ບົດ​ທີ 2

ກະສັດ​ເບັນ​ຢາ​ມິນ​ກ່າວ​ຕໍ່​ຜູ້​ຄົນ​ຂອງ​ເພິ່ນ—ເພິ່ນ​ໄດ້​ກ່າວ​ເຖິງ​ຄວາມ​ສະ​ເໝີ​ພາບ, ຄວາມ​ຍຸດ​ຕິ​ທຳ, ຄວາມ​ຊອບ​ທຳ​ຂອງ​ການ​ປົກຄອງ—ເພິ່ນ​ແນະນຳ​ພວກ​ເຂົາ​ໃຫ້​ຮັບ​ໃຊ້​ກະສັດ​ແຫ່ງ​ສະຫວັນ—ຜູ້​ທີ່​ຕໍ່ຕ້ານ​ພຣະ​ເຈົ້າຈະ​ທົນ​ທຸກທໍລະມານ​ຢ່າງ​ແສນ​ສາຫັດ​ເໝືອນ​ດັ່ງ​ໄຟ​ທີ່​ບໍ່​ຮູ້​ມອດ. ປະມານ 124 ປີ ກ່ອນ ຄ.ສ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຫລັງ​ຈາກ​ໂມ​ໄຊ​ຢາ​ກະທຳ​ຕາມ​ທີ່ບິດາຂອງ​ລາວ​ໄດ້ສັ່ງລາວ​ແລ້ວ, ແລະ ອອກ​ໄປ​ປະກາດຕະຫລອດ​ທົ່ວ​ແຜ່ນດິນ, ເພື່ອ​ຜູ້​ຄົນ​ຈະ​ໄດ້​ເຕົ້າ​ໂຮມ​ກັນ​ຕະຫລອດ​ທົ່ວ​ແຜ່ນດິນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຂຶ້ນໄປ​ຫາພຣະ​ວິຫານ ເພື່ອຟັງ​ຄຳ​ຊຶ່ງກະສັດ​ເບັນ​ຢາ​ມິນ​ຈະ​ກ່າວ​ກັບ​ພວກ​ເຂົາ.

 ແລະ ມັນ​ມີ​ຄົນ​ເປັນ​ຈຳນວນ​ຫລາຍ, ຫລາຍ​ຈົນ​ວ່າ​ນັບ​ບໍ່​ຖ້ວນ; ຊຶ່ງພວກ​ເຂົາ​ໄດ້​ເພີ່ມ​ຫລາຍ​ຂຶ້ນຈົນ​ເຕັມ​ແຜ່ນດິນ.

 ແລະ ພວກ​ເຂົາ​ໄດ້​ເອົາ​ລູກ​ສັດ​ໂຕ​ທຳ​ອິດ​ຂອງ​ພວກ​ເຂົາ​ມາ​ນຳ​ອີກ, ເພື່ອ​ຈະ​ໄດ້​ຖະຫວາຍ​ເຄື່ອງ​ບູຊາ ແລະ ເຄື່ອງ​ເຜົາ​ຕາມ​ກົດ​ຂອງ​ໂມ​ເຊ;

 ແລະ ເພື່ອ​ຈະ​ໄດ້​ຖະຫວາຍ​ຄວາມ​ຂອບ​ພຣະ​ໄທ​ແດ່​ພຣະຜູ້​ເປັນ​ເຈົ້າອົງ​ເປັນພຣະ​ເຈົ້າຂອງ​ພວກ​ເຂົາ​ນຳ​ອີກ, ຜູ້​ໄດ້ນຳ​ພວກ​ເຂົາ​ອອກ​ຈາກ​ແຜ່ນດິນ​ເຢຣູ​ຊາເລັມ, ແລະ ຜູ້​ໄດ້​ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ກຳມື​ຂອງ​ສັດຕູ​ຂອງ​ພວກ​ເຂົາ, ແລະ ໄດ້​ແຕ່ງຕັ້ງຄົນ​ທ່ຽງ​ທຳ​ໃຫ້​ເປັນ​ຜູ້​ສັ່ງສອນ​ຂອງ​ພວກ​ເຂົາ, ແລະ ຄົນ​ຊອບ​ທຳ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ​ຂອງ​ພວກ​ເຂົາ​ອີກ, ຜູ້​ສະຖາປະນາ​ຄວາມ​ສັນຕິ​ສຸກຂຶ້ນ​ໃນ​ແຜ່ນດິນ​ເຊ​ລາ​ເຮັມລາ, ແລະ ຜູ້​ສອນ​ໃຫ້​ພວກ​ເຂົາ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ປິ​ຕິ​ຍິນ​ດີ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ແລະ ມະນຸດ​ທັງ​ປວງ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ພວກ​ເຂົາ​ຂຶ້ນມາ​ຮອດພຣະ​ວິຫານ​ແລ້ວ, ພວກ​ເຂົາ​ໄດ້​ຕັ້ງຜ້າ​ເຕັ້ນ​ຂອງ​ພວກ​ເຂົາ​ຂຶ້ນ, ທຸກ​ຄົນ​ຢູ່​ນຳ​ຄອບຄົວ​ຂອງ​ຕົນ, ຊຶ່ງມີ​ເມຍຂອງຕົນ, ແລະ ລູກ​ຊາຍ​ຂອງຕົນ ແລະ ລູກ​ສາວ​ຂອງຕົນ, ແລະ ລູກຊາຍຂອງພວກເຂົາ, ແລະ ລູກ​ສາວ​ຂອງ​ພວກເຂົາ, ນັບ​ຕັ້ງ​ແຕ່​ລູກກົກ​ຈົນ​ເຖິງ​ລູກ​ຫລ້າ, ແຕ່​ລະ​ຄອບຄົວ​ແຍກ​ຍ້າຍ​ກັນ​ຢູ່.

