ສິ່ງ​ຊ່ວຍ​ສຶກ​ສາ
ໝາກ​ກອກ​ເທດ, ພູ


ໝາກ​ກອກ​ເທດ, ພູ

ຄ້ອຍ​ພູ​ທີ່​ຢູ່​ເບື້ອງ​ຕາ​ເວັນ​ອອກ​ຂອງ​ຮ່ອມ​ພູ​ກິດໂຣນ, ເບື້ອງ​ຕາ​ເວັນ​ອອກ​ຂອງ​ເຢຣູ​ຊາເລັມ. ຢູ່​ຄ້ອຍ​ເບື້ອງ​ຕາ​ເວັນ​ຕົກ, ໃກ້​ຕີນ​ພູ, ແມ່ນ​ສວນ​ເຄັດ​ເຊ​ມາ​ເນ. ເມືອງ​ເບັດຟາເຄ ແລະ ເມືອງ​ເບັດ​ທາ​ນີ ຕັ້ງ​ຢູ່​ເທິງ​ຄ້ອຍ​ພູ​ເບື້ອງ​ຕາ​ເວັນ​ອອກ. ພູ​ໜ່ວຍ​ນີ້​ເປັນ​ສະຖານ​ທີ່​ມີ​ເຫດ​ການ​ຫລາຍ​ຢ່າງ​ເກີດ​ຂຶ້ນ​ໃນ​ສະ​ໄໝ​ພຣະ​ຄຣິສ​ຕະ​ທຳ​ຄຳພີ (ມທ 24:3) ແລະ ຈະ​ເປັນ​ສະຖານ​ທີ່​ສຳຄັນ​ໃນ​ເຫດການ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ຍຸກ​ສຸດ​ທ້າຍ​ດ້ວຍ (ຊກຢ 14:3–5; ຄພ 45:48–54; 133:20).