ສິ່ງ​ຊ່ວຍ​ສຶກ​ສາ
ເຢຣູ​ຊາເລັມ


ເຢຣູ​ຊາເລັມ

ເມືອງ​ໜຶ່ງ​ທີ່​ຕັ້ງ​ຢູ່​ໃນ​ອິດສະ​ຣາເອນ​ທຸກ​ວັນ​ນີ້. ມັນ​ເປັນ​ເມືອງ​ທີ່​ສຳ​ຄັນ​ຫລາຍ​ທີ່​ສຸດ​ໃນ​ປະຫວັດ​ສາດ​ຂອງ​ພຣະ​ຄຳ​ພີ. ຈຸດ​ທີ່​ສັກ​ສິດ​ສຳ​ລັບ​ຊາວ​ຄຣິດ​ສະຕຽນ, ຊາວ​ຢິວ, ແລະ ມຸດສະລິມ ແມ່ນ​ຢູ່​ໃນ​ເມືອງ​ນີ້ ແລະ ໄດ້​ຖືກ​ຢ້ຽມ​ຢາມ​ເປັນ​ປະ​ຈຳ​ໂດຍ​ຜູ້​ເຊື່ອ​ທີ່​ຊື່​ສັດ. ສ່ວນ​ຫລາຍ​ມັນ​ຖືກ​ກ່າວ​ເຖິງ​ວ່າ​ເປັນ​ນະຄອນ​ສັກ​ສິດ.

ຄັ້ງໜຶ່ງ​ເຄີຍ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ ຊາເລັມ (ປຖກ 14:18; ພສສ 76:2), ເຢຣູ​ຊາເລັມ​ເປັນ​ເມືອງ​ຂອງ​ເຢບຸດ ຈົນ​ກວ່າ​ດາວິດ​ໄດ້​ຍຶດ​ຄອງ (ຢຊ 10:1; 15:8; 2 ຊມອ 5:6–7), ແລະ ໄດ້​ຕັ້ງ​ມັນ​ເປັນ​ເມືອງ​ຫລວງ. ຈົນ​ກວ່າ​ເຖິງ​ເວລາ​ນັ້ນ ສ່ວນ​ຫລາຍ​ແລ້ວ​ມັນ​ຖືກ​ໃຊ້​ເປັນ​ເມືອງ​ຍາມ​ຢູ່​ເທິງ​ຄ້ອຍ​ພູ, ປະມານ 2600 ຟິດ (800 ແມັດ) ສູງ​ກວ່າ​ໜ້າ​ນ້ຳ​ທະເລ. ມັນ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ຫ່ອມ​ພູ​ເລິກ​ທຸກ​ດ້ານ ຍົກ​ເວັ້ນ​ແຕ່​ທາງ​ທິດ​ເໜືອ​ເທົ່າ​ນັ້ນ.

ໃນ​ຊ່ວງ​ໄລຍະ​ການ​ປົກ​ຄອງ​ຂອງ​ກະສັດ​ດາວິດ​ໃນ​ເຢຣູ​ຊາເລັມ, ເພິ່ນ​ໄດ້​ອາ​ໄສ​ຢູ່​ວັງ​ທີ່​ເຮັດ​ດ້ວຍ​ໄມ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ລະຫວ່າງ​ໄລ​ຍະ​ການ​ປົກ​ຄອງ​ຂອງ​ໂຊ​ໂລ​ໂມນ, ປະ​ຊາ​ຊົນ​ໄດ້​ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ ເພື່ອ​ດັດ​ແປງ​ໃຫ້​ເມືອງ​ສວຍ​ງາມ​ຂຶ້ນ, ລວມ​ທັງ​ວັງ​ຂອງ​ກະສັດ ແລະ ພຣະ​ວິຫານ.

ຫລັງ​ຈາກ​ອາ​ນາ​ຈັກ​ຂອງ​ອິດສະ​ຣາເອນ ແລະ ຢູ​ດາ ໄດ້​ແຍກ​ອອກ​ຈາກ​ກັນ, ເມືອງ​ເຢຣູ​ຊາເລັມ​ຍັງ​ເປັນ​ເມືອງ​ຫລວງ​ຂອງ​ຢູດາ​ຢູ່​ຕໍ່​ໄປ. ມັນ​ມັກ​ຖືກ​ສັດ​ຕູ​ເຂົ້າ​ໂຈມ​ຕີ​ເລື້ອຍໆ (1 ກສ 14:25; 2 ກສ 14:13; 16:5; 18–19; 24:10; 25). ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ເຮເຊ​ກີຢາ, ເຢຣູ​ຊາເລັມ​ໄດ້​ກາຍ​ເປັນ​ສູນ​ກາງ​ນະມັດ​ສະການ​ທາງ​ສາດ​ສະ​ໜາ, ແຕ່​ພາກ​ສ່ວນ​ໜຶ່ງ​ໄດ້​ຖືກ​ທຳ​ລາຍ​ໃນ 320 ປີ ກ່ອນ ຄ.ສ., 168 ປີ ກ່ອນ ຄ.ສ., ແລະ 65 ປີ ກ່ອນ ຄ.ສ. ເຮໂຣດ​ໄດ້​ສ້ອມ​ແປງ​ກຳ​ແພງ​ເມືອງ ແລະ ພຣະ​ວິຫານ, ແຕ່​ໃນ ຄ.ສ. 70 ຊາວ​ໂຣມ​ໄດ້​ທຳ​ລາຍ​ມັນ​ຈົນ​ໝົດ​ສິ້ນ.