 ແລະ ພວກ​ເຂົາ​ໄດ້​ຕັ້ງຜ້າ​ເຕັ້ນ​ຂອງ​ຕົນ​ອ້ອມ​ຮອບ​ພຣະ​ວິຫານ, ທຸກ​ຄົນ​ຕັ້ງຜ້າ​ເຕັ້ນ​ຂອງ​ຕົນ​ໃຫ້​ປະຕູ​ຫັນ​ໄປ​ຫາ​ພຣະ​ວິຫານເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ຢູ່​ໃນ​ຜ້າ​ເຕັ້ນ​ຂອງ​ຕົນ​ເອງ ແລະ ຟັງ​ຂໍ້ຄວາມ​ທີ່ກະສັດ​ເບັນ​ຢາ​ມິນ​ຈະ​ເວົ້າກັບ​ພວກ​ເຂົາ;

 ເພາະ​ຝູງ​ຊົນນັ້ນມີ​ຈຳນວນ​ຢ່າງ​ຫລວງຫລາຍ​ຈົນ​ວ່າ​ກະສັດ​ເບັນ​ຢາ​ມິນ​ບໍ່​ສາມາດ​ສັ່ງສອນ​ພວກ​ເຂົາ​ທັງ​ໝົດ​ໄດ້​ໃນ​ເຂດ​ກຳ​ແພງ​ພຣະ​ວິຫານ, ສະນັ້ນ ເພິ່ນ​ຈຶ່ງ​ໃຫ້​ສ້າງ​ຫໍ​ສູງ​ຂຶ້ນ​ບ່ອນໜຶ່ງ​ເພື່ອ​ຜູ້​ຄົນ​ຂອງ​ເພິ່ນ​ຈະ​ໄດ້​ຍິນ​ຂໍ້ຄວາມ​ທີ່​ເພິ່ນ​ກ່າວກັບ​ພວກ​ເຂົາ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເພິ່ນ​ເລີ່ມ​ເວົ້າ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ຈາກ​ຫໍ​ສູງ; ແລະ ບາງ​ຄົນ​ບໍ່​ສາມາດ​ໄດ້​ຍິນ​ຂໍ້ຄວາມ​ຂອງ​ເພິ່ນ​ເພາະ​ຄວາມ​ຫລວງ​ຫລາຍ​ຂອງ​ຝູງ​ຊົນ; ສະນັ້ນ ເພິ່ນ​ຈຶ່ງ​ໃຫ້​ຂຽນ​ຂໍ້ຄວາມ​ທີ່​ເພິ່ນ​ເວົ້າ​ໄວ້ ແລະ ສົ່ງ​ອອກ​ໄປ​ໃຫ້​ບັນດາ​ຜູ້​ທີ່​ບໍ່​ໄດ້​ຍິນ​ສຽງ​ຂອງ​ເພິ່ນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ​ຂໍ້ຄວາມ​ຂອງ​ເພິ່ນ​ຄື​ກັນ.

 ແລະ ນີ້​ຄື​ຂໍ້ຄວາມ​ທີ່​ເພິ່ນ​ເວົ້າ ແລະ ໄດ້​ຂຽນ​ໄວ້, ມີ​ຄວາມ​ວ່າ: ພີ່​ນ້ອງ​ຂອງ​ຂ້າພະ​ເຈົ້າ, ທ່ານ​ທັງຫລາຍ​ທີ່​ມາ​ຊຸມນຸມ​ກັນ, ພວກ​ທ່ານ​ຈະ​ໄດ້​ຍິນ​ຂໍ້ຄວາມ​ຂອງ​ຂ້າພະ​ເຈົ້າ​ໄດ້ ຊຶ່ງຂ້າພະ​ເຈົ້າຈະ​ເວົ້າກັບ​ພວກ​ທ່ານ​ໃນ​ມື້​ນີ້ ເພາະ​ຂ້າພະ​ເຈົ້າບໍ່​ໄດ້​ສັ່ງ​ໃຫ້​ພວກ​ທ່ານ​ຂຶ້ນມາ​ບ່ອນ​ນີ້​ເພື່ອ​ການ​ມ່ວນ​ຊື່ນ​ກັບ​ຂໍ້ຄວາມ​ທີ່​ຂ້າພະ​ເຈົ້າຈະ​ເວົ້າ, ແຕ່​ເພື່ອ​ພວກ​ທ່ານ​ຈະ​ເຊື່ອ​ຟັງ​ຂ້າພະ​ເຈົ້າ ແລະ ເປີດ​ຫູ​ຂອງ​ພວກ​ທ່ານ​ເພື່ອ​ພວກ​ທ່ານ​ຈະ​ໄດ້​ຍິນ, ແລະ ເປີດ​ໃຈ​ຂອງ​ພວກ​ທ່ານ​ເພື່ອ​ພວກ​ທ່ານ​ຈະ​ເຂົ້າ​ໃຈ, ແລະ ເປີດ​ຈິດ​ໃຈ​ຂອງ​ພວກ​ທ່ານ​ເພື່ອ​ຄວາມ​ລຶກລັບ​ຂອງ​ພຣະ​ເຈົ້າຈະ​ເປີດ​ເຜີຍ​ອອກ​ຕໍ່​ສາຍຕາ​ຂອງ​ພວກ​ທ່ານ.

 10 ຂ້າພະ​ເຈົ້າບໍ່​ໄດ້​ສັ່ງ​ໃຫ້​ພວກ​ທ່ານ​ຂຶ້ນມາ​ບ່ອນ​ນີ້​ເພື່ອ​ພວກ​ທ່ານ​ຈະ​ຢ້ານ​ກົວ​ຂ້າພະ​ເຈົ້າ, ຫລື ເພື່ອ​ພວກ​ທ່ານ​ຈະ​ຄິດ​ວ່າ ຕົວ​ຂ້າພະ​ເຈົ້າ​ເອງຍິ່ງ​ໃຫຍ່​ກວ່າ​ມະນຸດ.

