ພຣະ​ຄຳ​ພີ
ໂຈເຊັບ ສະມິດ—ມັດທາຍ 1


ໂຈເຊັບ ສະມິດ—ມັດທາຍ

ພາກ​ສ່ວນ​ໜຶ່ງ​ທີ່​ເອົາ​ມາ​ຈາກ​ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ດັ່ງ​ທີ່​ໄດ້​ເປີດ​ເຜີຍ​ຕໍ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ໃນ​ປີ 1831: ມັດທາຍ 23:39 ແລະ ບົດ​ທີ 24.

ບົດ​ທີ 1

ພຣະ​ເຢຊູ​ບອກ​ລ່ວງ​ໜ້າ​ເຖິງ​ຄວາມ​ພິນາດ​ທີ່​ຈະ​ມາ​ເຖິງ​ເມືອງ​ເຢຣູ​ຊາເລັມ—ພຣະ​ອົງ​ຍັງ​ໄດ້​ປາ​ໄສ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ບຸດ​ມະນຸດ​ນຳ​ອີກ, ແລະ ຄວາມ​ພິນາດ​ຂອງ​ຄົນ​ຊົ່ວ.

1 ເພາະ​ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ​ພວກ​ເຈົ້າ​ຈະ​ບໍ່​ເຫັນ​ເຮົາ​ອີກ ແລະ ຮູ້​ວ່າ​ເຮົາ​ຄື​ຜູ້​ທີ່​ສາດ​ສະ​ດາ​ຂຽນ​ເຖິງ, ຈົນ​ກວ່າ​ພວກ​ເຈົ້າ​ຈະ​ອອກ​ປາກ​ເວົ້າ​ວ່າ: ຂໍ​ພຣະ​ເຈົ້າ​ອວຍ​ພອນ​ທ່ານ​ຜູ້​ທີ່ ສະ​ເດັດ​ມາ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໃນ​ໝູ່​ເມກ​ແຫ່ງ​ຟ້າ​ສະຫວັນ, ແລະ ເຫລົ່າ​ທູດ​ຜູ້​ບໍ​ລິ​ສຸດ​ທັງ​ໝົດ​ໄດ້​ຢູ່​ກັບ​ພຣະ​ອົງ. ຈາກ​ນັ້ນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ຈຶ່ງ​ໄດ້​ເຂົ້າ​ໃຈ​ວ່າ ພຣະ​ອົງ​ຈະ​ສະ​ເດັດ​ມາ​ເທິງ​ແຜ່ນ​ດິນ​ໂລກ​ອີກ, ຫລັງ​ຈາກ​ທີ່​ພຣະ​ອົງ​ຮັບ​ລັດ​ສະ​ໝີ​ພາບ ແລະ ຮັບ​ການ​ສວມ​ມົງ​ກຸດ​ຢູ່​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ ພຣະ​ເຈົ້າ.

2 ແລະ ພຣະ​ເຢຊູ​ໄດ້​ສະ​ເດັດ​ອອກ​ໄປ, ອອກ​ໄປ​ຈາກ​ພຣະ​ວິຫານ​ນັ້ນ; ແລະ ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໄດ້​ມາ​ຫາ​ພຣະ​ອົງ, ເພື່ອ​ຟັງ​ພຣະ​ອົງ, ໂດຍ​ກ່າວ​ວ່າ: ພຣະ​ອາ​ຈານ​ເອີຍ, ຂໍ​ຈົ່ງ​ສະແດງ​ແກ່​ພວກ​ຂ້າ​ນ້ອຍ​ກ່ຽວ​ກັບ​ຕຶກ​ຕ່າງໆ​ໃນ​ພຣະ​ວິຫານ, ດັ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ​ມາ​ນັ້ນ—ມັນ​ຈະ​ຖືກ​ທຳ​ລາຍ​ລົງ, ແລະ ປະ​ໃຫ້​ເປັນ​ບ່ອນ​ຮ້າງ​ແກ່​ພວກ​ເຈົ້າ.

3 ແລະ ພຣະ​ເຢຊູ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ພວກ​ເຈົ້າ​ໄດ້​ເຫັນ​ສິ່ງ​ທັງ​ໝົດ​ເຫລົ່າ​ນີ້​ແລ້ວ​ບໍ່​ແມ່ນ​ບໍ? ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຫີນ​ທຸກໆ​ກ້ອນ​ທີ່​ຢອງ​ທັບ​ກັນ​ຢູ່​ນີ້​ຈະ​ຖືກ​ທຳ​ລາຍ​ລົງ​ຈົນ​ບໍ່​ເຫລືອ​ຈັກ​ກ້ອນ.

