາງ​ສິ່ງ. ມື້​ໜຶ່ງ ຂ້າ​ພະ​ເຈົ້າ​ໄດ້​ຂຶ້ນ​ລົດ​ໄປ​ຫາ​ຮ້ານ​ຂາຍ​ປຶ້ມ LDS ແລະ ຊອກ​ຫາ​ປຶ້ມ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ. ຂ້າ​ພະ​ເຈົ້າ​ມັກ​ຮຽນ​ເລື່ອງ​ພຣະ​ກິດ​ຕິ​ຄຸນ.

ເມື່ອ​ຂ້າ​ພະ​ເຈົ້າ​ຮູ້​ຈັກ​​ກ່ຽວ​ກັບພຣະ​ວາ​ຈາ​ແຫ່ງ​ປັນ​ຍາ, ຂ້າ​ພະ​ເຈົ້າ​​ກໍຢາກ​ໃຫ້​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ ດຳ​ລົງ​ຊີ​ວິດ​ຕາມນັ້ນ. ສະ​ນັ້ນ, ມື້​ໜຶ່ງ ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ໄດ້​ລົງ​ໄປ​ຫ້ອງ​ໃຕ້​ດິນ ແລະ ໄດ້​ທຸບ​ແກ້ວ​ເຫລົ້າທຸກ​ຂວດ ໃສ່​ພື້ນ​ສີ​ມັງຖິ້ມ​ໝົດ! ຂ້າ​ພະ​ເຈົ້າ​ຄິດ​ວ່າ ພໍ່​ຂອງ​ຂ້າ​ພະ​ເຈົ້າ​ຊິ​ລົງ​ໂທດ​ຂ້າ​ພະ​ເຈົ້າ, ແຕ່​ເພິ່ນບໍ່​ໄດ້​ເວົ້າ​ຈັກ​ຄຳ.

ເມື່ອ​ຂ້າ​ພະ​ເຈົ້າ​ໃຫຍ່​ຂຶ້ນ ແລະ ເຂົ້າ​ໃຈ​ເຖິງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ຕົວ​ເອງ ເລື້ອຍໆ​ວ່າ, “ເຮົາ​ບໍ່​ຢາກ​ໄດ້​ຂອງ​ຂວັນ​ຄຣິດ​ສະ​ມັດ​ອີກ! ແຕ່ເຮົາ​ຢາກ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່​ຂອງ​ເຮົາ.” ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຄອຍ​ຖ້າ ບໍ່​ໄດ້​ມາ​ເຖິງ​ຢ່າງ​ໄວ ຈົນ​ກວ່າ​ຫລັງ​ຈາກ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ ມີ​ອາ​ຍຸ​ຫລາຍກວ່າ 80 ປີ, ແລະ ແລ້ວມັນ​ກໍ​ໄດ້​ເກີດ​ເປັນ​ຈິງ. ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ສະ​ແດງ​ຄວາມ​ຊື່ນ​ຊົມທັງ​ໝົດ ທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກໃນ​ມື້ນັ້ນອອກ​ມາ​ໄດ້,3 ແລະ ແຕ່​ລະ​ມື້ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຊື່ນ​ຊົມນັ້ນ ທີ່​ພວກ​ເພິ່ນ​ໄດ້​ຜະ​ນຶກ​ເຂົ້າ​ກັນ ແລະ ຂ້າ​ພະ​ເຈົ້າ​ໄດ້​ຜະ​ນຶກ​ເຂົ້າ​ກັບ​ພວກ​ເພິ່ນ.

ຮູບ​ພາບ
ຣະໂຊ ແລະ ແດນ​ໂຊ ແນວສັນ

ໃນ​ປີ 1945, ຕອນ​ຂ້າ​ພະ​ເຈົ້າ​ຮຽນ​ເປັນ​ໝໍ, ຂ້າ​ພະ​ເຈົ້າໄດ້​ແຕ່ງ​ງານ​ກັບ​ນາງ ແດນ​ໂຊ ໄວ້ ຢູ່​ໃນ​ພຣະ​ວິ​ຫານ​ເຊົາ​ເລັກ. ນາງ ກັບ ຂ້າ​ພະ​ເຈົ້າ ໄດ້​ຮັບ​ພອນ ທີ່​ມີ​ລູກ​ສາວ​ທີ່​ສວຍ​ງາມ ເກົ້າຄົນ ແລະ ມີ​ລູກ​ຊາຍທີ່​ລ້ຳ​ຄ່າ ໜຶ່ງ​ຄົນ. ທຸກວັນ​ນີ້ ຄອບ​ຄົວ​ທີ່​ໃຫຍ່​ໂຕ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ນຳ​ຄວາມ​ສຸກ​ຢ່າງ​ລົ້ນ​ເຫລືອ ມາ​ໃຫ້​ຂ້າ​ພະ​ເຈົ້າ.