 11 ແຕ່​ຂ້າພະ​ເຈົ້າກໍ​ຄື​ກັນ​ກັບ​ຕົວ​ຂອງ​ພວກ​ທ່ານ​ທີ່​ຕ້ອງ​ຂຶ້ນຢູ່​ກັບ​ຈຸດ​ອ່ອນ​ທຸກ​ຢ່າງ​ໃນ​ຮ່າງກາຍ ແລະ ຈິດ​ໃຈ; ເຖິງ​ຢ່າງ​ໃດ​ກໍ​ຕາມ ຂ້າພະ​ເຈົ້າກໍ​ໄດ້​ຖືກ​ເລືອກຈາກຜູ້​ຄົນ​ພວກ​ນີ້, ແລະ ຮັບ​ແຕ່ງ​ຕັ້ງຈາກ​ບິດາ​ຂອງ​ຂ້າພະ​ເຈົ້າ, ແລະ ໄດ້​ຮັບ​ການ​ອະນຸຍາດ​ຈາກ​ພຣະຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ຂ້າພະ​ເຈົ້າ​ເປັນ​ກະສັດ ແລະ ຜູ້​ປົກຄອງ ເໜືອ​ຜູ້ຄົນ​ພວກ​ນີ້; ແລະ ໄດ້​ຮັບ​ການ​ຮັກສາ ແລະ ປົກ​ປ້ອງ​ໂດຍ​ອຳນາດ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ, ທີ່​ໃຫ້​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ສຸດ​ຄວາມ​ສາມາດ, ສຸດ​ຄວາມ​ຄິດ, ແລະ ສຸດ​ກຳລັງ ຊຶ່ງພຣະຜູ້​ເປັນ​ເຈົ້າ​ໄດ້​ປະທານ​ໃຫ້​ແກ່​ຂ້າພະ​ເຈົ້າ.

 12 ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານ​ວ່າ ເໝືອນ​ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ​ອະນຸຍາດ​ໃຫ້​ໃຊ້​ວັນ​ເວລາ​ຂອງ​ຂ້າພະ​ເຈົ້າ​ໃນ​ການ​ຮັບ​ໃຊ້​ພວກ​ທ່ານ, ຈົນ​ເຖິງ​ເວລາ​ນີ້, ແລະ ບໍ່​ໄດ້​ສະ​ແຫວງ​ຫາ​ຄຳ ຫລື ເງິນ ຫລື ຂອງ​ມີຄ່າ​ຢ່າງ​ໃດ​ຈາກ​ພວກ​ທ່ານເລີຍ;

 13 ທັງ​ຂ້າພະ​ເຈົ້າບໍ່​ຍອມ​ໃຫ້​ພວກ​ທ່ານ​ຕ້ອງ​ຖືກ​ຄຸມ​ຂັງ​ຢູ່​ໃນ​ຄຸກ​ມືດ ຫລື ປ່ອຍ​ໃຫ້​ພວກ​ທ່ານ​ເປັນ​ຂ້ອຍ​ຂ້າ​ຂອງ​ກັນ​ແລະ​ກັນ, ຫລື ໃຫ້​ພວກ​ທ່ານ​ຂ້າ, ຫລື ປຸ້ນ​ສະດົມ, ຫລື ລັກ​ມັກ​ສົກ, ຫລື ຫລິ້ນ​ຊູ້; ຫລື ໃຫ້​ພວກ​ທ່ານ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ໃດໆ, ແລະ ໄດ້​ສອນ​ພວກ​ທ່ານ​ໃຫ້​ຮັກສາ​ພຣະບັນຍັດ​ຂອງ​ພຣະຜູ້​ເປັນ​ເຈົ້າ ໃນ​ທຸກ​ສິ່ງ​ທີ່​ພຣະ​ອົງ​ບັນຊາ​ພວກ​ທ່ານ—

 14 ແມ່ນ​ແຕ່​ຕົວ​ຂ້າພະ​ເຈົ້າກໍ​ຍັງ​ໄດ້​ເຮັດ​ວຽກ​ດ້ວຍ​ມື​ຂອງ​ຂ້າພະ​ເຈົ້າ​ເອງ​ເພື່ອ​ຈະ​ໄດ້​ຮັບ​ໃຊ້​ພວກ​ທ່ານ, ແລະ ເພື່ອ​ພວກ​ທ່ານ​ຈະ​ບໍ່​ຕ້ອງ​ແບກ​ພາລະ​ການ​ເສຍ​ພາສີ, ແລະ ເພື່ອ​ຈະ​ບໍ່​ມີ​ສິ່ງ​ໃດ​ເກີດ​ກັບ​ພວກ​ທ່ານ ຊຶ່ງ​ເປັນ​ພາລະ​ເຫລືອ​ທີ່​ຈະ​ທົນ​ໄດ້—​ແລະ ຈາກ​ເລື່ອງ​ທັງ​ໝົດ​ຊຶ່ງຂ້າພະ​ເຈົ້າ​ເວົ້າມາ​ນີ້, ທ່ານ​ທຸກ​ຄົນ​ເປັນ​ພະຍານ​ຢູ່​ໃນ​ມື້​ນີ້.

 15 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າກໍ​ບໍ່​ໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້​ໄປ​ເພື່ອ​ອວດ​ອ້າງ ທັງ​ຂ້າພະ​ເຈົ້າບໍ່​ໄດ້​ບອກ​ເລື່ອງ​ເຫລົ່າ​ນີ້​ເພື່ອ​ກ່າວ​ໂທດ​ພວກ​ທ່ານ; ແຕ່​ຂ້າພະ​ເຈົ້າບອກ​ພວກ​ທ່ານ​ເຖິງ​ເລື່ອງ​ເຫລົ່າ​ນີ້ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮູ້​ວ່າ ຂ້າພະ​ເຈົ້າມີ​ຈິດ​ສຳນຶກ​ອັນ​ໃສ​ສະອາດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ໃນ​ມື້​ນີ້.

 16 ຈົ່ງ​ເບິ່ງ, ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານ​ວ່າ ເພາະ​ຂ້າພະ​ເຈົ້າ​ໄດ້​ໃຊ້​ວັນ​ເວລາ​ຂອງ​ຂ້າພະ​ເຈົ້າ​ໄປ​ໃນ​ການ​ຮັບ​ໃຊ້​ພວກ​ທ່ານ, ຂ້າພະ​ເຈົ້າ​ຈຶ່ງ​ບໍ່​ປາ​ຖະໜາ​ຈະ​ອວດ​ອ້າງ ເພາະ​ຂ້າພະ​ເຈົ້າຢູ່​ໃນ​ການ​ຮັບ​ໃຊ້​ພຣະ​ເຈົ້ານັ້ນ​ເອງ.