4 ແລະ ພຣະ​ເຢຊູ​ໄດ້​ຈາກ​ພວກ​ເຂົາ​ໄປ, ແລະ ໄດ້​ໄປ​ຫາ ພູ​ໝາກ​ກອກ​ເທດ. ແລະ ໃນ​ຂະນະ​ທີ່​ພຣະ​ເຢຊູ​ນັ່ງ​ຢູ່​ເທິງ​ພູ​ໝາກ​ກອກ​ເທດ​ນັ້ນ, ສາ​ນຸ​ສິດ​ກໍ​ມາ​ຫາ​ພຣະ​ອົງ​ຕ່າງ​ຫາກ, ໂດຍ​ທູນ​ວ່າ: ຈົ່ງ​ບອກ​ພວກ​ຂ້າ​ນ້ອຍ​ແດ່​ວ່າ​ເຫດ​ການ​ທັງ​ໝົດ​ນັ້ນ​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ​ຊຶ່ງ​ພຣະ​ອົງ​ໄດ້​ກ່າວ​ກ່ຽວ​ກັບ​ຄວາມ​ພິນາດ​ຂອງ​ພຣະ​ວິຫານ, ແລະ ຊາວ​ຢິວ; ແລະ ແມ່ນ​ຫຍັງ​ຄື ເຄື່ອງ​ໝາຍ​ຂອງ ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ, ແລະ ຄາວ ສິ້ນ​ສຸດ​ໂລກ, ຫລື ຄວາມ​ພິນາດ​ຂອງ ຄົນ​ຊົ່ວ, ຊຶ່ງ​ເປັນ​ຄາວ​ສິ້ນ​ສຸດ​ໂລກ?

5 ແລະ ພຣະ​ເຢຊູ​ໄດ້​ຕອບ, ແລະ ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ລະ​ວັງ​ໃຫ້​ດີ​ຢ່າ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ຫລອກ​ລວງ​ພວກ​ເຈົ້າ;

6 ເພາະ​ວ່າ​ຫລາຍ​ຄົນ​ຈະ​ມາ​ໃນ​ນາມ​ຂອງ​ເຮົາ, ໂດຍ​ກ່າວ​ວ່າ—ເຮົາ​ຄື​ພຣະ​ຄຣິດ—ແລະ ຈະ​ຫລອກ​ລວງ​ຫລາຍ​ຄົນ​ຢ່າງ​ຫລວງ​ຫລາຍ;

7 ຈາກ​ນັ້ນ​ພວກ​ເຂົາ​ຈະ​ມອບ​ຕົວ​ພວກ​ເຈົ້າ​ເພື່ອ​ໃຫ້ ຮັບ​ທຸກ, ແລະ ຈະ​ຂ້າ​ພວກ​ເຈົ້າ, ແລະ ພວກ​ເຈົ້າ​ຈະ​ຖືກ​ປະ​ຊາ​ຊາດ​ທັງ​ປວງ ກຽດ​ຊັງ, ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ;

8 ແລະ ຈາກ​ນັ້ນ​ຄົນ​ຢ່າງ​ຫລວງ​ຫລາຍ​ຈະ​ຂຸ່ນ​ເຄືອງ​ໃຈ, ແລະ ຈະ​ທໍ​ລະ​ຍົດ​ຕໍ່​ກັນ, ແລະ ຈະ​ກຽດ​ຊັງ​ກັນ;

9 ແລະ ສາດ​ສະ​ດາ​ປອມ​ຫລາຍ​ຄົນ​ຈະ​ລຸກ​ຂຶ້ນ​ມາ, ແລະ ຈະ​ຫລອກ​ລວງ​ຄົນ​ຢ່າງ​ຫລວງ​ຫລາຍ;

10 ແລະ ເພາະ​ວ່າ​ມີ​ຄວາມ​ຊົ່ວ​ຮ້າຍ​ຫລາຍ, ຄວາມ​ຮັກ​ຂອງ​ຄົນ​ຢ່າງ​ຫລວງ​ຫລາຍ​ຈະ​ເຢັນ​ຊາ​ລົງ;

11 ແຕ່​ຜູ້​ໃດ​ທີ່​ຍັງ​ແນ່ວ​ແນ່ ແລະ ບໍ່​ຍອມ​ແພ້, ຜູ້​ນັ້ນ​ຈະ​ລອດ.