ຮູບ​ພາບ
ປະ​ທານ ແລະ ຊິດ​ສະ​ເຕີ​ແນວ​ສັນ ກັບພວກ​ລູກ​ສາວ​ຂອງ​ພວກ​ເພິ່ນ.
ຮູບ​ພາບ
ປະ​ທານ​ແນວ​ສັນ ກັບລູກ​ຊາຍ​ຂອງ​ເພິ່ນ

ໃນ​ປີ 2005, ຫລັງ​ຈາກ​ໄດ້​ແຕ່ງ​ງານ​ເກືອບ​ເຖິງ 60 ປີ, ນາງ​ແດນ​ໂຊ ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ຖືກ​ເອີ້ນ​ໃຫ້​ກັບ​ບ້ານຢ່າງ​ກະ​ທັນ​ຫັນ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ໂສກ​ເສົ້າ​ຫລາຍ​ທີ່​ສຸດ. ແຕ່​ຂ່າວ​ສານ​ຂອງວັນ​ອິດ​ສະ​ເຕີ ແລະ ຄຳ​ສັນ​ຍາ​ແຫ່ງ​ການ​ຟື້ນ​ຄືນ​ຊີ​ວິດ ໄດ້ປອບ​ໃຈຂ້າ​ພະ​ເຈົ້າ.

ຮູບ​ພາບ
ເວັນ​ດີ ແລະ ຣະ​ໂຊ ແນວສັນ

ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ພານາງ​ເວັນ​ດີ ວັດ​ສັນ ມາ​ຢູ່​ຄຽງ​ຂ້າງ​ຂ້າ​ພະ​ເຈົ້າ. ພວກ​ເຮົາໄດ້​ຜະ​ນຶກ​ເຂົ້າ​ກັນ​ຢູ່​ໃນ​ພຣະ​ວິ​ຫານ​ເຊົາ​ເລັກ ໃນ​ວັນ​ທີ 6 ເດືອນ​ເມ​ສາ, ປີ 2006. ຂ້າ​ພະ​ເຈົ້າ​ກໍ​ຮັກ​ນາງ​ຫລາຍ! ນາງ​ເປັນ​ຍິງທີ່​ດີ​ເດັ່ນ—ເປັນ​ພອນ​ທີ່​ຍິ່ງ​ໃຫຍ່ຕໍ່ຂ້າ​ພະ​ເຈົ້າ, ຕໍ່​ຄອບ​ຄົວ, ແລະ ຕໍ່​ສາດ​ສະ​ໜາ​ຈັກ​ທັງ​ໝົດ.

ພອນ​ແຕ່​ລະ​ຢ່າງ​ເຫລົ່າ​ນີ້ ໄດ້​ມາ​ເຖິງເພາະ​ການ​ສະ​ແຫວງ​ຫາ ແລະ ການ​ເຊື່ອ​ຟັງ​ຕໍ່​ການ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ປະ​ທານ​ໂລ​ເຣັນ​ໂຊ ສະ​ໂນ ໄດ້​ກ່າວ​ວ່າ, “ນີ້​ແມ່ນສິດ​ທິ​ພິ​ເສດ​ທີ່​ຍິ່ງ​ໃຫຍ່ ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທຸກ​ຄົນ … ນັ້ນ​ແມ່ນ​ສິດ​ຂອງ​ເຮົາ ທີ່​ຈະ​ໄດ້​ຮັບ​ການ​ສະ​ແດງ​ໃຫ້​ປະ​ຈັກ​ຂອງ​ພຣະ​ວິນ​ຍານ ໃນ​ທຸກວັນ​ຂອງ​ຊີ​ວິດ​ເຮົາ.”4

ສິ່ງ​ໜຶ່ງ​ທີ່​ພຣະ​ວິນ​ຍານ​ໄດ້​ກ່າວ​ກັບ​ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ ນັບ​ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເອີ້ນ​ໃໝ່ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ ແມ່ນ​​ພຣະ​ຜູ້​ເປັນ​ເຈົ້າ​ເຕັມ​ພຣະ​ໄທ ທີ່​ຈະ​ເປີດ​ເຜີຍ​ພຣະ​ດຳ​ລັດ ແລະ ພຣະ​ປະ​ສົງ​ຂອງ​ພຣະ​ອົງ. ສິດ​ທິ​ພິ​ເສດ​ທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ ເປັນ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ ຕໍ່​ລູກໆ​ຂອງ​ພຣະ​ອົງ.