 17 ແລະ ຈົ່ງ​ເບິ່ງ, ຂ້າພະ​ເຈົ້າບອກ​ພວກ​ທ່ານ​ເຖິງ​ເລື່ອງ​ເຫລົ່າ​ນີ້​ເພື່ອ​ພວກ​ທ່ານ​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ປັນຍາ ເພື່ອ​ພວກ​ທ່ານ​ຈະ​ຮຽນ​ຮູ້​ວ່າ ເມື່ອ​ພວກ​ທ່ານ​ຮັບ​ໃຊ້​ເພື່ອນ​ມະນຸດ​ດ້ວຍ​ກັນ ພວກ​ທ່ານ​ກໍ​ຮັບ​ໃຊ້​ພຣະ​ເຈົ້າຂອງ​ພວກ​ທ່ານ​ນັ້ນ​ເອງ.

 18 ຈົ່ງ​ເບິ່ງ, ພວກ​ທ່ານ​ເອີ້ນ​ຂ້າພະ​ເຈົ້າວ່າ​ກະສັດ​ຂອງ​ພວກ​ທ່ານ; ແລະ ຖ້າ​ຂ້າພະ​ເຈົ້າ, ຜູ້​ທີ່​ພວກ​ທ່ານ​ເອີ້ນ​ວ່າ​ກະສັດ​ຂອງ​ພວກ​ທ່ານ​ໄດ້​ທຳ​ງານ​ເພື່ອ​ຮັບ​ໃຊ້​ພວກ​ທ່ານ, ແລ້ວ​ພວກ​ທ່ານ​ຈະ​ບໍ່​ທຳ​ງານ​ເພື່ອ​ຮັບ​ໃຊ້​ຊຶ່ງກັນ​ແລະ​ກັນ​ບໍ?

 19 ແລະ ຈົ່ງ​ເບິ່ງ​ອີກ, ຖ້າ​ຫາກ​ຂ້າພະ​ເຈົ້າຜູ້​ທີ່​ພວກ​ທ່ານ​ເອີ້ນ​ວ່າ​ກະສັດ​ຂອງ​ພວກ​ທ່ານ ຜູ້​ທີ່​ໃຊ້​ວັນ​ເວລາ​ຂອງ​ເພິ່ນໃນ​ການ​ຮັບ​ໃຊ້​ພວກ​ທ່ານ, ແລະ ຍັງ​ຢູ່​ໃນ​ການ​ຮັບ​ໃຊ້​ພຣະ​ເຈົ້າ ສົມຄວນ​ແລ້ວ​ທີ່​ຈະ​ໄດ້​ຮັບ​ຄຸນຄວາມດີຈາກ​ພວກ​ທ່ານ, ໂອ້ ພວກ​ທ່ານ​ຄວນ​ຈະ​ຂອບ​ພຣະ​ໄທ​ກະສັດ​ແຫ່ງ​ສະຫວັນ​ຂອງ​ພວກ​ທ່ານ​ຫລາຍ​ປານ​ໃດ​ນໍ!

 20 ຂ້າພະ​ເຈົ້າຂໍ​ກ່າວ​ກັບ​ທ່ານ​ທັງ​ຫລາຍພີ່ນ້ອງ​ຂອງ​ຂ້າພະ​ເຈົ້າວ່າ ຖ້າ​ຫາກ​ພວກ​ທ່ານ​ຈະ​ຖະຫວາຍ​ຄວາມ​ຂອບ​ພຣະ​ໄທ ແລະ ສັນລະ​ເສີນ​ທັງ​ໝົດ ຊຶ່ງ​ທັງ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ມີ​ອຳນາດ​ເປັນ​ເຈົ້າຂອງ​ແດ່​ພຣະ​ເຈົ້າຜູ້​ໄດ້​ສ້າງ​ພວກ​ທ່ານ, ແລະ ຮັກສາ, ແລະ ປົກ​ປ້ອງ​ພວກ​ທ່ານ​ມາ​ແລ້ວ, ແລະ ເຮັດ​ໃຫ້​ພວກ​ທ່ານ​ປິ​ຕິ​ຍິນ​ດີ​ ແລະ ເຮັດ​ໃຫ້​ພວກ​ທ່ານ​ຢູ່​ນຳ​ກັນ​ດ້ວຍ​ຄວາມ​ສັນຕິ​ສຸກ—

 21 ຂ້າພະ​ເຈົ້າຂໍ​ກ່າວ​ກັບ​ພວກ​ທ່ານ​ວ່າ ຖ້າ​ຫາກ​ພວກ​ທ່ານ​ຈະ​ຮັບ​ໃຊ້​ພຣະ​ອົງຜູ້​ໄດ້​ສ້າງ​ພວກ​ທ່ານ​ມາຕັ້ງ​ແຕ່ຕົ້ນ, ແລະ ປົກ​ປ້ອງພວກ​ທ່ານ​ແຕ່​ລະ​ມື້​ໂດຍ​ໃຫ້​ພວກ​ທ່ານ​ຢືມ​ລົມ​ຫັນ​ໃຈ ເພື່ອ​ພວກ​ທ່ານ​ຈະ​ມີ​ຊີວິດ ແລະ ເຄື່ອນ​ໄຫວ ແລະ ເຮັດ​ຕາມ​ຈຸດປະສົງ​ຂອງ​ພວກ​ທ່ານ​ເອງ, ແລະ ຄ້ຳຊູ​ພວກ​ທ່ານ​ແຕ່​ລະ​ມື້—ຂ້າພະ​ເຈົ້າ​ເວົ້າວ່າ ຖ້າ​ຫາກ​ພວກ​ທ່ານ​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ສຸດ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ ແຕ່ພວກ​ທ່ານ​ກໍ​ຍັງ​ຄົງ​ເປັນ​ຜູ້​ຮັບ​ໃຊ້​ທີ່​ບໍ່​ສົມຄ່າຢູ່.

 22 ແລະ ຈົ່ງ​ເບິ່ງ, ທັງ​ໝົດ​ທີ່​ພຣະ​ອົງ​ຕ້ອງການ​ຈາກ​ພວກ​ທ່ານ​ຄື ໃຫ້​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ ແລະ ພຣະ​ອົງ​ສັນຍາ​ກັບ​ພວກ​ທ່ານ​ວ່າ ຖ້າ​ຫາກ​ພວກ​ທ່ານ​ຈະ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ ພວກ​ທ່ານ​ຈະຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນດິນ​ນີ້; ແລະ ພຣະ​ອົງ​ບໍ່​ເຄີຍ​ປ່ຽນ​ແປງ​ໄປ​ຈາກ​ສິ່ງ​ທີ່​ພຣະ​ອົງ​ຮັບ​ສັ່ງ​ໄວ້; ສະນັ້ນ, ຖ້າ​ຫາກ​ພວກ​ທ່ານ​ຈະ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ, ພຣະ​ອົງ​ຈະ​ປະທານ​ພອນ​ໃຫ້​ແກ່​ພວກ​ທ່ານ ແລະ ເຮັດ​ໃຫ້​ພວກ​ທ່ານຮຸ່ງ​ເຮືອງ.