12 ສະນັ້ນ ເມື່ອ​ພວກ​ເຈົ້າ​ເຫັນ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ແຜ່ນ​ດິນ​ຮ້າງ, ຊຶ່ງ​ກ່າວ​ໂດຍ ດາ​ນີ​ເອນ​ຜູ້​ເປັນ​ສາດ​ສະ​ດາ, ກ່ຽວ​ກັບ​ຄວາມ​ພິນາດ​ຂອງ ເຢຣູ​ຊາເລັມ, ຈາກ​ນັ້ນ​ພວກ​ເຈົ້າ​ຈະ​ຢືນ​ຢູ່​ໃນ ສະຖານ​ທີ່ ທີ່​ສັກ​ສິດ; ຜູ້​ໃດ​ກໍ​ຕາມ​ທີ່​ອ່ານ ກໍ​ໃຫ້​ເຂົາ​ເຂົ້າ​ໃຈ.

13 ເມື່ອ​ນັ້ນ​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ໃຫ້​ປົບ​ໜີ​ໄປ​ຍັງ ພູ;

14 ໃຫ້​ຜູ້​ທີ່​ຢູ່​ເທິງ​ຫລັງ​ຄາ​ເຮືອນ​ຂອງ​ຕົນ​ໜີ​ໄປ, ແລະ ບໍ່​ຕ້ອງ​ລົງ​ໄປ​ເກັບ​ເອົາ​ສິ່ງ​ຂອງ​ໃນ​ເຮືອນ​ຂອງ​ລາວ;

15 ທັງ​ຜູ້​ທີ່​ຢູ່​ຕາມ​ທົ່ງ​ກໍ​ບໍ່​ຕ້ອງ​ກັບ​ຄືນ​ເມືອ​ເອົາ​ເສື້ອ​ຜ້າ​ຂອງ​ຕົນ;

16 ແລະ ໜ້າ​ເວດ​ທະ​ນາ​ສົງ​ສານ​ພວກ​ຜູ້​ຍິງ ຖື​ພາ, ແລະ ແມ່​ກັບ​ລູກ​ອ່ອນ​ທີ່​ຍັງ​ກິນ​ນົມ​ຢູ່​ໃນ​ວັນ​ເຫລົ່າ​ນັ້ນ;

17 ສະນັ້ນ, ຈົ່ງ​ອະ​ທິ​ຖານ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ວ່າ​ການ​ໜີ​ໄປ​ຂອງ​ພວກ​ເຈົ້າ​ຈະ​ບໍ່​ຖືກ​ໃນ​ລະ​ດູ​ໜາວ, ຫລື ໃນ​ວັນ​ຊະ​ບາ​ໂຕ;

18 ເພາະ​ເມື່ອ​ນັ້ນ, ໃນ​ວັນ​ເຫລົ່າ​ນັ້ນ, ຄວາມ​ທຸກ​ຍາກ​ລຳ​ບາກ​ທີ່​ສຸດ​ຈະ​ເກີດ​ກັບ ຊາວ​ຢິວ, ແລະ ກັບ​ຜູ້​ອາ​ໄສ​ຂອງ ເຢຣູ​ຊາເລັມ, ຢ່າງ​ບໍ່​ເຄີຍ​ຖືກ​ສົ່ງ​ມາ​ກ່ອນ​ເຖິງ​ອິດສະ​ຣາເອນ, ໂດຍ​ພຣະ​ເຈົ້າ, ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ອາ​ນາ​ຈັກ​ຂອງ​ພວກ​ເຂົາ​ຈົນ​ເຖິງ​ເວລາ​ນີ້; ບໍ່​ເຄີຍ​ມີ​ເລີຍ, ທັງ​ຈະ​ບໍ່​ເກີດ​ຂຶ້ນ​ອີກ​ຈັກ​ເທື່ອ​ກັບ​ອິດສະ​ຣາເອນ.

19 ທຸກ​ສິ່ງ​ທັງ​ປວງ​ຊຶ່ງ​ໄດ້​ເກີດ​ກັບ​ພວກ​ເຂົາ​ເປັນ​ພຽງ​ຈຸດ​ເລີ່ມ​ຕົ້ນ​ຂອງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຊຶ່ງ​ຈະ​ມາ​ເຖິງ​ພວກ​ເຂົາ.

20 ແລະ ຍົກ​ເວັ້ນ​ແຕ່​ວັນ​ເຫລົ່າ​ນັ້ນ​ຈະ​ຖືກ​ເຮັດ​ໃຫ້​ສັ້ນ​ລົງ, ຈະ​ບໍ່​ມີ​ເນື້ອ​ໜັງ​ໃດ​ລອດ; ແຕ່​ເພື່ອ​ເຫັນ​ແກ່​ຜູ້​ທີ່​ຖືກ​ເລືອກ​ໄວ້, ຕາມ​ພັນທະ​ສັນ​ຍາ, ວັນ​ເຫລົ່າ​ນັ້ນ​ຈະ​ຖືກ​ເຮັດ​ໃຫ້​ສັ້ນ​ລົງ.