ຜ່ານ​ທາງ​ການ​ສະ​ແດງ​ໃຫ້​ປະ​ຈັກ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເຮົາ ໃນ​ການ​ສະ​ແຫວງ​ຫາ​ທີ່​ຊອບ​ທຳ​ທັງ​ໝົດ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຈື່​ໄດ້ ຕອນຢູ່​ໃນ​ຫ້ອງ​ຜ່າ​ຕັດ, ຂ້າ​ພະ​ເຈົ້າ​ໄດ້​ຢືນ​ຢູ່​ນຳ​ຄົນ​ໄຂ້—ບໍ່​ແນ່​ໃຈ​ວ່າ ຈະ​ເຮັດ​ແນວ​ໃດ ກັບ​ວິ​ທີ​ທີ່ບໍ່​ເຄີຍ​ເຮັດ​ມາ​ກ່ອນ—ແລ້ວພຣະ​ວິນ​ຍານ​ບໍ​ລິ​ສຸດ ຜູ້​ມີ​ປະ​ສົບ​ການ​ຫລາຍ ໄດ້​ເປີດ​ເຜີຍ​ວິ​ທີ​ຢູ່​ໃນ​ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ.5

ເພື່ອ​ໃຫ້​ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ​ມີ​ນ້ຳ​ໜັກ ຕອນ​ຂໍ​ນາງ​ເວັນ​ດີ ແຕ່ງ​ງານ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ, “ອ້າຍ​ຮູ້​ຈັກ​ການ​ເປີດ​ເຜີຍ ແລະ ຮູ້​ວິ​ທີ​ທີ່​ຈະ​ຮັບ​ເອົາ​ມັນ.” ສົມ​ແລ້ວ​ທີ່​ນາງ​ຄວນ​ຖືກ​ຍ້ອງ​ຍໍ—ແລະ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້, ກ່ຽວ​ກັບ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ນາງ—ນາງ​ໄດ້ທູນ​ຖາມ ແລະ ໄດ້​ຮັບ​ການ​ເປີດ​ເຜີຍ​ແລ້ວ ກ່ຽວ​ກັບ​ພວກ​ເຮົາ, ຊຶ່ງ​ຊ່ວຍ​ນາງ​ໃຫ້​ກ້າ​ທີ່​ຈະ​ເວົ້າ​ວ່າ ແຕ່ງ​ກໍ​ແຕ່ງ.

ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ທຸກວັນຂໍ​ການ​ເປີດ​ເຜີຍ ແລະ ໄດ້​ຂອບ​ພຣະ​ໄທ​ພຣະ​ຜູ້​ເປັນ​ເຈົ້າ ທຸກ​ເທື່ອ​ທີ່​ພຣະ​ອົງ​ໄດ້​ກ່າວ​ແກ່ໃຈ ແລະ ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ.

ຊ່າງ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ​ແທ້ໆ! ບໍ່​ວ່າ​ການ​ເອີ້ນ​ຂອງ​ເຮົາ​ໃນ​ສາດ​ສະ​ໜາ​ຈັກ​ຈະ​ເປັນ​ສິ່ງ​ໃດ, ເຮົາ​ສາ​ມາດ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ຮັບ​ການ​ນຳ​ພາ ແລະ ການ​ຊີ້​ນຳ, ຮັບ​ການ​ເຕືອນ​ກ່ຽວ​ກັບ​ສິ່ງ​ອັນ​ຕະ​ລາຍ ແລະ ສິ່ງ​ລົບ​ກວນ, ແລະ ຊ່ວຍ​ເຮົາ​ໃຫ້​ບັນ​ລຸ​ສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ເຮັດ​ໄດ້ ດ້ວຍ​ຕົວ​ເອງ. ຖ້າ​ຫາກ​ເຮົາ​ໄດ້​ຮັບ​ເອົາພຣະ​ວິນ​ຍານ​ບໍ​ລິ​ສຸດ​ແທ້ໆ ແລະ ຮຽນ​ຮູ້​ທີ່​ຈະ​ເບິ່ງ​ອອກ ແລະ ເຂົ້າ​ໃຈ​ການ​ກະ​ຕຸ້ນ​ຂອງ​ພຣະ​ອົງ, ແລ້ວ​ເຮົາ​ຈະ​ໄດ້​ຮັບ​ການ​ນຳ​ພາ ໃນ​ເລື່ອງ​ທີ່​ໃຫຍ່​ໂຕ ແລະ ເລັກ​ນ້ອຍ.

ຕອນ​ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ເລືອກ​ເອົາ​ທີ່​ປຶກ​ສາ​ສອງ​ທ່ານ, ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ຂ້າ​ພະ​ເຈົ້າ​ຈະ​ເລືອກ​ເອົາ​ແຕ່​ສອງ​ຄົນ​ໄດ້​ແນວ​ໃດ ຈາກ​ຊາຍ​ສິບ​ສອງ​ຄົນ ຜູ້​ຂ້າ​ພະ​ເຈົ້າ​ຮັກ ແລະ ນັບ​ຖື.

ເພາະ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ການ​ດົນ​ໃຈ​ທີ່​ດີ ແມ່ນ​ອີງ​ຕາມ​ຂໍ້​ມູນ​ທີ່​ດີ, ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ພົບ​ກັບ​ອັກ​ຄະ​ສາ​ວົກ​ແຕ່​ລະ​ຄົນ ເປັນ​ສ່ວນ​ຕົວ.6 ແລ້ວ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​​ໄປ​ຫາ​ອີກ​ຫ້ອງ​ໜຶ່ງ ຢູ່​ໃນ​ພຣະ​ວິ​ຫານ ເພື່ອ​ຢາກ​ຮູ້​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໄດ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ຂ້າ​ພະ​ເຈົ້າ​ໃຫ້​ເລືອກ ປະ​ທານ​ດາ​ລິນ ເອັຈ ໂອກສ໌ ແລະ ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ໃຫ້​ຮັບ​ໃຊ້​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ.