 23 ແລະ ບັດ​ນີ້ປະການ​ທຳ​ອິດ​ຄື ພຣະ​ອົງ​ໄດ້​ສ້າງ​ພວກ​ທ່ານ​ມາ, ແລະ ໄດ້​ປະທານ​ຊີວິດ​ໃຫ້​ແກ່​ພວກ​ທ່ານ, ຍ້ອນ​ເຫດ​ນີ້​ພວກ​ທ່ານ​ຈຶ່ງ​ເປັນ​ໜີ້​ພຣະ​ອົງ.

 24 ແລະ ປະການ​ທີ​ສອງ​ຄື ພຣະ​ອົງ​ຕ້ອງການ​ໃຫ້​ພວກ​ທ່ານ​ກະທຳ​ຕາມ​ທີ່​ພຣະ​ອົງ​ບັນຊາ​ພວກ​ທ່ານ​ໄວ້; ຖ້າ​ຫາກ​ພວກ​ທ່ານ​ເຮັດ​ຕາມ​ນີ້, ພຣະ​ອົງ​ຈະ​ປະທານ​ພອນ​ໃຫ້​ພວກ​ທ່ານ​ໂດຍ​ທັນທີ. ແລະ ພຣະ​ອົງ​ຈະ​ຈ່າຍ​ຄ່າ​ຈ້າງ​ໃຫ້​ແກ່​ພວກ​ທ່ານ, ແລ້ວ​ພວກ​ທ່ານ​ກໍ​ຍັງ​ຄົງ​ເປັນ​ໜີ້ພຣະ​ອົງ​ຢູ່​ໃນ​ຕອນ​ນີ້ ແລະ ຕະຫລອດ​ໄປ​ບໍ່​ມີ​ວັນ​ສິ້ນສຸດ; ດັ່ງນັ້ນ, ພວກ​ທ່ານ​ຈະ​ອວດອົ່ງ​ທະ​ນົງ​ຕົວ​ໄປ​ເຮັດ​ຫຍັງ?

 25 ແລະ ບັດ​ນີ້ຂ້າພະ​ເຈົ້າຂໍ​ຖາມ​ວ່າ ພວກ​ທ່ານ​ສາມາດ​ເວົ້າກ່ຽວ​ກັບ​ຕົວ​ເອງ​ໄດ້​ບໍ? ຂ້າພະ​ເຈົ້າຂໍ​ຕອບ​ພວກ​ທ່ານ​ວ່າ, ບໍ່​ໄດ້. ພວກ​ທ່ານ​ບໍ່​ສາມາດ​ເວົ້າວ່າ ພວກ​ທ່ານ​ມີຄ່າ​ເທົ່າ​ກັບ​ຂີ້ຝຸ່ນ; ເຖິງ​ແມ່ນ​ວ່າ​ພວກ​ທ່ານ​ຖືກ​ສ້າງ​ມາ​ຈາກ​ຂີ້ຝຸ່ນ​ກໍ​ຕາມ; ເພາະ​ຈົ່ງ​ເບິ່ງ, ມັນ​ເປັນ​ຂອງ​ພຣະ​ອົງ​ຜູ້​ສ້າງ​ພວກ​ທ່ານ​ມາ.

 26 ແລະ ຂ້າພະ​ເຈົ້າ​ເຖິງ​ແມ່ນ​ວ່າ​ຂ້າພະ​ເຈົ້ານີ້, ຜູ້​ທີ່​ພວກ​ທ່ານ​ເອີ້ນ​ວ່າ​ກະສັດ​ຂອງ​ພວກ​ທ່ານ​ກໍ​ບໍ່​ດີ​ໄປ​ກວ່າ​ຕົວ​ຂອງ​ພວກ​ທ່ານ​ເລີຍ; ເພາະ​ຂ້າພະ​ເຈົ້າມາ​ຈາກ​ຂີ້ຝຸ່ນ​ເໝືອນ​ກັນ. ແລະ ພວກ​ທ່ານ​ເຫັນ​ວ່າ​ຂ້າພະ​ເຈົ້າ​ເຖົ້າ​ແກ່, ແລະ ຮ່າງກາຍ​ທີ່​ເປັນ​ມະຕະ​ນີ້​ກຳລັງ​ຈະ​ຖືກ​ສົ່ງ​ຄືນ​ໃຫ້​ແກ່​ແຜ່ນດິນ​ທີ່​ໃຫ້​ກຳເນີດ​ມັນ​ມາ.

 27 ດັ່ງນັ້ນ, ເໝືອນ​ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເວົ້າກັບ​ພວກ​ທ່ານ​ມາ​ແລ້ວ, ຂ້າພະ​ເຈົ້າ​ໄດ້​ຮັບ​ໃຊ້​ພວກ​ທ່ານ​ໂດຍ​ເດີນ​ໄປ​ດ້ວຍ​ຈິດ​ສຳນຶກ​ອັນ​ໃສ​ສະອາດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ເປັນ​ຍ້ອນ​ແນວ​ນີ້​ແລ້ວ​ທີ່​ຂ້າພະ​ເຈົ້າ​ໄດ້​ໃຫ້​ພວກ​ທ່ານ​ມາ​ຊຸມນຸມກັນ​ຢູ່​ໃນ​ເວລາ​ນີ້ ກໍ​ເພື່ອ​ຈະ​ໄດ້​ເຫັນ​ວ່າ​ຂ້າພະ​ເຈົ້າຈະ​ບໍ່​ມີ​ຄວາມ​ຜິດ, ແລະ ເພື່ອ​ເລືອດ​ຂອງ​ພວກ​ທ່ານ​ຈະ​ບໍ່​ມາ​ຕິດ​ຢູ່​ນຳ​ຂ້າພະ​ເຈົ້າ​ເມື່ອ​ຂ້າພະ​ເຈົ້າຢືນ​ຢູ່​ເພື່ອ​ຮັບ​ການ​ພິພາກສາ​ຂອງ​ພຣະ​ເຈົ້າ​ໃນ​ເລື່ອງ​ທີ່​ພຣະ​ອົງບັນຊາ​ຂ້າພະ​ເຈົ້າ​ໄວ້​ກ່ຽວ​ກັບ​ພວກ​ທ່ານ.