21 ຈົ່ງ​ເບິ່ງ, ສິ່ງ​ເຫລົ່າ​ນີ້ ເຮົາ​ໄດ້​ກ່າວ​ກັບ​ພວກ​ເຈົ້າ​ກ່ຽວ​ກັບ​ຊາວ​ຢິວ; ແລະ ອີກ​ເທື່ອ​ໜຶ່ງ, ຫລັງ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງ​ວັນ​ເຫລົ່າ​ນັ້ນ ຊຶ່ງ​ຈະ​ມາ​ເຖິງ​ເຢຣູ​ຊາເລັມ, ຖ້າ​ຫາກ​ຜູ້​ໃດ​ຜູ້​ໜຶ່ງ​ກ່າວ​ກັບ​ພວກ​ເຈົ້າ, ເບິ່ງ​ແມ, ພຣະ​ຄຣິດ​ຢູ່​ທີ່​ນີ້, ຫລື ຢູ່​ທີ່​ນັ້ນ, ຢ່າ​ສູ່​ເຊື່ອ;

22 ເພາະ​ວ່າ​ໃນ​ວັນ​ເຫລົ່າ​ນັ້ນ​ພຣະ​ຄຣິດ​ປອມ​ຈະ​ເກີດ​ຂຶ້ນ, ແລະ ສາດ​ສະ​ດາ​ປອມ, ແລະ ຈະ​ສະແດງ​ເຄື່ອງ​ໝາຍ ແລະ ການ​ແປກ​ປະ​ຫລາດ, ເຖິງ​ຂະ​ໜາດ​ທີ່​ວ່າ​ຖ້າ​ຫາກ​ເປັນ​ໄປ​ໄດ້, ພວກ​ເຂົາ​ຈະ​ຫລອກ​ລວງ​ຜູ້​ທີ່​ຖືກ​ເລືອກ​ໄວ້, ຜູ້​ໄດ້​ຖືກ​ເລືອກ​ໄວ້​ຕາມ​ພັນທະ​ສັນ​ຍາ.

23 ຈົ່ງ​ເບິ່ງ, ເຮົາ​ກ່າວ​ສິ່ງ​ເຫລົ່າ​ນີ້​ກັບ​ພວກ​ເຈົ້າ​ເພື່ອ​ເຫັນ​ແກ່ ຜູ້​ທີ່​ຖືກ​ເລືອກ​ໄວ້; ແລະ ພວກ​ເຈົ້າ​ຈະ​ໄດ້​ຍິນ​ເລື່ອງ ສົງ​ຄາມ​ນຳອີກ, ແລະ ຂ່າວ​ລື​ເລື່ອງ​ສົງ​ຄາມ; ຈົ່ງ​ເບິ່ງ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ຫຍຸ້ງ​ຍາກ​ໃຈ, ເພາະ​ວ່າ​ທັງ​ໝົດ​ທີ່​ເຮົາ​ໄດ້​ບອກ​ພວກ​ເຈົ້າ​ຈະ​ບັງ​ເກີດ​ຂຶ້ນ; ແຕ່​ທີ່​ສຸດ​ຈະ​ບໍ່​ເກີດ​ຂຶ້ນ​ເທື່ອ.

24 ຈົ່ງ​ເບິ່ງ, ເຮົາ​ໄດ້ບອກ​ພວກ​ເຈົ້າມາ​ກ່ອນ;

25 ດັ່ງ​ນັ້ນ, ຖ້າ​ຫາກ​ພວກ​ເຂົາ​ຈະ​ກ່າວ​ກັບ​ພວກ​ເຈົ້າ​ວ່າ: ຈົ່ງ​ເບິ່ງ, ເພິ່ນ​ອອກ​ໄປ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ຢ່າ​ໄປ​ທີ່​ນັ້ນ: ຈົ່ງ​ເບິ່ງ, ເພິ່ນ​ລີ້​ຢູ່​ໃນ​ຫ້ອງ; ກໍ​ຢ່າ​ໄດ້​ເຊື່ອ;

26 ເພາະ​ວ່າ​ຄວາມ​ສະ​ຫວ່າງ​ຍາມ​ເຊົ້າ​ສ່ອງ​ຈາກ ທິດ​ຕາ​ເວັນ​ອອກ, ແລະ ສ່ອງ​ແສງ​ແມ່ນ​ແຕ່​ເຖິງ​ທິດ​ຕາ​ເວັນ​ຕົກ, ແລະ ປົກ​ຄຸມ​ທົ່ວ​ແຜ່ນ​ດິນ​ໂລກ​ສັນ​ໃດ, ການ​ສະ​ເດັດ​ມາ​ຂອງ​ບຸດ​ມະນຸດ​ຈະ​ເປັນ​ສັນ​ນັ້ນ​ຄື​ກັນ.