ໃນ​ແບບ​ດຽວ​ກັນ​ນັ້ນ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໄດ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ດົນ​ໃຈ​ໃຫ້​ເອີ້ນ ແອວ​ເດີ ແກ​ຣິດ ດັບ​ເບິນ​ຢູ ກອງ ແລະ ແອວ​ເດີ ຢູ​ລິດ​ຊິສ໌ ໂຊ​ອາ​ເຣສ໌ ໃຫ້​ຖືກ​ແຕ່ງ​ຕັ້ງ​ເປັນ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ແລະ ພວກ​ເຮົາຂໍ​ຕ້ອນ​ຮັບ​ພວກ​ເພິ່ນ ສູ່​ກຸ່ມ​ອ້າຍ​ນ້ອງ​ທີ່​ດີ​ເລີດ ແຫ່ງ​ການ​ຮັບ​ໃຊ້.

ເມື່ອ​ພວກ​ເຮົາ​ເຕົ້າ​ໂຮມ​ກັນ​ເປັນ​ສະ​ພາ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ຫ້ອງ​ປະ​ຊຸມ​ຂອງ​ພວກ​ເຮົາ ກາຍ​ເປັນ​ຫ້ອງ​ແຫ່ງການ​ເປີດ​ເຜີຍ. ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ ​ພຣະ​ວິນ​ຍານ​ສະ​ຖິດ​ຢູ່​ນຳ. ເມື່ອ​ພວກ​ເຮົາ​ພະ​ຍາ​ຍາມ​ພິ​ຈາ​ລະ​ນາ​ເລື່ອງ​ທີ່​ຫຍຸ້ງ​ຍາກ, ຂັ້ນ​ຕອນ​ທີ່​ໜ້າ​ຕື່ນ​ເຕັ້ນ​ໄດ້ເກີດ​ຂຶ້ນ ເມື່ອ​ອັກ​ຄະ​ສາ​ວົກ ແຕ່​ລະ​ຄົນ​ໄດ້​ອອກ​ຄວາມ​ຄິດ​ຄວາມ​ເຫັນຢ່າງ​ເປັນ​ກັນ​ເອງ. ເຖິງ​ແມ່ນ​ທັດ​ສະ​ນະ​ໃນ​ຕອນ​ຕົ້ນຂອງພວກ​ເຮົາ​​ອາດແຕກ​ຕ່າງ​ກັນ, ແຕ່​ຄວາມ​ຮັກ​ທີ່​ພວກ​ເຮົາ​ຮູ້​ສຶກ​ຕໍ່​ກັນ ແມ່ນບໍ່​ປ່ຽນ​ແປງ. ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຂອງ​ພວກ​ເຮົາ ຊ່ວຍ​ພວກ​ເຮົາ​ໃຫ້​​ຮູ້​ຈັກ​ເຖິງ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສຳ​ລັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ໃນ​ການ​ປະ​ຊຸມ​ຂອງ​ພວກ​ເຮົາ, ມັນບໍ່​ຂຶ້ນ​ກັບຈຳ​ນວນ​ຄະ​ແນນ​ສຽງ​ທີ່​ຫລາຍກວ່າ! ພວກ​ເຮົາ​ຮັບ​ຟັງກັນ​ແລະ​ກັນ ​ດ້ວຍ​ການ​ອະ​ທິ​ຖານ ແລະ ປຶກ​ສາ​ຫາ​ລື​ນຳ​ກັນ ຈົນ​ກວ່າ​ພວກ​ເຮົາ​ເປັນນ້ຳ​ໜຶ່ງ​ໃຈດຽວ​ກັນ. ແລ້ວ ເມື່ອ​ພວກ​ເຮົາ​ເຫັນ​ພ້ອມ​​ນຳກັນ​ແລ້ວ, ອິດ​ທິ​ພົນ​ແຫ່ງ​ຄວາມເປັນ​ໜຶ່ງ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ເຮັດ​ໃຫ້ພວກ​ເຮົາ​ມີ​ຄວາມ​ຕື່ນ​ເຕັ້ນ​ທີ່​ສຸດ! ພວກ​ເຮົາ​ໄດ້​ປະ​ສົບ​ກັບ​ສິ່ງ​ທີ່​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ຮູ້​ຈັກ ຕອນ​ເພິ່ນ​ໄດ້​ສອນ​ວ່າ, “ໂດຍ​ຄວາມ​ຮູ້​ສຶກ​ທີ່​ເປັນ​ໜຶ່ງ ພວກ​ເຮົາ​ໄດ້​ຮັບ​ອຳ​ນາດ​ນຳ​ພຣະ​ເຈົ້າ.”7 ບໍ່​ມີ​ສະ​ມາ​ຊິກ​ຄົນ​ໃດ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ ຫລື ຄົນ​ໃດ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ ຈະ​ຕັດ​ສິນ​ໃຈ​ເຮັດ​ພາ​ລະ​ກິດ​​ຂອງສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ຕົວ​ເອງ!

