ສິ່ງ​ຊ່ວຍ​ສຶກ​ສາ
ຊາວຢິວ


ຊາວຢິວ

ຊາວ​ຢິວ​ອາດ​ເປັນ​ໄດ້​ທັງ (1) ຜູ້​ສືບ​ຕະ​ກຸນ​ຂອງ​ຢູ​ດາ, ລູກ​ຊາຍ​ຄົນ​ໜຶ່ງ​ໃນ​ຈຳນວນ​ລູກ​ຊາຍ​ສິບ​ສອງ​ຄົນ​ຂອງ​ຢາໂຄບ, (2) ຜູ້​ຄົນ​ໃນ​ສະ​ໄໝ​ບູຮານ​ໃນ​ອາ​ນາ​ຈັກ​ພາກ​ໃຕ້​ຂອງ​ຢູດາ, ຫລື (3) ຜູ້​ຄົນ​ທີ່​ປະ​ພຶດ​ຕົນ​ຕາມ​ສາດ​ສະ​ໜາ, ການ​ດຳ​ລົງ​ຊີ​ວິດ, ແລະ ຮີດ​ຄອງ​ປະ​ເພ​ນີ​ຕາມ​ສາດ​ສະ​ໜາ​ຢູ​ດາ ແຕ່​ອາດ​ເປັນ ຫລື ບໍ່​ໄດ້​ເປັນ​ຊາດ​ຢິວ​ໂດຍ​ກຳເນີດ​ກໍ​ໄດ້. ມັນ​ໄດ້​ກາຍ​ເປັນ​ຄວາມ​ເຄີຍ​ຊິນ​ທີ່​ຈະ​ກ່າວ​ຄຳ​ວ່າ ຊາວ​ຢິວ ເພື່ອ​ໝາຍ​ເຖິງ​ຕະ​ກຸນ​ຂອງ​ຢາໂຄບ, ແຕ່​ມັນ​ເປັນ​ສິ່ງ​ຜິດ. ມັນ​ຄວນ​ຖືກ​ໃຊ້​ພຽງ​ແຕ່​ກັບ​ຄົນ​ຈາກ​ອາ​ນາ​ຈັກ​ຢູ​ດາ ຫລື, ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ໃນ​ປະ​ຈຸ​ບັນ​ນີ້, ຄົນ​ຂອງ​ເຜົ່າ​ຢູ​ດາ ແລະ ຊົນ​ເຜົ່າ​ອື່ນໆ​ທີ່​ກ່ຽວ​ຂ້ອງ​ກັນ.