 28 ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານ​ອີກ​ວ່າ ຂ້າພະ​ເຈົ້າ​ໄດ້​ໃຫ້​ພວກ​ທ່ານ​ມາ​ຊຸມນຸມ​ກັນ ເພື່ອ​ຂ້າພະ​ເຈົ້າຈະ​ໄດ້​ກຳຈັດ​ເລືອດ​ຂອງ​ພວກ​ທ່ານ​ອອກ​ຈາກ​ອາພອນ​ຂອງ​ຂ້າພະ​ເຈົ້າ​ໃນ​ໄລຍະ​ເວລາ​ນີ້ ຕອນ​ທີ່​ຂ້າພະ​ເຈົ້າກຳລັງ​ຈະ​ລົງ​ໄປ​ຫາ​ຫລຸມ​ຝັງ​ສົບ​ຂອງ​ຂ້າພະ​ເຈົ້າ ເພື່ອ​ຂ້າພະ​ເຈົ້າຈະ​ໄດ້​ລົງ​ໄປ​ດ້ວຍ​ຄວາມ​ສະຫງົບ, ແລະ ວິນ​ຍານ​ທີ່​ເປັນ​ອະ​ມະຕະ​ຂອງ​ຂ້າພະ​ເຈົ້າຈະ​ໄດ້​ເຂົ້າຮ່ວມ​ກັບ​ຜູ້​ທີ່​ຮ້ອງ​ເພງ​ຢູ່​ເບື້ອງ​ເທິງ​ເພື່ອ​ຈະ​ສັນລະ​ເສີນ​ພຣະ​ເຈົ້າຜູ້​ທ່ຽງ​ທຳ.

 29 ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານ​ອີກ​ວ່າ ຂ້າພະ​ເຈົ້າ​ໃຫ້​ພວກ​ທ່ານ​ມາ​ຊຸມນຸມ​ກັນ​ນີ້ ເພື່ອ​ຂ້າພະ​ເຈົ້າຈະ​ໄດ້​ປະກາດ​ແກ່​ພວກ​ທ່ານ​ວ່າ, ຂ້າພະ​ເຈົ້າຈະ​ບໍ່​ໄດ້​ເປັນ​ຜູ້​ສອນ ຫລື ເປັນ​ກະສັດ​ຂອງ​ພວກ​ທ່ານ​ຕໍ່​ໄປ​ອີກແລ້ວ;

 30 ເພາະ​ແມ່ນແຕ່​ຕອນນີ້​ຮ່າງ​ກາຍ​ທັງ​ໝົດ​ຂອງ​ຂ້າພະ​ເຈົ້າກໍ​ສັ່ນ​ສາຍ​ຢ່າງ​ຍິ່ງ​ຂະນະ​ທີ່ຂ້າພະ​ເຈົ້າ​ພະຍາ​ຍາມ​ເວົ້າ​ກັບ​ພວກ​ທ່ານ; ແຕ່​ອົງ​ພຣະ​ຜູ້​ເປັນ​ເຈົ້າຍັງ​ຄ້ຳຊູ​ຂ້າພະ​ເຈົ້າ​ໄວ້, ແລະ ຍອມ​ໃຫ້​ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານ, ແລະ ບັນຊາ​ຂ້າພະ​ເຈົ້າ​ໃຫ້​ປະກາດ​ແກ່​ພວກ​ທ່ານ​ໃນ​ມື້​ນີ້​ວ່າ ໂມ​ໄຊ​ຢາ​ລູກ​ຊາຍ​ຂອງ​ຂ້າພະ​ເຈົ້າຈະ​ເປັນ​ກະສັດ ແລະ ເປັນ​ຜູ້​ປົກຄອງ​ດູ​ແລ​ພວກ​ທ່ານ.

 31 ແລະ ບັດ​ນີ້ພີ່ນ້ອງ​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ເຮັດ​ດັ່ງ​ທີ່​ພວກ​ທ່ານ​ໄດ້​ເຮັດ​ມາ​ເໝືອນ​ແຕ່​ກ່ອນ. ພວກ​ທ່ານ​ໄດ້​ຮັກສາ​ບັນຍັດ​ຂອງ​ຂ້າພະເຈົ້າ, ແລະ ບັນຍັດ​ຂອງ​ບິດາ​ຂອງ​ຂ້າພະເຈົ້າ, ແລະ ໄດ້​ຈະ​ເລີນ​ຮຸ່ງ​ເຮືອງ​ມາ, ແລະ ໄດ້​ຮັບ​ການ​ຮັກສາ​ບໍ່​ໃຫ້​ຕົກ​ຢູ່​ໃນ​ກຳມື​ຂອງ​ສັດຕູ​ຂອງ​ພວກ​ທ່ານ, ຖ້າ​ຫາກ​ພວກ​ທ່ານ​ຈະ​ຮັກສາ​ບັນຍັດ​ຂອງ​ລູກ​ຊາຍ​ຂອງ​ຂ້າພະ​ເຈົ້າ ຫລື ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ ຊຶ່ງພວກ​ທ່ານ​ຈະ​ໄດ້​ຮັບ​ຈາກ​ລາວ, ພວກ​ທ່ານ​ຈະ​ມີ​ຄວາມ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ​ນີ້, ແລະ ສັດຕູ​ຂອງ​ພວກ​ທ່ານ​ຈະ​ບໍ່​ມີ​ອຳນາດ ເໜືອ​ກວ່າ​ພວກ​ທ່ານ​ເລີຍ.

 32 ແຕ່, ໂອ້ ຜູ້​ຄົນ​ຂອງ​ຂ້າພະ​ເຈົ້າ, ຈົ່ງ​ລະວັງ ເພາະ​ຢ້ານ​ວ່າ​ມັນ​ຈະ​ເກີດ​ມີ​ການ​ຂັດ​ແຍ້ງກັນ​ຂຶ້ນ​ໃນ​ບັນດາ​ພວກ​ທ່ານ, ແລະ ພວກ​ທ່ານ​ຈົ່ງ​ຢ່າ​ສູ່​ໄດ້​ເລືອກ​ເຊື່ອ​ຟັງ​ວິນ​ຍານ​ຊົ່ວ, ຊຶ່ງ​ໂມ​ໄຊ​ຢາ​ບິດາ​ຂອງ​ຂ້າພະ​ເຈົ້າ​ໄດ້​ເວົ້າ​ເຖິງ.