ອ້າຍເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ຈະ​ກາຍ​ເປັນ​ຊາຍ ແລະ ຍິງ—ເປັນ​ຜູ້​ຮັບ​ໃຊ້​ທີ່​ເໝືອນ​​ດັ່ງພຣະ​ຄຣິດ—ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ເປັນ ໄດ້​ແນວ​ໃດ? ເຮົາ​ຈະ​ພົບ​ເຫັນ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ທີ່​ສັບ​ສົນ​ໄດ້​ແນວ​ໃດ? ຖ້າ​ຫາກ​ປະ​ສົບ​ການ​ທີ່​​ຍອດ​ຢ້ຽມ​ຂອງ​ໂຈ​ເຊັບ ສະ​ມິດ ຢູ່ໃນ​ປ່າ​ສັກ​ສິດ ສິດ​ສອນ​ເຮົາ​ກ່ຽວ​ກັບ​ສິ່ງ​ໃດ, ມັນ​ກໍ​ຄົງ​ເປັນ​ວ່າ ສະ​ຫວັນ​ໄດ້​ເປີດ​ອອກ ແລະ ວ່າ​ພຣະ​ເຈົ້າ​ໄດ້​ກ່າວ​ກັບ​ລູກໆ​ຂອງ​ພຣະ​ອົງ.

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສ້າງ​ແບບ​ແຜນ​ໄວ້​ໃຫ້​ເຮົາ ເພື່ອ​ເຮັດ​ຕາມ ໃນ​ການ​ຊອກຫາ​ຄຳ​ຕອບ ໃຫ້​ແກ່​ຄຳ​ຖາມ​ຂອງ​ເຮົາ. ຄຳ​ສັນ​ຍາ​ຂອງ​ຢາ​ໂກ​ໂບ​ແມ່ນ ຖ້າ​ຫາກ​ເຮົາ​ຂາດ​ສະ​ຕິປັນ​ຍາ ​ໃຫ້​ເຮົາ​ທູນ​ຂໍ​ຈາກ​ພຣະ​ເຈົ້າ,8 ຊາຍ​ໜຸ່ມ​ໂຈ​ເຊັບ ຈຶ່ງ​ໄດ້​ນຳ​ເອົາ​ຄຳ​ຖາມ​ຂອງ​ເພິ່ນ ໄປ​ທູນ​ຖາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເອງ. ເພິ່ນ​ໄດ້​ສະ​ແຫວງ​ຫາ​ການ​ເປີດ​ເຜີຍ​ສ່ວນ​ຕົວ, ແລະ ການ​ສະ​ແຫວງ​ຫາ​ຂອງ​ເພິ່ນ ໄດ້​ເປີດ​ຍຸກ​ສະ​ໄໝ​ໃໝ່​ນີ້.

ໃນ​ແບບ​ດຽວ​ກັນ​ນັ້ນ, ການ​ສະ​ແຫວງ​ຫາ​ຂອງ​ທ່ານ ໄດ້​ເປີດ​ຫຍັງ​ແດ່ສຳ​ລັບ​ທ່ານ? ທ່ານ​ຂາດ​ສະ​ຕິປັນ​ຍາ​ໃນ​ເລື່ອງ​ອັນ​ໃດ? ທ່ານ​ຢາກ​ຮູ້ ຫລື ເຂົ້າ​ໃຈ​ສິ່ງ​ໃດ​ແດ່​ໄວໆ? ໃຫ້​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ. ໃຫ້​ຊອກ​ຫາ​ບ່ອນທີ່​ງຽບໆ ທີ່​ທ່ານ​ສາ​ມາດ​ໄປ​ຫາ​ໄດ້​ເປັນ​ປະ​ຈຳ. ໃຫ້​ຖ່ອມ​ຕົວ​ລົງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ. ໃຫ້​ເປີດ​ໃຈ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນຂອງ​ທ່ານ. ໃຫ້​ຫັນ​ໄປ​ຫາ​ພຣະ​ອົງ ເພື່ອ​ຄຳ​ຕອບ ແລະ ການປອບ​ໂຍນ.