27 ແລະ ບັດ​ນີ້ ເຮົາ​ຈະ​ສະແດງ​ຄຳ​ອຸປະມາ​ແກ່​ພວກ​ເຈົ້າ. ຈົ່ງ​ເບິ່ງ, ໃນ​ບ່ອນ​ໃດ​ທີ່​ມີ​ຊາກ​ສົບ, ຝູງ​ແຮ້ງ​ກໍ​ໂຮມ​ກັນ​ຢູ່​ບ່ອນ​ນັ້ນ​ນຳ​ກັນ; ເຊັ່ນ​ດຽວ​ກັນ​ນັ້ນ ຜູ້​ທີ່​ເຮົາ​ເລືອກ​ໄວ້​ຈະ ມາ​ຮ່ວມ​ກັນ​ຈາກ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ.

28 ແລະ ພວກ​ເຂົາ​ຈະ​ໄດ້​ຍິນ​ເລື່ອງ​ສົງ​ຄາມ, ແລະ ຂ່າວ​ລື​ເລື່ອງ​ສົງ​ຄາມ.

29 ຈົ່ງ​ເບິ່ງ ເຮົາ​ກ່າວ​ເພື່ອ​ເຫັນ​ແກ່​ຜູ້​ໄດ້​ຖືກ​ເລືອກ​ໄວ້​ຂອງ​ເຮົາ; ເພາະ​ວ່າ​ປະ​ຊາ​ຊາດ​ຈະ​ລຸກ​ຂຶ້ນ​ຕໍ່​ສູ້​ປະ​ຊາ​ຊາດ, ແລະ ອາ​ນາ​ຈັກ​ຕໍ່​ສູ້​ອາ​ນາ​ຈັກ; ຈະ​ມີ ຄວາມ​ອຶດ​ຢາກ, ແລະ ພະ​ຍາດ​ໂລ​ຄາ, ແລະ ແຜ່ນ​ດິນ​ໄຫວ, ໃນ​ບ່ອນ​ຕ່າງໆ.

30 ແລະ ອີກ​ເທື່ອ​ໜຶ່ງ, ເພາະ​ວ່າ​ຄວາມ​ຊົ່ວ​ຮ້າຍ​ຈະ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ, ຄວາມ​ຮັກ​ຂອງ​ມະນຸດ​ຈະ​ເຢັນ​ຊາ; ແຕ່​ຜູ້​ໃດ​ທີ່​ບໍ່​ຍອມ​ແພ້, ຜູ້​ນັ້ນ​ຈະ​ລອດ.

31 ແລະ ອີກ​ເທື່ອ​ໜຶ່ງ, ພຣະ​ກິດ​ຕິ​ຄຸນ​ນີ້​ຂອງ​ອາ​ນາ​ຈັກ​ຈະ​ຖືກ​ສັ່ງ​ສອນ​ໄປ​ທົ່ວ ໂລກ, ເພື່ອ​ເປັນ​ພະຍານ​ຕໍ່ ປະ​ຊາ​ຊາດ​ທັງ​ປວງ, ແລະ ເມື່ອ​ນັ້ນ​ທີ່​ສຸດ​ຈະ​ມາ​ເຖິງ, ຫລື ຄວາມ​ພິນາດ​ຂອງ​ຄົນ​ຊົ່ວ;

32 ແລະ ອີກ​ເທື່ອ​ໜຶ່ງ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ແຜ່ນ​ດິນ​ຮ້າງ, ຊຶ່ງ​ກ່າວ​ໂດຍ​ດາ​ນີ​ເອນ​ຜູ້​ເປັນ​ສາດ​ສະ​ດາ, ຈະ​ສຳ​ເລັດ​ຄົບ​ຖ້ວນ.

