ສິ່ງ​ຊ່ວຍ​ສຶກ​ສາ
ເສຍ​ສະລະ, ການ​ເສຍ​ສະລະ


ເສຍ​ສະລະ, ການ​ເສຍ​ສະລະ

ໃນ​ສະ​ໄໝ​ບູຮານ, ການ​ເສຍ​ສະລະ ໝາຍ​ເຖິງ​ການ​ເຮັດ​ໃຫ້​ບາງ​ສິ່ງ ຫລື ບາງ​ຄົນ​ສັກ​ສິດ. ຕອນ​ນີ້ ມັນ​ມີ​ຄວາມ​ໝາຍ​ອີກ​ວ່າ ການສະລະ​ໄປ ຫລື ການ​ທົນ​ຮັບ​ການ​ສູນ​ເສຍ​ສິ່ງ​ຂອງ​ທາງ​ໂລກ ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ ແລະ ອາ​ນາ​ຈັກ​ຂອງ​ພຣະ​ອົງ. ສະມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄວນ​ເຕັມ​ໃຈ ທີ່​ຈະ​ເສຍ​ສະລະ ທຸກ​ສິ່ງ​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ. ໂຈເຊັບ ສະມິດ ໄດ້​ສອນ​ວ່າ “ສາດ​ສະ​ໜາ​ທີ່​ບໍ່​ຮຽກ​ຮ້ອງ​ການ​ເສຍ​ສະລະ​ທຸກ​ສິ່ງ ຈະ​ບໍ່​ມີ​ວັນ ມີ​ອຳນາດ​ພຽງ​ພໍ​ທີ່​ຈະ​ສ້າງ​ສັດທາ​ອັນ​ຈຳ​ເປັນ​ໃຫ້​ແກ່​ຊີ​ວິດ ແລະ ຄວາມ​ລອດ.” ໃນ​ມຸມ​ຂອງ​ນິ​ລັນ​ດອນ, ພອນ​ທີ່​ໄດ້​ຮັບ​ໂດຍ​ການ​ເສຍ​ສະລະ ເປັນ​ສິ່ງ​ທີ່​ຍິ່ງ​ໃຫຍ່​ກວ່າ​ທຸກ​ສິ່ງ ທີ່​ເຮົາ​ໄດ້​ປ່ອຍ​ໄປ.

ຫລັງ​ຈາກ​ອາດາມ ແລະ ເອວາ ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ສວນ​ເອເດນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ​ກົດ​ແຫ່ງ​ການ​ເສຍ​ສະລະ​ໃຫ້​ເຂົາ​ເຈົ້າ. ກົດ​ນີ້​ລວມ​ທັງ​ການ​ຖວາຍ​ລູກ​ຫົວ​ປີ​ຂອງ​ສັດ​ແຕ່​ລະ​ຊະ​ນິດ. ການ​ເສຍ​ສະລະ​ນີ້ ເປັນ​ເຄື່ອງ​ໝາຍ​ເຖິງ​ການ​ເສຍ​ສະລະ ທີ່​ຈະ​ຖືກ​ກະ​ທຳ​ໂດຍ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ພຣະ​ເຈົ້າ (ມຊ 5:4–8). ການ​ປະ​ຕິ​ບັດ​ນີ້ ໄດ້​ສືບ​ຕໍ່​ຈົນ​ເຖິງ​ເວລາ​ພຣະ​ເຢຊູ​ຄຣິດ​ສິ້ນ​ພຣະ​ຊົນ, ຊຶ່ງ​ໄດ້​ຢຸດ​ຕິ​ການ​ມອບ​ສັດ​ເປັນ​ເຄື່ອງ​ຖວາຍ ຕາມ​ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ (ແອວ 34:13–14). ໃນ​ສາດ​ສະ​ໜາ​ຈັກ ທຸກ​ວັນ​ນີ້ ສະມາ​ຊິກ​ຮັບ​ສ່ວນ​ສິນ​ລະ​ລຶກ ທີ່​ເປັນ​ເຂົ້າ​ຈີ່ ແລະ ນ້ຳ ໃນ​ການ​ລະ​ນຶກ​ເຖິງ​ການ​ເສຍ​ສະລະ​ຂອງ​ພຣະ​ເຢຊູ​ຄຣິດ. ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ ທຸກ​ວັນ​ນີ້ ກໍ​ຖືກ​ຂໍ​ໃຫ້​ເສຍ​ສະລະ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ ນຳ​ອີກ (3 ນຟ 9:19–22). ນີ້​ໝາຍ​ຄວາມ​ວ່າ ເຂົາ​ເຈົ້າ​ຖ່ອມ​ຕົວ, ເປັນ​ຄົນ​ທີ່​ກັບ​ໃຈ, ແລະ ເຕັມ​ໃຈ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.