ຈົ່ງ​ອະ​ທິ​ຖານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ກ່ຽວ​ກັບ​ບັນ​ຫາ, ຄວາມ​ຢ້ານ​ກົວ, ແລະ ຄວາມ​ອ່ອນ​ແອ​ຂອງ​ທ່ານ—ແມ່ນ​ແລ້ວ, ກ່ຽວ​ກັບຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ທ່ານ. ແລ້ວ​ໃຫ້​ຮັບ​ຟັງ! ໃຫ້​ຂຽນ​ແນວ​ຄິດ​ທີ່​ມາ​ສູ່​ຈິດ​ໃຈ​ຂອງ​ທ່ານ​ໄວ້. ບັນ​ທຶກ​ຄວາມ​ຮູ້​ສຶກ​ຂອງ​ທ່ານ ແລະ ເຮັດ​ຕາມການ​ກະ​ຕຸ້ນ​ທີ່​ທ່ານ​ໄດ້​ຮັບ. ເມື່ອ​ທ່ານ​ເຮັດ​ຕາມ​ຂັ້ນ​ຕອນນີ້​ທຸກມື້, ທຸກ​ເດືອນ, ທຸກ​ປີ, ແລ້ວ​ທ່ານ​ຈະ “ເຕີບ​ໂຕ​ຢູ່​ໃນ​ຫລັກ​ທຳ​ແຫ່ງ​ການ​ເປີດ​ເຜີຍ.”9

ພຣະ​ເຈົ້າ​ ຢາກ ກ່າວ​ກັບ​ທ່ານ​ແທ້ໆບໍ? ແມ່ນແລ້ວ! ດັ່ງ​ມະ​ນຸດ​ຈະ​ເດ່​ແຂນ​ອັນ​ບອບ​ບາງ​ຂອງ​ເຂົາ​ອອກ​ໄປ​ຢຸດ​ແມ່​ນ້ຳ​ມີ​ເຊີຣີ ບໍ່​ໃຫ້​ໄຫລ​ໄປ​ຕາມ​ທິດ​ທາງ​ຂອງ​ມັນ​ບໍ່​ໄດ້​ສັນ​ໃດ … ກໍ​ຈະ​ບໍ່​ສາ​ມາດ​ຂັດ​ຂວາງ​ພຣະ​ຜູ້​ຊົງ​ລິດອຳ​ນາດ​ຍິ່ງ​ໃຫຍ່ ໃຫ້​ຖອກ​ເທ​ຄວາມ​ຮູ້​ຈາກ​ສະ​ຫວັນ​ລົງ​ມາ​ເທິງ​ຫົວ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍບໍ່​ໄດ້​ສັນ​ນັ້ນ.”10

ທ່ານບໍ່​ຈຳ​ເປັນ​ຕ້ອງ​ສົງ​ໄສກ່ຽວ​ກັບ​ຄວາມ​ຈິງ.11 ທ່ານບໍ່​ຈຳ​ເປັນ​ຕ້ອງ​ສົງ​ໄສວ່າ ທ່ານ​ຄວນ​ໄວ້​ວາງ​ໃຈ​ຜູ້​ໃດ. ຜ່ານ​ທາງ​ການ​ເປີດ​ເຜີຍ​ສ່ວນ​ຕົວ, ທ່ານ​ສາ​ມາດ​ໄດ້​ຮັບ​ການ​ເປັນ​ພະ​ຍານ ດ້ວຍ​ຕົວ​ເອງ ວ່າ​ພຣະ​ຄຳ​ພີ​ມໍ​ມອນ ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ວ່າ​ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ, ແລະ ວ່ານີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ບໍ່​ວ່າ​ໃຜຈະ​ເວົ້າ​ຫຍັງ ຫລື ເຮັດ​ຫຍັງ, ບໍ່​ມີ​ໃຜ​ສາ​ມາດ​ເອົາ​ປະ​ຈັກ​ພະ​ຍານ​ທີ່​ກ່າວ​ແກ່​ໃຈ​ທ່ານ ກ່ຽວ​ກັບ​ສິ່ງ​ໃດ​ທີ່ເປັນ​ຄວາມ​ຈິງ ໄປ​ຈາກ​ທ່ານໄດ້.

ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ຈົ່ງ​ເອື້ອມ​ອອກ​ໄປ ໃຫ້​ໄກ​ກວ່າ​ຄວາມ​ສາ​ມາດ​ທາງວິນ​ຍານ​ຂອງ​ທ່ານຈະ​ເຮັດ​ໄດ້ ເພື່ອ​ຮັບ​ເອົາ​ການ​ເປີດ​ເຜີຍ​ສ່ວນ​ຕົວ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ ຖ້າ​ຫາກ​ເຮົາ​ຈະ​ສະ​ແຫວງ​ຫາ, ເຮົາ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ຕື່ມ​ໃສ່​ການ​ເປີດ​ເຜີຍ, ຄວາມ​ຮູ້​ຕື່ມ​ໃສ່​ຄວາມ​ຮູ້, ເພື່ອ​ວ່າ​ເຮົາ​ຈະ​ຮູ້​ຄວາມ​ລຶກ​ລັບ ແລະ ສິ່ງ​ທີ່​ເປັນ​ສັນ​ຕິ​ສຸກ—ສິ່ງ​ຊຶ່ງ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້, ສິ່ງ​ຊຶ່ງ​ນຳ​ຊີ​ວິດ​ນິ​ລັນ​ດອນ​ມາ​ໃຫ້.12