33 ແລະ ທັນ​ທີ​ຫລັງ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງ​ວັນ​ເຫລົ່າ​ນັ້ນ, ດວງ​ຕາ​ເວັນ​ຈະ​ມືດ​ດັບ, ແລະ ດວງ​ເດືອນ​ຈະ​ບໍ່​ສ່ອງ​ແສງ, ແລະ ດວງ​ດາວ​ຈະ​ຕົກ​ລົງ​ມາ​ຈາກ​ຟ້າ​ສະຫວັນ, ແລະ ອຳນາດ​ຂອງ​ຟ້າ​ສະຫວັນ​ຈະ​ສັ່ນ​ສະ​ທ້ານ​ຫວັ່ນ​ໄຫວ;

34 ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຄົນ​ລຸ້ນ​ນີ້, ໃນ​ລຸ້ນ​ນີ້​ຊຶ່ງ​ສິ່ງ​ເຫລົ່າ​ນີ້​ຈະ​ຖືກ​ສະແດງ​ອອກ​ມາ, ຈະ​ບໍ່​ສູນ​ສິ້ນ​ໄປ​ຈົນ​ກວ່າ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກ​ເຈົ້າ​ຈະ​ສຳ​ເລັດ​ຄົບ​ຖ້ວນ.

35 ເຖິງ​ແມ່ນ​ວ່າ, ວັນ​ເວລາ​ຈະ​ມາ​ເຖິງ, ທີ່​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ​ຈະ​ສູນ​ສິ້ນ​ໄປ; ແຕ່ ຄຳ​ຂອງ​ເຮົາ​ຈະ​ບໍ່​ສູນ​ສິ້ນ​ໄປ, ແຕ່​ທຸກ​ສິ່ງ​ຈະ​ສຳ​ເລັດ​ຄົບ​ຖ້ວນ.

36 ແລະ, ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ມາ​ກ່ອນ, ຫລັງ​ຈາກ ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງ​ວັນ​ເຫລົ່າ​ນັ້ນ, ແລະ ອຳນາດ​ຂອງ​ຟ້າ​ສະຫວັນ​ຈະ​ສັ່ນ​ສະ​ທ້ານ​ຫວັ່ນ​ໄຫວ, ຈາກ​ນັ້ນ​ເຄື່ອງ​ໝາຍ​ຂອງ​ບຸດ​ມະນຸດ​ຈະ​ປະກົດ​ຂຶ້ນ​ໃນ ຟ້າ​ສະຫວັນ, ແລະ ຈາກ​ນັ້ນ​ທຸກ​ເຜົ່າ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ເປັນ​ທຸກ; ແລະ ພວກ​ເຂົາ​ຈະ​ເຫັນ​ບຸດ​ມະນຸດ​ລົງ ມາ​ໃນ​ໝູ່​ເມກ​ແຫ່ງ​ຟ້າ​ສະຫວັນ, ດ້ວຍ​ອຳນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່;

37 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ສະ​ສົມ ຖ້ອຍ​ຄຳ​ຂອງ​ເຮົາ, ຈະ​ບໍ່​ຖືກ​ຫລອກ​ລວງ, ເພາະ​ວ່າ​ບຸດ​ມະນຸດ​ຈະ​ສະ​ເດັດ​ມາ, ແລະ ພຣະ​ອົງ​ຈະ​ສົ່ງ ເຫລົ່າ​ທູດ​ມາ​ກ່ອນ​ພຣະ​ອົງ ດ້ວຍ​ສຽງ​ແກ​ດັງ​ກ້ອງ​ສະ​ໜັ່ນ, ແລະ ພວກ​ເພິ່ນ​ຈະ ເຕົ້າ​ໂຮມ​ຜູ້​ທີ່​ຖືກ​ເລືອກ​ໄວ້​ທີ່​ເຫລືອ​ຢູ່​ຈາກ​ສີ່​ທິດ, ຈາກ​ສຸດ​ຂອບ​ຟ້າ​ເບື້ອງ​ນີ້​ເຖິງ​ສຸດ​ຂອບ​ຟ້າ​ເບື້ອງ​ນັ້ນ.

38 ບັດ​ນີ້ ຈົ່ງ​ຮຽນ​ຮູ້​ຄຳ​ອຸປະ​ມາ​ເລື່ອງ​ຕົ້ນ ໝາກ​ເດື່ອ​ຄື—ເມື່ອ​ກິ່ງ​ກ້ານ​ຂອງ​ມັນ​ຍັງ​ອ່ອນ, ແລະ ມັນ​ເລີ່ມ​ແຕກ​ໃບ​ອ່ອນ, ພວກ​ເຈົ້າ​ກໍ​ຮູ້​ວ່າ​ລະ​ດູ​ຮ້ອນ​ໃກ້​ຈະ​ມາ​ເຖິງ;

39 ເຊັ່ນ​ດຽວ​ກັນ​ນັ້ນ, ຜູ້​ທີ່​ເຮົາ​ເລືອກ​ໄວ້, ເມື່ອ​ພວກ​ເຂົາ​ເຫັນ​ທຸກ​ສິ່ງ​ທັງ​ປວງ​ເຫລົ່າ​ນີ້, ພວກ​ເຂົາ​ຈະ​ຮູ້​ວ່າ ພຣະ​ອົງ​ຢູ່​ໃກ້, ແມ່ນ​ແຕ່​ຢູ່​ທີ່​ປະຕູ;