 33 ເພາະ​ຈົ່ງ​ເບິ່ງ, ມີ​ວິບັດ​ຢ່າງ​ໜຶ່ງ​ຊຶ່ງກຳນົດ​ໃຫ້​ເກີດ​ກັບ​ຄົນ​ທີ່​ເລືອກ​ເຊື່ອ​ຟັງ​ວິນ​ຍານ​ນັ້ນ; ເພາະ​ຖ້າ​ຫາກ​ເຂົາ​ເລືອກ​ເຊື່ອ​ຟັງ​ມັນ, ແລະ ຄົງ​ຢູ່​ໃນ​ຄວາມ​ຊົ່ວຮ້າຍ, ແລະ ຕາຍ​ໃນ​ບາບ​ຂອງ​ເຂົາ​ແລ້ວ ຜູ້ນັ້ນຍ່ອມ​ດື່ມ​ຄວາມ​ອັບ​ປະ​ໂຫຍດ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານ​ຂອງ​ເຂົາ​ເອງ; ເພາະວ່າ​ເຂົາ​ຕ້ອງ​ໄດ້​ຮັບ​ໂທດ​ອັນ​ເປັນນິດ​ທີ່​ເປັນ​ຄ່າ​ຈ້າງ​ຂອງ​ເຂົາ​ໂດຍ​ການ​ລ່ວງ​ລະ​ເມີດ​ກົດ​ຂອງ​ພຣະ​ເຈົ້າອັນ​ເປັນ​ການ​ກົງກັນຂ້າມ​ກັບ​ຄວາມ​ຮູ້​ຂອງ​ເຂົາ​ເອງ.

 34 ຂ້າພະ​ເຈົ້າ​ກ່າວກັບ​ພວກ​ທ່ານ​ອີກ​ວ່າ ບໍ່​ມີ​ໃຜ​ເລີຍ​ໃນ​ບັນດາ​ພວກ​ທ່ານ​ນອກ​ຈາກ​ເດັກນ້ອຍໆ​ຂອງ​ພວກ​ທ່ານ​ທີ່​ບໍ່​ໄດ້​ຮັບ​ການ​ສອນ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້ ທີ່​ບໍ່​ຮູ້ຈັກ​ວ່າ​ພວກ​ທ່ານ​ເປັນ​ໜີ້ມາ​ຕະຫລອດ​ການ​ຕໍ່​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ພວກ​ທ່ານ ທີ່​ຈະ​ຖະຫວາຍ​ທຸກ​ສິ່ງ​ທີ່​ພວກ​ທ່ານ​ມີ​ຢູ່ ແລະ ເປັນ​ຢູ່​ໃຫ້​ແກ່​ພຣະ​ອົງ, ແລະ ໄດ້​ຮັບ​ການ​ສອນ​ກ່ຽວ​ກັບ​ບັນທຶກ ຊຶ່ງມີ​ການ​ທຳນາຍ​ທີ່​ສາດສະດາ​ບໍລິສຸດ​ໄດ້​ເວົ້າ​ໄວ້ ຈົນ​ເຖິງ​ເວລາ​ທີ່​ລີ​ໄຮ ບັນພະບຸລຸດ​ຂອງ​ພວກ​ເຮົາ​ໄດ້​ຈາກ​ເຢຣູ​ຊາເລັມ​ມາ;

 35 ແລະ ທຸກ​ສິ່ງທີ່​ໄດ້​ບອກ​ຕະຫລອດ​ມາ​ນັບ​ຕັ້ງ​ແຕ່​ບັນພະບຸລຸດ​ຂອງ​ພວກ​ເຮົາ​ຈົນ​ເຖິງ​ເວລາ​ນີ້ນຳອີກ. ແລະ ຈົ່ງ​ເບິ່ງ, ຄົນ​ເຫລົ່າ​ນັ້ນ​ໄດ້​ເວົ້າ​ເຖິງ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າບັນຊາ​ພວກ​ເພິ່ນ​ນຳ​ອີກ; ສະນັ້ນ, ມັນ​ຈຶ່ງ​ເປັນ​ສິ່ງ​ຊອບ​ທຳ ແລະ ເປັນຄວາມ​ຈິງ.

 36 ແລະ ບັດ​ນີ້​ພີ່​ນ້ອງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ ຫລັງ​ຈາກ​ພວກ​ທ່ານ​ຮູ້ ແລະ ໄດ້​ຮັບ​ການ​ສອນ​ໃນ​ເລື່ອງ​ທັງ​ໝົດ​ນີ້​ແລ້ວ, ຖ້າ​ຫາກ​ພວກ​ທ່ານ​ຍັງ​ຈະ​ລ່ວງ​ລະ​ເມີດ ແລະ ເຮັດ​ກົງ​ກັນ​ຂ້າມ​ກັບ​ສິ່ງ​ທີ່​ໄດ້​ເວົ້າ​ໄວ້, ພວກ​ທ່ານ​ຖອນ​ຕົວ​ອອກ​ໄປ​ຈາກ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຈົນ​ວ່າ​ມັນ​ບໍ່​ມີ​ບ່ອນ​ໃດ​ເລີຍ​ໃນ​ພວກ​ທ່ານ ທີ່​ຈະ​ສາມາດ​ນຳ​ພວກ​ທ່ານ​ໄປ​ໃນ​ທາງ​ແຫ່ງ​ປັນຍາ​ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮັບ​ພອນ, ຈະ​ເລີນ​ຮຸ່ງ​ເຮືອງ, ແລະ ຮັບ​ການ​ປົກ​ປັກ​ຮັກສາ—

 37 ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານ​ວ່າ, ຜູ້​ໃດ​ທີ່​ກະທຳ​ແບບ​ນີ້, ຜູ້ນັ້ນຍ່ອມ​ອອກ​ມາ​ກະບົດ​ຕໍ່​ພຣະ​ເຈົ້າຢ່າງ​ເປີດ​ເຜີຍ; ດັ່ງນັ້ນ, ເຂົາ​ຈຶ່ງ​ເລືອກ​ເຊື່ອ​ຟັງ​ວິນ​ຍານ​ຊົ່ວ ແລະ ກັບ​ເປັນ​ສັດຕູ​ຕໍ່​ຄວາມ​ຊອບ​ທຳ​ທັງ​ໝົດ; ສະນັ້ນ, ພຣະຜູ້​ເປັນ​ເຈົ້າຈຶ່ງ​ບໍ່​ມີ​ບ່ອນຢູ່​ໃນ​ຕົວ​ເຂົາ, ເພາະ​ພຣະ​ອົງ​ຈະ​ບໍ່​ສະຖິດ​ຢູ່​ໃນ​ວິຫານ​ທີ່​ບໍ່​ບໍລິສຸດ.