ໂອ້, ມັນມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ ຢາກ​ໃຫ້​ທ່ານ​ຮູ້ຈັກ. ດັ່ງ​ທີ່​ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ສອນ​ວ່າ, “ຕໍ່​ຜູ້​ທີ່​​ມີ​ຕາ ທີ່​ສາ​ມາດ​ຫລຽວ​ເຫັນ ແລະ ມີ​ຫູ ທີ່​ສາ​ມາດ​ໄດ້​ຍິນ, ມັນ​ແຈ່ມ​ແຈ້ງ​ທີ່​ວ່າ ພຣະ​ບິ​ດາ ແລະ ພຣະ​ບຸດ ໄດ້​ເປີດ​ເຜີຍຄວາມ​ລຶກ​ລັບ​ແຫ່ງ​ຈັກ​ກະ​ວານ​ແລ້ວ!”13

ບໍ່​ມີ​ສິ່ງ​ໃດ ສາ​ມາດ​ເປີດ​ສະ​ຫວັນ ໄດ້​ດີ​ໄປ​ກວ່າ ຄວາມ​ບໍ​ລິ​ສຸດ, ການ​ເຊື່ອ​ຟັງ​ແທ້ໆ, ການ​ສະ​ແຫວງ​ຫາ​ຢ່າງ​ພາກ​ພຽນ, ການ​ຊື່ນ​ຊົມ​ຢູ່​ກັບ​ພຣະ​ຄຳ​ຂອງ​ພຣະ​ຄຣິດ ໃນ​ພຣະ​ຄຳ​ພີ​ມໍ​ມອນ,14 ​ແລະ ຄວາມ​ຕັ້ງ​ໃຈ​ທີ່​ຈະ​ໄປ​ພຣະ​ວິ​ຫານ ແລະ ເຮັດ​ວຽກ​ງານ​ການ​ສືບ​ປະ​ຫວັດ​ຄອບ​ຄົວ ເປັນ​ປະ​ຈຳ.

ແນ່ນອນ, ມັນ​ຈະ​ມີ​ເວ​ລາ​ທີ່​ທ່ານ​ຮູ້​ສຶກວ່າ ສະ​ຫວັນ​ປິດ​ຢູ່. ແຕ່​ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​​ເຊື່ອ​ຟັງ​ຕໍ່​ໄປ, ສະ​ແດງ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ພອນ​ທຸກ​ປະ​ການ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ທ່ານ, ແລະ ເມື່ອ​ທ່ານ​​ໃຫ້​ກຽດ​ແກ່​ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວ​ທ່ານ​ຈະ​ໄດ້​ຮັບ​ຄວາມ​ຮູ້ ແລະ ຄວາມ​ເຂົ້າ​ໃຈ ທີ່​ທ່ານ​ສະ​ແຫວງ​ຫາ. ພອນ​ທຸກ​ປະ​ການ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ສຳ​ລັບ​ທ່ານ—ການ​ມະ​ຫັດ​ສະ​ຈັນ​ທຸກ​ຢ່າງ—ຈະ​ຕິດ​ຕາມ​ມາ. ນີ້​ຄື​ສິ່ງ​ທີ່​ການ​ເປີດ​ເຜີຍ​ສ່ວນ​ຕົວ ຈະ​ເຮັດ​ເພື່ອ​ທ່ານ.

