ສິ່ງ​ຊ່ວຍ​ສຶກ​ສາ
ພອນ, ໃຫ້​ພອນ, ເປັນ​ພອນ


ພອນ, ໃຫ້​ພອນ, ເປັນ​ພອນ

ເພື່ອ​ມອບ​ພຣະ​ກະ​ລຸ​ນາ​ຈາກ​ສະຫວັນ​ໃຫ້​ບາງ​ຄົນ. ອັນ​ໃດ​ກໍ​ຕາມ​ທີ່​ເພີ່ມ​ໃສ່​ກັບ​ຄວາມ​ສຸກ​ທີ່​ແທ້​ຈິງ, ຄວາມ​ຢູ່​ເຢັນ​ເປັນ​ສຸກ, ຫລື ຄວາມ​ຈະ​ເລີນ​ກ້າວ​ໜ້າ​ແມ່ນ ພອນ.

ພອນ​ທຸກ​ປະ​ການ​ແມ່ນ​ຂຶ້ນ​ກັບ​ກົດ​ນິ​ລັນ​ດອນ (ຄພ 130:20–21). ເພາະ​ວ່າ​ພຣະ​ເຈົ້າ​ປະສົງ​ໃຫ້​ລູກໆ​ຂອງ​ພຣະ​ອົງ​ພົບ​ຄວາມ​ສຸກ​ໃນ​ຊີ​ວິດ (2 ນຟ 2:25), ພຣະ​ອົງ​ປະທານ​ພອນ​ໃຫ້​ເຂົາ ອີງ​ຕາມ​ຄວາມ​ເຊື່ອ​ຟັງ​ຂອງ​ເຂົາ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ (ຄພ 82:10), ໃນ​ການ​ຕອບ​ຄຳ​ອະ​ທິ​ຖານ ຫລື ພິ​ທີ​ການ​ຂອງ​ຖານະ​ປະ​ໂລ​ຫິດ (ຄພ 19:38; 107:65–67), ຫລື ຜ່ານ​ພຣະ​ຄຸນ​ຂອງ​ພຣະ​ອົງ (2 ນຟ 25:23).

ຂໍ້​ຄວາມ​ທີ່​ຮູ້ຈັກ​ກັນ​ດີ​ກ່ຽວ​ກັບ​ພອນ​ແມ່ນ​ຄຳ​ບູລົມ​ສຸກ (ມທ 5:1–12; 3 ນຟ 12:1–12).

ທົ່ວ​ໄປ

ການ​ໃຫ້​ພອນ​ແກ່​ເດັກ​ນ້ອຍ