40 ແຕ່​ບໍ່​ມີ​ຜູ້​ໃດ ຮູ້​ວ່າ ວັນ ຫລື ຊົ່ວ​ໂມງ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ໃດ; ບໍ່​ເລີຍ, ເຫລົ່າ​ທູດ​ຂອງ​ພຣະ​ເຈົ້າ​ໃນ​ສະຫວັນ​ກໍ​ບໍ່​ຮູ້, ນອກ​ຈາກ​ພຣະ​ບິດາ​ຂອງ​ເຮົາ​ເທົ່າ​ນັ້ນ.

41 ແຕ່​ດັ່ງ​ທີ່​ວັນ​ເວລາ​ຂອງ ໂນອາ​ເປັນ​ສັນ​ໃດ, ມັນ​ກໍ​ຈະ​ເປັນ​ສັນ​ນັ້ນ​ໃນ​ຕອນ​ບຸດ​ມະນຸດ​ສະ​ເດັດ​ມາ;

42 ເພາະ​ວ່າ​ມັນ​ຈະ​ເປັນ​ເຊັ່ນ​ນັ້ນ​ກັບ​ພວກ​ເຂົາ, ດັ່ງ​ທີ່​ເຄີຍ​ເປັນ​ມາ​ໃນ​ວັນ​ເວລາ​ກ່ອນ ນ້ຳ​ຖ້ວມ; ເພາະ​ວ່າ​ຈົນ​ເຖິງ​ວັນ​ໂນອາ​ເຂົ້າ​ໄປ​ໃນ​ເຮືອ, ພວກ​ເຂົາ​ກິນ ແລະ ດື່ມ, ແຕ່ງ​ງານ ແລະ ຍົກ​ໃຫ້​ແຕ່ງ​ງານ​ກັນ;

43 ແລະ ບໍ່​ຮູ້​ຈົນ​ນ້ຳ​ມາ​ຖ້ວມ, ແລະ ໄດ້​ກວາດ​ພວກ​ເຂົາ​ໄປ​ທັງ​ໝົດ; ການ​ສະ​ເດັດ​ມາ​ຂອງ​ບຸດ​ມະນຸດ​ກໍ​ຈະ​ເປັນ​ເຊັ່ນ​ນັ້ນ​ຄື​ກັນ.

44 ຈາກ​ນັ້ນ​ສິ່ງ​ທີ່​ມີ​ຂຽນ​ໄວ້​ຈະ​ສຳ​ເລັດ​ຄົບ​ຖ້ວນ, ວ່າ​ໃນ ຍຸກ​ສຸດ​ທ້າຍ, ສອງ​ຄົນ​ຈະ​ຢູ່​ໃນ​ທົ່ງ, ຄົນ​ໜຶ່ງ​ຈະ​ຖືກ​ຮັບເອົາ​ໄປ, ແລະ ອີກ​ຄົນ​ໜຶ່ງ​ຈະ​ຖືກ ປະ​ໄວ້;

45 ສອງ​ຄົນ​ຈະ​ໂມ້​ແປ້ງ​ຢູ່, ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ເອົາ​ໄປ, ແລະ ອີກ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້;

46 ແລະ ສິ່ງ​ທີ່​ເຮົາ​ກ່າວ​ກັບ​ຄົນ​ໜຶ່ງ, ເຮົາ​ກ່າວ​ກັບ​ມະນຸດ​ທັງ​ປວງ; ສະນັ້ນ​ຈົ່ງ ເຝົ້າ​ລະ​ວັງ, ເພາະ​ວ່າ​ພວກ​ເຈົ້າ​ບໍ່​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ສະ​ເດັດ​ມາ​ຊົ່ວ​ໂມງ​ໃດ.

47 ແຕ່​ຈົ່ງ​ຮູ້​ໄວ້​ວ່າ, ຖ້າ​ຫາກ​ເຈົ້າ​ຂອງ​ເຮືອນ​ທີ່​ດີ​ໄດ້​ຮູ້​ກ່ອນ​ວ່າ​ໂຈນ​ຈະ​ມາ​ຍາມ​ໃດ, ລາວ​ຈະ​ເຝົ້າ​ລະ​ວັງ, ແລະ ບໍ່​ໃຫ້​ໂຈນ​ເຈາະ​ເຂົ້າ​ເຮືອນ​ຂອງ​ຕົນ​ໄດ້, ແຕ່​ຈະ​ຕຽມ​ພ້ອມ.