 38 ສະນັ້ນ ຖ້າ​ຫາກ​ຄົນ​ນັ້ນບໍ່​ກັບ​ໃຈ ແລະ ຄົງ​ຢູ່ ແລະ ຕາຍ​ໂດຍ​ເປັນ​ສັດຕູ​ກັບ​ພຣະ​ເຈົ້າ, ແລ້ວ​ຄວາມ​ຍຸດ​ຕິ​ທຳ​ແຫ່ງ​ສະ​ຫວັນ​ຈະ​ປຸກ​ຈິດ​ວິນ​ຍານ​ອັນ​ເປັນ​ອະ​ມະຕະ​ຂອງ​ເຂົາ​ໃຫ້​ຕື່ນ​ຂຶ້ນມາ​ຫາ​ຄວາມ​ຮູ້ສຶກ​ໃນ​ຄວາມ​ຜິດ​ທີ່​ຮຸນ​ແຮງ​ຂອງ​ຕົນ​ເອງ, ຊຶ່ງ​ເຮັດ​ໃຫ້​ເຂົາ​ຖອຍ​ອອກ​ໄປ​ຈາກ​ທີ່​ປະ​ທັບ​ຂອງ​ພຣະຜູ້​ເປັນ​ເຈົ້າ, ແລະ ເຮັດ​ໃຫ້​ອົກ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້ສຶກ​ຜິດ, ແລະ ຄວາມ​ເຈັບ​ປວດ, ແລະ ຄວາມທຸກ​ທໍລະມານ, ຊຶ່ງປຽບ​ເໝືອນ​ດັ່ງ​ໄຟ​ທີ່​ບໍ່​ຮູ້​ມອດ, ຊຶ່ງ​ແປວ​ໄຟ​ນັ້ນລອຍ​ຂຶ້ນຢູ່​ຕະຫລອດ​ການ ແລະ ຕະຫລອດ​ໄປ.

 39 ແລະ ບັດ​ນີ້ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານ​ວ່າ ຜູ້ນັ້ນຈະ​ບໍ່​ໄດ້​ຮັບ​ຄວາມ​ເມດ​ຕາ​ເລີຍ; ດັ່ງນັ້ນຊາຕາ​ກຳ​ໃນ​ວາລະ​ສຸດ​ທ້າຍ​ຂອງ​ເຂົາ​ຄື ຄວາມທຸກ​ທໍລະມານ​ທີ່​ບໍ່ມີ​ວັນ​ສິ້ນ​ສຸດ.

 40 ໂອ້, ພວກ​ທ່ານ​ຜູ້​ມີ​ອາຍຸ​ສູງ​ທັງ​ຫລາຍ, ແລະ ພວກ​ເຈົ້າຜູ້​ໜຸ່ມ​ແໜ້ນ, ແລະ ພວກ​ເຈົ້າຜູ້​ເປັນ​ເດັກ ຜູ້​ທີ່​ສາມາດ​ເຂົ້າ​ໃຈ​ຂໍ້ຄວາມ​ຂອງ​ຂ້າພະ​ເຈົ້າ, ເພາະ​ຂ້າພະ​ເຈົ້າ​ໄດ້​ເວົ້າຢ່າງ​ແຈ່ມ​ແຈ້ງ​ເພື່ອ​ພວກທ່ານ​ຈະ​ໄດ້​ເຂົ້າ​ໃຈ, ​ຂ້າພະ​ເຈົ້າ​ໄດ້​ອະທິຖານ​ແທນ​ພວກ​ທ່ານ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຕື່ນ​ຂຶ້ນມາ​ຫາ​ຄວາມ​ຊົງ​ຈຳ​ເຖິງ​ສະພາບ​ອັນ​ເປັນຕາ​ຢ້ານຂອງ​ຄົນ​ທີ່​ຕົກ​ຢູ່​ໃນ​ການ​ລ່ວງ​ລະ​ເມີດ.

 41 ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ຂ້າພະ​ເຈົ້າ​ປາ​ຖະໜາ​ໃຫ້​ພວກ​ທ່ານ​ພິຈາລະນາ​ເຖິງ​ສະພາບ​ອັນ​ເປັນ​ພອນ ແລະ ຄວາມສຸກ​ຂອງ​ຄົນ​ທີ່​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ. ເພາະ​ຈົ່ງ​ເບິ່ງ, ເຂົາ​ໄດ້​ຮັບ​ພອນ​ທຸກ​ຢ່າງ ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ; ແລະ ຖ້າ​ຫາກ​ເຂົາ​ອົດທົນ​ຢ່າງ​ຊື່ສັດ​ຈົນ​ເຖິງ​ທີ່​ສຸດ​ແລ້ວ, ເຂົາ​ຈະ​ຖືກ​ຮັບ​ເຂົ້າສູ່​ສະຫວັນ, ແລ້ວ​ເຂົາ​ຈະ​ໄດ້​ຢູ່​ກັບ​ພຣະ​ເຈົ້າ​ໃນ​ສະພາບ​ແຫ່ງ​ຄວາມສຸກ​ທີ່​ບໍ່​ມີ​ວັນ​ສິ້ນສຸດ. ໂອ້ ຈົ່ງ​ຈຳ, ຈົ່ງ​ຈຳ​ໄວ້​ວ່າ ເລື່ອງ​ເຫລົ່າ​ນີ້​ເປັນຄວາມ​ຈິງ; ເພາ​ະອົງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ໄວ້.