ຂ້າ​ພະ​ເຈົ້າ​ຄິດ​ໃນ​ແງ່​ດີ ກ່ຽວກັບ​ອະ​ນາ​ຄົດ. ມັນ​ຈະ​ເຕັມ​ໄປ​ດ້ວຍ​ໂອ​ກາດ​ສຳ​ລັບເຮົາ​ທຸກ​ຄົນ ທີ່​ຈະ​ກ້າວ​ໜ້າ, ມີ​ສ່ວນ​ຊ່ວຍ​ສົມ​ທົບ, ແລະ ນຳ​ເອົາ​ພຣະ​ກິດ​ຕິ​ຄຸນ​ໄປ​ສູ່​ທຸກ​ມຸມ​ຂອງ​ໂລກ. ແຕ່​ຂ້າ​ພະ​ເຈົ້າ​ກໍຮູ້​ດີ ກ່ຽວ​ກັບ​ວັນ​ເວ​ລາ​ຂ້າງ​ໜ້າ. ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ໂລກ ທີ່​​ຊັບ​ຊ້ອນ ແລະ ມີ​ຄວາມ​ຂັດ​ແຍ້ງ​ກັນ​ຫລາຍ. ສື່​ສານ​​ມວນ​ຊົນກໍ​ມີ​ບໍ​ລິ​ການ​ຕະ​ຫລອດ 24 ຊົ່ວ​ໂມງ, ບຸກ​ລຸກ​ເຮົາ​​ດ້ວຍ​ຂ່າວ​ສານ ຢ່າງບໍ່​ເຫືອດ​ຫາຍ. ຖ້າ​ເຮົາຍັງ​ມີ​ຫວັງ​ທີ່​ຈະ​ສາ​ມາດໃຈ້​ແຍກສຽງ ແລະ ທິດ​ສະ​ດີ​ຂອງ​ມະ​ນຸດ ທີ່​ໂຈມ​ຕີ​ຄວາມ​ຈິງ, ແລ້ວ​ເຮົາ​ຕ້ອງ​ຮຽນ​ຮູ້​ວິ​ທີທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຈະ​ສະ​ແດງວຽກ​ງານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ອົງ ນັບຈາກ​ເວ​ລານີ້​ໄປ ຈົນ​ເຖິງ​ເວ​ລາ​ທີ່​ພຣະ​ອົງ​ສະ​ເດັດ​ມາ​ອີກ. ເຮົາ​ຈະ​ໄດ້​ເຫັນ​ການ​ມະ​ຫັດ​ສະ​ຈັນ ທີ່​ບົ່ງ​ບອກວ່າ ພຣະ​ເຈົ້າ ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ຄວບ​ຄຸມ​ສາດ​ສະ​ໜາ​ຈັກ​ນີ້ ໃນ​ຄວາມສະ​ຫງ່າ​ລາ​ສີ ແລະ ດ້ວຍລັດ​ສະ​ໝີ​ພາບ. ແຕ່​ໃນ​ອະ​ນາ​ຄົດ, ມັນ​​ເປັນ​ໄປ​ບໍ່​ໄດ້ ທີ່​ເຮົາ​ຈະ​ປອດ​ໄພ​ທາງວິນ​ຍານ ຖ້າ​ປາດ​ສະ​ຈາກ​ການ​ນຳ​ພາ, ການ​ຊີ້​ນຳ, ແລະ ອິດ​ທິ​ພົນ​ທີ່​ປອບ​ໂຍນ ຂອງພຣະ​ວິນ​ຍານ​ບໍ​ລິ​ສຸດ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ຈົ່ງ​ຂະ​ຫຍາຍ​ຄວາມ​ສາ​ມາດ​ທາງວິນ​ຍານ​ຂອງ​ທ່ານ ເພື່ອ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ. ຂໍ​ໃຫ້​ວັນ​ອິດ​ສະ​ເຕີນີ້ ເປັນ​ເວ​ລາ​ແຫ່ງ​ການຫລໍ່​ຫລອມ ໃນ​ຊີ​ວິດ​ຂອງທ່ານ. ໃນການ​ເລືອກ​ທີ່​ຈະເຮັດ​ສິ່ງ​ທີ່​ເປັນທາງວິນ​ຍານ ທ່ານ​ຈະ​ຊື່ນ​ຊົມ​ກັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານຫລາຍກວ່າ​ເກົ່າ ແລະ ແຈ່ມ​ແຈ້ງກວ່າ​ເກົ່າ.

ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ທ່ານ ຮ່ວມ​ກັບ​ໂມ​ໂຣ​ໄນ ໃນ​ວັນ​ຊະ​ບາ​ໂຕ ​ບຸນ​ອິດ​ສະ​ເຕີມື້ນີ້ ວ່າ “ໃຫ້​ມາ​ຫາ​ພຣະ​ຄຣິດ, ແລະ ຍຶດ​ຖື​ຂອງ​ປະ​ທານ​ທີ່​ດີ​ໄວ້​ທຸກ​ຢ່າງ,”15 ເລີ່ມ​ຕົ້ນ​ດ້ວຍ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ຂອງ​ປະ​ທານນີ້ ສາ​ມາດປ່ຽນ​ຊີ​ວິດ​ຂອງ​ທ່ານ​ໄດ້.

ເຮົາ​ເປັນ​ຜູ້​ຕິດ​ຕາມ​​ພຣະ​ເຢ​ຊູ​ຄຣິດ. ຄວາມ​ຈິງທີ່​ສຳ​ຄັນ​ທີ່​ສຸດ ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ເປັນ​ພະ​ຍານ​ຕໍ່​ທ່ານ ແມ່ນພຣະ​ເຢ​ຊູ ຄື ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ ທີ່​ຊົງ​ພຣະ​ຊົນ​ຢູ່. ພຣະ​ອົງ​ຊົງ​ພຣະ​ຊົນ! ພຣະ​ອົງ​ເປັນ​ຜູ້​ວິງວອນ​ແທນ​ນຳ​ພຣະ​ບິ​ດາ, ເປັນ​ຕົວ​ຢ່າງ, ແລະ ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຮົາ. ໃນ​ວັນ​ອາ​ທິດ​ບຸນ​ອິດ​ສະ​ເຕີນີ້, ເຮົາ​ສະ​ເຫລີມ​ສະ​ຫລອງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ການ​ຟື້ນ​ຄືນ​ພຣະ​ຊົນ​ແທ້ໆ​ຂອງ​ພຣະ​ອົງ, ແລະ ການ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ອົງ.

ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ໄດ້​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ, ດ້ວຍ​ການ​ສະ​ແດງ​ຄວາມ​ຮັກ​ຕໍ່​ທ່ານ​ທັງ​ຫລາຍ, ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.