48 ສະນັ້ນ ພວກ​ເຈົ້າ​ຈົ່ງ​ຕຽມ​ພ້ອມ​ຄື​ກັນ, ເພາະ​ວ່າ​ໃນ​ໂມງ​ເຊັ່ນ​ນັ້ນ​ທີ່​ພວກ​ເຈົ້າ​ບໍ່​ຄາດ​ຄິດ, ບຸດ​ມະນຸດ​ຈະ​ສະ​ເດັດ​ມາ.

49 ເມື່ອ​ນັ້ນ, ແມ່ນ​ຜູ້​ໃດ​ທີ່​ເປັນ​ຄົນ​ໃຊ້​ທີ່ ຊື່​ສັດ ແລະ ສະຫລາດ, ຜູ້​ຊຶ່ງ​ເຈົ້າ​ນາຍ​ຂອງ​ເຂົາ​ໄດ້​ຕັ້ງ​ເຂົາ​ໃຫ້​ເປັນ​ຜູ້​ຮັບ​ຜິດ​ຊອບ​ຄົວ​ເຮືອນ​ຂອງ​ເພິ່ນ, ເພື່ອ​ແຈກ​ອາຫານ​ໃຫ້​ພວກ​ເຂົາ​ຕາມ​ເວລາ?

50 ຄົນ​ໃຊ້​ຄົນ​ນັ້ນ​ຈະ​ເປັນ​ສຸກ​ເມື່ອ​ເຈົ້າ​ນາຍ​ຂອງ​ເຂົາ, ເມື່ອ​ເພິ່ນ​ກັບ​ມາ, ຈະ​ພົບ​ເຫັນ​ເຂົາ​ເຮັດ​ໜ້າ​ທີ່​ຂອງ​ຕົນ​ຢູ່; ແລະ ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ເພິ່ນ​ຈະ​ຕັ້ງ​ເຂົາ​ໃຫ້​ເປັນ​ຜູ້​ຮັບ​ຜິດ​ຊອບ​ຊັບ​ສິນ​ທັງ​ໝົດ​ຂອງ​ເພິ່ນ.

51 ແຕ່​ຖ້າ​ຫາກ​ວ່າ​ເຂົາ​ເປັນ​ຄົນ​ໃຊ້​ທີ່​ບໍ່​ດີ ເຂົາ​ຈະ​ກ່າວ​ໃນ​ໃຈ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຈົ່ງ ຊັກ​ຊ້າ​ການ​ສະ​ເດັດ​ມາ​ຂອງ​ເພິ່ນ,

52 ແລະ ຈະ​ເລີ່ມ​ຂ້ຽນ​ຕີ​ຄົນ​ໃຊ້​ດ້ວຍ​ກັນ​ຂອງ​ເຂົາ, ແລະ ກິນ ແລະ ດື່ມ​ກັບ​ຄົນ​ຂີ້​ເມົາ,

53 ເຈົ້າ​ນາຍ​ຂອງ​ຄົນ​ໃຊ້​ຄົນ​ນັ້ນ​ຈະ​ມາ​ໃນ​ວັນ​ທີ່​ເຂົາ​ບໍ່​ຄາດ​ຄິດ, ແລະ ໃນ​ຊົ່ວ​ໂມງ​ນັ້ນ​ທີ່​ລາວ​ບໍ່​ຮູ້,

54 ແລະ ຈະ​ຜ່າ​ລາວ​ໃຫ້​ເປັນ​ຕ່ອນໆ, ແລະ ຈະ​ໃຫ້​ເຂົ້າ​ສ່ວນ​ກັບ​ຄົນ​ໜ້າ​ຊື່​ໃຈ​ຄົດ; ບ່ອນ​ນັ້ນ​ຈະ​ມີ​ການ​ຮ້ອງ​ໄຫ້ ແລະ ຂົບ​ແຂ້ວ​ຄ້ຽວ​ຟັນ.

55 ແລະ ທີ່​ສຸດ​ຂອງ​ຄົນ​ຊົ່ວ​ຈະ​ມາ​ເຖິງ​ດັ່ງ​ນັ້ນ, ຕາມ​ຄຳ​ທຳ​ນາຍ​ຂອງ​ໂມເຊ, ທີ່​ກ່າວ​ວ່າ: ພວກ​ເຂົາ​ຈະ​ຖືກ​ຕັດ​ອອກ​ຈາກ​ບັນ​ດາ​ຜູ້​ຄົນ; ແຕ່​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ​ຍັງ​ບໍ່​ມາ​ເຖິງ​ເທື່ອ, ແຕ່​ບໍ່​ດົນ.